ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 21 ໜ້າ 150-155
  • ຂ້ອຍ​ຈະ​ຈັດ​ເວລາ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ຈັດ​ເວລາ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຂໍ້​ທ້າທາຍ​ທີ 1: ການ​ເຮັດ​ຕາ​ຕະລາງ​ເວລາ
  • ຂໍ້​ທ້າທາຍ​ທີ 2: ການ​ເຮັດ​ຕາມ​ຕາ​ຕະລາງ​ເວລາ
  • ຂໍ້​ທ້າທາຍ​ທີ 3: ການ​ເປັນ​ຄົນ​ສະອາດ​ແລະ​ມີ​ລະບຽບ
  • ບັນທຶກ​ສ່ວນຕົວ​ຂອງ​ຂ້ອຍ—ຄວາມ​ກົດ​ດັນ​ຢູ່​ໂຮງຮຽນ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ບັນທຶກ​ສ່ວນຕົວ​ຂອງ​ຂ້ອຍ—ບັນຫາ​ກັບ​ພໍ່​ແມ່
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ບັນທຶກ​ສ່ວນ​ຕົວ​ຂອງ​ຂ້ອຍ—ໃນ​ແລະ​ນອກ​ຫ້ອງ​ຮຽນ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 21 ໜ້າ 150-155

ບົດ​ທີ 21

ຂ້ອຍ​ຈະ​ຈັດ​ເວລາ​ໄດ້​ແນວ​ໃດ?

ເຈົ້າ​ຢາກ​ມີ​ເວລາ​ເພີ່ມ​ຂຶ້ນ​ມື້​ລະ​ຈັກ​ຊົ່ວ​ໂມງ? ․․․․․

ເຈົ້າ​ຈະ​ໃຊ້​ເວລາ​ທີ່​ເພີ່ມ​ຂຶ້ນ​ເພື່ອ​ເຮັດ​ຫຍັງ?

◻ ໃຊ້​ເວລາ​ກັບ​ໝູ່

◻ ຮຽນ​ໜັງສື

◻ ນອນ

◻ ອື່ນໆ ․․․․․

ເວລາ​ເປັນ​ຄື​ກັບ​ມ້າ​ທີ່​ດຸ​ເດືອດ ຖ້າ​ມັນ​ຈະ​ໃຊ້​ການ​ໄດ້​ສຳລັບ​ເຈົ້າ ເຈົ້າ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຄວບຄຸມ​ມັນ. ຄວບຄຸມ​ເວລາ​ຂອງ​ເຈົ້າ ແລະ​ເປັນ​ໄປ​ໄດ້​ທີ່​ເຈົ້າ​ຈະ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຂອງ​ຕົວ​ເອງ ເຮັດ​ໃຫ້​ຄະແນນ​ດີ​ຂຶ້ນ ແລະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພໍ່​ແມ່​ຕື່ມ​ອີກ. ເຈົ້າ​ເວົ້າ​ວ່າ: “ນັ້ນ​ເປັນ​ສິ່ງ​ທີ່​ຄັກ​ຫຼາຍ ການ​ເວົ້າ​ແມ່ນ​ງ່າຍ​ແຕ່​ພັດ​ປະຕິບັດ​ໄດ້​ຍາກ!” ແນ່ນອນ​ວ່າ​ເຈົ້າ​ຈະ​ປະເຊີນ​ກັບ​ຂໍ້​ທ້າທາຍ​ຕ່າງໆ. ແຕ່​ເຈົ້າ​ສາມາດ​ເອົາ​ຊະນະ​ມັນ​ໄດ້. ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ.

ຂໍ້​ທ້າທາຍ​ທີ 1: ການ​ເຮັດ​ຕາ​ຕະລາງ​ເວລາ

ສິ່ງ​ທີ່​ອາດ​ເປັນ​ອຸປະສັກ. ພຽງ​ແຕ່​ຄຶດ​ເຖິງ​ການ​ເຮັດ​ຕາ​ຕະລາງ​ເວລາ ​ກໍ​ເຮັດ​ໃຫ້​ຮູ້ສຶກ​ຄື​ກັບ​ວ່າ​ຖືກ​ຄວບຄຸມ! ເຈົ້າ​ຢາກ​ເຮັດ​ສິ່ງ​ຕ່າງໆຕາມ​ໃຈ ແລະ​ບໍ່​ຢາກ​ຖືກ​ຄວບຄຸມ​ດ້ວຍ​ຕາ​ຕະລາງ​ເວລາ.

