ບົດທີ 05
ຄຳພີໄບເບິນເປັນປຶ້ມທີ່ມາຈາກພະເຈົ້າ
ໃນສະໄໝກ່ອນມີການຂຽນປຶ້ມ 66 ຫົວທີ່ບອກໃຫ້ຮູ້ເລື່ອງພະເຈົ້າ. ຕໍ່ມາປຶ້ມເຫຼົ່ານັ້ນຖືກລວມເປັນຫົວດຽວກັນແລະເຮົາເອີ້ນປຶ້ມນັ້ນວ່າຄຳພີໄບເບິນ. ແຕ່ເຈົ້າອາດສົງໄສວ່າ: ‘ຄຳພີໄບເບິນມາຈາກໃສ? ໃຜເປັນຄົນຂຽນ?’ ໃຫ້ເຮົາມາຊອກຫາຄຳຕອບນຳກັນຈາກຄຳພີໄບເບິນ ປຶ້ມທີ່ເປັນຄືກັບຂອງຂວັນຈາກພະເຈົ້າ.
1. ຖ້າມະນຸດເປັນຄົນຂຽນ ເປັນຫຍັງຈຶ່ງບອກວ່າຄຳພີໄບເບິນມາຈາກພະເຈົ້າ?
ຄຳພີໄບເບິນມີຜູ້ຂຽນປະມານ 40 ຄົນເຊິ່ງໃຊ້ເວລາຂຽນຫຼາຍກວ່າ 1.600 ປີ. ປຶ້ມຫົວທຳອິດໃນຄຳພີໄບເບິນຂຽນເມື່ອປະມານ 3.500 ປີທີ່ແລ້ວແລະຫົວສຸດທ້າຍຂຽນແລ້ວເມື່ອປະມານ 1.900 ປີກ່ອນ. ເຖິງວ່າຜູ້ຂຽນແຕ່ລະຄົນຈະມີຫຼາຍຢ່າງທີ່ແຕກຕ່າງກັນ ແຕ່ເລື່ອງທີ່ເຂົາເຈົ້າຂຽນກໍບໍ່ໄດ້ຂັດແຍ່ງກັນ. ທີ່ເປັນແບບນັ້ນກໍຍ້ອນວ່າຄຳພີໄບເບິນມາຈາກພະເຈົ້າ. (ອ່ານ 1 ເທຊະໂລນິກ 2:13) ຜູ້ຂຽນຄຳພີໄບເບິນບໍ່ໄດ້ຂຽນຕາມໃຈໂຕເອງ. ແຕ່ເຂົາເຈົ້າຂຽນແລະ “ເວົ້າສິ່ງທີ່ມາຈາກພະເຈົ້າຕາມທີ່ພະລັງບໍລິສຸດຂອງເພິ່ນຊີ້ນຳ.”a (2 ເປໂຕ 1:21) ພະເຈົ້າໃຊ້ພະລັງບໍລິສຸດຂອງເພິ່ນດົນໃຈມະນຸດໃຫ້ຂຽນຄຳພີໄບເບິນ ເຊິ່ງໝາຍຄວາມວ່າ ເພິ່ນບອກໃຫ້ມະນຸດຮູ້ວ່າເພິ່ນຢາກໃຫ້ຂຽນຫຍັງແດ່.—2 ຕີໂມທຽວ 3:16
2. ໃຜແດ່ທີ່ມີໂອກາດໄດ້ອ່ານຄຳພີໄບເບິນ?
ພະເຢໂຫວາຢາກໃຫ້ “ທຸກຄົນທີ່ຢູ່ໃນໂລກ ໃນທຸກປະເທດ ທຸກຕະກູນ ທຸກພາສາ ແລະທຸກຊົນຊາດ” ມີໂອກາດໄດ້ອ່ານຄຳພີໄບເບິນ. (ອ່ານພະນິມິດ 14:6) ທຸກມື້ນີ້ ມີການແປຄຳພີໄບເບິນຫຼາຍກວ່າປຶ້ມອື່ນໆ. ເກືອບທຸກຄົນໃນໂລກບໍ່ວ່າຈະຢູ່ໃສຫຼືເວົ້າພາສາໃດ ກໍສາມາດຫາອ່ານຄຳພີໄບເບິນໄດ້ໃນພາສາຂອງເຂົາເຈົ້າ.
3. ພະເຢໂຫວາເຮັດແນວໃດເພື່ອບໍ່ໃຫ້ຄຳພີໄບເບິນຖືກທຳລາຍ?
