ເພງທີ 116
ພະລັງຂອງຄວາມກະລຸນາ
1. ສັນເສີນ ເຢໂຫວາ ພະເຈົ້າ ສຸດຫົວໃຈ
ໄບເບິນ ບອກເຮົາ ຮູ້ຈັກ
ພະອົງ ມີພະລັງ ອຳນາດ ຄວາມປັນຍາ
ທັງກະລຸນາແລະຮັກຍິ່ງໃຫຍ່
2. ພະຄລິດ ລູກພະອົງ ເຊີນເຮົາ ທຸກທຸກຄົນ
ໃຫ້ຖິ້ມ ພາລະ ທີ່ມີ
ມາຮັບ ເອົາແອກທີ່ ອ່ອນໂຍນ ກະລຸນາ
ຮຽນຮູ້ແລະເຮັດຕາມຈະສົດຊື່ນ
3. ຕົວຢ່າງ ຂອງພະເຈົ້າ ແລະຂອງ ພະເຍຊູ
ສອນໃຫ້ເປັນຄົນ ເມດຕາ
ເຮົາຈະ ກະລຸນາ ຕໍ່ຄົນ ທຸກທຸກຄົນ
ເຮົາຈະເມດຕາແລະຈະອ່ອນໂຍນ
(ເບິ່ງຕື່ມ ມີເກ 6:8; ມັດ. 11:28-30; ໂກໂລ. 3:12; 1 ເປ. 2:3)