ບົດ 103
ເດີນທາງໄປຢາມພະວິຫານອີກເທື່ອໜຶ່ງ
ພະເຍຊູກັບເຫຼົ່າສາວົກຫາກໍ່ຄ້າງຢູ່ໃນບ້ານເບທະນີເປັນຄືນທີສາມຕັ້ງແຕ່ເຂົາເຈົ້າເດີນທາງມາຈາກເມືອງເຢລິໂກ. ບັດນີ້ເປັນຕອນຮຸ່ງເຊົ້າຂອງວັນຈັນທີ 10 ເດືອນນີຊານ ເຂົາເຈົ້າກຳລັງກ້າວສູ່ເສັ້ນທາງທີ່ຈະໄປເມືອງເຢຣຶຊາເລມ. ພະເຍຊູຮູ້ສຶກຫິວ. ດັ່ງນັ້ນ ເມື່ອພະອົງເຫຼືອບເຫັນຕົ້ນໝາກເດື່ອເທດທີ່ມີໃບເຕັມຕົ້ນ ພະອົງຈຶ່ງເຂົ້າໄປໃກ້ຕົ້ນນັ້ນເພື່ອເບິ່ງວ່າຈະມີໝາກເດື່ອເທດຫຼືບໍ່.
ໃບຂອງຕົ້ນໄມ້ນັ້ນອອກໄວຜິດລະດູການ ເນື່ອງຈາກວ່າຍັງບໍ່ແມ່ນລະດູຂອງໝາກເດື່ອເທດທີ່ເກີດຂຶ້ນໃນເດືອນມິຖຸນາ ແລະຕອນນີ້ຍັງຢູ່ປາຍເດືອນມີນາເທົ່ານັ້ນ. ຢ່າງໃດກໍດີ ເບິ່ງຄືພະເຍຊູຮູ້ສຶກວ່າ ຖ້າຫາກໃບອອກໄວ ໝາກເດື່ອກໍຄວນຈະອອກໄວຄືກັນ ແຕ່ວ່າພະອົງຕ້ອງຜິດຫວັງ. ໃບຂອງຕົ້ນໝາກເດື່ອນັ້ນມີລັກສະນະຕົບຕາ. ແລ້ວພະເຍຊູໄດ້ສາບແຊ່ງຕົ້ນໄມ້ນັ້ນວ່າ “ຕັ້ງແຕ່ນີ້ຕໍ່ໄປ ບໍ່ໃຫ້ມີຜູ້ໃດກິນໝາກຂອງເຈົ້າສັກເທື່ອ.” ຜົນຈາກການສາບແຊ່ງຂອງພະເຍຊູແລະຄວາມໝາຍຂອງເລື່ອງນັ້ນປາກົດໃນຕອນເຊົ້າຂອງມື້ຕໍ່ມາ.
ເມື່ອເດີນທາງຕໍ່ໄປ ບໍ່ດົນພະເຍຊູກັບສາວົກກໍມາຮອດເມືອງເຢຣຶຊາເລມ. ພະອົງເຂົ້າໄປໃນພະວິຫານເຊິ່ງພະອົງໄດ້ກວດກາຕອນບ່າຍມື້ກ່ອນ. ຢ່າງໃດກໍດີ ມື້ນີ້ພະອົງປະຕິບັດແບບດຽວກັບພະອົງໄດ້ກະທຳເມື່ອສາມປີກ່ອນຕອນທີ່ພະອົງມາຮ່ວມສະຫຼອງເທສະການປັດສະຄາໃນປີສາກົນສັກກະຫຼາດ 30. ພະເຍຊູໄດ້ຂັບໄລ່ຄົນເຫຼົ່ານັ້ນທີ່ຊື້ຂາຍນຳກັນໃນພະວິຫານ ແລະຂວ້ຳໂຕະຂອງຄົນແລກເງິນກັບມ້ານັ່ງຂອງຄົນຂາຍນົກເຂົາ. ພະອົງບໍ່ອະນຸຍາດແມ່ນແຕ່ຜູ້ໃດຈະເອົາເຄື່ອງໃຊ້ຜ່ານເຂົ້າໄປໃນພະວິຫານ.
