ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/6 ໜ້າ 9-13
  • ພະ​ເຍຊູ​ຮັກ​ຜູ້​ຄົນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ຮັກ​ຜູ້​ຄົນ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ລິດເດດ​ຂອງ​ພະ​ເຢໂຫວາ​ໄດ້​ສະຖິດ​ຢູ່​ຫັ້ນ​ເພື່ອ​ຈະ​ໃຫ້​ເຂົາ​ດີ​ພະຍາດ”
  • “ຈົ່ງ​ລຸກ​ຂຶ້ນ! ເອົາ​ຕຽງ​ນອນ​ຂອງ​ເຈົ້າ​ແລະ​ຍ່າງ​ໄປ​ເຖີ້ນ”
  • “ໃຜ​ໄດ້​ບາຍ​ເສື້ອ​ຂອງ​ເຮົາ?”
  • “ພະ​ເຍຊູ​ໄດ້​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ​ອອກ”
  • ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ
  • ການອັດສະຈັນຂອງພະເຢຊູ—ເຈົ້າສາມາດຮຽນຫຍັງໄດ້?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ)—2004
  • ພະ​ເຢຊູ​ເຮັດ​ຫຍັງ​ຕອນ​ທີ່​ຢູ່​ເທິງ​ໂລກ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ການອັດສະຈັນ​ຂອງ​ພະເຢຊູ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ‘ພະຄລິດ​ເປັນ​ຜູ້​ທີ່​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ພະເຈົ້າ’
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/6 ໜ້າ 9-13
ຢູ່​ສະ​ນ້ຳ​ເບເທສະດາ ພະ​ເຍຊູ​ຍ່າງ​ເຂົ້າ​ໄປ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ

ພະ​ເຍຊູ​ຮັກ​ຜູ້​ຄົນ

“ເຮົາ​ມີ​ຄວາມ​ສະໜຸກ [ຄວາມ​ຍິນດີ ] ໃນ​ລູກ​ມະນຸດ​ທັງ​ຫຼາຍ.”—ສຸພາສິດ 8:31

ເຈົ້າ​ອະທິບາຍ​ໄດ້​ບໍ?

  • ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ມະນຸດ?

  • ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ສຳລັບ​ອະນາຄົດ?

  • ເຮົາ​ຄອຍ​ຖ້າ​ທີ່​ຈະ​ເຫັນ​ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ຫຍັງ?

1, 2. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ມະນຸດ?

ລູກ​ຊາຍ​ກົກ​ຂອງ​ພະ​ເຢໂຫວາ​ເປັນ​ຕົວຢ່າງ​ອັນ​ດີ​ເລີດ​ຂອງ​ສະຕິ​ປັນຍາ​ທີ່​ໜ້າ​ເຫຼືອ​ເຊື່ອ​ຂອງ​ພະ​ເຢໂຫວາ​ແລະ​ເປັນ “ຜູ້​ຮັບໃຊ້​ສຳເລັດ​ການ [ນາຍ​ຊ່າງ]” ຂອງ​ພະອົງ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ພະ​ເຍຊູ​ຈະ​ມີ​ຄວາມ​ສຸກ​ແລະ​ຄວາມ​ພໍ​ໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຫັນ​ພໍ່ “ແຕ່ງ​ຟ້າ​ສະຫວັນ” ແລະ “ວາງ​ພື້ນຖານ​ແຜ່ນດິນ​ໂລກ, ທ.ປ.” ແຕ່​ໃນ​ທຸກ​ສິ່ງ​ທີ່​ພໍ່​ໄດ້​ສ້າງ ພະ​ເຍຊູ “ມີ​ຄວາມ​ສະໜຸກ [ຄວາມ​ຍິນດີ] ໃນ​ລູກ​ມະນຸດ​ທັງ​ຫຼາຍ.” (ສຸພາສິດ 8:22-31) ແມ່ນ​ແລ້ວ ພະ​ເຍຊູ​ຮັກ​ມະນຸດ​ຕັ້ງ​ແຕ່​ເລີ່ມ​ຕົ້ນ​ເລີຍ.

2 ຕໍ່​ມາ ພະ​ເຍຊູ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ສັດ​ຊື່​ແລະ​ຮັກ​ພໍ່ ແລະ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ທຸກ​ຄົນ ພະອົງ​ຈຶ່ງ​ເຕັມ​ໃຈ​ປະ​ຖິ້ມ​ຊີວິດ​ໃນ​ສະຫວັນ​ແລະ​ລົງ​ມາ​ເກີດ​ເປັນ​ມະນຸດ​ຢູ່​ໃນ​ໂລກ​ນີ້. ພະ​ເຍຊູ​ເຮັດ​ເຊັ່ນ​ນີ້​ກໍ​ຍ້ອນ​ມີ​ຄວາມ​ຮັກ​ແລະ​ສາມາດ​ມອບ​ຊີວິດ​ເພື່ອ​ເປັນ “ລາຄາ​ໄຖ່​ໂທດ​ຄົນ​ຫຼາຍ​ຄົນ.” (ມັດທາຍ 20:28; ຟີລິບ 2:5-8) ຕອນ​ທີ່​ພະ​ເຍຊູ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ພະ​ເຢໂຫວາ​ໄດ້​ໃຫ້​ລິດເດດ​ແກ່​ພະ​ເຍຊູ​ເພື່ອ​ເຮັດ​ການ​ອັດສະຈັນ​ຕ່າງໆ. ການ​ອັດສະຈັນ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຮັກ​ຜູ້​ຄົນ​ຫຼາຍ​ແທ້ໆ​ແລະ​ສະແດງ​ເຖິງ​ສິ່ງ​ທີ່​ດີ​ເລີດ​ຕ່າງໆ​ທີ່​ພະອົງ​ຈະ​ເຮັດ​ສຳລັບ​ມະນຸດ​ໃນ​ໄວໆ​ນີ້.

3. ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຕອນ​ທີ່​ຢູ່​ໂລກ​ນີ້ ພະ​ເຍຊູ​ປະກາດ​ເລື່ອງ “ແຜ່ນດິນ [ຂ່າວ​ດີ​ເລື່ອງ​ລາຊະອານາຈັກ] ຂອງ​ພະເຈົ້າ.” (ລືກາ 4:43) ພະ​ເຍຊູ​ຮູ້​ດີ​ວ່າ​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ຊື່​ຂອງ​ພໍ່​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ອັນ​ບໍລິສຸດ​ແລະ​ຈະ​ແກ້ໄຂ​ບັນຫາ​ຕ່າງໆ​ຂອງ​ມະນຸດ​ຕະຫຼອດ​ໄປ. ຕອນ​ທີ່​ເຮັດ​ວຽກ​ປະກາດ ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ. ການ​ອັດສະຈັນ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຫ່ວງໃຍ​ທຸກ​ຄົນ​ຫຼາຍ​ແທ້ໆ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ຕໍ່​ເຮົາ? ເພາະ​ສິ່ງ​ທີ່​ພະ​ເຍຊູ​ເຮັດ​ໃຫ້​ຄວາມ​ຫວັງ​ແລະ​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ສຳລັບ​ອະນາຄົດ. ສະນັ້ນ ຂໍ​ໃຫ້​ເຮົາ​ພິຈາລະນາ​ການ​ອັດສະຈັນ​ສີ່​ຢ່າງ​ທີ່​ພະ​ເຍຊູ​ເຮັດ.

“ລິດເດດ​ຂອງ​ພະ​ເຢໂຫວາ​ໄດ້​ສະຖິດ​ຢູ່​ຫັ້ນ​ເພື່ອ​ຈະ​ໃຫ້​ເຂົາ​ດີ​ພະຍາດ”

4. ເກີດ​ຫຍັງ​ຂຶ້ນ​ເມື່ອ​ພະ​ເຍຊູ​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຂີ້ທູດ?

4 ໃນ​ລະຫວ່າງ​ການ​ຮັບໃຊ້ ພະ​ເຍຊູ​ໄດ້​ໄປ​ແຂວງ​ຄາລິເລ. ຢູ່​ໃນ​ເມືອງ​ໜຶ່ງ ພະອົງ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ. (ມາລະໂກ 1:39, 40) ຜູ້​ຊາຍ​ຄົນ​ນີ້​ເຈັບ​ປ່ວຍ​ໜັກ​ຫຼາຍ ຈົນ​ລືກາ​ຜູ້​ທີ່​ເຄີຍ​ເປັນ​ທ່ານ​ໝໍ​ກ່າວ​ເຖິງ​ລາວ​ວ່າ “ເປັນ​ຂີ້ທູດ​ເຕັມ​ຕົວ.” (ລືກາ 5:12) ຄຳພີ​ໄບເບິນ​ບອກ​ວ່າ ເມື່ອ​ຊາຍ​ຄົນ​ນີ້​ເຫັນ​ພະ​ເຍຊູ ລາວ​ໄດ້ “ນົບ​ນ້ອມ​ໜ້າ​ລົງ​ແລະ​ເຊີນ [ຂໍ] ພະອົງ​ວ່າ ‘ພະອົງ​ເຈົ້າ​ຂ້າ​ຖ້າ​ພະອົງ​ມີ​ນ້ຳໃຈ [ຕ້ອງການ] ພະອົງ​ອາດ​ກະທຳ​ໃຫ້​ຂ້າພະເຈົ້າ​ດີ​ສະອາດ​ໄດ້.’” ຊາຍ​ຄົນ​ນີ້​ຮູ້​ວ່າ​ພະ​ເຍຊູ​ມີ​ລິດເດດ​ທີ່​ຈະ​ປິ່ນປົວ​ລາວ​ໄດ້. ແຕ່​ລາວ​ຢາກ​ຮູ້​ວ່າ​ພະ​ເຍຊູ​ຕ້ອງການ​ທີ່​ຈະ​ປິ່ນປົວ​ລາວ​ຫຼື​ບໍ່. ເປັນ​ຫຍັງ​ລາວ​ຈຶ່ງ​ຄິດ​ແບບ​ນັ້ນ? ກໍ​ຍ້ອນ​ວ່າ​ລາວ​ລຶ້ງ​ກັບ​ວິທີ​ທີ່​ພວກ​ຟາລິຊຽນ​ດູຖູກ​ຄົນ​ເປັນ​ຂີ້ທູດ. ແຕ່​ພະ​ເຍຊູ​ຄິດ​ແນວ​ໃດ? ພະ​ເຍຊູ​ຈະ​ປິ່ນປົວ​ຊາຍ​ທີ່​ໜ້າ​ລັງກຽດ​ຄົນ​ນີ້​ແນວ​ໃດ? ເຈົ້າ​ເດ​ຈະ​ເຮັດ​ແນວ​ໃດ?

5. ເປັນ​ຫຍັງ​ພະ​ເຍຊູ​ຕ້ອງການ​ປິ່ນປົວ​ຊາຍ​ທີ່​ເປັນ​ຂີ້ທູດ?

