ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 36 ໜ້າ 259-264
  • ຂ້ອຍ​ຕິດ​ອຸປະກອນ​ເອເລັກໂຕຣນິກ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຕິດ​ອຸປະກອນ​ເອເລັກໂຕຣນິກ​ບໍ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ທົດ​ສອບ​ຕົວ​ເອງ—‘ຂ້ອຍ​ເປັນ​ຄົນ​ຕິດ​ອຸປະກອນ​ເອເລັກໂຕຣນິກ​ບໍ?’
  • ວິທີ​ໃຊ້​ທີ່​ສົມດຸນ
  • ເວລາ​ຫວ່າງ​ຂອງ​ເຈົ້າ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຂ້ອຍ​ຄວນ​ຫຼິ້ນ​ເກມ​ເອເລັກໂຕຣນິກ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຂ້ອຍ​ຈະ​ຈັດ​ເວລາ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຄຳຖາມ​ທີ່​ພໍ່​ແມ່​ຖາມ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 36 ໜ້າ 259-264

ບົດ​ທີ 36

ຂ້ອຍ​ຕິດ​ອຸປະກອນ​ເອເລັກໂຕຣນິກ​ບໍ?

“ຂ້ອຍ​ມັກ​ສົ່ງ​ຂໍ້​ຄວາມ​ເອົາ​ແທ້​ເອົາ​ວ່າ! ຂ້ອຍ​ຄິດ​ວ່າ​ເປັນ​ສິ່ງ​ຄັກ​ທີ່​ສຸດ​ທີ່​ເຄີຍ​ມີ. ເຈົ້າ​ຄົງ​ເດົາ​ໄດ້​ວ່າ​ມັນ​ຄວບຄຸມ​ຊີວິດ​ຂ້ອຍ​ໄວ້​ແລ້ວ.”—ທ້າວ ອາລັນ.

ໃນ​ສະໄໝ​ທີ່​ພໍ່​ແມ່​ເປັນ​ໄວຮຸ່ນ ໂທລະພາບ​ແລະ​ວິທະຍຸ​ຖື​ວ່າ​ເປັນ​ອຸປະກອນ​ເອເລັກໂຕຣນິກ​ທີ່​ຫຼັກໆ. ສະໄໝ​ນັ້ນ ໂທລະສັບ​ກໍ​ເປັນ​ພຽງ​ແຕ່​ໂທລະສັບ ຄື​ໃຊ້​ເວົ້າ​ລົມ​ກັນ​ເທົ່າ​ນັ້ນ ແລະ​ຕ້ອງ​ເກາະ​ຕິດ​ໃສ່​ຝາ. ຟັງ​ເບິ່ງ​ຄື​ວ່າ​ຫຼ້າ​ສະໄໝ​ຫຼາຍ​ບໍ? ຍິງ​ສາວ​ຊື່​ແອນ​ນາ​ຄົງ​ຈະ​ຄິດ​ແບບ​ນັ້ນ. ແອນ​ນາ​ເວົ້າ​ວ່າ: “ພໍ່​ແມ່​ເຕີບ​ໃຫຍ່​ຂຶ້ນ​ມາ​ໃນ​ຍຸກ​ມືດ​ທາງ​ດ້ານ​ເຕັກໂນໂລຊີ. ພໍ່​ແມ່​ຫາ​ກໍ​ຮູ້​ວິທີ​ທີ່​ຈະ​ໃຊ້​ປະໂຫຍດ​ບາງ​ຢ່າງ​ຈາກ​ໂທລະສັບ​ມື​ຖື​ຂອງ​ຕົນ​ເອງ!”

