ຄຳນຳຕອນທີ 1
ເລື່ອງໃນຄຳພີໄບເບິນເລີ່ມຈາກການສ້າງສິ່ງຕ່າງໆ ເຊິ່ງເຮັດໃຫ້ເຮົາຮູ້ວ່າພະເຢໂຫວາເປັນຜູ້ສ້າງທຸກສິ່ງທີ່ງາມໆທັງທີ່ຢູ່ໃນສະຫວັນແລະໃນໂລກ. ຖ້າເຈົ້າເປັນພໍ່ແມ່ ຂໍຊ່ວຍລູກຂອງເຈົ້າໃຫ້ສັງເກດເບິ່ງວ່າສິ່ງທີ່ພະເຢໂຫວາສ້າງມີຄວາມຫຼາກຫຼາຍແລະເປັນຕາງຶດຫຼາຍສ່ຳໃດ. ຂໍອະທິບາຍໃຫ້ລູກເຂົ້າໃຈວ່າພະເຢໂຫວາສ້າງມະນຸດໃຫ້ເໜືອກວ່າສັດຕ່າງໆ ເພາະເພິ່ນສ້າງເຮົາໃຫ້ສາມາດເວົ້າໄດ້ ຮູ້ຈັກຄິດຫາເຫດຜົນ ມີຫົວຄິດປະດິດສ້າງ ຮ້ອງເພງ ແລະອະທິດຖານໄດ້. ນອກຈາກນັ້ນ ຂໍຊ່ວຍລູກໃຫ້ເຂົ້າໃຈວ່າພະເຢໂຫວາເປັນພະເຈົ້າທີ່ມີລິດເດດແລະສະຕິປັນຍາ ແລະທີ່ສຳຄັນແມ່ນເພິ່ນຮັກທຸກສິ່ງທີ່ເພິ່ນສ້າງຫຼາຍແທ້ໆ ລວມທັງພວກເຮົາແຕ່ລະຄົນນຳ.