ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 3 ໜ້າ 23-31
  • ຈົ່ງຍຶດໝັ້ນກັບພະຄຳຂອງພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົ່ງຍຶດໝັ້ນກັບພະຄຳຂອງພະເຈົ້າ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຈົ່ງ​ຊ່ວຍເຫຼືອ​ຄົນ​ອື່ນ​ໃຫ້​ຮູ້​ຄຸນຄ່າ​ຄຳພີ​ໄບເບິນ
  • ການ​ອ່ານ​ຄຳພີ​ໄບເບິນ​ຂອງ​ເຮົາ
  • ເປົ້າ​ໝາຍ​ຂອງ​ເຮົາ
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການອ່ານ​ຄຳພີ​ໄບເບິນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 3 ໜ້າ 23-31

ບົດ​ສາມ

ຈົ່ງ​ຍຶດ​ໝັ້ນ​ກັບ​ພະ​ຄຳ​ຂອງ​ພະເຈົ້າ

1. (ກ) ຊາວ​ຍິດສະລາເອນ​ບູຮານ​ໄດ້​ປະສົບ​ຄວາມ​ເປັນ​ຈິງ​ແຫ່ງ​ຄຳ​ກ່າວ​ຂອງ​ພະເຈົ້າ​ຢ່າງ​ໃດ? (ຂ) ເປັນ​ຫຍັງ​ເລື່ອງ​ນັ້ນ​ຈຶ່ງ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ສຳລັບ​ພວກ​ເຮົາ?

“ທ່ານ​ທັງ​ຫຼາຍ​ກໍ​ຮູ້​ຈັກ​ດ້ວຍ​ສຸດ​ໃຈ​ແລະ​ດ້ວຍ​ສຸດ​ຈິດ​ວ່າ ແຕ່​ສັບພະ​ຄຳ​ອັນ​ດີ​ປະເສີດ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ໄດ້​ກ່າວ​ເຖິງ​ທ່ານ ບໍ່​ມີ​ຂໍ້​ດຽວ​ໄດ້​ຕົກ​ລົງ ສາລະພັດ​ໄດ້​ບັງເກີດ​ມາ​ແກ່​ທ່ານ ບໍ່​ມີ​ຂໍ້​ດຽວ​ຕົກ​ລົງ [“ໂດຍ​ບໍ່​ມີ​ຂໍ້​ໃດ​ຂາດ​ຕົກ​ບົກ​ພ່ອງ,” ສະບັບ 1997].” (ໂຢຊວຍ 23:14-16) ນີ້​ແມ່ນ​ສິ່ງ​ທີ່​ໂຢຊວຍ​ໄດ້​ບອກ​ກັບ​ຜູ້​ເຖົ້າ​ຜູ້​ແກ່​ແຫ່ງ​ຊາດ​ຍິດສະລາເອນ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ຕັ້ງ​ຫຼັກ​ປັກ​ຖານ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ແມ່ນ​ແລ້ວ ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເຫັນ​ໄດ້​ວ່າ​ໄວ້​ວາງໃຈ​ໄດ້. ຂໍ້​ຄວາມ​ເຫຼົ່າ​ນັ້ນ ລວມ​ທັງ​ສ່ວນ​ອື່ນໆຂອງ​ຄຳພີ​ໄບເບິນ ໄດ້​ມີ​ການ​ເກັບ​ຮັກສາ​ໄວ້​ເປັນ​ຢ່າງ​ດີ​ເພື່ອ “ພວກ​ເຮົາ​ຈະ​ມີ​ຄວາມ​ຫວັງ.”—ໂລມ 15:4, ທ.ປ.

2. (ກ) ຄຳ​ວ່າ​ຄຳພີ​ໄບເບິນ “ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ” ໝາຍ​ຄວາມ​ວ່າ​ຢ່າງ​ໃດ? (ຂ) ການ​ທີ່​ຮູ້​ວ່າ​ຄຳພີ​ໄບເບິນ​ເປັນ​ດ້ວຍ​ພະ​ວິນຍານ​ຫຼື​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ​ແດ່?

2 ເຖິງ​ວ່າ​ຄຳພີ​ໄບເບິນ​ໄດ້​ຮັບ​ການ​ຂຽນ​ຂຶ້ນ​ໂດຍ​ມະນຸດ​ປະມານ 40 ຄົນ​ກໍ​ຕາມ ແຕ່​ພະ​ເຢໂຫວາ​ເອງ​ເປັນ​ຜູ້​ປະພັນ. ນີ້​ໝາຍ​ຄວາມ​ວ່າ​ພະອົງ​ເປັນ​ຜູ້​ຊີ້​ນຳ​ມະນຸດ​ໃຫ້​ຂຽນ​ທຸກ​ສິ່ງ​ລົງ​ໃນ​ຄຳພີ​ໄບເບິນ​ບໍ? ແມ່ນ​ແລ້ວ. ພະ​ເຢໂຫວາ​ກະທຳ​ສິ່ງ​ນັ້ນ​ໂດຍ​ທາງ​ພະ​ວິນຍານ​ບໍລິສຸດ​ທີ່​ມີ​ລິດເດດ ຫຼື​ພະລັງ​ປະຕິບັດ​ການ​ຂອງ​ພະອົງ​ເອງ. ອັກຄະສາວົກ​ໂປໂລ​ກ່າວ​ຕາມ​ຄວາມ​ເປັນ​ຈິງ​ວ່າ “ພະ​ຄຳພີ​ໝົດ​ສິ້ນ​ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ . . . ເພື່ອ​ຄົນ​ຂອງ​ພະເຈົ້າ​ຈະ​ເຖິງ​ທີ່​ສຳເລັດ​ແລະ​ຊຳນານ​ຈະ​ກະທຳ​ການ​ດີ​ທຸກ​ຢ່າງ.” ຄົນ​ທົ່ວ​ໄປ​ຈາກ​ທີ່​ຕ່າງໆຜູ້​ເຊິ່ງ​ໝັ້ນ​ໃຈ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ ຕ່າງ​ກໍ​ໃສ່​ໃຈ​ຟັງ​ແລະ​ປັບ​ປຸງ​ການ​ດຳເນີນ​ຊີວິດ​ໂດຍ​ນຳ​ໃຊ້​ຫຼັກ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ.—2 ຕີໂມເຕ 3:16, 17; 1 ເທຊະໂລນີກ 2:13.