ເຖິງວ່າຕົ້ນສະບັບຂອງຄຳພີໄບເບິນຈະຍ່ອຍສະຫຼາຍໄປດົນແລ້ວ ແຕ່ທີ່ຍັງມີຄຳພີໄບເບິນຢູ່ໃນທຸກມື້ນີ້ກໍຍ້ອນມີຄົນທີ່ຮັກຄຳພີໄບເບິນຊ່ວຍກັນກ່າຍຄືນຕໍ່ໆກັນມາ. ເຖິງວ່າຜູ້ມີອຳນາດບາງຄົນຈະພະຍາຍາມກຳຈັດຄຳພີໄບເບິນ ແຕ່ກໍມີຄົນຍອມສ່ຽງຊີວິດເພື່ອປົກປ້ອງຄຳພີໄບເບິນໄວ້. ພະເຢໂຫວາຢາກໃຫ້ເຮົາອ່ານຄຳພີໄບເບິນແລະເພິ່ນຈະບໍ່ຍອມໃຫ້ໃຜມາຂັດຂວາງໄດ້. ຄຳພີໄບເບິນບອກວ່າ: “ຄຳເວົ້າຂອງພະເຈົ້າຈະຢູ່ຕະຫຼອດໄປ.”—ເອຊາຢາ 40:8
ຮຽນຮູ້ຫຼາຍຂຶ້ນ
ພະເຈົ້າໃຊ້ວິທີໃດດົນໃຈໃຫ້ມະນຸດຂຽນຄຳພີໄບເບິນ ເພິ່ນປົກປ້ອງຄຳພີໄບເບິນແນວໃດແລະເພິ່ນເຮັດແນວໃດເພື່ອໃຫ້ມະນຸດທຸກຄົນມີໂອກາດໄດ້ອ່ານຄຳພີໄບເບິນ.
4. ໃຜເປັນຜູ້ແຕ່ງຄຳພີໄບເບິນ?
ເປີດວິດີໂອ. ແລ້ວອ່ານ 2 ຕີໂມທຽວ 3:16 ແລະລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຖ້າມະນຸດເປັນຄົນຂຽນ ເປັນຫຍັງຈຶ່ງບອກວ່າຄຳພີໄບເບິນມາຈາກພະເຈົ້າ?
ໃນວິດີໂອບອກວ່າ ພະເຈົ້າບອກຄົນຂຽນໃຫ້ຮູ້ຄວາມຄິດຂອງເພິ່ນ ເຈົ້າຄິດວ່າພະເຈົ້າເຮັດແບບນັ້ນໄດ້ບໍ?
ຜູ້ຈັດການບອກເລຂາວ່າຕ້ອງຂຽນຫຍັງແດ່ໃນຈົດໝາຍ.ຄ້າຍຄືກັນ ພະເຈົ້າກໍບອກຜູ້ຂຽນຄຳພີໄບເບິນວ່າເຂົາເຈົ້າຕ້ອງຂຽນຫຍັງແດ່
5. ບໍ່ມີໃຜທຳລາຍຄຳພີໄບເບິນໄດ້
ຄຳພີໄບເບິນມາຈາກພະເຈົ້າ ເພິ່ນຈະບໍ່ຍອມໃຫ້ຄຳພີໄບເບິນຖືກທຳລາຍ.ໃນສະໄໝກ່ອນ ຜູ້ມີອຳນາດພະຍາຍາມກຳຈັດຄຳພີໄບເບິນ ແລະຜູ້ນຳສາສະໜາກໍບໍ່ຢາກໃຫ້ຜູ້ຄົນໄດ້ອ່ານ. ແຕ່ເຖິງວ່າຈະມີການສັ່ງຫ້າມແລະຂູ່ວ່າຈະຂ້າ ຫຼາຍຄົນກໍຍອມສ່ຽງຊີວິດເພື່ອປົກປ້ອງຄຳພີໄບເບິນ. ມາເບິ່ງຕົວຢ່າງໜຶ່ງນຳກັນເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກວິດີໂອເຈົ້າເຫັນວ່າມີຄົນຍອມເຮັດທຸກຢ່າງເພື່ອປົກປ້ອງຄຳພີໄບເບິນ ເມື່ອຮູ້ແບບນີ້ແລ້ວເຈົ້າຢາກລອງອ່ານຄຳພີໄບເບິນເບິ່ງບໍ? ຍ້ອນຫຍັງ?
ອ່ານເພງສັນລະເສີນ 119:97 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຫຼາຍຄົນຍອມສ່ຽງຊີວິດເພື່ອແປແລະພິມຄຳພີໄບເບິນ ຍ້ອນເຂົາເຈົ້າຮູ້ສຶກແນວໃດ?
