ບົດທີ 42
ເຫດຜົນທີ່ເຮົາຕ້ອງເຮັດວຽກ
ລູກມັກເຮັດຫຍັງຫຼາຍທີ່ສຸດ ເຮັດວຽກຫຼືຫຼິ້ນ?— ທີ່ຈິງແລ້ວ ການຫຼິ້ນກໍບໍ່ມີຫຍັງຜິດ. ຄຳພີໄບເບິນເວົ້າເຖິງເມືອງເຢຣຶຊາເລມວ່າ “ເຕັມດ້ວຍພວກເດັກນ້ອຍຊາຍຍິງພວມຫຼິ້ນໃນກາງຖະໜົນກວ້າງ.”—ຊາກາລີ 8:5.
ຄູຜູ້ຍິ່ງໃຫຍ່ມັກເບິ່ງເດັກນ້ອຍຫຼິ້ນ. ກ່ອນຈະມາທີ່ແຜ່ນດິນໂລກ ພະອົງກ່າວວ່າ: “ເຮົາໄດ້ຢູ່ຂ້າງພະອົງເປັນຜູ້ຮັບໃຊ້ສຳເລັດການ [“ນາຍຊ່າງ,” ລ.ມ.] ຂອງພະອົງ . . . ໄດ້ຊົມຊື່ນຍິນດີຕໍ່ໜ້າພະອົງເລື້ອຍບໍ່ຂາດ.” ຂໍໃຫ້ສັງເກດວ່າພະເຍຊູເປັນຜູ້ທີ່ເຮັດວຽກຮ່ວມກັບພະເຢໂຫວາໃນສະຫວັນ. ແລະເມື່ອພະອົງຢູ່ໃນສະຫວັນ ພະອົງກ່າວວ່າ: “ເຮົາມີຄວາມສະຫນຸກດ້ວຍພວກລູກມະນຸດທັງຫຼາຍ.” ແມ່ນແລ້ວ ດັ່ງທີ່ເຮົາໄດ້ຮຽນກ່ອນໜ້ານີ້ ຄູຜູ້ຍິ່ງໃຫຍ່ສົນໃຈທຸກຄົນຢ່າງແທ້ຈິງລວມທັງຄົນຫນຸ່ມສາວນຳ.—ສຸພາສິດ 8:30, 31.
ຄູຜູ້ຍິ່ງໃຫຍ່ມີຄວາມສຸກກັບສິ່ງໃດກ່ອນທີ່ພະອົງມາແຜ່ນດິນໂລກ?
ລູກຄິດວ່າ ພະເຍຊູຫຼິ້ນບໍເມື່ອພະອົງເປັນເດັກນ້ອຍ?— ພະອົງຄົງຈະຫຼິ້ນ. ແຕ່ເນື່ອງຈາກພະອົງເຄີຍເປັນ “ນາຍຊ່າງ” ໃນສະຫວັນ ພະອົງເຮັດວຽກເທິງແຜ່ນດິນໂລກນຳບໍ?— ທີ່ຈິງ ພະເຍຊູຖືກເອີ້ນວ່າ “ລູກແຫ່ງຜູ້ຊ່າງໄມ້.” ແຕ່ພະອົງຍັງຖືກເອີ້ນວ່າ “ຊ່າງໄມ້” ນຳອີກ. ເລື່ອງນີ້ສະແດງໃຫ້ເຫັນຫຍັງ?— ໂຢເຊບເຊິ່ງເປັນຜູ້ລ້ຽງດູພະເຍຊູຄືກັບລູກຊາຍຄີງໆຂອງຕົນຄົງຕ້ອງສອນອາຊີບນີ້ໃຫ້ກັບພະອົງ. ດັ່ງນັ້ນ ພະອົງຈຶ່ງເປັນຊ່າງໄມ້ນຳ.—ມັດທາຍ 13:55; ມາລະໂກ 6:3.