ຈົ່ງ​ຊ່ວຍເຫຼືອ​ຄົນ​ອື່ນ​ໃຫ້​ຮູ້​ຄຸນຄ່າ​ຄຳພີ​ໄບເບິນ

3. ວິທີ​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍເຫຼືອ​ຫຼາຍໆ ຄົນ​ເຊິ່ງ​ຍັງ​ບໍ່​ໝັ້ນ​ໃຈ​ວ່າ​ຄຳພີ​ໄບເບິນ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ​ແມ່ນ​ເຮັດ​ແນວ​ໃດ?

3 ບໍ່​ຄື​ກັບ​ພວກ​ເຮົາ ຫຼາຍ​ຄົນ​ທີ່​ເຮົາ​ລົມ​ນຳ​ນັ້ນ​ບໍ່​ໝັ້ນ​ໃຈ​ວ່າ​ຄຳພີ​ໄບເບິນ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ. ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ຢ່າງ​ໃດ? ຫຼາຍ​ເທື່ອ ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ເປີດ​ຄຳພີ​ໄບເບິນ ແລະ​ໃຫ້​ເຂົາ​ເຈົ້າ​ເຫັນ​ສິ່ງ​ທີ່​ຢູ່​ໃນ​ນັ້ນ. “ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ດ້ວຍ​ລິດເດດ ແລະ​ເຂົ້າ​ງ່າຍ​ກວ່າ​ດາບ​ທີ່​ມີ​ຄົມ​ສອງ​ເບື້ອງ​ທຸກ​ດວງ . . . ແລະ​ເປັນ​ທີ່​ຫຼິງ​ເຫັນ​ຄວາມ​ຄຶດ​ແລະ​ຄວາມ​ໝາຍ​ໃນ​ໃຈ.” (ເຫບເລີ 4:12) “ພະ​ຄຳ​ຂອງ​ພະເຈົ້າ” ບໍ່​ແມ່ນ​ປຶ້ມ​ປະຫວັດສາດ​ທີ່​ຕາຍ​ແລ້ວ; ພະ​ຄຳ​ຂອງ​ພະເຈົ້າ​ມີ​ຊີວິດ! ຄຳ​ສັນຍາ​ຕ່າງໆໃນ​ຄຳພີ​ໄບເບິນ​ມຸ່ງ​ສູ່​ຄວາມ​ສຳເລັດ​ສົມ​ຈິງ​ຢ່າງ​ບໍ່​ມີ​ສິ່ງ​ໃດ​ຂັດ​ຂວາງ​ໄວ້​ໄດ້. ພະລັງ​ຂອງ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ​ໃຫ້​ມີ​ແຮງ​ກະຕຸ້ນ​ອັນ​ແທ້​ຈິງ​ໃນ​ຫົວໃຈ​ຂອງ​ຄົນ​ຜູ້​ໜຶ່ງ​ດີ​ຍິ່ງ​ກວ່າ​ຄຳ​ເວົ້າ​ໃດໆຂອງ​ຄົນ​ເຮົາ.

4. ຄຳ​ອະທິບາຍ​ຂອງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ທີ່​ໄດ້​ປ່ຽນ​ທັດສະນະ​ຂອງ​ບາງ​ຄົນ​ຕໍ່​ຄຳພີ​ໄບເບິນ​ມີ​ຫຍັງ​ແດ່ ແລະ​ເພາະ​ເຫດ​ໃດ?

4 ການ​ເຫັນ​ຊື່​ຂອງ​ພະເຈົ້າ​ໃນ​ຄຳພີ​ໄບເບິນ​ເປັນ​ເຫດ​ໃຫ້​ຫຼາຍ​ຄົນ​ສົນ​ໃຈ​ຢາກ​ກວດ​ເບິ່ງ​ຄຳພີ​ໄບເບິນ​ຢ່າງ​ຈິງ​ຈັງ. ຄົນ​ອື່ນໆໄດ້​ຕັດສິນ​ໃຈ​ສຶກສາ​ຄຳພີ​ໄບເບິນ​ເມື່ອ​ມີ​ຄົນ​ຊີ້​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ກ່ຽວ​ກັບ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ, ເຫດຜົນ​ທີ່​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ, ມີ​ຄຳ​ອະທິບາຍ​ເຖິງ​ຄວາມ​ໝາຍ​ຂອງ​ເຫດການ​ຕ່າງໆແຫ່ງ​ສະໄໝ​ປັດຈຸບັນ ຫຼື​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ໃນ​ສະພາບ​ທີ່​ເປັນ​ອຸທິຍານ. ໃນ​ດິນແດນ​ຕ່າງໆເຊິ່ງ​ກິດ​ປະຕິບັດ​ທາງ​ສາສະໜາ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຖືກ​ວິນຍານ​ຊົ່ວ​ລົບກວນ ຄຳ​ອະທິບາຍ​ຈາກ​ຄຳພີ​ໄບເບິນ​ກ່ຽວ​ກັບ​ທີ່​ມາ​ຂອງ​ສິ່ງ​ນີ້​ແລະ​ວິທີ​ທີ່​ຈະ​ຮັບ​ການ​ບັນເທົາ​ນັ້ນ​ໄດ້​ກະຕຸ້ນ​ໃຫ້​ຜູ້​ຄົນ​ເກີດ​ຄວາມ​ສົນ​ໃຈ. ເຫດ​ໃດ​ເລື່ອງ​ຕ່າງໆນີ້​ຈຶ່ງ​ປະທັບ​ໃຈ​ຜູ້​ຄົນ​ເຫຼົ່າ​ນັ້ນ​ທີ່​ມີ​ຄວາມ​ຈິງ​ໃຈ? ເພາະ​ຄຳພີ​ໄບເບິນ​ເປັນ​ແຫຼ່ງ​ດຽວ​ເທົ່າ​ນັ້ນ​ທີ່​ໃຫ້​ຂໍ້​ມູນ​ສຳຄັນ​ຕ່າງໆເຊິ່ງ​ໄວ້​ໃຈ​ໄດ້​ໃນ​ເລື່ອງ​ເຊັ່ນ​ນີ້.—ຄຳເພງ 119:130.

5. (ກ) ເມື່ອ​ມີ​ຄົນ​ບອກ​ວ່າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຄຳພີ​ໄບເບິນ ອາດ​ຈະ​ເປັນ​ຍ້ອນ​ສາເຫດ​ໃດ? (ຂ) ເຮົາ​ອາດ​ຈະ​ຊ່ວຍ​ຄົນ​ເຫຼົ່າ​ນີ້​ໄດ້​ຢ່າງ​ໃດ?

