ບົດທີ 91
ພະເຢຊູຖືກປຸກໃຫ້ຄືນມາຈາກຕາຍ
ຫຼັງຈາກພະເຢຊູຕາຍແລ້ວ ຜູ້ຊາຍເສດຖີຄົນໜຶ່ງຊື່ໂຢເຊັບໄປຂໍປີລາດເພື່ອເອົາສົບຂອງພະເຢຊູລົງມາຈາກເສົາທໍລະມານ. ໂຢເຊັບພັນສົບພະເຢຊູດ້ວຍຜ້າລີນິນເນື້ອດີພ້ອມທັງໃສ່ເຄື່ອງຫອມນຳ. ລາວເອົາສົບເພິ່ນໄປໄວ້ໃນບ່ອນຝັງສົບທີ່ເຮັດຂຶ້ນໃໝ່ ແລ້ວກໍກິ້ງຫີນກ້ອນໃຫຍ່ໆມາອັດທາງເຂົ້າບ່ອນຝັງສົບໄວ້. ພວກຫົວໜ້າປະໂລຫິດບອກປີລາດວ່າ: ‘ພວກເຮົາຢ້ານວ່າລູກສິດບາງຄົນຂອງເຢຊູຈະມາລັກເອົາສົບຂອງລາວໄປ ແລ້ວບອກວ່າເຢຊູຄືນມາຈາກຕາຍແລ້ວ.’ ປີລາດຈຶ່ງບອກເຂົາເຈົ້າວ່າ: ‘ໃຫ້ຈ້ຳກາໃສ່ຫີນທີ່ອັດທາງເຂົ້າບ່ອນຝັງສົບແລະຈັດເວນຍາມເຝົ້າໄວ້.’
ຜ່ານໄປ 3 ມື້ ມີຜູ້ຍິງບາງຄົນໄປບ່ອນຝັງສົບຕັ້ງແຕ່ເຊົ້າໆແລະເຫັນວ່າຫີນທີ່ອັດທາງເຂົ້າບ່ອນຝັງສົບນັ້ນຖືກກິ້ງອອກໄປແລ້ວ. ເມື່ອເຂົ້າໄປໃນບ່ອນຝັງສົບ ມີທູດສະຫວັນອົງໜຶ່ງບອກເຂົາເຈົ້າວ່າ: ‘ບໍ່ຕ້ອງຢ້ານ ພະເຢຊູຖືກປຸກໃຫ້ຄືນມາຈາກຕາຍແລ້ວ. ໃຫ້ໄປບອກພວກລູກສິດຂອງເພິ່ນວ່າໃຫ້ໄປເຈິເພິ່ນຢູ່ແຂວງຄາລີເລ.’
ມາຣິອາມັກດາເລນຟ້າວໄປຊອກຫາເປໂຕກັບໂຢຮັນແລະບອກເຂົາເຈົ້າວ່າ: ‘ມີຄົນເອົາສົບພະເຢຊູໄປແລ້ວ!’ ເປໂຕກັບໂຢຮັນຈຶ່ງແລ່ນໄປເບິ່ງບ່ອນຝັງສົບ. ເມື່ອເຂົາເຈົ້າບໍ່ເຫັນສົບພະເຢຊູ ເຂົາເຈົ້າກໍພາກັນກັບເມືອເຮືອນ.
ເມື່ອມາຣິອາກັບມາບ່ອນຝັງສົບອີກ ລາວກໍເຫັນທູດສະຫວັນ 2 ອົງຢູ່ໃນຫັ້ນ. ລາວເວົ້າກັບທູດສະຫວັນວ່າ: ‘ຂ້ອຍບໍ່ຮູ້ວ່າເຂົາເຈົ້າເອົານາຍຂອງຂ້ອຍໄປໄວ້ໃສ.’ ແລ້ວລາວກໍເຫັນຜູ້ຊາຍຄົນໜຶ່ງແລະຄິດວ່າເປັນຄົນເຝົ້າສວນ ລາວຈຶ່ງຖາມວ່າ: ‘ທ່ານເອີ້ຍ! ບອກຂ້ອຍແດ່ວ່າທ່ານເອົາເພິ່ນໄປໄວ້ໃສ.’ ແຕ່ເມື່ອຜູ້ຊາຍຄົນນັ້ນເວົ້າວ່າ: “ມາຣິອາເອີ້ຍ!” ລາວກໍຮູ້ເລີຍວ່າແມ່ນພະເຢຊູ. ລາວຈຶ່ງຮ້ອງອອກມາວ່າ: “ອາຈານ!” ແລ້ວລາວກໍເຂົ້າໄປກອດເພິ່ນ. ພະເຢຊູບອກລາວວ່າ: ‘ໃຫ້ໄປບອກພວກພີ່ນ້ອງຂອງຂ້ອຍວ່າເຈົ້າໄດ້ເຫັນຂ້ອຍ.’ ມາຣິອາຈຶ່ງຟ້າວແລ່ນໄປບອກພວກລູກສິດວ່າລາວເຫັນພະເຢຊູ.