5 ປາກົດ​ວ່າ​ຊາຍ​ທີ່​ເປັນ​ຂີ້ທູດ​ຄົນ​ນີ້​ບໍ່​ໄດ້​ຮ້ອງ​ວ່າ “ຖ່ອຍ​ຮ້າຍ ຖ່ອຍ​ຮ້າຍ” ຕາມ​ທີ່​ກົດ​ໝາຍ​ຂອງ​ໂມເຊ​ກຳນົດ​ໄວ້. (ພວກເລວີ 13:43-46) ແຕ່​ພະ​ເຍຊູ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ລາວ. ແທນ​ທີ່​ຈະ​ຮູ້ສຶກ​ແນວ​ນັ້ນ ພະອົງ​ພັດ​ເປັນ​ຫ່ວງ​ແລະ​ຕ້ອງການ​ຊ່ວຍ​ເຫຼືອ​ລາວ. ເຮົາ​ບໍ່​ຮູ້​ວ່າ​ພະ​ເຍຊູ​ຄິດ​ແນວ​ໃດ​ແທ້ໆ ແຕ່​ຮູ້​ວ່າ​ພະອົງ​ຮູ້ສຶກ​ແນວ​ໃດ. ພະອົງ​ອີ່ຕົນ​ຊາຍ​ຄົນ​ນີ້​ແທ້ໆ​ຈົນ​ເຖິງ​ຂັ້ນ​ເຮັດ​ການ​ອັດສະຈັນ. ພະ​ເຍຊູ​ໄດ້​ເດ່​ມື​ອອກ​ໄປ​ບາຍ​ລາວ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ມີ​ໃຜ​ຈະ​ເຮັດ. ດ້ວຍ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ອີ່ຕົນ​ສົງສານ ພະ​ເຍຊູ​ເວົ້າ​ກັບ​ລາວ​ວ່າ: “ເຮົາ​ມີ​ນ້ຳໃຈ [ຕ້ອງການ]. ໃຫ້​ເຈົ້າ​ດີ​ສະອາດ​ເຖີ້ນ!” ຈາກ​ນັ້ນ “ຂີ້ທູດ​ໄດ້​ຫາຍ​ໄປ​ຈາກ​ເພິ່ນ.” (ລືກາ 5:13) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໃຫ້​ລິດເດດ​ແກ່​ພະ​ເຍຊູ​ເພື່ອ​ເຮັດ​ການ​ອັດສະຈັນ​ທີ່​ຍິ່ງໃຫຍ່ ແລະ​ເພື່ອ​ໃຫ້​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ມະນຸດ​ຫຼາຍ​ແທ້ໆ.—ລືກາ 5:17

6. ມີ​ສິ່ງ​ໃດ​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ ແລະ​ການ​ອັດສະຈັນ​ເຫຼົ່າ​ນັ້ນ​ສະແດງ​ເຖິງ​ຫຍັງ?

6 ລິດເດດ​ທີ່​ພະ​ເຍຊູ​ໄດ້​ຮັບ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ເພິ່ນ​ສາມາດ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ທີ່​ໜ້າ​ງຶດງໍ້. ພະ​ເຍຊູ​ບໍ່​ພຽງ​ແຕ່​ປິ່ນປົວ​ຄົນ​ຂີ້ທູດ​ເທົ່າ​ນັ້ນ ແຕ່​ຍັງ​ປິ່ນປົວ​ຄົນ​ທີ່​ເປັນ​ພະຍາດ​ອື່ນໆ​ນຳ​ອີກ. ຜູ້​ຄົນ​ພາ​ກັນ​ປະຫຼາດ​ໃຈ​ເມື່ອ​ເຫັນ “ຄົນ​ປາກ​ກືກ​ປາກ​ໄດ້ ແລະ​ຄົນ​ເສຍ​ອົງຄະ​ດີ​ແລ້ວ ແລະ​ຄົນ​ຂາ​ເຢກ​ຂາ​ຫ້ານ​ຍ່າງ​ໄປ ແລະ​ຄົນ​ຕາ​ບອດ​ເຫັນ​ໄດ້.” (ມັດທາຍ 15:31) ເມື່ອ​ປິ່ນປົວ​ບາງ​ຄົນ ພະ​ເຍຊູ​ບໍ່​ຈຳເປັນ​ຕ້ອງ​ຂໍ​ບໍລິຈາກ​ອະໄວຍະວະ​ຈາກ​ຄົນ​ທີ່​ມີ​ສຸຂະພາບ​ແຂງແຮງ. ພະ​ເຍຊູ​ມີ​ລິດເດດ​ທີ່​ຈະ​ປິ່ນປົວ​ສ່ວນ​ຕ່າງໆ​ຂອງ​ຮ່າງກາຍ ແລະ​ພະອົງ​ກໍ​ປິ່ນປົວ​ໄດ້​ທັນທີ​ເລີຍ ແຕ່​ບາງ​ເທື່ອ​ພະອົງ​ກໍ​ປິ່ນປົວ​ຄົນ​ທີ່​ຢູ່​ຫ່າງ​ໄກ​ຈາກ​ພະອົງ​ຊ້ຳ. (ໂຢຮັນ 4:46-54) ຕົວຢ່າງ​ຂອງ​ການ​ອັດສະຈັນ​ທີ່​ໜ້າ​ງຶດງໍ້​ນີ້​ສະແດງ​ໃຫ້​ເຫັນ​ຫຍັງ? ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຄລິດ​ກະສັດ​ຂອງ​ເຮົາ​ມີ​ລິດເດດ​ແລະ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ກຳຈັດ​ຄວາມ​ເຈັບ​ປ່ວຍ​ທຸກ​ຢ່າງ​ໃຫ້​ໝົດ​ໄປ​ຕະຫຼອດ​ການ. ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ຜູ້​ຄົນ ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ໃນ​ໂລກ​ໃໝ່ “ພະອົງ​ຈະ​ອີ່ດູ​ຄົນ​ທຸກ​ຍາກ​ກັບ​ຄົນ​ຈົນ.” (ຄຳເພງ 72:13) ພະ​ເຍຊູ​ຈະ​ປິ່ນປົວ​ທຸກ​ຄົນ​ທີ່​ເຈັບ​ປວດ​ທໍລະມານ ເພາະ​ວ່າ​ພະອົງ​ຕ້ອງການ​ທີ່​ຈະ​ເຮັດ​ແບບ​ນັ້ນ​ແທ້ໆ.

