ບົດ 91
ເມື່ອລາຊະໂລຟື້ນຂຶ້ນຈາກຕາຍ
ຕອນນີ້ພະເຍຊູແລະຄົນທີ່ຢູ່ກັບພະອົງມາຮອດຂຸມຝັງສົບຂອງລາຊະໂລ. ແທ້ຈິງ ບ່ອນນີ້ເປັນຖ້ຳທີ່ມີຫີນກ້ອນໜຶ່ງວາງອັດປາກທາງເຂົ້າ. ພະເຍຊູບອກວ່າ “ຈົ່ງເອົາຫີນນັ້ນອອກເສຍເທີ້ນ.”
ນາງມາທາຄັດຄ້ານ ເນື່ອງຈາກຍັງບໍ່ເຂົ້າໃຈເຈຕະນາຂອງພະເຍຊູ. ນາງເວົ້າວ່າ “ພະອົງເຈົ້າຂ້າ ເພິ່ນເໝັນແລ້ວເຫດວ່າເພິ່ນຢູ່ທີ່ນີ້ໄດ້ສີ່ວັນແລ້ວ.”
ແຕ່ພະເຍຊູຖາມວ່າ “ເຮົາບໍ່ໄດ້ບອກເຈົ້າຫຼືວ່າ ຖ້າເຈົ້າເຊື່ອ ເຈົ້າຈະເຫັນລັດສະໝີຂອງພະເຈົ້າ”?
ດັ່ງນັ້ນ ເຂົາເຈົ້າຈຶ່ງຍົກເອົາກ້ອນຫີນອອກໄປ. ແລ້ວພະເຍຊູໄດ້ເງີຍໜ້າຂຶ້ນອະທິດຖານວ່າ “ພະບິດາເຈົ້າຂ້າ ຂ້າພະເຈົ້າໂມທະນາພະຄຸນພະເຈົ້າ ເພາະພະເຈົ້າໄດ້ຟັງຂ້າພະເຈົ້າແລ້ວ. ອັນໜຶ່ງຂ້າພະເຈົ້າຮູ້ຈັກແລ້ວວ່າ ພະເຈົ້າຟັງຂ້າພະເຈົ້າເລື້ອຍ ແຕ່ວ່າຂ້າພະເຈົ້າເວົ້ານັ້ນ ເພາະເຫັນແກ່ຄົນທັງຫຼາຍທີ່ລ້ອມຮອບຂ້າພະເຈົ້າ ເພື່ອເຂົາຈະເຊື່ອວ່າ ພະເຈົ້າໄດ້ໃຊ້ຂ້າພະເຈົ້າມາ.” ພະເຍຊູອະທິດຖານຕໍ່ໜ້າຄົນທັງຫຼາຍ ເພື່ອໃຫ້ເຂົາເຈົ້າຮູ້ວ່າສິ່ງທີ່ພະອົງພວມເຮັດຢູ່ນັ້ນຈະສຳເລັດໂດຍອຳນາດທີ່ມາຈາກພະເຈົ້າ. ແລ້ວພະອົງຈຶ່ງຮ້ອງສຽງດັງວ່າ “ລາຊະໂລເອີຍ ຈົ່ງອອກມາທັງນອກເທີ້ນ.”
ທັນໃດນັ້ນລາຊະໂລກໍອອກມາ. ມືແລະຕີນຂອງລາວຍັງມີແພພັນໄວ້ ແລະໃບໜ້າມີຜ້າຄຽນປິດຢູ່. ພະເຍຊູກ່າວວ່າ “ຈົ່ງແກ້ຜ້ານັ້ນແລະໃຫ້ເພິ່ນໄປເທີ້ນ.”
ເມື່ອເຫັນການອັດສະຈັນນັ້ນ ຊາວຢິວຫຼາຍຄົນເຊິ່ງໄດ້ມາປອບໃຈມາລີແລະມາທາຈຶ່ງເກີດຄວາມເຊື່ອໃນພະເຍຊູ. ແຕ່ບາງຄົນໄປເລົ່າເລື່ອງທີ່ເກີດຂຶ້ນໃຫ້ພວກຟາລິຊຽນຟັງ. ທັນທີທັນໃດພວກເຂົາກັບປະໂລຫິດໃຫຍ່ຈຶ່ງຈັດກຽມການປະຊຸມຕະລາການໃຫຍ່ຫຼືສານຊັນເຮດຣິນ ສານສູງຂອງຊາວຢິວ.
ສານຊັນເຮດຣິນປະກອບດ້ວຍກາອີເຟ ມະຫາປະໂລຫິດຂອງສະໄໝນັ້ນ ພວກຟາລິຊຽນ, ພວກຊາດຶເຊເອນ, ປະໂລຫິດໃຫຍ່ ແລະຜູ້ທີ່ເຄີຍເປັນມະຫາປະໂລຫິດມາກ່ອນ. ເຂົາເຈົ້າພາກັນຮ່ຳໄຮວ່າ “ເຮົາທັງຫຼາຍກະທຳສິ່ງໃດເພາະວ່າທ່ານຜູ້ນັ້ນກະທຳການສຳຄັນຫຼາຍປະການ. ຖ້າເຮົາທັງຫຼາຍໃຫ້ເພິ່ນກະທຳຢູ່ຢ່າງນັ້ນ ຄົນທັງປວງຈະເຊື່ອໃນທ່ານ ແລະພວກໂລມຈະມາ ແລະຈະເອົາທັງບ່ອນແລະປະເທດຂອງພວກເຮົາອອກເສຍ.”