ເຫດຜົນ​ທີ່​ຄວນ​ເຮັດ. ກະສັດ​ຊາໂລໂມນ​ຂຽນ​ວ່າ: “ຄວາມ​ຄຶດ [“ແຜນການ,” ລ.ມ.] ທັງ​ຫຼາຍ​ຂອງ​ຄົນ​ອຸດສາ​ກໍ​ນຳ​ໄປ​ເຖິງ​ຄວາມ​ບໍລິບູນ.” (ສຸພາສິດ 21:5) ຊາໂລໂມນ​ກໍ​ເປັນ​ບຸກຄົນ​ທີ່​ມີ​ວຽກ​ຫຍຸ້ງ​ຫຼາຍ. ລາວ​ເປັນ​ຜົວ ເປັນ​ພໍ່ ແລະ​ເປັນ​ກະສັດ. ແລະ​ເບິ່ງ​ຄື​ວ່າ​ຊີວິດ​ມີ​ວຽກ​ຫຍຸ້ງ​ຫຼາຍ​ຂຶ້ນ​ເມື່ອ​ລາວ​ອາຍຸ​ເພີ່ມ​ຂຶ້ນ. ຄ້າຍ​ຄື​ກັນ ຊີວິດ​ຂອງ​ເຈົ້າ​ມີ​ວຽກ​ຫຍຸ້ງ​ໃນ​ຕອນ​ນີ້. ແຕ່​ມັນ​ແຮ່ງ​ອາດ​ຈະ​ຫຍຸ້ງ​ຫຼາຍ​ຂຶ້ນ​ຕື່ມ​ອີກ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ. ການ​ທີ່​ຈະ​ຈັດ​ລະບຽບ​ໃນ​ຕອນ​ນີ້​ດີ​ກວ່າ​ຈະ​ເຮັດ​ໃນ​ພາຍ​ຫຼັງ!

ສິ່ງ​ທີ່​ຄົນ​ໃນ​ໄວ​ດຽວ​ກັນ​ກັບ​ເຈົ້າ​ເວົ້າ. “ໄດ້​ປະມານ​ຫົກ​ເດືອນ​ແລ້ວ​ທີ່​ຂ້ອຍ​ເລີ່ມ​ເຮັດ​ຕາ​ຕະລາງ​ເວລາ​ເປັນ​ປະຈຳ. ຂ້ອຍ​ພະຍາຍາມ​ເຮັດ​ໃຫ້​ສິ່ງ​ຕ່າງໆງ່າຍ​ຂຶ້ນ ແລະ​ການ​ມີ​ຕາ​ຕະລາງ​ເວລາ​ເບິ່ງ​ຄື​ວ່າ​ຊ່ວຍ​ໄດ້​ຫຼາຍ​ແທ້ໆ!”—ທ້າວ ໂຈອີ.

“ເຮັດ​ລາຍການ​ບັນຊີ​ສິ່ງ​ທີ່​ຕ້ອງ​ເຮັດ​ຊ່ວຍ​ຂ້ອຍ​ໃຫ້​ຕິດ​ຕາມ​ຕາ​ຕະລາງ​ເວລາ​ໄດ້. ເມື່ອ​ຂ້ອຍ​ມີ​ວຽກ​ຕື່ມ​ອີກ​ທີ່​ຕ້ອງ​ເຮັດ ແມ່​ແລະ​ຂ້ອຍ​ຈະ​ຂຽນ​ລາຍ​ລະອຽດ​ທັງ​ໝົດ​ແລະ​ເບິ່ງ​ວ່າ​ຈະ​ຊ່ວຍ​ກັນ​ແນວ​ໃດ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຂອງ​ເຮົາ.”—ນາງ ມໍລໍຣີ.

