ບົດຮຽນ 6
ມີຄວາມຫວັງແນວໃດສຳລັບຄົນທີ່ຕາຍໄປ?
1. ມີຂ່າວດີອັນໃດກ່ຽວກັບຄົນທີ່ຕາຍໄປ?
ເມື່ອພະເຍຊູມາເຖິງບ້ານເບທານີໃກ້ກັບເມືອງເຢຣຶຊາເລມ ລາຊະໂລສະຫາຍຂອງພະອົງຕາຍໄດ້ສີ່ມື້ແລ້ວ. ພະເຍຊູໄປບ່ອນທີ່ວາງສົບຂອງລາຊະໂລກັບມາລີແລະມາທາເອື້ອຍຂອງຜູ້ຕາຍ. ບໍ່ດົນກຸ່ມຊົນກໍຫຸ້ມເຂົ້າມາ. ລອງຄິດເບິ່ງດູວ່າມາທາແລະມາລີຈະຍິນດີຫຼາຍສ່ຳໃດ ເມື່ອພະເຍຊູໄດ້ປຸກລາຊະໂລໃຫ້ຄືນມາມີຊີວິດອີກ?—ອ່ານໂຢຮັນ 11:21-24, 38-44
ມາທາຮູ້ຂ່າວດີກ່ຽວກັບຄົນຕາຍຢູ່ແລ້ວ. ລາວຮູ້ວ່າພະເຢໂຫວາຈະປຸກຄົນທີ່ຕາຍໃຫ້ມີຊີວິດໃໝ່ໃນໂລກອີກ.—ອ່ານໂຢບ 14:14, 15
2. ຄົນຕາຍແລ້ວເປັນແນວໃດ?
ພະເຈົ້າບອກອາດາມວ່າ: “ເຈົ້າເປັນຂີ້ຝຸ່ນ ແລະເຈົ້າຈະຫຼົບໄປໃນຂີ້ຝຸ່ນອີກ.”—ຕົ້ນເດີມ 3:19
ມະນຸດຖືກສ້າງຈາກຂີ້ຝຸ່ນດິນ. (ຕົ້ນເດີມ 2:7; 3:19) ພວກເຮົາບໍ່ເປັນວິນຍານທີ່ອາໄສຢູ່ໃນກາຍເນື້ອໜັງ. ເຮົາຖືກສ້າງເປັນກາຍເນື້ອໜັງ. ດັ່ງນັ້ນ ເມື່ອເຮົາຕາຍຈຶ່ງບໍ່ມີສ່ວນໃດເຫຼືອຢູ່. ເມື່ອເຮົາຕາຍສະໝອງຂອງເຮົາກໍຕາຍນຳ ຄວາມຄິດຂອງເຮົາກໍໝົດໄປ. ສະນັ້ນ ລາຊະໂລຈຶ່ງບໍ່ໄດ້ເລົ່າເຖິງເລື່ອງການຕາຍຂອງລາວ ເພາະວ່າຄົນທີ່ຕາຍແລ້ວບໍ່ຮູ້ສຶກຫຍັງເລີຍ.—ອ່ານຄຳເພງ 146:4; ຜູ້ເທສະໜາປ່າວປະກາດ 9:5, 6, 10
ພະເຈົ້າຈະທໍລະມານຄົນຕາຍດ້ວຍໄຟບໍ? ເນື່ອງຈາກວ່າຄຳພີໄບເບິນສະແດງໃຫ້ເຫັນວ່າຄົນຕາຍແລ້ວບໍ່ຮູ້ຈັກຫຍັງ ຈຶ່ງເຫັນໄດ້ຢ່າງຊັດເຈນວ່າຄຳສອນເລື່ອງໄຟນາລົກເປັນການໃສ່ຮ້າຍພະເຈົ້າ. ພະອົງກຽດຊັງການທໍລະມານຄົນໃນໄຟ.—ອ່ານເຢເຣມີ 7:31
ເບິ່ງວິດີໂອ ຄົນຕາຍແລ້ວເປັນແນວໃດ?
3. ຄົນທີ່ຕາຍໄປແລ້ວເວົ້າກັບເຮົາໄດ້ບໍ?
ຄົນທີ່ຕາຍແລ້ວເວົ້າຫຼືໄດ້ຍິນກໍບໍ່ໄດ້. (ຄຳເພງ 115:17) ທູດສະຫວັນຊົ່ວຈຳນວນໜຶ່ງອາດຈະເວົ້າກັບຄົນແລະທຳທ່າວ່າເປັນຜູ້ທີ່ຕາຍໄປ. (2 ເປໂຕ 2:4) ພະເຢໂຫວາຫ້າມບໍ່ໃຫ້ສອບຖາມຂໍ້ມູນກ່ຽວກັບຄົນທີ່ຕາຍໄປ.—ອ່ານພະບັນຍັດ 18:10, 11
4. ໃຜຈະກັບຄືນມາມີຊີວິດອີກ?
ຫຼາຍລ້ານຄົນທີ່ຕາຍໄປຈະກັບມາມີຊີວິດຢູ່ເທິງໂລກນີ້. ແມ່ນແຕ່ຜູ້ທີ່ບໍ່ຮູ້ຈັກພະເຈົ້າແລະໄດ້ເຮັດສິ່ງທີ່ບໍ່ດີກໍຈະຖືກປຸກຄືນມາ.—ອ່ານລືກາ 23:43; ກິດຈະການ 24:15
ຄົນທີ່ຖືກປຸກໃຫ້ຄືນມາຈາກຕາຍຈະຮຽນຮູ້ຄວາມຈິງເລື່ອງພະເຈົ້າ ແລະສະແດງຄວາມເຊື່ອໃນພະເຍຊູໂດຍການເຊື່ອຟັງພະອົງ. ຜູ້ທີ່ກັບຄືນມາມີຊີວິດແລະເຮັດສິ່ງທີ່ດີຈະມີຄວາມສຸກຕະຫຼອດໄປເທິງໂລກ.—ອ່ານໂຢຮັນ 5:28, 29
5. ການປຸກໃຫ້ຄືນມາຈາກຕາຍບອກຫຍັງກ່ຽວກັບພະເຢໂຫວາ?
ພະເຈົ້າໃຫ້ຄວາມຫວັງສຳລັບຄົນທີ່ຕາຍໄປ ໂດຍການສົ່ງລູກຊາຍຂອງພະອົງມາຕາຍແທນເຮົາ. ດັ່ງນັ້ນ ການປຸກໃຫ້ຄືນມາຈາກຕາຍບອກວ່າພະເຢໂຫວາເປັນພະເຈົ້າແຫ່ງຄວາມຮັກແລະຄວາມກະລຸນາ. ເມື່ອຄົນຕາຍກັບຄືນມາມີຊີວິດອີກທ່ານຢາກເຫັນໃຜຫຼາຍທີ່ສຸດ?—ອ່ານໂຢຮັນ 3:16; ໂລມ 6:23