ບົດທີ 16
ຜູ້ຊ່ວຍງານຮັບໃຊ້ມີໜ້າທີ່ຫຍັງ?
ມຽນມາ
ລາຍການໜຶ່ງຂອງການປະຊຸມ
ການປະຊຸມກ່ອນອອກປະກາດ
ການບຳລຸງຮັກສາຫໍປະຊຸມ
ຄຳພີໄບເບິນເວົ້າເຖິງຊາຍຄລິດສະຕຽນສອງກຸ່ມທີ່ເອົາໃຈໃສ່ໜ້າທີ່ຮັບຜິດຊອບໃນປະຊາຄົມ ນັ້ນຄື “ຜູ້ຮັກສາເບິ່ງແລະ . . . ຜູ້ບົວລະບັດ [ຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້].” (ຟີລິບ 1:1) ຕາມປົກກະຕິແລ້ວ ມີຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້ຫຼາຍຄົນທີ່ຮັບໃຊ້ໃນແຕ່ລະປະຊາຄົມ. ຜູ້ຊ່ວຍງານຮັບໃຊ້ເຮັດວຽກອັນໃດແດ່ເພື່ອປະໂຫຍດຂອງພວກເຮົາ?
ເຂົາເຈົ້າຊ່ວຍເຫຼືອຄະນະຜູ້ເຖົ້າແກ່. ຜູ້ຊ່ວຍງານຮັບໃຊ້ບາງຄົນເປັນຄົນໜຸ່ມແລະສ່ວນບາງຄົນເປັນຄົນສູງອາຍຸ ເຊິ່ງເປັນຜູ້ຊາຍທີ່ມີສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາ ໄວ້ວາງໃຈໄດ້ ແລະມີໃຈຮູ້ຜິດຮູ້ຖືກ. ເຂົາເຈົ້າຮັບຜິດຊອບຕໍ່ວຽກອື່ນ ໆ ທີ່ສຳຄັນເຊິ່ງເປັນວຽກປະຈຳຂອງປະຊາຄົມແລະວຽກກ່ຽວກັບຫໍປະຊຸມ. ນີ້ເປັນການເປີດໂອກາດໃຫ້ຜູ້ເຖົ້າແກ່ສຸມໃຈໃສ່ຄວາມຮັບຜິດຊອບໃນການສອນແລະການບຳລຸງລ້ຽງ.
ເຂົາເຈົ້າໃຫ້ການຮັບໃຊ້ທີ່ຈຳເປັນ. ຜູ້ຊ່ວຍງານຮັບໃຊ້ບາງຄົນຖືກມອບໝາຍໃຫ້ເປັນຝ່າຍຕ້ອນຮັບທຸກຄົນທີ່ເຂົ້າຮ່ວມການປະຊຸມ. ສ່ວນຄົນອື່ນ ໆ ອາດຮັບຜິດຊອບອຸປະກອນເຄື່ອງສຽງ ແຈກຢາຍໜັງສື ຮັບຜິດຊອບບັນຊີການເງິນຂອງປະຊາຄົມ ແລະມອບໝາຍເຂດປະກາດໃຫ້ສະມາຊິກໃນປະຊາຄົມ. ນອກຈາກນັ້ນ ເຂົາເຈົ້າຍັງຊ່ວຍໃນການເບິ່ງແຍງຫໍປະຊຸມ. ຜູ້ເຖົ້າແກ່ອາດຂໍໃຫ້ເຂົາເຈົ້າຊ່ວຍເຫຼືອຜູ້ສູງອາຍຸໃນປະຊາຄົມ. ຜູ້ຊ່ວຍງານຮັບໃຊ້ເຕັມໃຈເຮັດວຽກອັນໃດກໍຕາມທີ່ມອບໝາຍໃຫ້ເຂົາເຈົ້າເຮັດ ແລະປະຊາຄົມກໍນັບຖືເຂົາເຈົ້າສຳລັບວຽກໜັກແລະນ້ຳໃຈຂອງເຂົາເຈົ້າ.
ເຂົາເຈົ້າເປັນຕົວຢ່າງທີ່ດີໃນຖານະເປັນຊາຍຄລິດສະຕຽນ. ຜູ້ຊ່ວຍງານຮັບໃຊ້ຖືກເລືອກຍ້ອນຄຸນລັກສະນະທີ່ດີແບບຄລິດສະຕຽນຂອງເຂົາເຈົ້າ. ເມື່ອເຂົາເຈົ້າເຮັດສ່ວນຕ່າງ ໆ ຢູ່ການປະຊຸມ ເຂົາເຈົ້າເສີມຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງ. ໂດຍການວາງຕົວຢ່າງທີ່ດີໃນວຽກງານການປະກາດ ເຂົາເຈົ້າຊ່ວຍເຮົາໃຫ້ມີຄວາມກະຕືລືລົ້ນຫຼາຍຂຶ້ນ. ເນື່ອງຈາກເຂົາເຈົ້າຮ່ວມມືເປັນຢ່າງດີກັບຄະນະຜູ້ເຖົ້າແກ່ ເຂົາເຈົ້າພາໃຫ້ມີຄວາມຍິນດີແລະຄວາມເປັນນ້ຳໜຶ່ງໃຈດຽວກັນ. (ເອເຟດ 4:16) ໃນທີ່ສຸດ ເຂົາເຈົ້າກໍເຊັ່ນກັນອາດມີຄຸນສົມບັດທີ່ຈະຮັບໃຊ້ເປັນຜູ້ເຖົ້າແກ່.
ຜູ້ຊ່ວຍງານຮັບໃຊ້ເປັນບຸກຄົນແບບໃດ?
ຜູ້ຊ່ວຍງານຮັບໃຊ້ຊ່ວຍປະຊາຄົມແນວໃດເພື່ອໃຫ້ດຳເນີນການແບບບໍ່ຂ້ອງຄາ?