53
ຜູ້ປົກຄອງອັນໜ້າປາຖະໜາທີ່ວິເສດກວ່າມະນຸດ
ຕອນທີ່ພະເຍຊູເຮັດການອັດສະຈັນເພື່ອລ້ຽງອາຫານຫຼາຍພັນຄົນນັ້ນ ປະຊາຊົນຕ່າງກໍປະຫຼາດໃຈ. ເຂົາພາກັນກ່າວວ່າ “ທ່ານຜູ້ນີ້ເປັນຜູ້ທຳນວາຍອັນແທ້ທີ່ມາໃນໂລກ.” ເຂົາເຈົ້າລົງຄວາມເຫັນວ່າພະເຍຊູບໍ່ພຽງແຕ່ເປັນຜູ້ພະຍາກອນທີ່ຍິ່ງໃຫຍ່ກວ່າໂມເຊເທົ່ານັ້ນ ແຕ່ຍັງເປັນຜູ້ປົກຄອງທີ່ໜ້າປາຖະໜາຢ່າງຍິ່ງ. ດັ່ງນັ້ນ ຝູງຊົນຈຶ່ງວາງແຜນຈະຈັບແລ້ວຕັ້ງພະອົງໃຫ້ເປັນກະສັດ.
ພະເຍຊູຮູ້ທັນແຜນການຂອງຝູງຊົນ. ດັ່ງນັ້ນ ພະອົງຈຶ່ງຫຼົບໜີໄປບໍ່ໃຫ້ເຂົາຈັບໄດ້. ພະອົງໄດ້ເລີກຈາກຝູງຊົນ ແລະບອກໃຫ້ສາວົກລົງເຮືອບ່າຍໜ້າກັບໄປເມືອງກັບເອນາອູມ. ແລ້ວພະອົງເດີນທາງຂຶ້ນພູເຂົາເພື່ອອະທິດຖານ. ຄືນນັ້ນພະເຍຊູຢູ່ຫັ້ນຕາມລຳພັງ.
ກ່ອນຮຸ່ງເຊົ້າໜ້ອຍໜຶ່ງ ພະເຍຊູໄດ້ຫຼຽວຈາກບ່ອນສູງທີ່ພະອົງຢູ່ແລະສັງເກດເຫັນຄື້ນທະເລຊັດຂຶ້ນເພາະລົມພາຍຸ. ພາຍໃຕ້ແສງຈັນໃນຄືນທີ່ດວງຈັນເກືອບເຕັມດວງ ເນື່ອງຈາກໃກ້ເທສະການປັດສະຄາ ພະເຍຊູເຫັນພວກສາວົກພະຍາຍາມພາຍເຮືອຢ່າງສຸດແຮງພາເຮືອຕ້ານຄື້ນ.
ເມື່ອເຫັນເຊັ່ນນັ້ນ ພະເຍຊູໄດ້ເດີນທາງລົງຈາກພູເຂົາຍ່າງຜ່າຄື້ນໄປຫາເຮືອ. ເຮືອແລ່ນໄປໄດ້ຫ້າຫຼືຫົກກິໂລແມັດເມື່ອພະເຍຊູໄປເຖິງ ແຕ່ພະອົງທຳທ່າວ່າຈະຜ່ານກາຍໄປ. ເມື່ອສາວົກເຫັນພະອົງ ເຂົາກໍຮ້ອງວ່າ “ເປັນຜີ.”
ພະເຍຊູກ່າວປອບໃຈວ່າ “ເປັນຕົນເຮົາເອງ ຢ່າຊູຢ້ານເທີ້ນ.”
ເປໂຕຂໍຮ້ອງວ່າ “ພະອົງເຈົ້າຂ້າ ຖ້າເປັນພະອົງ ຂໍເຊີນສັ່ງໃຫ້ຂ້າພະເຈົ້າໄຕ່ຫຼັງນ້ຳໄປຫາພະອົງ [“ຍ່າງເທິງນ້ຳໄປຫາທ່ານ,” ທ.ປ.].”
ພະເຍຊູຕອບວ່າ “ມາເທີ້ນ.”
ຈາກນັ້ນເປໂຕລົງຈາກເຮືອ ໄຕ່ເທິງໜ້ານ້ຳໄປຫາພະເຍຊູ. ເມື່ອເປໂຕສັງເກດເບິ່ງພາຍຸ ກໍເລີ່ມຢ້ານແລະເລີ່ມຈົມລົງ ຈຶ່ງຮ້ອງວ່າ “ພະອົງເຈົ້າຂ້າ ຂໍຊ່ອຍຂ້າພະເຈົ້າໃຫ້ພົ້ນເທີ້ນ.”
ທັນໃດນັ້ນພະເຍຊູຍື່ນມືອອກໄປຈັບລາວໄວ້ແລະກ່າວວ່າ “ໂອ້ຄົນມີຄວາມເຊື່ອໜ້ອຍ ເປັນສັນໃດທ່ານໄດ້ສົງໄສ”?
