ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄຈ ໜ້າ 1-4
  • ເຈົ້າ​ຢາກ​ຮູ້​ຄວາມ​ຈິງບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຢາກ​ຮູ້​ຄວາມ​ຈິງບໍ?
  • ເຈົ້າຢາກຮູ້ຄວາມຈິງບໍ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າ​ຫ່ວງໃຍ​ພວກ​ເຮົາ​ແທ້ໆບໍ?
  • ສົງຄາມ​ແລະ​ຄວາມ​ທຸກ​ລຳບາກ​ຈະ​ມີ​ມື້​ໝົດ​ໄປ​ບໍ?
  • ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ຕາຍ​ໄປ?
  • ມີ​ຄວາມ​ຫວັງ​ແນວ​ໃດ​ແດ່​ສຳລັບ​ຄົນ​ທີ່​ຕາຍ​ໄປ?
  • ຂ້ອຍ​ຈະ​ອະທິດຖານ​ແນວ​ໃດ​ພະເຈົ້າ​ຈຶ່ງ​ຈະ​ຟັງ?
  • ຂ້ອຍ​ຈະ​ພົບ​ຄວາມ​ສຸກ​ໃນ​ຊີວິດ​ໄດ້​ແນວ​ໃດ?
  • ອັນ​ໃດ​ຄື​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ມາ​ຮູ້ຈັກ​ກັບ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຕາຍ​ແລ້ວ​ເປັນ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ອະທິດຖານ​ເປັນ​ສິດທິ​ພິເສດ​ທີ່​ມີ​ຄ່າ​ຫຼາຍ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ເບິ່ງຕື່ມ
ເຈົ້າຢາກຮູ້ຄວາມຈິງບໍ?
ຄຈ ໜ້າ 1-4
ດວງ​ອາທິດ​ແສງ​ທີ່​ທະເລ

ເຈົ້າ​ຢາກ​ຮູ້​ຄວາມ​ຈິງ​ບໍ?

ຄວາມ​ຈິງ​ກ່ຽວ​ກັບ​ຫຍັງ? ຄວາມ​ຈິງ​ກ່ຽວ​ກັບ​ຄຳຖາມ​ບາງ​ຢ່າງ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ສຸດ​ເຊິ່ງ​ມະນຸດ​ເຄີຍ​ຖາມ​ກັນ. ບາງ​ທີ​ເຈົ້າ​ອາດ​ຈະ​ເຄີຍ​ສົງໄສ​ແລະ​ຢາກ​ຮູ້​ຄຳຕອບ​ສຳລັບ​ຄຳຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ພະເຈົ້າ​ຫ່ວງໃຍ​ພວກ​ເຮົາ​ແທ້ໆບໍ?

  • ສົງຄາມ​ແລະ​ຄວາມ​ທຸກ​ລຳບາກ​ຈະ​ມີ​ມື້​ໝົດ​ໄປ​ບໍ?

  • ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ຕາຍ​ໄປ?

  • ມີ​ຄວາມ​ຫວັງ​ແນວ​ໃດ​ແດ່​ສຳລັບ​ຄົນ​ທີ່​ຕາຍ​ໄປ?

  • ຂ້ອຍ​ຈະ​ອະທິດຖານ​ແນວ​ໃດ​ພະເຈົ້າ​ຈຶ່ງ​ຈະ​ຟັງ?

  • ຂ້ອຍ​ຈະ​ພົບ​ຄວາມ​ສຸກ​ໃນ​ຊີວິດ​ໄດ້​ແນວ​ໃດ?

