ບົດທີ 17
ເປັນຫຍັງຂ້ອຍຢ້ານທີ່ຈະເວົ້າເຖິງຄວາມເຊື່ອຂອງຂ້ອຍຢູ່ໂຮງຮຽນ?
“ມີໂອກາດດີໆຫຼາຍຄັ້ງຢູ່ໂຮງຮຽນທີ່ຂ້ອຍຈະເວົ້າເລື່ອງຄວາມເຊື່ອຂອງຕົນເອງ. ແຕ່ຂ້ອຍກໍບໍ່ກ້າເວົ້າ.”—ທ້າວ ຄາເລັບ.
“ນາຍຄູຖາມນັກຮຽນໃນຫ້ອງວ່າຄິດແນວໃດກ່ຽວກັບວິວັດທະນາການ. ຂ້ອຍຮູ້ວ່ານີ້ເປັນໂອກາດດີເລີດທີ່ຈະເວົ້າເຖິງຄວາມເຊື່ອຂອງຕົນເອງ. ແຕ່ຂ້ອຍເກີດຄວາມຢ້ານຂຶ້ນມາກະທັນຫັນຈົນເວົ້າບໍ່ອອກ. ຫຼັງຈາກນັ້ນ ຂ້ອຍຮູ້ສຶກບໍ່ດີແທ້ໆ.”—ນາງ ຈັດສະມິນ.
ຖ້າເຈົ້າເປັນໜຸ່ມສາວຄລິດສະຕຽນ ບາງທີເຈົ້າອາດຮູ້ສຶກຄ້າຍກັບຄາເລັບແລະຈັດສະມິນ. ເຊັ່ນດຽວກັບພວກເຂົາເຈົ້າ ເຈົ້າອາດຮັກຄວາມຈິງທີ່ອາໄສຄຳພີໄບເບິນທີ່ເຈົ້າໄດ້ຮຽນ. ເຈົ້າເຖິງຂັ້ນຢາກບອກຄວາມຈິງເຫຼົ່ານີ້ກັບຄົນອື່ນໆ. ແນວໃດກໍຕາມ ເຈົ້າກໍອາດຢ້ານ ທີ່ຈະເວົ້າເຖິງຄວາມເຊື່ອຂອງຕົນເອງ. ແຕ່ເຈົ້າສາມາດຮຽນຮູ້ທີ່ຈະມີຄວາມກ້າຫານຫຼາຍຂຶ້ນ. ໂດຍວິທີໃດ? ລອງປະຕິບັດຕາມຂັ້ນຕອນຕ່າງໆຕໍ່ໄປນີ້
1. ລະບຸຄວາມຢ້ານ. ເມື່ອເຈົ້າຄິດເຖິງການເວົ້າກ່ຽວກັບຄວາມເຊື່ອຂອງຕົນເອງ ເປັນເລື່ອງງ່າຍທີ່ຈະຈິນຕະນາການເຖິງເຫດການທີ່ອາດເກີດຂຶ້ນໃນແງ່ຮ້າຍ! ແຕ່ບາງຄັ້ງເຈົ້າສາມາດລົດລະດັບຄວາມຢ້ານໂດຍການຂຽນອະທິບາຍຄວາມຢ້ານຂອງເຈົ້າເປັນລາຍລັກອັກສອນ.
ຈົ່ງຕື່ມຂໍ້ຄວາມໃນປະໂຫຍກຕໍ່ໄປນີ້ໃຫ້ຄົບຖ້ວນ.
