ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊລ ພາກ 7 ໜ້າ 16-17
  • ພະ​ເຍຊູ​ແມ່ນ​ໃຜ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ແມ່ນ​ໃຜ?
  • ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ເລື່ອງທີ່ຄ້າຍກັນ
  • ບົດ​ທີ 7
    ເຊື່ອຟັງພະເຈົ້າ
  • ພະ​ເຢຊູ​ຄລິດ​ແມ່ນ​ໃຜ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ພະ​ເຍຊູ​ຄລິດ​ແມ່ນ​ໃຜ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • “ຝູງຄົນຫຼາຍຄົນໄດ້ມາຫາພະອົງ”
    “ຕາມເຮົາໄປເຖີ້ນ”
ເບິ່ງຕື່ມ
ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
ຊລ ພາກ 7 ໜ້າ 16-17

ພາກ​ທີ 7

ພະ​ເຍຊູ​ແມ່ນ​ໃຜ?

ພະ​ເຢໂຫວາ​ສົ່ງ​ພະ​ເຍຊູ​ມາ​ທີ່​ແຜ່ນດິນ​ໂລກ. 1 ໂຢຮັນ 4:9

ພະ​ເຍຊູ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ​ໃນ​ສະ​ຫວັງ

ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ຍິນດີ ເຮົາ​ຕ້ອງ​ເຊື່ອ​ຟັງ​ບຸກຄົນ​ທີ່​ສຳຄັນ​ອີກ​ຜູ້​ໜຶ່ງ. ເປັນ​ໄລຍະ​ເວລາ​ດົນ​ກ່ອນ​ສ້າງ​ອາດາມ ພະ​ເຢໂຫວາ​ໄດ້​ສ້າງ​ບຸກຄົນ​ກາຍ​ວິນຍານ​ຜູ້​ໜຶ່ງ​ທີ່​ມີ​ລິດເດດ​ໃນ​ສະຫວັນ.

ຂະນະ​ທີ່​ມາລີ​ຖື​ພາ​ແລະ​ຫຼັງ​ຈາກ​ທີ່​ໃຫ້​ກຳເນີດ​ພະ​ເຍຊູ

ຕໍ່​ມາ​ພະ​ເຢໂຫວາ​ໄດ້​ສົ່ງ​ບຸກຄົນ​ຜູ້​ນີ້​ມາ​ເກີດ​ໃນ​ເມືອງ​ເບດເລເຫມ​ໂດຍ​ທາງ​ຍິງ​ບໍລິສຸດ​ທີ່​ຊື່​ວ່າ​ມາລີ. ມີ​ການ​ຕັ້ງ​ຊື່​ໃຫ້​ເດັກ​ນ້ອຍ​ຜູ້​ນີ້​ວ່າ​ເຍຊູ.—ໂຢຮັນ 6:38.

ພະ​ເຍຊູ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພະ​ເຢໂຫວາ

ຕອນ​ທີ່​ເປັນ​ມະນຸດ​ຢູ່​ເທິງ​ແຜ່ນດິນ​ໂລກ ພະ​ເຍຊູ​ສະທ້ອນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ​ໄດ້​ຢ່າງ​ຄົບ​ຖ້ວນ. ພະອົງ​ມີ​ຄວາມ​ເມດຕາ ມີ​ຄວາມ​ຮັກ​ແລະ​ເຂົ້າ​ຫາ​ໄດ້​ງ່າຍ. ພະອົງ​ສອນ​ຄວາມ​ຈິງ​ເລື່ອງ​ພະ​ເຢໂຫວາ​ໃຫ້​ກັບ​ຄົນ​ອື່ນ​ຢ່າງ​ກ້າຫານ.

ພະ​ເຍຊູ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແຕ່​ເຂົາ​ເຈົ້າ​ຊັງ​ພະອົງ. 1 ເປໂຕ 2:21-24

ພະ​ເຍຊູ​ປຸກ​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ປິ່ນປົວ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ

ພະ​ເຍຊູ​ຍັງ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ແລະ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ມີ​ຊີວິດ.

ພວກ​ຫົວ​ໜ້າ​ສາສະໜາ​ຊັງ​ພະ​ເຍຊູ ເພາະ​ພະອົງ​ເປີດ​ເຜີຍ​ວ່າ​ຄຳ​ສອນ​ຂອງ​ເຂົາ​ເຈົ້າ​ບໍ່​ຖືກຕ້ອງ​ແລະ​ແນວ​ທາງ​ຂອງ​ເຂົາ​ເຈົ້າ​ຊົ່ວ​ຮ້າຍ.

ພະ​ເຍຊູ​ຖືກ​ຕີ​ແລະ​ຖືກ​ຂ້າ

ພວກ​ຫົວ​ໜ້າ​ສາ​ສະ​ໜາ​ຊັກ​ນຳ​ພວກ​ໂລມ​ໃຫ້​ທຸບ​ຕີ​ແລະ​ຂ້າ​ພະ​ເຍຊູ.

  • ເປັນ​ຫຍັງ​ການ​ຮູ້ຈັກ​ພະ​ເຍຊູ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ?—ໂຢຮັນ 17:3.

  • ພະ​ເຍຊູ​ໄດ້​ເຮັດ​ຫຍັງ​ໃນ​ສະຫວັນ​ກ່ອນ​ພະອົງ​ມາ​ທີ່​ແຜ່ນດິນ​ໂລກ?—ໂກໂລດ 1:15-17.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