ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 15 ໜ້າ 42-ໜ້າ 43 ຂໍ້ 3
  • ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ໂຢເຊັບ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ໂຢເຊັບ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພວກອ້າຍກຽດຊັງໂຍເຊບ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຍ້າຍຄອບຄົວໄປຢູ່ປະເທດອີຢີບ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ທາດ​ຄົນ​ໜຶ່ງ​ເຊື່ອຟັງ​ພະເຈົ້າ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໂຍເຊບທົດລອງພວກອ້າຍຂອງຕົນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 15 ໜ້າ 42-ໜ້າ 43 ຂໍ້ 3
ໂຢເຊັບ​ແປ​ຄວາມ​ຝັນ​ໃຫ້​ຟາໂຣ​ຟັງ

ບົດ​ທີ 15

ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ໂຢເຊັບ

ຕອນ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່​ໃນ​ຄຸກ ຟາໂຣ​ກະສັດ​ຂອງ​ເອຢິບ​ໄດ້​ຝັນ​ເລື່ອງ​ທີ່​ບໍ່​ມີ​ໃຜ​ສາມາດ​ແປ​ຄວາມ​ໝາຍ​ໄດ້. ຄົນ​ຮັບໃຊ້​ຄົນ​ໜຶ່ງ​ບອກ​ຟາໂຣ​ວ່າ​ໂຢເຊັບ​ສາມາດ​ແປ​ຄວາມ​ຝັນ​ຂອງ​ລາວ​ໄດ້. ຟາໂຣ​ຈຶ່ງ​ຟ້າວ​ໃຫ້​ຄົນ​ໄປ​ພາ​ໂຢເຊັບ​ມາ​ຫາ​ທັນທີ.

ຟາໂຣ​ຖາມ​ໂຢເຊັບ​ວ່າ: ‘ເຈົ້າ​ບອກ​ໄດ້​ບໍ​ວ່າ​ຄວາມ​ຝັນ​ຂອງ​ຂ້ອຍ​ໝາຍ​ເຖິງ​ຫຍັງ?’ ໂຢເຊັບ​ຕອບ​ວ່າ: ‘ຢູ່​ທົ່ວ​ເອຢິບ​ຈະ​ມີ​ອາຫານ​ອຸດົມ​ສົມບູນ​ຕະຫຼອດ 7 ປີ​ນີ້ ແຕ່​ຫຼັງ​ຈາກ​ນັ້ນ​ອີກ 7 ປີ​ຈະ​ເກີດ​ຄວາມ​ອຶດຢາກ. ຂໍ​ໃຫ້​ກະສັດ​ເລືອກ​ຄົນ​ໜຶ່ງ​ທີ່​ສະຫຼາດ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ລວບລວມ​ອາຫານ​ເພື່ອ​ປະຊາຊົນ​ຈະ​ບໍ່​ຕາຍ​ຍ້ອນ​ຄວາມ​ອຶດຢາກ.’ ຟາໂຣ​ກໍ​ເລີຍ​ບອກ​ວ່າ: ‘ຂ້ອຍ​ເລືອກ​ເຈົ້າ! ເຈົ້າ​ຈະ​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ເປັນ​ອັນ​ດັບ​ທີ​ສອງ​ໃນ​ເອຢິບ!’ ເປັນ​ຫຍັງ​ໂຢເຊັບ​ແປ​ຄວາມ​ຝັນ​ຂອງ​ຟາໂຣ​ໄດ້? ລາວ​ແປ​ໄດ້​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ.

ໂຢເຊັບ​ເບິ່ງແຍງ​ການ​ລວບລວມ​ອາຫານ

ຕະຫຼອດ 7 ປີ ໂຢເຊັບ​ລວບລວມ​ອາຫານ​ໄດ້​ຫຼາຍ​ແທ້​ຫຼາຍ​ວ່າ. ແລ້ວ​ຫຼັງ​ຈາກ​ນັ້ນ​ກໍ​ເກີດ​ຄວາມ​ອຶດຢາກ​ໄປ​ທົ່ວ​ໂລກ​ຄື​ກັບ​ທີ່​ໂຢເຊັບ​ເຄີຍ​ບອກ​ໄວ້. ມີ​ຄົນ​ຈາກ​ທົ່ວ​ທຸກ​ບ່ອນ​ມາ​ຊື້​ອາຫານ​ນຳ​ໂຢເຊັບ. ເມື່ອ​ຢາໂຄບ​ໄດ້​ຍິນ​ວ່າ​ຢູ່​ເອຢິບ​ມີ​ອາຫານ ລາວ​ກໍ​ເລີຍ​ໃຫ້​ລູກ​ຊາຍ 10 ຄົນ​ໄປ​ຊື້​ອາຫານ​ຢູ່​ຫັ້ນ.

