ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 2 ໜ້າ 16-20
  • ຈົດໝາຍ​ຈາກ​ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົດໝາຍ​ຈາກ​ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ຂ່າວ​ດີ​ມາ​ຈາກ​ພະເຈົ້າ​ແທ້ໆບໍ?
    ຂ່າວດີຈາກພະເຈົ້າ!
  • ພະເຈົ້າ​ມີ​ຊື່
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ທ່ານ​ຈະ​ຄົ້ນ​ພົບ​ໄດ້​ຢ່າງ​ໃດ​ວ່າ​ພະ​ຜູ້​ສ້າງ​ຮຽກ​ຮ້ອງ​ສິ່ງ​ໃດ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 2 ໜ້າ 16-20

ບົດ​ທີ 2

ຈົດໝາຍ​ຈາກ​ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ

ບອກ​ພໍ່​ແມ່​ເບິ່ງ​ດູ​ວ່າ ປຶ້ມ​ຫົວ​ໃດ​ທີ່​ລູກ​ມັກ​ຫຼາຍ​ທີ່​ສຸດ?— ເດັກ​ນ້ອຍ​ບາງ​ຄົນ​ຈະ​ເລືອກ​ປຶ້ມ​ທີ່​ກ່ຽວ​ກັບ​ສັດ​ຕ່າງໆ. ສ່ວນ​ອີກ​ພວກ​ໜຶ່ງ​ຈະ​ເລືອກ​ປຶ້ມ​ທີ່​ມີ​ຮູບ​ພາບ​ຫຼາຍໆ. ປຶ້ມ​ເຫຼົ່າ​ນີ້​ອ່ານ​ແລ້ວ​ອາດ​ຈະ​ມ່ວນ​ດີ.

ແຕ່​ປຶ້ມ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ແມ່ນ​ປຶ້ມ​ທີ່​ບອກ​ເຮົາ​ໃຫ້​ຮູ້​ຄວາມ​ຈິງ​ເລື່ອງ​ພະເຈົ້າ. ໃນ​ປຶ້ມ​ເຫຼົ່າ​ນີ້​ມີ​ປຶ້ມ​ຫົວ​ດຽວ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ຫມູ່​ໝົດ ລູກ​ຮູ້​ບໍ​ວ່າ​ແມ່ນ​ປຶ້ມ​ຫົວ​ໃດ?— ແມ່ນ​ຄຳພີ​ໄບເບິນ​ນັ້ນ​ແຫຼະ.

ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ​ຫຼາຍ?— ເພາະ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ. ປຶ້ມ​ນີ້​ບອກ​ເຮົາ​ກ່ຽວ​ກັບ​ພະເຈົ້າ​ແລະ​ສິ່ງ​ດີໆ​ທີ່​ພະອົງ​ເຮັດ​ເພື່ອ​ເຮົາ. ແລະ​ສະແດງ​ໃຫ້​ເຮົາ​ເຫັນ​ເຖິງ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ​ເພື່ອ​ໃຫ້​ພະເຈົ້າ​ພໍ​ໃຈ. ປຶ້ມ​ນີ້​ເປັນ​ຄື​ຈົດໝາຍ​ທີ່​ມາ​ຈາກ​ພະເຈົ້າ.

ເອົາ​ລະ ພະເຈົ້າ​ຈະ​ຂຽນ​ຄຳພີ​ໄບເບິນ​ທັງ​ໝົດ​ໃນ​ສະຫວັນ​ແລ້ວ​ຈຶ່ງ​ໃຫ້​ແກ່​ມະນຸດ​ກໍ​ໄດ້. ແຕ່​ພະອົງ​ບໍ່​ໄດ້​ເຮັດ​ເຊັ່ນ​ນັ້ນ. ເຖິງ​ວ່າ​ຄວາມ​ຄິດ​ຕ່າງໆ​ມາ​ຈາກ​ພະເຈົ້າ ພະອົງ​ໄດ້​ໃຊ້​ຜູ້​ຮັບໃຊ້​ຂອງ​ພະອົງ​ເທິງ​ແຜ່ນດິນ​ໂລກ​ນີ້​ຂຽນ​ຄຳພີ​ໄບເບິນ​ສ່ວນ​ຫຼາຍ.

