ບົດ 87
ຕຽມການສຳລັບອະນາຄົດດ້ວຍສະຕິປັນຍາທີ່ໃຊ້ການໄດ້
ພະເຍຊູຫາກໍ່ຈົບການເລົ່າເລື່ອງລູກໂຖງໃຫ້ຄົນກຸ່ມໜຶ່ງຟັງ ຄົນກຸ່ມນັ້ນປະກອບດ້ວຍສາວົກຂອງພະອົງ ຄົນເກັບພາສີທີ່ຂີ້ສໍ້ແລະຄົນຊົ່ວທີ່ຄົນທົ່ວໄປຮູ້ກັນ ທັງພວກສະໝຽນແລະຟາລິຊຽນ. ຕອນນີ້ພະອົງແນໃສ່ພວກສາວົກ ໂດຍເລົ່າອຸທາຫອນເລື່ອງເສດຖີເຊິ່ງໄດ້ຮັບລາຍງານບໍ່ຄ່ອຍດີກ່ຽວກັບພໍ່ບ້ານຫຼືເຈົ້າພະນັກງານຂອງຕົນ.
ຕາມທີ່ພະເຍຊູເລົ່າ ເສດຖີນັ້ນໄດ້ຮຽກເຈົ້າພະນັກງານມາແລະບອກໃຫ້ຮູ້ວ່າ ລາວຈະຖືກໄລ່ອອກຈາກການ. ເຈົ້າພະນັກງານເລີ່ມຄິດໃນໃຈວ່າ “ເຮົາຈະກະທຳສິ່ງໃດ ເຫດວ່າ ເຈົ້ານາຍໃຫ້ເຮົາອອກການເສຍ ເຮົາຂຸດດິນກໍບໍ່ໄດ້ ເຮົາລະອາຍຈະໄປຂໍທານ ເຮົາຮູ້ຈັກເຮົາຈະກະທຳສິ່ງໃດ ເພື່ອເຂົາຈະຮັບເຮົາໄວ້ໃນເຮືອນຂອງເຂົາ ເວລາເຮົາຈະອອກການແລ້ວ.”
ເຈົ້າພະນັກງານນັ້ນມີແຜນການຢ່າງໃດ? ລາວຮຽກຄົນທີ່ເປັນໜີ້ນາຍຂອງຕົນເອງມາພົບ. ແລ້ວຖາມວ່າ “ທ່ານເປັນໜີ້ຫຼາຍປານໃດກັບເຈົ້ານາຍຂອງເຮົາ”?
ຄົນທຳອິດຕອບວ່າ “ເປັນໜີ້ນ້ຳມັນໜຶ່ງຮ້ອຍຖັງ.”
ລາວສັ່ງລູກໜີ້ວ່າ “ທ່ານຈົ່ງເອົາໃບບານຊີຂອງທ່ານ ແລະຮີບນັ່ງລົງແລະຂຽນໄວ້ຫ້າສິບຖັງເທີ້ນ.”
ລາວຖາມອີກຄົນໜຶ່ງວ່າ “ຝ່າຍທ່ານ ທ່ານເປັນໜີ້ຫຼາຍປານໃດ”?
ຄົນນັ້ນຕອບວ່າ “ເປັນໜີ້ເຂົ້າເປືອກໜຶ່ງຮ້ອຍກຽນ.”
“ທ່ານຈົ່ງເອົາໃບບານຊີຂອງທ່ານແລະຂຽນໄວ້ແປດສິບກຽນເທີ້ນ.”
ເຈົ້າພະນັກງານນັ້ນມີສິດໃນການຜ່ອນໜີ້ໃຫ້ກັບລູກໜີ້ຂອງນາຍຈ້າງ ເນື່ອງຈາກລາວຍັງຢູ່ໃນໜ້າທີ່ດູແລການເງິນຂອງນາຍຈ້າງ. ໂດຍການລົດຢ່ອນຈຳນວນໜີ້ ລາວຜູກມິດກັບຄົນເຫຼົ່ານັ້ນເຊິ່ງເຂົາເຈົ້າອາດຕອບແທນບຸນຄຸນລາວໄດ້ ເມື່ອລາວຖືກໄລ່ອອກຈາກການ.
