ບົດຄວາມສຶກສາທີ 52
ຊ່ວຍຄົນອື່ນໃຫ້ອົດທົນກັບຄວາມຍາກລຳບາກ
“ຢ່າກີດກັນສິ່ງດີໆໄວ້ຈາກຄົນທີ່ສົມຄວນໄດ້ຮັບ.”—ສຸພາ. 3:27, ລ.ມ.
ເພງ 103 ຜູ້ບຳລຸງລ້ຽງຂອງຂວັນທີ່ເປັນມະນຸດ
ໃຈຄວາມສຳຄັນa
1. ພະເຢໂຫວາມັກຈະຕອບຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນແນວໃດ?
ເຈົ້າຮູ້ບໍວ່າພະເຢໂຫວາອາດຈະໃຊ້ເຈົ້າໃຫ້ຕອບຄຳອະທິດຖານຂອງບາງຄົນ? ບໍ່ວ່າເຈົ້າຈະເປັນຜູ້ດູແລ ຜູ້ຊ່ວຍວຽກຮັບໃຊ້ ໄພໂອເນຍ ຜູ້ປະກາດ ພີ່ນ້ອງທີ່ຍັງໜຸ່ມຫຼືພີ່ນ້ອງທີ່ສູງອາຍຸ ເປັນພີ່ນ້ອງຊາຍຫຼືພີ່ນ້ອງຍິງ ເຈົ້າກໍສາມາດຊ່ວຍຄົນອື່ນໄດ້. ເມື່ອຜູ້ທີ່ຮັກພະເຢໂຫວາຮ້ອງຂໍຄວາມຊ່ວຍເຫຼືອ ເພິ່ນກໍມັກຈະໃຊ້ຜູ້ດູແລ ຫຼືພີ່ນ້ອງຄົນອື່ນໆມາ “ໃຫ້ກຳລັງໃຈ” ຜູ້ນັ້ນ. (ກລຊ. 4:11) ເຮົາຮູ້ສຶກດີໃຈຫຼາຍແທ້ໆທີ່ໄດ້ຮັບໃຊ້ພະເຢໂຫວາແລະພີ່ນ້ອງໃນວິທີນີ້! ດັ່ງນັ້ນ ເມື່ອເກີດໂລກລະບາດ ໄພພິບັດ ແລະການຂົ່ມເຫງ ກໍເປັນໂອກາດທີ່ເຮົາຈະຊ່ວຍແລະໃຫ້ກຳລັງໃຈພີ່ນ້ອງໄດ້ຄືກັນ.
ຊ່ວຍຄົນອື່ນຕອນທີ່ມີໂລກລະບາດ
2. ເປັນຫຍັງອາດຮູ້ສຶກວ່າຍາກທີ່ຈະຊ່ວຍເຫຼືອຄົນອື່ນຕອນທີ່ມີໂລກລະບາດ?
2 ໂລກລະບາດເຮັດໃຫ້ຍາກທີ່ເຮົາຈະຊ່ວຍເຫຼືອຄົນອື່ນ. ຕົວຢ່າງເຊັ່ນ: ເຮົາຢາກໄປຫຼິ້ນນຳໝູ່ ແຕ່ການເຮັດແນວນັ້ນບໍ່ປອດໄພ. ເຮົາຢາກຊວນພີ່ນ້ອງທີ່ມີບັນຫາທາງດ້ານການເງິນມາກິນເຂົ້ານຳ ແຕ່ກໍເປັນໄປບໍ່ໄດ້ທີ່ຈະເຮັດແບບນັ້ນ. ເຮົາອາດຢາກຈະຊ່ວຍຄົນອື່ນ ແຕ່ຄອບຄົວຂອງເຮົາກໍລຳບາກຄືກັນ. ເຖິງຈະເປັນແບບນັ້ນ ເຮົາກໍຍັງຢາກຊ່ວຍຄົນອື່ນ ແລະພະເຢໂຫວາກໍຈະພໍໃຈເຮົາຖ້າເຮົາເຮັດສິ່ງທີ່ເຮັດໄດ້ເພື່ອຊ່ວຍເຫຼືອຄົນອື່ນ. (ສຸພາ. 3:27; 19:17) ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?
3. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງຜູ້ດູແລທີ່ຢູ່ໃນປະຊາຄົມຂອງເດຊີ້? (ເຢເຣມີ 23:4)
3 ສິ່ງທີ່ຜູ້ດູແລຄວນເຮັດ. ຖ້າເຈົ້າເປັນຜູ້ດູແລ ຂໍໃຫ້ເຈົ້າຮູ້ຈັກພີ່ນ້ອງເປັນຢ່າງດີ. (ອ່ານເຢເຣມີ 23:4) ພີ່ນ້ອງຍິງທີ່ຊື່ເດຊີ້b ທີ່ເວົ້າເຖິງໃນບົດຄວາມກ່ອນໜ້ານີ້ບອກວ່າ: “ຜູ້ດູແລໃນກຸ່ມຂອງຂ້ອຍເຄີຍຊວນຂ້ອຍແລະພີ່ນ້ອງຄົນອື່ນໆໄປປະກາດແລະເຮັດກິດຈະກຳອື່ນໆນຳກັນ.” ການທີ່ຜູ້ດູແລເຮັດແບບນີ້ກໍເຮັດໃຫ້ງ່າຍຂຶ້ນທີ່ເຂົາເຈົ້າຈະຊ່ວຍເຫຼືອເດຊີ້ຕອນທີ່ພະຍາດໂຄວິດ-19 ລະບາດ. ເພາະບາງຄົນໃນຄອບຄົວຂອງລາວໄດ້ຕາຍຍ້ອນພະຍາດນີ້.