ປັດຈຸບັນ​ນີ້ ເຈົ້າ​ສາມາດ​ຮັບ​ສາຍ​ໂທລະສັບ ຟັງ​ເພງ ຊົມ​ການ​ສະແດງ ຫຼິ້ນ​ເກມ ສົ່ງ​ອີເມວ​ໃຫ້​ໝູ່​ເພື່ອນ ຖ່າຍ​ຮູບ ແລະ​ຫຼິ້ນ​ອິນເຕີເນັດ ໂດຍ​ໃຊ້​ອຸປະກອນ​ຢ່າງ​ດຽວ​ທີ່​ຖື​ໄປ​ມາ​ໃນ​ກະເປົ໋າ​ໄດ້. ເນື່ອງ​ຈາກ​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ຄອມພິວເຕີ ໂທລະສັບ​ມື​ຖື ໂທລະພາບ ແລະ​ອິນເຕີເນັດ ເຈົ້າ​ອາດ​ຄິດ​ວ່າ​ການ​ໃຊ້​ອຸປະກອນ​ເຫຼົ່າ​ນີ້​ຕະຫຼອດ​ເວລາ​ບໍ່​ມີ​ຜົນ​ເສຍຫາຍ​ອັນ​ໃດ. ແຕ່​ພໍ່​ແມ່​ອາດ​ຄິດ​ວ່າ​ເຈົ້າ​ຕິດ​ສິ່ງ​ເຫຼົ່າ​ນີ້. ຖ້າ​ພໍ່​ແມ່​ເຕືອນ​ດ້ວຍ​ຄວາມ​ເປັນ​ຫ່ວງ ຢ່າ​ເມີນ​ເສີຍ​ຕໍ່​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ໂດຍ​ຄິດ​ວ່າ​ພວກ​ເພິ່ນ​ບໍ່​ທັນ​ສະໄໝ. ກະສັດ​ຊາໂລໂມນ​ຜູ້​ສະຫຼາດ​ສຸຂຸມ​ເວົ້າ​ວ່າ: “ຕອບ​ຄວາມ​ກ່ອນ​ໄດ້​ຍິນ​ກໍ​ເປັນ​ການ​ບ້າ.”—ສຸພາສິດ 18:13.

ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ເປັນ​ຫ່ວງ​ເລື່ອງ​ນີ້? ຈົ່ງ​ເຮັດ​ບົດ​ທົດ​ສອບ​ຕໍ່​ໄປ​ນີ້​ແລ້ວ​ເບິ່ງ​ວ່າ​ເຈົ້າ​ມີ​ທ່າ​ອ່ຽງ​ຕິດ​ອຸປະກອນ​ເອເລັກໂຕຣນິກ​ບາງ​ຮູບ​ແບບ​ຫຼື​ບໍ່.

ທົດ​ສອບ​ຕົວ​ເອງ—‘ຂ້ອຍ​ເປັນ​ຄົນ​ຕິດ​ອຸປະກອນ​ເອເລັກໂຕຣນິກ​ບໍ?’

ປຶ້ມ​ກ່ຽວ​ກັບ​ຄວາມ​ຮູ້​ອ້ອມ​ຕົວ​ເຫຼັ້ມ​ໜຶ່ງ​ນິຍາມ​ການ​ຕິດ​ວ່າ​ເປັນ “ພຶດຕິກຳ​ກາຍ​ຂອບ​ເຂດ​ທີ່​ເຮັດ​ເປັນ​ນິດໄສ​ເຊິ່ງ​ຄົນ​ນັ້ນ​ເຊົາ​ບໍ່​ໄດ້​ຫຼື​ເຕັມ​ໃຈ​ທີ່​ຈະ​ບໍ່​ເຊົາ ເຖິງ​ແມ່ນ​ວ່າ​ຈະ​ມີ​ຜົນ​ເສຍຫາຍ​ຕິດ​ຕາມ​ມາ.” ໃຫ້​ເຮົາ​ມາ​ພິຈາລະນາ​ຄຳ​ນິຍາມ​ນີ້​ເປັນ​ສ່ວນໆຂ້າງ​ລຸ່ມ. ອ່ານ​ຄຳ​ເວົ້າ​ທີ່​ຍົກ​ຂຶ້ນ​ມາ ແລະ​ເບິ່ງ​ວ່າ​ເຈົ້າ​ເອງ​ໄດ້​ເວົ້າ​ຫຼື​ໄດ້​ເຮັດ​ສິ່ງ​ທີ່​ຄ້າຍໆກັນ​ນັ້ນ​ຫຼື​ບໍ່. ຈາກ​ນັ້ນ​ໃຫ້​ຂຽນ​ຄຳຕອບ​ໃສ່​ໃນ​ບ່ອນ​ຫວ່າງ.