ເມື່ອນາຍຈ້າງໄດ້ຍິນເລື່ອງທີ່ເກີດຂຶ້ນກໍຮູ້ສຶກປະທັບໃຈ. ທີ່ຈິງລາວ “ຍົກຍ້ອງຜູ້ຈັດການທີ່ສໍ້ໂກງຄົນນີ້ວ່າ ລາວໄດ້ເຮັດດ້ວຍຄວາມສະຫຼາດ.” ທີ່ຈິງພະເຍຊູກ່າວເພີ່ມອີກວ່າ “ຄົນຝ່າຍໂລກນີ້ກໍເກ່ງໃນທຸລະກິດຂອງເຂົາກວ່າຄົນຝ່າຍຄວາມສະຫວ່າງ.” (ທ.ປ.)
ຕອນນີ້ ພະເຍຊູຊີ້ໃຫ້ເຫັນບົດຮຽນທີ່ສາວົກຈະໄດ້ຮັບ ໂດຍກ່າວສະໜັບສະຫນູນວ່າ “ຈົ່ງກະທຳສ່ຽວສຳລັບຕົວດ້ວຍເຂົ້າຂອງອັນບໍ່ຊອບທຳ ເພື່ອເວລາເຂົ້າຂອງນັ້ນຈະຫາຍໄປໝົດ ເຂົາຈະຮັບເອົາທ່ານທັງຫຼາຍໃນສຳນັກທີ່ຢູ່ໄປເປັນນິດ [“ໃນບ່ອນອາໄສອັນຖາວອນຕະຫຼອດໄປ,” ທ.ປ.].”
ພະເຍຊູບໍ່ໄດ້ຊົມເຊີຍຄວາມບໍ່ຊອບທຳຂອງເຈົ້າພະນັກງານຜູ້ນັ້ນ ແຕ່ກ່າວຊົມເຊີຍການເປັນຄົນມອງການໄກແລະສະຕິປັນຍາທີ່ໃຊ້ການໄດ້ຜົນຂອງລາວ. “ຄົນຝ່າຍໂລກນີ້” ມັກຈະໃຊ້ເງິນຫຼືຕຳແໜ່ງຂອງເຂົາເຈົ້າຢ່າງສະຫຼາດສຸຂຸມເພື່ອຜູກມິດກັບຄົນທີ່ສາມາດຕອບແທນບຸນຄຸນຕົນເອງໄດ້ຢູ່ສະເໝີ. ດັ່ງນັ້ນຜູ້ຮັບໃຊ້ພະເຈົ້າເຊິ່ງເປັນ “ຄົນຝ່າຍຄວາມສະຫວ່າງ” ຕ້ອງໃຊ້ສິ່ງທີ່ມີຄ່າຂອງຕົນເອງເຊິ່ງແມ່ນ “ສົມບັດອະທຳ” ຢ່າງສຸຂຸມເພື່ອເປັນປະໂຫຍດແກ່ຕົນເອງຄືກັນ.
ດັ່ງທີ່ພະເຍຊູກ່າວວ່າ ເຂົາເຈົ້າຄວນຈະໃຊ້ຊັບສົມບັດຜູກມິດກັບຄົນເຫຼົ່ານັ້ນເຊິ່ງອາດຕ້ອນຮັບເຂົາເຈົ້າໄວ້ໃນ “ບ່ອນອາໄສອັນຖາວອນຕະຫຼອດໄປ.” ສຳລັບຊົນຈຳພວກແກະຝູງນ້ອຍ ບ່ອນອາໄສອັນຖາວອນຕະຫຼອດໄປນີ້ໝາຍເຖິງຢູ່ໃນສະຫວັນ ສ່ວນ “ແກະອີກຝູງໜຶ່ງ” ບ່ອນອາໄສອັນຖາວອນຕະຫຼອດໄປແມ່ນແຜ່ນດິນໂລກທີ່ເປັນອຸທິຍານ. ເນື່ອງຈາກພະເຢໂຫວາພະເຈົ້າແລະພະບຸດຂອງພະອົງເທົ່ານັ້ນຈະຮັບຜູ້ຄົນເຂົ້າໄປຢູ່ໃນສະຖານທີ່ເຫຼົ່ານີ້ໄດ້ ເຮົາຄວນຂະຫຍັນໝັ່ນພຽນປູກຝັງມິດຕະພາບກັບພະອົງທັງສອງໂດຍການໃຊ້ “ສົມບັດອະທຳ” ຂອງເຮົາເພື່ອສະໜັບສະຫນູນຜົນປະໂຫຍດແຫ່ງລາຊະອານາຈັກ. ດັ່ງນັ້ນ ເມື່ອສົມບັດທີ່ໄຮ້ຄ່າສູນສິ້ນໄປຫຼືຖືກທຳລາຍດັ່ງທີ່ຈະເປັນເຊັ່ນນັ້ນແທ້ໆ ອະນາຄົດອັນຖາວອນຕະຫຼອດໄປຂອງເຮົາຍ່ອມເປັນເລື່ອງໝັ້ນໃຈໄດ້.