ໃນການປະນາມພວກທີ່ແລກປ່ຽນເງິນແລະຂາຍສັດໃນພະວິຫານນັ້ນ ພະອົງກ່າວວ່າ “ມີຄຳຂຽນໄວ້ວ່າ ວິຫານຂອງເຮົາຈະເປັນທີ່ຊື່ວ່າວິຫານແຫ່ງຄວາມອ້ອນວອນສຳລັບພວກປະເທດທັງປວງ ບໍ່ໃຊ່ຫຼື. ແຕ່ວ່າຝ່າຍທ່ານທັງຫຼາຍໄດ້ກະທຳໃຫ້ກາຍເປັນຖ້ຳແຫ່ງຫມູ່ຄົນຂະໂມຍ [“ໂຈນ,” ທ.ປ.].” ພວກເຂົາເປັນໂຈນກໍເພາະເຂົາຮຽກເອົາລາຄາແພງເກີນໄປຈາກຄົນເຫຼົ່ານັ້ນທີ່ບໍ່ຄ່ອຍຈະມີທາງເລືອກອື່ນນອກຈາກຕ້ອງຊື້ສັດທີ່ຈຳເປັນເພື່ອຖວາຍເປັນເຄື່ອງບູຊາຈາກເຂົາ. ດັ່ງນັ້ນ ພະເຍຊູຖືວ່າ ການເຮັດທຸລະກິດເຫຼົ່ານີ້ເປັນການຂູດຮີດຫຼືປຸ້ນຈີ້ອີກແບບໜຶ່ງ.
ເມື່ອພວກປະໂລຫິດໃຫຍ່ ພວກສະໝຽນ ແລະພວກຜູ້ເຖົ້າແກ່ໄດ້ຍິນສິ່ງທີ່ພະເຍຊູກະທຳນັ້ນ ພວກເຂົາຫາທາງຈະກຳຈັດພະອົງອີກ. ໂດຍວິທີນີ້ພວກເຂົາພິສູດວ່າປ່ຽນແປງຕົນໃຫ້ດີບໍ່ໄດ້. ເວລາດຽວກັນພວກເຂົາກໍບໍ່ຮູ້ວ່າຈະສັງຫານພະເຍຊູໄດ້ແນວໃດ ເນື່ອງຈາກຄົນທັງປວງຍຶດຕິດຢູ່ກັບພະອົງເພື່ອຈະຟັງສິ່ງທີ່ພະອົງກ່າວ.
ນອກຈາກຊາດຢິວໂດຍກຳເນີດແລ້ວ ຄົນຕ່າງຊາດກໍມາສະຫຼອງເທສະການປັດສະຄາ. ຄົນເຫຼົ່ານີ້ໄດ້ປ່ຽນຄວາມເຊື່ອເຂົ້າມາຖືສາສະໜາຂອງພວກຢິວ. ຊາວກຣີກບາງຄົນເຊິ່ງເປັນຜູ້ປ່ຽນສາສະໜາໄດ້ເຂົ້າໄປຫາຟີລິບເພື່ອຂໍພົບພະເຍຊູ. ຟີລິບໄປຫາອັນດະເລອາບາງທີເພື່ອຈະຖາມວ່າ ການພົບເຊັ່ນນັ້ນຈະເໝາະສົມຫຼືບໍ່. ເບິ່ງຄືວ່າພະເຍຊູຍັງຢູ່ທີ່ພະວິຫານ ບ່ອນທີ່ຊາວກຣີກຈະພົບເຫັນພະອົງໄດ້.
ພະເຍຊູຮູ້ວ່າ ພະອົງຈະມີຊີວິດຢູ່ພຽງບໍ່ອີກເທົ່າໃດມື້ ດັ່ງນັ້ນ ພະອົງຈຶ່ງຍົກຕົວຢ່າງເພື່ອອະທິບາຍສະພາບການຂອງພະອົງຢ່າງເໝາະເຈາະວ່າ “ຍາມໄດ້ມາແລ້ວທີ່ບຸດມະນຸດຈະຮັບລັດສະໝີ. ຈິງແທ້ໆ ເຮົາກ່າວແກ່ທ່ານທັງຫຼາຍວ່າ ເມັດເຂົ້າທີ່ຕົກໃນດິນຖ້າບໍ່ຕາຍມັນຢູ່ແຕ່ເມັດດຽວ ແຕ່ວ່າຖ້າມັນຕາຍມັນເກີດໝາກຫຼາຍ.”
