ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 33 ໜ້າ 172-176
  • ພະ​ເຍຊູ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ​ໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ​ໄດ້
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢຊູ​ຍ່າງ​ຢູ່​ເທິງ​ນ້ຳ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຜູ້​ປົກຄອງ​ອັນ​ໜ້າ​ປາຖະໜາ​ທີ່​ວິເສດ​ກວ່າ​ມະນຸດ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຂຶ້ນເທິງເກາະເພາະເຮືອແຕກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ການ​ຫ້າມ​ພາຍຸ​ອັນ​ໜ້າ​ຢ້ານ​ໃຫ້​ສະຫງົບ​ລົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 33 ໜ້າ 172-176

ບົດ​ທີ 33

ພະ​ເຍຊູ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ​ໄດ້

Jesus as Warrior-King in heaven and as a baby in a manger

ລູກ​ຄິດ​ວ່າ​ພະ​ເຍຊູ​ເປັນ​ແນວ​ໃດ ເປັນ​ກະສັດ​ທີ່​ມີ​ລິດເດດ​ຫຼື​ເປັນ​ແອ​ນ້ອຍ​ທີ່​ຊ່ວຍເຫຼືອ​ຕົນ​ເອງ​ບໍ່​ໄດ້?

ເມື່ອ​ພະ​ເຍຊູ​ໃຫຍ່​ຂຶ້ນ​ແລະ​ຮູ້​ວ່າ​ຕົນ​ເອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ​ແນວ​ໃດ​ຕອນ​ເປັນ​ເດັກ​ນ້ອຍ ລູກ​ຄິດ​ວ່າ​ພະ​ເຍຊູ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຂອບໃຈ​ພະອົງ​ບໍ?— ລູກ​ຄິດ​ວ່າ​ໃນ​ເວລາ​ຕໍ່​ມາ​ພະ​ເຍຊູ​ອາດ​ຈະ​ບອກ​ຫຍັງ​ກັບ​ນາງ​ມາລີ​ແລະ​ທ້າວ​ໂຢເຊບ​ເມື່ອ​ພະອົງ​ຮູ້​ວ່າ​ທັງ​ສອງ​ເຄີຍ​ຊ່ວຍ​ຊີວິດ​ພະອົງ​ໂດຍ​ພາ​ໜີ​ໄປ​ຢູ່​ປະເທດ​ເອຢິບ?—

ແມ່ນ​ແລ້ວ ພະ​ເຍຊູ​ບໍ່​ແມ່ນ​ແອ​ນ້ອຍ​ອີກ​ຕໍ່​ໄປ. ພະອົງ​ແມ່ນ​ແຕ່​ບໍ່​ໄດ້​ຢູ່​ເທິງ​ແຜ່ນດິນ​ໂລກ​ຄື​ກັບ​ທີ່​ພະອົງ​ເຄີຍ​ຢູ່. ແຕ່​ລູກ​ເຄີຍ​ສັງເກດ​ບໍ​ວ່າ​ປັດຈຸບັນ​ນີ້​ເບິ່ງ​ຄື​ວ່າ​ບາງ​ຄົນ​ຄິດ​ວ່າ​ພະ​ເຍຊູ​ເປັນ​ພຽງ​ແອ​ນ້ອຍ​ຢູ່​ໃນ​ຮາງ​ຫຍ້າ?— ເປັນ​ຈິງ​ເຊັ່ນ​ນັ້ນ​ໃນ​ຍາມ​ບຸນໂນແອນ ເຊິ່ງ​ຫຼາຍ​ບ່ອນ​ໄດ້​ມີ​ການ​ຈັດການ​ສະແດງ​ຮູບ​ພາບ​ພະ​ເຍຊູ​ວ່າ​ເປັນ​ແອ​ນ້ອຍ.