ເຈົ້າ​ຈະ​ຫາ​ຄຳຕອບ​ສຳລັບ​ຄຳຖາມ​ເຫຼົ່າ​ນີ້​ໄດ້​ຈາກ​ບ່ອນ​ໃດ? ຖ້າ​ເຈົ້າ​ໄປ​ຫາ​ຢູ່​ຫ້ອງ​ສະຫມຸດ​ຫຼື​ຮ້ານ​ຂາຍ​ໜັງສື ເຈົ້າ​ອາດ​ຈະ​ພົບ​ວ່າ​ມີ​ໜັງສື​ຫຼາຍ​ພັນ​ຫົວ​ອ້າງ​ວ່າ​ມີ​ຄຳຕອບ. ແຕ່​ວ່າ​ຄຳ​ແນະນຳ​ຈາກ​ແຕ່​ລະ​ຫົວ​ມັກ​ຈະ​ຂັດ​ແຍ້ງ​ກັນ. ຄຳ​ແນະນຳ​ໃນ​ໜັງສື​ບາງ​ຫົວ​ອາດ​ເບິ່ງ​ຄື​ວ່າ​ໃຊ້​ໄດ້​ໃນ​ຕອນ​ນີ້​ແຕ່​ອີກ​ບໍ່​ດົນ​ກໍ​ຫຼ້າ​ສະໄໝ ແລະ​ຕ້ອງ​ປັບ​ປຸງ​ໃໝ່​ຫຼື​ມີ​ຄຳ​ແນະນຳ​ໃໝ່​ອອກ​ມາ​ແທນ.

ແນວ​ໃດ​ກໍ​ດີ ມີ​ປຶ້ມ​ຫົວ​ໜຶ່ງ​ທີ່​ໃຫ້​ຄຳຕອບ​ເຊິ່ງ​ເຊື່ອ​ຖື​ໄດ້. ປຶ້ມ​ຫົວ​ນີ້​ເປັນ​ປຶ້ມ​ທີ່​ປະກອບ​ດ້ວຍ​ຄວາມ​ຈິງ. ພະ​ເຍຊູ​ກ່າວ​ໃນ​ຄຳ​ອະທິດຖານ​ເຖິງ​ພະເຈົ້າ​ວ່າ “ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຄວາມ​ຈິງ.” (ໂຢຮັນ 17:17) ທຸກ​ມື້​ນີ້​ເຮົາ​ຮູ້​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ແມ່ນ​ຄຳພີ​ໄບເບິນ. ໃນ​ໜ້າ​ຕໍ່ໆໄປ ເຈົ້າ​ຈະ​ເຫັນ​ຄຳຕອບ​ທີ່​ສັ້ນ​ແຕ່​ຊັດເຈນ​ສຳລັບ​ຄຳຖາມ​ຕ່າງໆທີ່​ຢູ່​ທາງ​ເທິງ​ນັ້ນ.

ພະເຈົ້າ​ຫ່ວງໃຍ​ພວກ​ເຮົາ​ແທ້ໆບໍ?

ຜູ້​ຊາຍ​ຍ່າງ​ໃນ​ຝູງ​ຊົນ

ສາເຫດ​ທີ່​ເກີດ​ຄຳຖາມ​ນີ້: ເຮົາ​ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂຫດ​ຮ້າຍ​ແລະ​ບໍ່​ມີ​ຄວາມ​ຍຸຕິທຳ. ຫຼາຍ​ສາສະໜາ​ສອນ​ວ່າ​ຄວາມ​ທຸກ​ລຳບາກ​ທີ່​ເຮົາ​ປະສົບ​ຢູ່​ນີ້​ເປັນ​ສິ່ງ​ທີ່​ພະເຈົ້າ​ປະສົງ​ໃຫ້​ເປັນ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ: ພະເຈົ້າ​ບໍ່​ແມ່ນ​ຕົ້ນ​ເຫດ​ຂອງ​ສິ່ງ​ທີ່​ຊົ່ວ​ຮ້າຍ. ໂຢບ 34:10 ກ່າວ​ວ່າ “ຄວາມ​ຮ້າຍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ​ແລະ​ຄວາມ​ອະທຳ​ກໍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ​ອົງ​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” ພະເຈົ້າ​ມີ​ຈຸດ​ມຸ່ງ​ໝາຍ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຕໍ່​ມະນຸດ​ຊາດ. ນັ້ນ​ຈຶ່ງ​ເປັນ​ເຫດຜົນ​ທີ່​ພະ​ເຍຊູ​ສອນ​ເຮົາ​ໃຫ້​ອະທິດຖານ​ວ່າ “ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ . . . ຂໍ​ໃຫ້​ແຜ່ນດິນ​ຂອງ​ພະອົງ​ມາ​ຕັ້ງ​ຢູ່. ນ້ຳໃຈ​ຂອງ​ພະອົງ​ສຳເລັດ​ແລ້ວ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.” (ມັດທາຍ 6:9, 10) ພະເຈົ້າ​ຫ່ວງໃຍ​ພວກ​ເຮົາ​ຫຼາຍ​ແທ້ໆຈົນ​ຍອມ​ເສຍ​ສະລະ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ​ເປັນ​ຈິງ​ຢ່າງ​ແນ່ນອນ.—ໂຢຮັນ 3:16.

