ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 2 ໜ້າ 10-ໜ້າ 11 ຂໍ້ 1
  • ພະເຈົ້າ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄູ່​ທຳອິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຈົ້າ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄູ່​ທຳອິດ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ມະນຸດຜູ້ຊາຍຜູ້ຍິງຄູ່ທຳອິດ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ເຫດຜົນທີ່ພວກເຂົາໄດ້ເສຍທີ່ຢູ່ອາໄສ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຈຸດປະສົງຂອງພະເຢໂຫວາຈະສຳເລັດ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 2 ໜ້າ 10-ໜ້າ 11 ຂໍ້ 1
ອາດາມ​ກັບ​ເອວາ​ໃນ​ສວນ​ເອເດັນ

ບົດ​ທີ 2

ພະເຈົ້າ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄູ່​ທຳອິດ

ພະ​ເຢໂຫວາ​ສ້າງ​ສວນ​ໜຶ່ງ​ຊື່​ວ່າ ເອເດັນ. ສວນ​ນີ້​ເຕັມ​ໄປ​ດ້ວຍ​ດອກ​ໄມ້ ຕົ້ນໄມ້ ແລະ​ສັດ​ບັກ​ຫຼາຍໆ​ຊະນິດ. ຕໍ່​ມາ ພະເຈົ້າ​ກໍ​ສ້າງ​ອາດາມ​ຜູ້​ຊາຍ​ຄົນ​ທຳອິດ​ຈາກ​ຂີ້​ດິນ​ແລະ​ເປົ່າ​ລົມ​ໃສ່​ຮູ​ດັງ​ຂອງ​ລາວ. ແລ້ວ​ມີ​ຫຍັງ​ເກີດຂຶ້ນ? ຜູ້​ຊາຍ​ຄົນ​ນີ້​ກໍ​ມີ​ຊີວິດ​ຂຶ້ນ​ມາ! ພະ​ເຢໂຫວາ​ໃຫ້​ອາດາມ​ເບິ່ງແຍງ​ສວນ​ເອເດັນ​ແລະ​ໃຫ້​ລາວ​ຕັ້ງ​ຊື່​ສັດ​ທຸກ​ຊະນິດ.

ພະ​ເຢໂຫວາ​ໄດ້​ຕັ້ງ​ກົດ​ທີ່​ສຳຄັນ​ຂໍ້​ໜຶ່ງ​ໃຫ້​ກັບ​ອາດາມ. ເພິ່ນ​ບອກ​ລາວ​ວ່າ: ‘ເຈົ້າ​ຊິ​ກິນ​ໝາກ​ໄມ້​ຕົ້ນ​ໃດ​ກໍ​ໄດ້​ໃນ​ສວນ​ນີ້ ຍົກເວັ້ນ​ຕົ້ນ​ດຽວ​ທີ່​ຫ້າມ​ກິນ. ຖ້າ​ເຈົ້າ​ກິນ ເຈົ້າ​ຈະ​ຕາຍ.’

ຕໍ່​ມາ ພະ​ເຢໂຫວາ​ເວົ້າ​ວ່າ: ‘ເຮົາ​ຈະ​ສ້າງ​ຜູ້​ຊ່ວຍ​ຄົນ​ໜຶ່ງ​ໃຫ້​ອາດາມ.’ ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ອາດາມ​ນອນ​ຫຼັບ​ແບບ​ບໍ່​ຮູ້ສຶກ​ໂຕ ແລ້ວ​ເອົາ​ກະດູກ​ຂ້າງ​ອັນ​ໜຶ່ງ​ຂອງ​ອາດາມ​ມາ​ສ້າງ​ເປັນ​ເມຍ​ໃຫ້​ລາວ. ຜູ້​ຍິງ​ຄົນ​ນີ້​ຊື່​ວ່າ ເອວາ. ອາດາມ​ກັບ​ເອວາ​ເປັນ​ຄອບຄົວ​ທຳອິດ. ອາດາມ​ຮູ້ສຶກ​ແນວ​ໃດ​ຕໍ່​ເມຍ​ຂອງ​ລາວ? ລາວ​ມີ​ຄວາມ​ສຸກ​ຫຼາຍ​ຈົນ​ເວົ້າ​ອອກ​ມາ​ວ່າ: ‘ເບິ່ງ​ຜູ້​ຍິງ​ທີ່​ພະ​ເຢໂຫວາ​ສ້າງ​ຈາກ​ກະດູກ​ຂ້າງ​ຂອງ​ຂ້ອຍ​ແມ້! ລາວ​ເປັນ​ຄົນ​ຄື​ກັບ​ຂ້ອຍ​ເລີຍ.’

ພະ​ເຢໂຫວາ​ບອກ​ອາດາມ​ກັບ​ເອວາ​ໃຫ້​ມີ​ລູກ​ມີ​ຫຼານ​ຈົນ​ເຕັມ​ໂລກ. ເພິ່ນ​ຢາກ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ຊ່ວຍ​ກັນ​ເຮັດ​ໃຫ້​ໂລກ​ເປັນ​ສວນ​ອຸທິຍານ ຫຼື​ສວນ​ທີ່​ງາມໆຄື​ກັບ​ສວນ​ເອເດັນ. ແຕ່​ສິ່ງ​ຕ່າງໆ​ກໍ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຕັ້ງໃຈ​ໄວ້. ຍ້ອນຫຍັງ? ເຮົາ​ຈະ​ຮູ້​ຄຳ​ຕອບ​ໃນ​ບົດ​ຕໍ່​ໄປ.

“ໃນຕອນທຳອິດ ພະເຈົ້າ​ໄດ້​ສ້າງ​ມະນຸດ​ເປັນ​ຜູ້​ຊາຍ​ແລະ​ຜູ້​ຍິງ.”—ມັດທາຍ 19:4

ຄຳ​ຖາມ: ພະ​ເຢໂຫວາ​ໃຫ້​ອາດາມ​ເຮັດ​ວຽກ​ຫຍັງ? ຖ້າ​ອາດາມ​ກັບ​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ພະເຈົ້າ​ຫ້າມ ເຂົາເຈົ້າ​ຈະ​ເປັນ​ແນວ​ໃດ?

ປະຖົມມະການ 1:27-31; 2:7-9, 15-23; ເພງ​ສັນລະເສີນ 115:16; ມັດທາຍ 19:4-6

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