ເຖິງ​ແມ່ນ​ວ່າ​ພະ​ເຍຊູ​ບໍ່​ໄດ້​ຢູ່​ເທິງ​ແຜ່ນດິນ​ໂລກ​ອີກ​ຕໍ່​ໄປ​ແລ້ວ​ກໍ​ຕາມ ແຕ່​ລູກ​ເຊື່ອ​ວ່າ​ພະອົງ​ຍັງ​ມີ​ຊີວິດ​ຢູ່​ບໍ?— ແມ່ນ​ແລ້ວ ພະອົງ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລະ​ຕອນ​ນີ້​ພະອົງ​ເປັນ​ກະສັດ​ທີ່​ມີ​ລິດເດດ​ໃນ​ສະຫວັນ. ລູກ​ຄິດ​ວ່າ​ພະອົງ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ປົກ​ປ້ອງ​ຄຸ້ມຄອງ​ຜູ້​ຮັບໃຊ້​ຂອງ​ພະອົງ?— ທີ່​ຈິງ ເມື່ອ​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນ​ໂລກ​ພະອົງ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ສາມາດ​ປົກ​ປ້ອງ​ຜູ້​ທີ່​ຮັກ​ພະອົງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ໃນ​ມື້​ໜຶ່ງ​ພະອົງ​ໄດ້​ເຮັດ​ແນວ​ໃດ​ເມື່ອ​ຢູ່​ໃນ​ເຮືອ​ກັບ​ພວກ​ສາວົກ.

ຕອນ​ນັ້ນ​ໃກ້​ຈະ​ແລງ​ແລ້ວ. ພະ​ເຍຊູ​ໄດ້​ສັ່ງ​ສອນ​ໝົດ​ມື້​ຢູ່​ໃກ້ໆ​ກັບ​ທະເລ​ຄາ​ລິ​ເລ ເຊິ່ງ​ເປັນ​ທະເລ​ສາບ​ທີ່​ໃຫຍ່ ມີ​ຄວາມ​ຍາວ​ປະມານ 20 ກິໂລແມັດ​ແລະ​ມີ​ຄວາມ​ກວ້າງ 12 ກິໂລແມັດ. ພະອົງ​ເວົ້າ​ກັບ​ເຫຼົ່າ​ສາວົກ​ວ່າ: “ພວກ​ເຮົາ​ຈົ່ງ​ຂວ້າມ​ນ້ຳ​ທະເລ​ເຖີ້ນ.” ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ພາ​ກັນ​ຂຶ້ນ​ເຮືອ​ແລະ​ເລີ່ມ​ຕົ້ນ​ອອກ​ເດີນ​ທາງ. ພະ​ເຍຊູ​ເມື່ອຍ​ຫຼາຍ ດັ່ງ​ນັ້ນ​ພະອົງ​ຈຶ່ງ​ໄປ​ນອນ​ຫມູນ​ໝອນ​ຢູ່​ທ້າຍ​ເຮືອ. ບໍ່​ດົນ​ພະອົງ​ກໍ​ຫຼັບ​ສະໜິດ.

Jesus tells the wind and the waves to be calm

ພະ​ເຍຊູ​ເວົ້າ​ກັບ​ລົມ​ແລະ​ຄື້ນ​ວ່າ​ແນວ​ໃດ?

ພວກ​ສາວົກ​ບໍ່​ໄດ້​ນອນ​ເພາະ​ຕ້ອງ​ເຝົ້າ​ເບິ່ງ​ເຮືອ​ໃຫ້​ແລ່ນ​ໄປ​ຕາມ​ເສັ້ນ​ທາງ. ທຸກ​ຢ່າງ​ດຳເນີນ​ໄປ​ດ້ວຍ​ດີ​ໃນ​ໄລຍະ​ໜຶ່ງ ແຕ່​ແລ້ວ​ກໍ​ເກີດ​ມີ​ລົມ​ແຮງ. ລົມ​ພັດ​ແຮງ​ຂຶ້ນ​ແຮງ​ຂຶ້ນ ແລະ​ຄື້ນ​ກໍ​ໃຫຍ່​ຂຶ້ນ​ເລື້ອຍໆ. ຄື້ນ​ເລີ່ມ​ຊັດ​ເຂົ້າ​ມາ​ໃນ​ເຮືອ​ຈົນ​ນ້ຳ​ເລີ່ມ​ຈະ​ເຕັມ​ເຮືອ​ແລ້ວ.

