ເພງທີ 9
ພະເຢໂຫວາເປັນກະສັດຂອງພວກເຮົາ!
1. ຍິນດີ ທີ່ໄດ້ສັນເສີນເຢໂຫວາ
ທົ່ວແຜ່ນຟ້າ ປະກາດຄວາມ ຍຸຕິທຳພະອົງ
ຈົ່ງຮ້ອງເພງ ດ້ວຍສຸດໃຈ ຖວາຍໃຫ້ ແກ່ພະເຈົ້າ
ຈົ່ງບອກຜົນ ງານທັງໝົດ ຂອງພະອົງ
(ທ່ອນຊ້ຳ)
ໃຫ້ສະຫວັນ ຈົ່ງມີສຸກ ໃຫ້ໂລກນີ້ ສຸກສຳລານ
ທີ່ເຢໂຫວາໄດ້ຂຶ້ນເປັນກະສັດ!
ໃຫ້ສະຫວັນ ຈົ່ງມີສຸກ ໃຫ້ໂລກນີ້ ສຸກສຳລານ
ທີ່ເຢໂຫວາເປັນກະສັດປົກຄອງ!
2. ສັນເສີນ ເຢໂຫວາໃຫ້ໂລກໄດ້ຮູ້
ວ່າພະອົງ ເປັນຜູ້ນຳ ຄວາມລອດມາໃຫ້ເຮົາ
ພະອົງເປັນ ກະສັດທີ່ ສົມຄວນກັບ ຄຳສັນເສີນ
ເຮົານ້ອມຂາບທີ່ໜ້າບັນລັງພະອົງ
(ທ່ອນຊ້ຳ)
ໃຫ້ສະຫວັນ ຈົ່ງມີສຸກ ໃຫ້ໂລກນີ້ ສຸກສຳລານ
ທີ່ເຢໂຫວາໄດ້ຂຶ້ນເປັນກະສັດ!
ໃຫ້ສະຫວັນ ຈົ່ງມີສຸກ ໃຫ້ໂລກນີ້ ສຸກສຳລານ
ທີ່ເຢໂຫວາເປັນກະສັດປົກຄອງ!
3. ຕອນນີ້ ພະເຈົ້າຕັ້ງການປົກຄອງແລ້ວ
ໄດ້ແຕ່ງຕັ້ງ ໃຫ້ລູກຊາຍ ຂຶ້ນນັ່ງເທິງບັນລັງ
ພະເຈົ້າປອມ ຂອງໂລກນີ້ ຕ້ອງລົ້ມລົງ ຕ້ອງອັບອາຍ
ຄຳຍົກຍ້ອງຕ້ອງໃຫ້ພະເຈົ້າເທົ່ານັ້ນ
(ທ່ອນຊ້ຳ)
ໃຫ້ສະຫວັນ ຈົ່ງມີສຸກ ໃຫ້ໂລກນີ້ ສຸກສຳລານ
ທີ່ເຢໂຫວາໄດ້ຂຶ້ນເປັນກະສັດ!
ໃຫ້ສະຫວັນ ຈົ່ງມີສຸກ ໃຫ້ໂລກນີ້ ສຸກສຳລານ
ທີ່ເຢໂຫວາເປັນກະສັດປົກຄອງ!
(ເບິ່ງຕື່ມ 1 ຂ່າວ. 16:9; ເພງ. 68:20; 97:6, 7)