ພຶດຕິກຳ​ກາຍ​ຂອບ​ເຂດ. “ຂ້ອຍ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ​ຫຼິ້ນ​ເກມ​ເອເລັກໂຕຣນິກ. ເກມ​ເຫຼົ່າ​ນັ້ນ​ຍາດ​ເອົາ​ເວລາ​ນອນ​ໄປ ແລະ​ເມື່ອ​ເວົ້າ​ລົມ​ກັບ​ຄົນ​ອື່ນ​ຂ້ອຍ​ກໍ​ມີ​ແຕ່​ຢາກ​ເວົ້າ​ລົມ​ໃນ​ເລື່ອງ​ນີ້. ຂ້ອຍ​ແຍກ​ອອກ​ຈາກ​ຄອບຄົວ​ແລະ​ຫຼົງ​ໄປ​ຢູ່​ໃນ​ໂລກ​ຂອງ​ການ​ຈິນຕະນາການ​ກ່ຽວ​ກັບ​ເກມ​ຕ່າງໆທີ່​ຫຼິ້ນ.”—ທ້າວ ແອນດຣູ.

ເຈົ້າ​ຄິດ​ວ່າ​ຄວນ​ໃຊ້​ເວລາ​ຫຼິ້ນ​ກັບ​ອຸປະກອນ​ເອເລັກໂຕຣນິກ​ມື້​ລະ​ຈັກ​ຊົ່ວ​ໂມງ​ຈຶ່ງ​ຈະ​ຖື​ວ່າ​ສົມ​ເຫດ​ສົມ​ຜົນ? ․․․․․

ພໍ່​ແມ່​ຄິດ​ວ່າ​ເຈົ້າ​ຄວນ​ໃຊ້​ເວລາ​ຫຼາຍ​ສ່ຳ​ໃດ? ․․․․․

ເຈົ້າ​ໃຊ້​ເວລາ​ສົ່ງ​ຂໍ້​ຄວາມ ເບິ່ງ​ໂທລະພາບ ເອົາ​ຮູບ​ພາບ​ໄປ​ໃສ່​ໃນ​ເວັບໄຊ​ແລະ​ສະແດງ​ຄຳ​ຄິດ​ຄຳ​ເຫັນ​ໃນ​ເວັບໄຊ ຫຼິ້ນ​ເກມ​ເອເລັກໂຕຣນິກ ແລະ​ອື່ນໆອີກ ລວມ​ທັງ​ໝົດ ​ຈັກ​ຊົ່ວ​ໂມງ? ․․․․․

ຫຼັງ​ຈາກ​ທີ່​ເບິ່ງ​ຄຳຕອບ​ຢູ່​ຂ້າງ​ເທິງ​ແລ້ວ ເຈົ້າ​ຄິດ​ວ່າ​ເຈົ້າ​ໃຊ້​ເວລາ​ກັບ​ອຸປະກອນ​ເອເລັກໂຕຣນິກ​ກາຍ​ຂອບ​ເຂດ​ບໍ?