• ນີ້ຄືສິ່ງທີ່ຂ້ອຍຢ້ານວ່າຈະເກີດຂຶ້ນຖ້າຂ້ອຍເວົ້າກ່ຽວກັບຄວາມເຊື່ອຂອງຕົນເອງຢູ່ໂຮງຮຽນ. ․․․․․
ເຈົ້າອາດສະບາຍໃຈຂຶ້ນຖ້າຮູ້ວ່າສິ່ງທີ່ຢ້ານນັ້ນອາດຄ້າຍກັນຫຼາຍກັບທີ່ໜຸ່ມສາວຄລິດສະຕຽນຄົນອື່ນໆພາກັນຢ້ານ. ຍົກຕົວຢ່າງ ທ້າວຄລິດສະຕົບເຟີອາຍຸ 14 ປີຍອມຮັບວ່າ: “ຂ້ອຍຢ້ານວ່າໝູ່ນັກຮຽນຈະເຫັນຂ້ອຍເປັນຕົວຕະຫຼົກແລະບອກຕໍ່ໆກັນໄປວ່າຂ້ອຍເປັນຄົນແປກປະຫຼາດ.” ແລະຄາເລັບທີ່ອ້າງເຖິງໃນຕອນຕົ້ນບອກວ່າ: “ຂ້ອຍຢ້ານວ່າບາງຄົນຈະຕັ້ງຄຳຖາມແລະຂ້ອຍຈະຕອບບໍ່ໄດ້.”
2. ຍອມຮັບຂໍ້ທ້າທາຍ. ຄວາມຢ້ານຂອງເຈົ້າເປັນເລື່ອງທີ່ບໍ່ມີເຫດຜົນຢ່າງສິ້ນເຊີງບໍ? ບໍ່ໄດ້ເປັນແນວນັ້ນສະເໝີໄປ ນາງເອັດສະລີອາຍຸ 20 ປີຈື່ໄດ້ວ່າ: “ໝູ່ນັກຮຽນບາງຄົນທຳທ່າວ່າສົນໃຈໃນຄວາມເຊື່ອຂອງຂ້ອຍ. ແຕ່ຕໍ່ມາເຂົາເຈົ້າກໍໃຊ້ຄຳເວົ້າຂອງຂ້ອຍເພື່ອວິຈານແລະເຍາະເຍີ້ຍຂ້ອຍຕໍ່ໜ້າຄົນອື່ນໆ.” ນາງນິໂຄອາຍຸ 17 ປີເລົ່າເຖິງປະສົບການຂອງລາວວ່າ: “ນັກຮຽນຜູ້ຊາຍຄົນໜຶ່ງສົມທຽບຄຳພີໄບເບິນຂອງລາວກັບຂອງຂ້ອຍແບບຂໍ້ຕໍ່ຂໍ້ແລະເຫັນວ່າຄຳເວົ້າທີ່ໃຊ້ຕ່າງກັນ. ລາວບອກວ່າຄຳພີໄບເບິນຂອງຂ້ອຍມີການປ່ຽນແປງ. ຂ້ອຍຕົກໃຈຈົນເວົ້າບໍ່ອອກ.”a
ສະຖານະການແບບນີ້ເບິ່ງຄືວ່າເປັນຕາຢ້ານຫຼາຍ! ແຕ່ແທນທີ່ຈະປົບໜີ ຈົ່ງຍອມຮັບຂໍ້ທ້າທາຍດັ່ງກ່າວວ່າເປັນເຫດການປົກກະຕິໃນຊີວິດໃນຖານະເປັນຄລິດສະຕຽນ. (2 ຕີໂມເຕ 3:12) ທ້າວແມັດທິວອາຍຸ 13 ປີບອກວ່າ: “ພະເຍຊູກ່າວວ່າສາວົກຂອງພະອົງຈະຖືກຂົ່ມເຫງ ເຮົາຈຶ່ງບໍ່ຄາດໝາຍວ່າທຸກຄົນຈະມັກເຮົາຍ້ອນຄວາມເຊື່ອຂອງເຮົາ.”—ໂຢຮັນ 15:20.
3. ຈົ່ງຄິດເຖິງຜົນປະໂຫຍດ. ປະສົບການທີ່ເບິ່ງຄືວ່າບໍ່ດີປານໃດຈະໃຫ້ສິ່ງດີໆອັນໃດບໍ? ນາງແອມເບີອາຍຸ 21 ປີຄິດວ່າເປັນໄປໄດ້. ລາວເວົ້າວ່າ: “ເປັນເລື່ອງຍາກທີ່ຈະອະທິບາຍຄວາມເຊື່ອຂອງເຈົ້າກັບຄົນທີ່ບໍ່ນັບຖືຄຳພີໄບເບິນ ແຕ່ນັ້ນຊ່ວຍເຈົ້າໃຫ້ເຂົ້າໃຈຄວາມເຊື່ອຂອງຕົນເອງຫຼາຍຂຶ້ນ.”—ໂລມ 12:2.