ພວກ​ສາວົກ​ພາ​ກັນ​ຢ້ານ​ວ່າ​ຕົນ​ເອງ​ກຳລັງ​ຈະ​ຈົມ​ນ້ຳ ແຕ່​ພະ​ເຍຊູ​ບໍ່​ຢ້ານ. ພະອົງ​ຍັງ​ນອນ​ຫຼັບ​ຢູ່​ທີ່​ທ້າຍ​ເຮືອ. ໃນ​ທີ່​ສຸດ​ພວກ​ສາວົກ​ພາ​ກັນ​ປຸກ​ພະອົງ​ແລະ​ເວົ້າ​ວ່າ: ‘ພະ​ຜູ້​ເປັນ​ນາຍ​ເຈົ້າ​ຂ້າ ພະ​ຜູ້​ເປັນ​ນາຍ​ເຈົ້າ​ຂ້າ ຊ່ວຍ​ພວກ​ເຮົາ​ດ້ວຍ​ເຖີ້ນ ພວກ​ເຮົາ​ກຳລັງ​ຈະ​ຕາຍ​ຍ້ອນ​ພາຍຸ​ນີ້.’ ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ລຸກ​ຂຶ້ນ​ແລະ​ເວົ້າ​ກັບ​ລົມ​ແລະ​ຄື້ນ. ພະອົງ​ກ່າວ​ວ່າ: “ຈົ່ງ​ເຊົາ ຈົ່ງ​ມິດ​ຢູ່​ເຖີ້ນ.”

ທັນໃດ​ນັ້ນ​ລົມ​ກໍ​ຢຸດ​ຊະງັກ ແລະ​ທະເລ​ສາບ​ກໍ​ງຽບ​ສະຫງົບ. ພວກ​ສາວົກ​ພາ​ກັນ​ປະຫຼາດ​ໃຈ. ເຂົາ​ເຈົ້າ​ບໍ່​ເຄີຍ​ເຫັນ​ສິ່ງ​ແບບ​ນີ້​ມາ​ກ່ອນ. ເຂົາ​ເຈົ້າ​ເລີ່ມ​ເວົ້າ​ກັນ​ວ່າ: “ພະອົງ​ນີ້​ເປັນ​ຜູ້​ໃດ​ທີ່​ສັ່ງ​ແກ່​ລົມ​ແລະ​ນ້ຳ​ແລະ​ເຂົາ​ຍອມ​ຟັງ​ພະອົງ?”—ລືກາ 8:22-25; ມາລະໂກ 4:35-41.

ລູກ​ຮູ້​ບໍ​ວ່າ​ພະ​ເຍຊູ​ແມ່ນ​ໃຜ?— ລູກ​ຮູ້​ບໍ​ວ່າ​ພະອົງ​ໄດ້​ລິດເດດ​ອັນ​ຍິ່ງໃຫຍ່​ມາ​ຈາກ​ໃສ?— ພວກ​ສາວົກ​ບໍ່​ຄວນ​ຢ້ານ​ເມື່ອ​ພະ​ເຍຊູ​ຢູ່​ກັບ​ເຂົາ​ເຈົ້າ ເພາະ​ພະ​ເຍຊູ​ບໍ່​ແມ່ນ​ບຸກຄົນ​ທຳມະດາ. ພະອົງ​ສາມາດ​ເຮັດ​ສິ່ງ​ທີ່​ວິເສດ​ຫຼາຍ​ຢ່າງ​ເຊິ່ງ​ບໍ່​ມີ​ໃຜ​ເຮັດ​ໄດ້. ພໍ່ (ແມ່) ຈະ​ເລົ່າ​ໃຫ້​ລູກ​ຟັງ​ກ່ຽວ​ກັບ​ສິ່ງ​ອື່ນ​ອີກ​ທີ່​ພະອົງ​ເຮັດ​ຕອນ​ທີ່​ເກີດ​ພາຍຸ​ໃນ​ທະເລ.

