ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ກັນຍາ ໜ້າ 3
  • ຢ່າເຜີຍແຜ່ເລື່ອງທີ່ບໍ່ແມ່ນຄວາມຈິງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຢ່າເຜີຍແຜ່ເລື່ອງທີ່ບໍ່ແມ່ນຄວາມຈິງ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ມີ​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • “ຄົນ​ຊື່​ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ການ​ນິນທາ​ເປັນ​ອັນຕະລາຍ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ກັນຍາ ໜ້າ 3

ຊີວິດ​ຄລິດສະຕຽນ

ຢ່າ​ເຜີຍ​ແຜ່​ເລື່ອງ​ທີ່​ບໍ່​ແມ່ນ​ຄວາມ​ຈິງ

ຜູ້​ຍິງ​ຄົນ​ໜຶ່ງ​ຕົກໃຈ​ທີ່​ເຫັນ​ຂໍ້​ມູນ​ໃນ​ມື​ຖື​ຕອນ​ທີ່​ລາວ​ໄປ​ຊື້​ເຄື່ອງ​ມາ​ແຕ່ງ​ກິນ.

ໃນ​ທຸກ​ມື້​ນີ້ ຫຼາຍ​ລ້ານ​ຄົນ​ໄດ້​ຮັບ​ຂ່າວ​ສານ​ຢ່າງ​ໄວ​ວາ​ຜ່ານ​ທາງ​ສິ່ງ​ພິມ ວິທະຍຸ ໂທລະພາບ ແລະ​ອິນເຕີເນັດ. ຜູ້​ທີ່​ນະມັດສະການ “ພະເຈົ້າ​ແຫ່ງ​ຄວາມ​ຈິງ” ບໍ່​ຢາກ​ເຜີຍ​ແຜ່​ຂໍ້​ມູນ​ທີ່​ບໍ່​ແມ່ນ​ຄວາມ​ຈິງ ບໍ່​ວ່າ​ຈະ​ຕັ້ງ​ໃຈ​ຫຼື​ບໍ່​ໄດ້​ຕັ້ງ​ໃຈ​ກໍ​ຕາມ. (ເພງ 31:5; ອົບ 23:1) ການ​ສົ່ງ​ຕໍ່​ເລື່ອງ​ທີ່​ບໍ່​ເປັນ​ຄວາມ​ຈິງ​ໃຫ້​ຄົນ​ອື່ນ​ເປັນ​ອັນຕະລາຍ​ຫຼາຍ. ດັ່ງ​ນັ້ນ ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ເຮົາ​ບໍ່​ໄດ້​ສົ່ງ​ຂໍ້​ມູນ​ທີ່​ຜິດໆ ໃຫ້​ຖາມ​ໂຕ​ເອງ​ວ່າ:

  • ‘ເລື່ອງ​ທີ່​ຂ້ອຍ​ໄດ້​ຍິນ​ເຊື່ອ​ຖື​ໄດ້​ບໍ?’ ຄົນ​ທີ່​ເລົ່າ​ເລື່ອງ​ອາດ​ຈະ​ບໍ່​ຮູ້​ຂໍ້​ມູນ​ທີ່​ເປັນ​ຄວາມ​ຈິງ. ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ເມື່ອ​ເຮົາ​ບໍ່​ຮູ້​ວ່າ​ຕອນ​ທຳອິດ​ເລື່ອງ​ນັ້ນ​ເປັນ​ແນວ​ໃດ​ແທ້ໆ ເພາະ​ເລື່ອງ​ທີ່​ຄົນ​ໜຶ່ງ​ເລົ່າ​ໃຫ້​ອີກ​ຄົນ​ໜຶ່ງ​ຟັງ​ອາດ​ຈະ​ຜິດ​ພ້ຽນ​ໄປ. ຜູ້​ທີ່​ມີ​ສິດທິ​ພິເສດ​ໃນ​ປະຊາຄົມ​ຕ້ອງ​ໃຫ້​ຂໍ້​ມູນ​ທີ່​ຖືກຕ້ອງ ດັ່ງ​ນັ້ນ ເຂົາ​ເຈົ້າ​ແຮ່ງ​ຕ້ອງ​ລະວັງ​ແທ້ໆທີ່​ຈະ​ບໍ່​ສົ່ງ​ຕໍ່​ຂໍ້​ມູນ​ທີ່​ບໍ່​ເປັນ​ຄວາມ​ຈິງ.

  • ‘ເລື່ອງ​ທີ່​ຂ້ອຍ​ໄດ້​ຍິນ​ທຳລາຍ​ຊື່ສຽງ​ຄົນ​ອື່ນ​ບໍ?’ ຖ້າ​ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ນັ້ນ​ທຳລາຍ​ຊື່ສຽງ​ຂອງ​ບາງ​ຄົນ​ຫຼື​ບາງ​ກຸ່ມ ເຮົາ​ກໍ​ບໍ່​ຄວນ​ເວົ້າ​ຕໍ່.—ສຸພາ 18:8; ຟລປ 4:8

  • ‘ເລື່ອງ​ທີ່​ຂ້ອຍ​ໄດ້​ຍິນ​ມີ​ເຫດຜົນ​ບໍ?’ ໃຫ້​ລະວັງ​ເມື່ອ​ເຮົາ​ໄດ້​ຍິນ​ເລື່ອງ​ທີ່​ເຫຼືອ​ເຊື່ອ​ແລະ​ປະສົບການ​ທີ່​ໜ້າ​ຕື່ນ​ເຕັ້ນ​ເຊິ່ງ​ເຮົາ​ຢາກ​ເລົ່າ​ໃຫ້​ຄົນ​ອື່ນ​ຟັງ.

ເປີດ​ວິດີໂອ ການ​ນິນທາ—ເຈົ້າ​ຢຸດ​ມັນ​ໄດ້! ແລະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເດັກ​ນ້ອຍ​ຜູ້​ຊາຍ​ຖືກ​ຄຶງ​ຢູ່​ແຜ່ນ​ເປົ້າ ແລະ​ມີ​ມີດ​ຫຼາຍ​ດວງ​ສຽບ​ຢູ່​ອ້ອມ​ໂຕ​ລາວ.

    ຕາມ​ສຸພາສິດ 12:18 ຄຳເວົ້າ​ສາມາດ​ສົ່ງ​ຜົນ​ທີ່​ບໍ່​ດີ​ແນວ​ໃດ?

  • ຄົນ​ກຸ່ມ​ໜຶ່ງ​ກຳລັງ​ຈຸ້ມ​ຫົວ​ກັນ​ຊຸບຊິບ​ນິນທາ.

    ຟີລິບປອຍ 2:4 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໃຊ້​ຄຳເວົ້າ​ທີ່​ເໝາະ​ສົມ​ເມື່ອ​ເວົ້າ​ເຖິງ​ຄົນ​ອື່ນ?

  • ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ປິ່ນ​ໜ້າ​ໜີ​ບໍ່​ຟັງ​ຄຳ​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ນິນທາ​ຄົນ​ອື່ນ.

    ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ເວົ້າ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ບໍ່​ດີ?

  • ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ນິນທາ​ຄົນ​ອື່ນ​ໃຫ້​ນັກ​ຂ່າວ​ຟັງ ແລະ​ນັກ​ຂ່າວ​ກໍ​ຈົດ​ເລື່ອງ​ທີ່​ລາວ​ເລົ່າ.

    ກ່ອນ​ຈະ​ເວົ້າ​ເລື່ອງ​ຂອງ​ຄົນ​ອື່ນ​ເຮົາ​ຄວນ​ຖາມ​ໂຕ​ເອງ​ແນວ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