◻ ແມ່ນ ◻ ບໍ່​ແມ່ນ

ເຊົາ​ບໍ່​ໄດ້​ຫຼື​ເຕັມ​ໃຈ​ທີ່​ຈະ​ບໍ່​ເຊົາ. “ພໍ່​ແມ່​ເຫັນ​ຂ້ອຍ​ສົ່ງ​ຂໍ້​ຄວາມ​ຕະຫຼອດ​ເວລາ​ແລະ​ບອກ​ວ່າ​ຂ້ອຍ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ກັບ​ມັນ. ແຕ່​ເມື່ອ​ສົມ​ທຽບ​ກັບ​ຄົນ​ໃນ​ໄວ​ດຽວ​ກັນ ຂ້ອຍ​ສົ່ງ​ຂໍ້​ຄວາມ​ໜ້ອຍ​ກວ່າ. ຂ້ອຍ​ໝາຍ​ຄວາມ​ວ່າ ຖ້າ​ສົມ​ທຽບ​ກັບ​ພໍ່​ແມ່ ແນ່ນອນ​ວ່າ​ຂ້ອຍ​ສົ່ງ​ຂໍ້​ຄວາມ​ຫຼາຍ​ກວ່າ​ພວກ​ເພິ່ນ. ແຕ່​ມັນ​ເປັນ​ຄື​ກັບ​ການ​ສົມ​ທຽບ​ໝາກ​ແອັບເປິນ​ກັບ​ໝາກ​ກ້ຽງ ນັ້ນ​ຄື​ພໍ່​ແມ່​ອາຍຸ 40 ປີ ແລະ​ຂ້ອຍ​ອາຍຸ 15 ປີ.”—ທ້າວ ອາເລນ.

ພໍ່​ແມ່​ຫຼື​ໝູ່​ເວົ້າ​ບໍ​ວ່າ​ເຈົ້າ​ໃຊ້​ເວລາ​ຫຼາຍ​ໂພດ​ກັບ​ອຸປະກອນ​ເອເລັກໂຕຣນິກ?

◻ ແມ່ນ ◻ ບໍ່​ແມ່ນ

ເຈົ້າ​ເອງ​ບໍ່​ເຕັມ​ໃຈ​ຫຼື​ບໍ່​ສາມາດ​ຄວບຄຸມ​ການ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ປະເພດ​ນີ້​ບໍ?

◻ ແມ່ນ ◻ ບໍ່​ແມ່ນ

ຜົນ​ເສຍຫາຍ​ຕິດ​ຕາມ​ມາ. “ໝູ່​ຂອງ​ຂ້ອຍ​ສົ່ງ​ຂໍ້​ຄວາມ​ຕະຫຼອດ​ເວລາ​ແມ່ນ​ແຕ່​ຕອນ​ທີ່​ກຳລັງ​ຂັບ​ລົດ. ນັ້ນ​ບໍ່​ປອດໄພ​ເລີຍ!”—ນາງ ຈູເລຍ.

“ຕອນ​ທີ່​ໄດ້​ໂທລະສັບ​ເປັນ​ຄັ້ງ​ທຳອິດ ຂ້ອຍ​ມັກ​ຈະ​ໂທ​ຫຼື​ສົ່ງ​ຂໍ້​ຄວາມ​ໄປ​ຫາ​ຄົນ​ອື່ນ​ຕະຫຼອດ. ຂ້ອຍ​ເກືອບ​ບໍ່​ໄດ້​ເຮັດ​ແນວ​ອື່ນ​ເລີຍ. ມັນ​ທຳລາຍ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ຄອບຄົວ​ແລະ​ແມ່ນ​ແຕ່​ກັບ​ໝູ່​ບາງ​ຄົນ. ຕອນ​ນີ້​ຂ້ອຍ​ສັງເກດ​ວ່າ​ເວລາ​ອອກ​ໄປ​ຫຼິ້ນ​ນຳ​ໝູ່​ຫຼື​ເວົ້າ​ລົມ​ກັບ​ເຂົາ​ເຈົ້າ ເຂົາ​ເຈົ້າ​ມັກ​ຈະ​ເວົ້າ​ແຊກ​ຂຶ້ນ​ມາ​ວ່າ: ‘ບຶດ​ດຽວໆ ຂ້ອຍ​ຕ້ອງ​ຕອບ​ຂໍ້​ຄວາມ​ກ່ອນ.’ ນັ້ນ​ກໍ​ເປັນ​ເຫດຜົນ​ໜຶ່ງ​ທີ່​ຂ້ອຍ​ບໍ່​ສະໜິດ​ກັບ​ໝູ່​ເຫຼົ່າ​ນັ້ນ.”—ນາງ ເຊີລີ.

