ບົດທີ 37
ຂ້ອຍຄວນຮັບບັບເຕມາບໍ?
ໃຫ້ໝາຍວ່າປະໂຫຍກຕໍ່ໄປນີ້ແມ່ນຄວາມຈິງຫຼືບໍ່:
ການຮັບບັບເຕມາເປັນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.
□ ແມ່ນ
□ ບໍ່ແມ່ນ
ຈຸດປະສົງຫຼັກຂອງການຮັບບັບເຕມາແມ່ນເພື່ອປ້ອງກັນເຈົ້າບໍ່ໃຫ້ເຮັດຜິດ.
□ ແມ່ນ
□ ບໍ່ແມ່ນ
ການຮັບບັບເຕມາເຮັດໃຫ້ເຈົ້າມີໂອກາດລອດ.
□ ແມ່ນ
□ ບໍ່ແມ່ນ
ຖ້າຍັງບໍ່ຮັບບັບເຕມາ ເຈົ້າເຮັດຫຍັງກໍໄດ້ໂດຍບໍ່ຕ້ອງໃຫ້ການຕໍ່ພະເຈົ້າ.
□ ແມ່ນ
□ ບໍ່ແມ່ນ
ຖ້າໝູ່ເຈົ້າຮັບບັບເຕມາແລ້ວ ໝາຍຄວາມວ່າເຈົ້າກໍພ້ອມທີ່ຈະຮັບຄືກັນ.
□ ແມ່ນ
□ ບໍ່ແມ່ນ
ຖ້າເຈົ້າໃຊ້ຊີວິດຕາມມາດຕະຖານຂອງພະເຈົ້າ ມີສາຍສຳພັນທີ່ດີກັບເພິ່ນ ແລະເລົ່າໃຫ້ຄົນອື່ນຟັງວ່າເຈົ້າເຊື່ອແນວໃດ ເຈົ້າອາດກຳລັງຄິດເຖິງເລື່ອງການຮັບບັບເຕມາ. ແຕ່ຈະຮູ້ໄດ້ແນວໃດວ່າເຈົ້າພ້ອມແລ້ວ? ເພື່ອຈະຮູ້ຄຳຕອບ ໃຫ້ເຮົາມາພິຈາລະນາປະໂຫຍກຕ່າງໆທີ່ເວົ້າເຖິງໃນຕອນຕົ້ນວ່າແມ່ນຄວາມຈິງບໍ່.
● ການຮັບບັບເຕມາເປັນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.
ແມ່ນ. ພະເຢຊູສັ່ງລູກສິດຂອງເພິ່ນໃຫ້ຮັບບັບເຕມາ. (ມັດທາຍ 28:19, 20) ທີ່ຈິງ ພະເຢຊູເອງກໍຮັບບັບເຕມາ. ເພື່ອຈະເຮັດຕາມຕົວຢ່າງຂອງພະເຢຊູ ເຈົ້າຄວນຮັບບັບເຕມາເມື່ອເຈົ້າມີຄວາມຄິດແບບຜູ້ໃຫຍ່ ຕັດສິນໃຈເອງໄດ້ແລະຢາກຮັບບັບເຕມາແທ້ໆ.
● ຈຸດປະສົງຫຼັກຂອງການຮັບບັບເຕມາແມ່ນເພື່ອປ້ອງກັນເຈົ້າບໍ່ໃຫ້ເຮັດຜິດ.
ບໍ່ແມ່ນ. ການຮັບບັບເຕມາເປັນສັນຍະລັກທີ່ເຮັດໃຫ້ຄົນອື່ນຮູ້ວ່າເຈົ້າໄດ້ອຸທິດໂຕໃຫ້ພະເຢໂຫວາແລ້ວ. ການອຸທິດໂຕບໍ່ແມ່ນຄຳສັນຍາທີ່ຈະຊ່ວຍປ້ອງກັນເຈົ້າບໍ່ໃຫ້ເຮັດແນວທີ່ບໍ່ດີທີ່ໃຈເຈົ້າຢາກເຮັດ ແຕ່ທີ່ເຈົ້າອຸທິດໂຕໃຫ້ພະເຢໂຫວາກໍຍ້ອນເຈົ້າຢາກໃຊ້ຊີວິດຕາມມາດຕະຖານຂອງເພິ່ນ.