“ຈົ່ງ​ລຸກ​ຂຶ້ນ! ເອົາ​ຕຽງ​ນອນ​ຂອງ​ເຈົ້າ​ແລະ​ຍ່າງ​ໄປ​ເຖີ້ນ”

7, 8. ມີ​ຫຍັງ​ເກີດ​ຂຶ້ນ ກ່ອນ​ທີ່​ພະ​ເຍຊູ​ໄດ້​ພົບ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ຢູ່​ສະ​ນ້ຳ​ເບເທສະດາ?

7 ຫຼັງ​ຈາກ​ທີ່​ປິ່ນປົວ​ຄົນ​ຂີ້ທູດ​ໄດ້​ສອງ​ສາມ​ເດືອນ ພະ​ເຍຊູ​ກໍ​ເດີນ​ທາງ​ຈາກ​ແຂວງ​ຄາລິເລ​ໄປ​ແຂວງ​ຢູເດ​ເພື່ອ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ຢູ່​ທີ່​ນັ້ນ​ຕ້ອງ​ມີ​ປະຊາຊົນ​ຫຼາຍ​ພັນ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຍຊູ​ສອນ ແລະ​ເຂົາ​ເຈົ້າ​ຄົງ​ປະທັບ​ໃຈ​ທີ່​ພະອົງ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ. ພະ​ເຍຊູ​ຕ້ອງການ​ແທ້ໆ​ທີ່​ຈະ​ໃຫ້​ການ​ປອບ​ໂຍນ​ຄົນ​ທຸກ​ຍາກ​ແລະ​ຄົນ​ທີ່​ຖືກ​ກົດ​ຂີ່​ຂົ່ມເຫງ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ຫວັງ.—ເອຊາອີ 61:1, 2; ລືກາ 4:18-21

8 ໃນ​ເດືອນ​ນີຊານ ພະ​ເຍຊູ​ໄດ້​ເດີນ​ທາງ​ໄປ​ເມືອງ​ເຢຣຶຊາເລມ​ເພື່ອ​ສະຫຼອງ​ປັດສະຄາ. ໃນ​ເມືອງ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ເດີນ​ທາງ​ມາ​ຮ່ວມ​ເທດ​ສະ​ການ​ເຊິ່ງ​ພິເສດ​ນີ້. ຢູ່​ທາງ​ເໜືອ​ຂອງ​ວິຫານ​ມີ​ສະ​ນ້ຳ​ທີ່​ຊື່​ວ່າ​ເບເທສະດາ ແລະ​ຢູ່​ບ່ອນ​ນັ້ນ​ພະ​ເຍຊູ​ໄດ້​ພົບ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ຍ່າງ​ບໍ່​ໄດ້.

9, 10. (ກ) ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ໄປ​ທີ່​ສະ​ນ້ຳ​ເບເທສະດາ? (ຂ) ພະ​ເຍຊູ​ເຮັດ​ຫຍັງ​ຢູ່​ສະ​ນ້ຳ​ນັ້ນ ແລະ​ເລື່ອງ​ນີ້​ສອນ​ຫຍັງ​ເຮົາ? (ເບິ່ງ​ຮູບ​ທຳອິດ)

9 ຄົນ​ເຈັບ​ປ່ວຍ​ຈຳນວນ​ຫຼາຍ​ພາ​ກັນ​ໄປ​ສະ​ນ້ຳ​ເບເທສະດາ. ເຂົາ​ເຈົ້າ​ໄປ​ເຮັດ​ຫຍັງ? ເນື່ອງ​ຈາກ​ເຂົາ​ເຈົ້າ​ຄິດ​ວ່າ​ຄົນ​ທີ່​ເຈັບ​ປ່ວຍ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ອັດສະຈັນ​ຖ້າ​ລົງ​ໄປ​ໃນ​ສະ​ນ້ຳ​ຕອນ​ທີ່​ນ້ຳ​ກຳລັງ​ເຟືອດ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ບ່ອນ​ນັ້ນ​ຈະ​ສັບສົນ​ວຸ່ນວາຍ​ຂະໜາດ​ໃດ​ທີ່​ມີ​ຫຼາຍ​ຄົນ​ເຊິ່ງ​ໝົດ​ຫວັງ ກັງວົນ​ໃຈ ແລະ​ຕ້ອງການ​ແທ້ໆ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ. ພະ​ເຍຊູ​ເປັນ​ມະນຸດ​ສົມບູນ​ແບບ​ແລະ​ແນ່ນອນ​ວ່າ​ພະອົງ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ ແຕ່​ພະອົງ​ໄປ​ບ່ອນ​ນັ້ນ​ເຮັດ​ຫຍັງ? ຄວາມ​ຮັກ​ທີ່​ມີ​ຕໍ່​ຜູ້​ຄົນ​ກະຕຸ້ນ​ພະ​ເຍຊູ​ໃຫ້​ໄປ​ບ່ອນ​ນັ້ນ ແລະ​ຢູ່​ນີ້​ພະອົງ​ໄດ້​ພົບ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ມາ​ເປັນ​ເວລາ​ຫຼາຍ​ປີ​ເຊິ່ງ​ດົນ​ກວ່າ​ທີ່​ພະອົງ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ​ດ້ວຍ​ຊ້ຳ.—ອ່ານ ໂຢຮັນ 5:5-9

