ບົດທີ 9
‘ພະຄລິດເປັນຜູ້ທີ່ສະແດງໃຫ້ເຫັນລິດເດດຂອງພະເຈົ້າ’
1-3. (ກ) ພວກລູກສິດເຈິກັບເຫດການຫຍັງທີ່ເປັນຕາຢ້ານຫຼາຍຢູ່ທະເລຄາລິເລ ແລະພະເຢຊູໄດ້ເຮັດຫຍັງ? (ຂ) ເປັນຫຍັງໂປໂລຈຶ່ງເວົ້າວ່າ ‘ພະຄລິດເປັນຜູ້ທີ່ສະແດງໃຫ້ເຫັນລິດເດດຂອງພະເຈົ້າ’?
ຕອນທີ່ພວກລູກສິດກຳລັງຂີ່ເຮືອຂ້າມທະເລຄາລິເລ ຢູ່ບໍ່ຢູ່ກໍມີພາຍຸໃຫຍ່ເກີດຂຶ້ນ ເຂົາເຈົ້າຕົກໃຈຢ້ານຫຼາຍ. ທີ່ຈິງ ນີ້ບໍ່ແມ່ນເທື່ອທຳອິດທີ່ເຂົາເຈົ້າເຈິພາຍຸຢູ່ທະເລນີ້ ຍ້ອນບາງຄົນມີອາຊີບຫາປາແລະມີປະສົບການຫຼາຍ.a (ມັດທາຍ 4:18, 19) ແຕ່ເທື່ອນີ້ບໍ່ຄືແຕ່ລະເທື່ອ ເຂົາເຈົ້າເຈິ “ພາຍຸໃຫຍ່” ທີ່ຮຸນແຮງຫຼາຍແລະເຮັດໃຫ້ທະເລປັ່ນປ່ວນຢ່າງໄວວາ. ເຂົາເຈົ້າພະຍາຍາມບັງຄັບເຮືອຢ່າງເອົາເປັນເອົາຕາຍ ແຕ່ກໍຕ້ານພາຍຸບໍ່ໄດ້ ແລະຄື້ນ “ໄດ້ຊັດນ້ຳເຂົ້າມາ” ຈົນເກືອບເຕັມເຮືອແລ້ວ. ເຖິງວ່າຈະມີສຽງດັງວຸ່ນວາຍຫຼາຍ ແຕ່ພະເຢຊູກໍຍັງນອນຫຼັບສະໜິດຢູ່ທ້າຍເຮືອ ຍ້ອນເມື່ອຍຫຼາຍຫຼັງຈາກທີ່ສອນປະຊາຊົນມາໝົດມື້. ພວກລູກສິດຢ້ານຈົມນ້ຳຕາຍ ເຂົາເຈົ້າຈຶ່ງປຸກພະເຢຊູໃຫ້ຕື່ນແລ້ວຂໍຮ້ອງວ່າ: “ນາຍເອີ້ຍ ຊ່ວຍພວກເຮົາແດ່ ພວກເຮົາກຳລັງຊິຕາຍແລ້ວ.”—ມາຣະໂກ 4:35-38; ມັດທາຍ 8:23-25
2 ພະເຢຊູບໍ່ໄດ້ຢ້ານ. ເພິ່ນໝັ້ນໃຈຫຼາຍຈຶ່ງຫ້າມລົມກັບທະເລວ່າ: “ສະຫງົບດຽວນີ້!” ທັນໃດນັ້ນລົມແລະທະເລກໍຟັງຄວາມ ພາຍຸກໍເຊົາ ຄື້ນທະເລໄດ້ຫາຍໄປ ແລະທະເລໄດ້ “ສະຫງົບເປັນປົກກະຕິ.” ເມື່ອເຫັນຈັ່ງຊັ້ນພວກລູກສິດຈຶ່ງທັງຢ້ານທັງງຶດຫຼາຍ. ເຂົາເຈົ້າເວົ້ານຳກັນວ່າ: “ເພິ່ນແມ່ນໃຜ?” ຄົນອີ່ຫຍັງຄືຫ້າມລົມຫ້າມທະເລໄດ້ຄືກັບສອນເດັກນ້ອຍທີ່ຂີ້ດື້ໃຫ້ຟັງຄວາມໄດ້?—ມາຣະໂກ 4:39-41; ມັດທາຍ 8:26, 27
3 ແຕ່ພະເຢຊູບໍ່ແມ່ນຄົນທຳມະດາ. ພະເຢໂຫວາໃຊ້ລິດເດດຂອງເພິ່ນຊ່ວຍພະເຢຊູ ແລະໃຫ້ພະເຢຊູໃຊ້ລິດເດດຂອງເພິ່ນເພື່ອຊ່ວຍຄົນອື່ນ. ອັກຄະສາວົກໂປໂລຖືກດົນໃຈໃຫ້ເວົ້າເຖິງພະເຢຊູຢ່າງເໝາະສົມວ່າ: ‘ພະຄລິດເປັນຜູ້ທີ່ສະແດງໃຫ້ເຫັນລິດເດດຂອງພະເຈົ້າ.’ (1 ໂກຣິນໂທ 1:24) ພະເຢຊູສະແດງລິດເດດຂອງພະເຢໂຫວາແນວໃດ? ແລະເລື່ອງນີ້ເປັນປະໂຫຍດຕໍ່ເຮົາແນວໃດ?
ລິດເດດຂອງລູກຄົນດຽວຂອງພະເຈົ້າ
4, 5. (ກ) ພະເຢໂຫວາໄດ້ເອົາລິດເດດແລະອຳນາດຫຍັງໃຫ້ລູກຄົນດຽວຂອງເພິ່ນ? (ຂ) ພະເຢຊູໄດ້ໃຊ້ຫຍັງເພື່ອເຮັດໃຫ້ຄວາມຕ້ອງການຂອງພະເຢໂຫວາສຳເລັດ?