ໃນມື້ດຽວກັນນັ້ນ ລູກສິດ 2 ຄົນເດີນທາງຈາກເຢຣູຊາເລັມໄປເອມມາອຸດ ແລ້ວມີຜູ້ຊາຍຄົນໜຶ່ງເຂົ້າໄປຫາເຂົາເຈົ້າແລະຖາມເຂົາເຈົ້າວ່າລົມກັນເລື່ອງຫຍັງຢູ່. ເຂົາເຈົ້າຕອບວ່າ: ‘ເຈົ້າບໍ່ໄດ້ຍິນຂ່າວບໍ? 3 ມື້ກ່ອນພວກຫົວໜ້າປະໂລຫິດໄດ້ຂ້າພະເຢຊູ. ແລ້ວມື້ນີ້ ມີຜູ້ຍິງບາງຄົນເວົ້າວ່າເພິ່ນຄືນມາມີຊີວິດແລ້ວ!’ ຜູ້ຊາຍຄົນນັ້ນຈຶ່ງຖາມວ່າ: ‘ພວກເຈົ້າບໍ່ເຊື່ອພວກຜູ້ພະຍາກອນບໍ? ເຂົາເຈົ້າຕອບວ່າພະຄລິດຈະຕາຍແລະຖືກປຸກໃຫ້ຄືນມາຈາກຕາຍ.’ ແລ້ວຜູ້ຊາຍຄົນນັ້ນກໍອະທິບາຍຂໍ້ພະຄຳພີໃຫ້ເຂົາເຈົ້າຟັງ. ເມື່ອມາຮອດເອມມາອຸດ ພວກລູກສິດຊວນລາວໃຫ້ມາພັກກັບເຂົາເຈົ້າ. ກ່ອນຊິກິນເຂົ້າແລງ ລາວຈັບເຂົ້າຈີ່ຂຶ້ນມາແລະອະທິດຖານ ລູກສິດທັງ 2 ຄົນກໍຮູ້ເລີຍວ່າລາວແມ່ນພະເຢຊູ ແລ້ວເພິ່ນກໍຫາຍແວັບໄປ.
ລູກສິດທັງ 2 ຄົນຈຶ່ງຟ້າວກັບໄປເຮືອນທີ່ພວກອັກຄະສາວົກລວມກັນຢູ່ໃນເມືອງເຢຣູຊາເລັມແລະບອກເຂົາເຈົ້າວ່າເກີດຫຍັງຂຶ້ນ. ຕອນທີ່ເຂົາເຈົ້າຢູ່ຫັ້ນ ພະເຢຊູກໍມາໃຫ້ເຂົາເຈົ້າທຸກຄົນເຫັນ. ທຳອິດ ພວກອັກຄະສາວົກບໍ່ເຊື່ອວ່າແມ່ນພະເຢຊູ. ເພິ່ນຈຶ່ງເວົ້າວ່າ: ‘ຈັບມືຂ້ອຍເບິ່ງແມ້ ເພາະມີຄຳຂຽນໄວ້ວ່າພະຄລິດຈະຟື້ນຄືນມາຈາກຕາຍ.’
“ຂ້ອຍເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ. ບໍ່ມີຜູ້ໃດທີ່ຈະໄປຫາພະເຈົ້າຜູ້ເປັນພໍ່ໄດ້ນອກຈາກມາທາງຂ້ອຍ.”—ໂຢຮັນ 14:6