ຫຼັງຈາກເປໂຕແລະພະເຍຊູຄືນເຂົ້າໄປໃນເຮືອແລ້ວພາຍຸກໍຢຸດພັດ ເຫຼົ່າສາວົກຮູ້ສຶກປະຫຼາດໃຈ. ພວກເຂົາເຈົ້າຄວນຈະຮູ້ສຶກແບບນັ້ນບໍ? ຖ້າຫາກເຂົາໄດ້ເຂົ້າໃຈ “ຄວາມໝາຍຂອງເຂົ້າຈີ່” ໂດຍຮູ້ຄຸນຄ່າການອັດສະຈັນຄັ້ງຍິ່ງໃຫຍ່ທີ່ພະເຍຊູຫາກໍ່ເຮັດໄປບໍ່ເທົ່າໃດຊົ່ວໂມງກ່ອນໜ້ານີ້ ເມື່ອພະອົງລ້ຽງຫຼາຍພັນຄົນດ້ວຍເຂົ້າຈີ່ຫ້າກ້ອນແລະປານ້ອຍໆ ສອງໂຕ ດັ່ງນັ້ນ ເຂົາບໍ່ຄວນຮູ້ສຶກງົງງວຍທີ່ພະອົງໄຕ່ເທິງໜ້ານ້ຳແລະເຮັດໃຫ້ພາຍຸສະຫງົບລົງໄດ້. ບັດນີ້ພວກສາວົກໄດ້ກົ້ມຄຳນັບພະເຍຊູແລະກ່າວວ່າ “ຈິງແທ້ພະອົງເປັນພະບຸດຂອງພະເຈົ້າ.”
ໃນອີກບໍ່ດົນ ເຂົາເຈົ້າກໍມາຮອດເຂດເຄເນຊາເລດ ເຊິ່ງເປັນບ່ອນຮາບພຽງທີ່ສວຍງາມແລະອຸດົມສົມບູນຢູ່ໃກ້ໆ ເມືອງກັບເອນາອູມ. ເຂົາໄດ້ທອດສະໝໍຢູ່ຫັ້ນ. ພໍເມື່ອເຂົາເຈົ້າຂຶ້ນເທິງບົກ ປະຊາຊົນກໍຈື່ພະເຍຊູໄດ້ ແລະເຂົາເຈົ້າໄດ້ເຂົ້າໄປໃນຊົນນະບົດໃກ້ໆ ແລ້ວພາຄົນເຈັບມາຫາພະອົງ ເມື່ອຄົນເຈັບທີ່ຖືກຫາມໃສ່ເປມາແຕະພຽງແຕ່ຍອຍເສື້ອຊັ້ນນອກຂອງພະເຍຊູ ເຂົາກໍເຊົາເຈັບໂລດ.
ຢູ່ລະຫວ່າງນັ້ນ ຝູງຊົນທີ່ຮູ້ເຫັນການລ້ຽງອາຫານຫຼາຍພັນຄົນໂດຍການອັດສະຈັນ ໄດ້ສັງເກດວ່າ ພະເຍຊູໄດ້ເດີນທາງຈາກບ່ອນນັ້ນໄປແລ້ວ. ດັ່ງນັ້ນ ເມື່ອເຮືອນ້ອຍຈາກຕິເບເລຍມາເຖິງ ພວກເຂົາເຈົ້າຈຶ່ງລົງເຮືອເຫຼົ່ານີ້ໄປຊອກຫາພະເຍຊູຢູ່ເມືອງກັບເອນາອູມ. ເມື່ອພົບພະອົງເຂົາຈຶ່ງໄດ້ຖາມວ່າ “ພະອາຈານເຈົ້າຂ້າ ພະອົງໄດ້ມາຢູ່ພີ້ໃນເວລາໃດ”? ພະເຍຊູໄດ້ຕໍ່ວ່າເຂົາດັ່ງທີ່ເຮົາຈະເຫັນໃນບໍ່ຊ້າ. ໂຍຮັນ 6:14-25; ມັດທາຽ 14:22-36; ມາລະໂກ 6:45-56.
▪ ພາຍຫຼັງທີ່ພະເຍຊູລ້ຽງອາຫານຫຼາຍພັນຄົນໂດຍການອັດສະຈັນແລ້ວ ປະຊາຊົນຕ້ອງການເຮັດແນວໃດກັບພະອົງ?
▪ ຈາກພູເຂົາທີ່ພະອົງໄດ້ຂຶ້ນໄປຢູ່ຕາມລຳພັງ ພະເຍຊູແນມເຫັນຫຍັງ ແລ້ວພະອົງໄດ້ເຮັດແນວໃດ?
▪ ຍ້ອນຫຍັງສາວົກຂອງພະອົງບໍ່ຄວນປະຫຼາດໃຈໃນເຫດການເຫຼົ່ານັ້ນ?
▪ ຫຼັງຈາກທີ່ເຂົາເຈົ້າຂຶ້ນເທິງຕາຝັ່ງແລ້ວ ມີຫຍັງເກີດຂຶ້ນ?