ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 89 ໜ້າ 208-ໜ້າ 209 ຂໍ້ 1
  • ເປໂຕ​ປະຕິເສດ​ພະ​ເຢຊູ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປໂຕ​ປະຕິເສດ​ພະ​ເຢຊູ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ລາຊະໂລ​ຟື້ນ​ຂຶ້ນ​ຈາກ​ຕາຍ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຖືກ​ພາ​ໄປ​ຫາ​ອັນນາ​ແລ້ວ​ກໍ​ໄປ​ຫາ​ກາອີເຟ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ສິ່ງ​ທີ່​ຊ່ວຍ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ການ​ປະຕິເສດ​ໃນ​ລານ​ບ້ານ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 89 ໜ້າ 208-ໜ້າ 209 ຂໍ້ 1
ເປໂຕ​ປະຕິເສດ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ​ຢູ່​ເດີ່ນ​ບ້ານ​ຂອງ​ກາຢະຟາ

ບົດ​ທີ 89

ເປໂຕ​ປະຕິເສດ​ພະ​ເຢຊູ

ຕອນ​ທີ່​ພະ​ເຢຊູ​ຢູ່​ກັບ​ພວກ​ອັກຄະສາວົກ​ໃນ​ຫ້ອງ​ຊັ້ນ​ເທິງ ເພິ່ນ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຄືນ​ນີ້​ພວກ​ເຈົ້າ​ທຸກ​ຄົນ​ຈະ​ຖິ້ມ​ຂ້ອຍ.” ເປໂຕ​ບອກ​ວ່າ: ‘ບໍ່​ແມ່ນ​ຂ້ອຍ​ແນ່ນອນ! ເຖິງ​ວ່າ​ທຸກ​ຄົນ​ຈະ​ຖິ້ມ​ທ່ານ ແຕ່​ຂ້ອຍ​ຈະ​ບໍ່​ມີ​ວັນ​ຖິ້ມ​ທ່ານ.’ ແຕ່​ພະ​ເຢຊູ​ບອກ​ເປໂຕ​ວ່າ: ‘ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ເວົ້າ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ຂ້ອຍ.’

ເມື່ອ​ທະຫານ​ພາ​ພະ​ເຢຊູ​ໄປ​ເຮືອນ​ຂອງ​ກາຢະຟາ ພວກ​ອັກຄະສາວົກ​ສ່ວນ​ຫຼາຍ​ໄດ້​ໜີ​ໄປ​ແລ້ວ. ແຕ່​ມີ​ອັກຄະສາວົກ 2 ຄົນ​ນຳ​ຫຼັງ​ເພິ່ນ​ໄປ​ພ້ອມ​ກັບ​ຄົນ​ກຸ່ມ​ໃຫຍ່. ຄົນ​ໜຶ່ງ​ແມ່ນ​ເປໂຕ ລາວ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ກາຢະຟາ​ແລະ​ຝີງ​ໄຟ​ຢູ່​ຫັ້ນ. ມີ​ສາວໃຊ້​ຄົນ​ໜຶ່ງ​ເຫັນ​ໜ້າ​ເປໂຕ​ແລະ​ເວົ້າ​ວ່າ: ‘ຂ້ອຍ​ຮູ້​ຈັກ​ເຈົ້າ! ເຈົ້າ​ເປັນ​ໝູ່​ຂອງ​ເຢຊູ!’

ເປໂຕ​ຕອບ​ວ່າ: ‘ບໍ່ ບໍ່​ແມ່ນ! ຂ້ອຍ​ບໍ່​ຮູ້​ຈັກ​ລາວ ເຈົ້າ​ເວົ້າ​ເລື່ອງ​ຫຍັງ!’ ແລ້ວ​ລາວ​ກໍ​ຍ່າງ​ໄປ​ປະຕູ​ທາງເຂົ້າ ແຕ່​ບໍ່​ດົນ​ກໍ​ມີ​ສາວໃຊ້​ອີກ​ຄົນ​ໜຶ່ງ​ເຫັນ​ລາວ​ແລະ​ເວົ້າ​ວ່າ: ‘ຜູ້​ນີ້​ເປັນ​ໝູ່​ຂອງ​ເຢຊູ!’ ເປໂຕ​ຕອບ​ວ່າ: ‘ຂ້ອຍ​ບໍ່​ຮູ້​ຈັກ​ເຢຊູ​ແທ້ໆ!’ ແລ້ວ​ຜູ້​ຊາຍ​ຄົນ​ໜຶ່ງ​ກໍ​ເວົ້າ​ວ່າ: ‘ເຈົ້າ​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນັ້ນ​ແທ້ໆ! ສຳນຽງ​ເຈົ້າ​ຄື​ຄົນ​ຄາລີເລ​ຄື​ກັນ​ກັບ​ເຢຊູ​ເລີຍ.’ ແຕ່​ເປໂຕ​ສາບານ​ວ່າ: ‘ຂ້ອຍ​ບໍ່​ຮູ້​ຈັກ​ລາວ!’

ທັນໃດ​ນັ້ນ ໄກ່​ກໍ​ຂັນ. ເປໂຕ​ເຫັນ​ພະ​ເຢຊູ​ຫຼຽວ​ໜ້າ​ມາ​ເບິ່ງ​ລາວ ແລ້ວ​ລາວ​ກໍ​ຄິດ​ພໍ້​ຄຳເວົ້າ​ຂອງ​ພະ​ເຢຊູ. ລາວ​ຈຶ່ງ​ອອກ​ໄປ​ທາງ​ນອກ​ແລະ​ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ.