ພະເຍຊູເປັນຊ່າງໄມ້ແບບໃດ?— ເນື່ອງຈາກພະອົງເປັນນາຍຊ່າງໃນສະຫວັນ ລູກຄິດວ່າພະອົງຈະເປັນຊ່າງໄມ້ທີ່ຊຳນານຢູ່ເທິງແຜ່ນດິນໂລກນີ້ນຳບໍ?— ໃຫ້ເຮົາພິຈາລະນາເບິ່ງວ່າຊ່າງໄມ້ໃນສະໄໝນັ້ນຕ້ອງເຮັດວຽກໜັກສ່ຳໃດ. ພະເຍຊູອາດຕ້ອງອອກໄປຕັດຕົ້ນໄມ້ ເລື່ອຍໃຫ້ເປັນທ່ອນໆ ແບກໄມ້ກັບມາເຮືອນ ແລະຕັດໄມ້ນັ້ນໃຫ້ເປັນຮູບຊົງເພື່ອເຮັດໂຕະ ແປ້ນມ້າ ແລະສິ່ງອື່ນໆ.
ລູກຄິດວ່າວຽກນີ້ເຮັດໃຫ້ພະເຍຊູເພີດເພີນບໍ?— ລູກຈະມີຄວາມຍິນດີບໍຖ້າລູກສາມາດເຮັດໂຕະແລະຕັ່ງດີໆແລະເຄື່ອງອື່ນໆໃຫ້ຜູ້ອື່ນໃຊ້?— ຄຳພີໄບເບິນບອກວ່າເປັນການດີທີ່ຄົນເຮົາຈະ “ຊົມຊື່ນຍິນດີໃນການທີ່ເພິ່ນເຮັດ.” ວຽກພາໃຫ້ເພີດເພີນໃນແບບທີ່ລູກຈະບໍ່ໄດ້ຮັບຈາກການຫຼິ້ນ.—ຜູ້ເທສະໜາປ່າວປະກາດ 3:22.
ທີ່ຈິງ ວຽກເປັນປະໂຫຍດຕໍ່ທັງຈິດໃຈແລະຮ່າງກາຍຂອງເຮົາ. ເດັກນ້ອຍຫຼາຍຄົນມີແຕ່ນັ່ງເບິ່ງໂທລະພາບຫຼືຫຼິ້ນວິດີໂອເກມ. ເຂົາເຈົ້າກາຍເປັນເດັກນ້ອຍທີ່ຕຸ້ຍໂພດແລະທັງບໍ່ແຂງແຮງ ແລະກໍບໍ່ມີຄວາມສຸກຢ່າງແທ້ຈິງ. ແລະເຂົາເຈົ້າກໍບໍ່ໄດ້ເຮັດໃຫ້ຄົນອື່ນມີຄວາມສຸກນຳ. ເຮົາຈຳເປັນຕ້ອງເຮັດຫຍັງເພື່ອຈະມີຄວາມສຸກ?—
ເຮົາໄດ້ຮຽນໃນບົດທີ 17 ທີ່ວ່າ ການໃຫ້ແລະການເຮັດສິ່ງຕ່າງໆເພື່ອຊ່ວຍຄົນອື່ນພາໃຫ້ມີຄວາມສຸກ. (ກິດຈະການ 20:35) ຄຳພີໄບເບິນເອີ້ນພະເຢໂຫວາວ່າ “ພະເຈົ້າຜູ້ມີຄວາມສຸກ.” (1 ຕີໂມເຕ 1:11) ແລະດັ່ງທີ່ເຮົາໄດ້ອ່ານໃນພະທຳສຸພາສິດ ພະເຍຊູ “ຊົມຊື່ນຍິນດີຕໍ່ໜ້າພະອົງເລື້ອຍບໍ່ຂາດ.” ເປັນຫຍັງພະເຍຊູຈຶ່ງມີຄວາມສຸກ?— ທີ່ຈິງ ພະອົງໃຫ້ເຫດຜົນຢ່າງໜຶ່ງເມື່ອພະອົງກ່າວວ່າ: “ບິດາຂອງເຮົາກະທຳການຈົນເຖິງດຽວນີ້ແລະເຮົາກະທຳການດ້ວຍ.”—ໂຢຮັນ 5:17.