ເຖິງແມ່ນວ່າຜູ້ນຳທາງສາສະໜາຍອມຮັບວ່າພະເຍຊູ “ກະທຳການສຳຄັນຫຼາຍປະການ” ກໍຕາມ ສິ່ງດຽວທີ່ເຂົາເຈົ້າເປັນຫ່ວງແມ່ນຕຳແໜ່ງກັບອຳນາດຂອງເຂົາເອງ. ການປຸກລາຊະໂລຂຶ້ນຈາກຕາຍເປັນສິ່ງສະເທືອນໃຈພວກຊາດຶເຊເອນຢ່າງຍິ່ງ ເນື່ອງຈາກເຂົາເຈົ້າບໍ່ເຊື່ອເລື່ອງການກັບຄືນຈາກຕາຍ.
ກາອີເຟເຊິ່ງອາດຈະເປັນພວກຊາດຶເຊເອນກໍເວົ້າຂຶ້ນວ່າ “ທ່ານທັງຫຼາຍບໍ່ຮູ້ຈັກສິ່ງໜຶ່ງສິ່ງໃດ ແລະບໍ່ພິຈາລະນາວ່າ ທີ່ຄົນຜູ້ດຽວຕາຍຕາງຄົນທັງປວງແລະທີ່ໝົດປະເທດບໍ່ຈິບຫາຍ ກໍເປັນປະໂຫຍດແກ່ພວກເຮົາ.”
ພະເຈົ້າໄດ້ດົນໃຈໃຫ້ກາອີເຟກ່າວເຊັ່ນນັ້ນ ເພາະຕໍ່ມາອັກຄະສາວົກໂຍຮັນໄດ້ຂຽນວ່າ “ອັນໜຶ່ງທ່ານບໍ່ໄດ້ເວົ້າຄຳນີ້ແຕ່ລຳພັງຂອງຕົນເອງ” ຄວາມຈິງສິ່ງທີ່ກາອີເຟໝາຍເຖິງແມ່ນ ພະເຍຊູຄວນຈະຖືກຂ້າເພື່ອພະອົງຈະບໍ່ທຳລາຍໜ້າທີ່ຕຳແໜ່ງແລະອິດທິພົນຂອງພວກເຂົາ. ແຕ່ວ່າ ຕາມຄຳກ່າວຂອງໂຍຮັນ ‘ກາອີເຟໄດ້ທຳນວາຍວ່າ ພະເຍຊູຈະໄດ້ຕາຍແທນປະເທດນັ້ນ ແລະບໍ່ໃຊ່ແທນປະເທດເທົ່ານັ້ນ ແຕ່ວ່າເພື່ອຈະໃຫ້ພວກລູກຂອງພະເຈົ້າທີ່ພັດພາກຈາກກັນມາຊຸມນຸມກັນ.’ ແທ້ຈິງແລ້ວ ເປັນຈຸດປະສົງຂອງພະເຈົ້າທີ່ຍອມໃຫ້ພະບຸດຂອງພະອົງສິ້ນພະຊົນເພື່ອເປັນຄ່າໄຖ່ໃຫ້ມະນຸດທັງປວງ.
ຕອນນີ້ ກາອີເຟໄດ້ບັນລຸຜົນສຳເລັດໃນການຊັກຈູງຕະລາການໃຫຍ່ໃຫ້ວາງແຜນສັງຫານພະເຍຊູ. ແຕ່ວ່າພະເຍຊູໄດ້ລາໄປ ຄົງຈະເປັນເພາະພະອົງຮູ້ແຜນການເຫຼົ່ານີ້ຈາກນິໂກເດມ ສະມາຊິກຕະລາການໃຫຍ່ຜູ້ສະແດງຕົວເປັນມິດກັບພະອົງ. ໂຍຮັນ 11:38-54.
▪ ເຫດໃດພະເຍຊູຈຶ່ງອະທິດຖານຕໍ່ໜ້າຄົນທັງຫຼາຍກ່ອນຈະປຸກລາຊະໂລໃຫ້ຟື້ນຂຶ້ນຈາກຕາຍ?
▪ ຄົນເຫຼົ່ານັ້ນທີ່ເຫັນການເປັນຂຶ້ນຈາກຕາຍຄັ້ງນີ້ຕອບສະໜອງຢ່າງໃດ?
▪ ແມ່ນຫຍັງເຜີຍໃຫ້ເຫັນຄວາມຊົ່ວຮ້າຍຂອງສະມາຊິກຕະລາການໃຫຍ່ຫຼືສານຊັນເຮດຣິນ?
▪ ກາອີເຟມີເຈຕະນາຢ່າງໃດ ແຕ່ພະເຈົ້າໄດ້ໃຊ້ໃຫ້ລາວພະຍາກອນເລື່ອງໃດ?