4. ເປັນຫຍັງຜູ້ດູແລຈຶ່ງຊ່ວຍເຫຼືອເດຊີ້ໄດ້ ແລະເລື່ອງນີ້ໃຫ້ບົດຮຽນຫຍັງກັບຜູ້ດູແລ?
4 ເດຊີ້ເວົ້າວ່າ: “ຍ້ອນຂ້ອຍຮູ້ວ່າຜູ້ດູແລເປັນຄືກັບໝູ່ ມັນຈຶ່ງງ່າຍທີ່ຂ້ອຍຈະບອກເຂົາເຈົ້າໃຫ້ຮູ້ວ່າຂ້ອຍຮູ້ສຶກແນວໃດແລະກັງວົນເລື່ອງຫຍັງ.” ຜູ້ດູແລໄດ້ບົດຮຽນຫຍັງ? ຜູ້ດູແລຄວນສົນໃຈແລະເປັນໝູ່ກັບພີ່ນ້ອງກ່ອນ ທີ່ຈະມີຄວາມຍາກລຳບາກ. ຖ້າໂລກລະບາດເຮັດໃຫ້ເຈົ້າບໍ່ສາມາດໄປຢາມພີ່ນ້ອງແບບໜ້າຕໍ່ໜ້າໄດ້ ກໍໃຫ້ຕິດຕໍ່ຫາເຂົາເຈົ້າດ້ວຍວິທີອື່ນ. ເດຊີ້ຍັງເວົ້າອີກວ່າ: “ບາງເທື່ອຜູ້ດູແລຫຼາຍຄົນກໍສົ່ງຂໍ້ຄວາມຫຼືໂທຫາຂ້ອຍໃນມື້ດຽວກັນ. ຂໍ້ຄຳພີທີ່ເຂົາເຈົ້າໃຫ້ກຳລັງໃຈຂ້ອຍເຮັດໃຫ້ຂ້ອຍຮູ້ສຶກປະທັບໃຈຫຼາຍເຖິງວ່າຂ້ອຍຈະຮູ້ຈັກຂໍ້ຄຳພີນັ້ນດີຢູ່ແລ້ວກໍຕາມ.”
5. ຜູ້ດູແລຕ້ອງເຮັດແນວໃດເພື່ອຈະຮູ້ວ່າພີ່ນ້ອງຢາກໃຫ້ຊ່ວຍຫຍັງ ແລະເຂົາເຈົ້າຈະຊ່ວຍພີ່ນ້ອງແນວໃດ?
5 ວິທີໜຶ່ງທີ່ຜູ້ດູແລຈະຊ່ວຍພີ່ນ້ອງໄດ້ກໍຄື ການໃຊ້ຄຳຖາມທີ່ບໍ່ເຮັດໃຫ້ພີ່ນ້ອງຮູ້ສຶກອາຍ. (ສຸພາ. 20:5) ເຊັ່ນ: ເຂົາເຈົ້າມີອາຫານ ຢາ ແລະສິ່ງຈຳເປັນອື່ນໆພຽງພໍບໍ? ເຂົາເຈົ້າຢ້ານວ່າຈະຕົກວຽກຫຼືບໍ່ມີເງິນຈ່າຍຄ່າເຊົ່າເຮືອນບໍ? ຫຼືເຂົາເຈົ້າຢາກໃຫ້ເຮົາຊ່ວຍເລື່ອງການຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານບໍ? ເດຊີ້ກໍໄດ້ຮັບການຊ່ວຍເຫຼືອຈາກພີ່ນ້ອງທາງດ້ານວັດຖຸ. ແຕ່ຄວາມຮັກແລະຂໍ້ຄຳພີທີ່ໃຫ້ກຳລັງໃຈຈາກຜູ້ດູແລຊ່ວຍລາວໄດ້ຫຼາຍທີ່ສຸດ. ລາວເວົ້າວ່າ: “ເຖິງຂ້ອຍຈະບໍ່ຈື່ວ່າຜູ້ດູແລເວົ້າຫຍັງຕອນທີ່ອະທິດຖານກັບຂ້ອຍ ແຕ່ຂ້ອຍກໍຈື່ຄວາມຮູ້ສຶກໃນຕອນນັ້ນໄດ້. ມັນເປັນຄືກັບພະເຢໂຫວາກຳລັງເວົ້າກັບຂ້ອຍວ່າ: ‘ລູກບໍ່ໄດ້ຢູ່ໂຕຄົນດຽວເດີ້!’”—ອຊຢ. 41:10, 13
