ບົດຮຽນ 8
ຊີວິດຄອບຄົວທີ່ເຮັດໃຫ້ພະຜູ້ສ້າງພໍພະໄທ
ຕຳແໜ່ງຂອງຜົວພາຍໃນຄອບຄົວຄືຫຍັງ? (1)
ຜົວຄວນປະຕິບັດຕໍ່ເມຍຢ່າງໃດ? (2)
ພໍ່ມີໜ້າທີ່ຮັບຜິດຊອບອັນໃດແດ່? (3)
ເມຍມີບົດບາດອັນໃດແດ່ໃນຄອບຄົວ? (4)
ພະເຢໂຫວາຮຽກຮ້ອງຫຍັງຈາກພໍ່ແມ່ແລະລູກໆ ? (5)
ທັດສະນະຂອງຄຳພີໄບເບິນເປັນແນວໃດເລື່ອງການແຍກກັນແລະການຢ່າຮ້າງ? (6, 7)
1. ຄຳພີໄບເບິນກ່າວວ່າຜົວເປັນປະມຸກຂອງຄອບຄົວຂອງເຂົາ. (1 ໂກລິນໂທ 11:3) ຜົວຕ້ອງມີເມຍຄົນດຽວເທົ່ານັ້ນ. ພວກເຂົາຄວນແຕ່ງດອງກັນຢ່າງຖືກຕ້ອງຕາມກົດໝາຍ.—1 ຕີໂມເຕ 3:2; ຕິໂຕ 3:1.
2. ຜົວຄວນຮັກເມຍຂອງຕົນເໝືອນຮັກຕົວເອງ. ເຂົາຄວນຈະປະຕິບັດຕໍ່ນາງຢ່າງທີ່ພະເຍຊູໄດ້ປະຕິບັດກັບເຫຼົ່າສາວົກຂອງພະອົງ. (ເອເຟດ 5:25, 28, 29) ເຂົາບໍ່ຄວນຕົບຕີເມຍຂອງເຂົາຫຼືປະຕິບັດຢ່າງຜິດໆ ກັບນາງໃນທາງນຶ່ງທາງໃດເລີຍ. ແຕ່ເຂົາຄວນໃຫ້ກຽດແລະນັບຖືນາງ.—ໂກໂລດ 3:19; 1 ເປໂຕ 3:7.
3. ຜູ້ເປັນພໍ່ຄວນດຸໝັ່ນເຮັດວຽກເພື່ອລ້ຽງຄອບຄົວຂອງເຂົາ. ເຂົາຕ້ອງຈັດຫາອາຫານ ເສື້ອຜ້າ ແລະເຮືອນຊານສຳລັບເມຍແລະລູກໆ. ນອກຈາກນີ້ ພໍ່ຕ້ອງຈັດໃຫ້ມີສິ່ງຈຳເປັນຝ່າຍວິນຍານສຳລັບຄອບຄົວຂອງເຂົາດ້ວຍ. (1 ຕີໂມເຕ 5:8) ເຂົາເປັນຜູ້ນຳໃນການຊ່ວຍຄອບຄົວຂອງເຂົາໃຫ້ຮຽນຮູ້ເລື່ອງພະເຈົ້າແລະພະປະສົງຂອງພະອົງ.—ພະບັນຍັດຕິທີ2 6:4-9; ເອເຟດ 6:4.
4. ເມຍຄວນເປັນຜູ້ຊ່ວຍທີ່ດີຂອງຜົວ. (ຕົ້ນເດິມ 2:18) ນາງຄວນຊ່ວຍຜົວໃນການສອນແລະການອົບຮົມລູກໆ . (ສຸພາສິດ 1:8) ພະເຢໂຫວາຮຽກຮ້ອງໃຫ້ເມຍເບິ່ງແຍງຄອບຄົວດ້ວຍຄວາມຮັກ. (ສຸພາສິດ 31:10, 15, 26, 27; ຕິໂຕ 2: 4, 5) ນາງຄວນມີຄວາມນັບຖືຢ່າງເລິກເຊິ່ງຕໍ່ສາມີຂອງນາງ.—ເອເຟດ 5:22, 23, 33.