ເບິ່ງ​ຕື່ມ​ທີ່​ຕົ້ນເດີມ 1:26-28; ຢາໂກໂບ 1:13; ແລະ 1 ເປໂຕ 5:6, 7.

ສົງຄາມ​ແລະ​ຄວາມ​ທຸກ​ລຳບາກ​ຈະ​ມີ​ມື້​ໝົດ​ໄປ​ບໍ?

ເດັກ​ຊາຍ​ນ້ອຍ​ທີ່​ມີ​ບາດ​ແຜ​ທີ່​ຫນ້າ

ສາເຫດ​ທີ່​ເກີດ​ຄຳຖາມ​ນີ້: ສົງຄາມ​ຍັງ​ລ່າ​ເອົາ​ຊີວິດ​ມະນຸດ​ຈຳນວນ​ນັບ​ບໍ່​ຖ້ວນ. ຄວາມ​ທຸກ​ລຳບາກ​ຂອງ​ມະນຸດ​ມີ​ຜົນ​ກະທົບ​ຕໍ່​ເຮົາ​ທຸກ​ຄົນ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ: ພະເຈົ້າ​ບອກ​ລ່ວງ​ໜ້າ​ເຖິງ​ສະໄໝ​ທີ່​ພະອົງ​ຈະ​ເຮັດ​ໃຫ້​ເກີດ​ສັນຕິສຸກ​ທົ່ວ​ໂລກ. ເມື່ອ​ລາຊະອານາຈັກ​ຫຼື​ລັດຖະບານ​ທາງ​ພາກ​ສະຫວັນ​ຂອງ​ພະເຈົ້າ​ປົກຄອງ ມະນຸດ​ຈະ​ບໍ່ “ເຝິກ​ຫັດ​ຮຽນ​ທຳ​ເສິກ​ຕໍ່​ໄປ.” ແທນ​ທີ່​ຈະ​ເຮັດ​ເສິກ ເຂົາ​ເຈົ້າ​ຈະ “ເອົາ​ດາບ​ທັງ​ຫຼາຍ​ຂອງ​ເຂົາ​ຕີ​ອີກ​ເປັນ​ໝາກ​ສົບ.” (ເອຊາອີ 2:4) ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ບໍ່​ຍຸຕິທຳ​ແລະ​ຄວາມ​ທຸກ​ລຳບາກ​ທັງ​ປວງ​ໝົດ​ໄປ. ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ກ່າວ​ວ່າ “ພະເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທັງ​ຫຼາຍ​ຈາກ​ຕາ​ຂອງ​ເຂົາ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ ແລະ​ຄວາມ​ທຸກ​ໂສກ ແລະ​ຮ້ອງໄຫ້ ແລະ​ເຈັບ​ປວດ​ຈະ​ບໍ່​ມີ​ຕໍ່​ໄປ. ເຫດ​ວ່າ​ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ເມື່ອ​ກ່ອນ​ນັ້ນ [ລວມ​ທັງ​ຄວາມ​ບໍ່​ຍຸຕິທຳ​ແລະ​ຄວາມ​ທຸກ​ລຳບາກ​ໃນ​ທຸກ​ມື້​ນີ້] ກໍ​ລ່ວງ​ໄປ​ແລ້ວ.”—ຄຳປາກົດ 21:3, 4.

ເບິ່ງ​ຕື່ມ​ທີ່​ຄຳເພງ 37:10, 11; 46:9; ແລະ​ມີເກ 4:1-4.

ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ຕາຍ​ໄປ?

