ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 120
  • ການ​ປະຕິເສດ​ໃນ​ລານ​ບ້ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ປະຕິເສດ​ໃນ​ລານ​ບ້ານ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ຊ່ວຍ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ໃຫ້​ພະຍາຍາມ​ຕໍ່​ໆ​ໄປ​ຄື​ກັບ​ເປໂຕ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ເປໂຕ​ປະຕິເສດ​ພະ​ເຢຊູ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • “ຄົນ​ທຳມະດາ​ບໍ່​ມີການ​ສຶກສາ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 120

ບົດ 120

ການ​ປະຕິເສດ​ໃນ​ລານ​ບ້ານ

ຫຼັງ​ຈາກ​ປະ​ພະ​ເຍຊູ​ໄວ້​ໃນ​ສວນ​ເຄດເຊມາເນ​ແລ້ວ​ໜີ​ໄປ​ດ້ວຍ​ຄວາມ​ຢ້ານ​ພ້ອມ​ກັບ​ອັກຄະສາວົກ​ຄົນ​ອື່ນໆ ເປໂຕ​ແລະ​ໂຍຮັນ​ກໍ​ຢຸດ​ໜີ. ບາງ​ທີ​ເຂົາ​ອາດ​ໄປ​ທັນ​ພະ​ເຍຊູ​ຕອນ​ທີ່​ພະອົງ​ຖືກ​ພາ​ໄປ​ທີ່​ເຮືອນ​ຂອງ​ອັນນາ. ເມື່ອ​ອັນນາ​ສົ່ງ​ພະອົງ​ໄປ​ຫາ​ປະໂລຫິດ​ໃຫຍ່​ກາອີເຟ ເປໂຕ​ກັບ​ໂຍຮັນ​ຕິດ​ຕາມ​ໄປ​ໃນ​ໄລຍະ​ຫ່າງ​ພໍ​ສົມຄວນ ເຂົາ​ເຈົ້າ​ທຸກ​ໃຈ​ຫຼາຍ​ຈາກ​ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ຊີວິດ​ຂອງ​ຕົນ​ເອງ ແລ້ວ​ຍັງ​ເປັນ​ຫ່ວງ​ທີ່​ສຸດ​ໃນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ນາຍ.

ເມື່ອ​ມາ​ເຖິງ​ທຳນຽບ​ອັນ​ກວ້າງ​ຂວາງ​ຂອງ​ກາອີເຟ ໂຍຮັນ​ເຂົ້າ​ໄປ​ໃນ​ບໍລິເວນ​ເຮືອນ​ໄດ້ ເນື່ອງ​ຈາກ​ປະໂລຫິດ​ໃຫຍ່​ຮູ້​ຈັກ​ລາວ. ຢ່າງ​ໃດ​ກໍ​ດີ ເປໂຕ​ຖືກ​ປະ​ໃຫ້​ຢືນ​ຢູ່​ນອກ​ປະຕູ. ອີກ​ບໍ່​ດົນ​ໂຍຮັນ​ກັບ​ມາ​ເວົ້າ​ກັບ​ສາວ​ໃຊ້​ທີ່​ເຝົ້າ​ປະຕູ​ແລະ​ເປໂຕ​ຈຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ.

ອາກາດ​ຕອນ​ນີ້​ກຳລັງ​ໜາວ ຄົນ​ໃຊ້​ແລະ​ເຈົ້າ​ໜ້າທີ່​ຂອງ​ປະໂລຫິດ​ໃຫຍ່​ໄດ້​ດັງ​ໄຟ​ຂຶ້ນ. ເປໂຕ​ຍ່າງ​ເຂົ້າ​ໄປ​ຮ່ວມ​ຝີງ​ໄຟ​ໃຫ້​ອຸ່ນ​ກາຍ​ລະຫວ່າງ​ຄອຍ​ຖ້າ​ຜົນ​ພິຈາລະນາ​ຄະດີ​ຂອງ​ພະ​ເຍຊູ. ຢູ່​ຫັ້ນ ແສງ​ໄຟ​ເຮັດ​ໃຫ້​ຄົນ​ເຝົ້າ​ປະຕູ​ທີ່​ຍອມ​ໃຫ້​ເປໂຕ​ເຂົ້າ​ໄປ​ເຫັນ​ລາວ​ໄດ້​ຊັດ​ແຈ້ງ​ຂຶ້ນ. ຈຶ່ງ​ຮ້ອງ​ຂຶ້ນ​ວ່າ “ຝ່າຍ​ທ່ານ​ທັງ​ມວນ​ໄດ້​ຢູ່​ກັບ​ພະ​ເຍຊູ ຊາວ​ຄາລິເລ.”