ພີ່ນ້ອງຊາຍທີ່ນຳສ່ວນໃນການປະຊຸມຮູ້ສຶກດີໃຈທີ່ໄດ້ຟັງຄວາມຄິດເຫັນທີ່ໃຫ້ກຳລັງໃຈຂອງພີ່ນ້ອງທີ່ມາປະຊຸມແລະພີ່ນ້ອງທີ່ບໍ່ສະບາຍທີ່ເຂົ້າຮ່ວມການປະຊຸມທາງອອນລາຍ. (ເບິ່ງຂໍ້ 6)
6. ພີ່ນ້ອງໃນປະຊາຄົມເຮັດຫຍັງໄດ້ແດ່ເພື່ອຈະຊ່ວຍເຫຼືອຄົນອື່ນ? (ເບິ່ງຮູບພາບ)
6 ສິ່ງທີ່ເຮົາເຮັດໄດ້. ເຮົາຄາດໝາຍວ່າຜູ້ດູແລຈະເປັນຜູ້ທີ່ເບິ່ງແຍງພີ່ນ້ອງໃນປະຊາຄົມ. ແຕ່ພະເຢໂຫວາຢາກໃຫ້ເຮົາທຸກຄົນໃຫ້ກຳລັງໃຈແລະຊ່ວຍເຫຼືອຄົນອື່ນ. (ຄລຕ. 6:10) ເຖິງວ່າສິ່ງທີ່ເຮົາເຮັດຈະເລັກໆນ້ອຍໆກໍຕາມ ແຕ່ກໍສາມາດໃຫ້ກຳລັງໃຈຜູ້ທີ່ເຈັບປ່ວຍໄດ້. ເດັກນ້ອຍສາມາດຂຽນຈົດໝາຍຫຼືແຕ້ມຮູບເພື່ອໃຫ້ກຳລັງໃຈ. ຄົນທີ່ຍັງໜຸ່ມອາດຊ່ວຍໄປຊື້ເຄື່ອງຫຼືຊ່ວຍເຮັດວຽກອື່ນໆ. ສ່ວນພີ່ນ້ອງຄົນອື່ນໆອາດຈະເຮັດອາຫານໄປໃຫ້. ທີ່ຈິງ ໃນຊ່ວງທີ່ມີໂລກລະບາດທຸກຄົນກໍຕ້ອງການກຳລັງໃຈ. ດັ່ງນັ້ນ ຫຼັງຈາກເລີກປະຊຸມ ເຮົາອາດຈະຢູ່ຕໍ່ໜ້ອຍໜຶ່ງເພື່ອໃຫ້ກຳລັງໃຈພີ່ນ້ອງບໍ່ວ່າເຮົາຈະປະຊຸມແບບເຈິໂຕກັນຫຼືປະຊຸມທາງອອນລາຍ. ຜູ້ດູແລກໍຕ້ອງການກຳລັງໃຈຄືກັນ ພີ່ນ້ອງບາງຄົນຈຶ່ງໄດ້ສົ່ງຂໍ້ຄວາມໄປຂອບໃຈຜູ້ດູແລເພາະເຂົາເຈົ້າເຮັດວຽກຫຼາຍກວ່າເກົ່າໃນຊ່ວງທີ່ມີໂລກລະບາດ. ເປັນສິ່ງທີ່ດີຫຼາຍແທ້ໆທີ່ເຮົາຈະພະຍາຍາມ “ໃຫ້ກຳລັງໃຈກັນແລະເສີມສ້າງກັນໃຫ້ເຂັ້ມແຂງຢູ່ສະເໝີ”!—1ທຊ. 5:11
ຊ່ວຍພີ່ນ້ອງຕອນທີ່ມີໄພພິບັດ
7. ເຮົາອາດເຈິບັນຫາຫຍັງແດ່ເມື່ອເກີດໄພພິບັດ?
7 ໄພພິບັດສາມາດເຮັດໃຫ້ຊີວິດຂອງເຮົາປ່ຽນໄປພາຍໃນພິບຕາດຽວ. ບາງຄົນອາດສູນເສຍຊັບສິນເງິນຄຳ ເຮືອນຊານບ້ານຊ່ອງ ຫຼືຄົນທີ່ເຂົາເຈົ້າຮັກຕາຍຈາກໄປ. ສິ່ງເຫຼົ່ານີ້ກໍເກີດຂຶ້ນກັບພີ່ນ້ອງຂອງເຮົາຄືກັນ ແລ້ວເຮົາຈະຊ່ວຍເຫຼືອເຂົາເຈົ້າໄດ້ແນວໃດ?
8. ຜູ້ດູແລແລະຫົວໜ້າຄອບຄົວຄວນຈະເຮັດຫຍັງກ່ອນທີ່ຈະເກີດໄພພິບັດ?
