ບົດທີ 30
ສິ່ງທີ່ຊ່ວຍໃຫ້ເອົາຊະນະຄວາມຢ້ານ
ລູກຮູ້ສຶກວ່າເປັນເລື່ອງງ່າຍບໍທີ່ຈະຮັບໃຊ້ພະເຢໂຫວາ?— ຄູຜູ້ຍິ່ງໃຫຍ່ບໍ່ໄດ້ບອກວ່າມັນຈະເປັນເລື່ອງງ່າຍໆທີ່ຈະເຮັດ. ໃນຄືນກ່ອນທີ່ພະເຍຊູຈະຖືກປະຫານຊີວິດ ພະອົງບອກພວກອັກຄະສາວົກວ່າ: “ຖ້າມະນຸດສະໂລກກຽດຊັງພວກທ່ານ ຈົ່ງຮູ້ຈັກວ່າເຂົາໄດ້ກຽດຊັງເຮົາກ່ອນໄດ້ກຽດຊັງພວກທ່ານ.”—ໂຢຮັນ 15:18.
ທ່ານເປໂຕໂອ້ອວດວ່າລາວຈະບໍ່ມີວັນປະຖິ້ມພະເຍຊູ ແຕ່ພະເຍຊູບອກວ່າເປໂຕຈະປະຕິເສດວ່າບໍ່ຮູ້ຈັກພະອົງເຖິງສາມຄັ້ງໃນຄືນນັ້ນ. ແລະເປໂຕກໍເຮັດແນວນັ້ນແທ້ໆ! (ມັດທາຍ 26:31-35, 69-75) ເລື່ອງແບບນີ້ເກີດຂຶ້ນໄດ້ແນວໃດ?— ມັນເກີດຂຶ້ນຍ້ອນເປໂຕຮູ້ສຶກຢ້ານ ແລະອັກຄະສາວົກຄົນອື່ນໆກໍພາກັນຢ້ານນຳ.
ລູກຮູ້ບໍວ່າເປັນຫຍັງພວກອັກຄະສາວົກຈຶ່ງຮູ້ສຶກຢ້ານ?— ເຂົາເຈົ້າບໍ່ໄດ້ເຮັດສິ່ງໜຶ່ງທີ່ສຳຄັນຫຼາຍ. ການທີ່ເຮົາຮູ້ເລື່ອງນີ້ຈະຊ່ວຍເຮົາໃຫ້ຮັບໃຊ້ພະເຢໂຫວາ ບໍ່ວ່າໃຜຈະເວົ້າອັນໃດຫຼືເຮັດອັນໃດກັບເຮົາກໍຕາມ. ແຕ່ກ່ອນອື່ນ ເຮົາຕ້ອງທວນຄືນເລື່ອງທີ່ເກີດຂຶ້ນໃນຄືນສຸດທ້າຍທີ່ພະເຍຊູຢູ່ກັບພວກອັກຄະສາວົກ.
ຕອນທຳອິດ ພະເຍຊູແລະພວກອັກຄະສາວົກສະຫຼອງປັດສະຄານຳກັນ. ປັດສະຄາເປັນອາຫານຄາບພິເສດທີ່ຈັດຂຶ້ນທຸກປີເພື່ອເຕືອນປະຊາຊົນຂອງພະເຈົ້າໃຫ້ລະນຶກວ່າເຂົາເຈົ້າໄດ້ຮັບການປົດປ່ອຍຈາກການເປັນຂ້າທາດຢູ່ປະເທດເອຢິບ. ຈາກນັ້ນພະເຍຊູກໍໄດ້ຕັ້ງອາຫານຄາບພິເສດອີກຄາບໜຶ່ງຂຶ້ນ. ເຮົາຈະພິຈາລະນາເລື່ອງນີ້ໃນບົດຕໍ່ໆໄປ ແລະຈະມີການອະທິບາຍວ່າອາຫານຄາບນັ້ນຊ່ວຍເຮົາໃຫ້ລະນຶກເຖິງພະເຍຊູແນວໃດ. ຫຼັງຈາກທີ່ກິນອາຫານຄາບນັ້ນແລະກ່າວຖ້ອຍຄຳທີ່ຫນູນກຳລັງໃຈພວກສາວົກ ພະເຍຊູໄດ້ພາເຂົາເຈົ້າອອກໄປສວນທີ່ຊື່ວ່າເຄດເຊມາເນ. ນີ້ເປັນສະຖານທີ່ທີ່ເຂົາເຈົ້າມັກໄປເລື້ອຍໆ.
