ບົດ 74
ແນະນຳມາທາແລະສອນເລື່ອງການອະທິດຖານ
ໃນລະຫວ່າງທີ່ພະເຍຊູດຳເນີນການສັ່ງສອນໃນແຂວງຢູເດ ພະອົງເດີນທາງເຂົ້າໄປໃນບ້ານເບທະນີ. ນີ້ແມ່ນບ່ອນຢູ່ຂອງມາທາ ມາລີແລະນ້ອງຊາຍຊື່ລາຊະໂລ. ບາງທີພະເຍຊູເຄີຍພົບເຂົາເຈົ້າທັງສາມກ່ອນໜ້ານີ້ໃນງານສັ່ງສອນ ແລະດັ່ງນັ້ນພະອົງອາດຈະເປັນເພື່ອນສະໜິດກັບເຂົາເຈົ້າຢູ່ແລ້ວ. ຢ່າງໃດກໍຕາມ ເມື່ອພະເຍຊູໄປເຖິງບ້ານຂອງມາທາ ນາງໄດ້ຕ້ອນຮັບພະອົງດ້ວຍຄວາມຍິນດີ.
ມາທາເອົາໃຈໃສ່ຈົດຈໍ່ຈັດຫາອາຫານຢ່າງດີທີ່ສຸດເທົ່າທີ່ນາງຈະຫາໄດ້ມາລ້ຽງພະເຍຊູ. ຖືວ່າເປັນກຽດອັນສູງລື່ນແທ້ໆ ທີ່ພະເມຊີແຫ່ງຄຳສັນຍາມາຢ້ຽມຢາມ! ດັ່ງນັ້ນ ມາທາຈຶ່ງມົວເມົາໃນການບັນຈົງແຕ່ງກິນ ແລະເບິ່ງແຍງສິ່ງອື່ນໆ ອີກຫຼາຍສິ່ງຫຼາຍຢ່າງເພື່ອພະເຍຊູຈະໄດ້ພັກເຊົາຢ່າງເພີດເພີນແລະສະດວກສະບາຍ.
ສ່ວນມາລີນ້ອງສາວຂອງມາທາ ນາງກໍນັ່ງໃກ້ຕີນຂອງພະເຍຊູແລະຟັງພະອົງກ່າວ. ເມື່ອເວລາກາຍໄປໄດ້ຈັກໜ້ອຍໜຶ່ງ ມາທາເຂົ້າມາເວົ້ານຳພະເຍຊູວ່າ “ພະອົງເຈົ້າຂ້າພະອົງບໍ່ໄດ້ເອົາໃຈໃສ່ໃຫ້ນ້ອງຂ້າພະເຈົ້າປະຂ້າພະເຈົ້າກະທຳການບົວລະບັດແຕ່ຜູ້ດຽວຫຼື. ເຊີນບອກເພິ່ນມາຊ່ອຍຂ້າພະເຈົ້າແດ່.”
ພະເຍຊູບໍ່ໄດ້ບອກກັບມາລີແຕ່ຢ່າງໃດ. ພະອົງຊ້ຳພັດເຕືອນມາທາວ່າຢ່າກັງວົນເກີນໄປກັບສິ່ງຝ່າຍວັດຖຸ. ພະອົງວ່າກ່າວຢ່າງກະລຸນາວ່າ “ມາທາ ມາທາເອີຍ ນາງໄດ້ອຸກໃຈແລະມີລຳບາກດ້ວຍການຫຼາຍປະການ ແຕ່ສິ່ງດຽວເປັນທີ່ຕ້ອງປະສົງແທ້.” ພະເຍຊູກ່າວແນວນັ້ນເພື່ອຊີ້ວ່າ ບໍ່ຈຳເປັນທີ່ຈະໃຊ້ເວລາຫຼາຍໃນການກຽມອາຫານຫຼາຍເຍື່ອງ. ມີແຕ່ສອງສາມຢ່າງຫຼືພຽງຢ່າງດຽວກໍພໍແລ້ວ.