8 ສິ່ງທີ່ຜູ້ດູແລຄວນເຮັດ. ຜູ້ດູແລ ຂໍເຈົ້າຊ່ວຍພີ່ນ້ອງໃຫ້ກຽມຕົວກ່ອນທີ່ຈະເກີດໄພພິບັດ. ເຮັດໃຫ້ແນ່ໃຈວ່າພີ່ນ້ອງທຸກຄົນຮູ້ວິທີທີ່ຈະປົກປ້ອງຕົວເອງໃຫ້ປອດໄພແລະຕິດຕໍ່ກັບຜູ້ດູແລໄດ້. ມາກາເຣັດທີ່ເວົ້າເຖິງໃນບົດຄວາມກ່ອນໜ້ານີ້ບອກວ່າ: “ໃນສ່ວນຄວາມຈຳເປັນຂອງປະຊາຄົມ ຜູ້ດູແລໄດ້ເຕືອນວ່າຍັງຈະມີໄຟໄໝ້ປ່າຢູ່ ຖ້າອຳນາດການປົກຄອງສັ່ງໃຫ້ອົບພະຍົບຫຼືສະຖານະການນັ້ນເຖິງຂີດອັນຕະລາຍແລ້ວ ກໍໃຫ້ອົບພະຍົບທັນທີ.” ພີ່ນ້ອງໄດ້ໃຫ້ຄຳແນະນຳທີ່ເໝາະກັບເວລາແທ້ໆ ເພາະ 5 ອາທິດຕໍ່ມາກໍເກີດໄຟໄໝ້ປ່າ. ໃນການນະມັດສະການປະຈຳຄອບຄົວ ຫົວໜ້າຄອບຄົວຄວນຈະທົບທວນນຳກັນກັບຄອບຄົວວ່າແຕ່ລະຄົນຕ້ອງເຮັດຫຍັງແດ່. ຖ້າເຈົ້າກັບຄອບຄົວກຽມຕົວລ່ວງໜ້າ ເຈົ້າກໍຈະສະຫງົບໃຈເມື່ອເກີດໄພພິບັດ.
9. ຜູ້ດູແລຄວນຈະເຮັດຫຍັງກ່ອນແລະຫຼັງຈາກເກີດໄພພິບັດ?
9 ຖ້າເຈົ້າເປັນຜູ້ດູແລກຸ່ມປະກາດ ເຈົ້າຄວນຈະມີເບີໂທແລະທີ່ຢູ່ຫຼ້າສຸດຂອງພີ່ນ້ອງໃນກຸ່ມຂອງເຈົ້າກ່ອນທີ່ຈະມີໄພພິບັດ. ເມື່ອເກີດໄພພິບັດ ເຈົ້າກໍຈະສາມາດຕິດຕໍ່ພີ່ນ້ອງແລະໃຫ້ຄວາມຊ່ວຍເຫຼືອກັບເຂົາເຈົ້າໄດ້. ໃຫ້ສົ່ງຕໍ່ຂໍ້ມູນນັ້ນໃຫ້ກັບຜູ້ປະສານງານຂອງຄະນະຜູ້ດູແລ ແລ້ວລາວຈະລາຍງານຕໍ່ຜູ້ດູແລໝວດ. ເມື່ອພີ່ນ້ອງເຫຼົ່ານີ້ເຮັດວຽກຮ່ວມກັນ ເຂົາເຈົ້າກໍສາມາດຊ່ວຍເຫຼືອພີ່ນ້ອງໃນວິທີທີ່ດີທີ່ສຸດໄດ້. ຫຼັງຈາກເກີດໄຟໄໝ້ປ່າ ຜູ້ດູແລໝວດໃນໝວດຂອງພີ່ນ້ອງມາກາເຣັດບໍ່ໄດ້ນອນຕັ້ງ 36 ຊົ່ວໂມງເພື່ອຈະປະສານງານກັບຜູ້ດູແລຕອນທີ່ເຂົາເຈົ້າພະຍາຍາມຕິດຕໍ່ແລະເບິ່ງແຍງພີ່ນ້ອງ 450 ຄົນທີ່ຕ້ອງອົບພະຍົບ. (2ກຣ. 11:27) ການເຮັດແບບນີ້ຊ່ວຍໃຫ້ພີ່ນ້ອງມີບ່ອນລີ້ໄພ.