ພວກ​ລູກ​ຊາຍ​ຂອງ​ຢາໂຄບ​ກໍ​ໄປ​ຫາ​ໂຢເຊັບ. ເມື່ອ​ໂຢເຊັບ​ເຫັນ​ພວກ​ອ້າຍ ລາວ​ກໍ​ຈື່ໄດ້ທັນທີ ແຕ່​ພວກ​ອ້າຍ​ຈື່​ໂຢເຊັບ​ບໍ່​ໄດ້. ເຂົາເຈົ້າ​ໝູບ​ໜ້າ​ລົງ​ພື້ນ​ສະແດງ​ຄວາມ​ນັບຖື​ໂຢເຊັບ​ຄື​ກັບ​ທີ່​ໂຢເຊັບ​ເຄີຍ​ຝັນ​ຕອນ​ຍັງ​ນ້ອຍ. ໂຢເຊັບ​ຢາກ​ຮູ້​ວ່າ​ພວກ​ອ້າຍ​ຍັງ​ມີ​ນິດໄສ​ຄື​ເກົ່າ​ບໍ່ ລາວ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຈົ້າ​ເປັນ​ຄົນ​ສອດແນມ! ພວກ​ເຈົ້າ​ຊິ​ມາ​ຊອກ​ຫາ​ຈຸດ​ອ່ອນ​ໃນ​ແຜ່ນດິນ​ນີ້​ແມ່ນ​ບໍ?” ເຂົາເຈົ້າ​ຕອບ​ວ່າ: ‘ບໍ່​ແມ່ນ. ພວກ​ເຮົາ​ມາ​ຈາກ​ການາອານ ພວກ​ເຮົາ​ມີ​ອ້າຍ​ນ້ອງ​ນຳ​ກັນ 12 ຄົນ. ຄົນ​ໜຶ່ງ​ຕາຍ​ແລ້ວ​ແລະ​ນ້ອງ​ຊາຍ​ຫຼ້າ​ຢູ່​ນຳ​ພໍ່.’ ແລ້ວ​ໂຢເຊັບ​ບອກ​ເຂົາເຈົ້າ​ວ່າ: ‘ໃຫ້​ພາ​ນ້ອງ​ຊາຍ​ຫຼ້າ​ມາ​ຫາ​ຂ້ອຍ ຂ້ອຍ​ຈຶ່ງ​ຊິ​ເຊື່ອ​ພວກ​ເຈົ້າ.’ ເຂົາເຈົ້າ​ຈຶ່ງ​ພາກັນ​ກັບ​ບ້ານ​ໄປ​ຫາ​ພໍ່.

ເມື່ອ​ອາຫານ​ໝົດ ຢາໂຄບ​ກໍ​ໃຫ້​ພວກ​ລູກ​ຊາຍ​ກັບ​ໄປ​ເອຢິບ​ອີກ. ເທື່ອ​ນີ້​ເຂົາເຈົ້າ​ພາ​ເບັນຢາມິນ​ນ້ອງ​ຊາຍ​ຫຼ້າ​ໄປ​ນຳ. ເພື່ອ​ຈະ​ທົດສອບ​ພວກ​ອ້າຍ ໂຢເຊັບ​ໄດ້​ລັກ​ເອົາ​ຈອກ​ເງິນ​ໃສ່​ເປົາ​ເຂົ້າ​ຂອງ​ເບັນຢາມິນ​ແລະ​ກ່າວຫາ​ວ່າ​ພວກ​ອ້າຍ​ເປັນ​ຄົນ​ລັກ. ເມື່ອ​ຄົນ​ຮັບໃຊ້​ຂອງ​ໂຢເຊັບ​ເຈິ​ຈອກ​ເງິນ​ຢູ່​ໃນ​ເປົາ​ຂອງ​ເບັນຢາມິນ ພວກ​ອ້າຍ​ກໍ​ຕົກໃຈ​ຫຼາຍ. ເຂົາເຈົ້າ​ຂໍຮ້ອງ​ໂຢເຊັບ​ໃຫ້​ລົງໂທດ​ເຂົາເຈົ້າ​ແທນ​ເບັນຢາມິນ.