ພະເຈົ້າ​ເຮັດ​ແບບ​ນັ້ນ​ຢ່າງ​ໃດ?— ເພື່ອ​ຈະ​ເຂົ້າ​ໃຈ​ວ່າ​ພະອົງ​ເຮັດ​ຢ່າງ​ໃດ ໃຫ້​ເຮົາ​ມາ​ພິຈາລະນາ​ເລື່ອງ​ນີ້. ເມື່ອ​ເຮົາ​ໄດ້​ຍິນ​ສຽງ​ຄົນ​ຈາກ​ວິທະຍຸ ສຽງ​ນັ້ນ​ອາດ​ຈະ​ມາ​ຈາກ​ໃຜ​ຄົນ​ໜຶ່ງ​ທີ່​ຢູ່​ທາງ​ໄກ. ເມື່ອ​ເຮົາ​ເບິ່ງ​ໂທລະພາບ ເຮົາ​ຍັງ​ສາມາດ​ເຫັນ​ພາບ​ຂອງ​ຄົນ​ເຫຼົ່າ​ນັ້ນ​ທີ່​ຢູ່​ປະເທດ​ອື່ນໆ​ໃນ​ໂລກ ແລະ​ເຮົາ​ໄດ້​ຍິນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳລັງ​ເວົ້າ​ຢູ່.

ມະນຸດ​ຍັງ​ເດີນ​ທາງ​ໄປ​ເຖິງ​ດວງ​ຈັນ​ໂດຍ​ຍານ​ອະວະກາດ​ໄດ້ ແລະ​ເຂົາ​ເຈົ້າ​ຍັງ​ສົ່ງ​ຂ່າວ​ຈາກ​ດວງ​ຈັນ​ກັບ​ມາ​ແຜ່ນດິນ​ໂລກ. ລູກ​ເຄີຍ​ໄດ້​ຍິນ​ເລື່ອງ​ນັ້ນ​ບໍ?— ຖ້າ​ວ່າ​ມະນຸດ​ສາມາດ​ເຮັດ​ເຊັ່ນ​ນັ້ນ​ໄດ້ ແລ້ວ​ພະເຈົ້າ​ຈະ​ສົ່ງ​ຂໍ້​ຄວາມ​ຈາກ​ສະຫວັນ​ໄດ້​ບໍ?— ແນ່ນອນ ພະອົງ​ຕ້ອງ​ເຮັດ​ໄດ້! ແລະ​ພະອົງ​ເຮັດ​ແບບ​ນັ້ນ​ດົນ​ນານ​ກ່ອນ​ມະນຸດ​ຈະ​ໄດ້​ມີ​ວິທະຍຸ​ຫຼື​ໂທລະພາບ​ອີກ.

A man on the moon communicates with people on the earth

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ເວົ້າ​ກັບ​ເຮົາ​ຈາກ​ບ່ອນ​ທີ່​ຫ່າງ​ໄກ​ໄດ້?

ໂມເຊ​ເປັນ​ຄົນ​ໜຶ່ງ​ທີ່​ເຄີຍ​ໄດ້​ຍິນ​ພະເຈົ້າ​ເວົ້າ. ໂມເຊ​ບໍ່​ສາມາດ​ເຫັນ​ພະເຈົ້າ ແຕ່​ລາວ​ໄດ້​ຍິນ​ສຽງ​ເວົ້າ​ຂອງ​ພະອົງ. ມີ​ຫຼາຍ​ລ້ານ​ຄົນ​ຢູ່​ທີ່​ນັ້ນ​ເມື່ອ​ເຫດການ​ນັ້ນ​ເກີດ​ຂຶ້ນ. ທີ່​ຈິງ ໃນ​ມື້​ນັ້ນ​ພະເຈົ້າ​ໄດ້​ເຮັດ​ໃຫ້​ພູ​ໜ່ວຍ​ໜຶ່ງ​ສັ່ນ​ສະເທືອນ​ໄປ​ທົ່ວ ແລະ​ມີ​ຟ້າ​ຮ້ອງ​ແລະ​ຟ້າ​ແມບ. ຜູ້​ຄົນ​ຮູ້​ວ່າ​ເປັນ​ສຽງ​ພະເຈົ້າ​ເວົ້າ ແຕ່​ເຂົາ​ເຈົ້າ​ຢ້ານ​ຫຼາຍ. ດັ່ງ​ນັ້ນ ເຂົາ​ເຈົ້າ​ບອກ​ໂມເຊ​ວ່າ: “ຢ່າ​ໃຫ້​ພະເຈົ້າ​ປາກ​ກັບ​ພວກ​ເຮົາ​ຢ້ານ​ວ່າ​ເຮົາ​ທັງ​ຫຼາຍ​ຈະ​ຕາຍ​ໄປ.” ຕໍ່​ມາ​ໂມເຊ​ໄດ້​ຂຽນ​ສິ່ງ​ຕ່າງໆ​ທີ່​ພະເຈົ້າ​ເວົ້າ. ແລະ​ສິ່ງ​ທີ່​ໂມເຊ​ຂຽນ​ກໍ​ຢູ່​ໃນ​ຄຳພີ​ໄບເບິນ.—ອົບພະຍົບ 20:18-21.

