ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮບບ ບົດທີ 1 ໜ້າ 8-18
  • ມາ​ຮູ້ຈັກ​ກັບ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມາ​ຮູ້ຈັກ​ກັບ​ພະເຈົ້າ
  • ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ອ່ານໃນ ໄບເບິນສອນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າ​ເປັນ​ຫ່ວງ​ເຮົາ​ບໍ ຫຼື​ພະອົງ​ເປັນ​ພະເຈົ້າ​ທີ່​ໂຫດ​ຮ້າຍ?
  • ພະເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຄົນ​ເຮົາ​ມີ​ຄວາມ​ທຸກ?
  • ພະເຈົ້າ​ຢາກ​ໃຫ້​ເຈົ້າ​ຮູ້ຈັກ​ພະອົງ
  • ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ບໍ?
  • ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໂດຍ​ວິທີ​ໃດ​ແດ່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ພະເຈົ້າ​ແມ່ນ​ໃຜ?
    ຂ່າວດີຈາກພະເຈົ້າ!
  • ໃຜ​ແມ່ນ​ພະເຈົ້າ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເຈົ້າ​ຈະ “ໃກ້ຊິດ​ກັບ​ພະເຈົ້າ” ໄດ້​ແທ້ໆ​ບໍ?
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
ເບິ່ງຕື່ມ
ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຮບບ ບົດທີ 1 ໜ້າ 8-18

ບົດ​ທີ 1

ມາ​ຮູ້ຈັກ​ກັບ​ພະເຈົ້າ

1, 2. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ຄົນ​ເຮົາ​ມັກ​ຖາມ?

ເດັກ​ນ້ອຍ​ມັກ​ຖາມ​ນັ້ນ​ຖາມ​ນີ້. ເຖິງ​ວ່າ​ເຈົ້າ​ຕອບ​ແລ້ວ ພວກ​ເຂົາ​ກໍ​ຍັງ​ຖາມ​ວ່າ “ເປັນ​ຫຍັງ?” ແລະ​ເມື່ອ​ເຈົ້າ​ພະຍາຍາມ​ອະທິບາຍ​ໃຫ້​ເຂົ້າ​ໃຈ ພວກ​ເຂົາ​ອາດ​ຈະ​ຖາມ​ອີກ​ວ່າ ‘ເປັນ​ຫຍັງ​ຄື​ເປັນ​ແບບ​ນັ້ນ?’

2 ບໍ່​ວ່າ​ເຮົາ​ຈະ​ອາຍຸ​ເທົ່າ​ໃດ​ກໍ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້ ແລະ​ແມ່ນ​ແຕ່​ເລື່ອງ​ເລັກໆນ້ອຍໆບາງ​ເທື່ອ​ເຮົາ​ກໍ​ຍັງ​ຕ້ອງ​ຖາມ ເຊັ່ນ: ຖາມ​ທາງ ຖາມ​ເວລາ. ນອກ​ຈາກ​ນັ້ນ​ຍັງ​ມີ​ເລື່ອງ​ທີ່​ສຳຄັນ​ກ່ຽວ​ກັບ​ຊີວິດ​ທີ່​ເຮົາ​ຢາກ​ຮູ້ ເຊັ່ນ: ຂ້ອຍ​ຈະ​ໃຊ້​ຊີວິດ​ແນວ​ໃດ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ອະນາຄົດ. ແຕ່​ເມື່ອ​ບໍ່​ໄດ້​ຄຳຕອບ​ທີ່​ເຮົາ​ພໍ​ໃຈ ເຮົາ​ອາດ​ເຊົາ​ຊອກ​ຫາ​ຄຳຕອບ.

3. ເປັນ​ຫຍັງ​ຫຼາຍ​ຄົນ​ຄິດ​ວ່າ​ຍາກ​ທີ່​ຈະ​ຮູ້​ຄຳຕອບ​ຂອງ​ຄຳຖາມ​ທີ່​ສຳຄັນ​ກ່ຽວ​ກັບ​ຊີວິດ?

3 ມີ​ທາງ​ທີ່​ເຮົາ​ຈະ​ຮູ້​ຄຳຕອບ​ຂອງ​ຄຳຖາມ​ທີ່​ສຳຄັນ​ເຫຼົ່າ​ນີ້​ບໍ? ບາງ​ຄົນ​ຄິດ​ວ່າ​ຄື​ຊິ​ມີ ແຕ່​ບໍ່​ຮູ້​ຈະ​ໄປ​ຊອກ​ຄຳຕອບ​ຢູ່​ໃສ. ບາງ​ຄົນ​ຄິດ​ວ່າ​ມີ​ແຕ່​ຄູ​ອາຈານ ຫຼື​ຄົນ​ທີ່​ສຶກສາ​ເລື່ອງ​ສາສະໜາ​ຢ່າງ​ຈິງ​ຈັງ ເຊັ່ນ: ຄູ​ບາ ຄຸນ​ພໍ່ ຫຼື​ຜູ້​ນຳ​ສາສະໜາ​ເທົ່າ​ນັ້ນ​ທີ່​ຮູ້​ຄຳຕອບ. ບາງ​ຄົນ​ຄິດ​ວ່າ​ຄຳພີ​ໄບເບິນ​ອາດ​ຈະ​ມີ​ຄຳຕອບ ແຕ່​ກໍ​ຮູ້ສຶກ​ວ່າ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ຍາກ. ສ່ວນ​ບາງ​ຄົນ​ກໍ​ອາຍ​ຈຶ່ງ​ບໍ່​ກ້າ​ຖາມ. ແລ້ວ​ເຈົ້າ​ເດ​ຄິດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້?

4, 5. ມີ​ຄຳຖາມ​ທີ່​ສຳຄັນ​ຫຍັງ​ແດ່​ທີ່​ເຈົ້າ​ຢາກ​ຮູ້​ຄຳຕອບ? ຖ້າ​ຕອນ​ນີ້​ເຈົ້າ​ຍັງ​ບໍ່​ຮູ້​ຄຳຕອບ ເປັນ​ຫຍັງ​ເຈົ້າ​ຄວນ​ຊອກ​ຫາ​ຕໍ່​ໄປ​ເລື້ອຍໆ?