ເມື່ອພະເຍຊູຢູ່ເທິງແຜ່ນດິນໂລກ ພະອົງບໍ່ໄດ້ເຮັດວຽກເປັນຊ່າງໄມ້ຕະຫຼອດຊີວິດຂອງເພິ່ນ. ພະເຢໂຫວາພະເຈົ້າມີວຽກພິເສດໃຫ້ພະອົງເຮັດຢູ່ເທິງແຜ່ນດິນໂລກ. ລູກຮູ້ບໍວ່ານັ້ນຄືວຽກຫຍັງ?— ພະເຍຊູກ່າວວ່າ: “ເຮົາຕ້ອງເທສະໜາປ່າວປະກາດແຜ່ນດິນຂອງພະເຈົ້າໃນເມືອງອື່ນທັງຫຼາຍດ້ວຍ ເຫດວ່າເຮົາໄດ້ຮັບໃຊ້ສຳລັບການນັ້ນ.” (ລືກາ 4:43) ບາງຄັ້ງເມື່ອພະເຍຊູປະກາດກັບຜູ້ຄົນ ເຂົາເຈົ້າເຊື່ອພະອົງແລະບອກຄົນອື່ນໆກ່ຽວກັບສິ່ງທີ່ພະອົງກ່າວ ຄືກັບທີ່ຜູ້ຍິງຄົນສະມາລີທີ່ລູກເຫັນໃນຮູບພາບນີ້ໄດ້ເຮັດ.—ໂຢຮັນ 4:7-15, 27-30.
ວຽກສອງຢ່າງອັນໃດແດ່ທີ່ພະເຍຊູເຮັດເມື່ອຢູ່ແຜ່ນດິນໂລກ?
ພະເຍຊູຮູ້ສຶກແນວໃດກ່ຽວກັບການເຮັດວຽກນີ້? ລູກຄິດວ່າພະອົງຢາກເຮັດວຽກນີ້ບໍ?— ພະເຍຊູກ່າວວ່າ: “ອາຫານຂອງເຮົາເປັນອັນທີ່ເຮົາກະທຳຕາມນ້ຳໃຈຂອງພະເຈົ້າທີ່ໄດ້ໃຊ້ເຮົາມາ ແລະໃຫ້ກິດຈະການຂອງພະເຈົ້າສຳເລັດແລ້ວ.” (ໂຢຮັນ 4:34) ລູກມັກກິນອາຫານທີ່ລູກມັກທີ່ສຸດຫຼາຍສ່ຳໃດ?— ເລື່ອງນີ້ຊ່ວຍໃຫ້ລູກເຂົ້າໃຈວ່າພະເຍຊູມັກວຽກທີ່ພະເຈົ້າມອບໝາຍໃຫ້ພະອົງເຮັດຫຼາຍສ່ຳນັ້ນແຫຼະ.
ພະເຈົ້າສ້າງເຮົາເພື່ອວ່າການຮຽນຮູ້ທີ່ຈະເຮັດວຽກພາໃຫ້ເຮົາມີຄວາມສຸກ. ພະອົງກ່າວວ່າຂອງປະທານທີ່ພະອົງໃຫ້ແກ່ມະນຸດຄືຄວາມ “ຊົມຊື່ນຍິນດີໃນການງານແຫ່ງຕົນ.” ດັ່ງນັ້ນ ຖ້າລູກຮຽນຮູ້ທີ່ຈະເຮັດວຽກເມື່ອລູກຍັງນ້ອຍ ຊີວິດທັງສິ້ນຂອງລູກຈະເປັນຕາໜ້າເພີດເພີນຍິ່ງຂຶ້ນ.—ຜູ້ເທສະໜາປ່າວປະກາດ 5:19.