ໂມເຊ​ຂຽນ​ຄຳພີ​ໄບເບິນ​ຫ້າ​ພະທຳ​ທຳອິດ. ແຕ່​ບໍ່​ແມ່ນ​ໂມເຊ​ຜູ້​ດຽວ​ທີ່​ໄດ້​ຂຽນ​ຄຳພີ​ໄບເບິນ. ພະເຈົ້າ​ໃຊ້​ປະມານ 40 ຄົນ​ຂຽນ​ສ່ວນ​ຕ່າງໆ​ຂອງ​ຄຳພີ​ໄບເບິນ. ຄົນ​ເຫຼົ່າ​ນີ້​ມີ​ຊີວິດ​ດົນ​ນານ​ມາ​ແລ້ວ ແລະ​ໃຊ້​ເວລາ​ຫຼາຍ​ປີ​ຈຶ່ງ​ໄດ້​ຂຽນ​ຄຳພີ​ໄບເບິນ​ໃຫ້​ສຳເລັດ. ແມ່ນ​ແລ້ວ ຕ້ອງ​ໃຊ້​ເວລາ​ປະມານ 1.600 ປີ! ສິ່ງ​ທີ່​ເປັນ​ຕາ​ງຶດ​ແມ່ນ ຄົນ​ເຫຼົ່າ​ນັ້ນ​ບາງ​ຄົນ​ບໍ່​ເຄີຍ​ພົບ​ກັນ​ເລີຍ ແຕ່​ສິ່ງ​ທີ່​ເຂົາ​ເຈົ້າ​ຂຽນ​ສອດຄ່ອງ​ກັນ​ທັງ​ໝົດ.

Solomon, Peter and John, Moses, Luke, and Amos

ຜູ້​ທີ່​ຂຽນ​ຄຳພີ​ໄບເບິນ​ເຫຼົ່າ​ນີ້​ມີ​ຊື່​ວ່າ​ແນວ​ໃດ​ແດ່?

ບາງ​ຄົນ​ທີ່​ພະເຈົ້າ​ໃຊ້​ຂຽນ​ຄຳພີ​ໄບເບິນ​ເປັນ​ຄົນ​ມີ​ຊື່ສຽງ. ແມ່ນ​ຢູ່​ວ່າ​ໂມເຊ​ເຄີຍ​ເປັນ​ຄົນ​ລ້ຽງ​ແກະ ແຕ່​ລາວ​ກາຍ​ເປັນ​ຜູ້​ນຳ​ພາ​ຊາດ​ອິດສະລາແອນ. ຊາໂລໂມນ​ເປັນ​ກະສັດ​ທີ່​ທັງ​ສະຫຼາດ​ທີ່​ສຸດ​ແລະ​ຮັ່ງມີ​ທີ່​ສຸດ​ໃນ​ໂລກ. ແຕ່​ຜູ້​ຂຽນ​ຄົນ​ອື່ນໆ​ບໍ່​ໄດ້​ໂດດ​ເດັ່ນ​ຂະໜາດ​ນັ້ນ. ອາໂມດ​ເປັນ​ຄົນ​ບົວລະບັດ​ຕົ້ນ​ໝາກ​ເດື່ອ​ເທດ.