4 ເຈົ້າ​ຄື​ຊິ​ຢາກ​ຮູ້​ຄຳຕອບ​ຂອງ​ຄຳຖາມ​ທີ່​ສຳຄັນ. ຕົວຢ່າງ​ເຊັ່ນ: ເປັນ​ຫຍັງ​ເຮົາ​ຈຶ່ງ​ເກີດ​ມາ? ຕາຍ​ແລ້ວ​ໄປ​ໃສ? ເຮັດ​ແນວ​ໃດ​ຊີວິດ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ແທ້? ພະເຈົ້າ​ມີ​ແທ້​ບໍ? ແລະ​ຖ້າ​ມີ​ແທ້​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ? ພະ​ເຢຊູ​ຄູ​ສອນ​ທີ່​ມີ​ຊື່ສຽງ​ບອກ​ວ່າ: “ຂໍ​ຕໍ່​ໄປ​ເລື້ອຍໆແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ ຊອກ​ຫາ​ຕໍ່​ໄປ​ເລື້ອຍໆແລ້ວ​ພວກ​ເຈົ້າ​ຈະ​ພົບ ເຄາະ​ຕໍ່​ໄປ​ເລື້ອຍໆແລ້ວ​ປະຕູ​ຈະ​ເປີດ​ອອກ​ສຳລັບ​ພວກ​ເຈົ້າ.” (ມັດທາຍ 7:7) ຢ່າ​ຍອມ​ແພ້​ຈົນ​ກວ່າ​ເຈົ້າ​ຈະ​ພົບ​ຄຳຕອບ​ທີ່​ເຈົ້າ​ໝັ້ນ​ໃຈ​ວ່າ​ເປັນ​ຄວາມ​ຈິງ.

5 ຖ້າ​ເຈົ້າ “ຊອກ​ຫາ​ຕໍ່​ໄປ​ເລື້ອຍໆ” ໃນ​ຄຳພີ​ໄບເບິນ ເຈົ້າ​ຈະ​ໄດ້​ຄຳຕອບ​ແນ່ນອນ. (ສຸພາສິດ 2:1-5) ຄຳຕອບ​ເຫຼົ່າ​ນີ້​ເຂົ້າ​ໃຈ​ໄດ້​ບໍ່​ຍາກ. ຖ້າ​ເຈົ້າ​ຮູ້​ຄຳຕອບ ເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ຕອນ​ນີ້​ແລະ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ​ນຳ​ອີກ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳຖາມ​ທີ່​ຫຼາຍ​ຄົນ​ສົງໄສ.

ພະເຈົ້າ​ເປັນ​ຫ່ວງ​ເຮົາ​ບໍ ຫຼື​ພະອົງ​ເປັນ​ພະເຈົ້າ​ທີ່​ໂຫດ​ຮ້າຍ?

6. ເປັນ​ຫຍັງ​ຫຼາຍ​ຄົນ​ຄິດ​ວ່າ​ພະເຈົ້າ​ບໍ່​ສົນ​ໃຈ​ເຮົາ?

6 ຫຼາຍ​ຄົນ​ຄິດ​ວ່າ​ພະເຈົ້າ​ບໍ່​ສົນ​ໃຈ​ເຮົາ ເພາະ​ຖ້າ​ພະເຈົ້າ​ສົນ​ໃຈ​ແລະ​ເປັນ​ຫ່ວງ​ເຮົາ​ແທ້ໆໂລກ​ຄື​ຊິ​ບໍ່​ເປັນ​ແບບ​ນີ້. ຕອນ​ນີ້​ມີ​ສົງຄາມ ຄວາມ​ກຽດ​ຊັງ ແລະ​ຄວາມ​ທຸກ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ແລະ​ຄົນ​ເຮົາ​ຍັງ​ເຈັບ​ປ່ວຍ ທຸກ​ທໍລະມານ​ແລະ​ຕາຍ. ບາງ​ຄົນ​ຈຶ່ງ​ສົງໄສ​ວ່າ ‘ຖ້າ​ພະເຈົ້າ​ເປັນ​ຫ່ວງ​ເຮົາ ເປັນ​ຫຍັງ​ພະອົງ​ຈຶ່ງ​ບໍ່​ເຮັດ​ໃຫ້​ຄວາມ​ທຸກ​ໝົດ​ໄປ?’

7. (ກ) ເປັນ​ຫຍັງ​ຄົນ​ເຮົາ​ຈຶ່ງ​ຄິດ​ວ່າ​ພະເຈົ້າ​ບໍ່​ເມດຕາ​ແລະ​ບໍ່​ເຫັນ​ອົກ​ເຫັນ​ໃຈ? (ຂ) ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຊົ່ວ​ເກີດ​ຂຶ້ນ?

