ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລປ ບົດທີ 20 ໜ້າ 209-219
  • ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ
  • ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ຖື​ວ່າ​ເປັນ “ການ​ຮັບໃຊ້​ທີ່​ສັກສິດ”
  • ວຽກ​ບັນເທົາ​ທຸກ​ທີ່​ມີ​ຈຸດ​ປະສົງ​ຊັດເຈນ
  • ຜົນ​ປະໂຫຍດ​ທີ່​ຖາວອນ​ຈາກ​ວຽກ​ບັນເທົາ​ທຸກ
  • ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ແນວ​ໃດ?
  • ວິທີຊ່ວຍເຫຼືອຫຼັງໄພພິບັດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ຕອນ 6: ການ​ສະໜັບສະໜູນ​ລາຊະອານາຈັກ—ການ​ສ້າງ​ສະຖານ​ທີ່​ນະມັດສະການ​ພະເຈົ້າ​ແລະ​ວຽກ​ບັນເທົາ​ທຸກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ວຽກບັນເທົາທຸກຂອງເຮົາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເຮົາ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ແນວ​ໃດ​ໃນ​ຍາມ​ຍາກ​ລຳບາກ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ເບິ່ງຕື່ມ
ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ລປ ບົດທີ 20 ໜ້າ 209-219

ບົດ​ທີ 20

ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ຄວາມ​ຮັກ​ທີ່​ພີ່​ນ້ອງ​ຄລິດສະຕຽນ​ມີ​ໃຫ້​ກັນ​ໃນ​ຍາມ​ທີ່​ເກີດ​ໄພ​ພິບັດ

1, 2. (ກ) ຄລິດສະຕຽນ​ໃນ​ແຂວງ​ຢູເດ​ປະສົບ​ກັບ​ບັນຫາ​ອັນ​ໃດ? (ຂ) ຄລິດສະຕຽນ​ໃນ​ແຂວງ​ຢູເດ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ໃນ​ເລື່ອງ​ຫຍັງ?

ປະມານ​ປີ ຄ.ສ. 46 ໃນ​ແຂວງ​ຢູເດ​ໄດ້​ເກີດ​ການ​ຂາດແຄນ​ອາຫານ​ຢ່າງ​ໜັກ. ອາຫານ​ມີ​ໜ້ອຍ​ແລະ​ລາຄາ​ກໍ​ແພງ​ຫຼາຍ​ຈົນ​ລູກ​ສິດ​ຂອງ​ພະ​ຄລິດ​ທີ່​ເປັນ​ຊາວ​ຢິວ​ໃນ​ແຂວງ​ນີ້​ບໍ່​ມີ​ເງິນ​ທີ່​ຈະ​ຊື້. ເຂົາ​ເຈົ້າ​ຈຶ່ງ​ຫິວ​ແລະ​ຕ້ອງ​ທົນ​ກັບ​ຄວາມ​ອຶດຢາກ ແຕ່​ແລ້ວ​ພະ​ເຢໂຫວາ​ກໍ​ຍື່ນ​ມື​ເຂົ້າ​ມາ​ຊ່ວຍ​ເຫຼືອ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ​ໃນ​ແບບ​ທີ່​ລູກ​ສິດ​ຄົນ​ອື່ນໆບໍ່​ເຄີຍ​ໄດ້​ຮັບ​ມາ​ກ່ອນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ​ໃນ​ຕອນ​ນັ້ນ.

2 ເມື່ອ​ຮູ້​ວ່າ​ຄລິດສະຕຽນ​ຊາວ​ຢິວ​ໃນ​ເມືອງ​ເຢຣຶຊາເລມ​ແລະ​ໃນ​ແຂວງ​ຢູເດ​ກຳລັງ​ເດືອດຮ້ອນ​ຢ່າງ​ໜັກ ຄລິດສະຕຽນ​ທັງ​ຊາວ​ຢິວ​ແລະ​ຊາວ​ຕ່າງ​ຊາດ​ໃນ​ເມືອງ​ອັນຕີອົກ ແຂວງ​ຊີລີ​ໄດ້​ລວບລວມ​ເງິນ​ເພື່ອ​ຊ່ວຍ​ເພື່ອນ​ຄລິດສະຕຽນ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເລືອກ​ພີ່​ນ້ອງ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ສອງ​ຄົນ​ຄື ບານາບາ​ແລະ​ໂຊໂລ ໃຫ້​ເອົາ​ສິ່ງ​ຂອງ​ບັນເທົາ​ທຸກ​ໄປ​ມອບ​ໃຫ້​ພວກ​ຜູ້​ເຖົ້າ​ແກ່​ຂອງ​ປະຊາຄົມ​ໃນ​ເມືອງ​ເຢຣຶຊາເລມ. (ອ່ານ​ກິດຈະການ 11:27-30; 12:25) ລອງ​ນຶກ​ພາບ​ເບິ່ງ​ວ່າ ພີ່​ນ້ອງ​ໃນ​ແຂວງ​ຢູເດ​ຈະ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ສ່ຳ​ໃດ​ເມື່ອ​ເຫັນ​ພີ່​ນ້ອງ​ໃນ​ອັນຕີອົກ​ເຮັດ​ສິ່ງ​ທີ່​ສະທ້ອນ​ເຖິງ​ຄວາມ​ຮັກ​ຈາກ​ໃຈ​ຂອງ​ເຂົາ​ເຈົ້າ!

3. (ກ) ປະຊາຊົນ​ຂອງ​ພະເຈົ້າ​ໃນ​ສະໄໝ​ປັດຈຸບັນ​ຍັງ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ຄລິດສະຕຽນ​ຮຸ່ນ​ທຳອິດ​ໃນ​ເມືອງ​ອັນຕີອົກ​ແນວ​ໃດ? (ເບິ່ງ​ຂອບ “ວຽກ​ບັນເທົາ​ທຸກ​ຄັ້ງ​ໃຫຍ່​ຄັ້ງ​ທຳອິດ​ທີ່​ເຮົາ​ເຮັດ​ໃນ​ສະໄໝ​ປັດຈຸບັນ”) (ຂ) ມີ​ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ພິຈາລະນາ​ນຳ​ກັນ​ໃນ​ບົດ​ນີ້?

3 ເມື່ອ​ຫວນ​ກັບ​ໄປ​ໃນ​ສະຕະວັດ​ທຳອິດ ນີ້​ເປັນ​ເຫດການ​ທຳອິດ​ທີ່​ມີ​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ການ​ສົ່ງ​ເຄື່ອງ​ບັນເທົາ​ທຸກ​ໄປ​ຊ່ວຍ​ເພື່ອນ​ຄລິດສະຕຽນ​ທີ່​ຢູ່​ຕ່າງ​ແດນ. ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພີ່​ນ້ອງ​ໃນ​ເມືອງ​ອັນຕີອົກ​ຄື​ກັນ ເມື່ອ​ເຮົາ​ຮູ້​ວ່າ​ພີ່​ນ້ອງ​ໃນ​ບ່ອນ​ອື່ນໆປະສົບ​ໄພ​ພິບັດ​ຫຼື​ປະເຊີນ​ກັບ​ການ​ທົດລອງ​ທາງ​ດ້ານ​ຄວາມ​ເຊື່ອ ເຮົາ​ກໍ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ.a ເພື່ອ​ຈະ​ເຂົ້າ​ໃຈ​ວ່າ​ວຽກ​ບັນເທົາ​ທຸກ​ກ່ຽວ​ຂ້ອງ​ກັບ​ວຽກ​ຮັບໃຊ້​ແບບ​ອື່ນໆແນວ​ໃດ ໃຫ້​ເຮົາ​ມາ​ເບິ່ງ​ຄຳຖາມ 3 ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ນີ້​ຄື: ເປັນ​ຫຍັງ​ເຮົາ​ເບິ່ງ​ວ່າ​ວຽກ​ບັນເທົາ​ທຸກ​ເປັນ​ວຽກ​ຮັບໃຊ້​ອີກ​ຢ່າງ​ໜຶ່ງ? ຈຸດ​ປະສົງ​ຂອງ​ວຽກ​ບັນເທົາ​ທຸກ​ແມ່ນ​ຫຍັງ? ເຮົາ​ເອງ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ?

ເປັນ​ຫຍັງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ຖື​ວ່າ​ເປັນ “ການ​ຮັບໃຊ້​ທີ່​ສັກສິດ”

4. ໂປໂລ​ບອກ​ຫຍັງ​ກັບ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ກ່ຽວ​ກັບ​ວຽກ​ຮັບໃຊ້​ຂອງ​ຄລິດສະຕຽນ?

4 ໃນ​ຈົດ​ໝາຍ​ສະບັບ​ທີ 2 ທີ່​ໂປໂລ​ຂຽນ​ເຖິງ​ປະຊາຄົມ​ໂກລິນໂທ ລາວ​ອະທິບາຍ​ວ່າ​ຄລິດສະຕຽນ​ມີ​ວຽກ​ຮັບໃຊ້​ສອງ​ຢ່າງ. ເຖິງ​ວ່າ​ໂປໂລ​ຈະ​ຂຽນ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໂດຍ​ກົງ ແຕ່​ຄຳ​ແນະນຳ​ຂອງ​ລາວ​ກໍ​ໃຊ້​ກັບ “ແກະ​ອື່ນ” ຂອງ​ພະ​ຄລິດ​ໃນ​ສະໄໝ​ນີ້​ໄດ້​ຄື​ກັນ. (ໂຢ. 10:16) ວຽກ​ຮັບໃຊ້​ຢ່າງ​ໜຶ່ງ​ຂອງ​ເຮົາ​ຄື: “ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນ​ດີ​ກັບ​ພະອົງ [ພະ​ເຢໂຫວາ], ລ.ມ.” ເຊິ່ງ​ກໍ​ຄື ວຽກ​ປະກາດ​ແລະ​ວຽກ​ສອນ. (2 ໂກ. 5:18-20; 1 ຕີໂມ. 2:3-6) ສ່ວນ​ວຽກ​ຮັບໃຊ້​ອີກ​ຢ່າງ​ໜຶ່ງ​ທີ່​ໂປໂລ​ເວົ້າ​ເຖິງ​ກໍ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພີ່​ນ້ອງ ໂດຍ​ສະເພາະ​ແມ່ນ “ຊ່ວຍ​ເຫຼືອ​ບັນເທົາ​ທຸກ​ພວກ​ຜູ້​ບໍລິສຸດ” ຫຼື​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ. (2 ໂກ. 8:4, ລ.ມ.) ໃນ​ວະລີ​ທີ່​ວ່າ: ‘ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນ​ດີ​ກັບ​ພະ​ເຢໂຫວາ’ ແລະ “ຊ່ວຍ​ເຫຼືອ​ບັນເທົາ​ທຸກ​ພວກ​ຜູ້​ບໍລິສຸດ” ໃນ​ຄຳ​ວ່າ: “ວຽກ​ຮັບໃຊ້” ແລະ “ຊ່ວຍ​ເຫຼືອ” ແມ່ນ​ແປ​ມາ​ຈາກ​ຄຳ​ວ່າ​ດີ​ອາ​ໂຄ​ນີ​ອາ​ໃນ​ພາສາ​ເກັຣກ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເລື່ອງ​ນີ້​ສຳຄັນ?

5. ເປັນ​ຫຍັງ​ໂປໂລ​ຖື​ວ່າ​ວຽກ​ບັນເທົາ​ທຸກ​ເປັນ​ວຽກ​ຮັບໃຊ້​ທີ່​ສຳຄັນ?