ພະ​ເຍຊູ​ຊອກ​ຫາ​ຄົນ​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ

10 ພະ​ເຍຊູ​ຖາມ​ຊາຍ​ຄົນ​ນີ້​ວ່າ ເຈົ້າ​ຢາກ​ຍ່າງ​ໄດ້​ຄື​ແຕ່​ກ່ອນ​ບໍ. ລອງ​ນຶກ​ພາບ​ເຖິງ​ຄວາມ​ໂສກ​ເສົ້າ​ຂອງ​ຊາຍ​ຄົນ​ນີ້​ເມື່ອ​ລາວ​ບອກ​ພະ​ເຍຊູ​ວ່າ ລາວ​ຢາກ​ຍ່າງ​ໄດ້ ແຕ່​ກໍ​ບໍ່​ສາມາດ​ເຮັດ​ໄດ້​ເພາະ​ບໍ່​ມີ​ໃຜ​ພາ​ລົງ​ໄປ​ໃນ​ສະ​ນ້ຳ. ຈາກ​ນັ້ນ ພະ​ເຍຊູ​ບອກ​ຊາຍ​ຄົນ​ນີ້​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້. ພະອົງ​ບອກ​ລາວ​ໃຫ້​ເອົາ​ຕຽງ​ນອນ​ແລະ​ຍ່າງ​ໄປ. ດັ່ງ​ນັ້ນ ລາວ​ຈຶ່ງ​ເອົາ​ຕຽງ​ນອນ​ແລະ​ເລີ່ມ​ຕົ້ນ​ຍ່າງ​ໄປ​ທັນທີ! ການ​ອັດສະຈັນ​ນີ້​ເປັນ​ຫຼັກ​ຖານ​ອັນ​ດີ​ເລີດ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ຈະ​ເຮັດ​ໃນ​ໂລກ​ໃໝ່ ແລະ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຮັກ​ຜູ້​ຄົນ​ຢ່າງ​ແທ້​ຈິງ. ພະອົງ​ຊອກ​ຫາ​ຄົນ​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ດັ່ງ​ນັ້ນ ຕົວຢ່າງ​ຂອງ​ພະ​ເຍຊູ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ໄປ​ໃນ​ເຂດ​ປະກາດ​ຕໍ່ໆ​ໄປ​ແລະ​ຊອກ​ຫາ​ຄົນ​ທີ່​ໝົດ​ຫວັງ​ເນື່ອງ​ຈາກ​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນີ້.

“ໃຜ​ໄດ້​ບາຍ​ເສື້ອ​ຂອງ​ເຮົາ?”

11. ໃນ​ມາລະໂກ 5:25-34 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຍຊູ​ມີ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ເຈັບ​ປ່ວຍ?

11 ອ່ານ ມາລະໂກ 5:25-34. ເປັນ​ເວລາ 12 ປີ​ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ທົນ​ທຸກ​ທໍລະມານ​ຍ້ອນ​ພະຍາດ​ທີ່​ເປັນ​ຕາ​ໜ້າ​ອາຍ. ຄວາມ​ເຈັບ​ປ່ວຍ​ນັ້ນ​ກະທົບ​ໃສ່​ທຸກ​ແງ່​ມຸມ​ໃນ​ຊີວິດ​ຂອງ​ລາວ ເຊິ່ງ​ລວມ​ເຖິງ​ເລື່ອງ​ການ​ນະມັດສະການ​ນຳ​ອີກ. ລາວ​ໄປ​ຫາ​ທ່ານ​ໝໍ​ຫຼາຍ​ຄົນ​ແລະ​ໃຊ້​ຈ່າຍ​ເງິນ​ທັງ​ໝົດ​ທີ່​ມີ​ເພື່ອ​ພະຍາຍາມ​ຊອກ​ຫາ​ການ​ປິ່ນປົວ ແຕ່​ລາວ​ພັດ​ເປັນ​ໜັກ​ກວ່າ​ເກົ່າ. ໃນ​ມື້​ໜຶ່ງ ເພື່ອ​ທີ່​ຈະ​ເຊົາ​ເປັນ​ປົກກະຕິ ຜູ້​ຍິງ​ຄົນ​ນີ້​ຈຶ່ງ​ວາງ​ແຜນ​ແບບ​ໃໝ່​ໃນ​ການ​ປິ່ນປົວ ໂດຍ​ໄດ້​ຍ່າງ​ຜ່າ​ຝູງ​ຄົນ​ໄປ​ຈັບ​ເຄື່ອງ​ນຸ່ງ​ຂອງ​ພະ​ເຍຊູ. (ພວກເລວີ 15:19, 25) ເມື່ອ​ພະ​ເຍຊູ​ຮູ້ສຶກ​ວ່າ​ລິດເດດ​ໄດ້​ອອກ​ໄປ​ຈາກ​ຕົວ​ຂອງ​ພະອົງ ພະອົງ​ຈຶ່ງ​ຖາມ​ວ່າ​ໃຜ​ໄດ້​ບາຍ​ເຮົາ. ເນື່ອງ​ຈາກ “ຢ້ານ​ຈົນ​ຕົວ​ສັ່ນ” ຜູ້​ຍິງ​ຄົນ​ນັ້ນ​ຈຶ່ງ “ນົບ​ນ້ອມ​ຕົວ​ລົງ​ຕໍ່​ໜ້າ​ພະອົງ​ແລະ​ໄດ້​ແຈ້ງ​ຄວາມ​ຈິງ​ທຸກ​ຂໍ້​ໃຫ້​ພະອົງ​ຟັງ.” ພະ​ເຍຊູ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປິ່ນປົວ​ຜູ້​ຍິງ​ຄົນ​ນີ້ ດັ່ງ​ນັ້ນ ພະອົງ​ຈຶ່ງ​ເວົ້າ​ຢ່າງ​ກະລຸນາ​ວ່າ: “ລູກ​ຍິງ​ເອີຍ ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ກະທຳ​ໃຫ້​ເຈົ້າ​ດີ​ແລ້ວ. ຈົ່ງ​ໄປ​ດ້ວຍ​ຄວາມ​ສຸກ​ສຳລານ​ແລະ​ໃຫ້​ເຈົ້າ​ດີ​ພະຍາດ​ເຖີ້ນ.”

