ບົດທີ 95
ບໍ່ມີຫຍັງຢຸດເຂົາເຈົ້າໄດ້
ມີຜູ້ຊາຍຄົນໜຶ່ງເປັນລ່ອຍຍ່າງບໍ່ໄດ້ ລາວນັ່ງຂໍທານຢູ່ປະຕູວິຫານທຸກມື້. ຕອນບ່າຍມື້ໜຶ່ງ ລາວເຫັນເປໂຕກັບໂຢຮັນກຳລັງເຂົ້າໄປໃນວິຫານ ລາວຈຶ່ງເວົ້າກັບເຂົາເຈົ້າວ່າ: ‘ຂ້ອຍຂໍເງິນແດ່.’ ເປໂຕບອກລາວວ່າ: ‘ຂ້ອຍມີສິ່ງທີ່ດີກວ່າເງິນຈະໃຫ້ເຈົ້າ. ໃນນາມຂອງພະເຢຊູ ຂ້ອຍຂໍສັ່ງໃຫ້ເຈົ້າລຸກຂຶ້ນແລະຍ່າງໄປ!’ ເປໂຕໂຈມລາວລຸກຂຶ້ນ ແລ້ວລາວກໍຍ່າງໄດ້! ປະຊາຊົນຕື່ນເຕັ້ນດີໃຈກັບການອັດສະຈັນນີ້ຫຼາຍແລະມີຄົນບັກຫຼາຍໆເຂົ້າມາເປັນລູກສິດ.
ແຕ່ພວກປະໂລຫິດກັບພວກຊາດູກາຍໃຈຮ້າຍຫຼາຍ ເຂົາເຈົ້າຈັບອັກຄະສາວົກທັງ 2 ຄົນໄປຂຶ້ນສານແລະຖາມວ່າ: ‘ໃຜໃຫ້ອຳນາດພວກເຈົ້າປົວຜູ້ຊາຍຄົນນີ້?’ ເປໂຕຕອບວ່າ: ‘ພວກເຮົາໄດ້ອຳນາດຈາກພະເຢຊູຄລິດທີ່ພວກເຈົ້າຂ້າຫັ້ນແຫຼະ.’ ພວກຜູ້ນຳສາສະໜາຮ້ອງໃສ່ວ່າ: ‘ເຊົາເວົ້າເລື່ອງເຢຊູດຽວນີ້!’ ແຕ່ອັກຄະສາວົກທັງສອງຄົນຕອບວ່າ: ‘ພວກເຮົາຈະບໍ່ເຊົາເວົ້າເລື່ອງພະເຢຊູ.’
ທັນທີທີ່ເປໂຕກັບໂຢຮັນຖືກປ່ອຍໂຕ ເຂົາເຈົ້າກໍຟ້າວໄປຫາພວກລູກສິດຄົນອື່ນໆແລະເລົ່າໃຫ້ຟັງວ່າເກີດຫຍັງຂຶ້ນ. ພວກລູກສິດໄດ້ອະທິດຖານນຳກັນແລະຂໍພະເຢໂຫວາວ່າ: ‘ຂໍຊ່ວຍພວກເຮົາໃຫ້ມີຄວາມກ້າຫານເພື່ອຈະເຮັດວຽກຂອງພະອົງຕໍ່ໆໄປ.’ ພະເຢໂຫວາກໍໃຫ້ພະລັງບໍລິສຸດກັບເຂົາເຈົ້າ ເຂົາເຈົ້າຈຶ່ງປະກາດແລະປົວຄົນປ່ວຍຕໍ່ໄປໄດ້. ມີຄົນເຂົ້າມາເປັນລູກສິດຫຼາຍຂຶ້ນເລື້ອຍໆ. ພວກຊາດູກາຍຮູ້ສຶກອິດສາຫຼາຍ ເຂົາເຈົ້າຈຶ່ງຈັບເປໂຕແລະໂຢຮັນໄປຂັງຄຸກ. ແຕ່ໃນຄືນມື້ນັ້ນ ພະເຢໂຫວາໄດ້ສົ່ງທູດສະຫວັນມາເປີດປະຕູຄຸກແລະບອກພວກອັກຄະສາວົກທັງສອງຄົນວ່າ: ‘ໃຫ້ພວກເຈົ້າກັບໄປສອນຢູ່ວິຫານ.’
ຕອນເຊົ້າມື້ຕໍ່ມາ ມີຄົນມາບອກພວກຜູ້ນຳສາສະໜາຢູ່ສານຊັນເຮດຣິນວ່າ: ‘ຄຸກຍັງລ໋ອກຢູ່ ແຕ່ຄົນທີ່ພວກເຈົ້າຂັງໄວ້ບໍ່ຢູ່ແລ້ວ! ເຂົາເຈົ້າກຳລັງສອນປະຊາຊົນຢູ່ວິຫານ!’ ແລ້ວເປໂຕກັບໂຢຮັນກໍຖືກຈັບໄປສານຊັນເຮດຣິນອີກເທື່ອໜຶ່ງ. ປະໂລຫິດໃຫຍ່ເວົ້າກັບເຂົາເຈົ້າວ່າ: ‘ພວກເຮົາສັ່ງພວກເຈົ້າແລ້ວວ່າບໍ່ໃຫ້ເວົ້າເລື່ອງຂອງເຢຊູອີກ!’ ແຕ່ເປໂຕຕອບວ່າ: “ພວກເຮົາຕ້ອງເຊື່ອຟັງພະເຈົ້າຫຼາຍກວ່າມະນຸດ.”
ພວກຜູ້ນຳສາສະໜາໃຈຮ້າຍຫຼາຍຈົນຢາກຂ້າເປໂຕກັບໂຢຮັນ ແຕ່ຟາຣີຊາຍຄົນໜຶ່ງຊື່ຄາມາລີເອັນໄດ້ຢືນຂຶ້ນແລະເວົ້າວ່າ: ‘ໃຫ້ຄິດຄັກໆກ່ອນເດີ້ ຖ້າພະເຈົ້າຢູ່ກັບຄົນພວກນີ້ ພວກເຈົ້າກໍກຳລັງຕໍ່ສູ້ກັບເພິ່ນ. ພວກເຈົ້າຢາກຕໍ່ສູ້ກັບພະເຈົ້າແທ້ໆບໍ?’ ພວກຜູ້ນຳສາສະໜາເຊື່ອຄາມາລີເອັນ. ເຂົາເຈົ້າເອົາແສ້ຟາດເປໂຕກັບໂຢຮັນແລະກໍສັ່ງອີກເທື່ອໜຶ່ງວ່າໃຫ້ເຊົາປະກາດ ແລ້ວກໍປ່ອຍໄປ. ແຕ່ເປໂຕກັບໂຢຮັນກໍຍັງປະກາດຂ່າວດີຕໍ່ໆໄປຢ່າງກ້າຫານທັງຢູ່ໃນວິຫານແລະຕາມບ້ານເຮືອນ.
“ພວກເຮົາຕ້ອງເຊື່ອຟັງພະເຈົ້າຫຼາຍກວ່າມະນຸດ.”—ກິດຈະການ 5:29