5. ພະເຈົ້າຮຽກຮ້ອງໃຫ້ບຸດທັງຫຼາຍເຊື່ອຟັງພໍ່ແມ່ຂອງຕົນ. (ເອເຟດ 6:1-3) ພະອົງຄາດໝາຍໃຫ້ພໍ່ແມ່ສັ່ງສອນແລະແກ້ໄຂລູກໆ ຂອງເຂົາ. ພໍ່ແມ່ຈຳຕ້ອງໃຊ້ເວລາຢູ່ກັບບຸດແລະສຶກສາຄຳພີໄບເບິນກັບເຂົາ ເອົາໃຈໃສ່ຄວາມຈຳເປັນທາງຝ່າຍວິນຍານແລະທາງອາລົມຂອງເຂົາ. (ພະບັນຍັດຕິທີ2 11:18, 19; ສຸພາສິດ 22:6, 15) ພໍ່ແມ່ບໍ່ຄວນຕີສອນບຸດດ້ວຍວິທີທີ່ຮຸນແຮງຫຼືທາລຸນ.—ໂກໂລດ 3:21.
6. ເມື່ອຄູ່ສົມລົດມີບັນຫາທີ່ຈະເຂົ້າກັນໄດ້ດີ. ພວກເຂົາຄວນພະຍາຍາມເຮັດຕາມຄຳແນະນຳຈາກຄຳພີໄບເບິນ. ຄຳພີໄບເບິນສະໜັບສະຫນູນເຮົາໃຫ້ສະແດງຄວາມຮັກແລະໃຫ້ອະໄພ. (ໂກໂລດ 3:12-14) ພະຄຳຂອງພະເຈົ້າບໍ່ສະໜັບສະຫນູນການແຍກກັນຢູ່ວ່າເປັນວິທີແກ້ບັນຫາເລັກໆ ນ້ອຍໆ . ແຕ່ເມຍອາດເລືອກທີ່ຈະແຍກໜີຈາກຜົວໄດ້ຫາກວ່າ (1) ເຂົາດື້ດຶງໃນການບໍ່ຍອມລ້ຽງດູຄອບຄົວ (2) ເຂົາເປັນຄົນຮຸນແຮງຫຼາຍຈົນສຸຂະພາບແລະຊີວິດນາງຢູ່ໃນອັນຕະລາຍ ຫຼື (3) ການຕໍ່ຕ້ານເຫຼືອຂະໜາດຂອງເຂົາເຮັດໃຫ້ເປັນໄປບໍ່ໄດ້ສຳລັບນາງທີ່ຈະນະມັດສະການພະເຢໂຫວາ.—1 ໂກລິນໂທ 7:12, 13.
7. ຄູ່ສົມລົດຕ້ອງສັດຊື່ຕໍ່ກັນແລະກັນ. ການຫຼິ້ນຊູ້ເປັນການເຮັດບາບຕໍ່ພະເຈົ້າແລະຕໍ່ຄູ່ສົມລົດຂອງຕົນ. (ເຫບເລິ 13:4) ການຫຼິ້ນຊູ້ເປັນສາເຫດດຽວທໍ່ນັ້ນສຳລັບຄລິດສະຕຽນຊຶ່ງອາດຢ່າຮ້າງຄູ່ສົມລົດຂອງຕົນແລະເປັນອິດສະຫຼະທີ່ຈະແຕ່ງດອງໃໝ່ອີກ. (ມັດທາຍ 19:6-9; ໂລມ 7:2, 3) ພະເຢໂຫວາກຽດຊັງຜູ້ຄົນທີ່ຢ່າຮ້າງກັນໂດຍປັດສະຈາກເຫດຜົນຕາມຫຼັກຄຳພີໄບເບິນແລະແຕ່ງດອງກັບຄົນອື່ນ.—ມາລາກີ 2:14-16.
[ຮູບພາບໜ້າ 16, 17]
ພະເຈົ້າຄາດໝາຍໃຫ້ພໍ່ແມ່ສັ່ງສອນລູກໆ ແລະແກ້ໄຂພວກເຂົາ
[ຮູບພາບໜ້າ 17]
ພໍ່ທີ່ມີຄວາມຮັກຈັດຫາສິ່ງຝ່າຍວັດຖຸແລະຝ່າຍວິນຍານໃຫ້ຄອບຄົວຂອງຕົນ