ໃຫ້ກັບໄປເບິ່ງເຫດການທີ່ເຈົ້າອະທິບາຍໄວ້ໃນຂໍ້ທີ 1. ຂໍໃຫ້ຄິດເຖິງຂໍ້ດີຢ່າງໜ້ອຍສອງຂໍ້ທີ່ອາດເກີດຂຶ້ນຈາກເຫດການນັ້ນແລະໃຫ້ຂຽນໃສ່ທາງລຸ່ມນີ້.
1 ․․․․․
2 ․․․․․
ຄຳແນະນຳ ການເວົ້າເຖິງຄວາມເຊື່ອຂອງເຈົ້າອາດລົດຄວາມກົດດັນຈາກຄົນໃນໄວດຽວກັນໄດ້ແນວໃດ? ການທີ່ເຈົ້າເຮັດແບບນັ້ນມີຜົນແນວໃດຕໍ່ຄວາມໝັ້ນໃຈໃນຕົວເອງ? ຕໍ່ຄວາມຮູ້ສຶກຂອງເຈົ້າທີ່ມີຕໍ່ພະເຢໂຫວາ? ທັງຄວາມຮູ້ສຶກທີ່ພະອົງມີຕໍ່ເຈົ້າ?—ສຸພາສິດ 23:15.
4. ຈົ່ງກຽມພ້ອມ. ສຸພາສິດ 15:28 ກ່າວວ່າ: “ໃຈຂອງຄົນຊອບທຳຄຶດຕຶກຕອງກ່ອນຈຶ່ງຕອບ.” ນອກຈາກຈະຄຶດຕຶກຕອງເຖິງສິ່ງທີ່ຈະເວົ້າ ໃຫ້ພະຍາຍາມຄິດເຖິງຄຳຖາມທີ່ຄົນອື່ນອາດຖາມ. ຈົ່ງຄົ້ນຄວ້າຫາຫົວຂໍ້ເຫຼົ່ານັ້ນແລະວາງແຜນຄຳຕອບທີ່ເຈົ້າຮູ້ສຶກວ່າຈະຕອບດ້ວຍຄວາມສະດວກໃຈໄດ້. ຂໍໃຫ້ເບິ່ງຕາຕະລາງ “ກຽມຄຳຕອບ” ໃນໜ້າ 127.
5. ລົງມື. ເມື່ອພ້ອມແລ້ວທີ່ຈະເວົ້າກ່ຽວກັບຄວາມເຊື່ອ ເຈົ້າຄວນເລີ່ມຕົ້ນແນວໃດ? ເຈົ້າມີທາງເລືອກ. ເວົ້າອີກຢ່າງໜຶ່ງ ການເວົ້າເຖິງຄວາມເຊື່ອຂອງຕົນເອງເປັນຄືກັບການລອຍນ້ຳ ບາງຄົນຄ່ອຍໆລອຍລົງໄປ ຄົນອື່ນໆໂດດລົງໄປທັນທີ. ໃນທຳນອງດຽວກັນ ອາດເລີ່ມການສົນທະນາດ້ວຍເລື່ອງທີ່ບໍ່ກ່ຽວຂ້ອງກັບສາສະໜາແລະຄ່ອຍໆເບິ່ງວ່າຄົນນັ້ນສະແດງຄວາມສົນໃຈຫຼືບໍ່. ແຕ່ຖ້າເຈົ້າອາດກັງວົນຫຼາຍເກີນໄປວ່າຈະເກີດການຜິດພາດ ທາງເລືອກທີ່ດີທີ່ສຸດກໍອາດເປັນການ ‘ໂດດ’ ເຂົ້າໄປເລີຍ. (ລືກາ 12:11, 12) ທ້າວແອນດຣູອາຍຸ 17 ປີບອກວ່າ: “ການຄິດເຖິງ ການເວົ້າເລື່ອງຄວາມເຊື່ອຂອງຕົນເອງມັກຍາກກວ່າການ ເຮັດແທ້ໆ. ທັນທີທີ່ການສົນທະນາເລີ່ມຕົ້ນຂຶ້ນ ມັນກໍງ່າຍກວ່າສິ່ງທີ່ຂ້ອຍຄິດໄວ້ຫຼາຍ!”b
