ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 14 ໜ້າ 40-ໜ້າ 41 ຂໍ້ 1
  • ທາດ​ຄົນ​ໜຶ່ງ​ເຊື່ອຟັງ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ທາດ​ຄົນ​ໜຶ່ງ​ເຊື່ອຟັງ​ພະເຈົ້າ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພວກອ້າຍກຽດຊັງໂຍເຊບ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະເຢໂຫວາ​ໃຫ້​ເຈົ້າ​ປະສົບ​ຜົນ​ສຳເລັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ໂຍເຊບຖືກຂັງຢູ່ໃນຄຸກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ໂຢເຊັບ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 14 ໜ້າ 40-ໜ້າ 41 ຂໍ້ 1
ໂຢເຊັບ​ແລ່ນ​ໜີ​ຈາກ​ເມຍ​ຂອງ​ໂປຕີຟາ

ບົດ​ທີ 14

ທາດ​ຄົນ​ໜຶ່ງ​ເຊື່ອຟັງ​ພະເຈົ້າ

ໂຢເຊັບ​ເປັນ​ລູກ​ຊາຍ​ທີ່​ຢາໂຄບ​ຮັກ​ຫຼາຍ​ທີ່​ສຸດ. ເຈົ້າ​ຄິດ​ວ່າ​ພວກ​ອ້າຍ​ຂອງ​ໂຢເຊັບ​ຊິ​ຮູ້ສຶກ​ແນວ​ໃດ? ເຂົາເຈົ້າ​ອິດສາ​ແລະ​ຊັງ​ໂຢເຊັບ​ຫຼາຍ. ເມື່ອ​ໂຢເຊັບ​ຝັນ​ແປກໆ ລາວ​ກໍ​ໄປ​ເລົ່າ​ສູ່​ພວກ​ອ້າຍ​ຟັງ. ແລ້ວ​ພວກ​ອ້າຍ​ກໍ​ຕີ​ຄວາມ​ໝາຍ​ວ່າ ມື້​ໜຶ່ງ​ເຂົາເຈົ້າ​ຈະ​ຕ້ອງ​ກົ້ມ​ລົງ​ສະແດງ​ຄວາມ​ນັບຖື​ໂຢເຊັບ. ນີ້​ແຮ່ງ​ເຮັດ​ໃຫ້​ເຂົາເຈົ້າ​ຊັງ​ໂຢເຊັບ​ຫຼາຍ​ກວ່າ​ເກົ່າ!

ພວກ​ອ້າຍ​ຂອງ​ໂຢເຊັບ​ຈັບ​ລາວ​ໂຍນ​ລົງ​ຂຸມ

ມີ​ມື້​ໜຶ່ງ ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ລ້ຽງ​ແກະ​ຢູ່​ໃກ້​ເມືອງ​ເຊເຄັມ. ຢາໂຄບ​ບອກ​ໂຢເຊັບ​ໃຫ້​ໄປ​ເບິ່ງ​ພວກ​ອ້າຍ​ວ່າ​ເປັນ​ແນວ​ໃດ. ເມື່ອ​ພວກ​ອ້າຍ​ແນມ​ເຫັນ​ໂຢເຊັບ​ແຕ່​ໄກໆ ເຂົາເຈົ້າ​ກໍ​ລົມ​ກັນ​ວ່າ: ‘ເບິ່ງ​ແມ້! ບັກ​ນັກ​ຝັນ​ໃຫຍ່​ມັນ​ມາ​ແລ້ວ. ໄປ໋ ພວກ​ເຮົາ​ຂ້າ​ມັນ​ຖິ້ມ!’ ເຂົາເຈົ້າ​ຈັບ​ໂຢເຊັບ ແລ້ວ​ໂຍນ​ລາວ​ລົງ​ຂຸມ​ເລິກ. ແຕ່​ອ້າຍ​ທີ່​ຊື່​ຢູດາ​ບອກ​ວ່າ: ‘ບໍ່​ຕ້ອງ​ຂ້າ​ມັນ​ດອກ! ຂາຍ​ມັນ​ໃຫ້​ໄປ​ເປັນ​ທາດ​ດີ​ກວ່າ.’ ເຂົາເຈົ້າ​ກໍ​ເລີຍ​ຂາຍ​ໂຢເຊັບ​ໃຫ້​ພວກ​ພໍ່​ຄ້າ​ຄົນ​ມີດີອານ​ທີ່​ກຳລັງ​ເດີນທາງ​ໄປ​ເອຢິບ​ເປັນ​ເງິນ​ໜັກ 20 ເຊເກນ.