7 ບາງ​ເທື່ອ​ຜູ້​ສອນ​ສາສະໜາ​ເຮັດ​ໃຫ້​ຄົນ​ເຮົາ​ເຊື່ອ​ວ່າ​ພະເຈົ້າ​ບໍ່​ເມດຕາ ບໍ່​ເຫັນ​ອົກ​ເຫັນ​ໃຈ. ເມື່ອ​ມີ​ເລື່ອງ​ບໍ່​ດີ​ເກີດ​ຂຶ້ນ ພວກ​ເຂົາ​ກໍ​ຈະ​ບອກ​ວ່າ ນີ້​ເປັນ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ພະອົງ​ຢາກ​ໃຫ້​ເປັນ​ແບບ​ນີ້. ການ​ເວົ້າ​ແນວ​ນີ້​ກໍ​ເທົ່າ​ກັບ​ວ່າ​ພວກ​ເຂົາ​ກຳລັງ​ໂທດ​ພະເຈົ້າ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ບໍ່​ໄດ້​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ຊົ່ວ. ຢາໂກໂບ 1:13 ບອກ​ວ່າ: “ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ​ຢ່າ​ເວົ້າ​ວ່າ: ‘ພະເຈົ້າ​ທົດລອງ​ຂ້ອຍ.’ ເພາະ​ພະອົງ​ບໍ່​ເຄີຍ​ທົດລອງ​ຜູ້​ໃດ​ດ້ວຍ​ຄວາມ​ຊົ່ວ​ແລະ​ບໍ່​ມີ​ຜູ້​ໃດ​ທົດລອງ​ພະເຈົ້າ​ດ້ວຍ​ຄວາມ​ຊົ່ວ​ໄດ້.” ນີ້​ໝາຍ​ຄວາມ​ວ່າ​ພະອົງ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຊົ່ວ​ເກີດ​ຂຶ້ນ ແລະ​ພະອົງ​ກໍ​ບໍ່​ເຄີຍ​ເຮັດ​ໃຫ້​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ກັບ​ເຮົາ​ເພື່ອ​ທົດລອງ​ຫຼື​ລອງ​ໃຈ​ເຮົາ. (ອ່ານ​ໂຢບ 34:10) ໃຫ້​ມາ​ເບິ່ງ​ຕົວຢ່າງ​ນີ້​ນຳ​ກັນ.

8, 9. ເມື່ອ​ເຮົາ​ມີ​ບັນຫາ​ຫຍຸ້ງຍາກ​ໃນ​ຊີວິດ ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ໂທດ​ພະເຈົ້າ? ຂໍ​ໃຫ້​ຍົກ​ຕົວຢ່າງ.

8 ໃຫ້​ນຶກ​ພາບ​ວ່າ​ມີ​ລູກ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ນຳ​ພໍ່​ແມ່. ພໍ່​ຮັກ​ລາວ​ຫຼາຍ​ແລະ​ພະຍາຍາມ​ສອນ​ລາວ​ໃຫ້​ເປັນ​ຄົນ​ດີ. ແຕ່​ລູກ​ຄົນ​ນີ້​ດື້​ດ້ານ​ບໍ່​ເຊື່ອ​ຟັງ​ແລະ​ຢາກ​ອອກ​ໄປ​ຢູ່​ຕ່າງ​ຫາກ​ທັງໆທີ່​ພໍ່​ຫ້າມ​ແລ້ວ​ແຕ່​ລາວ​ກໍ​ບໍ່​ຟັງ. ໃນ​ທີ່​ສຸດ​ລາວ​ກໍ​ຍ້າຍ​ອອກ​ຈາກ​ເຮືອນ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ​ຈົນ​ຊີວິດ​ມີ​ແຕ່​ບັນຫາ. ເຈົ້າ​ຈະ​ໂທດ​ພໍ່​ບໍ​ວ່າ​ເປັນ​ຫຍັງ​ປ່ອຍ​ໃຫ້​ລູກ​ເປັນ​ແບບ​ນີ້? ເຈົ້າ​ຈະ​ບໍ່​ໂທດ​ພໍ່​ຂອງ​ລາວ​ດອກ! (ລູກາ 15:11-13) ພະເຈົ້າ​ກໍ​ເປັນ​ຄື​ກັບ​ພໍ່​ຄົນ​ນີ້ ພະອົງ​ເຕືອນ​ແລະ​ສອນ​ເຮົາ ແຕ່​ພະອົງ​ກໍ​ໃຫ້​ເຮົາ​ເລືອກ​ເອງ​ວ່າ​ຈະ​ເຊື່ອ​ຟັງ​ຫຼື​ບໍ່​ເຊື່ອ​ຟັງ​ພະອົງ. ດັ່ງ​ນັ້ນ ເມື່ອ​ມີ​ເລື່ອງ​ບໍ່​ດີ​ເກີດ​ຂຶ້ນ ເຮົາ​ຄວນ​ຈື່​ໄວ້​ສະເໝີ​ວ່າ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ. ບໍ່​ຍຸຕິທຳ​ແທ້ໆທີ່​ຈະ​ໂທດ​ພະເຈົ້າ.

9 ພະເຈົ້າ​ຕ້ອງ​ມີ​ເຫດຜົນ​ແທ້ໆທີ່​ຍອມ​ໃຫ້​ເລື່ອງ​ບໍ່​ດີ​ເກີດ​ຂຶ້ນ. ເຈົ້າ​ຈະ​ຮູ້​ເຫດຜົນ​ນັ້ນ​ໃນ​ບົດ​ທີ 11 ແຕ່​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຮັກ​ເຮົາ​ແລະ​ພະອົງ​ບໍ່​ໄດ້​ເຮັດ​ໃຫ້​ເລື່ອງ​ທີ່​ຮ້າຍໆເກີດ​ຂຶ້ນ​ກັບ​ເຮົາ. ທີ່​ຈິງ ພະອົງ​ເປັນ​ຜູ້​ດຽວ​ທີ່​ສາມາດ​ແກ້ໄຂ​ບັນຫາ​ທັງ​ໝົດ​ນີ້​ໄດ້.—ເອຊາອີ 33:2

10. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ກຳຈັດ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ຄົນ​ຊົ່ວ​ໄດ້​ເຮັດ​ໄວ້?

10 ພະເຈົ້າ​ບໍ່​ຄື​ກັບ​ມະນຸດ​ທີ່​ມັກ​ເຮັດ​ຜິດ ດັ່ງ​ນັ້ນ ເຮົາ​ຈຶ່ງ​ວາງໃຈ​ພະອົງ​ໄດ້. ພະເຈົ້າ​ບໍລິສຸດ. (ເອຊາອີ 6:3) ພະອົງ​ເຮັດ​ແຕ່​ສິ່ງ​ທີ່​ດີ​ງາມ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ຈັດການ​ກັບ​ຄວາມ​ຊົ່ວ​ແນ່ນອນ. ນອກ​ຈາກ​ນັ້ນ ພະອົງ​ມີ​ອຳນາດ ພະອົງ​ຈະ​ຈັດການ​ກັບ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ຄົນ​ຊົ່ວ​ໄດ້​ເຮັດ​ໄວ້. ແມ່ນ​ແຕ່​ຄົນ​ທີ່​ມີ​ອຳນາດ​ແລະ​ຖື​ວ່າ​ສັດ​ຊື່​ທີ່​ສຸດ​ກໍ​ບໍ່​ສາມາດ​ກຳຈັດ​ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ຄົນ​ຊົ່ວ​ໄດ້. ແຕ່​ພະເຈົ້າ​ມີ​ອຳນາດ​ບໍ່​ຈຳກັດ ພະອົງ​ຈະ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຕະຫຼອດ​ການ.—ອ່ານ​ຄຳເພງ 37:9-11

ພະເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຄົນ​ເຮົາ​ມີ​ຄວາມ​ທຸກ?

11. ພະເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຈົ້າ​ມີ​ຄວາມ​ທຸກ?

11 ພະເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ແລະ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ? ຄຳພີ​ໄບເບິນ​ບອກ​ວ່າ ພະເຈົ້າ “ຮັກ​ຄວາມ​ຍຸຕິທຳ.” (ຄຳເພງ 37:28, ລ.ມ.) ພະອົງ​ຮັກ​ຄວາມ​ຖືກຕ້ອງ ພະອົງ​ຈຶ່ງ​ບໍ່​ມັກ​ແລະ​ບໍ່​ຢາກ​ເຫັນ​ຄົນ​ເຮົາ​ຖືກ​ເອົາ​ປຽບ​ແລະ​ມີ​ຄວາມ​ທຸກ. ໃນ​ອະດີດ​ເມື່ອ​ພະອົງ​ເຫັນ​ໂລກ​ທີ່​ເຕັມ​ແຕ່​ຄວາມ​ຊົ່ວ ຄຳພີ​ໄບເບິນ​ບອກ​ວ່າ​ພະອົງ “ມີ​ຄວາມ​ທຸກ​ໃຈ.” (ຕົ້ນເດີມ 6:5, 6) ຕອນ​ນີ້​ພະອົງ​ກໍ​ຍັງ​ຮູ້ສຶກ​ຄື​ເກົ່າ​ບໍ່​ເຄີຍ​ປ່ຽນ. (ມາລາກີ 3:6) ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ເປັນ​ຫ່ວງ​ເຈົ້າ​ແທ້ໆ.—ອ່ານ 1 ເປໂຕ 5:7

ພະເຈົ້າ​ສ້າງ​ພູ ທະເລ​ສາບ ປາ ນົກ ແລະ​ຕົ້ນ​ໄມ້

ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເອກະພົບ​ທີ່​ມີ​ຄວາມ​ຮັກ

12, 13. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ? (ຂ) ເຮົາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຄວາມ​ທຸກ​ໃນ​ໂລກ? (ຄ) ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ແລະ​ຄວາມ​ບໍ່​ຍຸຕິທຳ​ໝົດ​ໄປ?

12 ຄຳພີ​ໄບເບິນ​ຍັງ​ບອກ​ອີກ​ວ່າ​ພະເຈົ້າ​ສ້າງ​ເຮົາ​ຕາມ​ແບບ​ຂອງ​ພະອົງ. (ຕົ້ນເດີມ 1:26) ນີ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ສ້າງ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ທີ່​ດີ​ຄື​ກັບ​ພະອົງ ເຮົາ​ຈຶ່ງ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ. ດັ່ງ​ນັ້ນ ຖ້າ​ເຈົ້າ​ບໍ່​ມັກ​ເມື່ອ​ເຫັນ​ຄົນ​ບໍລິສຸດ​ຕ້ອງ​ທົນ​ທຸກ ພະເຈົ້າ​ກໍ​ແຮ່ງ​ບໍ່​ມັກ​ຫຼາຍ​ກວ່າ​ນັ້ນ​ອີກ.

13 ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ບໍ່​ມັກ​ເມື່ອ​ເຫັນ​ຄົນ​ເຮົາ​ມີ​ຄວາມ​ທຸກ? ຄຳພີ​ໄບເບິນ​ສອນ​ເຮົາ​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ທຸກ​ສິ່ງ​ທີ່​ພະເຈົ້າ​ເຮັດ​ແມ່ນ​ເຮັດ​ຍ້ອນ​ຄວາມ​ຮັກ. ເຮົາ​ມີ​ຄວາມ​ຮູ້ສຶກ​ຮັກ​ກໍ​ຍ້ອນ​ພະເຈົ້າ​ມີ​ຄວາມ​ຮູ້ສຶກ​ນີ້. ລອງ​ຄິດ​ເບິ່ງ ຖ້າ​ເຈົ້າ​ມີ​ອຳນາດ​ເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ແລະ​ຄວາມ​ບໍ່​ຍຸຕິທຳ​ໝົດ​ໄປ​ຈາກ​ໂລກ​ບໍ? ແນ່ນອນ​ວ່າ​ເຈົ້າ​ຈະ​ເຮັດ ເພາະ​ເຈົ້າ​ຮັກ​ຄົນ​ອື່ນ. ແລ້ວ​ພະເຈົ້າ​ເດ? ພະອົງ​ມີ​ທັງ​ອຳນາດ​ແລະ​ຮັກ​ພວກ​ເຮົາ​ຫຼາຍ ພະອົງ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ແລະ​ຄວາມ​ບໍ່​ຍຸຕິທຳ​ໝົດ​ໄປ​ຢ່າງ​ແນ່ນອນ. ເຈົ້າ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ຄຳ​ສັນຍາ​ທຸກ​ຢ່າງ​ທີ່​ບອກ​ໄວ້​ໃນ​ໜ້າ​ທຳອິດ​ຂອງ​ປຶ້ມ​ຫົວ​ນີ້​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້! ແຕ່​ເພື່ອ​ຈະ​ເຊື່ອ​ໝັ້ນ​ໄດ້ ເຈົ້າ​ຕ້ອງ​ຮູ້ຈັກ​ພະເຈົ້າ​ໃຫ້​ຫຼາຍ​ຂຶ້ນ.