ໃນສວນນັ້ນ ພະເຍຊູແຍກຕົວໄປອະທິດຖານຕາມລຳພັງ. ພະອົງຍັງບອກທ່ານເປໂຕ ທ່ານຢາໂກໂບ ແລະທ່ານໂຢຮັນໃຫ້ອະທິດຖານ. ແຕ່ເຂົາເຈົ້າພັດນອນຫຼັບ. ພະເຍຊູໄປອະທິດຖານຕາມລຳພັງເຖິງສາມຄັ້ງ ແລະເມື່ອກັບມາພະອົງກໍພົບວ່າທ່ານເປໂຕແລະຄົນອື່ນໆພາກັນນອນຫຼັບທັງສາມຄັ້ງ! (ມັດທາຍ 26:36-47) ລູກຮູ້ບໍວ່າເປັນຫຍັງພວກເຂົາເຈົ້າຄວນຕື່ນຢູ່ແລະອະທິດຖານ?— ໃຫ້ເຮົາມາລົມກັນເຖິງເລື່ອງນີ້.
ເປັນຫຍັງເປໂຕ ຢາໂກໂບ ແລະໂຢຮັນຄວນຈະຕື່ນຢູ່?
ຢູດາອິດສະກາລີໂອດເຂົ້າຮ່ວມປັດສະຄາກັບພະເຍຊູແລະສາວົກຄົນອື່ນໆໃນຕອນແລງຂອງມື້ນັ້ນ. ລູກອາດຈື່ໄດ້ວ່າຢູດາໄດ້ກາຍເປັນຄົນຂີ້ລັກ. ຕອນນີ້ລາວກາຍເປັນຄົນທໍລະຍົດ. ລາວຮູ້ຈັກສວນເຄດເຊມາເນເຊິ່ງເປັນບ່ອນທີ່ພະເຍຊູມັກພົບກັບພວກອັກຄະສາວົກ. ດັ່ງນັ້ນ ຢູດາຈຶ່ງພາພວກທະຫານໄປທີ່ນັ້ນເພື່ອຈັບພະເຍຊູ. ເມື່ອພວກເຂົາມາຮອດ ພະເຍຊູຖາມວ່າ: “ທ່ານທັງຫຼາຍຊອກຫາຜູ້ໃດ?”
ພວກທະຫານຕອບວ່າ: “ພະເຍຊູ.” ພະເຍຊູບໍ່ໄດ້ຮູ້ສຶກຢ້ານ ດັ່ງນັ້ນພະອົງຈຶ່ງຕອບວ່າ: “ເຮົາເປັນຜູ້ນັ້ນ.” ພວກທະຫານຮູ້ສຶກປະຫຼາດໃຈໃນຄວາມກ້າຫານຂອງພະເຍຊູຈົນເຖິງຂັ້ນຖອຍຫຼັງກັບແລະລົ້ມລົງຢູ່ພື້ນດິນ. ຈາກນັ້ນພະເຍຊູກ່າວວ່າ: ‘ຖ້າທ່ານທັງຫຼາຍຊອກຫາເຮົາ ຈົ່ງໃຫ້ພວກອັກຄະສາວົກຂອງເຮົາໄປເຖີ້ນ.’—ໂຢຮັນ 18:1-9.
ເມື່ອພວກທະຫານຈັບແລະມັດພະເຍຊູ ພວກອັກຄະສາວົກໄດ້ພາກັນແລ່ນໜີໄປເພາະຮູ້ສຶກຢ້ານ. ແຕ່ເປໂຕແລະໂຢຮັນຢາກຮູ້ວ່າຈະເກີດຫຍັງຂຶ້ນ ດັ່ງນັ້ນເຂົາເຈົ້າຈຶ່ງຕິດຕາມໄປແບບຫ່າງໆ. ໃນທີ່ສຸດ ພະເຍຊູຖືກພາໄປເຮືອນຂອງປະໂລຫິດໃຫຍ່ກາອີເຟ. ເນື່ອງຈາກໂຢຮັນຮູ້ຈັກກັບປະໂລຫິດໃຫຍ່ ຄົນເຝົ້າປະຕູຈຶ່ງຍອມໃຫ້ເປໂຕແລະໂຢຮັນເຂົ້າໄປໃນເດີ່ນບ້ານ.
