ບົດ 128
ພະເຍຊູມີຊີວິດຢູ່!
ເມື່ອເຫຼົ່າຜູ້ຍິງພົບວ່າອຸມົງຝັງສົບວ່າງເປົ່າ ມາລີມັກດາລາແລ່ນໄປບອກເປໂຕກັບໂຍຮັນ. ຢ່າງໃດກໍດີ ເບິ່ງຄືວ່າຜູ້ຍິງຄົນອື່ນໆ ຍັງຢູ່ທີ່ອຸມົງຝັງສົບ. ບໍ່ດົນທູດສະຫວັນອົງໜຶ່ງໄດ້ມາປາກົດຕົວແລະເຊີນພວກນາງເຂົ້າໄປທາງໃນ.
ຜູ້ຍິງເຫຼົ່ານັ້ນເຫັນທູດສະຫວັນອີກອົງໜຶ່ງຢູ່ຫັ້ນແລະອົງໜຶ່ງໃນທູດສະຫວັນເຫຼົ່ານີ້ບອກເຂົາເຈົ້າວ່າ “ຢ່າຊູຢ້ານ ເພາະວ່າເຮົາຮູ້ຈັກວ່າພວກນາງຊອກຫາພະເຍຊູຜູ້ເປັນທີ່ຄຶງໄວ້ທີ່ໄມ້ກາງເຂນແລ້ວ. ພະອົງບໍ່ຢູ່ທີ່ນີ້ ເພາະວ່າເປັນຄືນມາຈາກຕາຍແລ້ວຕາມທີ່ພະອົງໄດ້ບອກໄວ້ແລ້ວນັ້ນ. ພວກນາງຈົ່ງມາເບິ່ງບ່ອນທີ່ພະອົງໄດ້ຢູ່ນັ້ນເທີ້ນ. ແລະຈົ່ງຮີບໄປບອກພວກລູກສິດຂອງພະອົງວ່າ ພະອົງເປັນຄືນມາຈາກຫມູ່ຄົນຕາຍແລ້ວ.” ດັ່ງນັ້ນ ດ້ວຍຄວາມຢ້ານພ້ອມທັງຄວາມຍິນດີ ຜູ້ຍິງເຫຼົ່ານີ້ກໍໄດ້ແລ່ນອອກໄປເຊັ່ນກັນ.
ໃນລະຫວ່າງນັ້ນ ມາລີກໍເຫັນເປໂຕແລະໂຍຮັນ ແລ້ວນາງຈຶ່ງລາຍງານນຳເຂົາເຈົ້າວ່າ “ເຂົາໄດ້ເອົາພະອົງເຈົ້າອອກມາຈາກອຸມົງແລະຫມູ່ເຮົາບໍ່ຮູ້ຈັກເຂົາໄປວາງໄວ້ທີ່ໃດ.” ອັກຄະສາວົກທັງສອງຄົນແລ່ນອອກໄປທັນທີ. ໂຍຮັນແລ່ນໄວກວ່າອາດຈະຍ້ອນລາວຫນຸ່ມກວ່າ ແລະລາວຈຶ່ງໄປຮອດອຸມົງກ່ອນ. ຕອນນີ້ກຸ່ມຜູ້ຍິງໄດ້ອອກຈາກອຸມົງແລ້ວ ດັ່ງນັ້ນຈຶ່ງບໍ່ມີໃຜຢູ່ບໍລິເວນນັ້ນ. ເມື່ອໂຍຮັນກົ້ມລົງ ໄດ້ແນມເຂົ້າໄປໃນອຸມົງເຫັນຜ້າພັນວາງຢູ່ ຂະນະນັ້ນລາວຍັງຢູ່ນອກອຸມົງ.
ເມື່ອເປໂຕມາເຖິງ ລາວຟ້າວເຂົ້າໄປທາງໃນຢ່າງບໍ່ຊັກຊ້າ. ລາວເຫັນຜ້າພັນຕົວວາງຢູ່ຫັ້ນແລະຍັງມີຜ້າຄຽນຫົວຂອງພະເຍຊູ. ຜ້າພັນນັ້ນປະໄວ້ບ່ອນດຽວກັນ. ຕອນນີ້ໂຍຮັນເຂົ້າໄປໃນອຸມົງນຳ ແລະລາວເຊື່ອລາຍງານຂອງມາລີ. ທັງເປໂຕແລະໂຍຮັນພັດບໍ່ເຂົ້າໃຈວ່າພະເຍຊູຖືກປຸກໃຫ້ຟື້ນຄືນຈາກຕາຍ ເຖິງແມ່ນວ່າພະອົງບອກເຂົາເລື້ອຍໆ ວ່າ ພະອົງຈະຖືກປຸກໃຫ້ຟື້ນຄືນຈາກຕາຍກໍຕາມ. ດ້ວຍຄວາມງົງ ທັງສອງຈຶ່ງກັບເມືອເຮືອນ ແຕ່ມາລີເຊິ່ງກັບມາອຸມົງອີກຍັງຢູ່ຫັ້ນຕໍ່ໄປ.
