ບົດ 131
ການປາກົດຕົວເທື່ອສຸດທ້າຍ ແລະວັນເພນເຕກອດປີສາກົນສັກກະຫຼາດ 33
ມື້ໜຶ່ງພະເຍຊູໄດ້ກະກຽມເພື່ອພົບກັບອັກຄະສາວົກ 11 ຄົນທີ່ພູເຂົາຄາລິເລ. ສາວົກຄົນອື່ນໆ ກໍໄດ້ຮັບແຈ້ງໃຫ້ຮູ້ເລື່ອງການປະຊຸມນັ້ນ ແລະຈຳນວນຄົນທີ່ມາຊຸມນຸມກັນທັງໝົດມີຫຼາຍກວ່າ 500 ຄົນ. ການປະຊຸມໃຫຍ່ເທື່ອນີ້ມີຄວາມຍິນດີຫຼາຍອີ່ຫຼີເມື່ອພະເຍຊູມາປາກົດຕົວແລະເລີ່ມສັ່ງສອນເຂົາເຈົ້າ!
ສິ່ງໜຶ່ງທີ່ພະເຍຊູໄດ້ຊີ້ແຈງແກ່ຝູງຊົນແມ່ນ ພະເຈົ້າໄດ້ປະທານອຳນາດທັງໝົດໃນສະຫວັນແລະແຜ່ນດິນໂລກໃຫ້ແກ່ພະອົງ. ພະອົງຊີ້ແນະວ່າ “ຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ ໃຫ້ເຂົາຮັບສິນບັບເຕມາໃນນາມຊື່ແຫ່ງພະບິດາແລະພະບຸດແລະພະວິນຍານບໍລິສຸດ. ຈົ່ງສັ່ງສອນເຂົາໃຫ້ຖືຮັກສາສິ່ງທັງປວງທີ່ເຮົາໄດ້ສັ່ງໄວ້ແກ່ທ່ານທັງຫຼາຍແລ້ວ.”
ລອງຄິດເບິ່ງ! ຊາຍ, ຍິງ, ແລະເດັກນ້ອຍທຸກຄົນໄດ້ຮັບມອບໝາຍໃຫ້ມີສ່ວນໃນວຽກເພື່ອເຮັດໃຫ້ຄົນເປັນສາວົກ. ພວກຜູ້ຕໍ່ຕ້ານຈະພະຍາຍາມໃຫ້ເຂົາເຈົ້າເຊົາການປະກາດແລະສັ່ງສອນ ແຕ່ພະເຍຊູໃຫ້ກຳລັງໃຈວ່າ “ຈົ່ງເບິ່ງ ຝ່າຍເຮົາ ເຮົາສະຖິດຢູ່ກັບທ່ານທັງຫຼາຍທຸກວັນ ທຸກວັນຈົນເຖິງທີ່ສຸດໂລກ.” ພະເຍຊູຢູ່ນຳເຫຼົ່າສາວົກໂດຍທາງພະວິນຍານບໍລິສຸດ ເພື່ອຊ່ວຍເຂົາເຈົ້າເຮັດວຽກຮັບໃຊ້ໃຫ້ສຳເລັດ.
ໃນລະຫວ່າງ 40 ວັນ ພະເຍຊູໄດ້ສຳແດງຕົວເພື່ອພິສູດໃຫ້ພວກສາວົກເຫັນວ່າ ພະອົງມີຊີວິດຟື້ນຄືນຈາກຕາຍ. ໃນລະຫວ່າງການປາກົດຕົວຢູ່ນີ້ ພະອົງໄດ້ສອນເລື່ອງລາຊະອານາຈັກຂອງພະເຈົ້າໃຫ້ແກ່ເຂົາເຈົ້າ ແລະໄດ້ເນັ້ນເຖິງສິ່ງທີ່ເຂົາເຈົ້າຄວນຈະຮັບຜິດຊອບໃນຖານະເປັນສາວົກ. ໃນໂອກາດໜຶ່ງ ພະອົງຍັງໄດ້ປາກົດຕົວແກ່ຍາໂກໂບນ້ອງຊາຍຄົນລະພໍ່ຂອງພະອົງ ເຊິ່ງເຮັດໃຫ້ນ້ອງຜູ້ທີ່ບໍ່ທັນມີຄວາມເຊື່ອນີ້ໝັ້ນໃຈວ່າພະອົງເປັນພະຄລິດແທ້ໆ.