ມາທາມີເຈຕະນາດີ ນາງຢາກເປັນເຈົ້າພາບທີ່ເອື້ອເຟື້ອ. ເຖິງຢ່າງນັ້ນ ຄວາມເປັນຫ່ວງຫ້າງຫາການກິນຢູ່ ເປັນເຫດໃຫ້ນາງພາດໂອກາດທີ່ຈະໄດ້ຮັບຄຳແນະນຳເປັນສ່ວນຕົວຈາກພະບຸດຂອງພະເຈົ້າ! ດັ່ງນັ້ນ ພະເຍຊູສະຫລຸບວ່າ “ນາງມາລີໄດ້ເລືອກເອົາສ່ວນອັນດີນັ້ນທີ່ຈະບໍ່ຍົກເອົາໄປຈາກນາງ.”
ຕໍ່ມາ ໃນໂອກາດໜຶ່ງ ສາວົກຜູ້ໜຶ່ງໄດ້ຖາມພະເຍຊູວ່າ “ພະອົງເຈົ້າຂ້າ ເຊີນສັ່ງສອນພວກຂ້າພະເຈົ້າໃນການອ້ອນວອນ [“ອະທິດຖານ,” ລ.ມ.] ເໝືອນດັ່ງທ່ານໂຍຮັນໄດ້ສັ່ງສອນພວກລູກສິດແຫ່ງຕົນໃນການນັ້ນ.” ອາດເປັນໄດ້ວ່າສາວົກຄົນນີ້ບໍ່ຢູ່ຫັ້ນກ່ອນໜ້ານີ້ປະມານປີເຄິ່ງ ເມື່ອພະເຍຊູໄດ້ວາງແບບຢ່າງການອະທິດຖານໄວ້ໃນຄຳເທດເທິງພູເຂົາ. ດັ່ງນັ້ນ ພະເຍຊູໄດ້ກ່າວຊ້ຳຄຳສອນຂອງພະອົງອີກ ແລ້ວໄດ້ຍົກອຸປະມາເພື່ອຢ້ຳຄວາມຈຳເປັນທີ່ຕ້ອງອະທິດຖານຢ່າງບໍ່ລົດລະ.
ພະເຍຊູເລີ່ມກ່າວດັ່ງນີ້ “ຜູ້ໃດໃນພວກທ່ານມີສ່ຽວຜູ້ໜຶ່ງແລະໄປຫາເພິ່ນເວລາທ່ຽງຄືນຂໍເພິ່ນວ່າ ສ່ຽວເອີຍຂໍຢືມເຂົ້າຈີ່ຈັກສາມກ້ອນໃຫ້ເຮົາເທີ້ນ ເຫດວ່າສ່ຽວຜູ້ໜຶ່ງຂອງເຮົາໄດ້ມາແຕ່ເດີນທາງຮອດທີ່ເຮົາ ແລະເຮົາບໍ່ມີສິ່ງໜຶ່ງສິ່ງໃດຈະຖວາຍກັບເພິ່ນ. ແລະຜູ້ທີ່ຢູ່ທາງໃນຈະຕອບວ່າ ຢ່າຊູມາກວນເຮົາປະຕູງັບແລ້ວ ລູກທັງຫຼາຍຂອງເຮົາກໍນອນຢູ່ແລ້ວກັບເຮົາ ເຮົາລຸກໄປໃຫ້ກັບທ່ານບໍ່ໄດ້. ເຮົາກ່າວແກ່ທ່ານທັງຫຼາຍວ່າ ແມ່ນວ່າເພິ່ນຈະບໍ່ລຸກ ຈຶ່ງໃຫ້ເພາະເປັນສ່ຽວແຫ່ງຕົນສັນນັ້ນ. ເພາະເຫດການກວນຂອງສ່ຽວນັ້ນ ເພິ່ນຈະລຸກແລະໃຫ້ຕາມທີ່ສ່ຽວຕ້ອງການຢາກໄດ້.”