ເປໂຕ​ຮ້ອນ​ໃຈ​ຫຼາຍ​ຍ້ອນ​ພວກ​ນັ້ນ​ຈື່​ລາວ​ໄດ້ ຈຶ່ງ​ປະຕິເສດ​ຕໍ່​ໜ້າ​ຄົນ​ທັງ​ໝົດ​ທີ່​ລາວ​ເຄີຍ​ຮູ້​ຈັກ​ພະ​ເຍຊູ. ເຂົາ​ກ່າວ​ວ່າ “ສິ່ງ​ອັນ​ທີ່​ເຈົ້າ​ໄດ້​ເວົ້າ​ນັ້ນ ເຮົາ​ກໍ​ບໍ່​ຮູ້​ຈັກ​ແລະ​ບໍ່​ເຂົ້າ​ໃຈ.”

ຈາກ​ນັ້ນ ເປໂຕ​ຈຶ່ງ​ອອກ​ໄປ​ໃກ້​ປະຕູ​ທາງ​ອອກ. ທີ່​ນັ້ນ​ສາວ​ໃຊ້​ອີກ​ຄົນ​ໜຶ່ງ​ສັງເກດ​ເຫັນ​ລາວ ຈຶ່ງ​ໄດ້​ເວົ້າ​ກັບ​ພວກ​ທີ່​ຢືນ​ຢູ່​ຂ້າງໆ ວ່າ “ທ່ານ​ຜູ້​ນີ້​ທັງ​ມວນ​ໄດ້​ຢູ່​ກັບ​ພະ​ເຍຊູ ຊາວ​ນາຊາເລດ.” ອີກ​ເທື່ອ​ໜຶ່ງ​ເປໂຕ​ໄດ້​ປະຕິເສດ ໂດຍ​ສາບານ​ວ່າ “ເຮົາ​ບໍ່​ຮູ້​ຈັກ​ທ່ານ​ຜູ້​ນັ້ນ.”

ເປໂຕ​ຍັງ​ຢູ່​ໃນ​ລານ​ບ້ານ​ຕໍ່​ໄປ ພະຍາຍາມ​ທີ່​ສຸດ​ເພື່ອ​ບໍ່​ໃຫ້​ເປັນ​ທີ່​ສັງເກດ​ໄດ້. ຄົງ​ຈະ​ແມ່ນ​ຕອນ​ນີ້​ແຫຼະ​ລາວ​ສະເດີດ​ຕົກໃຈ​ເນື່ອງ​ຈາກ​ສຽງ​ໄກ່​ຂັນ​ຍາມ​ຮຸ່ງ​ເຊົ້າ. ໃນ​ລະຫວ່າງ​ນັ້ນ ການ​ພິຈາລະນາ​ຄະດີ​ຂອງ​ພະ​ເຍຊູ​ກຳລັງ​ດຳເນີນ​ຕໍ່​ໄປ ຄື​ວ່າ​ຈະ​ດຳເນີນ​ການ​ໃນ​ສ່ວນ​ໜຶ່ງ​ຂອງ​ເຮືອນ​ທີ່​ຢູ່​ເທິງ​ລານ​ນັ້ນ. ເປໂຕ​ແລະ​ຄົນ​ອື່ນໆ ຄົງ​ຄອຍ​ຖ້າ​ຢູ່​ທາງ​ລຸ່ມ​ແລະ​ຈະ​ເຫັນ​ເຂົາ​ພາ​ກັນ​ເອົາ​ພິຍານ​ຫຼາຍ​ຄົນ​ປ່ຽນ​ໜ້າ​ກັນ​ເຂົ້າໆ ອອກໆ ເພື່ອ​ມາ​ໃຫ້​ການ.