ພະເຈົ້າ​ຢາກ​ໃຫ້​ເຈົ້າ​ຮູ້ຈັກ​ພະອົງ

ຜູ້​ຍິງ​ສອງ​ຄົນ​ແນະນຳ​ຕົວ​ເອງ

ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຈົ້າ​ກໍ​ບອກ​ຊື່​ຂອງ​ເຈົ້າ​ກ່ອນ. ພະເຈົ້າ​ກໍ​ບອກ​ຊື່​ຂອງ​ພະອົງ​ໄວ້​ໃນ​ຄຳພີ​ໄບເບິນ

14. ພະເຈົ້າ​ຊື່​ຫຍັງ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ໃຊ້​ຊື່​ຂອງ​ພະອົງ?

14 ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ຜູ້​ໃດ​ຜູ້​ໜຶ່ງ ຕອນ​ທີ່​ແນະນຳ​ຕົວ​ເອງ​ເຈົ້າ​ຈະ​ບອກ​ຫຍັງ​ກ່ອນ ເຈົ້າ​ຈະ​ບອກ​ຊື່​ຂອງ​ເຈົ້າ​ແມ່ນ​ບໍ? ແລ້ວ​ພະເຈົ້າ​ເດ​ພະອົງ​ມີ​ຊື່​ບໍ? ຫຼາຍ​ສາສະໜາ​ສອນ​ວ່າ​ພະອົງ​ຊື່ “ພະເຈົ້າ” ຫຼື “ອົງ​ພະ​ຜູ້​ເປັນ​ເຈົ້າ” ເຊິ່ງ​ນັ້ນ​ບໍ່​ແມ່ນ​ຊື່​ແຕ່​ເປັນ​ຕຳແໜ່ງ ຄື​ກັບ​ຄຳ​ວ່າ “ກະສັດ” ຫຼື “ປະທານ​ປະເທດ” ກໍ​ເປັນ​ຄຳ​ບອກ​ຕຳແໜ່ງ​ບໍ່​ແມ່ນ​ຊື່. ພະເຈົ້າ​ບອກ​ເຮົາ​ວ່າ​ພະອົງ​ຊື່​ເຢໂຫວາ. ຄຳເພງ 83:18 ບອກ​ວ່າ: “ໃຫ້​ເຂົາ​ຮູ້ຈັກ​ວ່າ​ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ.” ພະ​ເຢໂຫວາ​ໃຫ້​ຂຽນ​ຊື່​ຂອງ​ພະອົງ​ໄວ້​ໃນ​ຄຳພີ​ໄບເບິນ​ຫຼາຍ​ພັນ​ເທື່ອ ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຮູ້ຈັກ​ຊື່​ຂອງ​ພະອົງ​ແລະ​ໃຊ້​ຊື່​ນັ້ນ​ເມື່ອ​ເວົ້າ​ເຖິງ​ພະອົງ. ພະອົງ​ບອກ​ຊື່​ໃຫ້​ເຈົ້າ​ຮູ້​ກໍ​ຍ້ອນ​ພະອົງ​ຢາກ​ເປັນ​ໝູ່​ກັບ​ເຈົ້າ.

15. ຊື່​ເຢໂຫວາ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

15 ເຢໂຫວາ​ເປັນ​ຊື່​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ. ຊື່​ນີ້​ໝາຍ​ຄວາມ​ວ່າ ພະອົງ​ເຮັດ​ຕາມ​ທີ່​ສັນຍາ​ໄດ້​ທຸກ​ຢ່າງ​ແລະ​ສາມາດ​ເຮັດ​ໃຫ້​ທຸກ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ແທ້. ບໍ່​ມີ​ຫຍັງ​ຈະ​ຢຸດ​ພະອົງ​ໄດ້ ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເໝາະ​ສົມ​ກັບ​ຊື່​ນີ້.a

16, 17. ຕຳແໜ່ງ​ຕໍ່​ໄປ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ (ກ) “ຜູ້​ມີ​ລິດເດດ​ສູງ​ສຸດ”? (ຂ) “ກະສັດ​ຕະຫຼອດ​ໄປ”? (ຄ) “ຜູ້​ສ້າງ”?

16 ໃນ​ຄຳເພງ 83:18 ບອກ​ກ່ຽວ​ກັບ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ.” ນອກ​ຈາກ​ນັ້ນ ໃນ​ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ຕຳແໜ່ງ​ອື່ນ​ອີກ​ທີ່​ມີ​ແຕ່​ພະ​ເຢໂຫວາ​ອົງ​ດຽວ​ເທົ່າ​ນັ້ນ​ທີ່​ໃຊ້​ໄດ້ ເຊັ່ນ: “ຜູ້​ມີ​ລິດເດດ​ສູງ​ສຸດ.” ພະນິມິດ 15:3 ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ ສິ່ງ​ທີ່​ພະອົງ​ເຮັດ​ນັ້ນ​ຍິ່ງໃຫຍ່​ແລະ​ອັດສະຈັນ ພະອົງ​ເປັນ​ກະສັດ​ຕະຫຼອດ​ໄປ ແນວ​ທາງ​ຂອງ​ພະອົງ​ຖືກຕ້ອງ​ຊອບທຳ​ແລະ​ເປັນ​ຄວາມ​ຈິງ.” ຄຳ​ວ່າ “ຜູ້​ມີ​ລິດເດດ​ສູງ​ສຸດ” ໝາຍ​ຄວາມ​ວ່າ​ແນວ​ໃດ? ຕຳແໜ່ງ​ນີ້​ໝາຍ​ຄວາມ​ວ່າ ພະອົງ​ມີ​ລິດເດດ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ ແລະ​ຂໍ້​ນີ້​ຍັງ​ບອກ​ອີກ​ວ່າ​ພະອົງ​ເປັນ “ກະສັດ​ຕະຫຼອດ​ໄປ” ເຊິ່ງ​ໝາຍ​ຄວາມ​ວ່າ ພະອົງ​ມີ​ຊີວິດ​ຢູ່​ຕະຫຼອດ​ມາ​ບໍ່​ວ່າ​ເວລາ​ຈະ​ຜ່ານ​ໄປ​ຈັກ​ຍຸກ​ຈັກ​ສະໄໝ​ກໍ​ຕາມ. ຄຳເພງ 90:2 ອະທິບາຍ​ເລື່ອງ​ນີ້​ວ່າ ພະອົງ​ເປັນ​ພະເຈົ້າ​ຕັ້ງ​ແຕ່​ອະດີດ​ຈົນ​ເຖິງ​ຕະຫຼອດ​ການ ນີ້​ເປັນ​ເລື່ອງ​ທີ່​ໜ້າ​ງຶດ​ແທ້ໆ!

