ບົດ 119
ຖືກພາໄປຫາອັນນາແລ້ວກໍໄປຫາກາອີເຟ
ພະເຍຊູທີ່ຖືກມັດຄືກັບອາດຊະຍາກອນທົ່ວໆ ໄປ ກໍຖືກພາໄປຫາອັນນາອະດີດປະໂລຫິດໃຫຍ່ທີ່ມີອິດທິພົນ. ອັນນາເປັນປະໂລຫິດໃຫຍ່ໃນຕອນທີ່ຫນຸ່ມນ້ອຍເຍຊູອາຍຸໄດ້ 12 ປີເມື່ອພະອົງໄດ້ເຮັດໃຫ້ເຫຼົ່າອາຈານທີ່ຢູ່ໃນພະວິຫານແປກໃຈ. ໃນເວລາຕໍ່ມາລູກຊາຍຂອງອັນນາຫຼາຍຄົນໄດ້ຮັບໃຊ້ເປັນປະໂລຫິດໃຫຍ່ ຕອນນີ້ ກາອີເຟລູກເຂີຍຂອງອັນນາຢູ່ໃນຕຳແໜ່ງນັ້ນ.
ພະເຍຊູອາດຈະຖືກພາໄປທີ່ບ້ານຂອງອັນນາກ່ອນ ເນື່ອງຈາກປະໂລຫິດໃຫຍ່ຄົນນີ້ເປັນຄົນທີ່ມີຊື່ສຽງມາດົນນານໃນແວດວົງສາສະໜາຂອງຊາວຢິວ. ການຢຸດລະຫວ່າງທາງເພື່ອພົບອັນນານີ້ເປີດໂອກາດໃຫ້ປະໂລຫິດໃຫຍ່ກາອີເຟມີເວລາເພື່ອໂຮມສານຊັນເຮດຣິນ ສານສູງຂອງຊາວຢິວເຊິ່ງມີສະມາຊິກ 71 ຄົນ ທັງຍັງໂຮມພິຍານປອມນຳອີກ.
ມະຫາປະໂລຫິດອັນນາຊັກຖາມພະເຍຊູເລື່ອງສາວົກແລະຄຳສອນຂອງພະອົງ. ຢ່າງໃດກໍຕາມ ພະເຍຊູຕອບວ່າ “ເຮົາໄດ້ປາກແຈ້ງແກ່ມະນຸດສະໂລກ. ເຮົາໄດ້ສັ່ງສອນເລື້ອຍໃນໂຮງທຳແລະໃນວິຫານບ່ອນພວກຊາວຢູເດທັງປວງເຄີຍຊຸມນຸມກັນ ແລະເຮົາບໍ່ໄດ້ກ່າວສິ່ງໜຶ່ງສິ່ງໃດໃນທີ່ລັບລີ້. ເຫດສັນໃດທ່ານໄດ້ຖາມເຮົາ. ຈົ່ງຖາມຄົນທັງຫຼາຍທີ່ໄດ້ຍິນຄຳຂອງເຮົາ ເຮົາໄດ້ກ່າວສິ່ງໃດແກ່ເຂົາ. ເບິ່ງເທີ້ນ ເຂົາຮູ້ຈັກຄຳທີ່ເຮົາໄດ້ກ່າວແກ່ເຂົາ.”
ເຖິງຕອນນີ້ ເຈົ້າໜ້າທີ່ຄົນໜຶ່ງເຊິ່ງຢືນຢູ່ໃກ້ພະເຍຊູໄດ້ຕົບໜ້າພະອົງ ແລ້ວເວົ້າວ່າ “ທ່ານຕອບປະໂລຫິດຜູ້ໃຫຍ່ທີ່ສຸດຢ່າງນັ້ນຫຼື”?
ພະເຍຊູຕອບວ່າ “ຖ້າເຮົາປາກບໍ່ດີ ຈົ່ງເປັນພິຍານຕໍ່ການບໍ່ດີນັ້ນ. ແຕ່ວ່າຖ້າເຮົາປາກດີ ເຫດສັນໃດເຈົ້າຕີເຮົາ”? ຫຼັງຈາກການໂຕ້ຕອບນັ້ນແລ້ວ ອັນນາກໍສົ່ງຕົວພະເຍຊູທີ່ຍັງມັດຢູ່ນັ້ນໄປໃຫ້ກາອີເຟ.