5 ຖ້າ​ບາງ​ຄົນ​ບອກ​ວ່າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຄຳພີ​ໄບເບິນ​ເດ ຊິ​ເຮັດ​ແນວ​ໃດ? ຈະ​ເຊົາ​ການ​ສົນທະນາ​ເລີຍ​ບໍ? ບໍ່​ຄວນ​ຈະ​ເຊົາ​ຖ້າ​ຫາກ​ເຂົາ​ເຈົ້າ​ເຕັມ​ໃຈ​ຈະ​ຊັ່ງ​ຊາ​ເຫດຜົນ. ເຂົາ​ເຈົ້າ​ອາດ​ຈະ​ຖື​ວ່າ​ຄຳພີ​ໄບເບິນ​ເປັນ​ໜັງສື​ຂອງ​ຄລິດສາສະໜາຈັກ. ປະຫວັດ​ອັນ​ໜ້າ​ຊື່​ໃຈ​ຄົດ ແລະ​ການ​ມັກ​ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ ລວມ​ທັງ​ການ​ແຜ່​ເງິນ​ເປັນ​ປະຈຳ​ນັ້ນ​ອາດ​ຈະ​ເປັນ​ເຫດ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມັກ​ຄຳພີ​ໄບເບິນ​ກໍ​ໄດ້. ການ​ທີ່​ລອງ​ຖາມ​ວ່າ​ເລື່ອງ​ເຫຼົ່າ​ນີ້​ເປັນ​ສາເຫດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ຢ່າງ​ນັ້ນ​ອາດ​ຈະ​ດີ​ແມ່ນ​ບໍ? ການ​ທີ່​ຄຳພີ​ໄບເບິນ​ຕິຕຽນ​ແນວ​ທາງ​ແບບ​ໂລກ​ຂອງ​ຄລິດສາສະໜາຈັກ ພ້ອມ​ທັງ​ຊີ້​ແຈງ​ເຖິງ​ຄວາມ​ແຕກຕ່າງ​ລະຫວ່າງ​ຄລິດສາສະໜາຈັກ​ກັບ​ຄລິດ​ຕຽນ​ແທ້ ອາດ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສົນ​ໃຈ​ກໍ​ໄດ້.—ມີເກ 3:11, 12; ມັດທາຍ 15:7-9; ຢາໂກໂບ 4:4.

6. (ກ) ສິ່ງ​ໃດ​ເຮັດ​ໃຫ້​ທ່ານ​ແນ່​ໃຈ​ວ່າ​ຄຳພີ​ໄບເບິນ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ? (ຂ) ອາດ​ຈະ​ໃຊ້​ການ​ຫາ​ເຫດຜົນ​ວິທີ​ໃດ​ອີກ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ​ແທ້ໆ?

6 ສຳລັບ​ຄົນ​ອື່ນໆອາດ​ຈະ​ໄດ້​ປະໂຫຍດ​ຖ້າ​ພິຈາລະນາ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຫຼັກຖານ​ທີ່​ສະແດງ​ວ່າ​ຄຳພີ​ໄບເບິນ​ມີ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະເຈົ້າ. ຂໍ້​ພິສູດ​ທີ່​ເຮັດ​ໃຫ້​ທ່ານ ແນ່​ໃຈ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ແມ່ນ​ຫຍັງ? ແມ່ນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ກ່ຽວ​ກັບ​ຕົ້ນ​ກຳເນີດ​ຂອງ​ຄຳພີ​ໄບເບິນ​ເອງ​ບໍ? ຫຼື​ຂໍ້​ເທັດ​ຈິງ​ທີ່​ວ່າ​ໃນ​ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ຫຼາຍ​ຂໍ້​ທີ່​ສໍ່​ໃຫ້​ເຫັນ​ລາຍ​ລະອຽດ​ກ່ຽວ​ກັບ​ຄວາມ​ຮູ້​ເລື່ອງ​ອະນາຄົດ ເຊິ່ງ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ຕ້ອງ​ມາ​ຈາກ​ແຫຼ່ງ​ທີ່​ສູງ​ກວ່າ​ມະນຸດ​ບໍ? (2 ເປໂຕ 1:20, 21) ອາດ​ເປັນ​ເພາະ​ຄຳພີ​ໄບເບິນ​ມີ​ຄວາມ​ສອດຄ່ອງ​ກັນ​ຢ່າງ​ໜ້າ​ງຶດງໍ້ ແມ່ນ​ວ່າ​ມີ​ຜູ້​ຂຽນ​ເຖິງ 40 ຄົນ​ຕະຫຼອດ​ເວລາ 1,600 ກວ່າ​ປີ​ບໍ? ຫຼື​ເພາະ​ຄວາມ​ຖືກ​ຕ້ອງ​ແນ່ນອນ​ທາງ​ວິທະຍາສາດ​ເມື່ອ​ທຽບ​ກັບ​ງານ​ຂຽນ​ອື່ນໆຂອງ​ສະໄໝ​ນັ້ນ​ບໍ? ຫຼື​ເປັນ​ເພາະ​ຄວາມ​ສັດ​ຊື່​ຂອງ​ຜູ້​ຂຽນ​ເອງ​ບໍ? ຫຼື​ການ​ເກັບ​ຮັກສາ​ຄຳພີ​ໄບເບິນ​ໄວ້​ທັງໆທີ່​ມີ​ການ​ພະຍາຍາມ​ຢ່າງ​ຊົ່ວ​ຮ້າຍ​ເພື່ອ​ຈະ​ທຳລາຍ​ຄຳພີ​ໄບເບິນ​ບໍ? ບໍ່​ວ່າ​ຈະ​ເປັນ​ຢ່າງ​ໃດ​ກໍ​ຕາມ​ທີ່​ທ່ານ​ຮູ້ສຶກ​ປະທັບ​ໃຈ ກໍ​ສາມາດ​ໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໄດ້​ຄື​ກັນ.a

ການ​ອ່ານ​ຄຳພີ​ໄບເບິນ​ຂອງ​ເຮົາ

7, 8. (ກ) ເຮົາ​ຄວນ​ຈະ​ເຮັດ​ຫຍັງ​ກັບ​ຄຳພີ​ໄບເບິນ? (ຂ) ນອກ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ​ແລ້ວ ເຮົາ​ຍັງ​ຕ້ອງ​ເຮັດ​ຫຍັງ​ອີກ? (ຄ) ໂດຍ​ສ່ວນ​ຕົວ​ແລ້ວ ທ່ານ​ເອງ​ໄດ້​ຄວາມ​ເຂົ້າ​ໃຈ​ໃນ​ເລື່ອງ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ຢ່າງ​ໃດ?