ໃນລະຫວ່າງນັ້ນ ຜູ້ຍິງຄົນອື່ນໆ ຟ້າວໄປບອກເຫຼົ່າສາວົກວ່າພະເຍຊູຖືກປຸກໃຫ້ຟື້ນຄືນຈາກຕາຍຕາມທີ່ພວກທູດສະຫວັນໄດ້ບອກໃຫ້ເຂົາເຈົ້າເຮັດ. ຕອນເຂົາເຈົ້າກຳລັງແລ່ນໄປຕາມທາງໃຫ້ໄວເທົ່າທີ່ຈະເປັນໄປໄດ້ນັ້ນ ພະເຍຊູພົບເຫັນເຂົາເຈົ້າແລະກ່າວວ່າ “ຈົ່ງຈຳເລີນເທີ້ນ.” ເຂົາຄູ້ເຂົ່າກົ້ມລົງແລະຂາບພະອົງ. ແລ້ວພະເຍຊູກ່າວວ່າ “ຢ່າຊູຢ້ານ. ຈົ່ງໄປບອກພວກພີ່ນ້ອງຂອງເຮົາໃຫ້ເຂົາໄປແຂວງຄາລິເລ ແລະທີ່ນັ້ນເຂົາຈະເຫັນເຮົາ.”
ກ່ອນໜ້ານັ້ນ ຕອນທີ່ເກີດແຜ່ນດິນໄຫວແລະເຫຼົ່າທູດສະຫວັນໄດ້ມາປາກົດຕົວ ພວກທະຫານຍາມຕົກຊະເງີ້ຈົນໂຕແຂງ. ເມື່ອໄດ້ສະຕິ ເຂົາເຂົ້າໄປໃນເມືອງທັນທີເພື່ອແຈ້ງສິ່ງທີ່ເກີດຂຶ້ນໃຫ້ແກ່ປະໂລຫິດໃຫຍ່. ພາຍຫຼັງປຶກສາກັບ “ພວກຜູ້ເຖົ້າແກ່” ຂອງພວກຢິວ ເຂົາຈຶ່ງຕົກລົງກັນຈະພະຍາຍາມປົກປິດເລື່ອງນັ້ນໂດຍການຈ້າງສິນບົນພວກທະຫານ. ເຂົາສັ່ງພວກທະຫານວ່າ “ຫມູ່ເຈົ້າຈົ່ງກ່າວວ່າ ພວກລູກສິດຂອງທ່ານໄດ້ມາໃນກາງຄືນແລະລັກເອົາສົບທ່ານໄປເມື່ອຫມູ່ເຮົານອນຫຼັບຢູ່.”
ເນື່ອງຈາກທະຫານໂລມັນອາດຈະຖືກປະຫານຊີວິດເພາະນອນຫຼັບໃນເວລາເຝົ້າຍາມ ປະໂລຫິດຈຶ່ງສັນຍາວ່າ “ຖ້າຄວາມນີ້ [ລາຍງານເລື່ອງການນອນຫຼັບຂອງຫມູ່ເຈົ້າ] ມາເຖິງຫູຜູ້ຄຸ້ມຄອງ ຫມູ່ເຮົາຈະເວົ້າເອົາໃຈທ່ານແລະຊ່ອຍຫມູ່ເຈົ້າໃຫ້ພົ້ນອຸກໃຈ.” ເນື່ອງຈາກເງິນຊື້ຈ້າງນັ້ນເປັນເງິນກ້ອນໃຫຍ່ພໍສົມຄວນ ພວກທະຫານຈຶ່ງຍອມປະຕິບັດຕາມຄຳສັ່ງຂອງພວກເຂົາ. ຜົນກໍຄື ລາຍງານປອມເລື່ອງການລັກສົບ ຂອງພະເຍຊູໄດ້ແພ່ກະຈາຍໄປໃນຫມູ່ຄົນຢິວຢ່າງກວ້າງຂວາງ.
ມາລີມັກດາລາຜູ້ເຊິ່ງຍັງຢູ່ທາງຫຼັງຂອງອຸມົງຝັງສົບນັ້ນຮູ້ສຶກເສົ້າໂສກຫຼາຍ. ພະເຍຊູຈະຢູ່ໃສ? ເມື່ອກົ້ມເບິ່ງໃນອຸມົງ ນາງເຫັນທູດສະຫວັນນຸ່ງເສື້ອຂາວສອງອົງ ເຊິ່ງໄດ້ມາປາກົດອີກ! ອົງໜຶ່ງນັ່ງທາງຫົວແລະອີກອົງໜຶ່ງນັ່ງທາງຕີນບ່ອນທີ່ເຂົາເຄີຍປົງສົບຂອງພະເຍຊູ. ທູດທັງສອງຖາມນາງວ່າ “ຍິງເອີຍ ເປັນສັນໃດເຈົ້າຮ້ອງໄຫ້”?