ສິ່ງ​ທີ່​ຊ່ວຍ​ເຈົ້າ​ໄດ້. ໃຫ້​ລອງ​ຄິດ​ໃນ​ທຳນອງ​ນີ້ ສົມມຸດ​ວ່າ​ເຈົ້າ​ກຳລັງ​ອອກ​ເດີນ​ທາງ. ສະມາຊິກ​ຄອບຄົວ​ແຕ່​ລະ​ຄົນ​ພາ​ກັນ​ໂຍນ​ກະເປົ໋າ​ຂອງ​ຕົວ​ເອງ​ໄວ້​ທ້າຍ​ລົດ. ຕອນ​ນີ້​ເບິ່ງ​ຄື​ວ່າ​ບໍ່​ມີ​ບ່ອນ​ຫວ່າງ​ພໍ​ທີ່​ຈະ​ໃສ່​ເຄື່ອງ​ທັງ​ໝົດ​ໄດ້. ເຈົ້າ​ອາດ​ເຮັດ​ຫຍັງ​ໄດ້? ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ທັງ​ໝົດ​ອອກ​ແລ້ວ​ຈັດ​ໃໝ່ ໂດຍ​ໃສ່​ກະເປົ໋າ​ໜ່ວຍ​ໃຫຍ່​ທີ່​ສຸດ​ກ່ອນ ແລ້ວ​ຈຶ່ງ​ເອົາ​ກະເປົ໋າ​ໜ່ວຍ​ນ້ອຍ​ກວ່າ​ໃສ່​ໃນ​ບ່ອນ​ຫວ່າງ​ທີ່​ເຫຼືອ.

ວິທີ​ການ​ແບບ​ດຽວ​ກັນ​ນີ້​ສາມາດ​ໃຊ້​ໄດ້​ກັບ​ການ​ຈັດ​ຊີວິດ​ຂອງ​ເຈົ້າ. ຖ້າ​ເລີ່ມ​ໃຊ້​ເວລາ​ກັບ​ສິ່ງ​ທີ່​ບໍ່​ສຳຄັນ ເຈົ້າ​ກໍ​ສ່ຽງ​ຕໍ່​ການ​ທີ່​ບໍ່​ສາມາດ​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ. ຈົ່ງ​ຈັດ​ບ່ອນ​ຫວ່າງ​ໃຫ້​ກັບ​ສິ່ງ​ທີ່​ສຳຄັນ​ກວ່າ ແລະ​ເຈົ້າ​ຈະ​ແປກ​ໃຈ​ທີ່​ມີ​ເວລາ​ຫຼາຍ​ກວ່າ​ສຳລັບ​ສ່ວນ​ທີ່​ເຫຼືອ!—ຟີລິບ 1:10.

ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ຈຳເປັນ​ຕ້ອງ​ໄດ້​ເຮັດ​ມີ​ຫຍັງ​ແດ່?

․․․․․

ຕອນ​ນີ້​ໃຫ້​ກັບ​ໄປ​ໝາຍ​ຕົວ​ເລກ​ໃນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ຕາມ​ລຳດັບ​ຄວາມ​ສຳຄັນ. ຖ້າ​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ​ກ່ອນ ເຈົ້າ​ຈະ​ແປກ​ໃຈ​ທີ່​ມີ​ເວລາ​ເຫຼືອ​ອີກ​ຫຼາຍ​ທີ່​ຈະ​ເອົາໃຈໃສ່​ສິ່ງ​ທີ່​ສຳຄັນ​ໜ້ອຍ​ກວ່າ.

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ໃຫ້​ຊອກ​ປຶ້ມ​ວາງ​ແຜນ​ປະຈຳ​ວັນ​ທີ່​ຖື​ໄປ​ມາ​ນຳ​ໄດ້​ແລະ​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ສິ່ງ​ທີ່​ຕ້ອງ​ເຮັດ. ໃນ​ອີກ​ດ້ານ​ໜຶ່ງ ບາງ​ທີ​ໜຶ່ງ​ໃນ​ທາງ​ເລືອກ​ຕໍ່​ໄປ​ນີ້​ອາດ​ເໝາະ​ກັບ​ເຈົ້າ​ກໍ​ໄດ້.