7 ນອກ​ຈາກ​ຈະ​ຊ່ວຍ​ຄົນ​ອື່ນໆໃຫ້​ເຊື່ອ​ໃນ​ຄຳພີ​ໄບເບິນ ຕົວ​ເຮົາ​ເອງ​ຕ້ອງ​ຈັດ​ເວລາ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ. ທ່ານ​ກຳລັງ​ເຮັດ​ເຊັ່ນ​ນັ້ນ​ຢູ່​ບໍ? ໃນ​ບັນດາ​ໜັງສື​ທີ່​ພິມ​ອອກ​ມາ ໜັງສື​ເຫຼັ້ມ​ນີ້​ສຳຄັນ​ທີ່​ສຸດ. ແນ່ນອນ ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ອ່ານ​ຄຳພີ​ໄບເບິນ​ຄົນ​ດຽວ​ກໍ​ພໍ​ແລ້ວ. ຄຳພີ​ເຕືອນ​ບໍ່​ໃຫ້​ແຍກ​ຕົວ​ຢູ່​ຕ່າງ​ຫາກ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ຈະ​ຫາ​ຄຳຕອບ​ໂດຍ​ການ​ຄົ້ນ​ຄວ້າ​ດ້ວຍ​ຕົນ​ເອງ​ໄດ້​ທຸກ​ເລື່ອງ. ການ​ສຶກສາ​ສ່ວນ​ຕົວ​ພ້ອມ​ທັງ​ການ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ໄພ່​ພົນ​ຂອງ​ພະເຈົ້າ​ເປັນ​ປະຈຳ​ແມ່ນ​ສິ່ງ​ຈຳເປັນ​ເພື່ອ​ເຮົາ​ຈະ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ສົມດຸນ.—ສຸພາສິດ 18:1; ເຫບເລີ 10:24, 25.

8 ໃນ​ເລື່ອງ​ນີ້ ຄຳພີ​ໄບເບິນ​ກ່າວ​ເຖິງ​ເລື່ອງ​ເຈົ້າ​ໜ້າທີ່​ລັດຖະການ​ຊາວ​ເອທິໂອປີ​ຜູ້​ໜຶ່ງ​ເຊິ່ງ​ກຳລັງ​ອ່ານ​ຄຳ​ພະຍາກອນ​ຂອງ​ເອຊາອີ. ທູດ​ສະຫວັນ​ໄດ້​ຊີ້​ນຳ​ຟີລິບ​ຜູ້​ປະກາດ​ກິດຕິຄຸນ​ໃຫ້​ຖາມ​ຜູ້​ນັ້ນ​ວ່າ “ອັນ​ທີ່​ທ່ານ​ໄດ້​ອ່ານ​ນັ້ນ​ທ່ານ​ເຂົ້າ​ໃຈ​ຫຼື?” ດ້ວຍ​ຄວາມ​ຖ່ອມ​ໃຈ ຊາວ​ເອທິໂອປີ​ຄົນ​ນັ້ນ​ຕອບ​ວ່າ “ຖ້າ​ບໍ່​ມີ​ຜູ້​ໃດ​ຈະ​ແນະນຳ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ຈະ​ເຂົ້າ​ໃຈ​ໄດ້​ຫຼື?” ລາວ​ຂໍ​ໃຫ້​ຟີລິບ​ອະທິບາຍ​ຂໍ້​ຄວາມ​ໃນ​ພະ​ຄຳພີ. ສ່ວນ​ຟີລິບ​ບໍ່​ແມ່ນ​ຜູ້​ອ່ານ​ຄຳພີ​ໄບເບິນ​ພຽງ​ແຕ່​ລຳພັງ​ຢ່າງ​ບໍ່​ເພິ່ງ​ຜູ້​ໃດ​ເຊິ່ງ​ໃຫ້​ແງ່​ຄິດ​ຂອງ​ຕົນ​ເອງ​ກ່ຽວ​ກັບ​ພະ​ຄຳ​ພີ. ລາວ​ຕິດ​ຕໍ່​ຢ່າງ​ໃກ້​ຊິດ​ກັບ​ອົງການ​ທີ່​ປະຈັກ​ແກ່​ຕາ​ຂອງ​ພະເຈົ້າ. ສະນັ້ນ ລາວ​ຈຶ່ງ​ສາມາດ​ຊ່ວຍ​ຊາວ​ເອທິໂອປີ​ນັ້ນ​ໃຫ້​ຮັບ​ປະໂຫຍດ​ຈາກ​ຄຳ​ສັ່ງ​ສອນ​ເຊິ່ງ​ພະ​ເຢໂຫວາ​ຈັດ​ຕຽມ​ໃຫ້​ໂດຍ​ທາງ​ອົງການ​ນັ້ນ. (ກິດຈະການ 6:5, 6; 8:5, 26-35) ທຸກ​ມື້​ນີ້​ກໍ​ຄື​ກັນ ບໍ່​ມີ​ໃຜ​ເຂົ້າ​ໃຈ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ຢ່າງ​ຖືກ​ຕ້ອງ​ດ້ວຍ​ຕົນ​ເອງ​ໄດ້. ເຮົາ​ທຸກ​ຄົນ​ຈຳຕ້ອງ​ຮັບ​ຄວາມ​ຊ່ວຍເຫຼືອ​ໂດຍ​ທາງ​ອົງການ​ທີ່​ປະຈັກ​ແກ່​ຕາ​ເຊິ່ງ​ພະ​ເຢໂຫວາ​ຈັດ​ຕຽມ​ໄວ້​ດ້ວຍ​ຄວາມ​ຮັກ.

9. ຕາ​ລາງ​ການ​ອ່ານ​ຄຳພີ​ໄບເບິນ​ແບບ​ໃດ​ຈະ​ເປັນ​ປະໂຫຍດ​ແກ່​ເຮົາ​ທຸກ​ຄົນ?

9 ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ ອົງການ​ຂອງ​ພະເຈົ້າ​ໄດ້​ຈັດ​ພິມ​ປຶ້ມ​ຕ່າງໆທີ່​ມີ​ເນື້ອ​ໃນ​ເຊິ່ງ​ເປັນ​ປະໂຫຍດ​ຫຼາຍ​ກ່ຽວ​ກັບ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ຍັງ​ມີ​ກຳນົດ​ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ຢູ່​ໃນ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະ​ບອບ​ການ​ຂອງ​ພະເຈົ້າ​ເຊິ່ງ​ຈັດ​ຂຶ້ນ​ໃນ​ທຸກໆປະຊາຄົມ​ທົ່ວ​ໂລກ​ຂອງ​ພະຍານ​ພະ​ເຢໂຫວາ. ເຮົາ​ອາດ​ໄດ້​ປະໂຫຍດ​ຫຼາຍ​ດ້ານ​ຈາກ​ການ​ກວດ​ເບິ່ງ​ພະ​ຄຳພີ​ບໍລິສຸດ​ເປັນ​ສ່ວນ​ຕົວ. (ຄຳເພງ 1:1-3; 19:7, 8) ຈົ່ງ​ພະຍາຍາມ​ເປັນ​ພິເສດ​ເພື່ອ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ. ເຖິງ​ວ່າ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ໝົດ​ທຸກ​ສິ່ງ ແຕ່​ການ​ເຫັນ​ພາບ​ລວມ​ຂອງ​ຄຳພີ​ໄບເບິນ​ຈະ​ມີ​ຄຸນຄ່າ​ຫຼາຍ. ຕົວຢ່າງ​ເຊັ່ນ ຫາກ​ອ່ານ​ພຽງ​ມື້​ລະ​ຫ້າ​ຫຼື​ຫົກ​ໜ້າ ທ່ານ​ຈະ​ອ່ານ​ຄຳພີ​ໄບເບິນ​ຈົບ​ພາຍ​ໃນ​ໜຶ່ງ​ປີ.