10. ເປັນຫຍັງຜູ້ດູແລຄວນຖືວ່າການເບິ່ງແຍງພີ່ນ້ອງເປັນເລື່ອງສຳຄັນ? (ໂຢຮັນ 21:15)
10 ຜູ້ດູແລມີໜ້າທີ່ທີ່ຈະຊ່ວຍເຫຼືອພີ່ນ້ອງທັງສອງດ້ານຄື ດ້ານຄວາມເຊື່ອແລະດ້ານອາລົມຄວາມຮູ້ສຶກ. (1ປຕ. 5:2) ເມື່ອມີໄພພິບັດເກີດຂຶ້ນ ທຳອິດ ຜູ້ດູແລຄວນເຮັດໃຫ້ແນ່ໃຈວ່າພີ່ນ້ອງມີອາຫານ ເຄື່ອງນຸ່ງ ແລະບ່ອນຢູ່ອາໄສບໍ. ແຕ່ຫຼັງຈາກຫຼາຍເດືອນຜ່ານໄປ ພີ່ນ້ອງເຫຼົ່ານັ້ນອາດຍັງຕ້ອງໄດ້ຮັບການຊ່ວຍເຫຼືອໃນສອງດ້ານນີ້ຢູ່. (ອ່ານໂຢຮັນ 21:15) ພີ່ນ້ອງແຮໂຣດທີ່ເປັນສະມາຊິກຂອງຄະນະກຳມະການສາຂາໄດ້ພົບກັບພີ່ນ້ອງຫຼາຍຄົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ລາວບອກວ່າ: “ມັນຕ້ອງໃຊ້ເວລາເພື່ອຈະທຳໃຈຍອມຮັບກັບສິ່ງທີ່ເກີດຂຶ້ນ. ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດອາດພະຍາຍາມກັບມາໃຊ້ຊີວິດຕາມປົກກະຕິ ແຕ່ເມື່ອເຂົາເຈົ້າຄິດເຖິງເຫດການທີ່ລອດຕາຍມາໄດ້ ຫຼືຄົນທີ່ຮັກຕາຍ ຫຼືສູນເສຍມໍລະດົກທີ່ມີຄ່າໄປ ມັນກໍຈະເຮັດໃຫ້ເຂົາເຈົ້າເຈັບປວດໃຈຂຶ້ນມາອີກ. ນີ້ບໍ່ໄດ້ໝາຍຄວາມວ່າເຂົ້າເຈົ້າຂາດຄວາມເຊື່ອ ມັນເປັນເລື່ອງທຳມະດາທີ່ຄົນເຮົາຈະຮູ້ສຶກແບບນີ້ກັບເຫດການທີ່ເກີດຂຶ້ນ.”
11. ຜູ້ດູແລອາດຕ້ອງເຮັດຫຍັງອີກເພື່ອຊ່ວຍເຫຼືອຜູ້ທີ່ປະສົບກັບໄພພິບັດ?
11 ຜູ້ດູແລຄວນເຮັດຕາມຫຼັກການທີ່ວ່າ “ຮ້ອງໄຫ້ກັບຄົນທີ່ຮ້ອງໄຫ້.” (ຣມ. 12:15) ຜູ້ດູແລຕ້ອງເຮັດໃຫ້ຜູ້ທີ່ປະສົບກັບໄພພິບັດໝັ້ນໃຈວ່າພະເຢໂຫວາແລະພີ່ນ້ອງຍັງຮັກເຂົາເຈົ້າຢູ່. ຜູ້ດູແລຈະຊ່ວຍພີ່ນ້ອງແຕ່ລະຄອບຄົວໃຫ້ເຮັດສິ່ງທີ່ເສີມຄວາມເຊື່ອຢູ່ສະເໝີ ເຊັ່ນ: ອະທິດຖານ ສຶກສາຄຳພີໄບເບິນ ເຂົ້າຮ່ວມການປະຊຸມ ແລະໄປປະກາດ. ນອກຈາກນັ້ນ ຜູ້ດູແລຍັງສາມາດກະຕຸ້ນພໍ່ແມ່ໃຫ້ຊ່ວຍລູກຈົດຈໍ່ຢູ່ກັບສິ່ງທີ່ໄພພິບັດທຳລາຍບໍ່ໄດ້ ເຊິ່ງກໍຄືການຊ່ວຍລູກໃຫ້ເຫັນວ່າພະເຢໂຫວາເປັນໝູ່ແລະຊ່ວຍເຫຼືອເຂົາເຈົ້າສະເໝີ. ແລະອະທິບາຍໃຫ້ລູກເຂົ້າໃຈວ່າຍັງມີພີ່ນ້ອງທີ່ຢູ່ທົ່ວໂລກທີ່ພ້ອມຈະຊ່ວຍເຫຼືອເຂົາເຈົ້າຢູ່ຕະຫຼອດ.—1ປຕ. 2:17
ເຈົ້າຈະອາສາໄປຊ່ວຍພີ່ນ້ອງທີ່ຢູ່ໃນເຂດຂອງເຈົ້າຫຼັງຈາກເກີດໄພພິບັດໄດ້ບໍ? (ເບິ່ງຂໍ້ 12)e
12. ເຮົາຈະຊ່ວຍພີ່ນ້ອງທີ່ປະສົບກັບໄພພິບັດໄດ້ແນວໃດ? (ເບິ່ງຮູບພາບ)
12 ສິ່ງທີ່ເຮົາເຮັດໄດ້. ຖ້າໄພພິບັດເກີດຂຶ້ນໃກ້ກັບບໍລິເວນທີ່ເຈົ້າຢູ່ ເຈົ້າອາດບອກຜູ້ດູແລວ່າເຈົ້າສາມາດຊ່ວຍຫຍັງໄດ້ແດ່. ເຈົ້າອາດໃຫ້ບ່ອນພັກຊົ່ວຄາວກັບຜູ້ທີ່ອົບພະຍົບຫຼືອາສາສະໝັກທີ່ມາຊ່ວຍກໍ່ສ້າງ. ເຈົ້າອາດຈະຊ່ວຍສົ່ງອາຫານຫຼືເຄື່ອງໃຊ້ອື່ນໆໃຫ້ກັບພີ່ນ້ອງທີ່ຕ້ອງການກໍໄດ້. ແຕ່ຖ້າໄພພິບັດເກີດຂຶ້ນຢູ່ຫ່າງໄກຈາກບ່ອນທີ່ເຈົ້າຢູ່ເດເຈົ້າຈະຊ່ວຍໄດ້ແນວໃດ? ເຈົ້າສາມາດຊ່ວຍໄດ້ໂດຍການອະທິດຖານເພື່ອຜູ້ທີ່ໄດ້ຮັບຜົນກະທົບ. (2ກຣ. 1:8-11) ແລະເຈົ້າອາດຈະສະໜັບສະໜູນວຽກບັນເທົາທຸກໂດຍບໍລິຈາກເງິນສຳລັບວຽກງານທົ່ວໂລກ. (2ກຣ. 8:2-5) ຖ້າເຈົ້າສາມາດໄປຊ່ວຍໃນເຂດທີ່ປະສົບໄພພິບັດໄດ້ ໃຫ້ເຈົ້າຖາມຜູ້ດູແລວ່າຕ້ອງເຮັດແນວໃດ. ຖ້າເຈົ້າຖືກເຊີນໃຫ້ໄປຊ່ວຍ ເຈົ້າອາດຈະໄດ້ຮັບການຝຶກອົບຮົມເພື່ອຈະສາມາດຊ່ວຍພີ່ນ້ອງໃນແບບທີ່ດີທີ່ສຸດໄດ້.