ເຂົ້າເມັດໜຶ່ງມີຄ່າໜ້ອຍ. ແຕ່ຈະວ່າຢ່າງໃດຫາກເອົາເມັດນັ້ນໃສ່ໃນດິນແລະ “ຖ້າມັນຕາຍ” ມັນບໍ່ເປັນເມັດອີກແລ້ວ? ຕໍ່ຈາກນັ້ນມັນກໍຈະງອກຂຶ້ນ ເມື່ອເຖິງເວລາກໍໃຫຍ່ຂຶ້ນເປັນກ້ານທີ່ມີເມັດເຕັມຕົ້ນ. ໃນທຳນອງດຽວກັນ ພະເຍຊູເປັນມະນຸດສົມບູນແຕ່ຄົນດຽວທໍ່ນັ້ນ. ຖ້າຫາກວ່າສິ້ນພະຊົນດ້ວຍຄວາມສັດຊື່ຕໍ່ພະເຈົ້າ ພະອົງຈະກາຍເປັນຮ່ອງທາງໃນການຖ່າຍທອດຊີວິດຕະຫຼອດໄປໃຫ້ແກ່ຜູ້ສັດຊື່ເຊິ່ງມີນ້ຳໃຈເສຍສະລະຕົນເອງເຊັ່ນດຽວກັບພະອົງ. ດ້ວຍເຫດນີ້ ພະອົງຈຶ່ງກ່າວວ່າ “ຜູ້ທີ່ແພງຊີວິດແຫ່ງຕົນຫຼາຍກໍຈະເສຍຊີວິດ ແລະຜູ້ທີ່ຊັງຊີວິດແຫ່ງຕົນໃນໂລກນີ້ກໍຈະຮັກສາຊີວິດສຳລັບຊີວິດອັນຕະຫຼອດໄປເປັນນິດ.”
ປາກົດຊັດວ່າ ພະເຍຊູບໍ່ໄດ້ຄິດເຖິງແຕ່ພະອົງເອງເທົ່ານັ້ນ ເພາະວ່າພະອົງຊີ້ແຈງຕໍ່ໄປວ່າ “ຜູ້ໃດກໍຕາມທີ່ຢາກບົວລະບັດຮັບໃຊ້ເຮົາ ໃຫ້ຕິດຕາມເຮົາມາ. ເຮົາຢູ່ທີ່ໃດ ຜູ້ບົວລະບັດຮັບໃຊ້ເຮົາຈະຢູ່ທີ່ນັ້ນຄືກັນ. ຝ່າຍພະບິດາຂອງເຮົາຈະໃຫ້ກຽດແກ່ທຸກຄົນທີ່ບົວລະບັດຮັບໃຊ້ເຮົາ.” (ທ.ປ.) ເປັນບຳເໜັດທີ່ຍອດຢ້ຽມສ່ຳໃດສຳລັບຜູ້ທີ່ຕິດຕາມແລະປະຕິບັດພະເຍຊູ! ບຳເໜັດນັ້ນແມ່ນໄດ້ຮັບກຽດຈາກພະບິດາດ້ວຍການສົມທົບກັບພະຄລິດໃນລາຊະອານາຈັກ.
ເມື່ອຄິດເຖິງຄວາມທຸກທໍລະມານແລະຄວາມຕາຍຢ່າງເຈັບປວດເຊິ່ງລໍຖ້າພະອົງຢູ່ນັ້ນ ພະເຍຊູກ່າວຕໍ່ໄປວ່າ “ດຽວນີ້ຈິດໃຈຂອງເຮົາໄດ້ວຸ່ນວາຍແລະເຮົາຈະເວົ້າສິ່ງໃດ. ພະບິດາເຈົ້າຂ້າ ເຊີນຊ່ອຍຂ້າພະເຈົ້າໃຫ້ພົ້ນຈາກຍາມນີ້.” ຫາກວ່າສິ່ງທີ່ລໍຖ້າພະອົງຢູ່ຈະຫຼີກລ້ຽງໄດ້! ແຕ່ບໍ່ແມ່ນເຊັ່ນນັ້ນເລີຍ ດັ່ງທີ່ພະອົງກ່າວວ່າ “ແຕ່ວ່າເພາະການນັ້ນ ຂ້າພະເຈົ້າໄດ້ມາເຖິງຍາມນີ້.” ພະເຍຊູເຫັນພ້ອມກັບການຈັດຕຽມທັງໝົດຂອງພະເຈົ້າ ລວມທັງການຖວາຍຊີວິດຂອງພະອົງເອງເພື່ອເປັນເຄື່ອງບູຊາ. ມັດທາຽ 21:12, 13, 18, 19; ມາລະໂກ 11:12-18; ລຶກາ 19:45-48; ໂຍຮັນ 12:20-27.
▪ ເປັນຫຍັງພະເຍຊູຄາດໝາຍວ່າຈະພົບໝາກເດື່ອເທດແມ່ນວ່າບໍ່ເປັນລະດູການຂອງມັນກໍຕາມ?
▪ ເປັນຫຍັງພະເຍຊູຈຶ່ງເອີ້ນຄົນເຫຼົ່ານັ້ນທີ່ຄ້າຂາຍໃນພະວິຫານວ່າ “ຫມູ່ໂຈນ”?
▪ ພະເຍຊູເປັນຄືເມັດເຂົ້າທີ່ເປື່ອຍເນົ່າໃນແງ່ໃດ?
▪ ພະເຍຊູຮູ້ສຶກຢ່າງໃດເລື່ອງຄວາມທຸກທໍລະມານແລະຄວາມຕາຍທີ່ລໍຖ້າພະອົງຢູ່?