5 ການ​ໃຊ້​ຄຳ​ພາສາ​ເກັຣກ​ຄຳ​ດຽວ​ກັນ​ສຳລັບ​ວຽກ​ຮັບໃຊ້​ທັງ​ສອງ​ຢ່າງ​ນີ້ ເທົ່າ​ກັບ​ວ່າ​ໂປໂລ​ໄດ້​ລວມ​ວຽກ​ບັນເທົາ​ທຸກ​ໄວ້​ກັບ​ວຽກ​ຮັບໃຊ້​ແບບ​ອື່ນໆໃນ​ປະຊາຄົມ​ຄລິດສະຕຽນ. ໂປໂລ​ໄດ້​ກ່າວ​ໃນ​ຕອນ​ທຳອິດ​ວ່າ: ‘ງານ​ຮັບໃຊ້​ມີ​ຫຼາຍ​ແບບ ແຕ່​ເຮັດ​ເພື່ອ​ນາຍ​ຜູ້​ດຽວ​ກັນ ການ​ງານ​ມີ​ຫຼາຍ​ຢ່າງ . . . ແຕ່​ຄວາມ​ສາມາດ​ທັງ​ໝົດ​ນີ້​ເກີດ​ຈາກ​ພະລັງ​ດຽວ​ກັນ.’ (1 ໂກ. 12:4-6, 11, ລ.ມ.) ທີ່​ຈິງ ໂປໂລ​ເວົ້າ​ເຖິງ​ວຽກ​ຮັບໃຊ້​ຕ່າງໆໃນ​ປະຊາຄົມ​ຄລິດສະຕຽນ​ວ່າ​ເປັນ “ການ​ຮັບໃຊ້​ທີ່​ສັກສິດ, ລ.ມ.”b (ໂລມ 12:1, 6-8) ບໍ່​ແປກ​ທີ່​ໂປໂລ​ຮູ້ສຶກ​ວ່າ​ການ​ໃຊ້​ເວລາ​ສ່ວນ​ໜຶ່ງ​ເພື່ອ “ຊ່ອຍ​ບົວລະບັດ​ພວກ​ຄົນ​ບໍລິສຸດ” ເປັນ​ສິ່ງ​ທີ່​ຄວນ​ເຮັດ!—ໂລມ 15:25, 26

6. (ກ) ຕາມ​ທີ່​ໂປໂລ​ອະທິບາຍ ເປັນ​ຫຍັງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ ສະ​ການ​ພະເຈົ້າ? (ຂ) ວຽກ​ບັນເທົາ​ທຸກ​ທີ່​ເຮົາ​ເຮັດ​ຢູ່​ທົ່ວ​ໂລກ​ໃນ​ສະໄໝ​ນີ້​ເປັນ​ແນວ​ໃດ? ຂໍ​ໃຫ້​ອະທິບາຍ (ເບິ່ງ​ຂອບ “ເມື່ອ​ເກີດ​ໄພ​ພິບັດ!” ໜ້າ 214)

6 ໂປໂລ​ຊ່ວຍ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ວຽກ​ຮັບໃຊ້​ແລະ​ເປັນ​ການ​ນະມັດສະການ​ພະ​ເຢໂຫວາ. ລາວ​ໃຫ້​ເຫດຜົນ​ວ່າ ທີ່​ຄລິດສະຕຽນ​ຊ່ວຍ​ບັນເທົາ​ທຸກ​ເພາະ​ເຂົາ​ເຈົ້າ “ເຮັດ​ຕາມ​ຂ່າວ​ດີ​ເລື່ອງ​ພະ​ຄລິດ.” (2 ໂກ. 9:13, ລ.ມ.) ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ຄລິດ​ຈຶ່ງ​ເປັນ​ແຮງ​ກະຕຸ້ນ​ໃຫ້​ຄລິດສະຕຽນ​ຊ່ວຍ​ເຫຼືອ​ກັນ. ໂປໂລ​ບອກ​ວ່າ​ຄວາມ​ກະລຸນາ​ທີ່​ພີ່​ນ້ອງ​ສະແດງ​ຕໍ່​ກັນ ແທ້ໆແລ້ວ​ກໍ​ເປັນ​ການ​ສະແດງ ‘ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຢ່າງ​ເຫຼືອ​ລົ້ນ​ຂອງ​ພະເຈົ້າ, ລ.ມ.’ (2 ໂກ. 9:14; 1 ເປ. 4:10) ເມື່ອ​ເວົ້າ​ເຖິງ​ການ​ຮັບໃຊ້​ພີ່​ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເຊິ່ງ​ລວມ​ເຖິງ​ວຽກ​ບັນເທົາ​ທຸກ ຫໍສັງເກດການ 1 ທັນວາ 1975 ບອກ​ວ່າ: “ເຮົາ​ຄວນ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ຄລິດ​ຈະ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ຮັບໃຊ້​ແບບ​ນີ້​ແທ້ໆ.” ແມ່ນ​ແລ້ວ​ວຽກ​ບັນເທົາ​ທຸກ​ຍັງ​ເປັນ​ວຽກ​ຮັບໃຊ້​ສັກສິດ​ອີກ​ແບບ​ໜຶ່ງ.—ໂລມ 12:1, 7; 2 ໂກ. 8:7; ເຫບ. 13:16

ວຽກ​ບັນເທົາ​ທຸກ​ທີ່​ມີ​ຈຸດ​ປະສົງ​ຊັດເຈນ

7, 8. ຈຸດ​ປະສົງ​ຂໍ້​ທຳອິດ​ຂອງ​ວຽກ​ບັນເທົາ​ທຸກ​ແມ່ນ​ຫຍັງ? ຂໍ​ໃຫ້​ອະທິບາຍ.

7 ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ມີ​ຈຸດ​ປະສົງ​ຫຍັງ? ໂປໂລ​ເວົ້າ​ເຖິງ​ຄຳຖາມ​ນີ້​ໃນ​ຈົດ​ໝາຍ​ສະບັບ​ທີ 2 ທີ່​ລາວ​ຂຽນ​ໄປ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ. (ອ່ານ 2 ໂກລິນໂທ 9:11-15) ໃນ​ຂໍ້​ພະ​ຄຳພີ​ນີ້ ໂປໂລ​ເນັ້ນ​ວ່າ​ການ​ມີ​ສ່ວນ​ຮ່ວມ​ໃນ ‘ການ​ຮັບໃຊ້​ການ​ບົວລະບັດ’ ເຊິ່ງ​ໝາຍ​ເຖິງ​ວຽກ​ບັນເທົາ​ທຸກ ເຮັດ​ໃຫ້​ເຮົາ​ບັນລຸ​ຈຸດ​ປະສົງ​ຫຼັກ 3 ຂໍ້. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຈຸດ​ປະສົງ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່.

8 ຂໍ້​ໜຶ່ງ ເມື່ອ​ເຮົາ​ເຮັດ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ ພະ​ເຢໂຫວາ​ກໍ​ໄດ້​ຮັບ​ຄຳ​ສັນລະເສີນ. ສັງເກດ​ວ່າ​ໃນ 2 ໂກລິນໂທ ບົດ 9 ໂປໂລ​ຊວນ​ພີ່​ນ້ອງ​ໃຫ້​ຄິດ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ຫຼາຍ​ສ່ຳ​ໃດ. ອັກຄະສາວົກ​ຄົນ​ນີ້​ເວົ້າ​ເຖິງ​ຄວາມ​ສຳຄັນ​ຂອງ​ການ “ຂອບຄຸນ​ພະເຈົ້າ, ລ.ມ.” ແລະ​ການ “ຂອບຄຸນ​ພະເຈົ້າ​ຢ່າງ​ມາກ​ມາຍ, ລ.ມ.” (ຂໍ້ 11, 12) ໂປໂລ​ຍັງ​ເວົ້າ​ວ່າ​ວຽກ​ບັນເທົາ​ທຸກ​ຂອງ​ຄລິດສະຕຽນ​ເປັນ​ການ “ສັນລະເສີນ​ພະເຈົ້າ, ລ.ມ.” ແລະ​ເປັນ​ການ​ຍົກຍ້ອງ “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່, ລ.ມ.” ຢ່າງ​ເຫຼືອ​ລົ້ນ​ຂອງ​ພະເຈົ້າ. (ຂໍ້ 13, 14) ເມື່ອ​ໂປໂລ​ເວົ້າ​ເລື່ອງ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ​ຈົບ​ແລ້ວ ລາວ​ກໍ​ປິດ​ທ້າຍ​ດ້ວຍ​ການ “ຂອບຄຸນ​ພະເຈົ້າ, ລ.ມ.”—ຂໍ້ 15; 1 ເປ. 4:11

9. ວຽກ​ບັນເທົາ​ທຸກ​ອາດ​ເຮັດ​ໃຫ້​ບາງ​ຄົນ​ປ່ຽນ​ຄວາມ​ຄິດ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

9 ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ກໍ​ຄິດ​ແບບ​ດຽວ​ກັບ​ໂປໂລ ເຂົາ​ເຈົ້າ​ຄິດ​ວ່າ​ການ​ເຮັດ​ວຽກ​ບັນເທົາ​ທຸກ​ເປັນ​ໂອກາດ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ​ແລະ​ເຮັດ​ໃຫ້​ຄຳ​ສອນ​ຂອງ​ພະອົງ​ສວຍ​ງາມ. (1 ໂກ. 10:31; ຕິໂຕ 2:10) ທີ່​ຈິງ ວຽກ​ນີ້​ຈະ​ມີ​ສ່ວນ​ຊ່ວຍ​ແກ້ໄຂ​ຄວາມ​ຄິດ​ຜິດໆທີ່​ບາງ​ຄົນ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ພະຍານ​ຂອງ​ພະອົງ​ເຊັ່ນ: ຜູ້​ຍິງ​ຄົນ​ໜຶ່ງ​ເຊິ່ງ​ຢູ່​ໃນ​ເຂດ​ທີ່​ຖືກ​ພາຍຸ​ເຮີຣິ​ເຄນ (ພາຍຸ​ໃຫຍ່) ຖະຫຼົ່ມ ເຄີຍ​ຂຽນ​ຂໍ້​ຄວາມ​ຕິດ​ໄວ້​ຢູ່​ໜ້າ​ປະຕູ​ວ່າ: “ບ້ານ​ນີ້​ບໍ່​ຕ້ອນຮັບ​ພະຍານ​ພະ​ເຢໂຫວາ.” ແລ້ວ​ມື້​ໜຶ່ງ​ລາວ​ກໍ​ເຫັນ​ໜ່ວຍ​ບັນເທົາ​ທຸກ​ມາ​ຊ່ວຍ​ສ້ອມ​ແປງ​ບ້ານ​ຫຼັງ​ໜຶ່ງ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ບ້ານ​ຂອງ​ລາວ. ຜູ້​ຍິງ​ຄົນ​ນີ້​ເຝົ້າ​ສັງເກດ​ເບິ່ງ​ຢູ່​ຫຼາຍ​ມື້ ລາວ​ເຫັນ​ຄົນ​ງານ​ເຫຼົ່າ​ນັ້ນ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ ແລ້ວ​ລາວ​ກໍ​ອົດ​ໃຈ​ບໍ່​ໄດ້​ຈົນ​ຕ້ອງ​ໄປ​ຖາມ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ. ເມື່ອ​ຮູ້​ວ່າ​ອາສາ​ສະໝັກ​ເຫຼົ່າ​ນັ້ນ​ແມ່ນ​ພະຍານ​ພະ​ເຢໂຫວາ ລາວ​ປະທັບ​ໃຈ​ຫຼາຍ​ເຖິງ​ກັບ​ເວົ້າ​ວ່າ: “ຂ້ອຍ​ເຂົ້າ​ໃຈ​ພວກ​ເຈົ້າ​ຜິດ​ແທ້ໆ.” ແລ້ວ​ລາວ​ກໍ​ເອົາ​ຂໍ້​ຄວາມ​ທີ່​ຕິດ​ຢູ່​ປະຕູ​ອອກ.