ຕອນທີ່ອັກຄະສາວົກຍັງຢູ່ທີ່ແຂວງຄາລິເລ ປາກົດວ່າພະເຍຊູສັ່ງໃຫ້ເຂົາເຈົ້າກັບໄປເມືອງເຢຣຶຊາເລມ. ເມື່ອປະຊຸມນຳເຂົາເຈົ້າຢູ່ທີ່ນັ້ນ ພະອົງສັ່ງວ່າ “ພວກທ່ານຢ່າອອກໄປຈາກເມືອງເຢຣຶຊາເລມ ແຕ່ວ່າຈົ່ງຄອງຫາຍັງຄຳປະຕິຍານແຫ່ງພະບິດາອັນທີ່ພວກທ່ານໄດ້ຍິນແຕ່ເຮົາແລ້ວ. ເພາະວ່າທ່ານໂຍຮັນໄດ້ໃຫ້ຮັບສິນບັບເຕມາດ້ວຍນ້ຳກໍແມ່ນ ແຕ່ວ່າຍັງບໍ່ຫຼາຍວັນທ່ານທັງຫຼາຍຈະຮັບສິນບັບເຕມາດ້ວຍພະວິນຍານບໍລິສຸດ.”
ຫຼັງຈາກນັ້ນ ພະເຍຊູປະຊຸມກັບອັກຄະສາວົກຂອງພະອົງອີກ ແລ້ວພາເຂົາເຈົ້າອອກຈາກເມືອງໄປຈົນຮອດບ້ານເບທະນີ ເຊິ່ງຕັ້ງຢູ່ເທິງເນີນທາງຕາເວັນອອກຂອງພູເຂົາກົກໝາກກອກ. ແປກປະຫຼາດແທ້ໆ ເຖິງແມ່ນວ່າທຸກສິ່ງທີ່ພະອົງກ່າວກ່ຽວຂ້ອງກັບການທີ່ພະອົງຈະໄປສະຫວັນໃນອີກບໍ່ດົນ ເຂົາເຈົ້າກໍຍັງເຊື່ອວ່າລາຊະອານາຈັກຂອງພະອົງຈະຕັ້ງຂຶ້ນເທິງແຜ່ນດິນໂລກ. ດັ່ງນັ້ນເຂົາເຈົ້າຈຶ່ງຖາມວ່າ “ພະອົງເຈົ້າຂ້າ ໃນເວລາບັດນີ້ພະອົງຈະເອົາແຜ່ນດິນ [“ລາຊະອານາຈັກ,” ປ.ມ.] ຕັ້ງໃຫ້ອີກແກ່ພວກຍິດສະລາເອນຫຼື”?
ແທນທີ່ຈະພະຍາຍາມແກ້ໄຂຄວາມຄິດຜິດໆ ຂອງເຂົາເຈົ້າ ພະເຍຊູພຽງແຕ່ຕອບວ່າ “ບໍ່ເປັນການຂອງພວກທ່ານທີ່ຈະໄດ້ຮູ້ຍັງຄາວແລະເວລາກຳນົດທັງຫຼາຍທີ່ພະບິດາໄດ້ຕັ້ງໄວ້ໃນອຳນາດແຫ່ງພະອົງອົງດຽວ.” ຕໍ່ຈາກນັ້ນ ພະອົງໄດ້ເນັ້ນອີກເທື່ອໜຶ່ງເຖິງວຽກທີ່ເຂົາເຈົ້າຕ້ອງເຮັດ ໂດຍກ່າວວ່າ “ເມື່ອພະວິນຍານບໍລິສຸດຈະລົງມາເທິງພວກທ່ານແລ້ວ ພວກທ່ານຈະຮັບອຳນາດແລະຈະເປັນພິຍານຝ່າຍເຮົາໃນເມືອງເຢຣຶຊາເລມແລະທົ່ວໄປໃນແຂວງຢູເດ ແລະໃນແຂວງສະມາລີ ແລະໄປເຖິງທີ່ສຸດແຜ່ນດິນໂລກ.”
ໃນລະຫວ່າງທີ່ເຂົາເຈົ້າຍັງເບິ່ງຢູ່ນັ້ນ ພະເຍຊູເລີ່ມເຫາະຂຶ້ນໄປສະຫວັນ ຕໍ່ຈາກນັ້ນເຂົາເຈົ້າກໍບໍ່ເຫັນພະອົງອີກເພາະເມກໄດ້ບັງພະອົງໄວ້. ພາຍຫຼັງປ່ຽນຈາກກາຍເນື້ອໜັງແລ້ວ ພະອົງຈຶ່ງຂຶ້ນສູ່ສະຫວັນໃນຖານະກາຍວິນຍານ. ຕອນທີ່ອັກຄະສາວົກ 11 ຄົນຈ້ອງເບິ່ງທ້ອງຟ້າຢູ່ນັ້ນ ມີຊາຍສອງຄົນໃສ່ເສື້ອສີຂາວໄດ້ປາກົດຢູ່ຂ້າງເຂົາເຈົ້າ. ທູດສະຫວັນທີ່ແປງກາຍເປັນມະນຸດເຫຼົ່ານີ້ຖາມວ່າ “ພວກຊາວຄາລິເລເອີຍ ເຫດສັນໃດທ່ານທັງຫຼາຍຢືນເບິ່ງໄປໃນທ້ອງຟ້າ. ພະເຍຊູອົງນີ້ທີ່ໄດ້ເຫາະຂຶ້ນຈາກພວກທ່ານເຂົ້າໄປໃນສະຫວັນກໍຈະສະເດັດລົງມາເໝືອນດັ່ງພວກທ່ານໄດ້ເຫັນພະອົງເຂົ້າໄປໃນສະຫວັນ.”