ພະເຍຊູກ່າວຕໍ່ໄປວ່າບຸກຄົນທີ່ສັດຊື່ເອົາໃຈໃສ່ເບິ່ງແຍງວັດຖຸສິ່ງຂອງແມ່ນແຕ່ຈະເປັນສິ່ງເລັກນ້ອຍທີ່ສຸດ ກໍຈະສັດຊື່ຄືກັນເມື່ອຕ້ອງເອົາໃຈໃສ່ເບິ່ງແຍງສິ່ງທີ່ມີຄວາມສຳຄັນກວ່າ. ພະອົງຈຶ່ງກ່າວຕໍ່ໄປວ່າ “ເຫດສັນນີ້ ຖ້າທ່ານທັງຫຼາຍບໍ່ໄດ້ເປັນສັດຊື່ໃນເຂົ້າຂອງອັນບໍ່ຊອບທຳແລ້ວ ໃຜຈະຝາກເຂົ້າຂອງອັນຈິງໄວ້ໃຫ້ແກ່ທ່ານ [ນັ້ນແມ່ນຜົນປະໂຫຍດຝ່າຍວິນຍານຫຼືລາຊະອານາຈັກ]. ແລະຖ້າທ່ານທັງຫຼາຍບໍ່ສັດຊື່ແລ້ວໃນສິ່ງຂອງຜູ້ອື່ນ [ຜົນປະໂຫຍດແຫ່ງລາຊະອານາຈັກເຊິ່ງພະເຈົ້າມອບໝາຍໃຫ້ກັບຜູ້ຮັບໃຊ້ຂອງພະອົງ] ໃຜຈະເອົາສິ່ງຂອງທ່ານໃຫ້ແກ່ທ່ານ [ລາງວັນເຊິ່ງເປັນຊີວິດຢູ່ໃນບ່ອນອາໄສອັນຖາວອນຕະຫຼອດໄປ]”?
ເຮົາບໍ່ອາດຈະເປັນຜູ້ຮັບໃຊ້ແທ້ຂອງພະເຈົ້າ ແລະໃນຂະນະດຽວກັນກໍເປັນທາດຂອງຊັບສົມບັດອະທຳຫຼືຊັບສົມບັດຝ່າຍວັດຖຸ ດັ່ງທີ່ພະເຍຊູໄດ້ສະຫລຸບດັ່ງນີ້ “ບໍ່ມີຜູ້ໃດອາດເປັນຂ້າໃຊ້ຂອງເຈົ້ານາຍສອງທ່ານໄດ້ ເຫດວ່າເພິ່ນຈະຊັງນາຍຜູ້ນີ້ ແລະຮັກນາຍຜູ້ນັ້ນ ຫຼືຈະຕິດພັນກັບນາຍຜູ້ນີ້ ແລະປະໝາດນາຍຜູ້ນັ້ນ ທ່ານທັງຫຼາຍອາດເປັນຂ້າໃຊ້ຂອງພະເຈົ້າແລະຂ້າໃຊ້ຂອງເຂົ້າຂອງເງິນຄຳກໍບໍ່ໄດ້.” ລຶກາ 15:1, 2; 16:1-13; ໂຍຮັນ 10:16.
▪ ເຈົ້າພະນັກງານໃນອຸທາຫອນຂອງພະເຍຊູໄດ້ຜູກມິດກັບຄົນເຫຼົ່ານັ້ນທີ່ອາດຈະຊ່ອຍລາວໄດ້ໃນພາຍຫຼັງໂດຍວິທີໃດ?
▪ “ສົມບັດອະທຳ” ແມ່ນຫຍັງ ແລະເຮົາຈະໃຊ້ຊັບນັ້ນຜູກມິດໄດ້ຢ່າງໃດ?
▪ ໃຜຈະຕ້ອນຮັບເຮົາໄວ້ໃນ “ບ່ອນອາໄສອັນຖາວອນຕະຫຼອດໄປ” ໄດ້ ແລະທີ່ຢູ່ເຫຼົ່ານັ້ນແມ່ນຢູ່ບ່ອນໃດແດ່?