10, 11. (ກ) ມີ​ຕົວຢ່າງ​ອັນ​ໃດ​ແດ່​ທີ່​ສະແດງ​ວ່າ​ເຮົາ​ບັນລຸ​ຈຸດ​ປະສົງ​ຂໍ້​ທີ​ສອງ​ຂອງ​ວຽກ​ບັນເທົາ​ທຸກ? (ຂ) ຈຸນລະສານ​ຫຍັງ​ທີ່​ເປັນ​ເຄື່ອງ​ມື​ຂອງ​ຄົນ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ? (ເບິ່ງ​ຂອບ “ເຄື່ອງ​ມື​ອີກ​ຢ່າງ​ໜຶ່ງ​ສຳລັບ​ວຽກ​ບັນເທົາ​ທຸກ”)

10 ຂໍ້​ສອງ ເຮົາ “ຈັດ​ຫາ​ສິ່ງ​ຂອງ . . . ທີ່​ຂາດແຄນ, ລ.ມ.” ເພື່ອ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. (2 ໂກ. 9:12 ສ່ວນ ກ) ເຮົາ​ຍິນດີ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ເພື່ອ​ບັນເທົາ​ຄວາມ​ເດືອດຮ້ອນ​ຂອງ​ເຂົາ​ເຈົ້າ. ຍ້ອນ​ຫຍັງ? ຍ້ອນ​ສະມາຊິກ​ຂອງ​ປະຊາຄົມ​ຄລິດສະຕຽນ​ກໍ​ຄື​ອະໄວຍະວະ​ຕ່າງໆຂອງ “ຮ່າງກາຍ​ດຽວ” ແລະ “ຖ້າ​ອະໄວຍະວະ​ສ່ວນ​ໜຶ່ງ​ເຈັບ ອະໄວຍະວະ​ສ່ວນ​ອື່ນໆທັງ​ໝົດ​ກໍ​ເຈັບ​ດ້ວຍ​ກັນ.” (1 ໂກ. 12:20, 26, ທ.ປ.) ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ​ຈຶ່ງ​ເປັນ​ແຮງ​ກະຕຸ້ນ​ໃຫ້​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຖິ້ມ​ສິ່ງ​ທີ່​ຕົວ​ເອງ​ກຳລັງ​ເຮັດ​ຢູ່​ທັນທີ​ເມື່ອ​ຮູ້​ວ່າ​ເກີດ​ໄພ​ພິບັດ ເກັບ​ເຄື່ອງ​ມື​ໃສ່​ກະເປົ໋າ ແລ້ວ​ມຸ່ງ​ໜ້າ​ໄປ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ກຳລັງ​ເດືອດຮ້ອນ. (ຢໂກ. 2:15, 16) ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ຊຶ​ນາ​ມິ​ຖະຫຼົ່ມ​ຍີ່ປຸ່ນ​ໃນ​ປີ 2011 ສຳນັກງານ​ສາຂາ​ໃນ​ສະຫະລັດ​ໄດ້​ຂຽນ​ຈົດ​ໝາຍ​ຖາມ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ​ໃນ​ສະຫະລັດ​ວ່າ ພໍ​ຈະ​ມີ “ພີ່​ນ້ອງ​ທີ່​ມີ​ຄຸນສົມບັດ​ບາງ​ຄົນ” ທີ່​ພ້ອມ​ຈະ​ໄປ​ຊ່ວຍ​ກໍ່​ສ້າງ​ແລະ​ສ້ອມ​ແປງ​ຫໍ​ປະຊຸມ​ຢູ່​ທີ່​ນັ້ນ​ບໍ? ຜົນ​ເປັນ​ແນວ​ໃດ? ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ກໍ​ມີ​ອາສາ​ສະໝັກ​ເກືອບ 600 ຄົນ​ຂຽນ​ໃບ​ສະໝັກ​ເພື່ອ​ບິນ​ໄປ​ຊ່ວຍ​ວຽກ​ຢູ່​ຍີ່ປຸ່ນ​ໂດຍ​ອອກ​ຄ່າ​ໃຊ້​ຈ່າຍ​ເອງ! ສຳນັກງານ​ສາຂາ​ໃນ​ສະຫະລັດ​ບອກ​ວ່າ: “ເຮົາ​ໄດ້​ຮັບ​ໃບ​ສະໝັກ​ຫຼາຍ​ແທ້ໆ.” ເມື່ອ​ພີ່​ນ້ອງ​ໃນ​ຍີ່ປຸ່ນ​ຖາມ​ຄົນ​ທີ່​ບິນ​ຂ້າມ​ນ້ຳ​ຂ້າມ​ທະເລ​ມາ​ຊ່ວຍ​ວຽກ​ບັນເທົາ​ທຸກ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ມາ​ຊ່ວຍ ພີ່​ນ້ອງ​ຄົນ​ນັ້ນ​ຕອບ​ວ່າ: “ພີ່​ນ້ອງ​ໃນ​ຍີ່ປຸ່ນ​ກໍ​ເປັນ​ອະໄວຍະວະ​ໜຶ່ງ​ໃນ ‘ຮ່າງກາຍ​ຂອງ​ເຮົາ’ ເມື່ອ​ພີ່​ນ້ອງ​ເຈັບ​ເຮົາ​ກໍ​ຮູ້ສຶກ​ເຈັບ​ນຳ.” ແລະ​ຍ້ອນ​ມີ​ຄວາມ​ຮັກ​ແລະ​ນ້ຳໃຈ​ເສຍ​ສະລະ​ເປັນ​ແຮງ​ກະຕຸ້ນ ບາງ​ຄັ້ງ​ຄົນ​ທີ່​ໄປ​ຊ່ວຍ​ບັນເທົາ​ທຸກ​ເຖິງ​ກັບ​ຍອມ​ສ່ຽງ​ຊີວິດ​ເພື່ອ​ຊ່ວຍ​ເຫຼືອ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ.c—1 ໂຢ. 3:16

ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ກຳລັງ​ຈັດ​ເຄື່ອງ​ບັນເທົາ​ທຸກ​ໃຫ້​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຂອງ​ລາວ​ໃນ​ປະເທດ​ສະ​ວິດ​ປີ 1946

ປະເທດ​ສະ​ວິດ ປີ 1946

ວຽກ​ບັນເທົາ​ທຸກ​ຄັ້ງ​ໃຫຍ່​ຄັ້ງ​ທຳອິດ​ທີ່​ເຮົາ​ເຮັດ​ໃນ​ສະໄໝ​ປັດຈຸບັນ

ໃນ​ເດືອນ​ກັນ​ຍາ ປີ 1945 ພຽງ​ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ໃນ​ເອີ​ຣົບ ພີ່​ນ້ອງ​ນໍ​ໄດ້​ປະກາດ​ວ່າ​ຈະ​ມີ​ວຽກ​ບັນເທົາ​ທຸກ​ຄັ້ງ​ໃຫຍ່​ເພື່ອ​ສົ່ງ “ສິ່ງ​ຂອງ​ທີ່​ຈຳເປັນ​ໄປ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ທີ່​ຂັດສົນ​ໃນ​ເອີ​ຣົບ​ກາງ.”

ບໍ່​ເທົ່າ​ໃດ​ອາທິດ​ຫຼັງ​ຈາກ​ທີ່​ມີ​ຄຳ​ປະກາດ​ນັ້ນ ພະຍານ​ພະ​ເຢໂຫວາ​ໃນ​ການາດາ ສະຫະລັດ ແລະ​ປະເທດ​ອື່ນໆກໍ​ໄດ້​ເລີ່ມ​ຈັດ​ເສື້ອ​ຜ້າ​ອາຫານ​ກຽມ​ສົ່ງ​ໄປ​ຊ່ວຍ​ພີ່​ນ້ອງ. ຕັ້ງ​ແຕ່​ເດືອນ​ມັງກອນ 1946 ກໍ​ມີ​ການ​ຈັດ​ສິ່ງ​ຂອງ​ເຫຼົ່າ​ນັ້ນ​ໄປ​ໃຫ້​ພີ່​ນ້ອງ​ໃນ​ບ່ອນ​ຕ່າງໆເຊັ່ນ: ເກັຣກ ຈີນ ເຊັກ​ໂກ​ສະ​ໂລ​ວາ​ກີ ແດນ​ມາກ ໂຮ​ນ​ລັງ ນອກ​ແວ ບຸນ​ກາ​ຣີ ແບນ​ຊິກ ໂປໂລ​ຍ ຝຣັ່ງ ແຟງລັງ ຟີລິບປິນ ເຢຍລະມັນ ຣູ​ມາ​ນີ ອັງກິດ ອີຕາລີ ໂອ​ຕຣິດ ແລະ​ຮົງ​ກາລີ.

ຫຼັງ​ຈາກ​ການ​ບັນເທົາ​ທຸກ​ຄັ້ງ​ນັ້ນ ກໍ​ຍັງ​ມີ​ການ​ສົ່ງ​ສິ່ງ​ຂອງ​ໄປ​ຊ່ວຍ​ພີ່​ນ້ອງ​ຢູ່​ເລື້ອຍໆຕະຫຼອດ​ສອງ​ປີ​ເຄິ່ງ! ໃນ​ເວລາ​ນັ້ນ ພີ່​ນ້ອງ​ຊາຍ​ຍິງ​ປະມານ 85.000 ຄົນ​ໄດ້​ສົ່ງ​ອາຫານ​ຫຼາຍ​ກວ່າ 300.000 ກິໂລ​ກ​ຣາມ ເສື້ອ​ຜ້າ​ຫຼາຍ​ກວ່າ 450.000 ກິໂລ​ກ​ຣາມ ແລະ​ເກີບ 124.000 ຄູ່​ໄປ​ໃຫ້​ພີ່​ນ້ອງ​ໃນ​ປະເທດ​ທີ່​ເສຍຫາຍ​ຫຼາຍ​ຍ້ອນ​ສົງຄາມ. ເມື່ອ​ຮອດ​ເດືອນ​ສິງ​ຫາ ປີ 1948 ວຽກ​ບັນເທົາ​ທຸກ​ຄັ້ງ​ໃຫຍ່​ນີ້​ກໍ​ຈົບ​ລົງ. ຫໍສັງເກດການ ປີ 1949 ກ່າວ​ວ່າ: “ນີ້​ເປັນ​ການ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ຕໍ່​ກັນ​ແທ້ໆ ເຮົາ​ຮູ້​ວ່າ​ພີ່​ນ້ອງ​ທຸກ​ຄົນ​ເຮັດ​ແບບ​ນີ້​ເພື່ອ​ໃຫ້​ອົງ​ພະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ກຽດ ໂດຍ​ຄິດ​ຢູ່​ໃນ​ໃຈ​ສະເໝີ​ວ່າ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດຖຸ​ຈະ​ຊ່ວຍ​ພີ່​ນ້ອງ​ໃຫ້​ກັບ​ມາ​ເຮັດ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ແທ້​ໄດ້​ຕໍ່​ໄປ ເຂົາ​ເຈົ້າ​ຈຶ່ງ​ຖື​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ໄດ້​ຮັບໃຊ້​ພີ່​ນ້ອງ​ໃນ​ວິທີ​ນີ້.” ວຽກ​ບັນເທົາ​ທຸກ​ຄັ້ງ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ ທັງ​ຍັງ​ຊ່ວຍ​ບັນເທົາ​ຄວາມ​ເດືອດຮ້ອນ​ໃຫ້​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ແລະ​ເຮັດ​ໃຫ້​ພີ່​ນ້ອງ​ທົ່ວ​ໂລກ​ຜູກ​ພັນ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