ພວກປະໂລຫິດໄດ້ມາຊຸມນຸມກັນຢູ່ເຮືອນຂອງທ່ານກາອີເຟເພື່ອພິຈາລະນາຄະດີ. ພວກເຂົາເຈົ້າຕ້ອງການປະຫານພະເຍຊູ. ດັ່ງນັ້ນ ພວກເຂົາເຈົ້າຈຶ່ງເອົາພະຍານມາໃຫ້ການຕົວະກ່ຽວກັບພະເຍຊູ. ຄົນພວກນັ້ນເອົາກຳປັ້ນຊົກແລະຕົບພະເຍຊູ. ໃນຂະນະທີ່ເລື່ອງທັງໝົດນີ້ເກີດຂຶ້ນ ເປໂຕກໍຢູ່ໃກ້ໆຫັ້ນ.
ຍິງຮັບໃຊ້ທີ່ເປັນຄົນເຝົ້າປະຕູເຊິ່ງປ່ອຍໃຫ້ເປໂຕແລະໂຢຮັນເຂົ້າມາສັງເກດເຫັນເປໂຕ. ລາວເວົ້າວ່າ: “ຝ່າຍທ່ານທັງມວນໄດ້ຢູ່ກັບພະເຍຊູ!” ແຕ່ເປໂຕເຖິງຂັ້ນປະຕິເສດວ່າບໍ່ຮູ້ຈັກພະເຍຊູ. ຫຼັງຈາກນັ້ນບໍ່ດົນ ຜູ້ຍິງອີກຄົນໜຶ່ງກໍຈື່ເປໂຕໄດ້ແລະເວົ້າກັບຄົນທີ່ຢືນຢູ່ແຖວນັ້ນວ່າ: “ທ່ານຜູ້ນີ້ທັງມວນໄດ້ຢູ່ກັບພະເຍຊູ.” ອີກຄັ້ງໜຶ່ງທີ່ເປໂຕປະຕິເສດວ່າບໍ່ຮູ້ຈັກພະເຍຊູ. ຕໍ່ມາອີກບຶດໜຶ່ງ ຄົນກຸ່ມໜຶ່ງເຫັນເປໂຕແລະເວົ້າວ່າ: “ຈິງແທ້ທ່ານເປັນຜູ້ໜຶ່ງໃນພວກນັ້ນດ້ວຍ.” ເປັນຄັ້ງທີສາມທີ່ເປໂຕປະຕິເສດໂດຍເວົ້າວ່າ: “ເຮົາບໍ່ຮູ້ຈັກທ່ານຜູ້ນັ້ນ.” ເປໂຕເຖິງຂັ້ນສາບານວ່າລາວເວົ້າຄວາມຈິງ ແລະພະເຍຊູໄດ້ປິ່ນໜ້າມາເບິ່ງເປໂຕ.—ມັດທາຍ 26:57-75; ລືກາ 22:54-62; ໂຢຮັນ 18:15-27.
ເປັນຫຍັງເປໂຕຈຶ່ງຢ້ານຫຼາຍຈົນເຖິງຂັ້ນຕົວະວ່າບໍ່ຮູ້ຈັກພະເຍຊູ?