ຊ່ວຍພີ່ນ້ອງໃຫ້ອົດທົນກັບການຂົ່ມເຫງ
13. ພີ່ນ້ອງທີ່ຢູ່ໃນເຂດທີ່ວຽກຂອງອົງການຖືກສັ່ງຫ້າມມີບັນຫາຫຍັງແດ່?
13 ຊີວິດຂອງເຮົາກໍຈະລຳບາກຫຼາຍຂຶ້ນຖ້າວຽກຂອງອົງການຖືກສັ່ງຫ້າມໃນບ່ອນທີ່ເຮົາຢູ່ຫຼືມີການຂົ່ມເຫງ. ພີ່ນ້ອງໃນບ່ອນເຫຼົ່ານັ້ນຍັງມີບັນຫາທາງການເງິນ ເຈັບປ່ວຍ ແລະຄົນທີ່ຮັກຕາຍໄປ. ຜູ້ດູແລອາດບໍ່ສາມາດໄປຢາມພີ່ນ້ອງທີ່ຕ້ອງການກຳລັງໃຈໄດ້ຄືແຕ່ກ່ອນ. ເລື່ອງນີ້ໄດ້ເກີດຂຶ້ນກັບຜູ້ດູແລຄົນໜຶ່ງທີ່ຊື່ອັນເດຣທີ່ເວົ້າເຖິງໃນບົດຄວາມກ່ອນໜ້ານີ້. ພີ່ນ້ອງຍິງຄົນໜຶ່ງທີ່ຢູ່ໃນກຸ່ມປະກາດຂອງອັນເດຣມີບັນຫາທາງການເງິນ. ຈາກນັ້ນ ລາວກໍເກີດອຸບັດຕິເຫດຕອນທີ່ຂັບລົດໃຫຍ່. ລາວຕ້ອງໄດ້ຜ່າຕັດຫຼາຍເທື່ອແລະບໍ່ສາມາດເຮັດວຽກໄດ້. ເຖິງວຽກຂອງອົງການຈະຖືກສັ່ງຫ້າມແລະມີໂລກລະບາດ ແຕ່ພີ່ນ້ອງກໍເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊ່ວຍເຫຼືອລາວ ແລະພະເຢໂຫວາກໍຮູ້ສິ່ງທີ່ເກີດຂຶ້ນກັບລາວ.
14. ຜູ້ດູແລຈະເປັນຕົວຢ່າງແນວໃດໃນການໝາຍເພິ່ງພະເຢໂຫວາ?
14 ສິ່ງທີ່ຜູ້ດູແລຄວນເຮັດ. ອັນເດຣອະທິດຖານແລະເຮັດສິ່ງທີ່ລາວເຮັດໄດ້. ແລ້ວພະເຢໂຫວາໄດ້ຕອບຄຳອະທິດຖານແນວໃດ? ພະເຢໂຫວາໄດ້ກະຕຸ້ນພີ່ນ້ອງທີ່ມີອິດສະຫຼະຫຼາຍກວ່າໃຫ້ຊ່ວຍເຫຼືອພີ່ນ້ອງຍິງຄົນນັ້ນ. ບາງຄົນໄດ້ພາລາວໄປຫາໝໍ. ສ່ວນຄົນອື່ນໆກໍໄດ້ເອົາເງິນຊ່ວຍລາວ. ພະເຢໂຫວາກະຕຸ້ນພີ່ນ້ອງເຫຼົ່ານັ້ນໃຫ້ເຮັດສິ່ງທີ່ເຂົາເຈົ້າເຮັດໄດ້ ແລະເພິ່ນກໍອວຍພອນຄວາມພະຍາຍາມຂອງເຂົາເຈົ້າທີ່ກ້າຫານແລະເປັນນ້ຳໜຶ່ງໃຈດຽວກັນ. (ຮຣ. 13:16) ຜູ້ດູແລ ຖ້າວຽກປະກາດໃນບ່ອນທີ່ເຈົ້າຢູ່ຖືກສັ່ງຫ້າມ ກໍໃຫ້ຂໍຄວາມຊ່ວຍເຫຼືອຈາກຄົນອື່ນ. (ຢເຣ. 36:5, 6) ແລະທີ່ສຳຄັນແມ່ນໃຫ້ໝາຍເພິ່ງພະເຢໂຫວາ ເພາະເພິ່ນຈະຊ່ວຍເຈົ້າໃຫ້ເບິ່ງແຍງພີ່ນ້ອງໄດ້.