◻ ປະຕິທິນ​ໃນ​ໂທລະສັບ​ມື​ຖື

◻ ປຶ້ມ​ຈົດ​ບັນທຶກ​ນ້ອຍໆ

◻ ປະຕິທິນ​ໃນ​ຄອມພິວເຕີ

◻ ປະຕິທິນ​ຕັ້ງ​ໂຕະ

ຂໍ້​ທ້າທາຍ​ທີ 2: ການ​ເຮັດ​ຕາມ​ຕາ​ຕະລາງ​ເວລາ

ສິ່ງ​ທີ່​ອາດ​ເປັນ​ອຸປະສັກ. ຫຼັງ​ຈາກ​ເລີກ​ໂຮງ​ຮຽນ​ເຈົ້າ​ກໍ​ມີ​ແຕ່​ຢາກ​ຜ່ອນຄາຍ​ແລະ​ເບິ່ງ​ໂທລະພາບ​ຈັກ​ບຶດ​ໜຶ່ງ. ຫຼື​ເຈົ້າ​ວາງ​ແຜນ​ຈະ​ຮຽນ​ໜັງສື​ສຳລັບ​ກຽມ​ສອບ​ເສັງ ແຕ່​ໄດ້​ຮັບ​ຂໍ້​ຄວາມ​ຊວນ​ໄປ​ເບິ່ງ​ພາບພະຍົນ. ເວລາ​ເບິ່ງ​ພາບພະຍົນ​ປ່ຽນ​ແປງ​ບໍ່​ໄດ້​ແຕ່​ສາມາດ ​ເລື່ອນ​ເວລາ​ເຮັດ​ວຽກ​ບ້ານ​ໄປ​ເປັນ​ຕອນ​ກາງຄືນ. ເຈົ້າ​ບອກ​ກັບ​ຕົວ​ເອງ​ວ່າ ‘ອີກ​ຢ່າງ​ໜຶ່ງ ເບິ່ງ​ຄື​ວ່າ​ຂ້ອຍ​ເຮັດ​ວຽກ​ໄດ້​ດີ​ກວ່າ​ພາຍ​ໃຕ້​ຄວາມ​ກົດ​ດັນ.’

ເຫດຜົນ​ທີ່​ຄວນ​ເຮັດ. ເຈົ້າ​ອາດ​ໄດ້​ຄະແນນ​ດີ​ຂຶ້ນ​ຖ້າ​ຮຽນ​ໜັງສື​ຕອນ​ຄວາມ​ຄຶດ​ແຈ່ມ​ໃສ. ນອກ​ຈາກ​ນັ້ນ ເຈົ້າ​ກໍ​ມີ​ຄວາມ​ກົດ​ດັນ​ຫຼາຍ​ພໍ​ຢູ່​ແລ້ວ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ຈຶ່ງ​ເພີ່ມ​ຄວາມ​ກົດ​ດັນ​ໂດຍ​ເລັ່ງ​ຮຽນ​ໜັງສື​ຈົນ​ຮອດ​ເດິກ​ກ່ອນ​ສອບ​ເສັງ? ເຊົ້າ​ມື້​ຕໍ່​ມາ​ຈະ​ເປັນ​ແນວ​ໃດ? ອາດ​ນອນ​ຕື່ນ​ສວຍ ເຄັ່ງ​ຕຶງ​ຫຼາຍ​ກວ່າ​ເກົ່າ ຟ້າວຟັ່ງ​ອອກ​ຈາກ​ເຮືອນ ແລະ​ອາດ​ຈະ​ໄປ​ໂຮງ​ຮຽນ​ຊ້າ.—ສຸພາສິດ 6:10, 11.

ສິ່ງ​ທີ່​ຄົນ​ໃນ​ໄວ​ດຽວ​ກັນ​ກັບ​ເຈົ້າ​ເວົ້າ. “ຂ້ອຍ​ມັກ​ເບິ່ງ​ໂທລະພາບ ຫຼິ້ນ​ກິຕ້າ ແລະ​ຢູ່​ກັບ​ໝູ່​ເພື່ອນ. ສິ່ງ​ເຫຼົ່າ​ນີ້​ບໍ່​ຜິດ ແຕ່​ບາງ​ຄັ້ງ​ມັນ​ເຮັດ​ໃຫ້​ສິ່ງ​ທີ່​ສຳຄັນ​ກວ່າ​ຕົກ​ໄປ ແລະ​ສົ່ງ​ຜົນ​ໃຫ້​ຂ້ອຍ​ຟ້າວຟັ່ງ​ໂດຍ​ບໍ່​ຈຳເປັນ.”—ທ້າວ ຈູລຽນ.