● ການຮັບບັບເຕມາເຮັດໃຫ້ເຈົ້າມີໂອກາດລອດ.
ແມ່ນ. ຄຳພີໄບເບິນບອກວ່າການຮັບບັບເຕມາເປັນຂັ້ນຕອນສຳຄັນເພື່ອເຮົາຈະໄດ້ຮັບຄວາມລອດ. (1 ເປໂຕ 3:21) ແຕ່ການຮັບບັບເຕມາກໍບໍ່ໄດ້ເປັນການຮັບປະກັນຄວາມລອດ. ດັ່ງນັ້ນ ເຈົ້າຄວນຮັບບັບເຕມາຍ້ອນເຈົ້າຮັກພະເຢໂຫວາແລະຢາກຮັບໃຊ້ເພິ່ນສຸດຫົວໃຈຕະຫຼອດຊີວິດຂອງເຈົ້າ ບໍ່ແມ່ນຍ້ອນແຕ່ເຈົ້າຢາກລອດ.—ມາຣະໂກ 12:29, 30
● ຖ້າຍັງບໍ່ຮັບບັບເຕມາ ເຈົ້າເຮັດຫຍັງກໍໄດ້ໂດຍບໍ່ຕ້ອງໃຫ້ການຕໍ່ພະເຈົ້າ.
ບໍ່ແມ່ນ. ບໍ່ວ່າເຈົ້າຈະຮັບບັບເຕມາແລ້ວຫຼືຍັງ ຢາໂກໂບ 4:17 ບອກວ່າ: “ຖ້າຜູ້ໃດຮູ້ວ່າສິ່ງໃດຖືກຕ້ອງ ແຕ່ບໍ່ໄດ້ເຮັດ ລາວກໍເຮັດຜິດ.” ດັ່ງນັ້ນ ຖ້າເຈົ້າຮູ້ວ່າອັນໃດຖືກຕ້ອງແລະເປັນຜູ້ໃຫຍ່ພໍທີ່ຈະເຂົ້າໃຈວ່າການຮັບບັບເຕມາໝາຍເຖິງຫຍັງ ນີ້ກໍສະແດງວ່າຮອດເວລາແລ້ວທີ່ເຈົ້າຈະລົມເລື່ອງນີ້ກັບພໍ່ແມ່ຫຼືຄລິດສະຕຽນທີ່ເປັນຜູ້ໃຫຍ່. ເຂົາເຈົ້າສາມາດໃຫ້ຄຳແນະນຳທີ່ຈະຊ່ວຍເຈົ້າໃຫ້ຮູ້ວ່າຕ້ອງເຮັດແນວໃດຈຶ່ງຈະກ້າວໜ້າຈົນຮັບບັບເຕມາໄດ້.
● ຖ້າໝູ່ເຈົ້າຮັບບັບເຕມາແລ້ວ ໝາຍຄວາມວ່າເຈົ້າກໍພ້ອມທີ່ຈະຮັບຄືກັນ.
ບໍ່ແມ່ນ. ການຕັດສິນໃຈຮັບບັບເຕມາເປັນເລື່ອງທີ່ເຈົ້າຕ້ອງຕັດສິນໃຈເອງ. (ເພງສັນລະເສີນ 110:3) ເຈົ້າຄວນຮັບບັບເຕມາກໍຕໍ່ເມື່ອເຈົ້າເຂົ້າໃຈແທ້ໆວ່າການເປັນພະຍານພະເຢໂຫວາໝາຍເຖິງຫຍັງ ແລະໝັ້ນໃຈວ່າຈະເຮັດຕາມໜ້າທີ່ຮັບຜິດຊອບນີ້ໄດ້.—ປັນຍາຈານ 5:4, 5
ຂັ້ນຕອນທີ່ປ່ຽນຊີວິດ
ການຮັບບັບເຕມາເປັນຂັ້ນຕອນທີ່ປ່ຽນຊີວິດເຊິ່ງຈະເຮັດໃຫ້ເຈົ້າໄດ້ຮັບພອນຫຼາຍຢ່າງ. ແຕ່ເຈົ້າກໍຕ້ອງໃຊ້ຊີວິດໃຫ້ສົມກັບທີ່ໄດ້ອຸທິດໂຕໃຫ້ພະເຢໂຫວານຳ.