10. (ກ) ທ່ານ​ເອງ​ອ່ານ​ຄຳພີ​ໄບເບິນ​ເມື່ອ​ໃດ? (ຂ) ຄວນ​ອ່ານ​ຄຳພີ​ໄບເບິນ​ຮ່ວມ​ກັບ​ຜູ້​ໃດ​ແດ່ ແລະ​ເປັນ​ຫຍັງ​ຄວາມ​ສະຫມ່ຳ​ສະເໝີ​ຈຶ່ງ​ສຳຄັນ?

10 ທ່ານ​ຈະ​ອ່ານ​ຄຳພີ​ໄບເບິນ​ໄດ້​ເມື່ອ​ໃດ? ຖ້າ​ຈັດ​ເວລາ​ອ່ານ​ພຽງ​ແຕ່​ມື້​ລະ 10 ຫຼື 15 ນາທີ ທ່ານ​ຈະ​ໄດ້​ປະໂຫຍດ​ຫຼາຍ. ຫາກ​ເຮັດ​ບໍ່​ໄດ້​ຄື​ແນວ​ນັ້ນ ຢ່າງ​ໜ້ອຍ​ໃຫ້​ຈັດ​ເວລາ​ເຮັດ​ເປັນ​ປະຈຳ​ທຸກ​ອາທິດ ແລະ​ຕິດ​ຕາມ​ຕາ​ລາງ​ທີ່​ກຳນົດ​ໄວ້​ນັ້ນ. ຖ້າ​ແຕ່ງ​ດອງ​ແລ້ວ ທ່ານ​ແລະ​ຄູ່​ແຕ່ງ​ດອງ​ຈະ​ເພີດເພີນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ​ແບບ​ອອກ​ສຽງ​ໃຫ້​ກັນ​ຟັງ. ຖ້າ​ມີ​ລູກ​ທີ່​ໃຫຍ່​ພໍ​ອ່ານ​ໄດ້ ເຂົາ​ເຈົ້າ​ອາດ​ຈະ​ຜັດ​ປ່ຽນ​ກັນ​ອ່ານ​ອອກ​ສຽງ. ການ​ອ່ານ​ຄຳພີ​ໄບເບິນ​ຄວນ​ຈະ​ເປັນ​ນິດໄສ​ຕະຫຼອດ​ຊີວິດ ຄື​ກັບ​ການ​ກິນ​ອາຫານ. ດັ່ງ​ທີ່​ເຮົາ​ທຸກ​ຄົນ​ຮູ້ ຫາກ​ຄົນ​ເຮົາ​ມີ​ນິດໄສ​ການ​ກິນ​ທີ່​ບໍ່​ດີ ກໍ​ຍ່ອມ​ຈະ​ເກີດ​ຜົນ​ເສຍຫາຍ​ຕໍ່​ສຸຂະພາບ​ຂອງ​ເຮົາ. ເຊັ່ນ​ດຽວ​ກັນ ສຸຂະພາບ​ຝ່າຍ​ວິນຍານ​ແລະ​ຊີວິດ​ຕະຫຼອດ​ໄປ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ການ​ບຳລຸງ​ລ້ຽງ​ເປັນ​ປະຈຳ​ດ້ວຍ “ສັບພະ​ຄຳ​ທີ່​ອອກ​ມາ​ແຕ່​ປາກ​ແຫ່ງ​ພະເຈົ້າ.”—ມັດທາຍ 4:4.

ເປົ້າ​ໝາຍ​ຂອງ​ເຮົາ

11. ເປົ້າ​ໝາຍ​ຂອງ​ເຮົາ​ໃນ​ການ​ອ່ານ​ຄຳພີ​ໄບເບິນ​ຄວນ​ຈະ​ເປັນ​ຢ່າງ​ໃດ?

11 ສິ່ງ​ໃດ​ຄວນ​ຈະ​ເປັນ​ເປົ້າ​ໝາຍ​ຂອງ​ເຮົາ​ໃນ​ການ​ອ່ານ​ຄຳພີ​ໄບເບິນ? ເປົ້າ​ໝາຍ​ຂອງ​ເຮົາ​ບໍ່​ພຽງ​ແຕ່​ຈະ​ອ່ານ​ໃຫ້​ໄດ້​ຈຳນວນ​ໜ້າ​ຕາມ​ຕ້ອງການ​ເທົ່າ​ນັ້ນ. ເຮົາ​ຄວນ​ມີ​ເຈຕະນາ​ຢາກ​ຈະ​ຮູ້​ຈັກ​ພະເຈົ້າ​ດີ​ຂຶ້ນ​ເພື່ອ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ ແລະ​ນະມັດສະການ​ພະອົງ​ຢ່າງ​ທີ່​ພະອົງ​ພໍ​ໃຈ. (ໂຢຮັນ 5:39-42) ທັດສະນະ​ຂອງ​ເຮົາ​ຄວນ​ຄື​ກັບ​ຜູ້​ຂຽນ​ຄຳພີ​ໄບເບິນ​ເຊິ່ງ​ກ່າວ​ວ່າ “ໂອ້​ພະ​ເຢໂຫວາ​ຂໍ​ໂຜດ​ສອນ​ຂ້າ​ນ້ອຍ​ໃຫ້​ຮູ້​ຈັກ​ທາງ​ທັງ​ຫຼາຍ​ຂອງ​ພະອົງ ຂໍ​ໂຜດ​ສັ່ງ​ສອນ​ຂ້າ​ນ້ອຍ​ໃຫ້​ຮູ້​ຈັກ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ພະອົງ.”—ຄຳເພງ 25:4.