ລູກຮູ້ບໍວ່າເປັນຫຍັງເປໂຕຈຶ່ງຕົວະ?— ແມ່ນແລ້ວ ເພາະລາວຢ້ານ. ແຕ່ເປັນຫຍັງລາວຈຶ່ງຢ້ານ? ລາວບໍ່ໄດ້ເຮັດຫຍັງເພື່ອເສີມສ້າງຕົວເອງໃຫ້ມີຄວາມກ້າຫານ? ຄິດເບິ່ງດູ. ພະເຍຊູໄດ້ເຮັດຫຍັງເພື່ອຈະມີຄວາມກ້າຫານ?— ພະອົງອະທິດຖານເຖິງພະເຈົ້າແລະພະເຈົ້າຊ່ວຍພະອົງໃຫ້ມີຄວາມກ້າຫານ. ແລະຢ່າລືມວ່າພະເຍຊູໄດ້ບອກເປໂຕເຖິງສາມຄັ້ງວ່າໃຫ້ອະທິດຖານແລະຕື່ນຢູ່ແລະເຝົ້າລະວັງ. ແຕ່ໄດ້ເກີດຫຍັງຂຶ້ນ?—
ເປໂຕນອນຫຼັບທຸກຄັ້ງ. ລາວບໍ່ໄດ້ອະທິດຖານແລະບໍ່ໄດ້ເຝົ້າລະວັງ. ດັ່ງນັ້ນ ລາວຈຶ່ງຖືກໂຈມຕີແບບບໍ່ຮູ້ຕົວເມື່ອພະເຍຊູຖືກຈັບ. ຕໍ່ມາໃນການພິຈາລະນາຄະດີ ຂະນະທີ່ເຂົາເຈົ້າທຸບຕີພະເຍຊູແລະວາງແຜນທີ່ຈະຂ້າພະອົງ ເປໂຕຢ້ານກົວ. ແຕ່ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ພະເຍຊູບອກພວກສາວົກໃຫ້ຄາດໝາຍໃນເລື່ອງໃດ?— ພະເຍຊູບອກວ່າ ໂລກໄດ້ກຽດຊັງພະອົງສັນໃດ ໂລກກໍຈະກຽດຊັງເຂົາເຈົ້າສັນນັ້ນ.
ລູກອາດພົບວ່າຕົວເອງຕົກຢູ່ໃນສະຖານະການທີ່ຄ້າຍໆກັບເປໂຕແນວໃດ?
ຕອນນີ້ຂໍໃຫ້ຄິດເຖິງສິ່ງທີ່ອາດເກີດຂຶ້ນກັບເຮົາຄືກັບທີ່ໄດ້ເກີດຂຶ້ນກັບເປໂຕ. ສົມມຸດວ່າລູກຢູ່ໃນຫ້ອງຮຽນເມື່ອມີບາງຄົນເລີ່ມເວົ້າເລື່ອງບໍ່ດີກ່ຽວກັບຄົນທີ່ບໍ່ເຄົາລົບທຸງຊາດຫຼືຄົນທີ່ບໍ່ສະຫຼອງບຸນໂນແອນ. ແລ້ວຖ້າມີຄົນມາຖາມລູກວ່າ: “ແມ່ນແທ້ບໍທີ່ເຈົ້າ ບໍ່ເຄົາລົບທຸງຊາດ?” ຫຼືບາງຄົນເວົ້າວ່າ “ພວກເຮົາໄດ້ຍິນວ່າເຈົ້າບໍ່ສະຫຼອງບຸນໂນແອນຊ້ຳ!” ລູກຢ້ານທີ່ຈະເວົ້າຄວາມຈິງບໍ?— ລູກຢາກເວົ້າຕົວະແບບເປໂຕເວົ້າບໍ?—