ຕອນນີ້​ໂຢເຊັບ​ຮູ້​ວ່າ​ພວກ​ອ້າຍ​ໄດ້​ປ່ຽນ​ໄປ​ແລ້ວ. ລາວ​ອົດ​ກັ້ນ​ຄວາມ​ຮູ້ສຶກ​ໄວ້​ບໍ່​ໄຫວ ລາວ​ຈຶ່ງ​ຮ້ອງ​ໄຫ້​ອອກ​ມາ​ບັກ​ດັງໆ​ແລ້ວ​ເວົ້າ​ວ່າ: ‘ຂ້ອຍ​ແມ່ນ​ໂຢເຊັບ​ນ້ອງ​ຊາຍ​ຂອງ​ພວກ​ອ້າຍ. ພໍ່​ຍັງ​ມີ​ຊີວິດ​ຢູ່​ບໍ?’ ພວກ​ອ້າຍ​ນ້ອງ​ກໍ​ຕົກໃຈ​ຈົນ​ເວົ້າ​ຫຍັງ​ບໍ່​ອອກ. ແຕ່​ໂຢເຊັບ​ບອກ​ເຂົາເຈົ້າ​ວ່າ: ‘ບໍ່​ຕ້ອງ​ເສຍໃຈ​ທີ່​ໄດ້​ຂາຍ​ຂ້ອຍ​ມາ​ນີ້ ເພາະ​ພະເຈົ້າ​ສົ່ງ​ຂ້ອຍ​ມາ​ນີ້​ກໍ​ເພື່ອ​ຊ່ວຍ​ຊີວິດ​ພວກ​ອ້າຍ. ໃຫ້​ພວກ​ອ້າຍ​ຟ້າວ​ພາ​ພໍ່​ມາ​ຫາ​ຂ້ອຍ​ຢູ່​ນີ້​ເດີ້.’

ເຂົາເຈົ້າ​ກັບ​ເມືອ​ບອກ​ຂ່າວ​ດີ​ໃຫ້​ພໍ່​ຮູ້​ແລະ​ພາ​ພໍ່​ໄປ​ເອຢິບ. ຫຼັງ​ຈາກ​ໂຢເຊັບ​ບໍ່​ໄດ້​ເຈິ​ພໍ່​ມາ​ຫຼາຍ​ປີ ໃນ​ທີ່​ສຸດ​ທັງ​ສອງ​ຄົນ​ກໍ​ໄດ້​ກັບ​ມາ​ຢູ່​ນຳ​ກັນ​ອີກ​ເທື່ອ​ໜຶ່ງ.

ໂຢເຊັບ​ກັບ​ຢາໂຄບ​ພໍ່​ຂອງ​ລາວ​ທັກທາຍ​ກັນ

“ຖ້າ​ພວກ​ເຈົ້າ​ບໍ່​ຍົກໂທດ​ໃຫ້​ຄົນ​ອື່ນ ເພິ່ນ​ກໍ​ຈະ​ບໍ່​ຍົກໂທດ​ໃຫ້​ພວກ​ເຈົ້າ​ຄື​ກັນ.”—ມັດທາຍ 6:15

ຄຳ​ຖາມ: ພະ​ເຢໂຫວາ​ຊ່ວຍ​ໂຢເຊັບ​ແນວ​ໃດ? ໂຢເຊັບ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ໃຫ້​ອະໄພ​ພວກ​ອ້າຍ​ແລ້ວ?

ປະຖົມມະການ 40:1–45:28; 46:1-7, 26-34; ເພງ​ສັນລະເສີນ 105:17-19; ກິດຈະການ 7:9-15

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