4 ຂໍໃຫ້ຄິດເຖິງລິດເດດທີ່ພະເຢຊູມີກ່ອນທີ່ເພິ່ນຈະມາເປັນມະນຸດ. ພະເຢໂຫວາໃຊ້ “ລິດເດດຂອງເພິ່ນທີ່ມີຢູ່ຕະຫຼອດໄປ” ເພື່ອສ້າງລູກຄົນດຽວ ເຊິ່ງຕໍ່ມາຫຼາຍຄົນຮູ້ວ່າຜູ້ນີ້ແມ່ນພະເຢຊູຄລິດ. (ໂຣມ 1:20; ໂກໂລຊາຍ 1:15) ຈາກນັ້ນ ພະເຢໂຫວາໄດ້ເອົາລິດເດດແລະອຳນາດຂອງເພິ່ນໃຫ້ລູກຜູ້ນີ້ ແລະໃຫ້ລູກຜູ້ນີ້ໃຊ້ລິດເດດເພື່ອສ້າງທຸກສິ່ງຕາມທີ່ພະເຢໂຫວາຕ້ອງການໃຫ້ສຳເລັດ. ຄຳພີໄບເບິນເວົ້າເຖິງລູກຊາຍຜູ້ນີ້ວ່າ: “ພະເຈົ້າໃຊ້ເພິ່ນໃຫ້ສ້າງທຸກສິ່ງ. ບໍ່ມີຫຍັງເລີຍທີ່ເກີດຂຶ້ນໂດຍທີ່ພະເຈົ້າບໍ່ໄດ້ໃຊ້ໃຫ້ເພິ່ນສ້າງ.”—ໂຢຮັນ 1:3
5 ເຮົາອາດຈະນຶກພາບບໍ່ອອກວ່າວຽກນັ້ນໃຫຍ່ສ່ຳໃດ. ຂໍໃຫ້ຄິດເບິ່ງວ່າຕ້ອງໃຊ້ລິດເດດຫຼາຍສ່ຳໃດເພື່ອສ້າງທູດສະຫວັນທີ່ມີລິດເດດຫຼາຍເຊິ່ງນັບບໍ່ໄດ້ເລີຍ ເອກະພົບທີ່ມີຫຼາຍພັນລ້ານກາແລັກຊີ ແລະໂລກທີ່ມີສິ່ງທີ່ມີຊີວິດບັກຫຼາຍໆ. ເພື່ອເຮັດໃຫ້ວຽກເຫຼົ່ານີ້ສຳເລັດ ພະເຢໂຫວາໄດ້ເອົາພະລັງທີ່ຍິ່ງໃຫຍ່ທີ່ສຸດໃຫ້ລູກຄົນດຽວຂອງເພິ່ນເຊິ່ງກໍແມ່ນພະລັງບໍລິສຸດ. ພະເຢຊູມີຄວາມສຸກທີ່ໄດ້ເປັນນາຍຊ່າງທີ່ພະເຢໂຫວາໃຊ້ໃຫ້ສ້າງສິ່ງຕ່າງໆ.—ສຸພາສິດ 8:22-31
6. ຫຼັງຈາກທີ່ພະເຢຊູຕາຍຢູ່ໃນໂລກແລະຟື້ນຄືນມາຈາກຕາຍແລ້ວ ເພິ່ນໄດ້ຮັບລິດເດດແລະອຳນາດຫຍັງ?
6 ລູກຄົນດຽວຂອງພະເຈົ້າໄດ້ຮັບລິດເດດແລະອຳນາດຫຼາຍກວ່ານີ້ໄດ້ບໍ? ຫຼັງຈາກທີ່ພະເຢຊູຕາຍຢູ່ໂລກແລະຟື້ນຄືນມາຈາກຕາຍແລ້ວ ເພິ່ນບອກວ່າ: “ພະເຈົ້າມອບອຳນາດໃຫ້ຂ້ອຍປົກຄອງທຸກສິ່ງໃນສະຫວັນແລະໃນໂລກນີ້ແລ້ວ.” (ມັດທາຍ 28:18) ນີ້ໝາຍຄວາມວ່າພະເຢໂຫວາໃຫ້ພະເຢຊູມີຄວາມສາມາດແລະມີສິດທີ່ຈະປົກຄອງທຸກສິ່ງໃນຖານະເປັນ “ກະສັດເໜືອກະສັດທຸກອົງແລະເຈົ້ານາຍເໜືອເຈົ້ານາຍທັງໝົດ.”ພະເຢຊູຈຶ່ງໄດ້ຮັບອຳນາດທີ່ຈະ “ທຳລາຍລັດຖະບານ ຜູ້ມີອຳນາດ ແລະຜູ້ມີລິດເດດທັງໝົດ” ທັງທີ່ຢູ່ສະຫວັນແລະຢູ່ໂລກເຊິ່ງຕໍ່ຕ້ານພໍ່ຂອງເພິ່ນ. (ພະນິມິດ 19:16; 1 ໂກຣິນໂທ 15:24-26) ພະເຢໂຫວາໃຫ້ທຸກໆສິ່ງແລະທຸກໆຄົນຢູ່ໃຕ້ອຳນາດພະເຢຊູ “ບໍ່ມີຫຍັງເລີຍທີ່ບໍ່ຢູ່ໃຕ້ອຳນາດເພິ່ນ.” ມີແຕ່ພະເຢໂຫວາພໍ່ຂອງເພິ່ນເທົ່ານັ້ນທີ່ບໍ່ໄດ້ຢູ່ໃຕ້ອຳນາດຂອງພະເຢຊູ.—ເຮັບເຣີ 2:8; 1 ໂກຣິນໂທ 15:27
7. ເປັນຫຍັງເຮົາຈຶ່ງໝັ້ນໃຈວ່າພະເຢຊູຈະບໍ່ໃຊ້ລິດເດດແລະອຳນາດທີ່ພະເຢໂຫວາໃຫ້ນັ້ນໃນທາງທີ່ຜິດ?