ເຈົ້າ​ເຄີຍ​ອ່ານ​ຫຼື​ສົ່ງ​ຂໍ້​ຄວາມ​ເມື່ອ​ກຳລັງ​ຂັບ​ລົດ ເມື່ອ​ຢູ່​ໃນ​ຫ້ອງ​ຮຽນ ຫຼື​ເມື່ອ​ຢູ່​ໃນ​ການ​ປະຊຸມ​ຂອງ​ຄລິດສະຕຽນ​ບໍ?

◻ ເຄີຍ ◻ ບໍ່​ເຄີຍ

ເມື່ອ​ເວົ້າ​ລົມ​ກັບ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ເພື່ອນ ເຈົ້າ​ຂັດ​ຈັງຫວະ​ເຂົາ​ເຈົ້າ​ບໍ​ດ້ວຍ​ການ​ຕອບ​ອີເມວ ຮັບ​ໂທລະສັບ ຫຼື​ສົ່ງ​ຂໍ້​ຄວາມ?

◻ ແມ່ນ ◻ ບໍ່​ແມ່ນ

ການ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ຍາດ​ເອົາ​ເວລາ​ນອນ​ຫຼື​ລົບກວນ​ການ​ຮຽນ​ໜັງສື​ຂອງ​ເຈົ້າ​ບໍ?

◻ ແມ່ນ ◻ ບໍ່​ແມ່ນ

ເຈົ້າ​ເຫັນ​ຄວາມ​ຈຳເປັນ​ທີ່​ຈະ​ເຮັດ​ການ​ປ່ຽນ​ແປງ​ບໍ? ຖ້າ​ແມ່ນ ຂໍ​ໃຫ້​ພິຈາລະນາ​ຄຳ​ແນະນຳ​ຕໍ່​ໄປ​ນີ້.

ວິທີ​ໃຊ້​ທີ່​ສົມດຸນ

ຖ້າ​ເຈົ້າ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ບາງ​ປະເພດ ບໍ່​ວ່າ​ຈະ​ເປັນ​ຄອມພິວເຕີ ໂທລະສັບ​ມື​ຖື ຫຼື​ອຸປະກອນ​ອື່ນໆ ຂໍ​ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ສີ່​ຂໍ້​ທາງ​ລຸ່ມ​ນີ້. ການ​ໃຊ້​ຄຳ​ແນະນຳ​ທີ່​ໄດ້​ຈາກ​ຄຳພີ​ໄບເບິນ​ເປັນ​ຫຼັກ​ແລະ​ປະຕິບັດ​ຕາມ​ການ​ຊີ້​ນຳ​ງ່າຍໆທີ່​ວ່າ ອັນ​ໃດ​ຄວນ​ເຮັດ​ແລະ​ອັນ​ໃດ​ບໍ່​ຄວນ​ເຮັດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ປອດໄພ​ແລະ​ຄວບຄຸມ​ອຸປະກອນ​ເຫຼົ່າ​ນັ້ນ​ໄດ້.

• ເນື້ອ​ໃນ​ເປັນ​ແນວ​ໃດ? “ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ສັດ​ຊື່ [“ເປັນ​ຈິງ,” ລ.ມ.] ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ທີ່​ນັບຖື ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ຊອບທຳ ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ບໍລິສຸດ ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ທີ່​ຮັກ ສິ່ງ​ທັງ​ຫຼາຍ​ທີ່​ມີ​ຊື່ສຽງ​ດີ ຖ້າ​ມີ​ການ​ດີ​ປະການ​ໃດ ແລະ​ຖ້າ​ມີ​ການ​ສັນລະເສີນ​ສິ່ງ​ໃດ ຈົ່ງ​ຄຶດ​ຢູ່​ເຖິງ​ສິ່ງ​ທັງ​ປວງ​ນັ້ນ.”—ຟີລິບ 4:8.