ເຈົ້າກ້າວໜ້າຮອດຂັ້ນນັ້ນແລ້ວບໍ? ຖ້າແມ່ນ. ກໍຂໍໃຫ້ເຈົ້າມີຄວາມສຸກ ເພາະມີສິດທິພິເສດທີ່ດີທີ່ສຸດລໍຖ້າເຈົ້າຢູ່ ນັ້ນກໍຄືການໄດ້ຮັບໃຊ້ພະເຢໂຫວາສຸດຫົວໃຈແລະການໃຊ້ຊີວິດໃນແນວທາງທີ່ເຮັດໃຫ້ເຫັນວ່າເຈົ້າໄດ້ອຸທິດໂຕໃຫ້ພະເຢໂຫວາແລ້ວ.—ມັດທາຍ 22:36, 37
ຖ້າຢາກມີຄວາມສຸກແທ້ ເຈົ້າຄວນຕັ້ງເປົ້າໝາຍແນວໃດ?
ຂໍ້ຄຳພີຫຼັກ
“ໃຫ້ມອບຮ່າງກາຍແລະຊີວິດໃຫ້ພະເຈົ້າຄືກັບເປັນເຄື່ອງບູຊາທີ່ບໍລິສຸດທີ່ເພິ່ນຈະຍອມຮັບ. ຂໍໃຫ້ຮັບໃຊ້ພະເຈົ້າສຸດຄວາມຄິດຂອງພວກເຈົ້າ.”—ໂຣມ 12:1
ຄຳແນະນຳ
ໃຫ້ພໍ່ແມ່ຊ່ວຍເຈົ້າຊອກຫາພີ່ນ້ອງບາງຄົນໃນປະຊາຄົມທີ່ຈະຊ່ວຍເຈົ້າໃຫ້ກ້າວໜ້າຈົນຮັບບັບເຕມາໄດ້.—ກິດຈະການ 16:1-3
ເຈົ້າຮູ້ບໍ . . . ?
ການຮັບບັບເຕມາເປັນສິ່ງທີ່ສຳຄັນທີ່ສຸດຢ່າງໜຶ່ງທີ່ຈະເຮັດໃຫ້ເຈົ້າໄດ້ຮັບ “ເຄື່ອງໝາຍຢູ່ໜ້າຜາກ” ເພື່ອເຈົ້າຈະລອດ.—ເອເຊກຽນ 9:4-6
ແຜນພາກປະຕິບັດ!
ເພື່ອຈະກ້າວໜ້າຈົນເຖິງຂັ້ນຮັບບັບເຕມາໄດ້ ຂ້ອຍຈະສຶກສາຄົ້ນຄວ້າຄຳພີໄບເບິນຫຼາຍຂຶ້ນໃນເລື່ອງຕໍ່ໄປນີ້ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງການຮັບບັບເຕມາຈຶ່ງເປັນຂັ້ນຕອນທີ່ສຳຄັນຫຼາຍ?
● ອັນໃດອາດເປັນສາເຫດທີ່ເຮັດໃຫ້ໜຸ່ມສາວບາງຄົນຮັບບັບເຕມາຕອນທີ່ຍັງບໍ່ພ້ອມ?
● ມີເຫດຜົນຫຍັງທີ່ອາດເຮັດໃຫ້ໜຸ່ມສາວບາງຄົນຍັງບໍ່ຢາກອຸທິດໂຕແລະຮັບບັບເຕມາ?
[ຖ້ອຍຄຳທີ່ຍົກມາໜ້າ 306]
“ການທີ່ຂ້ອຍຮັບບັບເຕມາແລ້ວ ຊ່ວຍຂ້ອຍໃຫ້ຄິດດີໆກ່ອນຕັດສິນໃຈແລະບໍ່ເຮັດຫຍັງທີ່ເຮັດໃຫ້ເກີດຜົນເສຍຫາຍ.”—ຮໍລີ້
[ຂອບ/ຮູບພາບໜ້າ 307]
ຄຳຖາມທີ່ມັກຖາມເລື້ອຍໆກ່ຽວກັບການຮັບບັບເຕມາ
ການຮັບບັບເຕມາເປັນເຄື່ອງໝາຍສະແດງເຖິງຫຍັງ? ການຈຸ່ມໂຕຫຼິບລົງນ້ຳແລະຂຶ້ນມາຈາກນ້ຳໝາຍຄວາມວ່າເຈົ້າໄດ້ຕາຍຈາກແນວທາງຊີວິດທີ່ເຮັດເພື່ອໂຕເອງແລະກັບມາມີຊີວິດເພື່ອເຮັດຕາມຄວາມຕ້ອງການຂອງພະເຈົ້າ.