ຕອນນີ້ ປະໂລຫິດໃຫຍ່ທັງໝົດແລະຜູ້ເຖົ້າແກ່ກັບພວກສະໝຽນ ພ້ອມທັງສະມາຊິກສານຊັນເຮດຣິນທຸກຄົນເລີ່ມຕົ້ນປະຊຸມກັນ. ບ່ອນທີ່ເຂົາປະຊຸມກັນຄົງຈະເປັນເຮືອນຂອງກາອີເຟ. ການຈັດໃຫ້ມີການພິຈາລະນາຄະດີດັ່ງກ່າວໃນຄືນປັດສະຄາເປັນເລື່ອງຂັດຕໍ່ກົດໝາຍຂອງຊາວຢິວຢ່າງຊັດເຈນ, ແຕ່ນີ້ບໍ່ໄດ້ຍັບຢັ້ງພວກຫົວໜ້າສາສະໜາໄວ້ຈາກຈຸດປະສົງອັນຊົ່ວຮ້າຍຂອງເຂົາ.
ຫຼາຍສັບປະດາກ່ອນນັ້ນ ເມື່ອພະເຍຊູປຸກລາຊະໂລໃຫ້ຟື້ນຈາກຕາຍສານຊັນເຮດຣິນໄດ້ຕົກລົງກັນແລ້ວວ່າພະອົງຕ້ອງຕາຍ. ພຽງແຕ່ສອງມື້ກ່ອນໜ້ານັ້ນແມ່ນວັນພຸດທີ່ຜ່ານມາ ພວກທີ່ມີອຳນາດທາງສາສະໜາໄດ້ປຶກສາກັນເພື່ອຈະຈັບພະເຍຊູດ້ວຍອຸບາຍຢ່າງມີເລ່ຫຼ່ຽມທັງຈະສັງຫານພະອົງນຳ. ລອງຄິດເບິ່ງ ທີ່ຈິງພະອົງຖືກຕັດສິນກ່ອນການພິຈາລະນາຄະດີອີກ!
ຕອນນີ້ພວກເຂົາພະຍາຍາມຫາພິຍານທີ່ຈະໃຫ້ຫຼັກຖານປອມເພື່ອສ້າງເຫດກ່າວຫາພະເຍຊູໄດ້. ຢ່າງໃດກໍຕາມ ເຂົາບໍ່ອາດພົບພິຍານເຊິ່ງໃຫ້ຄວາມກົງກັນ. ໃນທີ່ສຸດ ມີສອງຄົນອອກມາຢືນຢັນວ່າ “ຫມູ່ຂ້າພະເຈົ້າໄດ້ຍິນທ່ານກ່າວວ່າ ເຮົາຈະທຳລາຍວິຫານນີ້ທີ່ກໍ່ສ້າງໄວ້ດ້ວຍມືມະນຸດ ແລະໃນສາມວັນເຮົາຈະກໍ່ສ້າງຂຶ້ນໃໝ່ບໍ່ທຳດ້ວຍມືມະນຸດ.”
ກາອີເຟຖາມວ່າ “ທ່ານບໍ່ຕອບສິ່ງໃດຫຼື ຄົນທັງຫຼາຍນີ້ເວົ້າຄຳພິຍານຕໍ່ທ່ານ ເປັນປະການໃດ”? ແຕ່ພະເຍຊູບໍ່ປາກ. ແມ່ນແຕ່ຂໍ້ກ່າວຫາປອມນີ້ ພິຍານເຮັດໃຫ້ເລື່ອງຂອງເຂົາປະສານກັນບໍ່ໄດ້ເຊິ່ງເຮັດໃຫ້ສານຊັນເຮດຣິນອັບອາຍ. ດັ່ງນັ້ນ ປະໂລຫິດໃຫຍ່ຈຶ່ງລອງໃຊ້ກົນລະຍຸດທີ່ແຕກຕ່າງຈາກຜ່ານມານັ້ນ.
ກາອີເຟຮູ້ວ່າຊາວຢິວຮູ້ສຶກຢ່າງໃດຕໍ່ການທີ່ຜູ້ໃດຈະອ້າງວ່າເປັນລູກຂອງພະເຈົ້າ. ສອງເທື່ອກ່ອນໜ້ານັ້ນ ພວກເຂົາຟ້າວກ່າວຫາພະເຍຊູວ່າເປັນຜູ້ໝິ່ນປະໝາດພະເຈົ້າທີ່ຄູ່ຄວນກັບຄວາມຕາຍ ເທື່ອໜຶ່ງເຂົາຄາດຄິດຢ່າງຜິດໆ ວ່າພະອົງອ້າງວ່າຕົນເທົ່າທຽມກັບພະເຈົ້າ. ຕອນນີ້ກາອີເຟສັ່ງຢ່າງມີເລ່ຫຼ່ຽມວ່າ “ໃນນາມຂອງພະເຈົ້າອົງຊົງຊີວິດຢູ່; ບັດນີ້ຂ້າພະເຈົ້າຂໍໃຫ້ເຈົ້າຕອບໂດຍສາບານວ່າ: ເຈົ້າເປັນພະເມຊີອາ ພະບຸດຂອງພະເຈົ້າແມ່ນບໍ່.” (ທ.ປ.)