ບ່ອນ​ຝັງ​ສົບ

ສາເຫດ​ທີ່​ເກີດ​ຄຳຖາມ​ນີ້: ເກືອບ​ໝົດ​ທຸກ​ສາສະໜາ​ໃນ​ໂລກ​ສອນ​ວ່າ​ບາງ​ສິ່ງ​ໃນ​ຕົວ​ຄົນ​ຍັງ​ຢູ່​ຕໍ່​ໄປ​ຫຼັງ​ຈາກ​ຄົນ​ເຮົາ​ຕາຍ. ລາງ​ຄົນ​ເຊື່ອ​ວ່າ​ຄົນ​ຕາຍ​ທຳ​ຮ້າຍ​ຄົນ​ເປັນ​ໄດ້ ຫຼື​ເຊື່ອ​ວ່າ​ພະເຈົ້າ​ຈະ​ລົງໂທດ​ຄົນ​ຊົ່ວ​ໂດຍ​ຕັດສິນ​ໃຫ້​ເຂົາ​ເຈົ້າ​ຖືກ​ທໍລະມານ​ຕະຫຼອດ​ໄປ​ໃນ​ໄຟ​ນາລົກ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ: ເມື່ອ​ຄົນ​ຜູ້​ໜຶ່ງ​ຕາຍ ຄົນ​ນັ້ນ​ກໍ​ດັບ​ສູນ​ໄປ. ຜູ້ເທສະໜາປ່າວປະກາດ 9:5 ກ່າວ​ໄວ້​ວ່າ “ຄົນ​ຕາຍ​ແລ້ວ​ບໍ່​ຮູ້ຈັກ​ສິ່ງ​ໃດ.” ເນື່ອງ​ຈາກ​ຄົນ​ຕາຍ​ບໍ່​ສາມາດ​ຮັບ​ຮູ້ ບໍ່​ມີ​ຄວາມ​ຮູ້ສຶກ ຫຼື​ປະສົບ​ສິ່ງ​ໃດ ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ທຳ​ຮ້າຍ​ຫຼື​ຊ່ວຍ​ຄົນ​ຍັງ​ເປັນ​ໄດ້.—ຄຳເພງ 146:3, 4.

ເບິ່ງ​ຕື່ມ​ທີ່​ຕົ້ນເດີມ 3:19 ແລະ​ຜູ້ເທສະໜາປ່າວປະກາດ 9:6, 10.

ມີ​ຄວາມ​ຫວັງ​ແນວ​ໃດ​ແດ່​ສຳລັບ​ຄົນ​ທີ່​ຕາຍ​ໄປ?

ເດັກ​ສາວ​ຖື​ກຸຫລາບ

ສາເຫດ​ທີ່​ເກີດ​ຄຳຖາມ​ນີ້: ເຮົາ​ຕ້ອງການ​ມີ​ຊີວິດ​ຢູ່​ແລະ​ມີ​ຄວາມ​ສຸກ​ຮ່ວມ​ກັບ​ຄົນ​ທີ່​ເຮົາ​ຮັກ. ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຢາກ​ພົບ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ: ຄົນ​ສ່ວນ​ຫຼາຍ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຄືນ​ມາ​ຈາກ​ຕາຍ. ພະ​ເຍຊູ​ສັນຍາ​ວ່າ “ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ . . . ຈະ​ອອກ​ມາ.” (ໂຢຮັນ 5:28, 29) ສອດຄ່ອງ​ກັບ​ຈຸດ​ປະສົງ​ດັ້ງເດີມ​ຂອງ​ພະເຈົ້າ ຄົນ​ເຫຼົ່າ​ນັ້ນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ມີ​ໂອກາດ​ຢູ່​ໃນ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ. (ລືກາ 23:43) ອະນາຄົດ​ຕາມ​ຄຳ​ສັນຍາ​ນີ້​ຈະ​ລວມ​ເຖິງ​ສຸຂະພາບ​ທີ່​ສົມບູນ​ແລະ​ຊີວິດ​ຕະຫຼອດ​ໄປ​ສຳລັບ​ມະນຸດ​ທີ່​ເຊື່ອ​ຟັງ. ຄຳພີ​ໄບເບິນ​ກ່າວ​ວ່າ “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.”—ຄຳເພງ 37:29.

ເບິ່ງ​ຕື່ມ​ທີ່​ໂຢບ 14:14, 15; ລືກາ 7:11-17; ແລະ​ກິດຈະການ 24:15.