ນັ້ນບໍ່ໄດ້ໝາຍຄວາມວ່າເດັກນ້ອຍຈະເຮັດວຽກຂອງຜູ້ໃຫຍ່ໄດ້ ແຕ່ເຮົາໝົດທຸກຄົນເຮັດວຽກບາງຢ່າງໄດ້. ພໍ່ແມ່ອາດຕ້ອງເຮັດວຽກຫາເງິນທຸກມື້ເພື່ອຄອບຄົວຂອງເຮົາຈະມີອາຫານກິນແລະມີເຮືອນຢູ່. ແລະດັ່ງທີ່ລູກຄວນຮູ້ ພາຍໃນເຮືອນມີວຽກຫຼາຍທີ່ຈຳເປັນຕ້ອງເຮັດເພື່ອໃຫ້ເຮືອນສະອາດແລະເປັນລະບຽບຮຽບຮ້ອຍ.
ມີວຽກຫຍັງແດ່ທີ່ລູກອາດເຮັດໄດ້ເຊິ່ງຈະເປັນປະໂຫຍດຕໍ່ທັງຄອບຄົວ?— ລູກອາດຊ່ວຍຫາພາເຂົ້າ ລ້າງຖ້ວຍລ້າງບ່ວງ ເອົາຂີ້ເຫຍື້ອໄປຖິ້ມ ມ້ຽນບ່ອນນອນ ແລະມ້ຽນເຄື່ອງຫຼິ້ນ. ບາງທີລູກອາດເຮັດວຽກເຫຼົ່ານີ້ຢູ່ແດ່ແລ້ວ. ວຽກເຫຼົ່ານັ້ນເປັນປະໂຫຍດຕໍ່ຄອບຄົວຢ່າງແທ້ຈິງ.
ເປັນຫຍັງຈຶ່ງສຳຄັນທີ່ຈະມ້ຽນເຄື່ອງຫຼິ້ນຫຼັງຈາກທີ່ຫຼິ້ນແລ້ວໆ?
ໃຫ້ມາເບິ່ງວ່າວຽກດັ່ງກ່າວເປັນປະໂຫຍດຄືແນວໃດ. ລູກຕ້ອງມ້ຽນເຄື່ອງຫຼິ້ນຫຼັງຈາກທີ່ຫຼິ້ນແລ້ວໆ. ເປັນຫຍັງລູກຈຶ່ງບອກວ່ານີ້ເປັນເລື່ອງສຳຄັນ?— ມັນເຮັດໃຫ້ເຮືອນເປັນລະບຽບຮຽບຮ້ອຍ ແລະຍັງຊ່ວຍປ້ອງກັນອຸບັດຕິເຫດນຳອີກ. ຖ້າລູກບໍ່ມ້ຽນເຄື່ອງຫຼິ້ນ ມື້ໜຶ່ງແມ່ອາດຍ່າງເຂົ້າມາໃນເຮືອນພ້ອມກັບຖືເຄື່ອງເຕັມມື ແລ້ວກໍຢຽບເຄື່ອງຫຼິ້ນອັນໃດອັນໜຶ່ງໃນນັ້ນ. ແມ່ອາດເຕະສະດຸດແລະລົ້ມແລະເຈັບ ຫຼືອາດເຖິງຂັ້ນຕ້ອງໄປໂຮງໝໍ. ນັ້ນຄົງເປັນເລື່ອງຮ້າຍແຮງແມ່ນບໍ?— ດັ່ງນັ້ນ ເມື່ອລູກມ້ຽນເຄື່ອງຫຼິ້ນຫຼັງຈາກຫຼິ້ນແລ້ວໆ ນັ້ນຈະເປັນປະໂຫຍດຕໍ່ທຸກຄົນ.