ບໍ່ວ່າຊາວຢິວຈະຄິດຢ່າງໃດ ພະເຍຊູແມ່ນລູກຂອງພະເຈົ້າແທ້ໆ. ແລະການທີ່ມິດບໍ່ປາກອາດໝາຍຄວາມວ່າເປັນການປະຕິເສດວ່າພະອົງເປັນພະຄລິດ. ດັ່ງນັ້ນ ພະເຍຊູຕອບຢ່າງອົງອາດວ່າ “ເຮົາເປັນຜູ້ນັ້ນ. ແລະທ່ານທັງຫຼາຍຈະເຫັນບຸດມະນຸດນັ່ງເບື້ອງຂວາແຫ່ງລິດເດດແລະພວມລົງມານຳເມກແຫ່ງຟ້າສະຫວັນ.”
ເຖິງຕອນນີ້ ກາອີເຟເລີ່ມຫຼິ້ນລະຄອນ ຈຶ່ງຈີກເສື້ອຜ້າຂອງຕົນແລ້ວອຸທານວ່າ “ທ່ານໄດ້ເວົ້າຄຳປະໝາດຕໍ່ພະເຈົ້າ ເຮົາທັງຫຼາຍຕ້ອງການຫາຄົນພິຍານກວ່າອີກຫຼື. ຈົ່ງເບິ່ງ ດຽວນີ້ທ່ານທັງຫຼາຍໄດ້ຍິນຄຳປະໝາດນັ້ນແລ້ວ. ທ່ານທັງຫຼາຍຄຶດເຫັນຢ່າງໃດ”?
ສານຊັນເຮດຣິນປະກາດວ່າ “ທ່ານສົມຄວນຕາຍ.” ຕໍ່ຈາກນັ້ນເຂົາເລີ່ມເຍາະເຍີ້ຍພະອົງ ແລະເວົ້າຫຼາຍສິ່ງທີ່ເປັນການໝິ່ນປະໝາດພະອົງ. ເຂົາຕົບໜ້າແລະຖົ່ມນ້ຳລາຍຮົດໃສ່ໜ້າພະອົງ. ຄົນອື່ນໆເອົາຜ້າຄຸມໜ້າພະອົງແລ້ວທຸບດ້ວຍກຳປັ້ນ ແລະເວົ້າຢ່າງແດກດັນວ່າ “ທ່ານພະຄລິດ ຈົ່ງທຳນວາຍແກ່ຫມູ່ຂ້າພະເຈົ້າວ່າ ຜູ້ໃດໄດ້ຕີຕົວທ່ານ”? ພຶດຕິກຳສົບປະໝາດຜິດກົດໝາຍແບບນີ້ໄດ້ເກີດຂຶ້ນລະຫວ່າງການພິຈາລະນາຄະດີໃນຕອນກາງຄືນ. ມັດທາຽ 26:57-68; 26:3, 4; ມາລະໂກ 14:53-65; ລຶກາ 22:54, 63-65; ໂຍຮັນ 18:13-24; 11:45-53; 10:31-39; 5:16-18.
▪ ພະເຍຊູຖືກພາໄປໃສກ່ອນ ແລະເກີດຫຍັງຂຶ້ນຢູ່ຫັ້ນ?
▪ ຕໍ່ຈາກນັ້ນພະເຍຊູຖືກພາໄປໃສ ແລະເພື່ອຈຸດມຸ່ງໝາຍຫຍັງ?
▪ ກາອີເຟເຮັດໃຫ້ສານຊັນເຮດຣິນປະກາດວ່າພະເຍຊູສົມຄວນຈະຕາຍດ້ວຍວິທີໃດ?
▪ ພຶດຕິກຳທີ່ສົບປະໝາດຜິດກົດໝາຍຫຍັງເກີດຂຶ້ນລະຫວ່າງການພິຈາລະນາຄະດີ?