ບົດຮຽນ 4
ພະຍາມານແມ່ນໃຜ?
ຊາຕານພະຍາມານ—ມັນມາຈາກໃສ? (1, 2)
ຊາຕານລໍ້ລວງຜູ້ຄົນໄປໃນທາງຜິດຢ່າງໃດ? (3-7)
ເປັນຫຍັງທ່ານຈຶ່ງຄວນຕໍ່ຕ້ານພະຍາມານ? (7)
1. ຄຳ “ພະຍາມານ” ໝາຍເຖິງຜູ້ທີ່ກ່າວຮ້າຍເວົ້າຕົວະກ່ຽວກັບອີກບຸກຄົນນຶ່ງ. “ຊາຕານ” ໝາຍເຖິງສັດຕູຜູ້ນຶ່ງຫຼືຜູ້ຕໍ່ຕ້ານ. ຖ້ອຍຄຳເຫຼົ່ານີ້ໄດ້ໃຫ້ແກ່ສັດຕູຕົວເອ້ຂອງພະເຈົ້າ. ຕອນທຳອິດນັ້ນ ມັນເປັນທູດສະຫວັນອົງນຶ່ງທີ່ສົມບູນຢູ່ໃນສະຫວັນກັບພະເຈົ້າ. ຢ່າງໃດກໍ່ດີ ຕໍ່ມາມັນຄຶດເຖິງຕົວເອງຫຼາຍໂພດແລະຢາກໄດ້ຮັບການນະມັດສະການຊຶ່ງເປັນຂອງພະເຈົ້າໂດຍຊອບທຳ.—ມັດທາຍ 4:8-10.
2. ທູດສະຫວັນອົງນີ້ໄດ້ເວົ້າກັບເອວາໂດຍໃຊ້ງູ. ດ້ວຍການບອກເລື່ອງຕົວະຕໍ່ນາງ ມັນເຮັດໃຫ້ນາງບໍ່ເຊື່ອຟັງພະເຈົ້າ. ດ້ວຍວິທີນີ້ຊາຕານໄດ້ກ່າວໂຈມຕີສິ່ງທີ່ຮຽກວ່າ “ພະບໍລົມມະເດຊານຸພາບ” ຫຼືຕຳແໜ່ງອັນສູງສຸດຂອງພະອົງ. ຊາຕານຕັ້ງຂໍ້ສົງໄສເລື່ອງການທີ່ພະເຈົ້າປົກຄອງໃນທາງທີ່ສົມຄວນ ແລະໃນທາງທີ່ເປັນປະໂຫຍດດີທີ່ສຸດແກ່ໄພ່ຟ້າລາຊະດອນຂອງພະອົງຫຼືບໍ. ນອກຈາກນີ້ ຊາຕານໄດ້ຕັ້ງຂໍ້ສົງໄສໃນເລື່ອງທີ່ວ່າ: ຈະມີມະນຸດຄົນໃດຫຼືທີ່ຈະຢັ້ງຢືນສັດຊື່ຕໍ່ພະເຈົ້າ. ດ້ວຍການເຮັດຢ່າງນີ້ ຊາຕານເຮັດໃຫ້ຕົວມັນເອງເປັນສັດຕູຕໍ່ພະເຈົ້າ. ນັ້ນຄືສາເຫດທີ່ມັນຖືກເອີ້ນວ່າຊາຕານພະຍາມານ.—ຕົ້ນເດິມ 3:1-5; ໂຢບ 1:8-11; ຄຳປາກົດ 12:9.
3. ຊາຕານພະຍາຍາມຫຼອກລໍ້ໃຫ້ຜູ້ຄົນນະມັດສະການມັນ. (2 ໂກລິນໂທ 11:3, 14) ວິທີນຶ່ງທີ່ມັນຊັກນຳຜູ້ຄົນໃຫ້ໄປໃນທາງຜິດກໍ່ຄືດ້ວຍການໃຊ້ສາສະໜາປອມ. ຫາກວ່າສາສະໜານັ້ນສອນເລື່ອງບໍ່ຈິງກ່ຽວກັບພະເຈົ້າ ສາສະໜານັ້ນສົ່ງເສີມຈຸດປະສົງຂອງຊາຕານຢ່າງແນ່ນອນ. (ໂຍຮັນ 8:44) ຜູ້ຄົນທີ່ເປັນສະມາຊິກແຫ່ງສາສະໜາປອມອາດເຊື່ອຢ່າງຈິງໃຈວ່າເຂົານະມັດສະການພະເຈົ້າທ່ຽງແທ້. ແຕ່ວ່າແທ້ຈິງແລ້ວພວກເຂົາພວມຮັບໃຊ້ຊາຕານ. ມັນເປັນ ‘ພະເຈົ້າຂອງໂລກນີ້.’—2 ໂກລິນໂທ 4:4.
