ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ພຶດສະພາ ໜ້າ 3
  • ເຈົ້າກຽມພ້ອມແລ້ວບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າກຽມພ້ອມແລ້ວບໍ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ກຽມໂຕໃຫ້ພ້ອມຢູ່ສະເໝີໃນໄລຍະທ້າຍໆຂອງ “ສະໄໝສຸດທ້າຍ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເຈົ້າກຽມໂຕຮັບມືກັບຄວາມບໍ່ສະຫງົບທາງການເມືອງແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ຊ່ວຍ​ຄົນອື່ນ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ວິທີຊ່ວຍເຫຼືອຫຼັງໄພພິບັດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ພຶດສະພາ ໜ້າ 3
ຄອບຄົວ​ໜຶ່ງ​ກຳລັງ​ກຽມ​ກະເປົ໋າ​ສຸກເສີນ.

ຊີວິດ​ຄລິດສະຕຽນ

ເຈົ້າ​ກຽມ​ພ້ອມ​ແລ້ວ​ບໍ?

ຖ້າ​ມີ​ໄພ​ທຳມະຊາດ​ເກີດ​ຂຶ້ນ​ໃນ​ບ່ອນ​ທີ່​ເຈົ້າ​ຢູ່ ເຈົ້າ​ກຽມ​ພ້ອມ​ແລ້ວ​ບໍ? ຕົວຢ່າງ​ເຊັ່ນ: ແຜ່ນດິນ​ໄຫວ ພາຍຸ​ໄຕ້​ຝຸ່ນ ໄຟ​ໄໝ້​ປ່າ ແລະ​ນ້ຳ​ຖ້ວມ ເຊິ່ງ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຢ່າງ​ໜັກ. ນອກ​ຈາກ​ນັ້ນ ຍັງ​ມີ​ການ​ກໍ່​ການ​ຮ້າຍ ຄວາມ​ບໍ່​ສະຫງົບ ແລະ​ໂລກ​ລະ​ບາດ​ເກີດ​ຂຶ້ນ​ຢູ່​ທຸກ​ບ່ອນ​ໂດຍ​ທີ່​ເຮົາ​ບໍ່​ຮູ້​ລ່ວງ​ໜ້າ. (ຜູ້ປ 9:11) ເຮົາ​ບໍ່​ຄວນ​ຄິດ​ເອົາ​ເອງ​ວ່າ​ເຫດການ​ເຫຼົ່າ​ນັ້ນ​ຈະ​ບໍ່​ມີ​ທາງ​ເກີດ​ຂຶ້ນ​ໃນ​ບ່ອນ​ທີ່​ເຮົາ​ຢູ່.

ເຮົາ​ແຕ່​ລະ​ຄົນ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ເໝາະ​ສົມ​ເພື່ອ​ກຽມ​ຕົວ​ຮັບ​ມື​ກັບ​ໄພ​ທຳມະຊາດ. (ສຸພາ 22:3) ເຖິງ​ວ່າ​ອົງການ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ເມື່ອ​ມີ​ໄພ​ທຳມະຊາດ​ເກີດ​ຂຶ້ນ ແຕ່​ຍັງ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຮົາ​ທີ່​ຈະ​ກຽມ​ຕົວ​ໃຫ້​ພ້ອມ.—ຄລຕ 6:5

ເບິ່ງ​ວິດີໂອ​ເຈົ້າ​ໄດ້​ກຽມ​ຕົວ​ຮັບ​ມື​ໄພ​ທຳມະຊາດ​ແລ້ວ​ບໍ? ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພີ່ນ້ອງ​ຊາຍ​ກຽມ​ຕົວ​ທາງ​ດ້ານ​ຄວາມ​ເຊື່ອ​ໄວ້​ເພື່ອ​ຮັບ​ມື​ກັບ​ໄພ​ທຳມະຊາດ​ໂດຍ​ການ​ອ່ານ​ຄຳພີ​ໄບເບິນ.

    ເມື່ອ​ມີ​ໄພ​ທຳມະຊາດ​ເກີດ​ຂຶ້ນ ເຮົາ​ຈະ​ກຽມ​ຕົວ​ທາງ​ດ້ານ​ຄວາມ​ເຊື່ອ​ແນວ​ໃດ?

  • ກະເປົ໋າ​ສຸກເສີນ ຂໍ້​ມູນ​ຕິດ​ຕໍ່ ແລະ​ໂທລະສັບ.

    ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ . . .

    • • ບອກ​ຂໍ້​ມູນ​ການ​ຕິດ​ຕໍ່​ຫຼ້າ​ສຸດ​ໃຫ້​ກັບ​ຜູ້​ດູ​ແລ​ກ່ອນ ໃນ​ລະຫວ່າງ ແລະ​ຫຼັງ​ຈາກ​ມີ​ໄພ​ທຳມະຊາດ​ເກີດ​ຂຶ້ນ?

    • • ກຽມ​ກະເປົ໋າ​ສຸກເສີນ?—g17.5-SI ໜ້າ 6

    • • ຄິດ​ເຖິງ​ໄພ​ທຳມະຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ໃນ​ແຕ່​ລະ​ສະຖານະການ?

  • ຮູບ​ພາບ: ວິທີ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ເມື່ອ​ເກີດ​ໄພ​ທຳມະຊາດ. 1. ພີ່ນ້ອງ​ຊາຍ​ອະທິດຖານ. 2. ອາສາ​ສະໝັກ​ຊ່ວຍ​ວຽກ​ງານ​ບັນເທົາ​ທຸກ​ເມື່ອ​ມີ​ໄພ​ທຳມະຊາດ​ເກີດ​ຂຶ້ນ. 3. ພີ່ນ້ອງ​ຊາຍ​ປ່ອນ​ເງິນ​ໃສ່​ກ່ອງ​ບໍລິຈາກ​ຢູ່​ທີ່​ຫໍ​ປະຊຸມ.

    ມີ 3 ວິທີ​ຫຍັງ​ແດ່​ທີ່​ເຮົາ​ຊ່ວຍ​ຄົນ​ອື່ນ​ໄດ້​ເມື່ອ​ມີ​ໄພ​ທຳມະຊາດ​ເກີດ​ຂຶ້ນ?

ເຈົ້າ ຈະ​ຊ່ວຍ​ໄດ້​ບໍ?

ເຮົາ​ຕ້ອງການ​ອາສາ​ສະໝັກ​ຫຼາຍ​ຂຶ້ນ​ເພື່ອ​ຊ່ວຍ​ວຽກ​ງານ​ບັນເທົາ​ທຸກ​ເມື່ອ​ມີ​ໄພ​ທຳມະຊາດ​ເກີດ​ຂຶ້ນ. ຖ້າ​ເຈົ້າ​ຢາກ​ຊ່ວຍ​ວຽກ​ນີ້​ໃຫ້​ແຈ້ງ​ຜູ້​ດູ​ແລ​ໃນ​ປະຊາຄົມ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