7 ເຮົາຕ້ອງເປັນຫ່ວງບໍວ່າພະເຢຊູຈະໃຊ້ລິດເດດແລະອຳນາດໃນທາງທີ່ຜິດ? ບໍ່! ພະເຢຊູຮັກພໍ່ຂອງເພິ່ນແລະເພິ່ນຈະບໍ່ເຮັດຫຍັງທີ່ເຮັດໃຫ້ພໍ່ເສຍໃຈ. (ໂຢຮັນ 8:29; 14:31) ພະເຢຊູຮູ້ດີວ່າພະເຢໂຫວາບໍ່ເຄີຍໃຊ້ລິດເດດຂອງເພິ່ນໃນທາງທີ່ຜິດ. ຫຼາຍເທື່ອພະເຢຊູເຫັນພະເຢໂຫວາຊອກໂອກາດເພື່ອ “ສະແດງລິດເດດຂອງເພິ່ນໂດຍຊ່ວຍຄົນທີ່ຮັບໃຊ້ເພິ່ນສຸດຫົວໃຈ.” (2 ຂ່າວຄາວ 16:9) ພະເຢຊູຮັກມະນຸດຄືກັບພໍ່ຂອງເພິ່ນ ເຮົາຈຶ່ງໝັ້ນໃຈໄດ້ວ່າພະເຢຊູຈະໃຊ້ລິດເດດເພື່ອປະໂຫຍດຂອງພວກເຮົາສະເໝີ. (ໂຢຮັນ 13:1) ພະເຢຊູເຮັດໃຫ້ເຫັນວ່າເພິ່ນໃຊ້ລິດເດດແລະອຳນາດໃນທາງທີ່ດີເລື້ອຍໆ. ຂໍໃຫ້ເບິ່ງວ່າພະເຢຊູໃຊ້ລິດເດດແລະອຳນາດແນວໃດຕອນທີ່ເປັນມະນຸດແລະເປັນຫຍັງເພິ່ນຈຶ່ງເຮັດແນວນັ້ນ.
“ເວົ້າຢ່າງມີພະລັງ”
8. ຫຼັງຈາກທີ່ພະເຢຊູຖືກເລືອກແລ້ວ ເພິ່ນໄດ້ຮັບລິດເດດໃຫ້ເຮັດຫຍັງແລະເພິ່ນໃຊ້ລິດເດດນັ້ນແນວໃດ?
8 ຕອນທີ່ພະເຢຊູກຳລັງໃຫຍ່ຂຶ້ນໃນເມືອງນາຊາເຣັດ ເພິ່ນຄືຊິບໍ່ໄດ້ເຮັດການອັດສະຈັນຫຍັງ. ແຕ່ໃນປີ 29 ຫຼັງຈາກທີ່ເພິ່ນຮັບບັບເຕມາຕອນອາຍຸ 30 ປີ ສະພາບການຂອງເພິ່ນກໍປ່ຽນໄປ. (ລູກາ 3:21-23) ຄຳພີໄບເບິນບອກເຮົາວ່າ: “ພະເຈົ້າໄດ້ແຕ່ງຕັ້ງດ້ວຍພະລັງບໍລິສຸດແລະໃຫ້ລິດເດດເພິ່ນ. ພະເຢຊູເດີນທາງໄປທຸກບ່ອນເພື່ອເຮັດສິ່ງດີໆແລະປົວຄົນທີ່ຕ້ອງທົນທຸກທໍລະມານຍ້ອນຖືກມານຮ້າຍຄອບງຳ.” (ກິດຈະການ 10:38) ຄຳວ່າ “ເຮັດສິ່ງດີໆ” ບອກໃຫ້ຮູ້ວ່າພະເຢຊູໃຊ້ລິດເດດເພື່ອຊ່ວຍຄົນອື່ນ. ຫຼັງຈາກທີ່ຖືກເລືອກແລ້ວ ເພິ່ນກໍ “ເປັນຜູ້ພະຍາກອນທີ່ເຮັດການອັດສະຈັນແລະເວົ້າຢ່າງມີພະລັງ.”—ລູກາ 24:19
9-11. (ກ) ສ່ວນຫຼາຍແລ້ວພະເຢຊູສອນຢູ່ໃສ ແລະເພິ່ນຕ້ອງສອນແນວໃດ? (ຂ) ເປັນຫຍັງປະຊາຊົນຈຶ່ງຮູ້ສຶກງຶດກັບການສອນຂອງພະເຢຊູ?
9 ພະເຢຊູເວົ້າຢ່າງມີພະລັງແນວໃດ? ສ່ວນຫຼາຍພະເຢຊູສອນຢູ່ຕາມແຄມຝັ່ງທະເລ ຕາມໂນນພູ ຕາມຖະໜົນຫົນທາງ ແລະຕາມຕະຫຼາດ. (ມາຣະໂກ 6:53-56; ລູກາ 5:1-3; 13:26) ຄົນທີ່ຟັງເພິ່ນຢາກຍ່າງໜີຕອນໃດກໍໄດ້ຖ້າເຂົາເຈົ້າບໍ່ຢາກຟັງ. ຄົນທີ່ຮູ້ຄຸນຄ່າຕ້ອງຈື່ຄຳທີ່ພະເຢຊູເວົ້າໄວ້ໃນຄວາມຄິດແລະໃນຫົວໃຈຂອງເຂົາເຈົ້າ ຍ້ອນສະໄໝນັ້ນຍັງບໍ່ມີການຂຽນຄຳເວົ້າຂອງເພິ່ນໄວ້ໃນປຶ້ມເທື່ອ. ດັ່ງນັ້ນ ພະເຢຊູຕ້ອງສອນໃນສິ່ງຄົນສົນໃຈ ເຂົ້າໃຈແຈ້ງ ແລະຈື່ໄດ້ງ່າຍ. ແຕ່ເລື່ອງນີ້ກໍບໍ່ໄດ້ຍາກສຳລັບພະເຢຊູ. ຕົວຢ່າງທີ່ດີກ່ຽວກັບເລື່ອງນີ້ ຂໍໃຫ້ເບິ່ງຄຳບັນລະຍາຍຂອງເພິ່ນທີ່ເອີ້ນວ່າຄຳບັນລະຍາຍເທິງພູ.