ການອຸທິດໂຕໃຫ້ພະເຢໂຫວາໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຈົ້າໄດ້ສັນຍາກັບພະເຈົ້າວ່າຈະເຮັດຕາມຄວາມຕ້ອງການຂອງເພິ່ນກ່ອນສິ່ງອື່ນແລະເຈົ້າບໍ່ໄດ້ເປັນເຈົ້າຂອງຂອງໂຕເອງອີກຕໍ່ໄປ. (ມັດທາຍ 16:24) ກ່ອນຈະຮັບບັບເຕມາ ເຈົ້າຄວນອະທິດຖານຢ່າງເຈາະຈົງວ່າເຈົ້າຕ້ອງການອຸທິດຊີວິດໃຫ້ກັບພະເຢໂຫວາ.
ກ່ອນຈະຮັບບັບເຕມາ ເຈົ້າຄວນໃຊ້ຊີວິດແນວໃດ? ເຈົ້າຄວນໃຊ້ຊີວິດໃຫ້ສອດຄ່ອງກັບຄຳສອນຂອງພະເຈົ້າ ແລະເວົ້າເລື່ອງພະເຈົ້າໃຫ້ຄົນອື່ນຟັງ. ເຈົ້າຄວນສຶກສາຄຳພີໄບເບິນແລະອະທິດຖານເປັນປະຈຳເພື່ອຈະມີສາຍສຳພັນທີ່ດີກັບພະເຈົ້າ. ເຈົ້າຄວນຮັບໃຊ້ພະເຢໂຫວາຍ້ອນເຈົ້າເລືອກເອງ ບໍ່ແມ່ນຍ້ອນຄົນອື່ນ.
ເຈົ້າໜ້າຈະຮັບບັບເຕມາຕອນອາຍຸເທົ່າໃດ? ບໍ່ໄດ້ຂຶ້ນກັບອາຍຸ ແຕ່ເຈົ້າຄວນໃຫຍ່ພໍທີ່ຈະເຂົ້າໃຈວ່າການອຸທິດໂຕໝາຍເຖິງຫຍັງ.
ຈະເຮັດແນວໃດຖ້າຢາກຮັບບັບເຕມາ ແຕ່ພໍ່ແມ່ບອກໃຫ້ລໍຖ້າກ່ອນ? ພໍ່ແມ່ອາດຄິດວ່າເຈົ້າຍັງບໍ່ພ້ອມແລະຢາກໃຫ້ເຈົ້າພິສູດໂຕຫຼາຍກວ່ານີ້. ໃຫ້ເຮັດຕາມຄຳແນະນຳຂອງພໍ່ແມ່ ແລະໃຊ້ຊ່ວງເວລານີ້ພັດທະນາສາຍສຳພັນຂອງເຈົ້າກັບພະເຢໂຫວາໃຫ້ເຂັ້ມແຂງຂຶ້ນ.—1 ຊາມູເອນ 2:26
[ຂອບໜ້າ 308, 309]
ສາລະບານແບບສອບຖາມ
ເຈົ້າກຳລັງຄິດທີ່ຈະຮັບບັບເຕມາບໍ?
ລອງກວດເບິ່ງຄວາມກ້າວໜ້າຂອງໂຕເອງໂດຍຕອບຄຳຖາມຕໍ່ໄປນີ້. ກ່ອນຈະຕອບຂໍໃຫ້ເບິ່ງຂໍ້ຄຳພີທີ່ຍົກມານຳ.
