ບົດຮຽນ 12
ມີຫຍັງເກີດຂຶ້ນຂະນະທີ່ຕາຍ?
ຄວາມຕາຍແມ່ນສິ່ງທີ່ກົງກັນຂ້າມກັບການມີຊີວິດ. ຄວາມຕາຍຄືກັນກັບການນອນຫຼັບສະໜິດ. (ໂຍຮັນ 11:11-14) ຄົນຕາຍບໍ່ສາມາດໄດ້ຍິນ, ເຫັນ, ເວົ້າ, ຫຼືຄິດສິ່ງໃດໄດ້. (ຜູ້ເທສະໜາປ່າວປະກາດ 9:5, 10) ສາສະໜາປອມສອນວ່າຄົນຕາຍໄປຢູ່ໂລກແຫ່ງວິນຍານກັບບັນພະບຸລຸດຂອງພວກເຂົາ. ນັ້ນບໍ່ແມ່ນສິ່ງທີ່ຄຳພີໄບເບິນສອນ.
ຄົນເຫຼົ່ານັ້ນທີ່ຕາຍແລ້ວບໍ່ສາມາດຊ່ວຍພວກເຮົາໄດ້ ແລະພວກເຂົາບໍ່ສາມາດເຮັດອັນຕະລາຍຕໍ່ເຮົາໄດ້. ເປັນເລື່ອງທຳມະດາທີ່ຜູ້ຄົນຈະເຮັດພິທີແລະບູຊາຊຶ່ງເຂົາເຊື່ອວ່າຈະເຮັດໃຫ້ຄົນເຫຼົ່ານັ້ນທີ່ຕາຍແລ້ວພໍໃຈ. ສິ່ງນີ້ບໍ່ໄດ້ເຮັດໃຫ້ພະເຈົ້າພໍພະໄທ ເພາະວ່າການເຮັດແນວນັ້ນອາໄສຄຳຕົວະຂອງຊາຕານ. ການເຮັດແບບນັ້ນກໍບໍ່ສາມາດເປັນທີ່ພໍໃຈຂອງຄົນຕາຍຄືກັນ ເນື່ອງຈາກພວກເຂົາບໍ່ມີຊີວິດ. ເຮົາບໍ່ຄວນຢ້ານຫຼືນະມັດສະການຄົນຕາຍ. ພວກເຮົາຄວນນະມັດສະການພະເຈົ້າພຽງອົງດຽວເທົ່ານັ້ນ.—ມັດທາຍ 4:10.
ຄົນຕາຍຈະມີຊີວິດອີກຄັ້ງ. ພະເຢໂຫວາຈະປຸກຄົນຕາຍໃຫ້ມີຊີວິດຢູ່ເທິງແຜ່ນດິນໂລກທີ່ເປັນອຸທິຍານ. ເວລານັ້ນຍັງຢູ່ໃນອະນາຄົດ. (ໂຍຮັນ 5:28, 29; ກິດຈະການ 24:15) ພະເຈົ້າສາມາດປຸກຄົນເຫຼົ່ານັ້ນທີ່ຕາຍແລ້ວໄດ້ຢ່າງແນ່ນອນຄືກັນກັບທີ່ທ່ານສາມາດປຸກຄົນໃຫ້ຕື່ນຈາກການນອນຫຼັບ.—ມາລະໂກ 5:22, 23, 41, 42.
ຄວາມຄິດທີ່ວ່າພວກເຮົາບໍ່ຕາຍແມ່ນການຕົວະທີ່ແຜ່ອອກໂດຍຊາຕານພະຍາມານ. ຊາຕານແລະພວກຜີສາດຂອງມັນເຮັດໃຫ້ຜູ້ຄົນຄິດວ່າວິນຍານຂອງຄົນຕາຍມີຊີວິດແລະເປັນສາເຫດຂອງຄວາມເຈັບປ່ວຍແລະບັນຫາອື່ນໆ. ບາງເທື່ອຊາຕານຫຼອກລວງຜູ້ຄົນໂດຍທາງຄວາມຝັນແລະນິມິດຕ່າງໆ. ພະເຢໂຫວາຕຳໜິຄົນເຫຼົ່ານັ້ນຊຶ່ງພະຍາຍາມລົມກັບຄົນຕາຍ.—ພະບັນຍັດຕິທີ 2 18:10-12.