ໃນພາຍຫຼັງນັ້ນ ເປໂຕຮູ້ສຶກເສຍໃຈຫຼາຍທີ່ລາວໄດ້ປະຕິເສດວ່າບໍ່ຮູ້ຈັກພະເຍຊູ. ເມື່ອສຳນຶກເຖິງສິ່ງທີ່ຕົນເອງໄດ້ເຮັດ ລາວຈຶ່ງອອກໄປທາງນອກແລະຮ້ອງໄຫ້. ແມ່ນແລ້ວ ລາວຫວນກັບຄືນໄປຫາພະເຍຊູ. (ລືກາ 22:32) ບັດນີ້ລອງຄິດເບິ່ງດູ. ອັນໃດຈະຊ່ວຍເຮົາບໍ່ໃຫ້ຮູ້ສຶກຢ້ານຫຼາຍຈົນເຮົາເວົ້າບາງສິ່ງບາງຢ່າງອອກໄປແບບທີ່ເປໂຕໄດ້ເວົ້າ?— ຂໍໃຫ້ຈື່ໄວ້ວ່າເປໂຕລະເລີຍການອະທິດຖານແລະບໍ່ໄດ້ເຝົ້າລະວັງ. ດັ່ງນັ້ນ ລູກຕອບໄດ້ບໍວ່າເຮົາຕ້ອງເຮັດຫຍັງເພື່ອຈະເປັນຜູ້ຕິດຕາມຄູຜູ້ຍິ່ງໃຫຍ່?—
ແນ່ນອນວ່າເຮົາຕ້ອງອະທິດຖານເຖິງພະເຢໂຫວາເພື່ອຂໍຄວາມຊ່ວຍເຫຼືອ. ເມື່ອພະເຍຊູອະທິດຖານ ລູກຮູ້ບໍວ່າພະເຈົ້າເຮັດຫຍັງເພື່ອພະອົງ?— ພະເຈົ້າສົ່ງທູດສະຫວັນໃຫ້ມາເສີມກຳລັງພະເຍຊູ. (ລືກາ 22:43) ທູດສະຫວັນຂອງພະເຈົ້າສາມາດຊ່ວຍເຮົາໄດ້ບໍ?— ຄຳພີໄບເບິນບອກວ່າ: “ທູດຂອງພະເຢໂຫວາກໍຕັ້ງຢູ່ອ້ອມຮອບຄົນທັງຫຼາຍທີ່ຢ້ານຢຳພະອົງແລະຊ່ອຍເຂົາໃຫ້ພົ້ນ.” (ຄຳເພງ 34:7) ແຕ່ເພື່ອຈະໄດ້ຮັບຄວາມຊ່ວຍເຫຼືອຈາກພະເຈົ້າ ເຮົາຈຳເປັນຕ້ອງເຮັດຫຼາຍກວ່າການອະທິດຖານ. ລູກຮູ້ບໍວ່າມີຫຍັງອີກທີ່ເຮົາຈຳເປັນຕ້ອງເຮັດ?— ພະເຍຊູບອກພວກລູກສິດຂອງພະອົງໃຫ້ຕື່ນຕົວແລະເຝົ້າລະວັງຢູ່ສະເໝີ. ລູກຄິດວ່າອັນໃດຈະຊ່ວຍເຮົາໃຫ້ເຮັດເຊັ່ນນັ້ນ?—
ເຮົາຕ້ອງຕັ້ງໃຈຟັງສິ່ງທີ່ມີການເວົ້າເຖິງໃນການປະຊຸມຄລິດສະຕຽນແລະເອົາໃຈໃສ່ສິ່ງທີ່ເຮົາອ່ານຈາກຄຳພີໄບເບິນ. ແຕ່ເຮົາຍັງຕ້ອງອະທິດຖານເຖິງພະເຢໂຫວາເປັນປະຈຳແລະຂໍພະອົງໃຫ້ຊ່ວຍເຮົາໃຫ້ຮັບໃຊ້ພະອົງ. ຖ້າເຮົາເຮັດເຊັ່ນນັ້ນ ເຮົາຈະໄດ້ຮັບການຊ່ວຍເຫຼືອໃຫ້ເອົາຊະນະຄວາມຢ້ານ. ແລ້ວເຮົາຈະມີຄວາມຍິນດີເມື່ອເຮົາມີໂອກາດບອກຄົນອື່ນໆເຖິງເລື່ອງຄູຜູ້ຍິ່ງໃຫຍ່ແລະພໍ່ຂອງພະອົງ.
ຂໍ້ພະຄຳພີເຫຼົ່ານີ້ຈະຊ່ວຍເຮົາໄດ້ທີ່ຈະບໍ່ປ່ອຍໃຫ້ຄວາມຢ້ານກົວຄົນອື່ນໆມາຖ່ວງດຶງເຮົາໄວ້ຈາກການເຮັດສິ່ງທີ່ຖືກຕ້ອງ ຢູ່ພະທຳສຸພາສິດ 29:25; ເຢເຣມີ 26:12-15, 20-24; ແລະໂຢຮັນ 12:42, 43.