ພະ​ເຍຊູ​ເວົ້າ​ຢ່າງ​ກະລຸນາ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ທົນ​ທຸກ​ທໍລະມານ​ຍ້ອນ​ຄວາມ​ເຈັບ​ປ່ວຍ​ເປັນ​ເວລາ 12 ປີ

ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ພິສູດ​ໃຫ້​ເຫັນ​ວ່າ​ພະອົງ​ສົນ​ໃຈ​ແທ້ໆ​ໃນ​ຕົວ​ເຮົາ​ແລະ​ບັນຫາ​ຕ່າງໆ​ທີ່​ເຮົາ​ປະສົບ (ເບິ່ງ​ຂໍ້ 11, 12)

12. (ກ) ຈາກ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ ເຈົ້າ​ຈະ​ພັນລະນາ​ວ່າ​ພະ​ເຍຊູ​ເປັນ​ຄົນ​ແນວ​ໃດ? (ຂ) ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ແນວ​ໃດ​ສຳລັບ​ເຮົາ?

12 ຈັ່ງ​ແມ່ນ​ຮູ້ສຶກ​ອົບອຸ່ນ​ໃຈ​ແທ້ໆ​ທີ່​ເຫັນ​ວ່າ​ພະ​ເຍຊູ​ມີ​ຄວາມ​ຮັກ​ຕໍ່​ຜູ້​ຄົນ ໂດຍ​ສະເພາະ​ຕໍ່​ກັບ​ຄົນ​ທີ່​ເຈັບ​ປ່ວຍ. ພະ​ເຍຊູ​ແຕກຕ່າງ​ຫຼາຍ​ຈາກ​ຊາຕານ ເຊິ່ງ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ມີ​ຄ່າ​ແລະ​ບໍ່​ມີ​ໃຜ​ຮັກ. ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ກໍ​ເພື່ອ​ພິສູດ​ວ່າ​ພະອົງ​ສົນ​ໃຈ​ເຮົາ​ແທ້ໆ​ແລະ​ບັນຫາ​ຕ່າງໆ​ທີ່​ເຮົາ​ປະສົບ. ເຮົາ​ສາມາດ​ສະແດງ​ຄວາມ​ຂອບໃຈ​ທີ່​ມີ​ກະສັດ​ແລະ​ປະໂລຫິດ​ໃຫຍ່​ແບບ​ນີ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ. (ເຫບເລີ 4:15) ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ບາງ​ຄົນ​ທີ່​ເຈັບ​ປ່ວຍ​ເປັນ​ເວລາ​ດົນ​ນານ ໂດຍ​ສະເພາະ​ຖ້າ​ເຮົາ​ບໍ່​ເຄີຍ​ເຈັບ​ປ່ວຍ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຍຊູ ພະອົງ​ມີ​ຄວາມ​ອີ່ຕົນ​ສົງສານ​ຄົນ​ທີ່​ເຈັບ​ປ່ວຍ​ເຖິງ​ແມ່ນ​ວ່າ​ພະອົງ​ບໍ່​ເຄີຍ​ເຈັບ​ປ່ວຍ​ກໍ​ຕາມ.—1 ເປໂຕ 3:8

“ພະ​ເຍຊູ​ໄດ້​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ​ອອກ”

13. ການ​ທີ່​ລາຊະໂລ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ສະແດງ​ໃຫ້​ເຫັນ​ຫຍັງ​ກ່ຽວ​ກັບ​ພະ​ເຍຊູ?