6. ມີເຫດມີຜົນ. ຊາໂລໂມນຂຽນວ່າ: “ຄົນຮູ້ທຸກຄົນເຮັດການດ້ວຍຄວາມຮູ້.” (ສຸພາສິດ 13:16) ເປັນຄືກັບທີ່ເຈົ້າຈະບໍ່ໂດດລົງໄປໃນນ້ຳຕື້ນໆ ຈົ່ງລະວັງທີ່ຈະບໍ່ໂດດເຂົ້າສູ່ການໂຕ້ຖຽງທີ່ບໍ່ມີສາລະ. ຂໍໃຫ້ຈື່ໄວ້ວ່າມີເວລາທີ່ຈະເວົ້າແລະມີເວລາທີ່ຈະມິດງຽບ. (ຜູ້ເທສະໜາປ່າວປະກາດ 3:1, 7) ບາງຄັ້ງ ແມ່ນແຕ່ພະເຍຊູເອງກໍຍັງປະຕິເສດທີ່ຈະຕອບຄຳຖາມ.—ມັດທາຍ 26:62, 63.
ຖ້າເຈົ້າເລືອກທີ່ຈະຕອບ ເຈົ້າອາດໃຫ້ຄຳຕອບທີ່ສັ້ນແລະຮອບຄອບ. ຍົກຕົວຢ່າງ ຖ້າໝູ່ທີ່ຮຽນຢູ່ຫ້ອງດຽວກັນທ້າທາຍວ່າ: ‘ເປັນຫຍັງເຈົ້າຈຶ່ງບໍ່ສູບຢາ?’ ເຈົ້າອາດພຽງແຕ່ຕອບວ່າ: ‘ເພາະວ່າຂ້ອຍບໍ່ຢາກໃຫ້ສານພິດເຂົ້າໄປໃນຮ່າງກາຍ!’ ຂຶ້ນຢູ່ກັບການຕອບຮັບ ເຈົ້າອາດຕັດສິນໃຈວ່າຈະອະທິບາຍເລື່ອງຄວາມເຊື່ອຂອງເຈົ້າຕໍ່ໄປຫຼືບໍ່.
ຫົກຂັ້ນຕອນທີ່ກ່າວເຖິງໃນບົດນີ້ສາມາດຊ່ວຍເຈົ້າໃຫ້ “ພ້ອມທີ່ຈະປົກປ້ອງ” ຄວາມເຊື່ອຂອງຕົນເອງ. (1 ເປໂຕ 3:15, ລ.ມ.) ແນ່ນອນ ການຢູ່ພ້ອມບໍ່ໄດ້ໝາຍຄວາມວ່າເຈົ້າຈະບໍ່ຮູ້ສຶກຢ້ານ. ນາງອະເລນາອາຍຸ 18 ປີບອກວ່າ: “ເຖິງແມ່ນຈະຮູ້ສຶກຢ້ານ ເມື່ອອະທິບາຍຄວາມເຊື່ອຂອງຕົນເອງ ແຕ່ນັ້ນເຮັດໃຫ້ຮູ້ສຶກວ່າຕົນເອງໄດ້ບັນລຸຜົນສຳເລັດບາງຢ່າງ ນັ້ນຄືເຈົ້າໄດ້ເອົາຊະນະຄວາມຢ້ານແລະຍອມສ່ຽງຫາກເຫດການອາດດຳເນີນໄປບໍ່ໄດ້ດີ. ແລະຖ້າທຸກສິ່ງເປັນໄປໄດ້ດີ ເຈົ້າຈະຮູ້ສຶກດີຍິ່ງຂຶ້ນ! ເຈົ້າຈະດີໃຈທີ່ເຈົ້າກ້າເວົ້າ.”