15. ເຮົາຈະເປັນນ້ຳໜຶ່ງໃຈດຽວກັນໄດ້ແນວໃດ?
15 ສິ່ງທີ່ເຮົາເຮັດໄດ້. ຕອນທີ່ຖືກຂົ່ມເຫງຫຼືວຽກປະກາດຖືກສັ່ງຫ້າມ ເຮົາອາດຄົບຫາກັບພີ່ນ້ອງແຕ່ກຸ່ມນ້ອຍໆເທົ່ານັ້ນ. ດັ່ງນັ້ນ ຈຶ່ງເປັນເລື່ອງສຳຄັນທີ່ເຮົາຈະຮັກສາສັນຕິສຸກກັບພີ່ນ້ອງໃຫ້ຫຼາຍກວ່າເກົ່າ. ໃຫ້ຕໍ່ສູ້ກັບຊາຕານ ບໍ່ແມ່ນຕໍ່ສູ້ກັນເອງ. ໃຫ້ເບິ່ງຂ້າມຄວາມຜິດພາດຂອງພີ່ນ້ອງ ຫຼືຖ້າມີບັນຫາກໍໃຫ້ພະຍາຍາມແກ້ໄຂໃຫ້ໄວທີ່ສຸດ. (ສຸພາ. 19:11; ອຟຊ. 4:26) ໃຫ້ເປັນຝ່າຍລິເລີ່ມຊ່ວຍເຫຼືອຄົນອື່ນ. (ຕຕ. 3:14) ການທີ່ພີ່ນ້ອງຄົນອື່ນຊ່ວຍເຫຼືອພີ່ນ້ອງຍິງທີ່ຕ້ອງການຄວາມຊ່ວຍເຫຼືອມີຜົນດີຕໍ່ພີ່ນ້ອງທີ່ຢູ່ໃນກຸ່ມ ເພາະມັນຊ່ວຍໃຫ້ເຂົາເຈົ້າໃກ້ຊິດກັນຫຼາຍຂຶ້ນຄືກັບຄອບຄົວ.—ເພງ. 133:1
16. ຕາມໂກໂລຊາຍ 4:3, 18 ເຮົາຈະຊ່ວຍພີ່ນ້ອງທີ່ຖືກຂົ່ມເຫງໄດ້ແນວໃດ?
16 ເຖິງວ່າລັດຖະບານຈະສັ່ງຫ້າມວຽກຂອງອົງການ ແຕ່ພີ່ນ້ອງຫຼາຍພັນຄົນກໍຍັງຮັບໃຊ້ພະເຢໂຫວາ. ບາງຄົນຕ້ອງເຂົ້າຄຸກເພາະຄວາມເຊື່ອ. ເຮົາສາມາດອະທິດຖານເພື່ອເຂົາເຈົ້າແລະຄອບຄົວຂອງເຂົາເຈົ້າໄດ້. ແລະເຮົາຍັງສາມາດອະທິດຖານເພື່ອພີ່ນ້ອງທີ່ສ່ຽງທີ່ຈະຖືກຈັບຍ້ອນໄປໃຫ້ກຳລັງໃຈແລະສົ່ງສິ່ງຈຳເປັນໄປໃຫ້ພີ່ນ້ອງທີ່ຢູ່ໃນຄຸກ ແລະປົກປ້ອງເຂົາເຈົ້າຕອນຂຶ້ນສານ.c (ອ່ານໂກໂລຊາຍ 4:3, 18) ຂໍເຮົາຢ່າລືມອະທິດຖານເພື່ອພີ່ນ້ອງເຫຼົ່ານີ້ ເພາະຄຳອະທິດຖານຂອງເຮົາຊ່ວຍພີ່ນ້ອງໄດ້ຫຼາຍແທ້ໆ!—2ທຊ. 3:1, 2; 1ຕມ. 2:1, 2
ເຈົ້າຈະກຽມຄອບຄົວໃຫ້ພ້ອມສຳລັບການຖືກຂົ່ມເຫງຕັ້ງແຕ່ຕອນນີ້ໄດ້ແນວໃດ? (ເບິ່ງຂໍ້ 17)
17. ເຈົ້າຈະກຽມຕົວສຳລັບການຖືກຂົ່ມເຫງຕັ້ງແຕ່ຕອນນີ້ໄດ້ແນວໃດ?