ສິ່ງ​ທີ່​ຊ່ວຍ​ເຈົ້າ​ໄດ້. ຢ່າ​ມີ​ແຕ່​ຈັດ​ຕາ​ຕະລາງ​ເວລາ​ສຳລັບ​ສິ່ງ​ທີ່​ຕ້ອງ​ເຮັດ ແຕ່​ໃຫ້​ຈັດ​ຕາ​ຕະລາງ​ເວລາ​ສຳລັບ​ສິ່ງ​ທີ່​ມັກ ​ເຮັດ​ນຳ. ຈູລຽນ​ບອກ​ວ່າ: “ງ່າຍ​ກວ່າ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຕ້ອງ​ເຮັດ ໂດຍ​ຮູ້​ວ່າ​ຂ້ອຍ​ມີ​ສິ່ງ​ທີ່​ມ່ວນ​ໃຫ້​ເຮັດ​ຕາມ​ຫຼັງ.” ຄວາມ​ຄິດ​ອີກ​ຢ່າງ​ໜຶ່ງ​ຄື​ໃຫ້​ມີ​ເປົ້າ​ໝາຍ​ທີ່​ໃຫຍ່​ແລະ​ໃຫ້​ຕັ້ງ​ເປົ້າ​ໝາຍ​ນ້ອຍໆໄປ​ພ້ອມ​ກັນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ຍັງ​ຕິດ​ຕາມ​ເປົ້າ​ໝາຍ​ນັ້ນ​ຢູ່.

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ອັນ​ໃດ​ເປັນ​ເປົ້າ​ໝາຍ​ໜຶ່ງ​ຫຼື​ສອງ​ຢ່າງ​ເຊິ່ງ​ກົງ​ກັບ​ຄວາມ​ເປັນ​ຈິງ​ທີ່​ເຈົ້າ​ສາມາດ​ບັນລຸ​ໄດ້​ພາຍ​ໃນ​ເວລາ​ຫົກ​ເດືອນ?

․․․․․

ອັນ​ໃດ​ເປັນ​ເປົ້າ​ໝາຍ​ທີ່​ກົງ​ກັບ​ຄວາມ​ເປັນ​ຈິງ​ທີ່​ສາມາດ​ບັນລຸ​ໄດ້​ພາຍ​ໃນ​ສອງ​ປີ​ຂ້າງ​ໜ້າ ແລະ​ຕ້ອງ​ເລີ່ມ​ເຮັດ​ຫຍັງ​ໃນ​ຕອນ​ນີ້​ເພື່ອ​ຈະ​ບັນລຸ​ເປົ້າ​ໝາຍ​ນັ້ນ?a

․․․․․

ຂໍ້​ທ້າທາຍ​ທີ 3: ການ​ເປັນ​ຄົນ​ສະອາດ​ແລະ​ມີ​ລະບຽບ

ສິ່ງ​ທີ່​ອາດ​ເປັນ​ອຸປະສັກ. ເຈົ້າ​ບໍ່​ແນ່​ໃຈ​ວ່າ​ການ​ເປັນ​ຄົນ​ສະອາດ​ແລະ​ມີ​ລະບຽບ​ຈະ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ຈັດ​ເວລາ​ໃຫ້​ດີ​ຂຶ້ນ. ນອກ​ຈາກ​ນັ້ນ ການ​ເປັນ​ຄົນ​ບໍ່​ມີ​ລະບຽບ​ເບິ່ງ​ຄື​ວ່າ​ງ່າຍ​ກວ່າ​ຫຼາຍ. ການ​ອະນາໄມ​ຫ້ອງ​ນອນ​ເຮັດ​ໄດ້​ໃນ​ມື້​ອື່ນ ຫຼື​ບໍ່​ຕ້ອງ​ເຮັດ​ເລີຍ​ກໍ​ໄດ້! ເຈົ້າ​ບໍ່​ມີ​ບັນຫາ​ຫຍັງ​ກັບ​ການ​ຮົກ​ຊະຊາຍ ດັ່ງ​ນັ້ນ​ມັນ​ຈຶ່ງ​ບໍ່​ເປັນ​ເລື່ອງ​ໃຫຍ່​ເລີຍ. ຫຼື​ວ່າ​ມັນ​ເປັນ ​ເລື່ອງ​ໃຫຍ່?

