ບົດ 78
ຈົ່ງຕຽມຕົວໄວ້ໃຫ້ພ້ອມ!
ພາຍຫຼັງໄດ້ເຕືອນຝູງຊົນກ່ຽວກັບຄວາມໂລບແລະຕັກເຕືອນສາວົກຂອງພະອົງໃຫ້ລະວັງການຝັກໃຝ່ຝ່າຍວັດຖຸຫຼາຍເກີນໄປ ພະເຍຊູກ່າວຫນູນໃຈວ່າ “ຄົນຝູງນ້ອຍເອີຍ [“ແກະຝູງນ້ອຍເອີຍ,” ທ.ປ.] ຢ່າຊູຢ້ານ ເພາະວ່າເປັນທີ່ຊອບໃຈແກ່ພະບິດາຂອງທ່ານທັງຫຼາຍ ຈະປະທານແຜ່ນດິນ [“ລາຊະອານາຈັກ,” ທ.ປ.] ໃຫ້ແກ່ທ່ານທັງຫຼາຍ.” ດ້ວຍວິທີນີ້ພະອົງເປີດເຜີຍວ່າມີພຽງຈຳນວນຂ້ອນຂ້າງໜ້ອຍ (ຕອນຫຼັງມີການລະບຸຈຳນວນ 144,000 ຄົນ) ຈະຢູ່ໃນລາຊະອານາຈັກຝ່າຍສະຫວັນ. ຄົນສ່ວນໃຫຍ່ທີ່ໄດ້ຮັບຊີວິດຕະຫຼອດໄປຈະເປັນໄພ່ເມືອງທາງແຜ່ນດິນໂລກພາຍໃຕ້ລາຊະອານາຈັກ.
“ລາຊະອານາຈັກ” ນັບວ່າເປັນລາງວັນວິເສດອີ່ຫຼີ! ໃນການພັນລະນາເຖິງອາການທີ່ພວກສາວົກສົມຄວນຕອບສະໜອງເມື່ອໄດ້ຮັບລາງວັນນັ້ນ ພະເຍຊູເຮ່ງຮ້າວເຂົາເຈົ້າວ່າ “ຈົ່ງຂາຍສິ່ງຂອງທີ່ທ່ານທັງຫຼາຍມີຢູ່ແລະໃຫ້ທານ.” ແມ່ນແລ້ວ ເຂົາເຈົ້າຄວນໃຊ້ຊັບສົມບັດທີ່ມີຢູ່ໃຫ້ເປັນປະໂຫຍດກັບຝ່າຍວິນຍານຂອງຜູ້ອື່ນແລະດ້ວຍເຫດນີ້ເຂົາຈຶ່ງໂຮມ “ຊັບສົມບັດໄວ້ໃນສະຫວັນເຊິ່ງບໍ່ຮູ້ໝົດ.” (ປ.ມ.)
ຕໍ່ຈາກນັ້ນ ພະເຍຊູຕັກເຕືອນເຫຼົ່າສາວົກໃຫ້ຢູ່ພ້ອມສະເໝີເພື່ອການກັບຄືນມາຂອງພະອົງ. ພະອົງບອກວ່າ “ຈົ່ງໃຫ້ແອວຂອງທ່ານທັງຫຼາຍຄາດໄວ້ແລ້ວ ແລະໂຄມໄຟໄຕ້ແລ້ວ. ແລະຕົວເອງຈົ່ງເປັນເໝືອນດັ່ງຄົນທີ່ຄອຍຖ້າ ຈົນເຈົ້ານາຍຂອງເຂົາຫຼົບມາແຕ່ການງານບ່າວສາວໃນຍາມໜຶ່ງຍາມໃດ ເພື່ອເວລາທ່ານຈະມາເຄາະປະຕູເຂົາຈະປືດໃຫ້ທ່ານໂລດ. ຂ້າໃຊ້ທັງຫຼາຍນັ້ນ ທີ່ເຈົ້ານາຍຈະພົບພວມເຝົ້າຢູ່ເມື່ອທ່ານຈະມາ ກໍເປັນສຸກຫຼາຍ ຈິງແທ້ເຮົາກ່າວແກ່ທ່ານທັງຫຼາຍວ່າ ທ່ານຈະຄາດແອວເອງແລະໃຫ້ເຂົານັ່ງໂຕະ ແລະຈະບົວລະບັດເຂົາ.”
ໃນຄຳອຸປະມາເລື່ອງນີ້ ການຢູ່ພ້ອມຂອງຂ້າໃຊ້ເມື່ອນາຍກັບມາແມ່ນເຫັນໄດ້ຈາກການດຶງເສື້ອຄຸມຍາວຂຶ້ນມາ ແລ້ວເໜັບໃສ່ຜ້າຮັດແອວໃຫ້ແໜ້ນໂດຍຮອບ ແລະເອົາໃຈໃສ່ໜ້າທີ່ຂອງຕົນຕໍ່ໄປຈົນຮອດເວລາກາງຄືນໂດຍອາໄສແສງຈາກຕະກຽງທີ່ໃສ່ນ້ຳມັນໄວ້ພຽງພໍ. ພະເຍຊູອະທິບາຍວ່າ ‘ຖ້ານາຍມາເວລາກາງຄືນໃນຍາມທີສອງ [ປະມານເກົ້າໂມງແລງເຖິງທ່ຽງຄືນ] ຫຼືໃນຍາມທີສາມ [ທ່ຽງຄືນຈົນເຖິງສາມໂມງເຊົ້າ] ແລະພົບເຂົາຢ່າງນັ້ນ ຂ້າໃຊ້ທັງຫຼາຍນັ້ນກໍເປັນສຸກຫຼາຍ!’