ຕໍ່​ມາ​ໃນ​ມື້​ໜຶ່ງ. ເມື່ອ​ຮອດ​ເວລາ​ຕອນ​ແລງ ພະ​ເຍຊູ​ບອກ​ສາວົກ​ຂອງ​ພະອົງ​ໃຫ້​ຂຶ້ນ​ເຮືອ​ແລະ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ທະເລ​ກ່ອນ​ພະອົງ. ຈາກ​ນັ້ນ​ພະ​ເຍຊູ​ຂຶ້ນ​ໄປ​ເທິງ​ພູເຂົາ​ໂດຍ​ລຳພັງ. ນັ້ນ​ເປັນ​ສະຖານ​ທີ່​ທີ່​ງຽບ​ສະຫງົບ​ເຊິ່ງ​ພະອົງ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ພໍ່​ຂອງ​ພະອົງ.

ພວກ​ສາວົກ​ພາ​ກັນ​ຂຶ້ນ​ເຮືອ​ແລະ​ເລີ່ມ​ອອກ​ເດີນ​ທາງ​ຂ້າມ​ທະເລ. ແຕ່​ວ່າ​ບໍ່​ດົນ​ກໍ​ເລີ່ມ​ມີ​ລົມ​ພັດ​ມາ. ມັນ​ພັດ​ແຮງ​ຂຶ້ນ​ແຮງ​ຂຶ້ນ. ໃນ​ຂະນະ​ນັ້ນ​ເປັນ​ເວລາ​ຕອນ​ຄ່ຳ. ພວກ​ສາວົກ​ເອົາ​ໃບ​ເຮືອ​ລົງ​ແລະ​ເລີ່ມ​ຕົ້ນ​ພາຍ​ເຮືອ ແຕ່​ກໍ​ໄປ​ບໍ່​ໄດ້​ໄກ​ເພາະ​ຖືກ​ລົມ​ແຮງ​ພັດ​ຕ້ານ​ເຂົາ​ເຈົ້າ. ເຮືອ​ກຳລັງ​ສັ່ນ​ໄກວ​ໄປ​ໄກວ​ມາ​ໃນ​ຄື້ນ ແລະ​ນ້ຳ​ກຳລັງ​ສາດ​ເຂົ້າ​ມາ​ໃນ​ເຮືອ. ພວກ​ເຂົາ​ເຈົ້າ​ພາ​ກັນ​ພາຍ​ເຮືອ​ແບບ​ເອົາ​ເປັນ​ເອົາ​ຕາຍ​ເພື່ອ​ໃຫ້​ໄປ​ຮອດ​ຕາ​ຝັ່ງ ແຕ່​ກໍ​ເຮັດ​ບໍ່​ສຳເລັດ.

ພະ​ເຍຊູ​ຍັງ​ຄົງ​ຢູ່​ຕາມ​ລຳພັງ​ເທິງ​ພູເຂົາ. ພະອົງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນ​ນານ​ແລ້ວ. ແຕ່​ຕອນ​ນີ້​ພະອົງ​ເຫັນ​ວ່າ​ພວກ​ສາວົກ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ​ທ່າມກາງ​ຄື້ນ​ໃຫຍ່. ດັ່ງ​ນັ້ນ ພະອົງ​ຈຶ່ງ​ລົງ​ມາ​ຈາກ​ພູເຂົາ​ແລ້ວ​ໄປ​ທີ່​ແຄມ​ຕາ​ຝັ່ງ. ພະ​ເຍຊູ​ຕ້ອງການ​ຊ່ວຍ​ພວກ​ສາວົກ​ຂອງ​ພະອົງ ພະອົງ​ຈຶ່ງ​ເລີ່ມ​ຍ່າງ​ອອກ​ໄປ​ຫາ​ເຂົາ​ເຈົ້າ​ເທິງ​ໜ້າ​ທະເລ​ທີ່​ກຳລັງ​ເກີດ​ພາຍຸ!

ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ລູກ​ພະຍາຍາມ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ?— ລູກ​ຈະ​ຈົມ​ນ້ຳ​ແລະ​ອາດ​ຕາຍ​ໄດ້. ແຕ່​ພະ​ເຍຊູ​ບໍ່​ຈົມ​ນ້ຳ. ພະອົງ​ມີ​ລິດເດດ​ພິເສດ. ພະ​ເຍຊູ​ຍ່າງ​ດົນ​ເຕີບ​ຈຶ່ງ​ຮອດ​ເຮືອ. ດັ່ງ​ນັ້ນ​ເກືອບ​ຈະ​ແຈ້ງ​ແລ້ວ​ເມື່ອ​ພວກ​ສາວົກ​ເຫັນ​ພະ​ເຍຊູ​ກຳລັງ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ເຂົາ​ເຈົ້າ. ແຕ່​ພວກ​ເຂົາ​ເຈົ້າ​ບໍ່​ເຊື່ອ​ໃນ​ສິ່ງ​ທີ່​ພວກ​ຕົນ​ເຫັນ. ເຂົາ​ເຈົ້າ​ພາ​ກັນ​ຢ້ານ ແລະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ຢ້ານ. ຈາກ​ນັ້ນ​ພະ​ເຍຊູ​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ທ່ານ​ທັງ​ຫຼາຍ​ຈົ່ງ​ຊື່ນ​ໃຈ​ເຖີ້ນ ເປັນ​ຕົນ​ເຮົາ​ເອງ ຢ່າຊູ່​ຢ້ານ​ເຖີ້ນ.”

Jesus walks on water toward his disciples in a boat

ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ?

ທັນທີ​ທີ່​ພະ​ເຍຊູ​ຂຶ້ນ​ເຮືອ ພາຍຸ​ກໍ​ເຊົາ. ພວກ​ສາວົກ​ພາ​ກັນ​ປະຫຼາດ​ໃຈ​ອີກ. ເຂົາ​ເຈົ້າ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ພະ​ເຍຊູ​ແລະ​ເວົ້າ​ວ່າ: “ຈິງ​ແທ້​ພະອົງ​ເປັນ​ພະ​ບຸດ​ຂອງ​ພະເຈົ້າ.”—ມັດທາຍ 14:22-33; ໂຢຮັນ 6:16-21.

ຄົງ​ຈະ​ວິເສດ​ແມ່ນ​ບໍ​ຖ້າ​ໄດ້​ມີ​ຊີວິດ​ຢູ່​ໃນ​ສະໄໝ​ນັ້ນ​ແລະ​ໄດ້​ເຫັນ​ພະ​ເຍຊູ​ເຮັດ​ສິ່ງ​ຕ່າງໆ​ເຊັ່ນ​ນັ້ນ?— ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ຕ່າງໆ?— ພະອົງ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ເພາະ​ພະອົງ​ຮັກ​ພວກ​ສາວົກ​ແລະ​ຕ້ອງການ​ຊ່ວຍ​ເຂົາ​ເຈົ້າ. ແຕ່​ພະອົງ​ຍັງ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ເພື່ອ​ສະແດງ​ເຖິງ​ລິດເດດ​ອັນ​ຍິ່ງໃຫຍ່​ທີ່​ພະອົງ​ມີ​ແລະ​ຈະ​ໃຊ້​ລິດເດດ​ນັ້ນ​ໃນ​ອະນາຄົດ​ໃນ​ຖານະ​ເປັນ​ຜູ້​ປົກຄອງ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ.