ຂ້ອຍ​ຈະ​ອະທິດຖານ​ແນວ​ໃດ​ພະເຈົ້າ​ຈຶ່ງ​ຈະ​ຟັງ?

ຜູ້​ຊາຍ​ອະທິຖານ

ສາເຫດ​ທີ່​ເກີດ​ຄຳຖາມ​ນີ້: ເກືອບ​ໝົດ​ທຸກ​ຄົນ​ໃນ​ທຸກ​ສາສະໜາ​ອະທິດຖານ. ແຕ່​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄຳຕອບ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ: ເມື່ອ​ອະທິດຖານ ພະ​ເຍຊູ​ສອນ​ເຮົາ​ໃຫ້​ຫຼີກ​ລ່ຽງ​ການ​ເລົ່າ​ຄຳ​ເວົ້າ​ທີ່​ກຳນົດ​ໄວ້​ຊ້ຳ​ແລ້ວ​ຊ້ຳ​ອີກ. ພະອົງ​ກ່າວ​ວ່າ “ເມື່ອ​ທ່ານ​ທັງ​ຫຼາຍ​ອ້ອນ​ວອນ ຢ່າ​ເວົ້າ​ອີກ​ຫຼາຍ​ຄວາມ​ເປົ່າໆເລື້ອຍ.” (ມັດທາຍ 6:7) ຫາກ​ເຮົາ​ຢາກ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ພວກ​ເຮົາ ເຮົາ​ຕ້ອງ​ອະທິດຖານ​ໃນ​ວິທີ​ທີ່​ພະອົງ​ຍອມ​ຮັບ. ເພື່ອ​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຕ້ອງ​ຮຽນ​ຮູ້​ຈຸດ​ປະສົງ​ຂອງ​ພະເຈົ້າ​ວ່າ​ເປັນ​ແນວ​ໃດ​ແລ້ວ​ຈຶ່ງ​ອະທິດຖານ​ຕາມ. 1 ໂຢຮັນ 5:14 ອະທິບາຍ​ວ່າ “ຖ້າ​ເຮົາ​ທັງ​ຫຼາຍ​ຂໍ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຕາມ​ນ້ຳໃຈ​ແຫ່ງ​ພະອົງ ພະອົງ​ໂຜດ​ຟັງ​ເຮົາ​ທັງ​ຫຼາຍ.”

ເບິ່ງ​ຕື່ມ​ທີ່​ຄຳເພງ 65:2; ໂຢຮັນ 14:6, 14; ແລະ 1 ໂຢຮັນ 3:22.

ຂ້ອຍ​ຈະ​ພົບ​ຄວາມ​ສຸກ​ໃນ​ຊີວິດ​ໄດ້​ແນວ​ໃດ?

ຜູ້​ຍິງ​ຖື​ຄຳພີໄບເບິນ​ແລະ​ຍິ້ມ

ສາເຫດ​ທີ່​ເກີດ​ຄຳຖາມ​ນີ້: ຫຼາຍ​ຄົນ​ເຊື່ອ​ວ່າ​ເງິນ​ຄຳ ຊື່ສຽງ ຫຼື​ຮູບ​ຮ່າງ​ໜ້າ​ຕາ​ທີ່​ຈົບ​ງາມ​ຈະ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ. ດ້ວຍ​ເຫດ​ນີ້ ເຂົາ​ເຈົ້າ​ຈຶ່ງ​ມຸ່ງ​ສະແຫວງ​ຫາ​ສິ່ງ​ເຫຼົ່າ​ນັ້ນ ແຕ່​ພັດ​ພົບ​ວ່າ​ຍັງ​ຂາດ​ຄວາມ​ສຸກ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ: ພະ​ເຍຊູ​ລະບຸ​ເຖິງ​ວິທີ​ທີ່​ຈະ​ໄດ້​ຄວາມ​ສຸກ​ເມື່ອ​ພະອົງ​ກ່າວ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ຝ່າຍ​ວິນຍານ​ກໍ​ເປັນ​ສຸກ.” (ມັດທາຍ 5:3, ລ.ມ.) ເຮົາ​ຈະ​ພົບ​ຄວາມ​ສຸກ​ແທ້​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ລົງ​ມື​ປະຕິບັດ​ເພື່ອ​ສະໜອງ​ສິ່ງ​ຈຳເປັນ​ທີ່​ສຸດ​ຂອງ​ເຮົາ ນັ້ນ​ແມ່ນ​ຄວາມ​ກະຫາຍ​ທີ່​ຢາກ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ແລະ​ຈຸດ​ປະສົງ​ທີ່​ພະອົງ​ມີ​ຕໍ່​ພວກ​ເຮົາ. ຄວາມ​ຈິງ​ນັ້ນ​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ການ​ຮູ້ຈັກ​ຄວາມ​ຈິງ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ແທ້ໆ ແລະ​ສິ່ງ​ໃດ​ທີ່​ບໍ່​ສຳຄັນ. ການ​ຍອມ​ໃຫ້​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ຊີ້​ນຳ​ການ​ຕັດສິນ​ໃຈ​ແລະ​ການ​ກະທຳ​ຂອງ​ເຮົາ ຈະ​ນຳ​ເຮົາ​ໄປ​ສູ່​ຊີວິດ​ທີ່​ມີ​ຄວາມໝາຍ​ຫຼາຍ​ຂຶ້ນ.—ລືກາ 11:28.