ລັກສະນະທີ່ພະເຍຊູຫາກໍ່ລາຈາກແຜ່ນດິນໂລກໄປບໍ່ໄດ້ປ່າວບອກແກ່ຜູ້ໃດ ມີແຕ່ສາວົກທີ່ສັດຊື່ເທົ່ານັ້ນເຊິ່ງສັງເກດເຫັນ. ດັ່ງນັ້ນ ພະອົງຈະກັບມາໃນລັກສະນະດຽວກັນ—ໂດຍບໍ່ຄຶກໂຄມມີແຕ່ສາວົກທີ່ສັດຊື່ເທົ່ານັ້ນຈະສັງເກດເຂົ້າໃຈວ່າ ພະອົງໄດ້ສະເດັດກັບມາແລ້ວແລະເລີ່ມປະທັບດ້ວຍອຳນາດແຫ່ງລາຊະອານາຈັກ.
ຕອນນີ້ເຫຼົ່າອັກຄະສາວົກລົງຈາກພູເຂົາກົກໝາກກອກ ຂ້າມຮ່ອມພູເຊດຣົນແລ້ວເຂົ້າໄປໃນເມືອງເຢຣຶຊາເລມອີກເທື່ອໜຶ່ງ. ເຂົາເຈົ້າຢູ່ທີ່ນັ້ນຕາມຄຳສັ່ງຂອງພະເຍຊູ. ສິບມື້ຕໍ່ມາແມ່ນປີສາກົນສັກກະຫຼາດ 33 ທີ່ຊາວຢິວສະຫຼອງເທສະການເພນເຕກອດ ຂະນະທີ່ສາວົກປະມານ 120 ຄົນຊຸມນຸມກັນໃນຫ້ອງຊັ້ນເທິງໃນເມືອງເຢຣຶຊາເລມ ໄດ້ມີສຽງຄືພາຍຸພັດແຮງດັງສະໜັ່ນຫວັ່ນໄຫວໄປທົ່ວເຮືອນ. ແປວໄຟທີ່ມີລັກສະນະຄືກັບລີ້ນກໍປາກົດໃຫ້ເຫັນຢູ່ເທິງຫົວຂອງແຕ່ລະຄົນທີ່ມາຊຸມນຸມກັນ ແລະສາວົກທຸກຄົນເລີ່ມຕົ້ນເວົ້າເປັນພາສາຕ່າງໆ. ນີ້ເປັນການເທພະວິນຍານບໍລິສຸດຕາມຄຳສັນຍາທີ່ພະເຍຊູໄດ້ໃຫ້ໄວ້! ມັດທາຽ 28:16-20; ລຶກາ 24:49-52; 1 ໂກລິນໂທ 15:5-7; ກິດຈະການ 1:3-15; 2:1-4.
▪ ຕອນທີ່ຢູ່ເທິງພູເຂົາໃນແຂວງຄາລິເລ ພະເຍຊູໄດ້ໃຫ້ຄຳສັ່ງສອນອຳລາແກ່ຜູ້ໃດ ແລະຄຳສັ່ງສອນເຫຼົ່ານີ້ແມ່ນຫຍັງ?
▪ ພະເຍຊູຈັດໃຫ້ມີຄຳປອບໂຍນແກ່ເຫຼົ່າສາວົກແນວໃດ ແລະພະອົງຈະຢູ່ນຳເຂົາໂດຍວິທີໃດ?
▪ ຫຼັງຈາກການຟື້ນຄືນຈາກຕາຍ ພະເຍຊູປາກົດຕົວແກ່ເຫຼົ່າສາວົກດົນປານໃດ ແລະພະອົງສອນສິ່ງໃດໃຫ້ແກ່ເຂົາເຈົ້າ?
▪ ພະເຍຊູປາກົດຕົວແກ່ຜູ້ໃດເຊິ່ງເບິ່ງຄືວ່າບໍ່ທັນເປັນສາວົກກ່ອນພະອົງສິ້ນຊີວິດ?
▪ ພະເຍຊູໄດ້ມີການປະຊຸມສອງເທື່ອສຸດທ້າຍອັນໃດກັບອັກຄະສາວົກ ແລະໃນໂອກາດເຫຼົ່ານັ້ນເກີດຫຍັງຂຶ້ນ?
▪ ພະເຍຊູຈະສະເດັດກັບມາໃນລັກສະນະດຽວກັນກັບຕອນທີ່ພະອົງຈາກໄປຢ່າງໃດ?
▪ ມີຫຍັງເກີດຂຶ້ນໃນວັນເພນເຕກອດປີສາກົນສັກກະຫຼາດ 33?