✔ ຄວນ ຕິດ​ຕໍ່​ສື່​ຄວາມ​ກັບ​ໝູ່​ເພື່ອນ​ແລະ​ຄອບຄົວ​ສະເໝີ ບອກ​ເລົ່າ​ຂ່າວຄາວ​ແລະ​ທັດສະນະ​ທີ່​ເສີມ​ສ້າງ.—ສຸພາສິດ 25:25; ເອເຟດ 4:29.

x ບໍ່​ຄວນ ແຜ່​ຄຳ​ຊຸບຊິບ​ນິນທາ​ທີ່​ສ້າງ​ຄວາມ​ເສຍຫາຍ ສົ່ງ​ຂໍ້​ຄວາມ​ຫຼື​ພາບ​ທີ່​ຜິດ​ສິລະທຳ ເບິ່ງ​ວິດີໂອ​ສັ້ນໆຫຼື​ລາຍການ​ໂທລະພາບ​ທີ່​ຜິດ​ສິລະທຳ.—ໂກໂລດ 3:5; 1 ເປໂຕ 4:15.

• ຂ້ອຍ​ໃຊ້​ມັນ​ເມື່ອ​ໃດ? “ມີ​ເວລາ​ກຳນົດ​ສຳລັບ​ການ​ງານ​ທຸກ​ຢ່າງ.”—ຜູ້​ເທສະໜາ​ປ່າວ​ປະກາດ 3:1.

✔ ຄວນ ກຳນົດ​ເວລາ​ວ່າ​ຄວນ​ໃຊ້​ຫຼາຍ​ສ່ຳ​ໃດ​ສຳລັບ​ການ​ໃຊ້​ໂທລະສັບ​ແລະ​ການ​ສົ່ງ​ຂໍ້​ຄວາມ ເບິ່ງ​ໂທລະພາບ ຫຼື​ຫຼິ້ນ​ເກມ.

x ບໍ່​ຄວນ ຍອມ​ໃຫ້​ອຸປະກອນ​ເອເລັກໂຕຣນິກ​ຂັດ​ຈັງຫວະ​ໃນ​ເວລາ​ທີ່​ເຈົ້າ​ຕັ້ງ​ໃຈ​ຈະ​ຢູ່​ກັບ​ໝູ່​ເພື່ອນ​ແລະ​ຄອບຄົວ ການ​ສຶກສາ ຫຼື​ເຮັດ​ກິດຈະກຳ​ເພື່ອ​ການ​ນະມັດສະການ.—ເອເຟດ 5:15-17; ຟີລິບ 2:4.

• ຂ້ອຍ​ກຳລັງ​ຄົບຫາ​ກັບ​ຜູ້​ໃດ? “ຢ່າ​ຖືກ​ລໍ້​ລວງ. ການ​ທີ່​ຈະ​ຄົບຫາ​ກັນ​ກັບ​ຄົນ​ຊົ່ວ​ນັ້ນ​ຈະ​ກະທຳ​ໃຫ້​ທຳນຽມ​ອັນ​ດີ​ກາຍ​ເປັນ​ຊົ່ວ​ໄປ​ດ້ວຍ.”—1 ໂກລິນໂທ 15:33.