17 ພະ​ເຢໂຫວາ​ອົງ​ດຽວ​ທີ່​ເປັນ​ຜູ້​ສ້າງ. ພະນິມິດ 4:11 ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ ຄວາມ​ນັບຖື ແລະ​ລິດເດດ​ເພາະ​ພະອົງ​ໄດ້​ສ້າງ​ທຸກ​ສິ່ງ ທຸກ​ສິ່ງ​ມີ​ຢູ່​ແລະ​ຖືກ​ສ້າງ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ.” ພະ​ເຢໂຫວາ​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ນັບ​ຕັ້ງ​ແຕ່​ທູດ​ສະຫວັນ​ທີ່​ຢູ່​ສະຫວັນ ດວງ​ດາວ​ທີ່​ຢູ່​ເທິງ​ຟ້າ ໝາກ​ໄມ້ ຕົ້ນ​ໄມ້ ແລະ​ສັດ​ຕ່າງໆ.

ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ບໍ?

18. ເປັນ​ຫຍັງ​ບາງ​ຄົນ​ຄິດ​ວ່າ​ບໍ່​ມີ​ທາງ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້? ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ແນວ​ໃດ?

18 ເມື່ອ​ບາງ​ຄົນ​ອ່ານ​ກ່ຽວ​ກັບ​ຄຸນ​ລັກສະນະ​ທີ່​ໜ້າ​ງຶດງໍ້​ຂອງ​ພະ​ເຢໂຫວາ ພວກ​ເຂົາ​ກໍ​ຮູ້ສຶກ​ຢ້ານ​ແລະ​ຄິດ​ວ່າ ‘ພະເຈົ້າ​ມີ​ລິດເດດ​ຫຼາຍ ຍິ່ງໃຫຍ່​ຫຼາຍ ສູງ​ສົ່ງ​ຫຼາຍ ແລະ​ຢູ່​ໄກ​ແສນ​ໄກ ແລ້ວ​ພະອົງ​ຈະ​ເປັນ​ຫ່ວງ​ແລະ​ສົນ​ໃຈ​ພວກ​ເຮົາ​ເຮັດ​ຫຍັງ?’ ນອກ​ຈາກ​ນັ້ນ ຫຼາຍ​ຄົນ​ຍັງ​ຮູ້ສຶກ​ວ່າ​ຖ້າ​ຄົນ​ເຮົາ​ເປັນ​ໝູ່​ກັບ​ພະເຈົ້າ​ກໍ​ເທົ່າ​ກັບ​ວ່າ​ຕີໂຕ​ສະເໝີ​ພະເຈົ້າ ເຊິ່ງ​ຖື​ວ່າ​ບໍ່​ໄດ້​ໃຫ້​ກຽດ​ແລະ​ບໍ່​ນັບຖື​ພະອົງ. ແຕ່​ພະເຈົ້າ​ຢາກ​ໃຫ້​ເຮົາ​ຄິດ​ແບບ​ນັ້ນ​ບໍ? ບໍ່. ພະ​ເຢໂຫວາ​ຢາກ​ໃກ້​ຊິດ​ກັບ​ເຮົາ. ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ບອກ​ວ່າ ພະເຈົ້າ “ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ​ເລີຍ.” (ກິດຈະການ 17:27) ພະເຈົ້າ​ຢາກ​ໃຫ້​ເຈົ້າ​ໃກ້​ຊິດ​ກັບ​ພະອົງ ແລະ​ພະອົງ​ສັນຍາ​ວ່າ ‘ຈະ​ເຂົ້າ​ມາ​ໃກ້​ຊິດ​ກັບ​ເຈົ້າ.’—ຢາໂກໂບ 4:8

19. (ກ) ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ? (ຂ) ເຈົ້າ​ມັກ​ຄຸນ​ລັກສະນະ​ໃດ​ຂອງ​ພະ​ເຢໂຫວາ​ຫຼາຍ​ທີ່​ສຸດ?

19 ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ? ພະ​ເຢຊູ​ບອກ​ວ່າ: “ຜູ້​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຕ້ອງ​ຮູ້ຈັກ​ພະອົງ​ທີ່​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ ແລະ​ຮູ້ຈັກ​ຜູ້​ທີ່​ພະອົງ​ໃຊ້​ມາ ຜູ້​ນັ້ນ​ແມ່ນ​ເຢຊູ​ຄລິດ.” (ໂຢຮັນ 17:3) ໂດຍ​ຮຽນ​ຮູ້​ຕໍ່ໆໄປ ເຈົ້າ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ແລ້ວ​ຈາກ​ນັ້ນ​ເຈົ້າ​ກໍ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ເຮົາ​ໄດ້​ຮຽນ​ແລ້ວ​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:16) ແຕ່​ພະອົງ​ກໍ​ຍັງ​ມີ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຢ່າງ​ອື່ນ​ອີກ ເຊັ່ນ: ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ​ເປັນ “ພະເຈົ້າ​ທີ່​ເມດຕາ ສົງສານ ບໍ່​ໃຈ​ຮ້າຍ​ງ່າຍ ຮັກ​ໃຜ​ກໍ​ຮັກ​ໝັ້ນ​ຄົງ ແລະ​ຮັກສາ​ຄຳເວົ້າ​ສະເໝີ.” (ອົບພະຍົບ 34:6, ລ.ມ.) ພະ​ເຢໂຫວາ “ພະອົງ​ດີ ພະອົງ​ມີ​ໃຈ​ພ້ອມ​ຈະ​ຍົກ​ຜິດ.” (ຄຳເພງ 86:5) ພະເຈົ້າ​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ແລະ​ສັດ​ຊື່​ພັກດີ. (2 ເປໂຕ 3:9; ພະນິມິດ 15:4) ຖ້າ​ເຈົ້າ​ອ່ານ​ຄຳພີ​ໄບເບິນ ເຈົ້າ​ຈະ​ໄດ້​ຮຽນ​ຮູ້​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຢ່າງ​ອື່ນ​ຂອງ​ພະອົງ​ນຳ​ອີກ.