ປະມານ​ໜຶ່ງ​ຊົ່ວ​ໂມງ​ຜ່ານ​ໄປ​ຕັ້ງ​ແຕ່​ເທື່ອ​ສຸດ​ທ້າຍ​ທີ່​ເຂົາ​ຈື່​ວ່າ​ເປໂຕ​ເປັນ​ຜູ້​ຕິດ​ຕໍ່​ຄົບ​ຫາ​ກັບ​ພະ​ເຍຊູ. ດຽວ​ນີ້​ຄົນ​ເຫຼົ່າ​ນັ້ນ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ເຂົ້າ​ມາ​ຫາ​ເປໂຕ​ແລ້ວ​ເວົ້າ​ວ່າ “ຈິງ​ແທ້ ທ່ານ​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນັ້ນ​ດ້ວຍ ເພາະ​ວ່າ​ຄວາມ​ປາກ​ຂອງ​ທ່ານ​ກໍ​ໃຫ້​ຮູ້​ແຈ້ງ​ແລ້ວ.” ຄົນ​ໜຶ່ງ​ໃນ​ກຸ່ມ​ເປັນ​ພີ່​ນ້ອງ​ກັບ​ມາລະໂຂ​ທີ່​ເປໂຕ​ໄດ້​ຟັນ​ຫູ​ຂອງ​ລາວ​ຂາດ. ລາວ​ໄດ້​ກ່າວ​ວ່າ “ເຮົາ​ບໍ່​ເຫັນ​ທ່ານ​ໃນ​ສວນ​ກັບ​ພະອົງ​ຫຼື”?

ເປໂຕ​ຢືນຢັນ​ຢ່າງ​ແຂງ​ຂັນ​ວ່າ “ເຮົາ​ບໍ່​ຮູ້​ຈັກ​ທ່ານ​ຜູ້​ນັ້ນ.” ທີ່​ຈິງ ເປໂຕ​ພະຍາຍາມ​ເຮັດ​ໃຫ້​ພວກ​ນັ້ນ​ເຊື່ອ​ວ່າ​ພວກ​ເຂົາ​ເຂົ້າ​ໃຈ​ຜິດ ໂດຍ​ສາບານ​ວ່າ​ຂໍ​ໃຫ້​ເຫດ​ຮ້າຍ​ຕົກ​ໃສ່​ຕົນ​ຫາກ​ເວົ້າ​ບໍ່​ຈິງ.

ຕອນ​ເປໂຕ​ປະຕິເສດ​ເທື່ອ​ທີ​ສາມ​ຢູ່​ນັ້ນ​ໄກ່​ກໍ​ພໍ​ດີ​ຂັນ. ຕອນ​ນັ້ນ​ແຫຼະ ພະ​ເຍຊູ​ເຊິ່ງ​ອອກ​ມາ​ຢູ່​ລະບຽງ​ເທິງ​ລານ​ບ້ານ​ຫຼຽວ​ມາ​ເບິ່ງ​ລາວ. ທັນທີ​ເປໂຕ​ກໍ​ນຶກ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ກ່າວ​ໄວ້​ກ່ອນ​ໜ້າ​ນັ້ນ​ສອງ​ສາມ​ຊົ່ວ​ໂມງ​ໃນ​ຫ້ອງ​ຊັ້ນ​ເທິງ​ທີ່​ວ່າ “ກ່ອນ​ໄກ່​ຈະ​ຂັນ​ສອງ​ເທື່ອ ທ່ານ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ.” (ປ.ມ.) ຄວາມ​ຮູ້​ສຳນຶກ​ເຖິງ​ບາບ​ໜັກ​ຂອງ​ຕົນ​ບີບ​ຮັດ​ໃຫ້​ເປໂຕ​ຕ້ອງ​ອອກ​ໄປ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ຢູ່​ທາງ​ນອກ​ພຸ້ນ.