ໃນ​ຄືນ​ນັ້ນ ສະມາຊິກ​ສານ​ຊັນເຮດຣິນ​ທີ່​ເປັນ​ສານ​ສູງ​ຂອງ​ຄົນ​ຢິວ​ໄດ້​ປະຊຸມ​ກັນ​ເພື່ອ​ພິຈາລະນາ​ຄະດີ​ຂອງ​ພະ​ເຢຊູ​ຢູ່​ໃນ​ເຮືອນ​ຂອງ​ກາຢະຟາ. ເຂົາເຈົ້າ​ຕັດສິນໃຈ​ແລ້ວ​ວ່າ​ຈະ​ຂ້າ​ພະ​ເຢຊູ ເຂົາເຈົ້າ​ຈຶ່ງ​ພະຍາຍາມ​ຈັບ​ຜິດ​ແລະ​ຫາ​ເລື່ອງ​ໃສ່​ຮ້າຍ​ເພິ່ນ ແຕ່​ເຂົາເຈົ້າ​ກໍ​ຊອກ​ບໍ່​ໄດ້. ໃນ​ທີ່​ສຸດ ກາຢະຟາ​ຈຶ່ງ​ຖາມ​ພະ​ເຢຊູ​ກົງໆ​ວ່າ: ‘ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ແມ່ນ​ບໍ?’ ພະ​ເຢຊູ​ຕອບ​ວ່າ: “ແມ່ນ​ແລ້ວ.” ກາຢະຟາ​ຈຶ່ງ​ເວົ້າ​ວ່າ: ‘ພວກ​ເຮົາ​ບໍ່​ຕ້ອງການ​ຫຼັກຖານ​ຫຍັງ​ອີກ​ແລ້ວ ລາວ​ໝິ່ນ​ປະໝາດ​ພະເຈົ້າ!’ ສະມາຊິກ​ຂອງ​ສານ​ກໍ​ເວົ້າ​ວ່າ: ‘ແມ່ນ​ແລ້ວ ຜູ້​ຊາຍ​ຄົນ​ນີ້​ຕ້ອງ​ຕາຍ.’ ເຂົາເຈົ້າ​ຕົບ​ໜ້າ​ພະ​ເຢຊູ ຖົ່ມ​ນ້ຳ​ລາຍ​ໃສ່​ເພິ່ນ ເອົາ​ຜ້າ​ປິດ​ຕາ​ເພິ່ນ ແລະ​ຊົກ​ເພິ່ນ ແລ້ວ​ເວົ້າ​ວ່າ: ‘ຖ້າ​ເຈົ້າ​ເປັນ​ຜູ້​ພະຍາກອນ​ກໍ​ບອກ​ແມ້​ວ່າ​ໃຜ​ຊົກ​ເຈົ້າ!’

ເມື່ອ​ຮອດ​ຕອນ​ເຊົ້າ ເຂົາເຈົ້າ​ກໍ​ພາ​ພະ​ເຢຊູ​ໄປ​ສານ​ຊັນເຮດຣິນ​ແລະ​ຖາມ​ເພິ່ນ​ອີກ​ເທື່ອ​ໜຶ່ງ​ວ່າ: ‘ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ແມ່ນ​ບໍ?’ ພະ​ເຢຊູ​ຕອບ​ວ່າ: ‘ຂ້ອຍ​ເປັນ​ແບບ​ທີ່​ພວກ​ເຈົ້າ​ເວົ້າ.’ ເຂົາເຈົ້າ​ຈຶ່ງ​ຕັດສິນ​ວ່າ​ເພິ່ນ​ມີ​ຄວາມ​ຜິດ​ທີ່​ໝິ່ນ​ປະໝາດ​ພະເຈົ້າ​ແລະ​ສົ່ງ​ເພິ່ນ​ໄປ​ໃຫ້​ປົນຕີໂອປີລາດ​ເຈົ້າແຂວງ​ຂອງ​ໂຣມ. ແລ້ວ​ຕໍ່​ໄປ​ຈະ​ເກີດ​ຫຍັງ​ຂຶ້ນ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

“ໃກ້​ຈະ​ຮອດ​ເວລາ​ແລ້ວ . . . ທີ່​ພວກ​ເຈົ້າ​ແຕ່​ລະ​ຄົນ​ຈະ​ກະຈັດກະຈາຍ​ກັນ​ເມືອ​ເຮືອນ​ຂອງ​ໂຕເອງ ແລະ​ຖິ້ມ​ຂ້ອຍ​ໄວ້​ຜູ້​ດຽວ. ແຕ່​ຂ້ອຍ​ບໍ່​ໄດ້​ຢູ່​ຄົນ​ດຽວ ຍ້ອນ​ພະເຈົ້າ​ຜູ້​ເປັນ​ພໍ່​ຢູ່​ນຳ​ຂ້ອຍ.”—ໂຢຮັນ 16:32

ຄຳ​ຖາມ: ເກີດ​ຫຍັງ​ຂຶ້ນ​ຢູ່​ເດີ່ນ​ບ້ານ​ຂອງ​ກາຢະຟາ? ຍ້ອນຫຍັງ​ສານ​ຈຶ່ງ​ຕັດສິນ​ລົງໂທດ​ພະ​ເຢຊູ​ເຖິງ​ຕາຍ?

ມັດທາຍ 26:31-35, 57–27:2; ມາຣະໂກ 14:27-31, 53–15:1; ລູກາ 22:55-71; ໂຢຮັນ 13:36-38; 18:15-18, 25-28

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