✔ ຄວນ ໃຊ້​ອຸປະກອນ​ເອເລັກໂຕຣນິກ​ເພື່ອ​ເສີມ​ສ້າງ​ສາຍ​ສຳພັນ​ທີ່​ເຈົ້າ​ມີ​ກັບ​ຜູ້​ທີ່​ສະໜັບສະໜູນ​ເຈົ້າ​ໃຫ້​ພັດທະນາ​ນິດໄສ​ທີ່​ດີ.—ສຸພາສິດ 22:17.

x ບໍ່​ຄວນ ຫຼອກ​ຕົວ​ເອງ ເພາະ​ເຈົ້າ​ຈະ​ຮັບ​ເອົາ​ມາດຕະຖານ ພາສາ ແລະ​ວິທີ​ຄິດ​ຂອງ​ຄົນ​ທີ່​ເຈົ້າ​ເລືອກ​ຈະ​ຄົບຫາ​ນຳ​ຜ່ານ​ທາງ​ອີເມວ ຂໍ້​ຄວາມ ໂທລະພາບ ວິດີໂອ ຫຼື​ອິນເຕີເນັດ.—ສຸພາສິດ 13:20.

• ຂ້ອຍ​ໃຊ້​ເວລາ​ຫຼາຍ​ເທົ່າ​ໃດ? “ໃຫ້​ທ່ານ​ທັງ​ຫຼາຍ​ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.”—ຟີລິບ 1:10, ລ.ມ.

✔ ຄວນ ຈົດ​ບັນທຶກ​ໄວ້​ວ່າ​ເຈົ້າ​ໃຊ້​ເວລາ​ກັບ​ອຸປະກອນ​ເອເລັກໂຕຣນິກ​ຫຼາຍ​ສ່ຳ​ໃດ.

x ບໍ່​ຄວນ ເບິ່ງ​ຂ້າມ​ຄວາມ​ຄິດ​ເຫັນ​ໂດຍ​ກົງ​ຂອງ​ໝູ່​ຫຼື​ຄຳ​ແນະນຳ​ຂອງ​ພໍ່​ແມ່ ຖ້າ​ເຂົາ​ເຈົ້າ​ບອກ​ວ່າ​ເຈົ້າ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ກັບ​ອຸປະກອນ​ບາງ​ປະເພດ.—ສຸພາສິດ 26:12.

ທ້າວ​ແອນດຣູ​ທີ່​ກ່າວ​ເຖິງ​ຂ້າງ​ເທິງ​ນັ້ນ ເວົ້າ​ເຖິງ​ການ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ຢ່າງ​ສົມດຸນ​ແລະ​ສະຫລຸບ​ຢ່າງ​ດີ​ວ່າ: “ເຄື່ອງ​ເອເລັກໂຕຣນິກ​ເປັນ​ອຸປະກອນ​ທີ່​ມ່ວນ ແຕ່​ສຳລັບ​ໄລຍະ​ເວລາ​ສັ້ນໆເທົ່າ​ນັ້ນ. ຂ້ອຍ​ໄດ້​ຮຽນ​ຮູ້​ທີ່​ຈະ​ບໍ່​ຍອມ​ໃຫ້​ເຕັກໂນໂລຊີ​ແຍກ​ຂ້ອຍ​ຈາກ​ຄອບຄົວ​ແລະ​ໝູ່​ເພື່ອນ.”

ສາມາດ​ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້​ໃນ​ບົດ​ທີ 30 ຂອງ​ເຫຼັ້ມ​ທີ 2

ໃນ​ບົດ​ຕໍ່​ໄປ

ເຈົ້າ​ຈະ​ໂນ້ມນ້າວ​ພໍ່​ແມ່​ແນວ​ໃດ​ເພື່ອ​ປ່ອຍ​ໃຫ້​ເຈົ້າ​ມີ​ຄວາມ​ມ່ວນ​ຊື່ນ​ແດ່?

ຂໍ້​ພະ​ຄຳພີ​ຫຼັກ

“ຢ່າ​ເປັນ​ຄົນ​ປັນຍາ​ແກ່​ຕາ​ເອງ. ຈົ່ງ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ຈົ່ງ​ຖອຍ​ໜີ​ຈາກ​ການ​ຊົ່ວ.”—ສຸພາສິດ 3:7.