ເຫດການ​ນີ້​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ? ຫຼັງ​ຈາກ​ໝັ້ນ​ໃຈ​ຫຼາຍ​ຕໍ່​ຄວາມ​ເຂັ້ມແຂງ​ທາງ​ຝ່າຍ​ວິນຍານ​ຂອງ​ຕົນ​ເປໂຕ​ປະຕິເສດ​ນາຍ​ຕິດ​ຕໍ່​ກັນ​ເຖິງ​ສາມ​ເທື່ອ​ໃນ​ໄລຍະ​ໃກ້ໆ ກັນ​ໄດ້​ຢ່າງ​ໃດ? ບໍ່​ຕ້ອງ​ສົງໄສ​ວ່າ​ສະພາບ​ແວດ​ລ້ອມ​ໄດ້​ເຮັດ​ໃຫ້​ເປໂຕ​ຕົກ​ຂຸມ​ພາງ​ໂດຍ​ບໍ່​ທັນ​ຮູ້​ຕົວ. ຄວາມ​ຈິງ​ຖືກ​ບິດ​ເບືອນ ແລະ​ພະ​ເຍຊູ​ຖືກ​ເຮັດ​ໃຫ້​ເບິ່ງ​ຄື​ກັບ​ອາດຊະຍາກອນ​ທີ່​ຕ່ຳ​ຊ້າ. ສິ່ງ​ທີ່​ຖືກ​ຕ້ອງ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ຜິດ​ໄປ ຄົນ​ບໍລິສຸດ​ຖືກ​ເຮັດ​ໃຫ້​ເບິ່ງ​ເປັນ​ຄົນ​ມີ​ມົນທິນ. ດັ່ງ​ນັ້ນ ເນື່ອງ​ຈາກ​ຄວາມ​ກົດ​ດັນ​ໃນ​ຕອນ​ນັ້ນ ເປໂຕ​ຂາດ​ຄວາມ​ດຸນດ່ຽງ. ຄວາມ​ສຳນຶກ​ອັນ​ເໝາະ​ສົມ​ໃນ​ເລື່ອງ​ຄວາມ​ຈົງ​ຮັກ​ພັກດີ​ຂອງ​ລາວ​ຖືກ​ທຳລາຍ​ທັນທີ. ເຮັດ​ໃຫ້​ລາວ​ທຸກ​ໂສກ​ແລ້ວ​ກໍ​ອ່ອນ​ເພຍ​ຍ້ອນ​ຢ້ານ​ໜ້າ​ມະນຸດ. ຂໍ​ຢ່າ​ໃຫ້​ເຫດການ​ນັ້ນ​ເກີດ​ຂຶ້ນ​ກັບ​ເຮົາ​ເລີຍ! ມັດທາຽ 26:57, 58, 69-75; ມາລະໂກ 14:30, 53, 54, 66-72; ລຶກາ 22:54-62; ໂຍຮັນ 18:15-18, 25-27.

▪ ເປໂຕ​ແລະ​ໂຍຮັນ​ເຂົ້າ​ໄປ​ໃນ​ລານ​ບ້ານ​ຂອງ​ປະໂລຫິດ​ໃຫຍ່​ໄດ້​ໂດຍ​ວິທີ​ໃດ?

▪ ຕອນ​ທີ່​ເປໂຕ​ແລະ​ໂຍຮັນ​ຢູ່​ໃນ​ລານ​ບ້ານ ມີ​ສິ່ງ​ໃດ​ເກີດ​ຂຶ້ນ​ໃນ​ເຮືອນ?

▪ ໄກ່​ຂັນ​ຈັກ​ເທື່ອ ແລະ​ເປໂຕ​ປະຕິເສດ​ພະ​ເຍຊູ​ຈັກ​ເທື່ອ?

▪ ການ​ທີ່​ເປໂຕ​ສາບານ​ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ?

▪ ແມ່ນ​ຫຍັງ​ເຮັດ​ໃຫ້​ເປໂຕ​ປະຕິເສດ​ວ່າ​ບໍ່​ຮູ້​ຈັກ​ພະ​ເຍຊູ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