ມີຄວາມກົດດັນຢູ່ໂຮງຮຽນບໍ? ຄົ້ນພົບວິທີທີ່ຈະຮັບມື
[ຂໍ້ຄວາມໄຂເງື່ອນ]
a ຄຳພີໄບເບິນສະບັບແປຕ່າງໆໃຊ້ຄຳເວົ້າທີ່ແຕກຕ່າງກັນ. ແນວໃດກໍຕາມ ສະບັບແປບາງສະບັບຍຶດໝັ້ນກັບພາສາດັ້ງເດີມທີ່ໃຊ້ຂຽນຄຳພີໄບເບິນ.
b ຂໍໃຫ້ເບິ່ງຂອບ “ຄຳຖາມເພື່ອເລີ່ມການສົນທະນາ” ໃນໜ້າກ່ອນນີ້.
ຂໍ້ພະຄຳພີຫຼັກ
“ພ້ອມສະເໝີທີ່ຈະປົກປ້ອງຄວາມຫວັງຂອງພວກທ່ານໂດຍຊີ້ແຈງແກ່ທຸກຄົນທີ່ຢາກຮູ້ວ່າເປັນຫຍັງພວກທ່ານຫວັງຢ່າງນັ້ນ ແຕ່ຈົ່ງເຮັດເຊັ່ນນັ້ນດ້ວຍອາລົມອ່ອນໂຍນແລະດ້ວຍຄວາມນັບຖືຢ່າງຍິ່ງ.”—1 ເປໂຕ 3:15, ລ.ມ.
ຄຳແນະນຳ
ແທນທີ່ຈະບອກໝູ່ທີ່ຮຽນຢູ່ໃນຫ້ອງດຽວກັນວ່າສິ່ງໃດທີ່ເຂົາເຈົ້າຄວນເຊື່ອຫຼືບໍ່ຄວນເຊື່ອ ໃຫ້ເວົ້າຢ່າງໝັ້ນໃຈໃນສິ່ງທີ່ເຈົ້າເຊື່ອແລະສາເຫດທີ່ເຈົ້າຮູ້ສຶກວ່າຂໍ້ສະຫລຸບຂອງເຈົ້າມີເຫດຜົນ.
ເຈົ້າຮູ້ບໍ . . .?
ໝູ່ບາງຄົນທີ່ຮຽນໜັງສືຢູ່ໃນຫ້ອງດຽວກັນອາດນັບຖືເຈົ້າທີ່ຍຶດໝັ້ນກັບມາດຕະຖານຂອງຄຳພີໄບເບິນ ແຕ່ເຂົາເຈົ້າອາດອາຍໂພດທີ່ຈະຖາມກ່ຽວກັບສາສະໜາຂອງເຈົ້າ.
ແຜນພາກປະຕິບັດ!
ໝູ່ທີ່ຮຽນຢູ່ຫ້ອງດຽວກັນເຊິ່ງຂ້ອຍສາມາດເວົ້ານຳກ່ຽວກັບຄວາມເຊື່ອຂອງຂ້ອຍແມ່ນ [ຢ່າງໜ້ອຍໃຫ້ຂຽນຊື່ໜຶ່ງຄົນ] ․․․․․
ຫົວຂໍ້ທີ່ຂ້ອຍຄິດວ່າຄົນນັ້ນຈະສົນໃຈທີ່ສຸດແມ່ນ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ສິ່ງໃດອາດເປັນສາເຫດທີ່ໝູ່ຮຽນໜັງສືຢູ່ຫ້ອງດຽວກັນເຍາະເຍີ້ຍຄວາມເຊື່ອທາງສາສະໜາຂອງເຈົ້າ?
• ຖ້າເຈົ້າຕັດສິນໃຈທີ່ຈະເວົ້າກ່ຽວກັບຄວາມເຊື່ອຂອງຕົນເອງ ເປັນຫຍັງຈຶ່ງສຳຄັນທີ່ຈະເວົ້າຢ່າງໝັ້ນໃຈ?