11 ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ກໍ​ເຫັນ​ຄຸນຄ່າ​ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ຄື​ກັນ ເຊັ່ນ: ໃນ​ປີ 2013 ຫຼັງ​ຈາກ​ທີ່​ມີ​ໄພ​ພິບັດ​ເກີດ​ຂຶ້ນ​ທີ່​ລັດ​ອາ​ແຄນ​ຊໍ ສະຫະລັດ​ອາ​ເມຣິ​ກາ ໜັງສື​ພິມ​ສະບັບ​ໜຶ່ງ​ໄດ້​ລາຍງານ​ຂ່າວ​ກ່ຽວ​ກັບ​ອາສາ​ສະໝັກ​ພະຍານ​ພະ​ເຢໂຫວາ​ທີ່​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ໄວ​ວາ​ວ່າ: “ພະຍານ​ພະ​ເຢໂຫວາ​ຈັດ​ລະບົບ​ວຽກ​ບັນເທົາ​ທຸກ​ໄດ້​ດີ​ຫຼາຍ​ເຖິງ​ຂະໜາດ​ທີ່​ສາມາດ​ສົ່ງ​ອາສາ​ສະໝັກ​ໄປ​ຊ່ວຍ​ທັນທີ​ທີ່​ເກີດ​ໄພ​ພິບັດ.” ແທ້ໆແລ້ວ​ກໍ​ຄື​ກັບ​ທີ່​ໂປໂລ​ບອກ ເຮົາ “ຈັດ​ຫາ​ສິ່ງ​ຂອງ . . . ທີ່​ຂາດແຄນ, ລ.ມ.” ເພື່ອ​ຊ່ວຍ​ບັນເທົາ​ຄວາມ​ເດືອດຮ້ອນ​ໃຫ້​ພີ່​ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.

12-14. (ກ) ເປັນ​ຫຍັງ​ການ​ບັນລຸ​ຈຸດ​ປະສົງ​ຂໍ້​ທີ​ສາມ​ຂອງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ສຳຄັນ​ຫຼາຍ​ແທ້ໆ? (ຂ) ຕົວຢ່າງ​ຕ່າງໆທີ່​ຍົກ​ມາ​ນີ້​ເນັ້ນ​ວ່າ​ການ​ຮ່ວມ​ກິດຈະກຳ​ຂອງ​ຄລິດສະຕຽນ​ຢ່າງ​ຕໍ່​ເນື່ອງ​ມີ​ຄວາມ​ສຳຄັນ​ແນວ​ໃດ?

12 ຂໍ້​ສາມ ເຮົາ​ຊ່ວຍ​ຄົນ​ທີ່​ປະສົບ​ໄພ​ໃຫ້​ກັບ​ມາ​ເຮັດ​ກິດຈະກຳ​ຄລິດສະຕຽນ​ໄດ້​ຕາມ​ປົກກະຕິ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ໂປໂລ​ບອກ​ວ່າ ເມື່ອ​ຄົນ​ທີ່​ກຳລັງ​ເດືອດຮ້ອນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ ລາວ​ກໍ​ຢາກ “ຂອບຄຸນ​ພະເຈົ້າ​ຢ່າງ​ມາກ​ມາຍ, ລ.ມ.” (2 ໂກ. 9:12 ສ່ວນ ຂ) ວິທີ​ໃດ​ແດ່​ທີ່​ຈະ​ຂອບໃຈ​ພະ​ເຢໂຫວາ​ໄດ້​ດີ​ທີ່​ສຸດ? ກໍ​ຄື​ການ​ກັບ​ມາ​ເຮັດ​ກິດຈະກຳ​ຄລິດສະຕຽນ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ຢ່າງ​ທີ່​ເຄີຍ​ເຮັດ​ເປັນ​ປະຈຳ. (ຟີລິບ 1:10) ຫໍສັງເກດການ ປີ 1945 ກ່າວ​ວ່າ: “ໂປໂລ​ເຫັນ​ດີ​ກັບ . . . ການ​ເກັບ​ລວບລວມ​ເງິນ​ບໍລິຈາກ ເພາະ​ນັ້ນ​ເປັນ​ການ​ຊ່ວຍ . . . ພີ່​ນ້ອງ​ຄລິດສະຕຽນ​ທີ່​ຂັດສົນ​ໃຫ້​ມີ​ສິ່ງ​ຈຳເປັນ​ເພື່ອ​ບັນເທົາ​ຄວາມ​ເດືອດຮ້ອນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຕ້ອງ​ເປັນ​ຫ່ວງ​ຫຍັງ​ຫຼາຍ​ແລະ​ມີ​ແຮງ​ຫຼາຍ​ຂຶ້ນ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ວຽກ​ປະກາດ.” ໃນ​ທຸກ​ມື້​ນີ້​ຈຸດ​ປະສົງ​ຂອງ​ເຮົາ​ກໍ​ຍັງ​ຄື​ເກົ່າ. ເມື່ອ​ພີ່​ນ້ອງ​ສາມາດ​ກັບ​ມາ​ປະກາດ​ໄດ້​ອີກ​ຄັ້ງ ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໃຫ້​ກຳລັງ​ໃຈ​ເພື່ອນ​ບ້ານ​ທີ່​ປະສົບ​ໄພ ແຕ່​ຕົວ​ເອງ​ກໍ​ມີ​ກຳລັງ​ໃຈ​ຂຶ້ນ​ນຳ​ອີກ.—ອ່ານ 2 ໂກລິນໂທ 1:3, 4

13 ລອງ​ມາ​ຟັງ​ຄວາມ​ເຫັນ​ຂອງ​ບາງ​ຄົນ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ວຽກ​ບັນເທົາ​ທຸກ ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ສາມາດ​ກັບ​ມາ​ປະກາດ​ໄດ້​ອີກ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ເວົ້າ​ວ່າ: “ດີ​ແທ້ໆທີ່​ຄອບຄົວ​ຂອງ​ເຮົາ​ໄດ້​ອອກ​ໄປ​ປະກາດ ເພາະ​ຕອນ​ທີ່​ເຮົາ​ພະຍາຍາມ​ປອບ​ໂຍນ​ຄົນ​ອື່ນໆ ເຮົາ​ກໍ​ຢຸດ​ກັງວົນ​ເລື່ອງ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ຕົວ​ເອງ.” ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເວົ້າ​ວ່າ: “ເມື່ອ​ຄິດ​ເຖິງ​ແຕ່​ເລື່ອງ​ວຽກ​ຮັບໃຊ້​ພະເຈົ້າ ຂ້ອຍ​ກໍ​ລືມ​ໄປ​ເລີຍ​ວ່າ​ມີ​ຊາກ​ອາຄານ​ບ້ານ​ເຮືອນ​ຢູ່​ອ້ອມໆຕົວ​ຂ້ອຍ ຂ້ອຍ​ຮູ້ສຶກ​ໝັ້ນ​ຄົງ​ປອດໄພ​ແທ້ໆ.” ພີ່​ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ບອກ​ວ່າ: “ເຖິງ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ຄວບຄຸມ​ບໍ່​ໄດ້ ແຕ່​ວຽກ​ຮັບໃຊ້​ຊ່ວຍ​ຄອບຄົວ​ຂອງ​ຂ້ອຍ​ໃຫ້​ຮູ້​ວ່າ​ຈະ​ມຸ່ງ​ໜ້າ​ໄປ​ທາງ​ໃດ. ເມື່ອ​ເຮົາ​ໄດ້​ເວົ້າ​ກັບ​ຄົນ​ອື່ນໆກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ໂລກ​ໃໝ່ ເຮົາ​ກໍ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ສ້າງ​ຂຶ້ນ​ໃໝ່.”

14 ພີ່​ນ້ອງ​ທີ່​ປະສົບ​ໄພ​ຍັງ​ຕ້ອງ​ກັບ​ມາ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ເພາະ​ນີ້​ເປັນ​ກິດຈະກຳ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ຂອງ​ຄລິດສະຕຽນ. ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ທີ່​ເກີດ​ຂຶ້ນ​ກັບ​ພີ່​ນ້ອງ​ຍິງ​ອາຍຸ 60 ປີ​ຄົນ​ໜຶ່ງ​ຊື່​ຄິໂຢໂກະ. ຫຼັງ​ຈາກ​ຊັບ​ສິນ​ທຸກ​ຢ່າງ​ຖືກ​ກວາດ​ໄປ​ພ້ອມ​ກັບ​ຊຶ​ນາ​ມິ ລາວ​ກໍ​ບໍ່​ເຫຼືອ​ຫຍັງ​ເລີຍ ນອກ​ຈາກ​ເຄື່ອງ​ຄາ​ຄີງ​ແລະ​ເກີບແຕະ​ທີ່​ໃສ່​ຢູ່. ລາວ​ນຶກ​ພາບ​ບໍ່​ອອກ​ວ່າ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໄດ້​ແນວ​ໃດ ແລ້ວ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ລາວ​ວ່າ ຈະ​ຈັດການ​ປະຊຸມ​ຄລິດສະຕຽນ​ປະຈຳ​ອາທິດ​ໃນ​ລົດ​ຂອງ​ລາວ. ຄິໂຢໂກະ​ບອກ​ວ່າ: “ໃນ​ລົດ​ຄັນ​ນັ້ນ​ມີ​ຜູ້​ເຖົ້າ​ແກ່ ເມຍ​ຂອງ​ລາວ ພີ່​ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ ແລະ​ຂ້ອຍ​ນັ່ງ​ຢູ່​ນຳ​ກັນ. ການ​ປະຊຸມ​ເປັນ​ແບບ​ງ່າຍໆ ເຮັດ​ໃຫ້​ຂ້ອຍ​ລືມ​ເລື່ອງ​ຊຶ​ນາ​ມິ​ໄປ​ເລີຍ ແລ້ວ​ໃຈ​ຂ້ອຍ​ກໍ​ສະຫງົບ​ແທ້ໆ. ການ​ປະຊຸມ​ນັ້ນ​ຊ່ວຍ​ໃຫ້​ຂ້ອຍ​ເຫັນ​ພະລັງ​ຂອງ​ການ​ຄົບຫາ​ສະມາຄົມ​ແບບ​ຄລິດສະຕຽນ.” ພີ່​ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ເວົ້າ​ເຖິງ​ການ​ປະຊຸມ​ຕ່າງໆທີ່​ລາວ​ໄດ້​ເຂົ້າ​ຮ່ວມ​ຫຼັງ​ຈາກ​ເກີດ​ໄພ​ພິບັດ​ຄັ້ງ​ນັ້ນ​ວ່າ: “ການ​ປະຊຸມ​ເຫຼົ່າ​ນັ້ນ​ເປັນ​ຄື​ກັບ​ເຊືອກ​ຊູ​ຊີບ​ທີ່​ຊ່ວຍ​ຊີວິດ​ຂອງ​ຂ້ອຍ!”—ໂລມ 1:11, 12; 12:12

ຜົນ​ປະໂຫຍດ​ທີ່​ຖາວອນ​ຈາກ​ວຽກ​ບັນເທົາ​ທຸກ

15, 16. (ກ) ຄລິດສະຕຽນ​ໃນ​ເມືອງ​ໂກລິນໂທ​ແລະ​ບ່ອນ​ອື່ນໆໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ວຽກ​ບັນເທົາ​ທຸກ? (ຂ) ພວກ​ເຮົາ​ໄດ້​ຮັບ​ປະໂຫຍດ​ຄ້າຍໆກັນ​ຈາກ​ວຽກ​ບັນເທົາ​ທຸກ​ໃນ​ສະໄໝ​ນີ້​ແນວ​ໃດ?

