ເພງທີ 110
ຄວາມຍິນດີໃນພະເຢໂຫວາ
1. ສິ່ງທີ່ເກີດຂຶ້ນ ບອກເລື່ອງລາຊະອານາຈັກ
ເຮົາບອກຂ່າວດີ ໃຫ້ຄົນໄດ້ຍິນ
ເງີຍໜ້າຂຶ້ນໄປ ເບິ່ງທີ່ຄວາມລອດຂອງພວກເຮົາ
ເວລາ ແຫ່ງຄວາມພົ້ນມາໃກ້ແລ້ວ
(ທ່ອນຊ້ຳ)
ຄວາມຍິນດີເຢໂຫວາເປັນກຳລັງເຮົາ
ຮ້ອງເພງໃຫ້ດັງດ້ວຍຄວາມສຸກໃຈ
ຍິນດີໃນຄວາມຫວັງ ໂດຍສະແດງຄວາມຂອບໃຈ
ໃຫ້ທຸກສິ່ງຍົກຍ້ອງສັນເສີນພະເຈົ້າ
ຄວາມຍິນດີເຢໂຫວາເປັນກຳລັງເຮົາ
ພະອົງຍິ່ງໃຫຍ່ທຸກຄົນຕ້ອງຮູ້
ເຫຼື້ອມໃສຕໍ່ກະສັດຜູ້ເປັນພະເຈົ້າຂອງເຮົາ
ມາຮັບໃຊ້ພະອົງດ້ວຍຄວາມຍິນດີ
2. ວາງໃຈພະເຈົ້າ ພະເຢໂຫວາທີ່ເຮົາຮັກ
ຢ່າໄດ້ຫວັ່ນໄຫວ ໃຫ້ເພິ່ງພະອົງ
ໃຫ້ເຮົາຢືນຂຶ້ນ ແລະຮ້ອງໃຫ້ດັງໄປທົ່ວຟ້າ
ສັນເສີນ ພະເຈົ້າດ້ວຍຄວາມຍິນດີ
(ທ່ອນຊ້ຳ)
ຄວາມຍິນດີເຢໂຫວາເປັນກຳລັງເຮົາ
ຮ້ອງເພງໃຫ້ດັງດ້ວຍຄວາມສຸກໃຈ
ຍິນດີໃນຄວາມຫວັງ ໂດຍສະແດງຄວາມຂອບໃຈ
ໃຫ້ທຸກສິ່ງຍົກຍ້ອງສັນເສີນພະເຈົ້າ
ຄວາມຍິນດີເຢໂຫວາເປັນກຳລັງເຮົາ
ພະອົງຍິ່ງໃຫຍ່ທຸກຄົນຕ້ອງຮູ້
ເຫຼື້ອມໃສຕໍ່ກະສັດຜູ້ເປັນພະເຈົ້າຂອງເຮົາ
ມາຮັບໃຊ້ພະອົງດ້ວຍຄວາມຍິນດີ
(ເບິ່ງຕື່ມ 1 ຂ່າວ. 16:27; ເພງ. 112:4; ລືກາ 21:28; ໂຢ. 8:32)