ໃນຊ່ວງນີ້ ເຈົ້າສະແດງວ່າໄວ້ໃຈພະເຢໂຫວາໂດຍວິທີໃດແດ່?—ເພງສັນລະເສີນ 71:5 ․․․․․
ສິ່ງໃດສະແດງໃຫ້ເຫັນວ່າເຈົ້າສາມາດໄຈ້ແຍກໄດ້ວ່າອັນໃດຖືກອັນໃດຜິດ?—ເຮັບເຣີ 5:14 ․․․․․
ເຈົ້າອະທິດຖານເລື້ອຍສ່ຳໃດ? ․․․․․
ເຈົ້າອະທິດຖານຢ່າງເຈາະຈົງແນວໃດ ແລະຄຳອະທິດຖານນັ້ນສະແດງວ່າເຈົ້າຮັກພະເຢໂຫວາຫຼາຍສ່ຳໃດ?—ເພງສັນລະເສີນ 17:6 ․․․․․
ເຈົ້າຕັ້ງເປົ້າໝາຍທີ່ຈະປັບປຸງຄຳອະທິດຖານແນວໃດ? ․․․․․
ເຈົ້າອ່ານແລະສຶກສາຄຳພີໄບເບິນເລື້ອຍສ່ຳໃດ?—ໂຢຊວຍ 1:8 ․․․․․
ເຈົ້າເຮັດຫຍັງແດ່ໃນການສຶກສາສ່ວນຕົວ? ․․․․․
ເຈົ້າຕັ້ງເປົ້າໝາຍທີ່ຈະປັບປຸງການສຶກສາສ່ວນຕົວແນວໃດ? ․․․․․
ວຽກຮັບໃຊ້ຂອງເຈົ້າເກີດຜົນບໍ? (ຕົວຢ່າງເຊັ່ນ: ເຈົ້າອະທິບາຍຄຳສອນພື້ນຖານໃນຄຳພີໄບເບິນໄດ້ບໍ? ເຈົ້າກັບໄປຢາມຜູ້ສົນໃຈບໍ? ເຈົ້າພະຍາຍາມເລີ່ມການສຶກສາຄຳພີໄບເບິນບໍ?)
□ ແມ່ນ □ ບໍ່ແມ່ນ
ຖ້າພໍ່ແມ່ບໍ່ອອກໄປຮັບໃຊ້ ເຈົ້າໄປບໍ?—ກິດຈະການ 5:42
□ ແມ່ນ □ ບໍ່ແມ່ນ
ເຈົ້າຕັ້ງເປົ້າໝາຍທີ່ຈະປັບປຸງວຽກຮັບໃຊ້ແນວໃດ?—2 ຕີໂມທຽວ 2:15 ․․․․․
ເຈົ້າໄປປະຊຸມເປັນປະຈຳບໍ?—ເຮັບເຣີ 10:25 ․․․․․
ເຈົ້າມີສ່ວນຫຍັງແດ່ໃນການປະຊຸມ? ․․․․․
ຖ້າພໍ່ແມ່ບໍ່ໄປປະຊຸມ ເຈົ້າໄປບໍ (ຖ້າພໍ່ແມ່ອະນຸຍາດ)?
□ ແມ່ນ □ ບໍ່ແມ່ນ
ເຈົ້າຍິນດີເຮັດຕາມຄວາມຕ້ອງການຂອງພະເຈົ້າແທ້ໆບໍ?—ເພງສັນລະເສີນ 40:8
□ ແມ່ນ □ ບໍ່ແມ່ນ
ເຈົ້າເຄີຍຕ້ານທານແຮງກົດດັນຈາກໝູ່ບໍ? ໃນເຫດການໃດແດ່?—ໂຣມ 12:2 ․․․․․
ເຈົ້າຈະເຮັດຫຍັງເພື່ອໃຫ້ຄວາມຮັກທີ່ມີຕໍ່ພະເຈົ້າເຂັ້ມແຂງຫຼາຍຂຶ້ນ?—ຢູດາ 20, 21 ․․․․․
ເຈົ້າຈະຍັງຮັບໃຊ້ພະເຢໂຫວາບໍຖ້າພໍ່ແມ່ແລະໝູ່ເຊົາຮັບໃຊ້ພະເຢໂຫວາ?—ມັດທາຍ 10:36, 37
□ ແມ່ນ ບໍ່ແມ່ນ
[ຮູບພາບໜ້າ 310]
ການຮັບບັບເຕມາກໍຄືກັບການແຕ່ງດອງເຊິ່ງເປັນຂັ້ນຕອນທີ່ປ່ຽນຊີວິດ. ຢ່າຄິດວ່າເປັນເລື່ອງທີ່ບໍ່ສຳຄັນ