15 ເມື່ອ​ເວົ້າ​ເຖິງ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ ໂປໂລ​ຍັງ​ອະທິບາຍ​ກັບ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ເຖິງ​ປະໂຫຍດ​ທີ່​ເຂົາ​ເຈົ້າ​ແລະ​ຄລິດສະຕຽນ​ຄົນ​ອື່ນໆຈະ​ໄດ້​ຮັບ​ຈາກ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້. ໂປໂລ​ບອກ​ວ່າ ຄລິດສະຕຽນ​ຊາວ​ຢິວ​ໃນ​ເມືອງ​ເຢຣຶຊາເລມ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈະ “ອະທິດຖານ​ອ້ອນ​ວອນ​ເພື່ອ​ພວກ​ທ່ານ​ດ້ວຍ​ຄວາມ​ຮັກ​ແລະ​ຄິດ​ເຖິງ ເພາະ​ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ທ່ານ​ຢ່າງ​ເຫຼືອ​ລົ້ນ.” (2 ໂກ. 9:14, ລ.ມ.) ແມ່ນ​ແລ້ວ ນ້ຳໃຈ​ຂອງ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ຈະ​ກະຕຸ້ນ​ຄລິດສະຕຽນ​ຊາວ​ຢິວ​ໃຫ້​ອະທິດຖານ​ເພື່ອ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ທີ່​ເປັນ​ຊາວ​ຢິວ​ແລະ​ຊາວ​ຕ່າງ​ຊາດ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮັກ​ແລະ​ຜູກ​ພັນ​ກັນ​ຫຼາຍ​ຂຶ້ນ.

16 ຫໍສັງເກດການ 1 ທັນວາ 1945 ໄດ້​ເວົ້າ​ເຖິງ​ການ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ຂອງ​ໂປໂລ​ກ່ຽວ​ກັບ​ວຽກ​ບັນເທົາ​ທຸກ​ໃນ​ສະໄໝ​ຂອງ​ເຮົາ​ວ່າ: “ເມື່ອ​ປະຊາຊົນ​ຂອງ​ພະເຈົ້າ​ກຸ່ມ​ໜຶ່ງ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ອີກ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ເດືອດຮ້ອນ ລອງ​ຄິດ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຈະ​ຮັກ​ໄຄ່​ກົມ​ກຽວ​ກັນ​ສ່ຳ​ໃດ!” ຄົນ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ​ໃນ​ເວລາ​ນີ້​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ເຊິ່ງ​ໄປ​ຊ່ວຍ​ວຽກ​ນີ້​ຕອນ​ທີ່​ມີ​ນ້ຳ​ຖ້ວມ​ເລົ່າ​ວ່າ: “ວຽກ​ບັນເທົາ​ທຸກ​ຊ່ວຍ​ຂ້ອຍ​ໃຫ້​ສະໜິດ​ກັບ​ພີ່​ນ້ອງ​ຫຼາຍ​ກວ່າ​ແຕ່​ກ່ອນ.” ພີ່​ນ້ອງ​ຍິງ​ທີ່​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ເພາະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເວົ້າ​ດ້ວຍ​ຄວາມ​ຮູ້ສຶກ​ຂອບໃຈ​ວ່າ: “ເຖິງ​ວ່າ​ຕອນ​ນີ້​ເຮົາ​ຍັງ​ບໍ່​ມີ​ອຸທິຍານ​ຢູ່​ແຜ່ນດິນ​ໂລກ ແຕ່​ເຮົາ​ກໍ​ມີ​ສັງຄົມ​ພີ່​ນ້ອງ​ທີ່​ທຽບ​ກັບ​ອຸທິຍານ​ໄດ້.”—ອ່ານ​ສຸພາສິດ 17:17

17. (ກ) ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ໃນ​ເອຊາອີ 41:13 ເປັນ​ຈິງ​ກັບ​ວຽກ​ບັນເທົາ​ທຸກ​ແນວ​ໃດ? (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ​ວຽກ​ບັນເທົາ​ທຸກ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແລະ​ເຮັດ​ໃຫ້​ພີ່​ນ້ອງ​ຮັກ​ໄຄ່​ກົມ​ກຽວ​ກັນ​ຫຼາຍ​ຂຶ້ນ. (ເບິ່ງ​ຂອບ “ອາສາ​ສະໝັກ​ທົ່ວ​ໂລກ​ຊ່ວຍ​ວຽກ​ບັນເທົາ​ທຸກ”)

17 ເມື່ອ​ພີ່​ນ້ອງ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ​ໄປ​ຮອດ​ເຂດ​ທີ່​ມີ​ໄພ​ພິບັດ ພີ່​ນ້ອງ​ທີ່​ກຳລັງ​ເດືອດຮ້ອນ​ກໍ​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເປັນ​ຈິງ​ທີ່​ວ່າ: “ຝ່າຍ​ເຮົາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ເຮົາ​ກຳ​ມື​ຂວາ​ຂອງ​ເຈົ້າ​ເຮົາ​ກ່າວ​ແກ່​ເຈົ້າ​ວ່າ ‘ຢ່າຊູ່​ຢ້ານ. ຝ່າຍ​ເຮົາ​ເຮົາ​ຈະ​ຊ່ອຍ​ເຈົ້າ.’” (ເອຊາ. 41:13) ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ລອດ​ຊີວິດ​ຈາກ​ໄພ​ພິບັດ​ເວົ້າ​ວ່າ: “ຄວາມ​ພິນາດ​ຈິບຫາຍ​ທີ່​ເຫັນ ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ໝົດ​ຫວັງ ແຕ່​ພະ​ເຢໂຫວາ​ກໍ​ຍື່ນ​ມື​ເຂົ້າ​ມາ​ຊ່ວຍ. ນ້ຳໃຈ​ທີ່​ໄດ້​ຮັບ​ຈາກ​ພີ່​ນ້ອງ​ແມ່ນ​ຫຼາຍ​ແທ້ໆ.” ຫຼັງ​ຈາກ​ເກີດ​ໄພ​ພິບັດ​ຢ່າງ​ຮຸນແຮງ​ໃນ​ເຂດ​ໜຶ່ງ ຜູ້​ເຖົ້າ​ແກ່ 2 ຄົນ​ໄດ້​ຂຽນ​ສິ່ງ​ທີ່​ແທນ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ​ໃນ​ປະຊາຄົມ​ຕ່າງໆວ່າ: “ແຜ່ນດິນ​ໄຫວ​ເຮັດ​ໃຫ້​ພວກ​ເຮົາ​ລຳບາກ ແຕ່​ເຮົາ​ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ທີ່​ຜ່ານ​ທາງ​ພີ່​ນ້ອງ​ຂອງ​ເຮົາ. ເມື່ອ​ກ່ອນ​ເຮົາ​ເຄີຍ​ອ່ານ​ກ່ຽວ​ກັບ​ວຽກ​ບັນເທົາ​ທຸກ ແຕ່​ຕອນ​ນີ້​ເຮົາ​ໄດ້​ເຫັນ​ກັບ​ຕາ​ຕົວ​ເອງ.”

ພີ່​ນ້ອງ​ປີເຕີ ຈອນສັນ​ກຳລັງ​ເຮັດ​ວຽກ​ໃນ​ໂຄງການ​ກໍ່​ສ້າງ

“ຈຸດ​ປ່ຽນ​ຊີວິດ​ຂ້ອຍ”

ວຽກ​ບັນເທົາ​ທຸກ​ມີ​ຜົນ​ຕໍ່​ໜຸ່ມ​ສາວ​ທີ່​ໄດ້​ຮ່ວມ​ເຮັດ​ວຽກ​ນີ້​ແນວ​ໃດ? ຂໍ​ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ປີເຕີ ຈອນສັນ ເຊິ່ງ​ເຄີຍ​ໄປ​ຊ່ວຍ​ວຽກ​ນີ້​ຕອນ​ອາຍຸ 18 ປີ. ລາວ​ເລົ່າ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ພີ່​ນ້ອງ​ຊາບ​ຊຶ້ງ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ ຄວາມ​ຮູ້ສຶກ​ນັ້ນ​ຢູ່​ໃນ​ໃຈ​ຂ້ອຍ​ມາ​ຕະຫຼອດ ແລະ​ເຮັດ​ໃຫ້​ຂ້ອຍ​ຢາກ​ທຸ່ມ​ເທ​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້.” ຈາກ​ນັ້ນ ປີເຕີ​ກໍ​ເລີ່ມ​ເປັນ​ໄພໂອເນຍ ລາວ​ຍັງ​ເຮັດ​ວຽກ​ຢູ່​ເບເທນ​ແລະ​ຕໍ່​ມາ​ກໍ​ໄດ້​ເປັນ​ສະມາຊິກ​ຄົນ​ໜຶ່ງ​ໃນ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ. ຕອນ​ນີ້ ປີເຕີ​ບອກ​ວ່າ: “ເມື່ອ​ຫວນ​ກັບ​ໄປ​ໃນ​ປີ 1974 ວຽກ​ບັນເທົາ​ທຸກ​ທີ່​ຂ້ອຍ​ເຮັດ​ຄັ້ງ​ທຳອິດ​ນັ້ນ​ແຫຼະ​ເປັນ​ຈຸດ​ປ່ຽນ​ຊີວິດ​ຂ້ອຍ.” ເຈົ້າ​ກຳລັງ​ຢູ່​ໃນ​ໄວ​ໜຸ່ມ​ສາວ​ບໍ? ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ແບບ​ດຽວ​ກັບ​ປີເຕີ​ໄດ້​ບໍ? ຖ້າ​ເຈົ້າ​ເຮັດ ບາງ​ທີ​ວຽກ​ບັນເທົາ​ທຸກ​ອາດ​ເປັນ​ຈຸດ​ປ່ຽນ​ຊີວິດ​ເຈົ້າ​ກໍ​ໄດ້!

ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ແນວ​ໃດ?

18. ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ເຈົ້າ​ຢາກ​ຊ່ວຍ​ວຽກ​ບັນເທົາ​ທຸກ? (ເບິ່ງ​ຂອບ “ຈຸດ​ປ່ຽນ​ຊີວິດ​ຂ້ອຍ”)

18 ເຈົ້າ​ຢາກ​ສຳຜັດ​ລົດ​ຊາດ​ຂອງ​ຄວາມ​ສຸກ​ທີ່​ໄດ້​ຈາກ​ການ​ເຮັດ​ວຽກ​ບັນເທົາ​ທຸກ​ບໍ? ສ່ວນ​ໃຫຍ່​ແລ້ວ​ມີ​ການ​ເລືອກ​ຄົນ​ທີ່​ຈະ​ໄປ​ຊ່ວຍ​ວຽກ​ນີ້​ຈາກ​ຄົນ​ທີ່​ເຄີຍ​ຢູ່​ໃນ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ. ຖ້າ​ເຈົ້າ​ຢາກ​ໄປ ເຈົ້າ​ກໍ​ສາມາດ​ບອກ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຂອງ​ເຈົ້າ ແລະ​ຂຽນ​ໃບ​ສະໝັກ​ໄດ້. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ທີ່​ເຄີຍ​ຊ່ວຍ​ວຽກ​ບັນເທົາ​ທຸກ​ມາ​ຫຼາຍ​ຄັ້ງ​ໃຫ້​ຂໍ້​ຄິດ​ໄວ້​ວ່າ: “ເຈົ້າ​ຈະ​ເດີນ​ທາງ​ໄປ​ຊ່ວຍ​ວຽກ​ບັນເທົາ​ທຸກ​ໄດ້​ກໍ​ຕໍ່​ເມື່ອ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ເຊີນ​ຈາກ​ຄະນະ​ກຳມະການ​ບັນເທົາ​ທຸກ​ແລ້ວ​ເທົ່າ​ນັ້ນ.” ວິທີ​ນີ້​ເຮັດ​ໃຫ້​ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ເປັນ​ໄປ​ຢ່າງ​ມີ​ລະບຽບ.

19. ພີ່​ນ້ອງ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເປັນ​ສາວົກ​ແທ້​ຂອງ​ພະ​ຄລິດ?

19 ວຽກ​ບັນເທົາ​ທຸກ​ເປັນ​ວິທີ​ທີ່​ໂດດ​ເດັ່ນ​ແທ້ໆ ເຊິ່ງ​ເຮັດ​ໃຫ້​ເຮົາ​ສາມາດ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ຄລິດ​ທີ່​ໃຫ້​ເຮົາ “ຮັກ​ກັນ​ແລະ​ກັນ.” ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ແບບ​ນີ້ ຜູ້​ຄົນ​ກໍ​ເຫັນ​ວ່າ​ເຮົາ​ເປັນ​ສາວົກ​ແທ້​ຂອງ​ພະ​ຄລິດ. (ໂຢ. 13:34, 35) ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆທີ່​ມີ​ອາສາ​ສະໝັກ​ຫຼາຍ​ຄົນ​ມາ​ຊ່ວຍ​ວຽກ​ບັນເທົາ​ທຸກ ເຂົາ​ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ເມື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ແກ່​ຄົນ​ທີ່​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢ່າງ​ສັດ​ຊື່!

a ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ຄວາມ​ຊ່ວຍ​ເຫຼືອ​ຕ່າງໆທີ່​ເຮົາ​ພະຍາຍາມ​ເຮັດ​ເພື່ອ​ຊ່ວຍ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ແຕ່​ຫຼາຍ​ຄັ້ງ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ນຳ.—ຄລາ. 6:10

b ໂປໂລ​ໃຊ້​ຄຳ​ດີ​ອາ​ໂຄ​ໂນ​ສ (ຜູ້​ຮັບໃຊ້) ໃນ​ຮູບ​ການ​ຂອງ​ຄຳ​ນາມ​ບອກ​ຈຳນວນ​ຫຼາຍ​ເພື່ອ​ໝາຍ​ເຖິງ “ຜູ້​ຊ່ວຍ​ງານ​ຮັບໃຊ້.”—1 ຕີໂມ. 3:12

c ເບິ່ງ​ບົດ​ຄວາມ “ການ​ສົງເຄາະ​ຄອບຄົວ​ແຫ່ງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ປະເທດ​ບອດ​ສະ​ນີ” ໃນ​ຫໍສັງເກດການ 1 ພະຈິກ 1994 ໜ້າ 23-27 (ພາສາ​ໄທ)

ເຈົ້າ​ໝັ້ນ​ໃຈ​ຫຼາຍ​ສ່ຳ​ໃດ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້?

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ວຽກ​ບັນເທົາ​ທຸກ​ເປັນ​ສ່ວນ​ໜຶ່ງ​ຂອງ​ວຽກ​ຮັບໃຊ້​ສັກສິດ​ທີ່​ເຮົາ​ເຮັດ​ເພື່ອ​ພະ​ເຢໂຫວາ?

  • ຈຸດ​ປະສົງ​ຫຼັກ 3 ຂໍ້​ຂອງ​ວຽກ​ບັນເທົາ​ທຸກ​ມີ​ຫຍັງ​ແດ່?

  • ຜົນ​ປະໂຫຍດ​ທີ່​ຖາວອນ​ຈາກ​ວຽກ​ບັນເທົາ​ທຸກ​ແມ່ນ​ຫຍັງ?

  • ວຽກ​ບັນເທົາ​ທຸກ​ກ່ຽວ​ຂ້ອງ​ກັບ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ທີ່​ໂຢຮັນ 13:34 ແນວ​ໃດ?

ອາສາ​ສະໝັກ​ທົ່ວ​ໂລກ​ຊ່ວຍ​ວຽກ​ບັນເທົາ​ທຸກ

ອາ​ຝຼິກ​ກາ​ກາງ​ແລະ​ອາ​ຝຼິກ​ກາ​ຕາເວັນ​ຕົກ

ໃນ​ປີ 1994 ການ​ຂ້າ​ລ້າງ​ເຜົ່າ​ພັນ​ໃນ​ປະເທດ​ຣູ​ອັນ​ດາ​ເຮັດ​ໃຫ້​ປະຊາຊົນ​ປະມານ 800.000 ຄົນ​ເສຍ​ຊີວິດ. ການ​ສັງຫານ​ໝູ່​ໃນ​ຄັ້ງ​ນັ້ນ​ເຮັດ​ໃຫ້​ຄວາມ​ບໍ່​ສະຫງົບ​ລຸກ​ລາມ​ໄປ​ເຖິງ​ດິນແດນ​ອື່ນໆ ໃນ​ແຖວ​ອາ​ຝຼິກ​ກາ​ກາງ​ນຳ ແລ້ວ​ຄ້າຍ​ອົບພະຍົບ​ກໍ​ອັດ​ແໜ້ນ​ໄປ​ດ້ວຍ​ຜູ້​ຄົນ. ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ແບນ​ຊິກ ຝຣັ່ງ ສະ​ວິດ ຈຶ່ງ​ສົ່ງ​ສິ່ງ​ຂອງ​ບັນເທົາ​ທຸກ​ປະມານ 300.000 ກິໂລ​ກ​ຣາມ​ໄປ​ຊ່ວຍ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ທີ່​ກຳລັງ​ເດືອດຮ້ອນ. ສິ່ງ​ຂອງ​ເຫຼົ່າ​ນັ້ນ​ມີ​ທັງ​ເສື້ອ​ຜ້າ ອາຫານ ຢາ ເຕັ້ນ ແລະ​ອື່ນໆ ເຊິ່ງ​ໄປ ເຖິງ​ພີ່​ນ້ອງ​ທີ່​ປະສົບ​ຄວາມ​ຍາກ​ລຳບາກ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ.

ນອກ​ຈາກ​ນີ້​ຍັງ​ມີ​ທີມ​ແພດ​ແລະ​ພະຍາບານ 10 ຄົນ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຈາກ​ປະເທດ​ຝຣັ່ງ​ໄດ້​ໄປ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ໃນ​ອາ​ຝຼິກ​ກາ ເຊິ່ງ​ຕ້ອງ​ອົດ​ທົນ​ກັບ​ຄວາມ​ທຸກ​ຍາກ​ເພາະ​ສົງຄາມ​ກາງ​ເມືອງ ຄວາມ​ອຶດ​ຫິວ ແລະ​ໂລກ​ໄພ​ໄຂ້​ເຈັບ. ພາຍ​ໃນ 2 ປີ​ທີ່​ຜ່ານ​ມາ​ທີມ​ແພດ​ໄດ້​ໃຫ້​ຄຳ​ປຶກສາ​ແກ່​ຜູ້​ປ່ວຍ​ຫຼາຍ​ກວ່າ 10.000 ຄົນ. ວຽກ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ໄດ້​ຮັບ​ກຽດ. ພະຍາບານ​ຄົນ​ໜຶ່ງ​ເລົ່າ​ວ່າ: “ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ພື້ນ​ທີ່​ເພື່ອ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ ຜູ້​ຄົນ​ມັກ​ຈະ​ເວົ້າ​ດ້ວຍ​ຄວາມ​ນັບຖື​ວ່າ: ‘ຄົນ​ເຫຼົ່າ​ນີ້​ເປັນ​ພະຍານ​ພະ​ເຢໂຫວາ ເຂົາ​ເຈົ້າ​ມາ​ຊ່ວຍ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ.’” ຫຼັງ​ຈາກ​ໄດ້​ຮັບ​ການ​ເອົາໃຈໃສ່​ຈາກ​ພະຍາບານ ພະຍານ​ຄົນ​ໜຶ່ງ​ເວົ້າ​ດ້ວຍ​ຄວາມ​ຊາບ​ຊຶ້ງ​ໃຈ​ວ່າ: “ຂອບໃຈ​ພີ່​ນ້ອງ ຂອບໃຈ​ພະ​ເຢໂຫວາ!”

ໃນ​ກໍລະນີ​ທີ່​ເກີດ​ອຸບັດ​ຕິ​ເຫດ​ຮ້າຍແຮງ ບາງ​ຄັ້ງ​ກໍ​ຕ້ອງ​ເຮັດ​ວຽກ​ບັນເທົາ​ທຸກ​ນຳ​ເຊັ່ນ: ໃນ​ປີ 2012 ປະເທດ​ນີເຊເລຍ​ມີ​ອຸບັດ​ຕິ​ເຫດ​ເກີດ​ຂຶ້ນ​ເທິງ​ຖະໜົນ​ຫົນ​ທາງ ເຮັດ​ໃຫ້​ພະຍານ​ພະ​ເຢໂຫວາ​ຈາກ​ປະຊາຄົມ​ນ້ອຍໆປະຊາຄົມ​ໜຶ່ງ​ເສຍ​ຊີວິດ 13 ຄົນ ແລະ​ອີກ 54 ຄົນ​ໄດ້​ຮັບ​ບາດເຈັບ​ສາຫັດ. ຄະນະ​ກຳມະການ​ບັນເທົາ​ທຸກ​ໄດ້​ຈັດ​ໃຫ້​ມີ​ການ​ເບິ່ງ​ແຍງ​ພີ່​ນ້ອງ​ທຸກ​ຄົນ​ທີ່​ໄດ້​ຮັບ​ບາດເຈັບ​ຕະຫຼອດ 24 ຊົ່ວ​ໂມງ. ເມື່ອ​ຄົນ​ເຈັບ​ຄົນ​ໜຶ່ງ​ໃນ​ໂຮງ​ໝໍ​ສັງເກດ​ເຫັນ​ຄົນ​ທີ່​ມາ​ຊ່ວຍ​ເບິ່ງ​ແຍງ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ ລາວ​ເລີຍ​ໂທ​ໄປ​ຫາ​ນັກ​ເທດ​ໃນ​ໂບດ​ຂອງ​ລາວ​ແລ້ວ​ເວົ້າ​ວ່າ: “ບໍ່​ເຫັນ​ຄົນ​ຢູ່​ໂບດ​ມາ​ຢາມ​ຂ້ອຍ​ເລີຍ​ຈັກ​ຄົນ ມາ​ໂຮງ​ໝໍ​ແມ ຈະ​ໄດ້​ເຫັນ​ວ່າ​ພວກ​ພະຍານ​ພະ​ເຢໂຫວາ​ຮັກ​ກັນ​ຫຼາຍ​ສ່ຳ​ໃດ!”

