ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພຈ ບົດຮຽນ 8 ໜ້າ 14
  • ໃຜ​ແມ່ນ​ສັດຕູ​ຂອງ​ພະເຈົ້າ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຜ​ແມ່ນ​ສັດຕູ​ຂອງ​ພະເຈົ້າ?
  • ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຈົ່ງ​ຮູ້​ຈັກ​ສັດຕູ​ຂອງ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ພະຍາມານ​ແມ່ນ​ໃຜ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ທູດສະຫວັນ​ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ​ແດ່?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ພຈ ບົດຮຽນ 8 ໜ້າ 14

ບົດຮຽນ 8

ໃຜ​ແມ່ນ​ສັດຕູ​ຂອງ​ພະເຈົ້າ?

ສັດຕູ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະເຈົ້າ​ແມ່ນ​ຊາຕານ​ພະຍາມານ. ມັນ​ແມ່ນ​ບຸກຄົນ​ກາຍ​ວິນຍານ​ຜູ້​ຂັດຂືນ​ຕໍ່​ຕ້ານ​ພະ​ເຢໂຫວາ. ຊາຕານ​ຍັງ​ຕໍ່​ສູ້​ພະເຈົ້າ​ຢ່າງ​ບໍ່​ຢຸດ​ຢ່ອນ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ລຳບາກ​ຫຼວງ​ຫຼາຍ​ແກ່​ມະນຸດ​ຊາດ. ຊາຕານ​ແມ່ນ​ຜູ້​ຊົ່ວ​ຮ້າຍ. ມັນ​ແມ່ນ​ຜູ້​ຕົວະ​ແລະ​ຜູ້​ຂ້າ​ຄົນ.—ໂຍຮັນ 8:44.

Demons

ບຸກຄົນ​ກາຍ​ວິນຍານ​ອື່ນໆ​ໄດ້​ສົມທົບ​ກັບ​ຊາຕານ​ໃນ​ການ​ຂັດຂືນ​ຂອງ​ມັນ​ຕໍ່​ພະເຈົ້າ. ຄຳພີ​ໄບເບິນ​ເອີ້ນ​ພວກ​ມັນ​ວ່າ​ຜີສາດ. ເຊັ່ນ​ດຽວ​ກັບ​ຊາຕານ ພວກ​ຜີສາດ​ແມ່ນ​ສັດຕູ​ຂອງ​ມະນຸດ​ຊາດ. ພວກ​ມັນ​ມັກ​ທຳ​ຮ້າຍ​ຜູ້​ຄົນ. (ມັດທາຍ 9:32, 33; 12:22) ພະ​ເຢໂຫວາ​ຈະ​ທຳລາຍ​ຊາຕານ​ແລະ​ຜີສາດ​ຂອງ​ມັນ​ຕະຫຼອດ​ໄປ. ພວກ​ມັນ​ມີ​ເວລາ​ເຫຼືອ​ພຽງ​ນ້ອຍ​ດຽວ​ເພື່ອ​ກໍ່​ບັນຫາ​ສຳລັບ​ມະນຸດ​ຊາດ.—ຄຳປາກົດ 12:12.

ຖ້າ​ທ່ານ​ຕ້ອງການ​ເປັນ​ເພື່ອນ​ຂອງ​ພະເຈົ້າ ທ່ານ​ຕ້ອງ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ຊາຕານ​ຕ້ອງການ​ໃຫ້​ທ່ານ​ເຮັດ. ຊາຕານ​ແລະ​ພວກ​ຜີສາດ​ກຽດ​ຊັງ​ພະ​ເຢໂຫວາ. ພວກ​ມັນ​ເປັນ​ສັດຕູ​ຂອງ​ພະເຈົ້າ ແລະ​ພວກ​ມັນ​ຕ້ອງການ​ເຮັດ​ໃຫ້​ທ່ານ​ເປັນ​ສັດຕູ​ຂອງ​ພະເຈົ້າ​ຄື​ກັນ. ທ່ານ​ຕ້ອງ​ເລືອກ​ເອົາ​ວ່າ​ທ່ານ​ຕ້ອງການ​ໃຫ້​ຜູ້​ໃດ​ພໍ​ໃຈ ຊາຕານ​ຫຼື​ພະ​ເຢໂຫວາ. ຖ້າ​ທ່ານ​ຕ້ອງການ​ຊີວິດ​ຕະຫຼອດ​ໄປ ທ່ານ​ຕ້ອງ​ເລືອກ​ທີ່​ຈະ​ເຮັດ​ຕາມ​ພະ​ປະສົງ​ຂອງ​ພະເຈົ້າ. ຊາຕານ​ມີ​ຫຼາຍ​ເລ່​ກົນ​ແລະ​ຫຼາຍ​ວິຖີ​ທາງ​ເພື່ອ​ຫຼອກ​ລວງ​ຜູ້​ຄົນ. ຄົນ​ສ່ວນ​ຫຼາຍ​ຖືກ​ຫຼອກ​ລວງ​ໂດຍ​ມັນ.—ຄຳປາກົດ 12:9.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