20-22. (ກ) ເຮົາ​ຈະ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະເຈົ້າ​ໄດ້​ແນວ​ໃດ​ເຖິງ​ວ່າ​ເຮົາ​ບໍ່​ເຫັນ​ພະອົງ? (ຂ) ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ບາງ​ຄົນ​ຢາກ​ໃຫ້​ເຈົ້າ​ເຊົາ​ຮຽນ​ຄຳພີ​ໄບເບິນ?

20 ເຈົ້າ​ຈະ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະເຈົ້າ​ໄດ້​ແນວ​ໃດ​ທັງໆທີ່​ເຈົ້າ​ບໍ່​ເຫັນ​ພະອົງ? (ໂຢຮັນ 1:18; 4:24; 1 ຕີໂມທຽວ 1:17) ເມື່ອ​ເຈົ້າ​ອ່ານ​ເລື່ອງ​ຂອງ​ພະ​ເຢໂຫວາ​ໃນ​ຄຳພີ​ໄບເບິນ ເຈົ້າ​ຈະ​ຮູ້ຈັກ​ພະອົງ ຮູ້​ວ່າ​ພະອົງ​ມີ​ຕົວ​ຕົນ​ແທ້ໆ ແລະ​ໄດ້​ເຫັນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ. (ຄຳເພງ 27:4; ໂຣມ 1:20) ເມື່ອ​ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ຈະ​ຮັກ​ພະອົງ​ຫຼາຍ​ເທົ່າ​ນັ້ນ​ແລະ​ຮູ້ສຶກ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ​ນຳ​ອີກ.

ພໍ່​ໃຫ້​ລູກ​ຊາຍ​ຂີ່​ຄໍ​ແລະ​ເບິ່ງ​ສິ່ງ​ທີ່​ພະເຈົ້າ​ສ້າງ​ນຳ​ກັນ

ພໍ່​ທຸກ​ຄົນ​ຮັກ​ລູກ ແຕ່​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຮັກ​ເຮົາ​ຫຼາຍ​ກວ່າ​ນັ້ນ​ອີກ

21 ເຈົ້າ​ຈະ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ຂອງ​ເຮົາ. (ມັດທາຍ 6:9) ພະອົງ​ໃຫ້​ຊີວິດ​ເຮົາ ພະອົງ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ລູກ​ແລະ​ຢາກ​ໃຫ້​ລູກ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ. (ຄຳເພງ 36:9) ຄຳພີ​ໄບເບິນ​ສອນ​ວ່າ ເຈົ້າ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້. (ຢາໂກໂບ 2:23) ລອງ​ນຶກ​ພາບ​ເບິ່ງ​ແມ້ ພະ​ເຢໂຫວາ​ຜູ້​ສ້າງ​ເອກະພົບ​ຢາກ​ເປັນ​ໝູ່​ກັບ​ເຈົ້າ!

22 ອາດ​ມີ​ບາງ​ຄົນ​ຢາກ​ໃຫ້​ເຈົ້າ​ເຊົາ​ຮຽນ​ຄຳພີ​ໄບເບິນ​ເພາະ​ຢ້ານ​ວ່າ​ເຈົ້າ​ຈະ​ປ່ຽນ​ສາສະໜາ. ແຕ່​ຢ່າ​ໃຫ້​ຜູ້​ໃດ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ເພາະ​ພະອົງ​ຈະ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າ.

23, 24. (ກ) ຖ້າ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ ເປັນ​ຫຍັງ​ເຈົ້າ​ຄວນ​ຖາມ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

23 ຕອນ​ທີ່​ຮຽນ​ຄຳພີ​ໄບເບິນ​ອາດ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ ໃຫ້​ຖາມ​ໂລດ​ບໍ່​ຕ້ອງ​ອາຍ. ພະ​ເຢຊູ​ບອກ​ວ່າ​ເຮົາ​ຄວນ​ເປັນ​ຄື​ເດັກ​ນ້ອຍ​ທີ່​ຖ່ອມ​ຕົວ ພວກ​ເຂົາ​ຢາກ​ຮູ້​ຫຍັງ​ກໍ​ຈະ​ຖາມ. (ມັດທາຍ 18:2-4) ພະເຈົ້າ​ຢາກ​ໃຫ້​ເຈົ້າ​ໄດ້​ຄຳຕອບ. ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ຕັ້ງ​ໃຈ​ຮຽນ​ຄຳພີ​ໄບເບິນ​ເພື່ອ​ເຈົ້າ​ຈະ​ໝັ້ນ​ໃຈ​ໄດ້​ວ່າ​ເລື່ອງ​ທີ່​ຮຽນ​ນັ້ນ​ເປັນ​ຄວາມ​ຈິງ.—ອ່ານ​ກິດຈະການ 17:11

24 ວິທີ​ດີ​ທີ່​ສຸດ​ທີ່​ຈະ​ຮູ້ຈັກ​ພະ​ເຢໂຫວາ​ແມ່ນ​ການ​ຮຽນ​ຄຳພີ​ໄບເບິນ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ຮູ້​ວ່າ​ຄຳພີ​ໄບເບິນ​ພິເສດ​ກວ່າ​ປຶ້ມ​ອື່ນໆແນວ​ໃດ.

a ຖ້າ​ຄຳພີ​ໄບເບິນ​ຂອງ​ເຈົ້າ​ບໍ່​ມີ​ຊື່​ເຢໂຫວາ ຫຼື​ຖ້າ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ໝາຍ​ແລະ​ວິທີ​ອອກ​ສຽງ​ຊື່​ຂອງ​ພະເຈົ້າ ອ່ານ​ໃນ​ຄຳ​ອະທິບາຍ​ເພີ່ມ​ເຕີມ 1.