12. (ກ) ເປັນ​ຫຍັງ​ການ​ຮັບ​ເອົາ “ຄວາມ​ຮູ້​ຖ້ອງ​ແທ້” ຈຶ່ງ​ເປັນ​ສິ່ງ​ຈຳເປັນ ແລະ ເມື່ອ​ອ່ານ​ຕ້ອງ​ພະຍາຍາມ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຄວາມ​ຮູ້​ນັ້ນ? (ຂ) ສີ່​ແນວ​ຄວາມ​ຄິດ​ທີ່​ເປັນ​ປະໂຫຍດ​ໃດ​ແດ່​ເຊິ່ງ​ອາດ​ໃຊ້​ວິເຄາະ​ເລື່ອງ​ທີ່​ເຮົາ​ອ່ານ​ຈາກ​ຄຳພີ​ໄບເບິນ​ໄດ້? (ເບິ່ງ​ໃນ​ຂອບ​ໜ້າ 30.) (ຄ) ຈົ່ງ​ສະແດງ​ໃຫ້​ເຫັນ​ແນວ​ຄວາມ​ຄິດ​ເຫຼົ່າ​ນີ້​ໂດຍ​ຕອບ​ຄຳຖາມ​ທີ່​ຢູ່​ໃນ​ວັກ​ນີ້. ຈົ່ງ​ເປີດ​ເບິ່ງ​ຂໍ້​ຄຳພີ​ທີ່​ອ້າງ​ເຖິງ​ແຕ່​ບໍ່​ໄດ້​ຍົກ​ມາ​ກ່າວ.

12 ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ ເຮົາ​ຄວນ​ປາຖະໜາ​ທີ່​ຈະ​ໄດ້ “ຄວາມ​ຮູ້​ຖ້ອງ​ແທ້.” ຫາກ​ບໍ່​ມີ​ຄວາມ​ຮູ້​ດັ່ງ​ກ່າວ ເຮົາ​ຈະ​ໃຊ້​ພະ​ຄຳ​ໃນ​ຊີວິດ​ຢ່າງ​ຖືກ​ຕ້ອງ ຫຼື​ຈະ​ອະທິບາຍ​ແກ່​ຜູ້​ອື່ນ​ຢ່າງ​ຖືກ​ຕ້ອງ​ໄດ້​ຢ່າງ​ໃດ? (ໂກໂລດ 3:10, ລ.ມ.; 2 ຕີໂມເຕ 2:15) ເພື່ອ​ຈະ​ໄດ້​ຄວາມ​ຮູ້​ຖ້ອງ​ແທ້ ເຮົາ​ຕ້ອງ​ອ່ານ​ຢ່າງ​ພິນິດ​ພິ​ຈະ​ລະ​ນາ ແລະ​ຖ້າ​ຕອນ​ໃດ​ເລິກ​ເຊິ່ງ ເຮົາ​ອາດ​ຕ້ອງ​ອ່ານ​ຫຼາຍ​ກວ່າ​ເທື່ອ​ດຽວ​ເພື່ອ​ຈະ​ໄດ້​ຄວາມ​ໝາຍ. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ເຊັ່ນ​ກັນ ຖ້າ​ເຮົາ​ໃຊ້​ເວລາ​ຄິດ​ຮ່ຳເພິງ​ເລື່ອງ​ເຫຼົ່າ​ນັ້ນ ໂດຍ​ຄິດ​ຈາກ​ຫຼາຍ​ແງ່​ມຸມ. ມີ​ແນວ​ຄວາມ​ຄິດ​ສີ່​ຢ່າງ​ທີ່​ມີ​ຄຸນຄ່າ​ເຊິ່ງ​ໃຊ້​ໃນ​ການ​ວິເຄາະ​ໄດ້​ຢູ່​ໃນ​ໜ້າ 30. ຫຼາຍ​ສ່ວນ​ໃນ​ພະ​ຄຳພີ​ອາດ​ນຳ​ມາ​ວິເຄາະ​ໃຫ້​ເກີດ​ປະໂຫຍດ​ໄດ້​ໂດຍ​ໃຊ້​ແນວ​ຄວາມ​ຄິດ​ເຫຼົ່າ​ນີ້​ໜຶ່ງ​ຫຼື​ສອງ​ຢ່າງ. ເມື່ອ​ຕອບ​ຄຳຖາມ​ໃນ​ໜ້າ​ຕໍ່​ໄປ ເຮົາ​ຈະ​ເຫັນ​ວິທີ​ທີ່​ເປັນ​ເຊັ່ນ​ນັ້ນ.

(1) ຫຼາຍ​ເທື່ອ ພະ​ຄຳພີ​ສ່ວນ​ທີ່​ເຮົາ​ອ່ານ​ຈະ​ບອກ​ໃຫ້​ຮູ້​ບາງ​ສິ່ງ​ບາງ​ຢ່າງ​ກ່ຽວ​ກັບ​ພະ​ເຢໂຫວາ​ວ່າ​ພະອົງ​ເປັນ​ບຸກຄົນ​ແບບ​ໃດ. ຕົວຢ່າງ​ເຊັ່ນ ໃນ​ຄຳເພງ 139:13, 14 ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍ​ຕໍ່​ລູກ​ອ່ອນ​ໃນ​ທ້ອງ​ດັ່ງ​ນີ້: “ພະອົງ​ໄດ້​ສ້າງ​ກາຍ​ຂ້າ​ນ້ອຍ​ໃນ​ທ້ອງ​ແມ່​ຂ້າ​ນ້ອຍ​ແລ້ວ. ຂ້າ​ນ້ອຍ​ຈະ​ໂມທະນາ​ພະ​ເດດ​ພະ​ຄຸນ​ພະອົງ ເຫດ​ວ່າ​ພະອົງ​ໄດ້​ສ້າງ​ກາຍ​ຂ້າ​ນ້ອຍ​ເປັນ​ການ​ອັດສະຈັນ​ໃຈ​ອັນ​ໜ້າ​ຊົມ ກິດຈະການ​ທັງ​ຫຼາຍ​ແຫ່ງ​ພະອົງ​ເປັນ​ການ​ອັດສະຈັນ​ໃຈ ແລະ​ຈິດໃຈ​ຂ້າ​ນ້ອຍ​ກໍ​ຮູ້​ຈັກ​ນັ້ນ​ເປັນ​ແທ້.” ງານ​ສ້າງ​ສັນ​ຂອງ​ພະ​ເຢໂຫວາ​ຈັ່ງ​ແມ່ນ​ເປັນ​ຕາ​ງຶດງໍ້​ແທ້ໆ! ຮ່າງ​ກາຍ​ມະນຸດ​ເຊິ່ງ​ພະອົງ​ສ້າງ​ເປັນ​ຫຼັກຖານ​ເຖິງ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພະອົງ​ທີ່​ມີ​ຕໍ່​ພວກ​ເຮົາ.