10 ເຊົ້າມື້ໜຶ່ງໃນຕົ້ນປີ 31 ປະຊາຊົນໄດ້ມາລວມກັນຢູ່ໂນນພູໃກ້ທະເລຄາລີເລ. ບາງຄົນມາຈາກແຂວງຢູດາຍ ແລະບາງຄົນມາຈາກເມືອງເຢຣູຊາເລັມເຊິ່ງຢູ່ໄກປະມານ 100 ຫາ 110 ກິໂລແມັດ. ສ່ວນຄົນອື່ນໆມາຈາກແຄມທະເລເຂດເມືອງຕີເຣແລະເມືອງຊີໂດນທີ່ຢູ່ທາງພາກເໜືອ. ຄົນທີ່ບໍ່ສະບາຍຫຼາຍຄົນກໍຢາກມາບາຍພະເຢຊູ ແລ້ວເພິ່ນກໍປົວເຂົາເຈົ້າທຸກຄົນໃຫ້ເຊົາ. ຫຼັງຈາກທີ່ພະເຢຊູປົວທຸກຄົນແລ້ວໆ ເພິ່ນກໍເລີ່ມສອນເຂົາເຈົ້າ. (ລູກາ 6:17-19) ເມື່ອເພິ່ນສອນຈົບແລ້ວ ເຂົາເຈົ້າກໍຮູ້ສຶກງຶດໃນເລື່ອງທີ່ເພິ່ນສອນ. ຍ້ອນຫຍັງ?
11 ຫຼາຍປີຕໍ່ມາ ຄົນໜຶ່ງທີ່ໄດ້ຟັງຄຳບັນລະຍາຍເທິງພູຂຽນວ່າ: “ຄົນທີ່ມາຟັງເພິ່ນກໍຮູ້ສຶກງຶດໃນວິທີທີ່ເພິ່ນສອນ ຍ້ອນເພິ່ນສອນຄືກັບຄົນທີ່ໄດ້ຮັບອຳນາດຈາກພະເຈົ້າ.” (ມັດທາຍ 7:28, 29) ເຂົາເຈົ້າຮູ້ສຶກໄດ້ວ່າຄຳສອນຂອງພະເຢຊູມີພະລັງ. ເພິ່ນສອນເຂົາເຈົ້າໃນສິ່ງທີ່ພະເຈົ້າຢາກໃຫ້ເຂົາເຈົ້າຮູ້ ແລະສອນໂດຍໃຊ້ຖ້ອຍຄຳຂອງພະເຈົ້າ. (ໂຢຮັນ 7:16) ພະເຢຊູສອນຢ່າງຈະແຈ້ງ ເພິ່ນກະຕຸ້ນຄົນໃຫ້ເຮັດຕາມສິ່ງທີ່ເພິ່ນສອນ ແລະເພິ່ນຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າເພິ່ນສອນຄວາມຈິງຈາກພະເຈົ້າ. ເພິ່ນຊ່ວຍຜູ້ຟັງໃຫ້ຮູ້ວ່າຕົ້ນເຫດແທ້ໆຂອງບັນຫາແມ່ນຫຍັງ ແລະຊ່ວຍເຂົາເຈົ້າໃຫ້ກວດເບິ່ງວ່າໂຕເອງເປັນຄົນແນວໃດແທ້ໆ. ເພິ່ນສອນເຂົາເຈົ້າວ່າຈະມີຄວາມສຸກແທ້ໄດ້ແນວໃດ ຈະອະທິດຖານແນວໃດ ຈະເຮັດໃຫ້ການປົກຄອງຂອງພະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດແນວໃດ ແລະຈະມີອະນາຄົດທີ່ດີໄດ້ແນວໃດ. (ມັດທາຍ 5:3–7:27) ຄຳເວົ້າຂອງເພິ່ນກະຕຸ້ນຄົນທີ່ຢາກຮູ້ຄວາມຈິງແລະຢາກເຮັດສິ່ງທີ່ຖືກຕ້ອງໃຫ້ລົງມືເຮັດບາງສິ່ງບາງຢ່າງ. ຄົນແບບນັ້ນເຕັມໃຈ “ເຊົາໃຊ້ຊີວິດເພື່ອໂຕເອງ” ແລະຖິ້ມທຸກຢ່າງເພື່ອຕິດຕາມພະເຢຊູ. (ມັດທາຍ 16:24; ລູກາ 5:10, 11) ນີ້ເປັນຫຼັກຖານວ່າຄຳເວົ້າຂອງພະເຢຊູມີພະລັງແທ້ໆ!
“ເຮັດການອັດສະຈັນ”
12, 13. ເປັນຫຍັງພະເຢຊູຈຶ່ງ “ເຮັດການອັດສະຈັນ” ໄດ້ ແລະເພິ່ນເຮັດການອັດສະຈັນຫຍັງແດ່?