ສະຫຼຸບ

ຄວາມ​ຈິງ​ເລື່ອງ​ທີ 1 ພະເຈົ້າ​ແມ່ນ​ໃຜ?

“ພະອົງ​ໄດ້​ສ້າງ​ທຸກ​ສິ່ງ.”—ພະນິມິດ 4:11

ຄຳພີ​ໄບເບິນ​ສອນ​ຫຍັງ​ກ່ຽວ​ກັບ​ພະເຈົ້າ?

  • ພະນິມິດ 15:3

    ພະ​ເຢໂຫວາ​ມີ​ລິດເດດ​ສູງ​ສຸດ​ໃນ​ເອກະພົບ.

  • ຄຳເພງ 90:2

    ພະເຈົ້າ​ມີ​ຊີວິດ​ຢູ່​ຕະຫຼອດ​ມາ.

  • ມັດທາຍ 6:9

    ພະເຈົ້າ​ເປັນ​ຄື​ກັບ​ພໍ່​ຂອງ​ເຮົາ.

    ພະອົງ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ.

  • ກິດຈະການ 17:27

    ພະເຈົ້າ​ຢາກ​ໃກ້​ຊິດ​ແລະ​ສະໜິດ​ກັບ​ເຮົາ.

ຄວາມ​ຈິງ​ເລື່ອງ​ທີ 2 ພະເຈົ້າ​ມີ​ຊື່

“ເຢໂຫວາ . . . ຄື​ຊື່​ຂອງ​ເຮົາ​ຕະຫຼອດ​ໄປ.”—ອົບພະຍົບ 3:15, ລ.ມ.

ເປັນ​ຫຍັງ​ຊື່​ຂອງ​ພະເຈົ້າ​ຈຶ່ງ​ສຳຄັນ?

  • ຄຳເພງ 83:18

    ພະເຈົ້າ​ບອກ​ເຮົາ​ວ່າ​ພະອົງ​ຊື່​ເຢໂຫວາ. ສ່ວນ​ຄຳ​ວ່າ “ພະເຈົ້າ” ແລະ “ອົງ​ພະ​ຜູ້​ເປັນ​ເຈົ້າ” ບໍ່​ແມ່ນ​ຊື່​ແຕ່​ເປັນ​ຕຳແໜ່ງ​ຄື​ກັບ​ຄຳ​ວ່າ “ກະສັດ” ແລະ “ປະທານ​ປະເທດ.” ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໃຊ້​ຊື່​ຂອງ​ພະອົງ​ເມື່ອ​ເວົ້າ​ເຖິງ​ພະອົງ.

  • ອົບພະຍົບ 3:14, ລ.ມ.

    ຊື່​ຂອງ​ພະອົງ​ໝາຍ​ຄວາມ​ວ່າ “ພະອົງ​ເຮັດ​ໃຫ້​ເປັນ.” ເພາະ​ພະ​ເຢໂຫວາ​ສ້າງ​ທຸກ​ສິ່ງ ແລະ​ພະອົງ​ເຮັດ​ຕາມ​ທີ່​ສັນຍາ​ໄດ້​ທຸກ​ຢ່າງ​ແລະ​ສາມາດ​ເຮັດ​ໃຫ້​ທຸກ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ແທ້.

ຄວາມ​ຈິງ​ເລື່ອງ​ທີ 3 ພະ​ເຢໂຫວາ​ຮັກ​ເຮົາ

“ພະເຈົ້າ​ເປັນ​ຄວາມ​ຮັກ.”—1 ໂຢຮັນ 4:8

ພະເຈົ້າ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຮັກ​ເຮົາ?

  • ອົບພະຍົບ 34:6; ຄຳເພງ 37:28

    ພະອົງ​ເປັນ​ພະເຈົ້າ​ທີ່​ເມດຕາ​ສົງສານ. ພະອົງ​ຮັກ​ຄວາມ​ຈິງ​ແລະ​ຄວາມ​ຍຸຕິທຳ.

  • ຄຳເພງ 86:5

    ພະອົງ​ເປັນ​ພະເຈົ້າ​ທີ່​ໃຫ້​ອະໄພ.

  • 2 ເປໂຕ 3:9

    ພະອົງ​ອົດ​ທົນ​ກັບ​ພວກ​ເຮົາ.

  • ພະນິມິດ 15:4

    ພະອົງ​ສັດ​ຊື່​ພັກດີ​ຕໍ່​ເຮົາ.

ຄວາມ​ຈິງ​ເລື່ອງ​ທີ 4 ພະເຈົ້າ​ເປັນ​ຫ່ວງ​ເຈົ້າ

“ຝາກ​ຄວາມ​ອຸກ​ໃຈ​ທັງ​ໝົດ​ໄວ້​ກັບ​ພະອົງ ເພາະ​ພະອົງ​ຫ່ວງໃຍ​ພວກ​ເຈົ້າ.”—1 ເປໂຕ 5:7

ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ເປັນ​ຫ່ວງ​ເຈົ້າ​ແທ້ໆ?

  • ຄຳເພງ 37:9-11

    ພະອົງ​ສັນຍາ​ວ່າ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ໝົດ​ໄປ​ແລະ​ຈະ​ກຳຈັດ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ຄົນ​ຊົ່ວ​ໄດ້​ເຮັດ​ໄວ້.

  • ຢາໂກໂບ 4:8

    ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະອົງ.

  • ໂຢຮັນ 17:3

    ເມື່ອ​ເຮົາ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ຈະ​ຮັກ​ພະອົງ​ຫຼາຍ​ເທົ່າ​ນັ້ນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