ຄຳ​ແນະນຳ

ເພື່ອ​ຄວບຄຸມ​ການ​ໃຊ້​ໂທລະສັບ​ຂອງ​ເຈົ້າ ບອກ​ໃຫ້​ໝູ່​ເພື່ອນ​ຮູ້​ວ່າ​ຖ້າ​ເຈົ້າ​ບໍ່​ໄດ້​ຕອບ​ຂໍ້​ຄວາມ ອີເມວ ຫຼື​ໂທລະສັບ​ໂດຍ​ທັນທີ ນັ້ນ​ສະແດງ​ວ່າ​ເຈົ້າ​ບໍ່​ຕ້ອງການ​ໃຫ້​ຕິດ​ຕໍ່.

ເຈົ້າ​ຮູ້​ບໍ . . .?

ຮູບ​ພາບ​ໃດໆກໍ​ຕາມ​ກ່ຽວ​ກັບ​ຕົວ​ເຈົ້າ​ຫຼື​ຄຳ​ຄິດ​ເຫັນ​ໃດໆກໍ​ຕາມ​ກ່ຽວ​ກັບ​ກິດຈະກຳ​ຕ່າງໆທີ່​ເຈົ້າ​ເຮັດ​ເຊິ່ງ​ລົງ​ໃນ​ເວັບໄຊ​ໃນ​ຕອນ​ນີ້ ຜູ້​ທີ່​ອາດ​ຈະ​ເປັນ​ນາຍ​ຈ້າງ​ໃນ​ອະນາຄົດ​ແລະ​ຄົນ​ອື່ນໆອາດ​ຈະ​ຍັງ​ເຂົ້າ​ໄປ​ເບິ່ງ​ໄດ້​ໃນ​ອີກ​ຫຼາຍ​ປີ​ນັບ​ຈາກ​ນີ້.

ແຜນ​ພາກ​ປະຕິບັດ!

ຖ້າ​ມີ​ບັນຫາ​ເລື່ອງ​ການ​ຄວບຄຸມ​ການ​ໃຊ້ ․․․․․ ຂ້ອຍ​ຈະ​ແກ້​ບັນຫາ​ໂດຍ​ໃຊ້​ເວລາ​ພຽງ​ແຕ່ ․․․․․ ຕໍ່​ອາທິດ​ໃນ​ການ​ໃຊ້​ເຄື່ອງ​ສື່ສານ​ປະເພດ​ນີ້.

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເປັນ​ຫຍັງ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຫັນ​ວ່າ​ຕົນ​ເອງ​ຕິດ​ອຸປະກອນ​ເອເລັກໂຕຣນິກ​ບາງ​ປະເພດ?

• ອັນ​ໃດ​ອາດ​ເກີດ​ຂຶ້ນ​ຖ້າ​ເຈົ້າ​ບໍ່​ໄດ້​ຄວບຄຸມ​ການ​ໃຊ້​ອຸປະກອນ​ເອເລັກໂຕຣນິກ?

[ຈຸດເດັ່ນໜ້າ 262]

“ຫຼາຍ​ສິ່ງ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ນິດໄສ​ຕິດ​ໂທລະພາບ. ຂ້ອຍ​ບັງຄັບ​ຕົວ​ເອງ​ໃຫ້​ກຳນົດ​ເວລາ​ທີ່​ໃຊ້​ເບິ່ງ​ໂທລະພາບ. ຂ້ອຍ​ເວົ້າ​ລົມ​ກັບ​ແມ່​ເລື້ອຍໆກ່ຽວ​ກັບ​ບັນຫາ​ຂອງ​ຂ້ອຍ. ແລະ​ກໍ​ອະທິດຖານ​ຫຼາຍ​ເຊັ່ນ​ກັນ.”—ນາງ ເຄັດລິນ

[ຮູບ​ພາບ​ໜ້າ 263]

ເຈົ້າ​ຄວບຄຸມ​ອຸປະກອນ​ເອເລັກໂຕຣນິກ​ຫຼື​ປ່ອຍ​ໃຫ້​ມັນ​ຄວບຄຸມ​ເຈົ້າ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