13 ຄວາມ​ໂສກ​ເສົ້າ​ຂອງ​ຄົນ​ອື່ນ​ກະທົບ​ໃສ່​ຄວາມ​ຮູ້ສຶກ​ສ່ວນ​ເລິກ​ຂອງ​ພະ​ເຍຊູ. ຕົວຢ່າງ​ເຊັ່ນ: ເມື່ອ​ລາຊະໂລ​ສ່ຽວ​ຂອງ​ພະ​ເຍຊູ​ເສຍ​ຊີວິດ ພະ​ເຍຊູ​ເຫັນ​ໝູ່​ເພື່ອນ​ແລະ​ຄອບຄົວ​ຂອງ​ລາວ​ໂສກ​ເສົ້າ ດັ່ງ​ນັ້ນ​ພະອົງ “ໄດ້​ສັ່ນ​ໃນ​ຈິດວິນຍານ [ສະເທືອນ​ໃຈ, ລ.ມ.]” ແລະ “ວຸ່ນວາຍ​ໄປ [ເປັນ​ທຸກ, ລ.ມ.].” (ອ່ານ ໂຢຮັນ 11:33-36) ເຖິງ​ແມ່ນ​ພະ​ເຍຊູ​ຮູ້​ວ່າ​ພະອົງ​ຈະ​ປຸກ​ລາຊະໂລ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ແຕ່​ພະອົງ​ກໍ​ຍັງ​ຮ້ອງໄຫ້​ເສຍໃຈ. ພະ​ເຍຊູ​ບໍ່​ໄດ້​ຢ້ານ​ທີ່​ຄົນ​ອື່ນ​ຈະ​ເຫັນ​ຄວາມ​ຮູ້ສຶກ​ຂອງ​ພະອົງ. ພະ​ເຍຊູ​ຮັກ​ລາຊະໂລ​ແລະ​ຄອບຄົວ​ຂອງ​ລາວ​ຫຼາຍ​ຈົນ​ໄດ້​ໃຊ້​ລິດເດດ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ລາຊະໂລ​ກັບ​ມາ​ມີ​ຊີວິດ​ອີກ!—ໂຢຮັນ 11:43, 44

14, 15. (ກ) ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ກຳຈັດ​ຄວາມ​ທຸກ​ທໍລະມານ​ຂອງ​ມະນຸດ​ໃຫ້​ໝົດ​ໄປ? (ຂ) ເຮົາ​ຮຽນ​ຫຍັງ​ຈາກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ກ່າວ​ວ່າ “ອຸ​ໂມງ​ລະນຶກ”?

14 ຄຳພີ​ໄບເບິນ​ພັນລະນາ​ເຖິງ​ພະ​ເຍຊູ​ວ່າ​ຄື​ກັນ​ແທ້ໆ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. (ເຫບເລີ 1:3) ດັ່ງ​ນັ້ນ ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ກໍ​ຕ້ອງການ​ທີ່​ຈະ​ກຳຈັດ​ຄວາມ​ເຈັບ​ປ່ວຍ ຄວາມ​ເຈັບ​ປວດ ແລະ​ຄວາມ​ຕາຍ​ໃຫ້​ໝົດ​ໄປ. ອີກ​ບໍ່​ດົນ ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ອີກ​ຫຼາຍ​ຄົນ​ກັບ​ມາ​ມີ​ຊີວິດ​ອີກ. ພະ​ເຍຊູ​ເວົ້າ​ວ່າ: “ຄາວ​ມາ​ໃກ້​ແລ້ວ​ເວລາ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ” ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ.—ໂຢຮັນ 5:28, 29

15 ພະ​ເຍຊູ​ໃຊ້​ຄຳ​ວ່າ “ບ່ອນ​ຝັງ​ສົບ” ຫຼື “ອຸ​ໂມງ​ລະນຶກ” ເຊິ່ງ​ການ​ໃຊ້​ຄຳ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຊົງ​ຈຳ​ຂອງ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ຢູ່​ນຳ. ພະເຈົ້າ​ຜູ້​ມີ​ລິດເດດ​ຍິ່ງໃຫຍ່ ເຊິ່ງ​ເປັນ​ຜູ້​ສ້າງ​ເອກະພົບ​ທັງ​ໝົດ​ສາມາດ​ຈື່​ລາຍ​ລະອຽດ​ທຸກ​ຢ່າງ​ແລະ​ລວມ​ເຖິງ​ນິດໄສ​ໃຈ​ຄໍ​ຂອງ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ. (ເອຊາອີ 40:26) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ສາມາດ​ຈື່​ລາຍ​ລະອຽດ​ເຫຼົ່າ​ນີ້​ໄດ້​ເທົ່າ​ນັ້ນ ແຕ່​ພະອົງ​ຕ້ອງການ​ທີ່​ຈະ​ຈື່​ລາຍ​ລະອຽດ​ເຫຼົ່າ​ນີ້. ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ກ່າວ​ເຖິງ​ໃນ​ຄຳພີ​ໄບເບິນ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ຂອງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ​ໃໝ່.

ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ

16. ຜູ້​ຮັບໃຊ້​ຫຼາຍ​ຄົນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ໂອກາດ​ຫຍັງ?