ເຖິງ​ວ່າ​ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ໃນ​ປະຊາຄົມ​ນ້ອຍໆນັ້ນ​ຈະ​ເຈັບ​ປວດ​ໃຈ​ຫຼາຍ​ກັບ​ການ​ສູນ​ເສຍ​ຄັ້ງ​ໃຫຍ່ ແຕ່​ຄວາມ​ຮັກ​ທີ່​ໄດ້​ຮັບ​ຈາກ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ກໍ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຊົາ​ໂສກ​ເສົ້າ​ໄດ້. ຍິ່ງ​ກວ່າ​ນັ້ນ ຫຼັງ​ຈາກ​ໄດ້​ເຫັນ​ວ່າ​ພີ່​ນ້ອງ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ​ເອົາໃຈໃສ່​ເບິ່ງ​ແຍງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ ຫຼາຍ​ຄົນ​ໃນ​ປະຊາຄົມ​ກໍ​ຢາກ​ຮັບໃຊ້​ພະເຈົ້າ​ຫຼາຍ​ຂຶ້ນ. ກ່ອນ​ເກີດ​ອຸບັດ​ຕິ​ເຫດ​ຄັ້ງ​ນັ້ນ​ປະຊາຄົມ​ນີ້​ມີ​ຜູ້​ປະກາດ 35 ຄົນ ແຕ່​ພາຍ​ໃນ​ປີ​ດຽວ​ກໍ​ມີ​ຜູ້​ປະກາດ​ເພີ່ມ​ຂຶ້ນ​ເປັນ 60 ຄົນ.

ອົດສະຕຣາລີ

ໃນ​ປີ 2013 ຫຼາຍ​ເຂດ​ໃນ​ແຄມ​ຝັ່ງ​ທະເລ​ລັດ​ຄ​ວີ​ນ​ສະ​ແລນ ຖືກ​ນ້ຳ​ຖ້ວມ​ຢ່າງ​ໜັກ ເຮັດ​ໃຫ້​ພະຍານ​ພະ​ເຢໂຫວາ 70 ຄົນ​ບໍ່​ມີ​ທີ່​ຢູ່​ອາໄສ. ມາກ​ແລະ​ຣອນ​ດາ​ພາ​ລູກ​ສາວ​ໜີ​ນ້ຳ​ຖ້ວມ​ໄປ​ຢູ່​ທີ່​ສູນ​ອົບພະຍົບ. ຣອນ​ດາ​ເລົ່າ​ວ່າ: ສູນ​ນີ້​ແອ​ອັດ​ຫຼາຍ​ຈົນ “ຈະ​ບໍ່​ມີ​ບ່ອນ​ຢຽບ” ສຽງ​ທີ່​ດັງ​ຈົນ​ແສບ​ແກ້ວ​ຫູ​ເວລາ​ຍົນ​ເຮ​ລິ​ຄອບ​ເຕີ​ບິນ​ຂຶ້ນ​ບິນ​ລົງ​ໃກ້ໆສູນ​ນີ້ ກໍ​ແຮ່ງ​ເຮັດ​ໃຫ້​ບັນຍາກາດ​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ. ລາວ​ຖາມ​ຜົວ​ດ້ວຍ​ຄວາມ​ກັງວົນ​ວ່າ: “ເຮົາ​ຈະ​ເຮັດ​ແນວ​ໃດ​ດີ?” ມາກ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ. ຣອນ​ດາ​ເລົ່າ​ວ່າ: “ປະມານ​ເຄິ່ງ​ຊົ່ວ​ໂມງ​ຫຼັງ​ຈາກ​ນັ້ນ ມີ​ລົດ​ຄັນ​ໜຶ່ງ​ຂັບ​ມາ​ທີ່​ສູນ ແລ້ວ​ພີ່​ນ້ອງ 3 ຄົນ​ກໍ​ລົງ​ຈາກ​ລົດ ເມື່ອ​ເຂົາ​ເຈົ້າ​ເຫັນ​ພວກ​ເຮົາ​ແລ້ວ​ກໍ​ເວົ້າ​ວ່າ: ‘ພວກ​ເຮົາ​ມາ​ຮັບ ແລະ​ຈະ​ພາ​ເຈົ້າ​ໄປ​ພັກ​ຢູ່​ບ້ານ​ພີ່​ນ້ອງ.’” ຣອນ​ດາ​ເລົ່າ​ຕໍ່​ວ່າ: “ເຮົາ​ຕື້ນ​ຕັນ​ໃຈ​ຈົນ​ເວົ້າ​ບໍ່​ອອກ ຕອນ​ນັ້ນ​ຮູ້​ພຽງ​ຢ່າງ​ດຽວ​ວ່າ​ອົງການ​ຂອງ​ພະ​ເຢໂຫວາ​ຮັກ​ແລະ​ຫ່ວງໃຍ​ເຮົາ​ຫຼາຍ.”

ອາສາ​ສະໝັກ​ຫຼາຍ​ກວ່າ 250 ຄົນ​ຟ້າວ​ໄປ​ເຂດ​ທີ່​ປະສົບ​ໄພ​ພິບັດ​ເພື່ອ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ຄົນ​ອື່ນໆ. ພີ່​ນ້ອງ​ສູງ​ອາຍຸ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຢູ່ໆ ພະຍານ​ກຸ່ມ​ໜຶ່ງ​ກໍ​ມາ​ຮອດ​ແລະ​ຊ່ວຍ​ກັນ​ເກັບ​ກວາດ​ເຮືອນ​ຂອງ​ຂ້ອຍ​ຈົນ​ກ້ຽງ ເຂົາ​ເຈົ້າ​ດຸ​ໝັ່ນ​ຄື​ກັບ​ມົດ. ຂ້ອຍ​ກັບ​ເມຍ​ຈະ​ບໍ່​ມີ​ວັນ​ລືມ​ເລີຍ​ວ່າ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ເຮົາ​ຫຼາຍ​ສ່ຳ​ໃດ.”

ເບຣ​ຊິນ

ໃນ​ປີ 2008 ມີ​ນ້ຳ​ຖ້ວມ​ແລະ​ດິນ​ເຈື່ອນ​ເກີດ​ຂຶ້ນ​ໃນ​ລັດ​ຊານ​ຕາ ຄາ​ຕາ​ຣິ​ນາ​ເຮັດ​ໃຫ້​ປະຊາຊົນ​ປະມານ 80.000 ຄົນ​ຕ້ອງ​ອົບພະຍົບ​ອອກ​ຈາກ​ບ້ານ. ຄົນ​ໜຶ່ງ​ທີ່​ຢູ່​ແຖວ​ນັ້ນ​ບອກ​ວ່າ ມັນ​ຄ້າຍ​ຄື​ກັບ “ຊຶ​ນາ​ມິ​ທີ່​ມີ​ທັງ​ດິນ ຂີ້​ຕົມ ແລະ​ຕົ້ນ​ໄມ້.” ພີ່​ນ້ອງ​ພາ​ກັນ​ໄປ​ຫຼົບ​ໄພ​ໃນ​ຫໍ​ປະຊຸມ​ໃຫຍ່. ມາ​ຊິ​ໂອ​ພີ່​ນ້ອງ​ທີ່​ດູ​ແລ​ຫໍ​ປະຊຸມ​ນັ້ນ​ເວົ້າ​ວ່າ: “ເຂົາ​ເຈົ້າ​ມີ​ແຕ່​ເຄື່ອງ​ຄາ​ຄີງ ແລະ​ຕົນ​ໂຕ​ຂອງ​ແຕ່​ລະ​ຄົນ​ກໍ​ເຕັມ​ແຕ່​ຂີ້​ຕົມ.” ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ປວດ​ໃຈ​ແທ້ໆເມື່ອ​ເຫັນ​ເຮືອນ​ພັງ​ລົງ​ມາ ແລ້ວ​ມັນ​ກໍ​ຫາຍ​ໄປ​ໃນ​ພິບ​ຕາ ແຕ່​ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ເລີຍ​ວ່າ​ພີ່​ນ້ອງ​ປອບ​ໂຍນ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ​ແດ່. ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ສະແດງ​ຕໍ່​ເຮົາ​ມັນ​ຫຼາຍ​ແທ້ໆ! ປະສົບການ​ນີ້​ສອນ​ຂ້ອຍ​ວ່າ ສະສົມ​ຊັບ​ສົມບັດ​ໄວ້​ຢູ່​ໃສ​ກໍ​ບໍ່​ເທົ່າ​ຝາກ​ໄວ້​ໃນ​ສະຫວັນ.”

ພະຍານ​ພະ​ເຢໂຫວາ​ກຳລັງ​ຈັດ​ແລະ​ແຈກ​ຈ່າຍ​ເຄື່ອງ​ບໍລິຈາກ​ເພື່ອ​ບັນເທົາ​ທຸກ​ໃນ​ປະເທດ​ເບຣ​ຊິນ

ໃນ​ປີ 2009 ທີ່​ເບຣ​ຊິນ ຫໍ​ປະຊຸມ​ໃຫຍ່​ໃນ​ລັດ​ຊານ​ຕາ ຄາ​ຕາ​ຣິ​ນາ​ກາຍ​ເປັນ​ສູນ​ບັນເທົາ​ທຸກ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ຂອງ​ບໍລິຈາກ