A boy and his mother in the field ministry

ພະ​ເຍຊູ​ປົກ​ປ້ອງ​ຄຸ້ມຄອງ​ຜູ້​ທີ່​ຕິດ​ຕາມ​ພະອົງ​ແນວ​ໃດ​ໃນ​ປັດຈຸບັນ​ນີ້?

ແມ່ນ​ແຕ່​ໃນ​ເວລາ​ນີ້ ຫຼາຍ​ຄັ້ງ​ພະ​ເຍຊູ​ໄດ້​ໃຊ້​ລິດເດດ​ເພື່ອ​ປົກ​ປ້ອງ​ຄຸ້ມຄອງ​ຜູ້​ທີ່​ຕິດ​ຕາມ​ພະອົງ​ໃຫ້​ພົ້ນ​ຈາກ​ຊາຕານ​ເຊິ່ງ​ພະຍາຍາມ​ຈະ​ຢຸດ​ຢັ້ງ​ເຂົາ​ເຈົ້າ​ບໍ່​ໃຫ້​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ. ແຕ່​ພະ​ເຍຊູ​ບໍ່​ໄດ້​ໃຊ້​ລິດເດດ​ຂອງ​ພະອົງ​ເພື່ອ​ປົກ​ປ້ອງ​ຄຸ້ມຄອງ​ພວກ​ສາວົກ​ຂອງ​ພະອົງ​ຈາກ​ການ​ເຈັບ​ປ່ວຍ​ຫຼື​ປິ່ນປົວ​ເຂົາ​ເຈົ້າ​ເມື່ອ​ເຈັບ​ປ່ວຍ. ແມ່ນ​ແຕ່​ພວກ​ອັກຄະສາວົກ​ຂອງ​ພະ​ເຍຊູ ໃນ​ທີ່​ສຸດ​ກໍ​ຕາຍ​ໝົດ​ທຸກ​ຄົນ. ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ໄດ້​ຖືກ​ຂ້າ ແລະ​ສ່ວນ​ໂຢຮັນ​ເອງ​ກໍ​ຖືກ​ຄຸກ.—ກິດຈະການ 12:2; ຄຳປາກົດ 1:9.

ໃນ​ປັດຈຸບັນ​ນີ້​ກໍ​ຄ້າຍ​ຄື​ກັນ. ບໍ່​ວ່າ​ຜູ້​ຄົນ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບໍ່​ກໍ​ຕາມ ເຂົາ​ເຈົ້າ​ທຸກ​ຄົນ​ເຈັບ​ປ່ວຍ​ແລະ​ຕາຍ. ແຕ່​ວ່າ​ອີກ​ບໍ່​ດົນ ລະຫວ່າງ​ການ​ປົກຄອງ​ຂອງ​ພະ​ເຍຊູ​ໃນ​ຖານະ​ກະສັດ​ແຫ່ງ​ລັດຖະບານ​ຂອງ​ພະເຈົ້າ ສິ່ງ​ຕ່າງໆ​ຈະ​ບໍ່​ເປັນ​ແບບ​ນີ້. ເວລາ​ນັ້ນ​ຈະ​ບໍ່​ມີ​ໃຜ​ຮູ້ສຶກ​ຢ້ານ​ກົວ​ອີກ​ຕໍ່​ໄປ ເພາະ​ວ່າ​ພະ​ເຍຊູ​ຈະ​ໃຊ້​ລິດເດດ​ຂອງ​ພະອົງ​ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ຟັງ​ຈະ​ໄດ້​ຮັບ​ການ​ອວຍ​ພອນ.—ເອຊາອີ 9:6, 7.

ຂໍ້​ພະ​ຄຳພີ​ອື່ນ​ທີ່​ສະແດງ​ເຖິງ​ລິດເດດ​ອັນ​ຍິ່ງໃຫຍ່​ຂອງ​ພະ​ເຍຊູ​ຜູ້​ທີ່​ພະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຄື ດານຽນ 7:13, 14; ມັດທາຍ 28:18; ແລະ​ເອເຟດ 1:20-22.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