12 ພະເຢຊູຍັງ “ເຮັດການອັດສະຈັນ” ນຳອີກ. (ລູກາ 24:19) ປຶ້ມຂ່າວດີໄດ້ບັນທຶກວ່າພະເຢຊູເຮັດການອັດສະຈັນຫຼາຍກວ່າ 30 ເທື່ອ. ເພິ່ນເຮັດການອັດສະຈັນທັງໝົດດ້ວຍ “ລິດເດດຂອງພະເຢໂຫວາ.”b (ລູກາ 5:17) ຫຼາຍພັນຄົນໄດ້ຮັບປະໂຫຍດຈາກການອັດສະຈັນເຫຼົ່ານີ້. ຕົວຢ່າງເຊັ່ນ ຄຳພີໄບເບິນບອກວ່າພະເຢຊູເຄີຍເຮັດການອັດສະຈັນເພື່ອລ້ຽງອາຫານຜູ້ຊາຍ 5.000 ຄົນ ແລະຕໍ່ມາກໍລ້ຽງຜູ້ຊາຍອີກ 4.000 ຄົນ ໃນນີ້ “ບໍ່ນັບຜູ້ຍິງກັບເດັກນ້ອຍ” ຖ້ານັບທຸກຄົນລວມກັນແລ້ວກໍຈະມີຫຼາຍພັນຄົນ.—ມັດທາຍ 14:13-21; 15:32-38
13 ພະເຢຊູເຮັດການອັດສະຈັນຫຼາຍຢ່າງທີ່ແຕກຕ່າງກັນ. ເພິ່ນມີລິດເດດເໜືອພວກປີສາດ ແລະໄລ່ພວກມັນອອກຈາກຄົນໄດ້ງ່າຍໆ. (ລູກາ 9:37-43) ເພິ່ນປ່ຽນນ້ຳໃຫ້ເປັນເຫຼົ້າແວງໄດ້. (ໂຢຮັນ 2:1-11) ໃຫ້ນຶກພາບເບິ່ງວ່າພວກລູກສິດຈະຮູ້ສຶກງຶດຫຼາຍສ່ຳໃດຕອນທີ່ “ເຫັນພະເຢຊູຍ່າງຢູ່ເທິງໜ້ານ້ຳ.” (ໂຢຮັນ 6:18, 19) ພະເຢຊູມີລິດເດດທີ່ຈະປົວຄົນພິການແລະຄົນທີ່ເປັນພະຍາດຮ້າຍແຮງທຸກຊະນິດ. (ມາຣະໂກ 3:1-5; ໂຢຮັນ 4:46-54) ເພິ່ນເຮັດການອັດສະຈັນຫຼາຍແບບ. ບາງຄົນເພິ່ນປົວຢູ່ໄກໆ ສ່ວນບາງຄົນເພິ່ນປົວໂດຍການຈັບການສຳຜັດ. (ມັດທາຍ 8:2, 3, 5-13) ບາງຄົນເພິ່ນກໍປົວໃຫ້ເຊົາທັນທີ ສ່ວນບາງຄົນເພິ່ນກໍຄ່ອຍໆປົວໃຫ້ດີຂຶ້ນ.—ມາຣະໂກ 8:22-25; ລູກາ 8:43, 44
“ເຂົາເຈົ້າ . . . ເຫັນພະເຢຊູຍ່າງຢູ່ເທິງໜ້ານ້ຳ”
14. ພະເຢຊູໄດ້ສະແດງໃຫ້ເຫັນແນວໃດວ່າເພິ່ນມີລິດເດດເໜືອຄວາມຕາຍ?
14 ການອັດສະຈັນທີ່ເປັນຕາງຶດທີ່ສຸດທີ່ພະເຢຊູເຮັດແມ່ນເພິ່ນໃຊ້ລິດເດດປຸກຄົນຕາຍໃຫ້ຟື້ນຄືນມາ. ຄຳພີໄບເບິນເວົ້າເຖິງ 3 ເຫດການທີ່ເພິ່ນປຸກຄົນຕາຍໃຫ້ຟື້ນຄືນມາຄື: ປຸກລູກສາວອາຍຸ 12 ປີຄືນມາໃຫ້ຜູ້ເປັນພໍ່ແມ່ ປຸກລູກຊາຍຄົນດຽວຄືນມາໃຫ້ແມ່ໝ້າຍ ແລະປຸກນ້ອງຊາຍທີ່ຮັກຫຼາຍຄືນມາໃຫ້ເອື້ອຍ 2 ຄົນ. (ລູກາ 7:11-15; 8:49-56; ໂຢຮັນ 11:38-44) ບໍ່ມີເຫດການໃດຍາກໂພດສຳລັບພະເຢຊູ ບໍ່ວ່າຈະເປັນການປຸກເດັກນ້ອຍຜູ້ຍິງອາຍຸ 12 ປີທີ່ຫາກໍຕາຍຢູ່ເທິງຕຽງ ປຸກລູກຊາຍຂອງແມ່ໝ້າຍທີ່ຫາກໍຕາຍແລະນອນຢູ່ເທິງເປຫາມສົບ ຫຼືປຸກລາຊະໂຣທີ່ຕາຍໄດ້ 4 ມື້ແລ້ວໃຫ້ອອກມາຈາກບ່ອນຝັງສົບ.
ພະເຢຊູໃຊ້ລິດເດດແບບບໍ່ເຫັນແກ່ໂຕ ມີເຫດຜົນແລະຄິດເຖິງຄວາມຮູ້ສຶກຂອງຄົນອື່ນສະເໝີ
15, 16. ອັນໃດສະແດງໃຫ້ເຫັນວ່າພະເຢຊູບໍ່ເຄີຍໃຊ້ລິດເດດເພື່ອຜົນປະໂຫຍດຂອງໂຕເອງ?