ດິນ​ເຈື່ອນ​ທີ່​ໄຫຼ​ລົງ​ມາ​ຈາກ​ພູເຂົາ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ກັບ​ຊາວບ້ານ​ທີ່​ອາໄສ​ຢູ່​ຕາມ​ສັນ​ພູ​ໃກ້​ເມືອງ​ຣີ​ໂອ​ເດ​ຈາ​ເນ​ໂຣ. ເນື່ອງ​ຈາກ​ບ່ອນ​ນັ້ນ​ເກີດ​ໄພ​ພິບັດ​ເລື້ອຍໆ ພີ່​ນ້ອງ​ຈຶ່ງ​ຕັ້ງ​ຄະນະ​ກຳມະການ​ບັນເທົາ​ທຸກ​ຖາວອນ​ຂຶ້ນ​ເພື່ອ​ຮັບ​ກັບ​ສະຖານະການ. ເມື່ອ​ຜູ້​ເຝົ້າ​ລະວັງ​ໄພ​ພິບັດ (ຫຼື​ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ມອບ​ໝາຍ​ເຊິ່ງ​ຢູ່​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ) ເຫັນ​ສັນຍານ​ບົ່ງ​ຊີ້​ວ່າ​ຈະ​ເກີດ​ມີ​ດິນ​ເຈື່ອນ ລາວ​ຈະ​ແຈ້ງ​ໄປ​ຫາ​ຄະນະ​ກຳມະການ​ຊຸດ​ນີ້​ທັນທີ ແລ້ວ​ອາສາ​ສະໝັກ​ກໍ​ຈະ​ຟ້າວ​ໄປ​ບ່ອນ​ນັ້ນ​ພ້ອມ​ກັບ​ລົດ​ບັນເທົາ​ທຸກ​ທີ່​ຕິດ​ປ້າຍ​ຊື່ “ພະຍານ​ພະ​ເຢໂຫວາ ໜ່ວຍ​ຊ່ວຍ​ເຫຼືອ​ເພື່ອນ​ມະນຸດ.” ທຸກ​ຄົນ​ໃນ​ໜ່ວຍ​ກູ້​ໄພ​ທີ່​ມີ​ອຸປະກອນ​ຄົບ​ມື​ຈະ​ຮູ້​ວຽກ​ເປັນ​ຢ່າງ​ດີ​ເພາະ​ໄດ້​ຮັບ​ມອບ​ໝາຍ​ວຽກ​ນີ້​ລ່ວງ​ໜ້າ​ແລ້ວ. ແຕ່​ລະ​ຄົນ​ຈະ​ໃສ່​ເສື້ອ​ກັກ​ທີ່​ມີ​ຊື່​ພະຍານ​ພະ​ເຢໂຫວາ​ຕິດ​ໄວ້​ຢ່າງ​ຊັດເຈນ ພີ່​ນ້ອງ​ເຫຼົ່າ​ນີ້​ແລະ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງ​ໝໍ​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ໄດ້​ຮັບ​ບາດເຈັບ. ສ່ວນ​ທີມ​ບັນເທົາ​ທຸກ​ຈະ​ຂົນ​ສິ່ງ​ຈຳເປັນ​ໄປ​ນຳ ເຊັ່ນ: ອາຫານ ນ້ຳ ອຸປະກອນ​ການ​ຢາ ເສື້ອ​ຜ້າ ຜະລິດຕະພັນ​ແລະ​ອຸປະກອນ​ເຮັດ​ຄວາມ​ສະອາດ. ການ​ກວາດ​ຂີ້​ຕົມ​ອອກ​ຈາກ​ເຮືອນ​ເປັນ​ວຽກ​ໜັກ​ຫຼາຍ ເຊັ່ນ: ຫຼັງ​ຈາກ​ເກີດ​ດິນ​ເຈື່ອນ​ເມື່ອ​ບໍ່​ດົນ​ມາ​ນີ້ ເຮົາ​ໃຊ້​ອາສາ​ສະໝັກ 60 ຄົນ​ແລະ​ລົດ​ບັນທຸກ​ເຖິງ 4 ຄັນ​ເພື່ອ​ຂົນ​ຂີ້​ຕົມ​ອອກ​ຈາກ​ເຮືອນ​ພຽງ​ຫຼັງ​ດຽວ!

ກຽມ​ພ້ອມ​ກ່ອນ​ເກີດ​ໄພ​ພິບັດ

ຄະນະ​ກຳມະການ​ປົກຄອງ​ໄດ້​ສັ່ງ​ທຸກ​ສາຂາ​ໃນ​ທົ່ວ​ໂລກ​ໃຫ້​ແນະນຳ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ແລະ​ຜູ້​ດູ​ແລ​ເດີນ​ທາງ​ເລື່ອງ​ວິທີ​ກຽມ​ຮັບ​ມື​ກັບ​ໄພ​ພິບັດ. ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ມີ​ໄພ​ພິບັດ​ເກີດ​ຂຶ້ນ​ກໍ​ຕາມ ຜູ້​ເຖົ້າ​ແກ່​ຕ້ອງ​ມີ​ເບີ​ໂທລະສັບ​ແລະ​ທີ່​ຢູ່​ຫຼ້າ​ສຸດ​ຂອງ​ສະມາຊິກ​ທຸກ​ຄົນ​ໃນ​ປະຊາຄົມ​ໄວ້​ໃຫ້​ພ້ອມ.

ເມື່ອ​ເກີດ​ໄພ​ພິບັດ!

  1. ຜູ້​ເຖົ້າ​ແກ່​ກວດ​ເບິ່ງ​ຄອບຄົວ​ຂອງ​ຜູ້​ປະກາດ

    ຜູ້​ເຖົ້າ​ແກ່​ທ້ອງຖິ່ນ​ຕິດ​ຕໍ່​ຜູ້​ປະກາດ​ທຸກ​ຄົນ.

  2. ຜູ້​ເຖົ້າ​ແກ່​ລາຍງານ​ຄວາມ​ຄືບ​ໜ້າ​ໃຫ້​ຜູ້​ປະສານ​ງານ​ຄະນະ​ຜູ້​ເຖົ້າ​ແກ່​ຮູ້.

  3. ການ​ຕິດ​ຕໍ່​ສື່ສານ​ລະຫວ່າງ​ຜູ້​ປະສານ​ງານ​ປະຊາຄົມ ຜູ້​ດູ​ແລ​ເດີນ​ທາງ ແລະ​ພີ່​ນ້ອງ​ຄົນ​ອື່ນໆ​ທີ່​ກ່ຽວ​ຂ້ອງ ແລະ​ສຳນັກງານ​ສາຂາ

    ຜູ້​ປະສານ​ງານ​ຄະນະ​ຜູ້​ເຖົ້າ​ແກ່​ລາຍງານ​ໃຫ້​ຜູ້​ດູ​ແລ​ເດີນ​ທາງ​ແລະ​ພີ່​ນ້ອງ​ຄົນ​ອື່ນໆທີ່​ກ່ຽວ​ຂ້ອງ​ເຊິ່ງ​ເຂົາ​ເຈົ້າ​ຈະ​ຕິດ​ຕໍ່​ປະສານ​ງານ​ກັບ​ສາຂາ.

  4. ອາຫານ​ແລະ​ນ້ຳ

    ຈັດ​ຫາ​ສິ່ງ​ຈຳເປັນ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ເຊັ່ນ: ອາຫານ ນ້ຳ ທີ່​ພັກ​ອາໄສ ການ​ປິ່ນປົວ ລວມ​ທັງ​ຊ່ວຍ​ປອບ​ໂຍນ​ແລະ​ຊ່ວຍ​ພີ່​ນ້ອງ​ໃຫ້​ສາມາດ​ກັບ​ໄປ​ປະຊຸມ​ແລະ​ໄປ​ປະກາດ​ໄດ້​ອີກ.

  5. ລາຍງານ​ສະພາບການ​ທີ່​ເກີດ​ຂຶ້ນ​ແລະ​ຄວາມ​ຈຳເປັນ​ຕ່າງໆ​ທີ່​ພີ່​ນ້ອງ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ

    ສຳນັກງານ​ສາຂາ​ສົ່ງ​ຈົດ​ໝາຍ​ເຖິງ​ຄະນະ​ກຳມະການ​ຜູ້​ປະສານ​ງານ​ຂອງ​ຄະນະ​ກຳມະການ​ປົກຄອງ​ເພື່ອ​ລາຍງານ​ສະພາບການ​ທີ່​ເກີດ​ຂຶ້ນ​ແລະ​ຄວາມ​ຈຳເປັນ​ຕ່າງໆທີ່​ພີ່​ນ້ອງ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

  6. ການ​ແຈກ​ເຄື່ອງ​ບັນເທົາ​ທຸກ

    ຄະນະ​ກຳມະການ​ບັນເທົາ​ທຸກ​ເບິ່ງ​ແຍງ​ວຽກ​ບັນເທົາ​ທຸກ​ແລະ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ໃຫ້​ຟື້ນ​ຕົວ​ຂຶ້ນ​ແລະ​ສາມາດ​ເບິ່ງ​ແຍງ​ຕົວ​ເອງ​ຕໍ່​ໄປ​ໄດ້.

  7. ຍົນ​ກຳລັງ​ບິນ

    ຄະນະ​ກຳມະການ​ຜູ້​ປະສານ​ງານ​ຂອງ​ຄະນະ​ກຳມະການ​ປົກຄອງ​ຈະ​ປະເມີນ​ຜົນ​ວ່າ​ມີ​ຄວາມ​ຈຳເປັນ​ຫຍັງ​ແດ່ ຈາກ​ນັ້ນ​ກໍ​ອະນຸມັດ​ໃຫ້​ອາສາ​ສະໝັກ​ຈາກ​ປະເທດ​ຕ່າງໆ ໄປ​ຊ່ວຍ​ເຫຼືອ​ຖ້າ​ມີ​ຄວາມ​ຈຳເປັນ.

ເຄື່ອງ​ມື​ອີກ​ຢ່າງ​ໜຶ່ງ​ສຳລັບ​ວຽກ​ບັນເທົາ​ທຸກ

ໜ້າ​ປົກ​ຈຸນລະສານ​ພະຍານ​ພະ​ເຢໂຫວາ​ແລະ​ວຽກ​ບັນເທົາ​ທຸກ

ໃນ​ເດືອນ​ມິຖຸນາ 2013 ມີ​ການ​ເຮັດ​ຈຸນລະສານ​ພະຍານ​ພະ​ເຢໂຫວາ​ແລະ​ວຽກ​ບັນເທົາ​ທຸກ (ພາສາ​ອັງກິດ). ຈຸນລະສານ​ນີ້​ເຮັດ​ຂຶ້ນ​ເພື່ອ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໃນ​ປະເທດ​ສະຫະລັດ ໂດຍ​ສະເພາະ​ຜູ້​ທີ່​ມີ​ໜ້າ​ທີ່​ເບິ່ງ​ແຍງ​ວຽກ​ຕ່າງໆໃນ​ກໍລະນີ​ທີ່​ມີ​ເຫດ​ສຸກ​ເສີນ​ເກີດ​ຂຶ້ນ. ຈຸນລະສານ​ນີ້​ເວົ້າ​ເຖິງ​ວຽກ​ບັນເທົາ​ທຸກ​ບາງ​ຢ່າງ​ທີ່​ເຮົາ​ເຮັດ​ຕັ້ງ​ແຕ່​ກາງ​ທົດສະວັດ 1940. ນອກ​ຈາກ​ນີ້​ຍັງ​ມີ​ແຜນທີ່​ທີ່​ສະແດງ​ຂອບ​ເຂດ​ຂອງ​ວຽກ​ບັນເທົາ​ທຸກ​ທີ່​ເຮົາ​ເຮັດ​ໃນ​ທົ່ວ​ໂລກ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ທີ່​ມີ​ໜ້າ​ທີ່​ຈັດການ​ແລະ​ເບິ່ງ​ແຍງ​ວຽກ​ບັນເທົາ​ທຸກ​ບອກ​ວ່າ: “ພີ່​ນ້ອງ​ທີ່​ເຮັດ​ວຽກ​ໃນ​ພະແນກ​ຄະນະ​ກຳມະການ​ບັນເທົາ​ທຸກ​ໄດ້​ໃຊ້​ຈຸນລະສານ​ນີ້​ເພື່ອ​ສ້າງ​ເຄືອ​ຂ່າຍ​ກັບ​ເຈົ້າ​ໜ້າ​ທີ່​ຜູ້​ເບິ່ງ​ແຍງ​ວຽກ​ໃນ​ພື້ນ​ທີ່​ທີ່​ສ່ຽງ​ຕໍ່​ໄພ​ພິບັດ ກ່ອນ​ທີ່​ຈະ​ມີ​ສະຖານະການ​ສຸກ​ເສີນ​ເກີດ​ຂຶ້ນ. ເມື່ອ​ເຂົາ​ເຈົ້າ​ຮູ້ຈັກ​ວຽກ​ບັນເທົາ​ທຸກ​ຂອງ​ເຮົາ ການ​ຂໍ​ອະນຸຍາດ​ເຂົ້າ​ໄປ​ໃນ​ເຂດ​ທີ່​ເກີດ​ໄພ​ພິບັດ​ກໍ​ເຮັດ​ໃຫ້​ງ່າຍ​ຂຶ້ນ.”

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