ບົດຮຽນ 1
ທ່ານຈະຄົ້ນພົບໄດ້ຢ່າງໃດວ່າພະຜູ້ສ້າງຮຽກຮ້ອງສິ່ງໃດ
ຂໍ້ຄວາມສຳຄັນອັນໃດທີ່ບັນຈຸໄວ້ໃນຄຳພີໄບເບິນ? (1)
ໃຜເປັນຜູ້ປະພັນຄຳພີໄບເບິນ? (2)
ເປັນຫຍັງທ່ານຄວນສຶກສາຄຳພີໄບເບິນ? (3)
1. ຄຳພີໄບເບິນເປັນຂອງປະທານອັນລ້ຳຄ່າຈາກພະຜູ້ສ້າງ. ຄຳພີໄບເບິນເປັນເໝືອນຈົດໝາຍທີ່ມາຈາກພໍ່ທີ່ມີຄວາມຮັກເຖິງພວກລູກຂອງເຂົາ. ຄຳພີໄບເບິນບອກເຮົາເຖິງຄວາມຈິງກ່ຽວກັບພະຜູ້ສ້າງ—ພະອົງເປັນຜູ້ໃດແລະມາດຕະຖານຂອງພະອົງເປັນແນວໃດ? ຄຳພີໄບເບິນອະທິບາຍເຖິງວິທີທີ່ຈະຈັດການກັບບັນຫາຕ່າງໆ ແລະວິທີທີ່ຈະພົບຄວາມສຸກອັນແທ້ຈິງ. ຄຳພີໄບເບິນເທົ່ານັ້ນທີ່ບອກເຮົາໃຫ້ຮູ້ວ່າ ເຮົາຈຳຕ້ອງເຮັດສິ່ງໃດເພື່ອໃຫ້ພະເຈົ້າພໍພະໄທ.—ຄຳເພງ 1:1-3; ເອຊາອີ 48:17, 18.
2. ຄຳພີໄບເບິນຖືກຂຽນຂຶ້ນໂດຍມະນຸດຕ່າງຖານະອາຊີບປະມານ 40 ຄົນເປັນໄລຍະເວລາປະມານ 1,600 ປີ ໂດຍເລີ່ມຕົ້ນໃນປີ 1513 ກ່ອນສາກົນສັກກະຫຼາດ ຄຳພີໄບເບິນປະກອບດ້ວຍໜັງສືນ້ອຍໆ 66 ເຫຼັ້ມ. ຄົນເຫຼົ່ານັ້ນທີ່ໄດ້ຂຽນຄຳພີໄບເບິນໄດ້ຮັບການດົນໃຈຈາກພະຜູ້ສ້າງ. ພວກເຂົາໄດ້ຂຽນຄວາມຄຶດຂອງພະອົງ ບໍ່ແມ່ນຄວາມຄຶດຂອງຕົນເອງ. ດັ່ງນັ້ນພະຜູ້ສ້າງຜູ້ສະຖິດໃນສະຫວັນ ແລະບໍ່ແມ່ນມະນຸດຄົນນຶ່ງຄົນໃດເທິງແຜ່ນດິນໂລກ ເປັນຜູ້ປະພັນຄຳພີໄບເບິນ.—2 ຕີໂມເຕ 3:16, 17; 2 ເປໂຕ 1:20, 21.
3. ພະເຈົ້າໄດ້ດູແລໃຫ້ຄຳພີໄບເບິນຖືກຄັດລອກ ແລະສະຫງວນໄວ້ຢ່າງຖືກຕ້ອງ. ມີການພິມຄຳພີໄບເບິນຫຼາຍກວ່າໜັງສືອື່ນຈະເປັນເຫຼັ້ມໃດກໍ່ແລ້ວແຕ່. ບໍ່ແມ່ນທຸກຄົນຈະດີໃຈທີ່ເຫັນທ່ານສຶກສາຄຳພີໄບເບິນ ແຕ່ວ່າຢ່າໃຫ້ສິ່ງນັ້ນເຮັດໃຫ້ທ່ານຢຸດ. ອະນາຄົດອັນບໍ່ມີທີ່ສິ້ນສຸດຂອງທ່ານຂຶ້ນຢູ່ກັບການທີ່ທ່ານຮູ້ຈັກພະຜູ້ສ້າງແລະເຮັດຕາມນ້ຳພະໄທຂອງພະອົງແມ່ນວ່າຈະມີການຂັດຂວາງໃດໆ ກໍ່ຕາມ.—ມັດທາຍ 5:10-12; ໂຍຮັນ 17:3.