ໂດຍ​ພິຈາລະນາ​ເຖິງ​ຄຳ​ເວົ້າ​ໃນ​ໂຢຮັນ 14:9, 10 ເມື່ອ​ເຮົາ​ອ່ານ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ຕໍ່​ຄົນ​ອື່ນໆ ນັ້ນ​ຄື​ກັບ​ເຮົາ​ໄດ້​ເຫັນ​ພະ​ເຢໂຫວາ​ເອງ​ເປັນ​ຜູ້​ປະຕິບັດ. ເມື່ອ​ຄຳນຶງ​ເຖິງ​ເລື່ອງ​ນັ້ນ ເຮົາ​ຈະ​ລົງ​ຄວາມ​ເຫັນ​ຢ່າງ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ​ເລື່ອງ​ທີ່​ບັນທຶກ​ໄວ້​ໃນ​ລືກາ 5:12, 13 ແລະ ລືກາ 7:11-15?

(2) ຈົ່ງ​ພິຈາລະນາ​ເຖິງ​ວິທີ​ທີ່​ເລື່ອງ​ນັ້ນ​ກ່ຽວ​ຂ້ອງ​ກັບ​ໃຈ​ຄວາມ​ສຳຄັນ​ຂອງ​ຄຳພີ​ໄບເບິນ ໃຈ​ຄວາມ​ສຳຄັນ​ນັ້ນ​ຄື: ການ​ພິສູດ​ຄວາມ​ຖືກ​ຕ້ອງ​ເລື່ອງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ໂດຍ​ທາງ​ລາຊະອານາຈັກ​ຂອງ​ພະ​ຄລິດ ເຊື້ອ​ສາຍ​ແຫ່ງ​ຄຳ​ສັນຍາ.

ເອເຊກຽນ​ແລະ​ດານຽນ​ເນັ້ນ​ໃຈ​ຄວາມ​ສຳຄັນ​ຂອງ​ຄຳພີ​ໄບເບິນ​ຢ່າງ​ໃດ? (ເອເຊກຽນ 38:21-23; ດານຽນ 2:44; 4:17; 7:9-14)

ຄຳພີ​ໄບເບິນ​ລະບຸ​ຕົວ​ພະ​ເຍຊູ​ຢ່າງ​ຊັດເຈນ​ວ່າ​ເປັນ​ເຊື້ອ​ສາຍ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ແນວ​ໃດ? (ຄາລາຊີ 3:16)

ຄຳປາກົດ​ພັນລະນາ​ເຖິງ​ຈຸດ​ສຸດ​ຍອດ​ອັນ​ຍິ່ງ​ໃຫຍ່​ຂອງ​ໃຈ​ຄວາມ​ສຳຄັນ​ເລື່ອງ​ລາຊະອານາຈັກ​ໄວ້​ຢ່າງ​ໃດ? (ຄຳປາກົດ 11:15; 12:7-10; 17:16-18; 19:11-16; 20:1-3; 21:1-5)

(3) ຈົ່ງ​ຖາມ​ຕົວ​ເອງ​ວ່າ ເຮົາ​ຈະ​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ມາ​ໃຊ້​ກັບ​ຕົນ​ເອງ​ຢ່າງ​ໃດ. ຍົກ​ຕົວຢ່າງ ເມື່ອ​ອ່ານ​ອົບພະຍົບ​ຈົນ​ຮອດ​ພະບັນຍັດ​ເຮົາ​ຈະ​ພົບ​ເລື່ອງ​ການ​ຜິດ​ສິນລະທຳ ແລະ​ການ​ກະບົດ​ຂອງ​ຊາດ​ຍິດສະລາເອນ. ເຮົາ​ຮຽນ​ຮູ້​ວ່າ​ເຈຕະຄະຕິ ແລະ​ການ​ກະທຳ​ເຫຼົ່າ​ນັ້ນ​ເກີດ​ຜົນ​ຮ້າຍ​ຕໍ່​ເຂົາ​ເຈົ້າ. ດ້ວຍ​ເຫດ​ນີ້ ເຮົາ​ຄວນ​ຈະ​ໄດ້​ຮັບ​ການ​ກະຕຸ້ນ​ທີ່​ຈະ​ກະທຳ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ໂດຍ​ບໍ່​ເຮັດ​ຕາມ​ຕົວຢ່າງ​ອັນ​ບໍ່​ດີ​ຂອງ​ຊາດ​ຍິດສະລາເອນ. “ການ​ທັງ​ປວງ​ນີ້​ໄດ້​ບັງເກີດ​ແກ່​ເຂົາ​ເປັນ​ແບບ​ຢ່າງ ແລະ​ຂຽນ​ໄວ້​ແລ້ວ​ເພື່ອ​ຈະ​ເຕືອນ​ສະຕິ​ເຮົາ​ທັງ​ຫຼາຍ​ຜູ້​ທີ່​ໄດ້​ເຖິງ​ທີ່​ສຸດ​ອາຍຸ​ທັງ​ຫຼາຍ [“ຢູ່​ໃນ​ຍຸກ​ສຸດ​ທ້າຍ​ທີ່​ຈວນ​ຈະ​ມາ​ເຖິງ,” ທ.ປ.].”—1 ໂກລິນໂທ 10:11.

ເລື່ອງ​ກາອີນ​ຂ້າ​ອາເບນ​ໃຫ້​ບົດຮຽນ​ຫຍັງ​ແກ່​ເຮົາ? (ຕົ້ນເດີມ 4:3-12; ເຫບເລີ 11:4; 1 ໂຢຮັນ 3:10-15; 4:20, 21)

ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ໃຊ້​ກັບ​ຄລິດສະຕຽນ​ທີ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ນັ້ນ ຈະ​ເອົາ​ມາ​ໃຊ້​ກັບ​ຜູ້​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ໄດ້​ບໍ? (ຈົດເຊັນບັນຊີ 15:16; ໂຢຮັນ 10:16)

ເຖິງ​ແມ່ນ​ວ່າ​ເຮົາ​ມີ​ຖານະ​ທີ່​ດີ​ໃນ​ປະຊາຄົມ​ຄລິດສະຕຽນ​ແລ້ວ ເຫດ​ໃດ​ເຮົາ​ຈຶ່ງ​ຕ້ອງ​ພິຈາລະນາ​ວິທີ​ທີ່​ຈະ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ຮູ້​ແລ້ວ​ໄປ​ໃຊ້​ໃຫ້​ຫຼາຍ​ກວ່າ​ເກົ່າ? (2 ໂກລິນໂທ 13:5; 1 ເທຊະໂລນີກ 4:1)