ມາລີຕອບວ່າ “ເພາະເຂົາໄດ້ເອົາພະອົງເຈົ້າຂອງຂ້າພະເຈົ້າໄປ ແລະຂ້າພະເຈົ້າບໍ່ຮູ້ຈັກເຂົາໄດ້ວາງໄວ້ໃນທີ່ໃດ.” ເມື່ອນາງຫຼຽວກັບໄປຈຶ່ງເຫັນຜູ້ໜຶ່ງຖາມຊ້ຳອີກວ່າ “ຍິງເອີຍ ເປັນສັນໃດເຈົ້າຮ້ອງໄຫ້”? ຜູ້ນີ້ຖາມອີກວ່າ “ເຈົ້າຊອກຫາຜູ້ໃດ”?
ນາງຄິດວ່າຄົນນັ້ນເປັນຄົນເຝົ້າສວນເຊິ່ງອຸມົງຝັງສົບຕັ້ງຢູ່ຫັ້ນ ນາງເວົ້ານຳຊາຍຄົນນັ້ນວ່າ “ທ່ານເຈົ້າຂ້າ ຖ້າທ່ານໄດ້ເອົາພະອົງໄປ ເຊີນບອກໃຫ້ຂ້າພະເຈົ້າຮູ້ຈັກບ່ອນໃດທ່ານໄດ້ວາງພະອົງໄວ້ ແລະຂ້າພະເຈົ້າຈະໄປເອົາພະອົງອອກໄປ.”
ຊາຍຄົນນັ້ນເວົ້າວ່າ “ມາລີເອີຍ.” ວິທີເວົ້າທີ່ນາງລຶ້ງເຄີຍ ເຮັດໃຫ້ນາງສຳນຶກຂຶ້ນທັນທີວ່າຜູ້ນັ້ນແມ່ນພະເຍຊູ. ນາງອຸທານວ່າ “ລັບບໍນີ” (ແປວ່າ “ພະອາຈານ”). ດ້ວຍຄວາມຍິນດີທີ່ກັ້ນໄວ້ບໍ່ໄດ້ ນາງຈັບພະອົງໄວ້, ແຕ່ພະເຍຊູກ່າວຕໍ່ນາງວ່າ “ຢ່າສູ່ໜ່ວງດຶງເຮົາໄວ້ເທາະ. ເພາະເຮົາຍັງບໍ່ທັນຂຶ້ນໄປຫາພະບິດາ. ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກເຂົາວ່າເຮົາຈະຄືນເມືອຫາພະອົງຜູ້ເປັນພະບິດາຂອງເຮົາແລະພະບິດາຂອງພວກທ່ານ ຄືນເມືອຫາພະເຈົ້າຂອງເຮົາແລະພະເຈົ້າຂອງພວກທ່ານ.” (ທ.ປ.)
ຕອນນີ້ມາລີແລ່ນໄປບ່ອນທີ່ເຫຼົ່າອັກຄະສາວົກແລະສາວົກເຕົ້າໂຮມກັນ. ນາງເລົ່າຕື່ມເລື່ອງເຫດການຟື້ນຄືນຈາກຕາຍຂອງພະເຍຊູເຊິ່ງຜູ້ຍິງຄົນອື່ນໄດ້ລາຍງານແລ້ວ. ເຖິງຢ່າງນັ້ນກໍຕາມ ພວກຜູ້ຊາຍເຫຼົ່ານີ້ເຊິ່ງບໍ່ເຊື່ອຜູ້ຍິງກຸ່ມທຳອິດເບິ່ງຄືວ່າບໍ່ເຊື່ອຄຳເວົ້າຂອງມາລີຄືກັນ. ມັດທາຽ 28:3-15; ມາລະໂກ 16:5-8; ລຶກາ 24:4-12; ໂຍຮັນ 20:2-18.
▪ ຫຼັງຈາກພົບວ່າອຸມົງຝັງສົບວ່າງເປົ່າມາລີມັກດາລາເຮັດຫຍັງ ແລະພວກຜູ້ຍິງຄົນອື່ນໆ ປະສົບກັບເຫດການຫຍັງ?
▪ ເມື່ອເຫັນວ່າອຸມົງຝັງສົບວ່າງເປົ່າເປໂຕແລະໂຍຮັນມີປະຕິກິລິຍາແນວໃດ?
▪ ຕອນທີ່ຜູ້ຍິງຄົນອື່ນໆ ເດີນທາງໄປລາຍງານການຟື້ນຄືນຈາກຕາຍຂອງພະເຍຊູເຂົາໄດ້ປະເຊີນກັບຫຍັງ?
▪ ເກີດຫຍັງຂຶ້ນກັບທະຫານເຝົ້າຍາມ ແລະພວກປະໂລຫິດສະແດງອາການຢ່າງໃດຕໍ່ລາຍງານຂອງເຂົາ?
▪ ເມື່ອມາລີມັກດາລາຢູ່ທີ່ອຸມົງຝັງສົບຄົນດຽວມີຫຍັງເກີດຂຶ້ນ ແລະຈາກລາຍງານຂອງເຫຼົ່າຜູ້ຍິງສາວົກສະແດງອາການຫຍັງອອກມາ?