ຫຼັງ​ຈາກ​ນັ້ນ ພວກ​ອ້າຍ​ກໍ​ເອົາ​ເສື້ອ​ຂອງ​ໂຢເຊັບ​ໄປ​ຈຸ່ມ​ໃສ່​ເລືອດ​ແບ້ ແລ້ວ​ເອົາ​ໄປ​ໃຫ້​ພໍ່​ເບິ່ງແລະ​ຖາມ​ພໍ່​ວ່າ: ‘ເສື້ອ​ໂຕ​ນີ້​ແມ່ນ​ເສື້ອ​ລູກ​ຊາຍ​ພໍ່​ບໍ?’ ຢາໂຄບ​ກໍ​ເລີຍ​ຄິດ​ວ່າ​ໂຢເຊັບ​ຖືກ​ສັດ​ປ່າ​ຂ້າ​ຕາຍ​ແລ້ວ. ລາວ​ເສຍໃຈ​ເອົາ​ແທ້​ເອົາ​ວ່າ ແລະ​ບໍ່​ມີ​ໃຜ​ສາມາດ​ປອບ​ໃຈ​ລາວ​ໄດ້.

ໂຢເຊັບ​ຢູ່​ໃນ​ຄຸກ

ຢູ່​ເອຢິບ ໂຢເຊັບ​ຖືກ​ຂາຍ​ໄປ​ເປັນ​ທາດ​ຂອງ​ຂ້າລາຊະການ​ທີ່​ສຳຄັນ​ຄົນ​ໜຶ່ງ​ຊື່​ວ່າ​ໂປຕີຟາ. ແຕ່​ພະ​ເຢໂຫວາ​ກໍ​ຍັງ​ຢູ່​ນຳ​ໂຢເຊັບ. ໂປຕີຟາ​ເຫັນ​ວ່າ​ໂຢເຊັບ​ເຮັດ​ວຽກ​ເກັ່ງ​ຫຼາຍ​ແລະ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ບໍ່​ດົນ ໂປຕີຟາ​ກໍ​ແຕ່ງຕັ້ງ​ໂຢເຊັບ​ໃຫ້​ເບິ່ງແຍງ​ຊັບ​ສົມບັດ​ທັງໝົດ​ຂອງ​ລາວ.

ເມື່ອ​ເມຍ​ໂປຕີຟາ​ເຫັນ​ວ່າ​ໂຢເຊັບ​ເປັນ​ຄົນ​ຫຼໍ່​ແລະ​ຫຸ່ນ​ດີ ລາວ​ກໍ​ເລີຍ​ຊວນ​ໂຢເຊັບ​ທຸກ​ມື້ໆ​ໃຫ້​ມາ​ນອນ​ນຳ. ແລ້ວໂຢເຊັບ​ຈະ​ເຮັດ​ແນວ​ໃດ? ໂຢເຊັບ​ປະຕິເສດ​ແລະ​ເວົ້າ​ວ່າ: ‘ບໍ່! ມັນ​ຜິດ. ນາຍ​ຂອງ​ຂ້ອຍ​ໄວ້ໃຈ​ຂ້ອຍ​ຫຼາຍ​ແລະ​ເຈົ້າ​ກໍ​ເປັນ​ເມຍ​ຂອງ​ນາຍ. ຖ້າ​ຂ້ອຍ​ນອນ​ນຳ​ເຈົ້າ ຂ້ອຍ​ກໍ​ເຮັດ​ບາບ​ຕໍ່​ພະເຈົ້າ!’

ມີ​ມື້​ໜຶ່ງ ເມຍ​ໂປຕີຟາ​ພະຍາຍາມ​ບັງຄັບ​ໂຢເຊັບ​ໃຫ້​ນອນ​ນຳ. ລາວ​ດຶງ​ເສື້ອ​ໂຢເຊັບ​ໄວ້ ແຕ່​ໂຢເຊັບ​ກໍ​ໜີ​ໄປ​ໄດ້. ເມື່ອ​ໂປຕີຟາ​ຜົວ​ຂອງ​ລາວ​ກັບ​ມາ​ຮອດ​ເຮືອນ ລາວ​ກໍ​ເວົ້າ​ຕົວະ​ຜົວ​ວ່າ​ໂຢເຊັບ​ພະຍາຍາມ​ປ້ຳ​ລາວ. ໂປຕີຟາ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ແລະ​ຈັບ​ໂຢເຊັບ​ໄປ​ຂັງ​ຄຸກ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ລືມ​ໂຢເຊັບ.

“ດັ່ງນັ້ນ ໃຫ້​ຖ່ອມ​ໂຕ​ລົງ​ຕໍ່​ພະເຈົ້າ​ຜູ້​ມີ​ລິດເດດ​ຍິ່ງໃຫຍ່ ເພື່ອ​ເພິ່ນ​ຈະ​ໃຫ້​ກຽດ​ພວກ​ເຈົ້າ​ເມື່ອ​ຮອດ​ເວລາ.”—1 ເປໂຕ 5:6

ຄຳ​ຖາມ: ພວກ​ອ້າຍ​ເຮັດ​ຫຍັງ​ໃຫ້​ໂຢເຊັບ? ເປັນ​ຫຍັງ​ໂຢເຊັບ​ຈຶ່ງ​ຖືກ​ຂັງ​ຄຸກ?

ປະຖົມມະການ 37:1-36; 39:1-23; ກິດຈະການ 7:9

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