16 ຖ້າ​ເຮົາ​ຮັກສາ​ຄວາມ​ເຊື່ອ​ຕໍ່ໆ​ໄປ ເຮົາ​ກໍ​ອາດ​ມີ​ໂອກາດ​ທີ່​ຈະ​ໄດ້​ເຫັນ​ການ​ອັດສະຈັນ​ຢ່າງ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເຊິ່ງ​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ນັ້ນ​ຄື​ການ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່! ບໍ່​ດົນ​ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ ເຮົາ​ຈະ​ໄດ້​ເຫັນ​ການ​ອັດສະຈັນ​ຫຼາຍ​ຢ່າງ​ຕື່ມ​ອີກ. ໃນ​ຕອນ​ນັ້ນ ມະນຸດ​ທຸກ​ຄົນ​ຈະ​ມີ​ສຸຂະພາບ​ແຂງແຮງ​ສົມບູນ. (ເອຊາອີ 33:24; 35:5, 6; ຄຳປາກົດ 21:4) ລອງ​ນຶກ​ພາບ​ເບິ່ງ ເຮົາ​ຈະ​ເຫັນ​ຄົນ​ຖິ້ມ​ແວ່ນຕາ ໄມ້​ຄ້ອນ​ເທົ້າ ໄມ້​ຄ້ຳ ລໍ້​ຍູ້ ແລະ​ເຄື່ອງ​ຊ່ວຍ​ຟັງ. ພະ​ເຢໂຫວາ​ຮູ້​ວ່າ​ທຸກ​ຄົນ​ທີ່​ລອດ​ຜ່ານ​ສົງຄາມ​ອະລະມະເຄໂດນ​ຈະ​ຕ້ອງ​ແຂງແຮງ​ແລະ​ມີ​ສຸຂະພາບ​ດີ ຍ້ອນ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ. ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ໂລກ​ນີ້​ກັບ​ຄືນ​ສູ່​ຄວາມ​ສວຍ​ງາມ ໃຫ້​ກາຍ​ເປັນ​ອຸທິຍານ​ທົ່ວ​ແຜ່ນດິນ​ໂລກ.—ຄຳເພງ 115:16

17, 18. (ກ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຮຽກ​ຮ້ອງ​ເພື່ອ​ຈະ​ມີ​ຄຸນສົມບັດ​ໄດ້​ຢູ່​ໃນ​ໂລກ​ໃໝ່?

17 ໃນ​ທຸກ​ມື້​ນີ້ “ຝູງ​ຄົນ​ເປັນ​ອັນ​ມາກ” ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ອ່ານ​ກ່ຽວ​ກັບ​ເລື່ອງ​ທີ່​ພະ​ເຍຊູ​ໄດ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ. (ຄຳປາກົດ 7:9) ການ​ອັດສະຈັນ​ເຫຼົ່າ​ນີ້​ເສີມ​ຄວາມ​ຫວັງ​ອັນ​ດີ​ເລີດ​ຂອງ​ເຮົາ​ໃນ​ເລື່ອງ​ທີ່​ວ່າ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ແທ້ໆ​ໃນ​ໂລກ​ໃໝ່. ການ​ອັດສະຈັນ​ເຫຼົ່າ​ນີ້​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ລູກ​ຊາຍ​ກົກ​ຂອງ​ພະເຈົ້າ​ຮັກ​ມະນຸດ​ຫຼາຍ​ສ່ຳ​ໃດ. (ໂຢຮັນ 10:11; 15:12, 13) ຄວາມ​ອີ່ຕົນ​ສົງສານ​ອັນ​ຍິ່ງໃຫຍ່​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະອົງ​ແຕ່​ລະ​ຄົນ.—ໂຢຮັນ 5:19

18 ໂລກ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ ຄວາມ​ທຸກ​ລຳບາກ ແລະ​ຄວາມ​ຕາຍ. (ໂລມ 8:22) ຍ້ອນ​ແນວ​ນັ້ນ​ເຮົາ​ຈຶ່ງ​ຕ້ອງການ​ໂລກ​ໃໝ່​ຂອງ​ພະ​ເຢໂຫວາ. ຢູ່​ທີ່​ນັ້ນ​ມະນຸດ​ທຸກ​ຄົນ​ຈະ​ມີ​ສຸຂະພາບ​ທີ່​ແຂງແຮງ​ສົມບູນ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ມາລາກີ 4:2 ໃຫ້​ຄວາມ​ຫວັງ​ທີ່​ວ່າ​ພວກ​ເຮົາ​ຈະ ‘ໂດດ​ເຕັ້ນ​ອອກ​ໄປ’ ດ້ວຍ​ຄວາມ​ສຸກ​ແລະ​ຄວາມ​ຕື່ນ​ເຕັ້ນ​ຍິນດີ ເພາະ​ເຮົາ​ໄດ້​ຮັບ​ການ​ປິ່ນປົວ​ແລະ​ຫຼຸດ​ພົ້ນ​ຈາກ​ຄວາມ​ບໍ່​ສົມບູນ​ແບບ. ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ພະ​ເຢໂຫວາ​ແລະ​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຕ່າງໆ​ຂອງ​ພະອົງ ເພາະ​ສິ່ງ​ເຫຼົ່າ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພະ​ເຢໂຫວາ​ຮຽກ​ຮ້ອງ​ເພື່ອ​ເຮົາ​ຈະ​ມີ​ຄຸນສົມບັດ​ໄດ້​ຢູ່​ໃນ​ໂລກ​ໃໝ່. ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ການ​ອັດສະຈັນ​ຕ່າງໆ​ທີ່​ພະ​ເຍຊູ​ເຮັດ​ເປັນ​ສິ່ງ​ທີ່​ສະແດງ​ໃຫ້​ເຫັນ​ການ​ຊ່ວຍ​ໃຫ້​ພົ້ນ​ຢ່າງ​ຖາວອນ​ເຊິ່ງ​ອີກ​ບໍ່​ດົນ​ມະນຸດ​ຈະ​ຊື່ນຊົມ​ຍິນດີ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະອົງ!

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