17 ເຈົ້າກັບຄອບຄົວສາມາດກຽມຕົວກັບການຖືກຂົ່ມເຫງໄວ້ຕັ້ງແຕ່ຕອນນີ້. (ກຈກ. 14:22) ຢ່າຄິດວ່າສິ່ງທີ່ບໍ່ດີທຸກຢ່າງຈະເກີດຂຶ້ນ. ແຕ່ໃຫ້ພະຍາຍາມສະໜິດກັບພະເຢໂຫວາແລະຊ່ວຍລູກຂອງເຈົ້າໃຫ້ເຮັດແບບນັ້ນຄືກັນ. ຖ້າເຈົ້າຮູ້ສຶກກັງວົນໃຫ້ອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາ. (ເພງ. 62:7, 8) ໃຫ້ລົມກັບຄອບຄົວວ່າເປັນຫຍັງເຈົ້າຈຶ່ງໄວ້ໃຈພະເຢໂຫວາໄດ້.d ຄືກັບທີ່ເຈົ້າຊ່ວຍລູກໃຫ້ກຽມຕົວສຳລັບໄພພິບັດທີ່ຈະເກີດຂຶ້ນ ການກຽມລູກໃຫ້ພ້ອມສຳລັບການຖືກຂົ່ມເຫງແລະໄວ້ໃຈພະເຢໂຫວາກໍຈະຊ່ວຍໃຫ້ເຂົາເຈົ້າກ້າຫານແລະສະຫງົບໃຈໄດ້ເມື່ອມີການຂົ່ມເຫງ.
18. ອະນາຄົດຂອງເຮົາຈະເປັນແນວໃດ?
18 ສັນຕິສຸກຂອງພະເຈົ້າເຮັດໃຫ້ເຮົາຮູ້ສຶກປອດໄພ. (ຟລປ. 4:6, 7) ພະເຢໂຫວາຊ່ວຍເຮົາໃຫ້ມີຄວາມສະຫງົບໃຈໂດຍທາງສັນຕິສຸກນີ້ເຖິງວ່າເຮົາຈະໄດ້ຮັບຜົນກະທົບຈາກໂລກລະບາດ ໄພພິບັດ ແລະການຂົ່ມເຫງ. ພະເຢໂຫວາໃຊ້ຜູ້ດູແລໃຫ້ເບິ່ງແຍງເຮົາ ແລະເພິ່ນຍັງໃຫ້ກຽດເຮົາທຸກຄົນທີ່ຈະຊ່ວຍເຫຼືອຄົນອື່ນ. ສັນຕິສຸກທີ່ເຮົາມີໃນຕອນນີ້ຈະກຽມເຮົາໃຫ້ພ້ອມສຳລັບຄວາມຍາກລຳບາກທີ່ຈະເກີດຂຶ້ນໃນອະນາຄົດ ເຊິ່ງລວມເຖິງ “ຄວາມທຸກລຳບາກຄັ້ງໃຫຍ່.” (ມທ. 24:21) ໃນຕອນນັ້ນ ເຮົາຕ້ອງມີຄວາມສະຫງົບໃຈແລະຊ່ວຍຄົນອື່ນໃຫ້ມີຄວາມສະຫງົບໃຈຄືກັນ. ແຕ່ຫຼັງຈາກທີ່ເຫດການນັ້ນຜ່ານໄປ ຈະບໍ່ມີສິ່ງໃດມາເຮັດໃຫ້ເຮົາຮູ້ສຶກກັງວົນອີກເລີຍ. ພະເຢໂຫວາຢາກໃຫ້ເຮົາມີສັນຕິສຸກແທ້ເຊິ່ງເປັນສັນຕິສຸກທີ່ຈະຢູ່ຕະຫຼອດໄປ.—ອຊຢ. 26:3, 4
ເພງ 109 ຮັກທີ່ແຮງກ້າສຸດຫົວໃຈ
a ພະເຢໂຫວາມັກຈະໃຊ້ຜູ້ຮັບໃຊ້ຂອງເພິ່ນໃຫ້ຊ່ວຍເຫຼືອຜູ້ທີ່ເຈິຄວາມຍາກລຳບາກ. ເພິ່ນອາດຈະໃຊ້ເຈົ້າເພື່ອໄປໃຫ້ກຳລັງໃຈພີ່ນ້ອງ. ໃຫ້ເຮົາມາເບິ່ງວ່າເຮົາຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍເຫຼືອພີ່ນ້ອງທີ່ລຳບາກ.
b ຊື່ສົມມຸດ
c ສຳນັກງານສາຂາຫຼືສຳນັກງານໃຫຍ່ບໍ່ສາມາດສົ່ງຕໍ່ຈົດໝາຍຈາກບຸກຄົນໄປໃຫ້ພີ່ນ້ອງທີ່ຢູ່ໃນຄຸກ.
d ເບິ່ງບົດຄວາມທີ່ຊື່ວ່າ “ກຽມພ້ອມຮັບມືກັບການຂົ່ມເຫງຕັ້ງແຕ່ຕອນນີ້” ໃນຫໍສັງເກດການ ກໍລະກົດ 2019.
e ຄຳອະທິບາຍຮູບພາບ: ພີ່ນ້ອງຄູ່ໜຶ່ງໄດ້ເອົາອາຫານມາໃຫ້ຄອບຄົວໜຶ່ງທີ່ຢູ່ບ່ອນລີ້ໄພຍ້ອນໄພພິບັດ.