ໂດຍການປຽບທຽບນັ້ນ ພະເຍຊູບໍ່ໄດ້ສະແດງເປັນໄນວ່າພະເຢໂຫວາພະເຈົ້າບໍ່ເຕັມໃຈຕອບຄຳວິ່ງວອນເຊັ່ນດຽວກັບສ່ຽວໃນຄຳອຸປະມານັ້ນ. ພະອົງໄດ້ສະແດງໃຫ້ເຫັນວ່າ ຫາກສ່ຽວທີ່ບໍ່ເຕັມໃຈຍັງຕອບສະໜອງຜູ້ມຸ່ງຂໍຢ່າງບໍ່ລົດລະ ພະບິດາຜູ້ສະຖິດໃນສະຫວັນເຊິ່ງປ່ຽມດ້ວຍຄວາມຮັກຈະຕອບສະໜອງຫຼາຍກວ່ານັ້ນສ່ຳໃດ! ແລ້ວພະເຍຊູກ່າວຕໍ່ໄປວ່າ “ເຮົາກ່າວແກ່ທ່ານທັງຫຼາຍວ່າ ຈົ່ງຂໍແລະເຂົາຈະປະທານໃຫ້ແກ່ທ່ານ ຈົ່ງຊອກຫາ ແລະທ່ານຈະພົບ ຈົ່ງເຄາະແລະເຂົາຈະໄຂໃຫ້ທ່ານ. ເພາະວ່າຄົນທຸກຄົນທີ່ຂໍກໍຮັບເອົາ ແລະຜູ້ທີ່ຊອກຫາກໍພົບ ແລະເຂົາຈະໄຂໃຫ້ແກ່ຜູ້ທີ່ເຄາະ.”
ແລ້ວພະເຍຊູປຽບທຽບກັບບິດາທັງຫຼາຍເຊິ່ງເປັນມະນຸດທີ່ຜິດບາບ ບໍ່ສົມບູນວ່າ “ໃນພວກທ່ານມີຜູ້ໃດທີ່ເປັນພໍ່ . . . ຖ້າລູກຈະຂໍປາຕົວໜຶ່ງ ຈະເອົາງູຕາງປາໃຫ້ແກ່ເພິ່ນຫຼື. ຫຼືຖ້າລູກຂໍໄຂ່ ຈະເອົາແມງງອດໃຫ້ແກ່ເພິ່ນຫຼື. ເຫດສັນນີ້ ຖ້າທ່ານທັງຫຼາຍ ຜູ້ເປັນຄົນຊົ່ວຮ້າຍຍັງຮູ້ເອົາຂອງດີໃຫ້ລູກຂອງທ່ານ ຫຼາຍກວ່ານັ້ນອີກເທົ່າໃດ ພະບິດາທີ່ເປັນແຕ່ສະຫວັນຈະປະທານພະວິນຍານບໍລິສຸດໃຫ້ແກ່ຄົນທັງຫຼາຍທີ່ຂໍກັບພະອົງ.” ພະເຍຊູໃຫ້ຄຳສະໜັບສະຫນູນທີ່ກະຕຸ້ນໃຈອີ່ຫຼີ ເພື່ອເຮົາຈະບໍ່ອ່ອນລົງໄປໃນການອະທິດຖານ. ລຶກາ 10:38–11:13.
▪ ເປັນຫຍັງມາທາຈຶ່ງໄດ້ຈັດຕຽມອາຫານຕ້ອນຮັບພະເຍຊູຢ່າງເປັນການໃຫຍ່ແທ້?
▪ ມາລີເຮັດຫຍັງ ແລະເປັນຫຍັງພະເຍຊູຈຶ່ງກ່າວຊົມເຊີຍນາງແທນທີ່ຈະຊົມເຊີຍມາທາ?
▪ ເປັນຫຍັງພະເຍຊູຈຶ່ງໄດ້ແນະນຳເລື່ອງການອະທິດຖານຊ້ຳອີກ?
▪ ພະເຍຊູໃຊ້ຄຳອຸປະມາເພື່ອຊີ້ເຖິງຄວາມຈຳເປັນຕ້ອງອະທິດຖານຢ່າງບໍ່ລົດລະແນວໃດ?