ເພງທີ 92
ສະຖານທີ່ທີ່ຍົກຍ້ອງຊື່ຂອງພະອົງ
1. ຖືເປັນກຽດສູງສຸດໂອ້ເຢໂຫວາ
ທີ່ໄດ້ສ້າງບ່ອນນີ້ເພື່ອພະອົງ
ເຮົາຂໍມອບບ່ອນນີ້ໃຫ້ແກ່ພະອົງ
ເພື່ອໃຫ້ພະອົງໄດ້ການເຊີດຊູ
ທຸກສິ່ງທີ່ເຮົາໄດ້ມອບໃຫ້ພະອົງ
ທັງໝົດນັ້ນລ້ວນເປັນຂອງພະອົງ
ຊັບສິນ ຄວາມສາມາດ ແລະກຳລັງເຮົາ
ຍິນດີໃຫ້ພະອົງດ້ວຍເຕັມໃຈ
(ທ່ອນຊ້ຳ)
ເຮົາຂໍມອບບ່ອນນີ້ໃຫ້ພະອົງ ເພື່ອໃຫ້ຊື່ພະອົງກ້ອງໄປ
ເຮົາຂໍອຸທິດສະຖານທີ່ນີ້ ຂໍພະອົງຊ່ວຍຮັບໄວ້ເຖີດ
2. ໂອ້ພໍ່ພວກເຮົາຂໍສັນເສີນພະອົງ
ດ້ວຍການມີສ່ວນເຮັດໃຫ້ບ່ອນນີ້
ມີຄົນມາສັນເສີນພະອົງເພີ່ມຂຶ້ນ
ມາເພື່ອຮຽນແນວທາງຂອງພະອົງ
ເຮົາໃຊ້ເພື່ອເປັນບ່ອນນະມັດສະການ
ຈະດູແລຮັກສາເປັນຢ່າງດີ
ໃຫ້ເດັ່ນເພື່ອຈະເປັນພະຍານທີ່ດີ
ກັບຂ່າວດີທີ່ເຮົາໄດ້ປະກາດ
(ທ່ອນຊ້ຳ)
ເຮົາຂໍມອບບ່ອນນີ້ໃຫ້ພະອົງ ເພື່ອໃຫ້ຊື່ພະອົງກ້ອງໄປ
ເຮົາຂໍອຸທິດສະຖານທີ່ນີ້ ຂໍພະອົງຊ່ວຍຮັບໄວ້ເຖີດ
(ເບິ່ງຕື່ມ 1 ກະ. 8:18, 27; 1 ຂ່າວ. 29:11-14; ກິດ. 20:24)