ມີວຽກອື່ນໆທີ່ເດັກນ້ອຍສາມາດເຮັດໄດ້ຄືກັນ. ຕົວຢ່າງເຊັ່ນ ເຮັດວຽກບ້ານຂອງໂຮງຮຽນ. ຢູ່ໂຮງຮຽນລູກຮຽນຮູ້ວິທີອ່ານ. ເດັກນ້ອຍບາງຄົນຮູ້ສຶກວ່າການອ່ານເປັນສິ່ງທີ່ມ່ວນ ແຕ່ບາງຄົນບອກວ່າມັນຍາກ. ເຖິງແມ່ນວ່າອາດເບິ່ງຄືຍາກໃນຕອນທຳອິດ ລູກຈະດີໃຈຖ້າລູກຮຽນອ່ານໃຫ້ໄດ້ດີ. ເມື່ອລູກອ່ານເປັນແລ້ວ ມີຫຼາຍສິ່ງທີ່ໜ້າສົນໃຈເຊິ່ງລູກອາດຮຽນຮູ້ໄດ້. ລູກຈະອ່ານຄຳພີໄບເບິນໜັງສືຂອງພະເຈົ້າໄດ້ດ້ວຍຕົວເອງ. ດັ່ງນັ້ນເມື່ອລູກເຮັດວຽກບ້ານຢ່າງເອົາໃຈໃສ່ ມັນຈະເປັນປະໂຫຍດຢ່າງແທ້ຈິງແມ່ນບໍ?—
ມີບາງຄົນທີ່ພະຍາຍາມຫຼີກໜີການເຮັດວຽກ. ລູກອາດຮູ້ຈັກບາງຄົນທີ່ເຮັດແນວນັ້ນ. ແຕ່ເນື່ອງຈາກພະເຈົ້າສ້າງເຮົາເພື່ອໃຫ້ເຮັດວຽກ ເຮົາຈຶ່ງຕ້ອງຮຽນຮູ້ວິທີທີ່ຈະເພີດເພີນກັບວຽກ. ຄູຜູ້ຍິ່ງໃຫຍ່ເພີດເພີນກັບວຽກຂອງພະອົງຫຼາຍສ່ຳໃດ?— ຄືກັບການກິນອາຫານທີ່ພະອົງມັກທີ່ສຸດ. ແລະພະອົງກຳລັງເວົ້າເຖິງວຽກຫຍັງ?— ການບອກຄົນອື່ນໃນເລື່ອງພະເຢໂຫວາພະເຈົ້າແລະວິທີທີ່ເຂົາເຈົ້າສາມາດໄດ້ຮັບຊີວິດຕະຫຼອດໄປ.
ດັ່ງທີ່ໄດ້ບອກແລ້ວນັ້ນ ຄືບາງສິ່ງທີ່ຈະຊ່ວຍເຮົາໃຫ້ເພີດເພີນກັບການເຮັດວຽກ. ຈົ່ງຖາມຕົວເອງວ່າ ‘ເປັນຫຍັງຈຶ່ງຕ້ອງເຮັດວຽກນີ້?’ ເມື່ອລູກຮູ້ວ່າເປັນຫຍັງບາງສິ່ງຈຶ່ງສຳຄັນ ມັນຈະເຮັດໃຫ້ຮູ້ສຶກຢາກເຮັດວຽກນັ້ນຫຼາຍຂຶ້ນ. ແລະບໍ່ວ່າຈະເປັນວຽກໃຫຍ່ຫຼືນ້ອຍ ຈົ່ງເຮັດໃຫ້ດີໆ. ຖ້າລູກເຮັດແບບນັ້ນ ລູກຈະມີຄວາມສຸກກັບວຽກທີ່ເຮັດດ້ວຍມືຂອງລູກເອງ ເຊັ່ນດຽວກັບທີ່ຄູຜູ້ຍິ່ງໃຫຍ່.
ຄຳພີໄບເບິນຊ່ວຍຄົນເຮົາໃຫ້ເປັນຄົນງານທີ່ດີ. ຂໍໃຫ້ອ່ານສິ່ງທີ່ກ່າວໄວ້ໃນພະທຳສຸພາສິດ 10:4; 22:29; ຜູ້ເທສະໜາປ່າວປະກາດ 3:12, 13; ແລະໂກໂລດ 3:23.