ນອກ​ຈາກ​ນັ້ນ ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ເປັນ​ໝໍ. ລູກ​ຮູ້ຈັກ​ຊື່​ຂອງ​ລາວ​ບໍ?— ລາວ​ຊື່​ວ່າ​ລືກາ. ຜູ້​ຂຽນ​ອີກ​ຄົນ​ໜຶ່ງ​ເຄີຍ​ເປັນ​ຄົນ​ເກັບ​ພາສີ. ລາວ​ຊື່​ມັດທາຍ. ຍັງ​ມີ​ອີກ​ຄົນ​ໜຶ່ງ​ເຄີຍ​ເປັນ​ທະນາຍ​ຄວາມ ເປັນ​ຜູ້​ຊ່ຽວຊານ​ທາງ​ກົດໝາຍ​ຂອງ​ສາສະໜາ​ຢິວ. ລາວ​ຂຽນ​ພະທຳ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ຫຼາຍ​ກວ່າ​ຄົນ​ອື່ນ. ລູກ​ຮູ້​ຊື່​ຂອງ​ລາວ​ບໍ?— ຜູ້​ນັ້ນ​ຊື່​ວ່າ​ໂປໂລ. ເປໂຕ​ແລະ​ໂຢຮັນ​ສາວົກ​ຂອງ​ພະ​ເຍຊູ​ເປັນ​ຜູ້​ຂຽນ​ຄຳພີ​ໄບເບິນ​ຄື​ກັນ ເຂົາ​ເຈົ້າ​ເຄີຍ​ເປັນ​ຄົນ​ຫາ​ປາ.

ຜູ້​ຂຽນ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ໄດ້​ຂຽນ​ສິ່ງ​ຕ່າງໆ​ທີ່​ພະເຈົ້າ​ຈະ​ເຮັດ​ໃນ​ອະນາຄົດ. ເຂົາ​ເຈົ້າ​ຮູ້​ເລື່ອງ​ທີ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ໄດ້​ແນວ​ໃດ?— ພະເຈົ້າ​ບອກ​ຂໍ້​ມູນ​ເຫຼົ່າ​ນັ້ນ​ກັບ​ເຂົາ​ເຈົ້າ. ພະອົງ​ບອກ​ເຂົາ​ເຈົ້າ​ໃຫ້​ຮູ້​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ.

ຕອນ​ທີ່​ພະ​ເຍຊູ​ຄູ​ສອນ​ຜູ້​ຍິ່ງໃຫຍ່​ຢູ່​ເທິງ​ແຜ່ນດິນ​ໂລກ ຄຳພີ​ໄບເບິນ​ສ່ວນ​ຫຼາຍ​ຂຽນ​ແລ້ວໆ. ໃຫ້​ລູກ​ຈື່​ໄວ້​ວ່າ ຄູ​ສອນ​ຜູ້​ຍິ່ງໃຫຍ່​ເຄີຍ​ຢູ່​ໃນ​ສະຫວັນ. ພະອົງ​ຮູ້​ສິ່ງ​ທີ່​ພະເຈົ້າ​ໄດ້​ເຮັດ. ພະ​ເຍຊູ​ເຊື່ອ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ​ບໍ?— ແມ່ນ​ແລ້ວ ພະອົງ​ເຊື່ອ.