6. ປຶ້ມສຳລັບທຸກຄົນ
ຄຳພີໄບເບິນເປັນປຶ້ມທີ່ມີການແປແລະແຈກຢາຍຫຼາຍທີ່ສຸດໃນປະຫວັດສາດ.ອ່ານກິດຈະການ 10:34, 35 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງພະເຈົ້າຈຶ່ງຢາກໃຫ້ມີການແປແລະແຈກຢາຍຄຳພີໄບເບິນຫຼາຍຂະໜາດນີ້?
ມີຫຍັງພິເສດກ່ຽວກັບຄຳພີໄບເບິນທີ່ເຮັດໃຫ້ເຈົ້າຮູ້ສຶກປະທັບໃຈ?
ເກືອບ
100%
ຂອງຄົນທົ່ວໂລກ
ສາມາດຫາອ່ານຄຳພີໄບເບິນໄດ້ໃນພາສາທີ່ເຂົາເຈົ້າເຂົ້າໃຈ
ມີຫຼາຍກວ່າ
3.000
ພາສາ
ບາງພາສາມີແບບຄົບທັງຫົວ ບາງພາສາມີໃນບາງສ່ວນ
ມີການພິມຄຳພີໄບເບິນປະມານ
5.000.000.000 ຫົວ
ເຊິ່ງຫຼາຍກວ່າປຶ້ມຫົວອື່ນໆຫຼາຍເທົ່າ
ບາງຄົນເວົ້າວ່າ: “ຄຳພີໄບເບິນເປັນພຽງປຶ້ມເກົ່າໆຫົວໜຶ່ງທີ່ຄົນແຕ່ງຂຶ້ນມາ.”
ເຈົ້າຄິດແນວໃດ?
ອັນໃດເຮັດໃຫ້ເຮົາຮູ້ວ່າຄຳພີໄບເບິນຕ້ອງມາຈາກພະເຈົ້າແທ້ໆ?
ສະຫຼຸບ
ຄຳພີໄບເບິນເປັນປຶ້ມທີ່ມາຈາກພະເຈົ້າ ແລະເພິ່ນຢາກໃຫ້ທຸກຄົນໄດ້ອ່ານຄຳພີໄບເບິນ.
ຄຳຖາມທົບທວນ
ການທີ່ບອກວ່າພະເຈົ້າດົນໃຈໃຫ້ມະນຸດຂຽນຄຳພີໄບເບິນໝາຍຄວາມວ່າແນວໃດ?
ເຈົ້າປະທັບໃຈບໍທີ່ຮູ້ວ່າຄຳພີໄບເບິນລອດຈາກການຖືກທຳລາຍ ແລະຮູ້ວ່າມີການແປແລະພິມຄຳພີໄບເບິນຫຼາຍຂະໜາດນີ້? ເປັນຫຍັງເຈົ້າຈຶ່ງປະທັບໃຈ?
ເຈົ້າຮູ້ສຶກແນວໃດທີ່ຮູ້ວ່າພະເຈົ້າພະຍາຍາມເຮັດທຸກຢ່າງເພື່ອໃຫ້ເຈົ້າໄດ້ອ່ານຄຳພີໄບເບິນ?
ເບິ່ງເພີ່ມເຕີມ
ສຳເນົາເກົ່າແກ່ຂອງຄຳພີໄບເບິນຢູ່ລອດມາຈົນເຖິງທຸກມື້ນີ້ໂດຍວິທີໃດ ແລະມີການແປຄຳພີໄບເບິນເປັນພາສາທີ່ທັນສະໄໝໄດ້ແນວໃດ.
“ຄຳພີໄບເບິນຢູ່ລອດມາເຖິງສະໄໝຂອງເຮົາໂດຍວິທີໃດ?” (ຕື່ນເຖີດ! ເດືອນພະຈິກປີ 2007)
ຄຳພີໄບເບິນຢູ່ລອດມາໄດ້ຈົນເຖິງສະໄໝຂອງເຮົາເຖິງວ່າຈະມີອຸປະສັກຫຼາຍຢ່າງ.
“ຄຳພີໄບເບິນຢູ່ລອດມາເຖິງເຮົາໄດ້ແນວໃດ?” (ຫໍສັງເກດການສະບັບທີ 4 ປີ 2016)
ຫຼາຍຄົນຕ້ອງສ່ຽງກັບຫຍັງແດ່ເພື່ອຈະແປຄຳພີໄບເບິນ.
ຄຳພີໄບເບິນໄດ້ຮັບການກ່າຍຄືນແລະແປຫຼາຍເທື່ອ. ເຈົ້າຈະແນ່ໃຈໄດ້ແນວໃດວ່າຄຳພີໄບເບິນຖືກຕ້ອງຕາມຕົ້ນສະບັບ?