ນາຍໃຫ້ລາງວັນແກ່ຂ້າໃຊ້ຂອງຕົນໃນວິທີແປກໆ. ນາຍໄດ້ໃຫ້ຂ້າໃຊ້ເອນກາຍລົງທີ່ໂຕະແລ້ວເລີ່ມບົວລະບັດເຂົາເຈົ້າ. ນາຍບໍ່ໄດ້ປະຕິບັດກັບເຂົາເຈົ້າຄືກັບຂ້າໃຊ້ ແຕ່ແບບມິດສະຫາຍທີ່ພັກດີ. ນັບວ່າຂ້າໃຊ້ເຫຼົ່ານັ້ນໄດ້ບຳເໜັດທີ່ດີເລີດ ເນື່ອງຈາກເຂົາເຈົ້າເຮັດວຽກຕະຫຼອດຄືນບໍ່ຢຸດບໍ່ຢ່ອນລະຫວ່າງຄອຍຖ້ານາຍກັບຄືນມາ! ພະເຍຊູສະຫລຸບວ່າ “ທ່ານທັງຫຼາຍກໍເໝືອນກັນ ຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ຄຶດບໍ່ຝັນນັ້ນ ບຸດມະນຸດຈະສະເດັດມາ.” (ປ.ມ.)
ຕອນນີ້ເປໂຕຖາມວ່າ “ພະອົງເຈົ້າຂ້າ ພະອົງກ່າວຄຳອຸປະມານີ້ສຳລັບພວກຂ້າພະເຈົ້າ ຫຼືສຳລັບຄົນທັງປວງດ້ວຍ”?
ແທນທີ່ຈະຕອບກົງໆ ພະເຍຊູຍົກອຸທາຫອນອີກເລື່ອງໜຶ່ງຂຶ້ນມາແລະຖາມວ່າ “ຜູ້ໃດເປັນເຈົ້າພະນັກງານຜູ້ສັດຊື່ແລະສະຫຼາດທີ່ເຈົ້າເຮືອນ [“ນາຍ,” ປ.ມ.] ຈະຕັ້ງໄວ້ເທິງພວກຂ້າໃຊ້ແຫ່ງເຮືອນ ເພື່ອຈະຜອງເຂົ້າໃຫ້ແກ່ເຂົາໃນເວລາກຳນົດ. ຂ້າໃຊ້ນັ້ນເປັນສຸກທີ່ເຈົ້ານາຍເມືອມາຈະພົບພວມກະທຳຢູ່ຢ່າງນັ້ນ. ຈິງແທ້ເຮົາກ່າວແກ່ທ່ານທັງຫຼາຍວ່າທ່ານຈະຕັ້ງຂ້າໃຊ້ນັ້ນໄວ້ເທິງເຂົ້າຂອງທັງປວງຂອງທ່ານ.”
ປາກົດແຈ້ງວ່າ “ເຈົ້າເຮືອນ” ຫຼື “ນາຍ” ແມ່ນພະເຍຊູຄລິດ. “ເຈົ້າພະນັກງານ” ເປັນພາບເລັງເຖິງ “ແກະຝູງນ້ອຍ” ປະກອບດ້ວຍເຫຼົ່າສາວົກທີ່ເປັນກຸ່ມຄະນະ ແລະ “ຂ້າໃຊ້ແຫ່ງເຮືອນ” ພາດພິງເຖິງກຸ່ມດຽວກັບ 144,000 ຄົນເຊິ່ງໄດ້ຮັບລາຊະອານາຈັກຝ່າຍສະຫວັນ ແຕ່ຄຳເວົ້ານັ້ນເນັ້ນການງານຂອງແຕ່ລະຄົນ. “ເຂົ້າຂອງທັງປວງ” ທີ່ພະນັກງານ [ຂ້າໃຊ້] ສັດຊື່ຜູ້ໄດ້ຮັບການແຕ່ງຕັ້ງໃຫ້ເບິ່ງແຍງນັ້ນແມ່ນຜົນປະໂຫຍດຂອງເຈົ້າເຮືອນ [ນາຍ] ເທິງແຜ່ນດິນໂລກ ເຊິ່ງລວມເຖິງໄພ່ເມືອງແຫ່ງລາຊະອານາຈັກທີ່ຢູ່ທາງແຜ່ນດິນໂລກ.