ເຫດຜົນ​ທີ່​ຄວນ​ເຮັດ. ການ​ຈັດ​ໃຫ້​ທຸກ​ສິ່ງ​ສະອາດ​ແລະ​ເປັນ​ລະບຽບ​ຈະ​ປະຢັດ​ເວລາ​ໃນ​ການ​ຊອກ​ຫາ​ເຄື່ອງ​ຂອງ. ການ​ເຮັດ​ແບບ​ນີ້​ຍັງ​ເຮັດ​ໃຫ້​ສະບາຍ​ໃຈ​ໄດ້​ຫຼາຍ.—1 ໂກລິນໂທ 14:40.

ສິ່ງ​ທີ່​ຄົນ​ໃນ​ໄວ​ດຽວ​ກັນ​ກັບ​ເຈົ້າ​ເວົ້າ. “ບາງ​ຄັ້ງ​ເມື່ອ​ຂ້ອຍ​ບໍ່​ມີ​ເວລາ​ມ້ຽນ​ເຄື່ອງ​ນຸ່ງ ສິ່ງ​ຂອງ​ທີ່​ຕ້ອງການ​ກໍ​ມັກ​ເສຍ​ຢູ່​ໃນ​ກອງ​ເຄື່ອງ​ນຸ່ງ​ນັ້ນ!”—ນາງ ແມນດີ້.

“ຂ້ອຍ​ຊອກ​ກະເປົ໋າ​ເງິນ​ບໍ່​ເຫັນ​ເປັນ​ອາທິດ. ຂ້ອຍ​ຮູ້ສຶກ​ເຄັ່ງ​ຕຶງ​ໃນ​ເລື່ອງ​ນັ້ນ. ໃນ​ທີ່​ສຸດ​ກໍ​ເຫັນ​ກະເປົ໋າ​ເງິນ​ເມື່ອ​ມ້ຽນ​ຫ້ອງ​ນອນ.”—ທ້າວ ແຟັງ.

ສິ່ງ​ທີ່​ຊ່ວຍ​ເຈົ້າ​ໄດ້. ພະຍາຍາມ​ມ້ຽນ​ເຄື່ອງ​ຄືນ​ໃນ​ບ່ອນ​ຂອງ​ມັນ​ທັນທີ​ທີ່​ເຮັດ​ໄດ້. ໃຫ້​ມ້ຽນ​ເຄື່ອງ​ເປັນ​ປະຈຳ​ແທນ​ທີ່​ຈະ​ຖ້າ​ຈົນ​ກວ່າ​ເຄື່ອງ​ຮົກ​ຊະຊາຍ.

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ພະຍາຍາມ​ສ້າງ​ນິດໄສ​ເລື່ອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຮັກສາ​ທຸກ​ສິ່ງ​ໃຫ້​ເປັນ​ລະບຽບ​ແລະ​ໃຫ້​ເບິ່ງ​ດູ​ວ່າ​ຊີວິດ​ຈະ​ງ່າຍ​ຂຶ້ນ​ບໍ.

ເວລາ​ເປັນ​ສິ່ງ​ທີ່​ມີ​ຄ່າ​ທີ່​ເຈົ້າ ໝູ່​ໄວ​ດຽວ​ກັນ​ກັບ​ເຈົ້າ ແລະ​ພໍ່​ແມ່​ຂອງ​ເຈົ້າ​ມີ​ຈຳນວນ​ເທົ່າ​ກັນ​ໃນ​ແຕ່​ລະ​ມື້. ຖ້າ​ເຈົ້າ​ສູນ​ເສຍ​ສິ່ງ​ທີ່​ມີ​ຄ່າ​ນີ້ ເຈົ້າ​ຈະ​ມີ​ບັນຫາ. ແຕ່​ຖ້າ​ຈັດ​ເວລາ​ຢ່າງ​ສຸຂຸມ ເຈົ້າ​ຈະ​ເກັບ​ກ່ຽວ​ລາງວັນ. ການ​ເລືອກ​ແມ່ນ​ຂຶ້ນ​ກັບ​ເຈົ້າ.