ເບິ່ງ​ຕື່ມ​ທີ່​ສຸພາສິດ 3:5, 6, 13-18 ແລະ 1 ຕີໂມເຕ 6:9, 10.

ພະຍານ​ພະເຢໂຫວາ​ອ່ານ​ຄຳພີໄບເບິນ​ກິບ​ຜູ້​ຍິງ

ສິ່ງ​ທີ່​ກ່າວ​ເຖິງ​ນີ້​ເປັນ​ການ​ພິຈາລະນາ​ຄຳຕອບ​ຈາກ​ຄຳພີ​ໄບເບິນ​ສຳລັບ​ຄຳຖາມ​ຫົກ​ຂໍ້​ໃນ​ຕອນ​ຕົ້ນ​ຢ່າງ​ຫຍໍ້ໆ. ເຈົ້າ​ຢາກ​ຮູ້​ຫຼາຍ​ກວ່າ​ນີ້​ບໍ? ຖ້າ​ເຈົ້າ​ເປັນ​ຄົນ​ໜຶ່ງ​ທີ່ “ສຳນຶກ​ເຖິງ​ຄວາມ​ຈຳເປັນ​ຝ່າຍ​ວິນຍານ” ເຈົ້າ​ຄົງ​ຕ້ອງ​ຢາກ​ຮູ້​ແນ່ນອນ. ເຈົ້າ​ອາດ​ຈະ​ຍັງ​ມີ​ເລື່ອງ​ອື່ນໆອີກ​ທີ່​ສົງໄສ​ຢູ່ ເຊັ່ນ​ວ່າ ‘ຖ້າ​ຫາກ​ພະເຈົ້າ​ຫ່ວງໃຍ​ພວກ​ເຮົາ ເປັນ​ຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ​ລຳບາກ​ຫຼາຍ​ຢ່າງ​ເຊັ່ນ​ນີ້​ເກີດ​ຂຶ້ນ​ຕະຫຼອດ​ປະຫວັດສາດ? ຂ້ອຍ​ຈະ​ປັບ​ປຸງ​ຄຸນະພາບ​ຊີວິດ​ຄອບຄົວ​ໃຫ້​ດີ​ຂຶ້ນ​ແນວ​ໃດ? ຄຳພີ​ໄບເບິນ​ໃຫ້​ຄຳຕອບ​ທີ່​ຄົບ​ຖ້ວນ​ແລະ​ຢ່າງ​ພໍ​ໃຈ​ຕໍ່​ຄຳຖາມ​ເຫຼົ່າ​ນີ້​ແລະ​ຄຳຖາມ​ອື່ນໆອີກ.