ເມື່ອກ່າວຄຳອຸທາຫອນຕໍ່ໄປ ພະເຍຊູຊີ້ໃຫ້ເຫັນວ່າອາດເປັນໄປໄດ້ທີ່ສະມາຊິກຈຳພວກເຈົ້າພະນັກງານຫຼືຂ້າໃຊ້ນັ້ນບໍ່ແມ່ນທຸກຄົນຈະສັດຊື່ ໂດຍອະທິບາຍວ່າ “ຖ້າຂ້າໃຊ້ນັ້ນຄຶດໃນໃຈວ່າ ເຈົ້ານາຍຂອງຂ້າພະເຈົ້າມາຊ້ານານ. ແລະຕັ້ງຕົ້ນຕີພວກຂ້າໃຊ້ຊາຍຍິງແລະກິນແລະດື່ມຈົນເມົາໄປ ເຈົ້ານາຍຂອງຂ້າໃຊ້ນັ້ນຈະມາໃນວັນໜຶ່ງທີ່ເພິ່ນບໍ່ຄອຍຖ້າ . . . ແລະເຈົ້ານາຍຈະຜ່າເພິ່ນໃຫ້ເປັນສອງທ່ອນ [“ເຈົ້ານາຍຈະລົງໂທດເຂົາຢ່າງເຂັ້ມງວດ,” ລ.ມ.].”
ພະເຍຊູກ່າວວ່າ ການສະເດັດມາຂອງພະອົງເປັນເວລາທີ່ເດືອດຮ້ອນເປັນໄຟຕໍ່ພວກຢິວ ເພາະບາງຄົນຮັບເອົາຄຳສັ່ງສອນຂອງພະອົງແລະບາງຄົນປະຕິເສດ. ສາມປີກ່ອນໜ້ານັ້ນ ພະອົງໄດ້ຮັບບັບເຕມາໃນນ້ຳ ແຕ່ຕອນນີ້ການບັບເຕມາເຂົ້າສູ່ຄວາມຕາຍຂອງພະອົງກໍໃກ້ເຖິງຈຸດຈົບແລ້ວ ແລະດັ່ງທີ່ພະອົງກ່າວໄວ້ “ເຮົາກໍເປັນທຸກຫຼາຍທໍ່ໃດຈົນກວ່າການນີ້ຈະສຳເລັດ!” (ທ.ປ.)
ຫຼັງຈາກກ່າວຖ້ອຍຄຳເຫຼົ່ານີ້ໂດຍກົງຕໍ່ສາວົກຂອງພະອົງແລ້ວ ພະເຍຊູໄດ້ກ່າວຕໍ່ຝູງຊົນອີກເທື່ອໜຶ່ງ. ພະອົງເສົ້າໃຈທີ່ປະຊາຊົນດື້ດຶງບໍ່ຍອມຮັບຫຼັກຖານທີ່ຊັດເຈນກ່ຽວກັບເອກະລັກຂອງພະອົງແລະສິ່ງທີ່ເອກະລັກນັ້ນໝາຍເຖິງ. ພະອົງໃຫ້ຂໍ້ສັງເກດວ່າ “ເມື່ອທ່ານທັງຫຼາຍເຫັນເມກເກີດຂຶ້ນໃນທິດຕາເວັນຕົກ ພວກທ່ານກໍເວົ້າທັນທີວ່າ ຈະມີລົມແລະຝົນຕົກ. ແລ້ວກໍເປັນຢ່າງນັ້ນແທ້. ເມື່ອພວກທ່ານເຫັນລົມພັດມາແຕ່ທິດໃຕ້ ພວກທ່ານເວົ້າວ່າ ຈະຮ້ອນເອົ້າ. ແລ້ວກໍເປັນຢ່າງນັ້ນ. ໂອຄົນໜ້າຊື່ໃຈຄົດເຮີຍ ເຈົ້າທັງຫຼາຍຮູ້ຈັກສັງເກດຄວາມເປັນໄປຂອງແຜ່ນດິນແລະທ້ອງຟ້າ ແຕ່ເພາະເຫດໃດພວກເຈົ້າຈຶ່ງສັງເກດຄວາມເປັນໄປຂອງສະໄໝນີ້ບໍ່ໄດ້”? (ປ.ມ.) ລຶກາ 12:32-59.
▪ “ແກະຝູງນ້ອຍ” ປະກອບດ້ວຍຈຳນວນເທົ່າໃດ ແລະເຂົາເຈົ້າໄດ້ຮັບຫຍັງ?
▪ ພະເຍຊູເນັ້ນຢ່າງໃດເຖິງຄວາມຈຳເປັນທີ່ຜູ້ຮັບໃຊ້ຂອງພະອົງຄວນຕຽມຕົວໄວ້ໃຫ້ພ້ອມສະເໝີ?
▪ ໃນອຸທາຫອນຂອງພະເຍຊູ “ເຈົ້າເຮືອນ” (ຫຼື “ນາຍ”), “ເຈົ້າພະນັກງານ,” “ພວກຂ້າໃຊ້ແຫ່ງເຮືອນ” ແລະ “ເຂົ້າຂອງທັງປວງ” ແມ່ນໃຜ?