ໃນ​ບົດ​ຕໍ່​ໄປ

ເຈົ້າ​ເປັນ​ລູກ​ທີ່​ມີ​ພໍ່​ແມ່​ເປັນ​ຄົນ​ຍ້າຍ​ຖິ່ນ​ຖານ​ບໍ? ເຈົ້າ​ຮູ້ສຶກ​ວ່າ​ເຂົ້າ​ບໍ່​ໄດ້​ກັບ​ໝູ່​ຢູ່​ໂຮງ​ຮຽນ​ແລະ​ທັງ​ກັບ​ຄົນ​ຢູ່​ເຮືອນ​ບໍ? ຂໍ​ໃຫ້​ຮຽນ​ຮູ້​ວິທີ​ທີ່​ຈະ​ປ່ຽນ​ສະພາບການ​ຂອງ​ເຈົ້າ​ໃຫ້​ເປັນ​ປະໂຫຍດ​ຕໍ່​ເຈົ້າ.

[ຂໍ້​ຄວາມ​ໄຂ​ເງື່ອນ]

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ບົດ​ທີ 39 ຂອງ​ປຶ້ມ​ຫົວ​ນີ້.

ຂໍ້​ພະ​ຄຳພີ​ຫຼັກ

“ໃຫ້​ທ່ານ​ທັງ​ຫຼາຍ​ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.”—ຟີລິບ 1:10, ລ.ມ.

ຄຳ​ແນະນຳ

ຢ່າ​ພະຍາຍາມ​ໃຊ້​ຄຳ​ແນະນຳ​ໃນ​ບົດ​ນີ້​ບາດ​ດຽວ​ທັງ​ໝົດ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ໃນ​ລະຫວ່າງ​ເດືອນ​ໜ້າ​ໃຫ້​ໃຊ້​ພຽງ​ຄຳ​ແນະນຳ​ດຽວ​ໃນ​ຈຳນວນ​ຄຳ​ແນະ​ນຳ​ເຫຼົ່າ​ນັ້ນ. ເມື່ອ​ຊຳນານ​ໃນ​ທັກສະ​ນັ້ນ ໃຫ້​ເລືອກ​ເຮັດ​ຕາມ​ຄຳ​ແນະ​ນຳ​ອື່ນ.

ເຈົ້າ​ຮູ້​ບໍ . . .?

ການ​ຈັດ​ເວລາ​ເຮັດ​ຫຼາຍໆສິ່ງ​ໃນ​ແຕ່​ລະ​ມື້​ຈະ​ພາ​ໃຫ້​ກົດ​ດັນ. ຖ້າ​ຈັດ​ລຳດັບ​ຄວາມ​ສຳຄັນ ເຈົ້າ​ຈະ​ຮູ້​ວ່າ​ສິ່ງ​ໃດ​ທີ່​ຄວນ​ເຮັດ​ແລະ​ສິ່ງ​ໃດ​ທີ່​ບໍ່​ຄວນ​ເຮັດ.

ແຜນ​ພາກ​ປະຕິບັດ!

ກິດຈະກຳ​ທີ່​ຂ້ອຍ​ສາມາດ​ໃຊ້​ເວລາ​ນຳ​ໜ້ອຍ​ກວ່າ​ແມ່ນ ․․․․․

ຂ້ອຍ​ຈະ​ໃຊ້​ເວລາ​ທີ່​ຈະ​ໄດ້​ຕື່ມ​ອີກ​ເພື່ອ​ເຮັດ​ສິ່ງ​ຕໍ່​ໄປ​ນີ້ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ການ​ຮຽນ​ຮູ້​ທີ່​ຈະ​ເຮັດ​ຕາ​ຕະລາງ​ເວລາ​ເອົາ​ເອງ​ໃນ​ຕອນ​ນີ້​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ປະຕິບັດ​ຕາມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆເມື່ອ​ຢູ່​ດ້ວຍ​ຕົວ​ເອງ​ໃນ​ອະນາຄົດ?