ແນວ​ໃດ​ກໍ​ດີ ປັດຈຸບັນ​ຫຼາຍ​ຄົນ​ລັງເລ​ທີ່​ຈະ​ກວດ​ສອບ​ເບິ່ງ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ເຫັນ​ວ່າ​ເນື້ອ​ໃນ​ຂອງ​ປຶ້ມ​ນີ້​ຍືດ​ຍາວ​ແລະ​ລາງ​ເທື່ອ​ກໍ​ເຂົ້າ​ໃຈ​ຍາກ. ເຈົ້າ​ຢາກ​ຮັບ​ການ​ຊ່ວຍເຫຼືອ​ເພື່ອ​ໄດ້​ຄຳຕອບ​ຈາກ​ຄຳພີ​ໄບເບິນ​ບໍ? ພະຍານ​ພະ​ເຢໂຫວາ​ຂໍ​ສະເໜີ​ສອງ​ວິທີ​ທີ່​ຊ່ວຍ​ເຈົ້າ​ໄດ້.

ວິທີ​ທຳອິດ​ແມ່ນ​ໂດຍ​ທາງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ປຶ້ມ​ນີ້​ພິມ​ອອກ​ເພື່ອ​ຊ່ວຍ​ຄົນ​ທີ່​ມີ​ເວລາ​ໜ້ອຍ​ໃຫ້​ຄົ້ນ​ຫາ​ຄຳຕອບ​ທີ່​ຊັດເຈນ​ຈາກ​ຄຳພີ​ໄບເບິນ​ສຳລັບ​ຄຳຖາມ​ທີ່​ສຳຄັນ. ວິທີ​ທີ​ສອງ​ແມ່ນ​ການ​ສອນ​ຄຳພີ​ໄບເບິນ​ຢູ່​ເຮືອນ​ໂດຍ​ບໍ່​ຕ້ອງ​ຈ່າຍ​ຄ່າ​ໃດໆ. ຜູ້​ທີ່​ມີ​ຄຸນວຸທິ​ສອນ​ຄຳພີ​ໄບເບິນ​ຈະ​ມາ​ສອນ​ເຈົ້າ​ຢູ່​ເຮືອນ​ຫຼື​ບ່ອນ​ທີ່​ເຈົ້າ​ສະດວກ ໃນ​ແຕ່​ລະ​ອາທິດ​ເຂົາ​ເຈົ້າ​ຈະ​ໃຊ້​ເວລາ​ບໍ່​ດົນ​ເພື່ອ​ພິຈາລະນາ​ຄຳພີ​ໄບເບິນ​ນຳ​ເຈົ້າ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ. ທົ່ວ​ໂລກ​ມີ​ຫຼາຍ​ລ້ານ​ຄົນ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສອນ​ແບບ​ນີ້. ຫຼາຍ​ຄົນ​ຕ່າງ​ກໍ​ລົງ​ຄວາມ​ເຫັນ​ຢ່າງ​ຕື່ນ​ເຕັ້ນ​ວ່າ “ຂ້ອຍ​ພົບ​ຄວາມ​ຈິງ​ແລ້ວ!”

ພະຍານ​ພະເຢໂຫວາ​ເວົ້າ​ຄຳພີໄບເບິນ​ກິບ​ຜູ້​ຊາຍ

ບໍ່​ມີ​ສິ່ງ​ໃດ​ມີ​ຄ່າ​ຫຼາຍ​ກວ່າ​ການ​ໄດ້​ພົບ​ຄວາມ​ຈິງ. ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ປົດ​ປ່ອຍ​ເຮົາ​ໃຫ້​ພົ້ນ​ຈາກ​ການ​ເຊື່ອ​ຖື​ໂຊກ​ລາງ ຄວາມ​ສັບສົນ ຄວາມ​ຫວາດ​ກົວ ແລະ​ຍັງ​ໃຫ້​ເຮົາ​ມີ​ຄວາມ​ຫວັງ ມີ​ຈຸດ​ມຸ່ງ​ໝາຍ ແລະ​ມີ​ຄວາມ​ຍິນດີ. ພະ​ເຍຊູ​ກ່າວ​ວ່າ “ພວກ​ທ່ານ​ຈະ​ຮູ້ຈັກ​ຄວາມ​ຈິງ​ແລະ​ຄວາມ​ຈິງ​ຈະ​ໄຖ່​ທ່ານ​ໃຫ້​ພົ້ນ​ຈາກ​ເປັນ​ທາດ.”—ໂຢຮັນ 8:32.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