ເມື່ອ​ພະ​ເຍຊູ​ເວົ້າ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ໄດ້​ເຮັດ ພະອົງ​ອ່ານ​ຈາກ​ຄຳພີ​ໄບເບິນ. ລາງ​ເທື່ອ​ພະອົງ​ບອກ​ຕາມ​ສິ່ງ​ທີ່​ພະອົງ​ຈື່​ໄດ້. ພະ​ເຍຊູ​ຍັງ​ໃຫ້​ຄວາມ​ຮູ້​ທີ່​ພະອົງ​ໄດ້​ຮັບ​ຈາກ​ພະເຈົ້າ​ແກ່​ພວກ​ເຮົາ​ອີກ. ພະ​ເຍຊູ​ກ່າວ​ວ່າ: “ສິ່ງ​ທັງ​ຫຼາຍ​ທີ່​ເຮົາ​ໄດ້​ຍິນ​ແຕ່​ພະເຈົ້າ ສິ່ງ​ນັ້ນ​ເຮົາ​ໄດ້​ກ່າວ​ແກ່​ມະນຸດສະໂລກ.” (ໂຢຮັນ 8:26) ພະ​ເຍຊູ​ເຄີຍ​ໄດ້​ຍິນ​ຫຼາຍ​ສິ່ງ​ຈາກ​ພະເຈົ້າ​ເພາະ​ວ່າ​ພະອົງ​ເຄີຍ​ຢູ່​ກັບ​ພະເຈົ້າ. ແລ້ວ​ເຮົາ​ຈະ​ອ່ານ​ສິ່ງ​ເຫຼົ່າ​ນັ້ນ​ທີ່​ພະ​ເຍຊູ​ກ່າວ​ຈາກ​ໃສ?— ໃນ​ຄຳພີ​ໄບເບິນ. ທຸກ​ສິ່ງ​ໄດ້​ຂຽນ​ໄວ້​ແລ້ວ​ເພື່ອ​ໃຫ້​ເຮົາ​ອ່ານ.

ແນ່ນອນ ເມື່ອ​ພະເຈົ້າ​ໃຊ້​ມະນຸດ​ຂຽນ ເຂົາ​ເຈົ້າ​ຈະ​ຕ້ອງ​ຂຽນ​ເປັນ​ພາສາ​ທີ່​ເຂົາ​ເຈົ້າ​ໃຊ້​ກັນ​ເປັນ​ປະຈຳ. ດັ່ງ​ນັ້ນ ຄຳພີ​ໄບເບິນ​ສ່ວນ​ຫຼາຍ​ຂຽນ​ເປັນ​ພາສາ​ເຫບເລີ ບາງ​ສ່ວນ​ເປັນ​ພາສາ​ອາລາເມອິກ ອີກ​ຫຼາຍ​ສ່ວນ​ເປັນ​ພາສາ​ເກັຣກ. ເນື່ອງ​ຈາກ​ຄົນ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ອ່ານ​ພາສາ​ເຫຼົ່າ​ນີ້​ບໍ່​ໄດ້ ຈຶ່ງ​ມີ​ການ​ແປ​ຄຳພີ​ໄບເບິນ​ເປັນ​ພາສາ​ອື່ນໆ. ປັດຈຸບັນ​ສ່ວນ​ຕ່າງໆ​ຂອງ​ຄຳພີ​ໄບເບິນ​ຊອກ​ຫາ​ອ່ານ​ໄດ້​ໃນ​ຫຼາຍ​ກວ່າ 2.260 ພາສາ. ໃຫ້​ລອງ​ຄິດ​ເບິ່ງ​ດູ! ຄຳພີ​ໄບເບິນ​ເປັນ​ຈົດໝາຍ​ທີ່​ພະເຈົ້າ​ໃຫ້​ກັບ​ມະນຸດ​ທຸກ​ຫົນ​ທຸກ​ແຫ່ງ. ບໍ່​ວ່າ​ຈະ​ອັດ​ສຳເນົາ​ຈັກ​ເທື່ອ ຂ່າວ​ສານ​ກໍ​ມາ​ຈາກ​ພະເຈົ້າ.

ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ມີ​ຄວາມ​ສຳຄັນ​ຕໍ່​ພວກ​ເຮົາ. ມີ​ການ​ຂຽນ​ຄຳພີ​ໄບເບິນ​ໄວ້​ດົນ​ນານ​ມາ​ແລ້ວ. ແຕ່​ກໍ​ໄດ້​ບອກ​ເຖິງ​ສິ່ງ​ຕ່າງໆ​ທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ປັດຈຸບັນ. ແລະ​ຍັງ​ໄດ້​ບອກ​ເຖິງ​ສິ່ງ​ທີ່​ພະເຈົ້າ​ຈະ​ກະທຳ​ໃນ​ອີກ​ບໍ່​ດົນ. ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ເຖິງ​ເປັນ​ຕາ​ຕື່ນ​ເຕັ້ນ! ນີ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ.