[ຈຸດເດັ່ນໜ້າ 126]
“ເມື່ອຂ້ອຍຍັງນ້ອຍກວ່ານີ້ ຂ້ອຍບໍ່ຢາກແຕກຕ່າງຈາກເດັກນ້ອຍຄົນອື່ນໆ. ແຕ່ຕໍ່ມາຂ້ອຍເລີ່ມເຫັນຄຸນຄ່າວິທີທີ່ຄວາມເຊື່ອຂອງຂ້ອຍຊ່ວຍຂ້ອຍໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ. ຄວາມເຂົ້າໃຈເຊັ່ນນັ້ນເຮັດໃຫ້ຄວາມໝັ້ນໃຈຂອງຂ້ອຍເພີ່ມພູນຫຼາຍຂຶ້ນ ເຮັດໃຫ້ຂ້ອຍພູມໃຈໃນສິ່ງທີ່ຂ້ອຍເຊື່ອ.”—ທ້າວ ເຈສັນ
[ກອບໜ້າ 124]
ຄຳຖາມເພື່ອເລີ່ມການສົນທະນາ
• “ເຈົ້າຈະເຮັດຫຍັງຕອນພັກພາກຮຽນ?” [ຫຼັງຈາກຟັງຄຳຕອບ ໃຫ້ເວົ້າເຖິງແຜນການຂອງເຈົ້າທີ່ກ່ຽວຂ້ອງກັບການນະມັດສະການພະເຈົ້າເຊັ່ນ ການເຂົ້າຮ່ວມການປະຊຸມໃຫຍ່ ຫຼືການຂະຫຍາຍວຽກຮັບໃຊ້.]
• ເວົ້າເຖິງຫົວຂໍ້ຂ່າວ ແລ້ວຖາມວ່າ: “ເຈົ້າໄດ້ຍິນກ່ຽວກັບເລື່ອງນັ້ນບໍ? ເຈົ້າຄິດວ່າແນວໃດກ່ຽວກັບເລື່ອງນັ້ນ?”
• “ເຈົ້າຄິດວ່າສະຖານະການທາງການເງິນຂອງໂລກ [ຫຼືບັນຫາອື່ນໆ] ຈະມີທາງດີຂຶ້ນບໍ? [ເປີດໂອກາດໃຫ້ຕອບ.] ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?”
• “ເຈົ້ານັບຖືສາສະໜາຫຍັງ?”
• “ເຈົ້າຄິດວ່າຊີວິດຂອງເຈົ້າໃນອີກຫ້າປີຂ້າງໜ້າຈະເປັນແນວໃດ?” [ຫຼັງຈາກຟັງຄຳຕອບ ໃຫ້ເວົ້າເຖິງເປົ້າໝາຍຂອງເຈົ້າທີ່ກ່ຽວຂ້ອງກັບການນະມັດສະການພະເຈົ້າ.]
[ຕາຕະລາງໜ້າ 127]
(ລາຍລະອຽດເບິ່ງຈາກໜັງສື)
ແບບສອບຖາມ
ກຽມຄຳຕອບ
ໃຫ້ອັດສຳເນົາໄວ້!
ຄຳແນະນຳ: ໃຫ້ພິຈາລະນາຕາຕະລາງນີ້ກັບພໍ່ແມ່ແລະໜຸ່ມສາວຄລິດສະຕຽນທີ່ເປັນໝູ່ຂອງເຈົ້າ. ຕື່ມຂໍ້ມູນໃຫ້ຄົບຖ້ວນ. ແລ້ວໃຫ້ຄິດເຖິງຄຳຖາມອື່ນໆທີ່ໝູ່ຮຽນໜັງສືອາດຖາມ ແລະໃຫ້ກຽມຄຳຕອບທີ່ເຈົ້າຮູ້ສຶກຕອບໄດ້ຢ່າງສະດວກໃຈ.
ຄວາມເປັນກາງ
ຄຳຖາມ
ເປັນຫຍັງເຈົ້າຈຶ່ງບໍ່ເຄົາລົບທຸງຊາດ? ເຈົ້າບໍ່ຮັກປະເທດຂອງຕົນເອງບໍ?
