ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ໜ້າ 160-161
  • ຄຳນຳ​ຕອນ​ທີ 11

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳນຳ​ຕອນ​ທີ 11
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຄຳນຳ​ຕອນ​ທີ 13
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຄຳນຳ​ຕອນ​ທີ 4
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະ​ເຢຊູ​ຄລິດ​ແມ່ນ​ໃຜ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຄຳນຳ​ຕອນ​ທີ 12
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ໜ້າ 160-161
ໂຢເຊັບ​ຝຶກ​ພະ​ເຢຊູ​ໃຫ້​ເປັນ​ຊ່າງ​ໄມ້ ມີ​ມາຣິອາ​ແລະ​ພວກ​ນ້ອງ​ຂອງ​ເພິ່ນ​ຢູ່​ໃກ້⁠ໆ

ຄຳນຳ​ຕອນ​ທີ 11

ຕອນ​ທີ 11 ນີ້​ຈະ​ເຂົ້າ​ສູ່​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ. ພະ​ເຢຊູ​ເກີດ​ໃນ​ຄອບຄົວ​ທຸກຍາກ​ທີ່​ອາໄສ​ຢູ່​ເມືອງ​ນ້ອຍໆ. ເພິ່ນ​ເຮັດ​ວຽກ​ກັບ​ພໍ່​ທີ່​ເປັນ​ຊ່າງ​ໄມ້. ພະ​ເຢຊູ​ເປັນ​ຄົນ​ທີ່​ຈະ​ມາ​ຊ່ວຍ​ມະນຸດ​ໃຫ້​ລອດ. ພະ​ເຢໂຫວາ​ເລືອກ​ພະ​ເຢຊູ​ໃຫ້​ເປັນ​ກະສັດ​ຢູ່​ສະຫວັນ. ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ຂໍ​ຊ່ວຍ​ລູກ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ພະ​ເຢຊູ​ຫຼາຍ ເພິ່ນ​ຈຶ່ງ​ສົ່ງ​ພະ​ເຢຊູ​ມາ​ເກີດ​ໃນ​ຄອບຄົວ​ທີ່​ຮັກ​ແລະ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່. ຊ່ວຍ​ໃຫ້​ລູກ​ເຫັນ​ວ່າ​ພະ​ເຢໂຫວາ​ປົກປ້ອງ​ພະ​ເຢຊູ​ແນວ​ໃດ​ບໍ່​ໃຫ້​ຖືກ​ເຮໂຣດ​ຂ້າ​ແລະ​ບໍ່​ມີ​ຫຍັງ​ສາມາດ​ຂັດຂວາງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ໄດ້. ຊ່ວຍ​ລູກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ມອບໝາຍ​ໃຫ້​ໂຢຮັນ​ກຽມ​ທາງ​ໄວ້​ໃຫ້​ພະ​ເຢຊູ ແລະ​ເນັ້ນ​ວ່າ​ພະ​ເຢຊູ​ຮັກ​ຄວາມ​ຮູ້​ຂອງ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ​ຕັ້ງແຕ່​ເພິ່ນ​ຍັງ​ເປັນ​ເດັກນ້ອຍ.

ຈຸດ​ສຳຄັນ

  • ເຮົາ​ຕ້ອງ​ພັກດີ​ຕໍ່​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ສະເໝີ

  • ພະ​ເຢຊູ​ລູກ​ຊາຍ​ຂອງ​ພະເຈົ້າ​ເຕັມໃຈ​ສະລະ​ອຳນາດ​ທີ່​ຍິ່ງໃຫຍ່​ໃນ​ສະຫວັນ​ມາ​ເກີດ​ເປັນ​ແອນ້ອຍ​ຢູ່​ເທິງ​ໂລກ

  • ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຊ່ວຍ​ປະຊາຊົນ​ກຽມ​ໂຕ​ໃຫ້​ພ້ອມ​ກ່ອນ​ທີ່​ເມຊີອາ​ຈະ​ມາ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