(4) ຈົ່ງ​ຄິດ​ເຖິງ​ວິທີ​ທີ່​ເຮົາ​ອາດ​ໃຊ້​ສິ່ງ​ທີ່​ໄດ້​ອ່ານ​ໄປ​ຊ່ວຍ​ຄົນ​ອື່ນ. ທຸກ​ຄົນ​ເປັນ​ຫ່ວງ​ເລື່ອງ​ບັນຫາ​ສຸຂະພາບ. ດັ່ງ​ນັ້ນ ເຮົາ​ອາດ​ຈະ​ອ່ານ​ເລື່ອງ​ທີ່​ພະ​ເຍຊູ​ເຄີຍ​ກະທຳ​ເພື່ອ​ສະແດງ​ເຖິງ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ໃນ​ຂອບ​ເຂດ​ທີ່​ໃຫຍ່​ກວ່າ​ນີ້​ເມື່ອ​ພະອົງ​ເປັນ​ກະສັດ​ໃນ​ລາຊະອານາຈັກ: “ຝູງ​ຄົນ​ຫຼາຍ​ຄົນ​ໄດ້​ມາ​ຫາ​ພະອົງ ເອົາ​ຄົນ​ຂາ​ເຢກ​ຂາ​ຫ້ານ ຄົນ​ຕາ​ບອດ ຄົນ​ປາກ​ກຶກ ຄົນ​ເສຍ​ອົງຄະ ແລະ​ຄົນ​ພະຍາດ​ຕ່າງໆຫຼາຍ​ຄົນ​ມາ . . . ແລະ​ພະອົງ​ໄດ້​ກະທຳ​ໃຫ້​ເຂົາ​ດີ.”—ມັດທາຍ 15:30.

ໃຜ​ອາດ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ເລື່ອງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ລູກ​ສາວ​ຂອງ​ຢາອິລຶດ? (ລືກາ 8:41, 42, 49-56)

13. ການ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ກັບ​ອົງການ​ຂອງ​ພະ​ເຢໂຫວາ​ຢ່າງ​ຕໍ່​ເນື່ອງ​ຈະ​ກໍ​ຜົນ​ປະໂຫຍດ​ຫຍັງ​ແດ່?

13 ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ລາງວັນ​ທີ່​ລ້ຳ​ຄ່າ​ສ່ຳ​ໃດ ເມື່ອ​ເຮົາ​ພິຈາລະນາ​ແນວ​ຄວາມ​ຄິດ​ສີ່​ຢ່າງ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ! ແນ່ນອນ ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທ້າທາຍ ແຕ່​ເຮົາ​ຈະ​ໄດ້​ປະໂຫຍດ​ຕະຫຼອດ​ຊີວິດ ເພາະ​ເມື່ອ​ເຮົາ​ຍິ່ງ​ອ່ານ​ພະ​ຄຳພີ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ຍິ່ງ​ແຂງແຮງ​ທາງ​ຝ່າຍ​ວິນຍານ​ຫຼາຍ​ເທົ່າ​ນັ້ນ. ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ຈະ​ໂນ້ມ​ນຳ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພະ​ບິດາ​ຜູ້​ປະກອບ​ດ້ວຍ​ຄວາມ​ຮັກ ແລະ​ພີ່​ນ້ອງ​ຄລິດສະຕຽນ​ຂອງ​ເຮົາ​ຫຼາຍ​ຂຶ້ນ. ການ​ອ່ານ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາໃຈໃສ່​ຄຳ​ແນະນຳ​ທີ່​ໃຫ້ “ຍຶດ​ໝັ້ນ​ກັບ​ພະ​ຄຳ​ແຫ່ງ​ຊີວິດ​ຕໍ່ໆໄປ.”—ຟີລິບ 2:16, ລ.ມ.

[ຂໍ້​ຄວາມ​ໄຂ​ເງື່ອນ]

a ສຳລັບ​ການ​ພິຈາລະນາ​ເຫດຜົນ​ທີ່​ເຮົາ​ຄວນ​ຈະ​ສຶກສາ​ຄຳພີ​ໄບເບິນ ເຊີນ​ເບິ່ງ​ຈຸນລະສານ ໜັງສື​ສຳລັບ​ທຸກ​ຄົນ (ພາສາ​ໄທ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

ການ​ພິຈາລະນາ​ທົບ​ທວນ

• ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ໄດ້​ຮັບ​ການ​ບັນທຶກ​ແລະ​ເກັບ​ຮັກສາ​ໄວ້​ຈົນ​ຮອດ​ສະໄໝ​ຂອງ​ເຮົາ?

• ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ​ແລະ​ຮູ້​ຄຸນຄ່າ​ຄຳພີ​ໄບເບິນ​ໄດ້​ຢ່າງ​ໃດ?

• ເປັນ​ຫຍັງ​ການ​ອ່ານ​ຄຳພີ​ໄບເບິນ​ໂດຍ​ສ່ວນ​ຕົວ​ເປັນ​ປະຈຳ​ຈຶ່ງ​ເປັນ​ປະໂຫຍດ? ໃນ​ການ​ວິເຄາະ​ເລື່ອງ​ທີ່​ໄດ້​ອ່ານ ເຮົາ​ສາມາດ​ໃຊ້​ແນວ​ຄິດ​ສີ່​ຢ່າງ​ໃດ​ແດ່​ທີ່​ເປັນ​ປະໂຫຍດ?

[ກອບ/ຮູບ​ພາບ​ໜ້າ 30]

ເມື່ອ​ເຮົາ​ອ່ານ​ສ່ວນ​ໜຶ່ງ​ໃນ​ຄຳພີ​ໄບເບິນ ຈົ່ງ​ພິຈາລະນາ​ວ່າ

ນັ້ນ​ບອກ​ໃຫ້​ເຮົາ​ຮູ້​ສິ່ງ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ​ໃນ​ຖານະ​ເປັນ​ບຸກຄົນ

ນັ້ນ​ກ່ຽວ​ຂ້ອງ​ກັບ​ໃຈ​ຄວາມ​ສຳຄັນ​ຂອງ​ຄຳພີ​ໄບເບິນ​ຢ່າງ​ໃດ

ນັ້ນ​ຄວນ​ມີ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ເຮົາ​ແນວ​ໃດ

ເຮົາ​ຈະ​ໃຊ້​ເລື່ອງ​ນັ້ນ​ຊ່ວຍ​ຄົນ​ອື່ນ​ຢ່າງ​ໃດ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