4. ລັດທິພູດຜີສາດ ເປັນອີກວິທີນຶ່ງທີ່ຊາຕານນຳຜູ້ຄົນໃຫ້ຢູ່ພາຍໃຕ້ອຳນາດຂອງມັນ. ພວກເຂົາອາດຮ້ອງຂໍວິນຍານໃຫ້ປົກປ້ອງເຂົາ, ເພື່ອເຮັດການອັນຕະລາຍແກ່ຄົນອື່ນ, ເພື່ອທຳນວາຍອະນາຄົດ, ຫຼືເຮັດສິ່ງອັດສະຈັນ. ຊາຕານຄືອຳນາດຊົ່ວຮ້າຍທີ່ຢູ່ເບື້ອງຫຼັງກິດປະຕິບັດທັງໝົດນີ້. ເພື່ອຈະເຮັດໃຫ້ພະເຈົ້າພໍພະໄທ ເຮົາຕ້ອງບໍ່ມີສ່ວນກ່ຽວຂ້ອງໃດໆ ກັບລັດທິພູດຜີສາດ.—ພະບັນຍັດຕິທີ2 18:10-12; ກິດຈະການ 19:18, 19.
5. ນອກຈາກນີ້ ຊາຕານຫຼອກລວງຜູ້ຄົນໄປໃນທາງຜິດໂດຍໃຊ້ຄວາມເຍີ້ຍິ່ງທະນົງເຊື້ອຊາດ ແລະການນະມັດສະການອົງການທາງດ້ານການເມືອງ ຢ່າງຮຸນແຮງ. ບາງຄົນຮູ້ສຶກວ່າຊາດຫຼືເຊື້ອຊາດຂອງຕົນນັ້ນດີກວ່າຂອງຄົນອື່ນ. ແຕ່ເລື່ອງນີ້ບໍ່ເປັນຄວາມຈິງ. (ກິດຈະການ 10:34, 35) ຄົນອື່ນໆ ໝາຍເພິ່ງອົງການຕ່າງໆ ທາງການເມືອງທີ່ຈະແກ້ໄຂບັນຫາຂອງມະນຸດ. ດ້ວຍການເຮັດແນວນີ້ ພວກເຂົາພວມປະຕິເສດລາຊະອານາຈັກຂອງພະເຈົ້າ. ເປັນລາຊະອານາຈັກຂອງພະເຈົ້າເທົ່ານັ້ນທີ່ຈະແກ້ໄຂບັນຫາຂອງເຮົາ.—ດານຽນ 2:44.
6. ອີກວິທີນຶ່ງທີ່ຊາຕານຫຼອກລວງຜູ້ຄົນໄປໃນທາງຜິດຄືໂດຍການຍົວະຍວນພວກເຂົາດ້ວຍຄວາມປາຖະໜາທີ່ເປັນບາບ. ພະເຢໂຫວາບອກເຮົາໃຫ້ຫຼີກລ້ຽງກິດປະຕິບັດທີ່ເປັນບາບເພາະພະອົງຮູ້ວ່າກິດປະຕິບັດເຫຼົ່ານັ້ນຈະເຮັດອັນຕະລາຍຕໍ່ເຮົາ. (ຄາລາຊີ 6:7, 8) ບາງຄົນອາດຢາກໃຫ້ທ່ານເຂົ້າສ່ວນໃນກິດປະຕິບັດຢ່າງນັ້ນກັບພວກເຂົາ. ຢ່າງໃດກໍ່ຕາມຈົ່ງຈຳໄວ້ວ່າ ທີ່ແທ້ແລ້ວຄືຊາຕານນັ້ນແຫຼະທີ່ເປັນຜູ້ຢາກໃຫ້ທ່ານເຮັດສິ່ງເຫຼົ່ານີ້.—1 ໂກລິນໂທ 6:9, 10; 15:33.
7. ຊາຕານອາດໃຊ້ການຕໍ່ຕ້ານຫຼືການກົດຂີ່ຂົ່ມເຫງ ເພື່ອໃຫ້ທ່ານປະຖິ້ມພະເຢໂຫວາ. ບາງຄົນຜູ້ທີ່ທ່ານຮັກອາດຄຽດຮ້າຍເພາະທ່ານຮຽນຄຳພີໄບເບິນ. ຄົນອື່ນອາດເຍາະເຍີ້ຍທ່ານ. ທ່ານເປັນໜີ້ຊີວິດຂອງທ່ານຕໍ່ຜູ້ໃດ? ຊາຕານຕ້ອງການເຮັດໃຫ້ທ່ານຢ້ານເພື່ອທ່ານຈະໄດ້ເລີກການຮຽນຮູ້ເຖິງພະເຢໂຫວາ. ຢ່າໃຫ້ຊາຕານຊະນະ! (ມັດທາຍ 10:34-39; 1 ເປໂຕ 5:8, 9) ໂດຍການຕໍ່ຕ້ານພະຍາມານ ທ່ານສາມາດເຮັດໃຫ້ພະເຢໂຫວາສຳຮານພະໄທແລະສະແດງໃຫ້ເຫັນວ່າທ່ານສະໜັບສະຫນູນພະບໍລົມມະເດຊານຸພາບຂອງພະອົງ.—ສຸພາສິດ 27:11.
[ຮູບພາບໜ້າ 9]
ສາສະໜາປອມ, ລັດທິພູດຜີສາດ, ແລະລັດທິຊາດນິຍົມຫຼອກລວງຜູ້ຄົນໄປໃນທາງຜິດ
[ຮູບພາບໜ້າ 9]
ຈົ່ງຕໍ່ຕ້ານຊາຕານໂດຍການຮຽນຮູ້ກ່ຽວກັບພະເຢໂຫວາຕໍ່ໆໄປ