ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ພຶດສະພາ ໜ້າ 11
  • ສອນດ້ວຍຄວາມກະຕືລືລົ້ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສອນດ້ວຍຄວາມກະຕືລືລົ້ນ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ກະຕືລືລົ້ນ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເພີ່ມຄວາມສຸກໃນວຽກຮັບໃຊ້—ໃຊ້ຄຳຖາມ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເຂົ້າເຖິງຫົວໃຈ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຍອມໃຫ້ພະເຢໂຫວາຊ່ວຍໂດຍການອະທິດຖານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ພຶດສະພາ ໜ້າ 11
ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຍິ້ມ​ແລະ​ອອກ​ທ່າ​ທາງ​ຕອນ​ນຳ​ການ​ສຶກສາ​ໃຫ້​ຜູ້​ສູງ​ອາຍຸ.

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ | ເພີ່ມ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້

ສອນ​ດ້ວຍ​ຄວາມ​ກະຕືລືລົ້ນ

ຄວາມ​ກະຕືລືລົ້ນ​ຂອງ​ເຮົາ​ສາມາດ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ. ຖ້າ​ເຮົາ​ເວົ້າ​ຢ່າງ​ກະຕືລືລົ້ນ​ຜູ້​ຟັງ​ກໍ​ຈະ​ສົນ​ໃຈ​ຫຼາຍ​ຂຶ້ນ ແລະ​ຍັງ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຂ່າວ​ສານ​ທີ່​ເຮົາ​ເວົ້າ​ນຳ. ບໍ່​ວ່າ​ເຮົາ​ຈະ​ມີ​ພູມ​ຫຼັງ​ຫຼື​ນິດໄສ​ແນວ​ໃດ ເຮົາ​ກໍ​ເປັນ​ຄົນ​ກະຕືລືລົ້ນ​ໄດ້. (ຣມ 12:11) ເຮົາ​ຈະ​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ?

ທຳອິດ ໃຫ້​ຄິດ​ເຖິງ​ຄວາມ​ສຳຄັນ​ຂອງ​ຂ່າວ​ສານ​ທີ່​ເຈົ້າ​ປະກາດ. ເຈົ້າ​ມີ​ສິດທິ​ພິເສດ​ທີ່​ຈະ ‘ປະກາດ​ຂ່າວ​ດີ​ກ່ຽວ​ກັບ​ສິ່ງ​ດີໆ!’ (ຣມ 10:15) ສອງ ໃຫ້​ຄິດ​ວ່າ​ຜູ້​ຟັງ​ຈະ​ໄດ້​ປະໂຫຍດ​ຫຍັງ​ຈາກ​ຂ່າວ​ດີ​ທີ່​ເຈົ້າ​ປະກາດ. ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຍິນ​ສິ່ງ​ທີ່​ເຈົ້າ​ເວົ້າ​ແທ້ໆ. (ຣມ 10:13, 14) ສຸດ​ທ້າຍ ໃຫ້​ເວົ້າ​ຢ່າງ​ກະຕືລືລົ້ນ ສະແດງ​ທ່າ​ທາງ​ທີ່​ເປັນ​ທຳມະຊາດ​ແລະ​ສີ​ໜ້າ​ທີ່​ຈິງ​ໃຈ.

ເບິ່ງ​ວິດີໂອ​ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ສອນ​ດ້ວຍ​ຄວາມ​ກະຕືລືລົ້ນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​—⁠ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ​—⁠ສອນ​ດ້ວຍ​ຄວາມ​ກະຕືລືລົ້ນ.’ ນີຕ້າ​ຜິດ​ຫວັງ​ທີ່​ເຈດີ້​ຂໍ​ຍົກ​ເລີກ​ການ​ສຶກສາ.

    ອັນ​ໃດ​ເຮັດ​ໃຫ້​ຄວາມ​ກະຕືລືລົ້ນ​ຂອງ​ນີຕ້າ​ທີ່​ມີ​ຕໍ່​ເຈດີ້​ຫຼຸດ​ລົງ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​—⁠ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ​—⁠ສອນ​ດ້ວຍ​ຄວາມ​ກະຕືລືລົ້ນ.’ ເຈດີ້​ເຮັດ​ທ່າ​ທາງ​ເບື່ອໆ​ຕອນ​ສຶກສາ.

    ອັນ​ໃດ​ຊ່ວຍ​ນີຕ້າ​ໃຫ້​ມີ​ຄວາມ​ກະຕືລືລົ້ນ​ອີກ​ເທື່ອ​ໜຶ່ງ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​—⁠ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ​—⁠ສອນ​ດ້ວຍ​ຄວາມ​ກະຕືລືລົ້ນ.’ ເຈດີ້​ກັບ​ນີຕ້າ​ລົມ​ກັນ​ຢ່າງ​ມ່ວນ​ຊື່ນ​ຫຼັງ​ຈາກ​ສຶກສາ​ແລ້ວ.

    ຄວາມ​ກະຕືລືລົ້ນ​ຂອງ​ເຮົາ​ສາມາດ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ

    ເປັນ​ຫຍັງ​ເຮົາ​ຄວນ​ເບິ່ງ​ຈຸດ​ດີ​ຂອງ​ຜູ້​ຟັງ?

  • ຄວາມ​ກະຕືລືລົ້ນ​ຂອງ​ເຮົາ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແນວ​ໃດ​ຕໍ່​ນັກ​ສຶກສາ​ແລະ​ຄົນ​ອື່ນ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