ຄຳຕອບ
ຂ້ອຍໃຫ້ຄວາມນັບຖືປະເທດທີ່ຂ້ອຍອາໄສຢູ່ ແຕ່ຂ້ອຍບໍ່ບູຊາປະເທດ.
ຄຳຖາມຕໍ່ໄປ
ນັ້ນໝາຍຄວາມວ່າເຈົ້າຈະບໍ່ສູ້ຮົບເພື່ອປະເທດຂອງຕົນເອງບໍ?
ຄຳຕອບ
ແມ່ນແລ້ວ ແລະພະຍານພະເຢໂຫວາຫຼາຍລ້ານຄົນທີ່ຢູ່ປະເທດອື່ນໆກໍຈະບໍ່ສູ້ຮົບ ກັບປະເທດຂອງເຮົານຳ.
ເລືອດ
ຄຳຖາມ
ເປັນຫຍັງເຈົ້າຈຶ່ງບໍ່ຍອມໃສ່ເລືອດ?
ຄຳຕອບ
ຂ້ອຍຍອມຮັບການຕື່ມນ້ຳເກືອຫຼືສານນ້ຳອື່ນໆທີ່ປອດໄພກວ່າເລືອດເຊິ່ງບໍ່ສ່ຽງຕໍ່ການເປັນໂລກເອດສຫຼືໂລກຕັບອັກເສບ. ຄຳພີໄບເບິນບອກໃຫ້ລະເວັ້ນຈາກເລືອດ ນັ້ນເປັນເຫດຜົນທີ່ຂ້ອຍບໍ່ໃສ່ເລືອດ.
ຄຳຖາມຕໍ່ໄປ
ແລະຖ້າເຈົ້າກຳລັງຈະຕາຍ ຍົກເວັ້ນແຕ່ເຈົ້າໃສ່ເລືອດ? ພະເຈົ້າຈະບໍ່ໃຫ້ບໍ່ອະໄພເຈົ້າບໍ?
ຄຳຕອບ
․․․․․
ທາງເລືອກ
ຄຳຖາມ
ຄົນນັ້ນເປັນສະມາຊິກສາສະໜາຂອງເຈົ້າແລະລາວ ເຮັດແບບນີ້ແບບນັ້ນ. ເປັນຫຍັງເຈົ້າເຮັດບໍ່ໄດ້?
ຄຳຕອບ
ພວກເຮົາໄດ້ຮັບການສອນກ່ຽວກັບຂໍ້ຮຽກຮ້ອງຕ່າງໆຂອງພະເຈົ້າ ແຕ່ພວກເຮົາບໍ່ໄດ້ຖືກລ້າງສະໝອງ. ເຮົາຕ້ອງຕັດສິນໃຈເລືອກດ້ວຍຕົວເອງ.
ຄຳຖາມຕໍ່ໄປ
ນັ້ນສະແດງວ່າມີມາດຕະຖານທີ່ແຕກຕ່າງກັນສຳລັບຜູ້ຄົນໃນສາສະໜາຂອງເຈົ້າບໍ?
ຄຳຕອບ
․․․․․
ການສ້າງໂລກ
ຄຳຖາມ
ເປັນຫຍັງເຈົ້າບໍ່ເຊື່ອໃນເລື່ອງວິວັດທະນາການ?
ຄຳຕອບ
ເປັນຫຍັງຂ້ອຍຄວນເຊື່ອ? ແມ່ນແຕ່ນັກວິທະຍາສາດກໍຍັງບໍ່ເຫັນດີນຳກັນໃນເລື່ອງນີ້ ແລະເຂົາເຈົ້າເຊື່ອວ່າຕົນເປັນຜູ້ຊ່ຽວຊານ!
ຄຳຖາມຕໍ່ໄປ
․․․․․
ຄຳຕອບ
․․․․․
[ຮູບພາບໜ້າ 125]
ການເວົ້າເຖິງຄວາມເຊື່ອຂອງຕົນເອງເປັນຄືກັບການລອຍນ້ຳ. ເຈົ້າອາດເລືອກທີ່ຈະຄ່ອຍໆລອຍລົງໄປ ຫຼືໂດດລົງໄປທັນທີ!