15 ຖ້າຜູ້ປົກຄອງບ້ານເມືອງທີ່ເປັນມະນຸດບໍ່ສົມບູນແບບມີອຳນາດຄືກັບພະເຢຊູ ຫຼາຍຄົນຄືຊິຢ້ານວ່າເຂົາເຈົ້າຈະໃຊ້ອຳນາດໃນທາງທີ່ຜິດ. ເຂົາເຈົ້າມັກເຫັນແກ່ໂຕ ຍິ່ງຈອງຫອງ ແລະໂລບ ເຂົາເຈົ້າຈຶ່ງໃຊ້ອຳນາດເພື່ອທຳຮ້າຍຄົນອື່ນແນ່ນອນ ແຕ່ພະເຢຊູບໍ່ເຮັດແບບນັ້ນ ຍ້ອນເພິ່ນບໍ່ມີບາບ.—1 ເປໂຕ 2:22
16 ພະເຢຊູໃຊ້ລິດເດດຂອງເພິ່ນເພື່ອປະໂຫຍດຂອງຄົນອື່ນແລະບໍ່ເຄີຍເຮັດເພື່ອປະໂຫຍດຂອງໂຕເອງເລີຍ. ແມ່ນແຕ່ຕອນທີ່ເພິ່ນຫິວ ເພິ່ນກໍບໍ່ຍອມເສກກ້ອນຫີນໃຫ້ກາຍເປັນເຂົ້າຈີ່. (ມັດທາຍ 4:1-4) ເພິ່ນມີເຄື່ອງຂອງບໍ່ຫຼາຍ ນີ້ສະແດງວ່າເພິ່ນບໍ່ໄດ້ໃຊ້ລິດເດດເພື່ອເຮັດໃຫ້ໂຕເອງລວຍ. (ມັດທາຍ 8:20) ເມື່ອເຮັດການອັດສະຈັນ ເພິ່ນກໍຕ້ອງເສຍພະລັງນຳ. ແມ່ນແຕ່ຕອນທີ່ປົວຄົນປ່ວຍຄົນດຽວ ເພິ່ນກໍຮູ້ສຶກໄດ້ວ່າພະລັງອອກຈາກໂຕເພິ່ນ. (ມາຣະໂກ 5:25-34) ເຖິງວ່າເປັນແນວນັ້ນ ເພິ່ນກໍຍອມໃຫ້ທຸກຄົນມາຈັບມາບາຍເພິ່ນໄດ້ ເພື່ອໃຫ້ເຂົາເຈົ້າເຊົາພະຍາດ. (ລູກາ 6:19) ນີ້ເຮັດໃຫ້ເຫັນວ່າພະເຢຊູສົນໃຈຄົນອື່ນຫຼາຍແທ້ໆແລະຢາກໃຊ້ລິດເດດເພື່ອຊ່ວຍເຂົາເຈົ້າ.
17. ພະເຢຊູສະແດງໃຫ້ເຫັນແນວໃດວ່າເພິ່ນໃຊ້ລິດເດດແບບມີເຫດຜົນສະເໝີ?
17 ພະເຢຊູໃຊ້ລິດເດດຂອງເພິ່ນແບບມີເຫດຜົນສະເໝີ. ເພິ່ນບໍ່ເຄີຍເຮັດການອັດສະຈັນເພື່ອໂອ້ອວດຫຼືເພື່ອໃຫ້ຄົນອື່ນສົນໃຈເພິ່ນ. (ມັດທາຍ 4:5-7) ຕົວຢ່າງເຊັ່ນ ເມື່ອເຮໂຣດຢາກໃຫ້ເພິ່ນເຮັດການອັດສະຈັນໃຫ້ເບິ່ງ ເພິ່ນກໍບໍ່ເຮັດ. (ລູກາ 23:8, 9) ແທນທີ່ຈະບອກວ່າເພິ່ນມີລິດເດດຫຼາຍສ່ຳໃດ ແຕ່ຫຼາຍເທື່ອເພິ່ນໄດ້ຫ້າມຄົນທີ່ເພິ່ນປົວບໍ່ໃຫ້ບອກເລື່ອງນັ້ນກັບຄົນອື່ນ. (ມາຣະໂກ 5:43; 7:36) ພະເຢຊູບໍ່ຢາກໃຫ້ປະຊາຊົນເຊື່ອວ່າເພິ່ນເປັນເມຊີອາຍ້ອນໄດ້ຍິນແຕ່ຂ່າວລືວ່າເພິ່ນເຮັດການອັດສະຈັນໄດ້.—ມັດທາຍ 12:15-19
18-20. (ກ) ເປັນຫຍັງພະເຢຊູຈຶ່ງໃຊ້ລິດເດດຂອງເພິ່ນເພື່ອເຮັດການອັດສະຈັນ? (ຂ) ເຈົ້າຮູ້ສຶກແນວໃດກັບວິທີທີ່ພະເຢຊູປົວຜູ້ຊາຍຫູໜວກຄົນໜຶ່ງ?
18 ພະເຢຊູບໍ່ຄືກັບຜູ້ປົກຄອງບ້ານເມືອງທີ່ໃຊ້ອຳນາດໂດຍບໍ່ຄິດເຖິງຄວາມຈຳເປັນແລະຄວາມທຸກຂອງຄົນອື່ນ. ພະເຢຊູເປັນຫ່ວງຄົນອື່ນ ພຽງແຕ່ໄດ້ເຫັນຄົນທີ່ມີຄວາມທຸກ ເພິ່ນກໍຮູ້ສຶກອີ່ຕົນແລະຢາກຊ່ວຍເຂົາເຈົ້າແລ້ວ. (ມັດທາຍ 14:14) ເພິ່ນສົນໃຈແທ້ໆວ່າຄົນອື່ນຮູ້ສຶກແນວໃດແລະເຂົາເຈົ້າມີຄວາມຈຳເປັນຫຍັງແດ່ ແລ້ວເພິ່ນກໍໃຊ້ລິດເດດຂອງເພິ່ນເພື່ອຊ່ວຍເຂົາເຈົ້າໃຫ້ມີຄວາມສຸກແລະມີຊີວິດທີ່ດີຂຶ້ນ. ເຮົາອ່ານຕົວຢ່າງໜຶ່ງທີ່ໜ້າປະທັບໃຈໄດ້ໃນມາຣະໂກ 7:31-37.