[ຮູບ​ພາບ​ໜ້າ 20]

ລູກ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ?

ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ວ່າ​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ຢູ່​ຢ່າງ​ໃດ. ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ສິ່ງ​ໃດ​ຖືກ​ແລະ​ສິ່ງ​ໃດ​ຜິດ. ລູກ​ຕ້ອງ​ໄດ້​ຮູ້​ເລື່ອງ​ນີ້ ແລະ​ພໍ່ (ແມ່) ກໍ​ຕ້ອງ​ຮູ້​ຄື​ກັນ. ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວ​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ຜົນ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ ເພື່ອ​ເຮົາ​ບໍ່​ຕ້ອງ​ຮັບ​ຄວາມ​ເດືອດຮ້ອນ​ແບບ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ. ຄຳພີ​ໄບເບິນ​ຍັງ​ບອກ​ໃຫ້​ຮູ້​ກ່ຽວ​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຜົນ​ດີ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ. ເລື່ອງ​ທັງ​ໝົດ​ນີ້​ຂຽນ​ໄວ້​ເພື່ອ​ປະໂຫຍດ​ຂອງ​ເຮົາ.

ແຕ່​ເພື່ອ​ຈະ​ໄດ້​ຜົນ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ຮູ້​ຄຳຕອບ​ຂອງ​ຄຳຖາມ​ຂໍ້​ໜຶ່ງ. ຄຳຖາມ​ນີ້​ແມ່ນ: ໃຜ​ໃຫ້​ຄຳພີ​ໄບເບິນ​ກັບ​ເຮົາ? ລູກ​ຈະ​ຕອບ​ແນວ​ໃດ?— ແມ່ນ​ແລ້ວ ຄຳພີ​ໄບເບິນ​ທຸກ​ຕອນ​ມາ​ຈາກ​ພະເຈົ້າ. ຄັນ​ແລ້ວ ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ສະຫຼາດ​ແທ້ໆ?— ເຮົາ​ຄວນ​ຈະ​ຟັງ​ພະເຈົ້າ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ບອກ.

ດັ່ງ​ນັ້ນ ເຮົາ​ຈະ​ຕ້ອງ​ຫາ​ເວລາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ. ເມື່ອ​ເຮົາ​ຮັບ​ຈົດໝາຍ​ຈາກ​ຄົນ​ທີ່​ເຮົາ​ຮັກ​ຫຼາຍ ເຮົາ​ຈະ​ອ່ານ​ແລ້ວ​ອ່ານ​ອີກ. ຈົດໝາຍ​ນັ້ນ​ມີ​ຄ່າ​ຫຼາຍ​ຕໍ່​ເຮົາ. ຄຳພີ​ໄບເບິນ​ຄວນ​ຈະ​ມີ​ຄ່າ​ສຳລັບ​ເຮົາ​ແນວ​ນັ້ນ ເພາະ​ວ່າ​ເປັນ​ຈົດໝາຍ​ທີ່​ມາ​ຈາກ​ຜູ້​ທີ່​ຮັກ​ເຮົາ​ຫຼາຍ​ທີ່​ສຸດ. ຄຳພີ​ໄບເບິນ​ເປັນ​ຈົດໝາຍ​ມາ​ຈາກ​ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ.

ຕອນ​ນີ້​ໃຫ້​ເຮົາ​ໃຊ້​ເວລາ​ອີກ​ຈັກ​ສອງ​ສາມ​ນາທີ​ເພື່ອ​ອ່ານ​ຂໍ້​ຄຳພີ​ຕໍ່​ໄປ​ນີ້​ທີ່​ສະແດງ​ວ່າ​ຄຳພີ​ໄບເບິນ​ເປັນ​ຖ້ອຍຄຳ​ຂອງ​ພະເຈົ້າ​ແທ້ໆ ເຊິ່ງ​ໄດ້​ຂຽນ​ຂຶ້ນ​ເພື່ອ​ປະໂຫຍດ​ຂອງ​ເຮົາ: ໂລມ 15:4; 2 ຕີໂມເຕ 3:16, 17; ແລະ 2 ເປໂຕ 1:20, 21.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