• ບົດຮຽນ​ອັນ​ໃດ​ກ່ຽວ​ກັບ​ການ​ຈັດ​ເວລາ​ທີ່​ເຈົ້າ​ສາມາດ​ຮຽນ​ໄດ້​ຈາກ​ພໍ່​ແມ່?

• ຖ້າ​ເຈົ້າ​ໃຊ້​ຕາ​ຕະລາງ​ເວລາ​ຢູ່​ແລ້ວ ເຈົ້າ​ອາດ​ຕ້ອງ​ປັບ​ປຸງ​ອັນ​ໃດ​ແດ່​ເພື່ອ​ໃຫ້​ເກີດ​ຜົນ​ຫຼາຍ​ກວ່າ​ເກົ່າ?

[ຈຸດເດັ່ນໜ້າ 154]

“ຂ້ອຍ​ໄດ້​ຍິນ​ບາງ​ຄົນ​ເວົ້າ​ຕະຫຼົກ​ວ່າ​ຖ້າ​ຕ້ອງການ​ໃຫ້​ຂ້ອຍ​ໄປ​ຫາ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ເວລາ​ສີ່​ໂມງ​ແລງ ກໍ​ຄວນ​ບອກ​ໃຫ້​ຂ້ອຍ​ໄປ​ບ່ອນ​ນັ້ນ​ຕອນ​ສາມ​ໂມງ​ແລງ. ນັ້ນ​ເປັນ​ຕອນ​ທີ່​ຂ້ອຍ​ສຳນຶກ​ວ່າ​ຈຳເປັນ​ຕ້ອງ​ບໍລິຫານ​ເວລາ​ໃຫ້​ດີ​ຂຶ້ນ.”—ທ້າວ ຣິກກີ

[ກອບໜ້າ 155]

ເວລາ​ຂອງ​ຂ້ອຍ​ເສຍ​ໄປ​ໃສ?

ໂດຍ​ທົ່ວໄປ​ແລ້ວ​ໃນ​ເວລາ​ໜຶ່ງ​ອາທິດ ຄົນ​ໄວ​ໜຸ່ມ​ອາຍຸ​ລະຫວ່າງ 8 ປີ ຫາ 18 ປີ​ໃຊ້​ເວລາ​ດັ່ງ​ນີ້

17 ຊົ່ວ​ໂມງ

ກັບ​ພໍ່​ແມ່

30 ຊົ່ວ​ໂມງ

ຢູ່​ໂຮງ​ຮຽນ

44 ຊົ່ວ​ໂມງ

ເບິ່ງ​ໂທລະພາບ ຫຼິ້ນ​ວິດີໂອ​ເກມ ສົ່ງ​ຕອບ​ຂໍ້​ຄວາມ​ທັນທີ​ໂລດ ແລະ​ຟັງ​ເພງ

ໃຫ້​ນັບ​ຈຳນວນ​ຊົ່ວ​ໂມງ​ທີ່​ໃຊ້​ໃນ​ແຕ່​ລະ​ອາທິດ

ເບິ່ງ​ໂທລະພາບ ․․․․․

ຫຼິ້ນ​ວິດີໂອ​ເກມ ․․․․․

ໃຊ້​ອິນເຕີເນັດ ․․․․․

ຟັງ​ເພງ ․․․․․

ລວມ ․․․․․

ມີ​ຫຼາຍ​ຊົ່ວ​ໂມງ​ທີ່​ຂ້ອຍ​ຍາດ​ມາ​ໄດ້​ຈາກ​ສິ່ງ​ທີ່​ບໍ່​ສຳຄັນ​ປານ​ໃດ​ເພື່ອ​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ ․․․․․

[ຮູບ​ພາບ​ໜ້າ 153]

ເວລາ​ເປັນ​ຄື​ມ້າ​ທີ່​ດຸ​ເດືອດ ເຈົ້າ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຄວບຄຸມ​ມັນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