19 ຕອນນັ້ນ ມີຫຼາຍຄົນມາຫາພະເຢຊູແລະພາຄົນທີ່ເຈັບປ່ວຍບັກຫຼາຍໆມາຫາເພິ່ນ ແລະເພິ່ນກໍປົວທຸກຄົນໃຫ້ເຊົາ. (ມັດທາຍ 15:29, 30) ແຕ່ພະເຢຊູເຫັນຜູ້ຊາຍຄົນໜຶ່ງທີ່ເພິ່ນຕ້ອງໄດ້ຊ່ວຍເຫຼືອເປັນພິເສດ. ລາວຫູໜວກແລະເກືອບຈະເວົ້າບໍ່ໄດ້. ພະເຢຊູອາດຈະສັງເກດວ່າລາວຮູ້ສຶກກັງວົນແລະອາຍຫຼາຍ. ດ້ວຍຄວາມເຫັນໃຈ ພະເຢຊູຈຶ່ງພາລາວອອກຈາກຝູງຄົນໄປຢູ່ບ່ອນທີ່ງຽບໆ. ຫຼັງຈາກນັ້ນ ພະເຢຊູໄດ້ເຮັດທ່າທາງບາງຢ່າງເພື່ອໃຫ້ລາວຮູ້ວ່າເພິ່ນຈະເຮັດຫຍັງ. ພະເຢຊູ “ແຍ່ນິ້ວມືເຂົ້າໄປໃນຫູທັງສອງເບື້ອງຂອງລາວ ແລະບ້ວນນ້ຳລາຍ ຫຼັງຈາກນັ້ນເພິ່ນກໍແຕະລີ້ນຂອງລາວ.”c (ມາຣະໂກ 7:33) ຈາກນັ້ນ ພະເຢຊູກໍເງີຍໜ້າຂຶ້ນຟ້າແລະອະທິດຖານ. ການເຮັດແບບນີ້ຈະຊ່ວຍໃຫ້ລາວເຂົ້າໃຈວ່າພະເຈົ້າໃຫ້ລິດເດດກັບເພິ່ນເພື່ອປົວລາວ. ໃນທີ່ສຸດ ພະເຢຊູເວົ້າວ່າ “ເປີດອອກ.” (ມາຣະໂກ 7:34) ທັນໃດນັ້ນ ລາວກໍໄດ້ຍິນແລະເວົ້າໄດ້ເປັນປົກກະຕິ.
20 ພວກເຮົາຮູ້ສຶກປະທັບໃຈຫຼາຍແທ້ໆທີ່ພະເຢຊູໃຊ້ລິດເດດທີ່ພະເຈົ້າໃຫ້ເພື່ອປົວຄົນເຈັບປ່ວຍ ແລະເພິ່ນຍັງຄິດເຖິງຄວາມຮູ້ສຶກຂອງຄົນທີ່ເພິ່ນປົວແທ້ໆ. ພວກເຮົາໄດ້ກຳລັງໃຈຫຼາຍແທ້ໆທີ່ຮູ້ວ່າພະເຢໂຫວາເລືອກພະເຢຊູຜູ້ທີ່ມີຄວາມເມດຕາແລະຄວາມຮັກໃຫ້ເປັນກະສັດໃນການປົກຄອງຂອງພະເຈົ້າ.
ການອັດສະຈັນທີ່ພະເຢຊູເຮັດສະແດງໃຫ້ເຫັນວ່າເພິ່ນຈະເຮັດຫຍັງໃນອະນາຄົດ
21, 22. (ກ) ໃນອະນາຄົດພະເຢຊູຈະເຮັດການອັດສະຈັນຫຍັງແດ່? (ຂ) ຍ້ອນພະເຢຊູຄວບຄຸມພະລັງທຳມະຊາດໄດ້ ເຮົາຄາດໝາຍຫຍັງໄດ້ຕອນທີ່ເພິ່ນເປັນກະສັດປົກຄອງ?
21 ການອັດສະຈັນຕ່າງໆທີ່ພະເຢຊູເຮັດຢູ່ໂລກນີ້ເຮັດໃຫ້ເຫັນວ່າເພິ່ນຈະເຮັດສິ່ງດີໆຫຍັງແດ່ໃນອະນາຄົດເມື່ອເພິ່ນເປັນກະສັດປົກຄອງທົ່ວໂລກ. ໃນໂລກໃໝ່ ພະເຢຊູຈະເຮັດການອັດສະຈັນອີກທີ່ເປັນປະໂຫຍດກັບທຸກຄົນໃນໂລກ. ຂໍໃຫ້ມາເບິ່ງວ່າມີສິ່ງດີໆຫຍັງແດ່ທີ່ພະເຢຊູຈະເຮັດເພື່ອເຮົາ.
22 ພະເຢຊູຈະຟື້ນຟູທຳມະຊາດແລະສິ່ງແວດລ້ອມທີ່ເຄີຍຖືກທຳລາຍ. ຈື່ໄດ້ບໍເພິ່ນເຄີຍສັ່ງໃຫ້ພາຍຸສະຫງົບ. ນີ້ສະແດງວ່າເພິ່ນຄວບຄຸມພະລັງທຳມະຊາດໄດ້. ພາຍໃຕ້ການປົກຄອງຂອງພະຄລິດ ມະນຸດຈະບໍ່ຕ້ອງຢ້ານວ່າຈະຖືກພາຍຸໄຕ້ຝຸ່ນ ແຜ່ນດິນໄຫວ ພູເຂົາໄຟລະເບີດ ຫຼືໄພທຳມະຊາດອື່ນໆທຳລາຍ. ຍ້ອນພະເຢຊູເປັນນາຍຊ່າງທີ່ພະເຢໂຫວາໃຊ້ເພື່ອສ້າງໂລກແລະສິ່ງທີ່ມີຊີວິດທັງໝົດໃນໂລກນີ້ ພະເຢຊູຈຶ່ງເຂົ້າໃຈລາຍລະອຽດທຸກຢ່າງກ່ຽວກັບໂລກ. ເພິ່ນຮູ້ວ່າຈະໃຊ້ຊັບພະຍາກອນຂອງໂລກຢ່າງເໝາະສົມແນວໃດ. ເມື່ອພະເຢຊູປົກຄອງທົ່ວໂລກເພິ່ນກໍຈະເຮັດໃຫ້ໂລກນີ້ເປັນອຸທິຍານ.—ລູກາ 23:43
23. ພະເຢຊູກະສັດຂອງເຮົາຈະເບິ່ງແຍງເຮົາໃນດ້ານໃດແດ່?
