ບົດທີ 96
ພະເຢຊູເລືອກໂຊໂລ
ໂຊໂລເປັນພົນລະເມືອງໂຣມແລະເກີດຢູ່ເມືອງຕາໂຊ. ລາວເປັນຟາຣີຊາຍທີ່ຊ່ຽວຊານເລື່ອງກົດໝາຍຂອງຄົນຢິວແລະລາວກໍຊັງຄລິດສະຕຽນຫຼາຍ. ລາວບຸກເຂົ້າໄປຕາມບ້ານເຮືອນ ແລ້ວກໍລາກຄລິດສະຕຽນທັງຜູ້ຊາຍແລະຜູ້ຍິງໄປຂັງຄຸກ. ຕອນທີ່ຊະເຕຟາໂນທີ່ເປັນຄລິດສະຕຽນຖືກກຸ່ມຄົນທີ່ໃຈຮ້າຍດຶກກ້ອນຫີນໃສ່ ໂຊໂລກໍຢືນເບິ່ງຈົນຊະເຕຟາໂນຕາຍ.
ໂຊໂລບໍ່ພຽງແຕ່ຢາກຈັບຄລິດສະຕຽນຢູ່ເມືອງເຢຣູຊາເລັມເທົ່ານັ້ນ ລາວຍັງຂໍປະໂລຫິດໃຫຍ່ໃຫ້ສົ່ງລາວໄປເມືອງດາມາເຊເພື່ອຈະໄປຈັບຄລິດສະຕຽນຢູ່ຫັ້ນນຳ. ຕອນທີ່ໂຊໂລໃກ້ຈະຮອດເມືອງດາມາເຊ ຢູ່ບໍ່ຢູ່ກໍມີແສງຈາກຟ້າສ່ອງລົງມາໃສ່ລາວ. ແລ້ວລາວກໍລົ້ມລົງພື້ນແລະໄດ້ຍິນສຽງເວົ້າວ່າ: “ໂຊໂລ ເປັນຫຍັງເຈົ້າຈຶ່ງຂົ່ມເຫງຂ້ອຍ?” ໂຊໂລຖາມວ່າ: “ທ່ານແມ່ນໃຜ?” ສຽງນັ້ນຕອບວ່າ: ‘ຂ້ອຍແມ່ນເຢຊູ. ໃຫ້ເຈົ້າເຂົ້າໄປໃນເມືອງດາມາເຊ ແລ້ວເຈົ້າຈະຮູ້ວ່າຕ້ອງເຮັດຫຍັງ?’ ທັນໃດນັ້ນ ໂຊໂລກໍຕາບອດ ແລະລາວຕ້ອງໄດ້ໃຫ້ຄົນຈູງມືລາວເຂົ້າໄປໃນເມືອງ.
ໃນເມືອງດາມາເຊມີຄລິດສະຕຽນທີ່ສັດຊື່ຄົນໜຶ່ງຊື່ອານາເນຍ. ພະເຢຊູບອກລາວໃນນິມິດວ່າ: ‘ໃຫ້ເຈົ້າໄປເຮືອນຂອງຢູດາໃນຫົນທາງທີ່ເອີ້ນວ່າຫົນທາງຊື່ ແລ້ວຖາມຫາຜູ້ຊາຍທີ່ຊື່ໂຊໂລ.’ ອານາເນຍເວົ້າວ່າ: ‘ນາຍເອີ້ຍ ຂ້ອຍໄດ້ຍິນເລື່ອງທີ່ຜູ້ຊາຍຄົນນີ້ເຮັດ! ລາວກຳລັງນຳຈັບລູກສິດຂອງທ່ານເຂົ້າຄຸກ.’ ແຕ່ພະເຢຊູຕອບວ່າ: ‘ໄປຫາໂຊໂລໂລດ ຂ້ອຍເລືອກລາວໃຫ້ໄປປະກາດຂ່າວດີກັບຄົນຫຼາຍຊາດ.’
ອານາເນຍຈຶ່ງໄປຫາໂຊໂລແລະບອກວ່າ: ‘ໂຊໂລ ພີ່ນ້ອງຂອງຂ້ອຍ. ພະເຢຊູໃຊ້ຂ້ອຍມາເພື່ອຊ່ວຍເຈົ້າໃຫ້ເຫັນຮຸ່ງ.’ ທັນໃດນັ້ນ ໂຊໂລກໍເຫັນຮຸ່ງອີກເທື່ອໜຶ່ງ. ລາວຮຽນເລື່ອງຂອງພະເຢຊູແລະເຂົ້າມາເປັນລູກສິດຂອງເພິ່ນ. ຫຼັງຈາກຮັບເຕມາເປັນຄລິດສະຕຽນແລ້ວ ລາວກໍເລີ່ມໄປປະກາດກັບຄລິດສະຕຽນຄົນອື່ນໆຢູ່ບ່ອນປະຊຸມຂອງຄົນຢິວ. ລອງຄິດເບິ່ງແມ້ວ່າຄົນຢິວຈະຕົກໃຈຫຼາຍສ່ຳໃດທີ່ເຫັນໂຊໂລສອນປະຊາຊົນເລື່ອງຂອງພະເຢຊູ. ເຂົາເຈົ້າເວົ້າວ່າ: ‘ບໍ່ແມ່ນຜູ້ນີ້ບໍທີ່ນຳຈັບພວກລູກສິດຂອງພະເຢຊູ?’
ໂຊໂລປະກາດກັບຄົນໃນເມືອງດາມາເຊ 3 ປີ. ຄົນຢິວຊັງໂຊໂລແລະວາງແຜນຊິຂ້າລາວ. ແຕ່ພີ່ນ້ອງຄລິດສະຕຽນຮູ້ເລື່ອງນີ້ແລະໄດ້ຊ່ວຍລາວໃຫ້ໜີໄປໄດ້. ເຂົາເຈົ້າໃຫ້ລາວນັ່ງໃນກະຕ່າໃຫຍ່ ແລ້ວຢ່ອນລາວລົງທາງປ່ອງຢ້ຽມຂອງກຳແພງເມືອງ.
ເມື່ອໂຊໂລກັບມາເມືອງເຢຣູຊາເລັມ ລາວພະຍາຍາມເຂົ້າຮ່ວມກັບຄລິດສະຕຽນຢູ່ຫັ້ນ ແຕ່ພວກລູກສິດກໍຢ້ານລາວ. ມີລູກສິດທີ່ໃຈດີຄົນໜຶ່ງຊື່ບາຣະນາບາພາໂຊໂລໄປຫາພວກອັກຄະສາວົກແລະຊ່ວຍຢືນຢັນວ່າໂຊໂລໄດ້ປ່ຽນແປງໂຕເອງແລ້ວ. ໂຊໂລເລີ່ມປະກາດຂ່າວດີຢ່າງກະຕືລືລົ້ນກັບປະຊາຄົມໃນເມືອງເຢຣູຊາເລັມ. ຕໍ່ມາ ລາວກໍປ່ຽນຊື່ເປັນໂປໂລ.
“ພະຄລິດເຢຊູເຂົ້າມາໃນໂລກເພື່ອຊ່ວຍຄົນບາບໃຫ້ລອດ. ໃນຄົນບາບເຫຼົ່ານັ້ນ ຂ້ອຍຊົ່ວທີ່ສຸດ.”—1 ຕີໂມທຽວ 1:15