23 ພະເຢຊູຈະເບິ່ງແຍງພວກເຮົາໄດ້ບໍ? ຂໍໃຫ້ຈື່ວ່າພະເຢຊູເຄີຍລ້ຽງອາຫານຫຼາຍພັນຄົນໂດຍໃຊ້ຂອງກິນແຕ່ໜ້ອຍດຽວ ພວກເຮົາຈຶ່ງໝັ້ນໃຈວ່າເມື່ອເພິ່ນປົກຄອງຈະບໍ່ມີໃຜອຶດຢາກອີກເລີຍ. ໃນຕອນນັ້ນ ທຸກຄົນຈະມີອາຫານກິນຢ່າງເຫຼືອເຟືອເລີຍ. (ເພງສັນລະເສີນ 72:16) ເພິ່ນເຄີຍປົວຄົນເຈັບປ່ວຍແລະພິການມາແລ້ວ ໃນອະນາຄົດເພິ່ນກໍຈະປົວຄົນຕາບອດ ຄົນຫູໜວກ ແລະຄົນພິການໃຫ້ມີສຸຂະພາບດີຕະຫຼອດໄປ. (ເອຊາຢາ 33:24; 35:5, 6) ເພິ່ນເຄີຍປຸກຄົນຕາຍໃຫ້ຟື້ນຄືນມາໄດ້ ພວກເຮົາກໍໝັ້ນໃຈວ່າເພິ່ນຈະປຸກຫຼາຍລ້ານຄົນທີ່ຢູ່ໃນຄວາມຊົງຈຳຂອງພໍ່ເພິ່ນໃຫ້ຟື້ນຄືນມາມີຊີວິດອີກ.—ໂຢຮັນ 5:28, 29
24. ເມື່ອເຮົາຄິດກ່ຽວກັບລິດເດດຂອງພະເຢຊູ ພວກເຮົາຕ້ອງຈື່ຫຍັງໄວ້ສະເໝີ ແລະຍ້ອນຫຍັງ?
24 ເມື່ອຄິດກ່ຽວກັບລິດເດດຂອງພະເຢຊູ ພວກເຮົາຕ້ອງຈື່ວ່າເພິ່ນເປັນລູກທີ່ຮຽນແບບພໍ່ໄດ້ຢ່າງສົມບູນແບບ. (ໂຢຮັນ 14:9) ເມື່ອພວກເຮົາເຫັນພະເຢຊູໃຊ້ລິດເດດແນວໃດ ພວກເຮົາກໍຮູ້ວ່າພະເຢໂຫວາໃຊ້ລິດເດດແນວນັ້ນ. ຕົວຢ່າງເຊັ່ນ ພະເຢຊູປົວຄົນຂີ້ທູດຄົນໜຶ່ງໃຫ້ເຊົາດ້ວຍຄວາມອ່ອນໂຍນແລະເຂົ້າໃຈຄວາມຮູ້ສຶກຂອງລາວ. ຍ້ອນອີ່ຕົນ ເພິ່ນຈຶ່ງເດ່ມືໄປບາຍຜູ້ຊາຍຄົນນັ້ນແລະບອກວ່າ: “ຂ້ອຍຢາກຊ່ວຍ.” (ມາຣະໂກ 1:40-42) ຈາກເລື່ອງເຫຼົ່ານີ້ທີ່ຢູ່ໃນຄຳພີໄບເບິນກໍຄືກັບພະເຢໂຫວາກຳລັງບອກພວກເຮົາວ່າ: ‘ເຮົາໃຊ້ລິດເດດຂອງເຮົາແບບນີ້ແຫຼະ!’ ພວກເຮົາຢາກສັນລະເສີນແລະຂອບໃຈພະເຈົ້າຜູ້ມີລິດເດດສູງສຸດຍ້ອນເພິ່ນໃຊ້ລິດເດດຂອງເພິ່ນດ້ວຍຄວາມຮັກ.
a ເປັນເລື່ອງປົກກະຕິທີ່ພາຍຸຈະເກີດຂຶ້ນຢ່າງກະທັນຫັນຢູ່ທະເລຄາລິເລ. ທະເລນີ້ຢູ່ຕ່ຳກວ່າລະດັບນ້ຳທະເລ (ປະມານ 200 ແມັດ) ແລະມີອຸນຫະພູມສູງກວ່າເຂດທີ່ຢູ່ໃກ້ໆຫັ້ນຫຼາຍຈຶ່ງເຮັດໃຫ້ອາກາດປັ່ນປ່ວນ ແລະລົມແຮງຈາກພູເຮີໂມນທີ່ຢູ່ທາງເໜືອທີ່ພັດລົງມາຕາມຮ່ອມພູຈໍແດນກໍເຮັດໃຫ້ອາກາດທີ່ສະຫງົບງຽບປ່ຽນເປັນພາຍຸທີ່ຮຸນແຮງໄດ້ຢ່າງກະທັນຫັນ.
b ບາງເທື່ອປຶ້ມຂ່າວດີໄດ້ລວມເອົາການອັດສະຈັນຫຼາຍຢ່າງໄວ້ໃນເຫດການດຽວ. ຕົວຢ່າງເຊັ່ນ ມີເທື່ອໜຶ່ງ “ຄົນໝົດເມືອງ” ມາຫາພະເຢຊູ ແລະເພິ່ນກໍໄດ້ປົວຄົນເຈັບປ່ວຍ “ຫຼາຍຄົນ” ໃຫ້ເຊົາ.—ມາຣະໂກ 1:32-34
c ການບ້ວນນ້ຳລາຍເປັນວິທີທີ່ສະແດງເຖິງການປົວພະຍາດທີ່ທັງຄົນຢິວແລະຄົນຕ່າງຊາດຍອມຮັບ. ໃນສະໄໝນັ້ນຄົນເຊື່ອວ່ານ້ຳລາຍປົວພະຍາດໄດ້. ພະເຢຊູອາດບ້ວນນ້ຳລາຍເພື່ອຊ່ວຍໃຫ້ຜູ້ຊາຍຄົນນັ້ນຮູ້ວ່າລາວກຳລັງຈະໄດ້ຮັບການປິ່ນປົວ. ແຕ່ແທ້ໆແລ້ວ ນ້ຳລາຍຂອງພະເຢຊູບໍ່ໄດ້ເຮັດໃຫ້ລາວເຊົາພະຍາດ.